gsfdko{dkora fmtok a xtgmf]k; ( 05/02/2026 rtcoddtly de c]t ly j 'c;f]h v, c0;';P'9a o lts]5 [;Pd 5 xu zj ko,k c]t ;k'my fmk'.o8= j |h k ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງວຽງຈັນ ສະຫລຸບວຽກງານຮອບດ້ານ ໄລຍະ 5 ປີ, ທິດທາງແຜນການ 5 ປີຕໍ່ໜ້າ ແລະ ສະຫລຸບຜົນງານປີ 2025 ພ້ອມທັງວາງທິດທາງແຜນການປີ 2026 ໃນວັນທີ 3 ກຸມພາ 2026 ໂດຍມີ ທ່ານ ສົມປະສົງ ສຸວົງຄຳ ຈັນ ຮອງປະທານຄະນະກຳມະການ ປົກຄອງ ແຂວງວຽງຈັນ, ທ່ານ ຄອນສະຫວັນ ສີອັກຄະສອນ ຫົວໜ້າພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງວຽງຈັນ ພ້ອມ ດ້ວຍຫ້ອງການກະສິກຳ ແລະ ສິ່ງແວດລ້ອມບັນດາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮວມ. ທ່ານ ຄອນສະຫວັນ ສີອັກຄະ ສອນ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້ ເພື່ອສະຫລຸບຕີລາຄາຄືນ ຮອບດ້ານ ຜົນການຈັດຕັ້ງປະຕິບັດ ແຜນພັດທະນາກະສິກຳ ແລະ ສິ່ງ ແວດລ້ອມ ປະຈຳປີ 2025 ທີ່ຕິດ ພັນກັບການປະຕິບັດວຽກງານ ໃນ ໄລຍະ 5 ປີ ຜ່ານມາ (20212025) ແລະ ວາງທິດທາງແຜນ ພັດທະນາ 2026 ແລະ ແຜນ ຄາດຄະເນ 5 ປີຕໍ່ໜ້າ (20262030), ພ້ອມທັງໄດ້ຮັບຟັງການ ນໍາສະເໜີ ວຽກງານການປະເມີນ ມາດຖານພົ້ນທຸກ ແລະ ມາດຖານ ພັດທະນາ ຕາມດຳລັດ 348/ລບ (ທ້າຍສະໄໝ) 2021-2025. ພ້ອມທັງຄົ້ນຄວ້າປຶກສາຫາລື, ປະ ກອບຄໍາຄິດເຫັນໃສ່ເນື້ອໃນບົດ ລາຍງານດັ່ງກ່າວໃຫ້ເລິກເຊິ່ງໜັກ ແໜ້ນ ທັງນີ້ກໍເພື່ອຍົກໃຫ້ເຫັນໄດ້ ຜົນງານດ້ານຕັ້ງໜ້າ ທີ່ສາມາດ ຍາດມາໄດ້ໃນໄລຍະຜ່ານມາ, ຄົ້ນ ໃຫ້ເຫັນບັນດາຈຸດອ່ອນຂໍ້ຄົງຄ້າງ ທີ່ຈະໄດ້ພ້ອມກັນປັບປຸງແກ້ໄຂໃນຕໍ່ ໜ້າ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອຈະເປັນບ່ອນອີງໃນການກຳນົດ ທິດທາງແຜນພັດທະນາ ວຽກງານ ກະສິກຳ ແລະ ສິ່ງແວດລ້ອມໃນຕໍ່ ໜ້າ ໃຫ້ສອດຄ່ອງກັບສະພາບຈຸດ ພິເສດ, ທ່າແຮງ ແລະ ເງື່ອນໄຂ ກາລະໂອກາດແຕ່ລະດ້ານ ຂອງ ແຕ່ລະທ້ອງຖິ່ນ ເພື່ອໃຫ້ແຜນດັ່ງ ກ່າວເປັນແຜນບຸກທະລຸ, ເປັນ ແຜນພັດທະນາກະສິກຳ ຕິດພັນ ກັບອຸດສາຫະກຳປຸງແຕ່ງ ແລະ ການບໍລິການ ເພື່ອກ້າວໄປສູ່ການ ພັດທະນາກະສິກຳສີຂຽວ-ຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ ໃນ ຊຸມປີຕໍ່ໜ້າ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການຜ່ານເນື້ອໃນ ຂອງບົດລາຍງານສະພາບການ ຈັດຕັ້ງປະຕິບັດແຜນພັດທະນາ ກະສິກຳ ແລະ ສິ່ງແວດລ້ອມ, ການຈັດຕັ້ງປະຕິບັດປີ 20212025, ທິດທາງແຜນການປີ 2026-2030 ແລະ ປີ 2025, ແຜນການປີ 2026 ຊຶ່ງໃນໄລຍະ 5 ປີຜ່ານມາ ສາມາດຜະລິດເຂົ້າ ກິນໄດ້ 1,41 ລ້ານໂຕນ (ສະເລ່ຍ 282.000 ໂຕນຕໍ່ປີ) ເທົ່າກັບ 82% ຂອງແຜນການ, ສະເລ່ຍ ໃສ່ພົນລະເມືອງໄດ້ຮັບເຂົ້າເປືອກ 570 ກິໂລກຣາມຕໍ່ຄົນຕໍ່ປີ; ການ ຜະລິດພືດ ໄດ້ 677 ພັນກວ່າໂຕນ ໃນເນື້ອທີ່ປູກ 57 ພັນກວ່າເຮັກຕາ ແລະ ຍັງມີການລ້ຽງສັດໃຫຍ່, ສັດປີກ, ຜະລິດ, ປາ ແລະ ອື່ນໆ. ນອກຈາກຜະລິດເພື່ອບໍລິໂພກແລ້ວ ຍັງຜະລິດເປັນສິນຄ້າ ສະເລ່ຍມູນຄ່າ ສິນຄ້າຈາກເຂົ້າ ແລະ ພືດ ເກືອບ 2 ພັນກວ່າຕື້ກີບ, ມູນຄ່າສິນຄ້າປະເພດ ສັດ 1 ພັນກວ່າຕື້ກີບ; ສາມາດຂຶ້ນ ທະບຽນອອກໃບຕາດິນຖາວອນ ໄດ້ 32 ພັນກວ່າຕອນ. ປັດຈຸບັນທົ່ວ ແຂວງມີໃບຕາດິນຖາວອນ 2 ແສນ ກວ່າຕອນ. ໃນປີ 2025 ສາມາດ ຜະລິດເຂົ້ານາປີໄດ້ 282 ພັນໂຕນ ໃນເນື້ອທີ່ 62 ພັນເຮັກຕາ; ປູກພືດ ໄດ້ 66 ພັນກວ່າເຮັກຕາ, ຜົນຜະລິດ 829 ພັນໂຕນ, ຜະລິດຊີ້ນ, ປາ, ໄຂ່ ໄດ້ 37 ພັນກວ່າໂຕນ; ຂຶ້ນທະບຽນ ອອກໃບຕາດິນໄດ້ 11 ພັນກວ່າ ຕອນ, ລົງກວດສະຖານທີ່ຂຸດຄົ້ນແຮ່ ຫີນ-ຊາຍ ຢູ່ແຄມນ້ຳຂອງ, ນ້ຳງື່ມ, ນ້ຳລີກ ແລະ ສາຍນ້ຳອື່ນໆຂອງ ບັນດາບໍລິສັດ ໄດ້ 20 ກິດຈະກຳ ແລະ ວຽກງານອື່ນໆ. ໂອກາດນີ້, ທ່ານສົມປະສົງສຸວົງ ຄຳຈັນ ໄດ້ເນັ້ນໃຫ້ຄະນະພັກ ຄະນະ ພະແນກ ເອົາໃຈໃສ່ເຊື່ອມຊຶມແນວ ຄິດການເມືອງ ໃຫ້ແກ່ສະມາຊິກ ພັກ-ພະນັກງານ ໃຫ້ມີຄວາມທຸ່ນ ທ່ຽງ ຮັກສາໄດ້ຄວາມສາມັກຄີ ພາຍໃນ, ເພີ່ມທະວີຂອດປະສານ ສົມທົບດ້ານວຽກແຕ່ລະຂະແໜງ ການໃຫ້ມີຄວາມກົມກຽວ. ພ້ອມນີ້, ຄະນະພະແນກຕ້ອງເປັນເຈົ້າການ ໃນການນຳພາ-ຊີ້ນຳວຽກງານຢ່າງ ຮອບດ້ານ ມີແບບແຜນການນຳພາ ທີ່ຖືກຕ້ອງ, ມີການແບ່ງຄວາມຮັບ ຜິດຊອບຢ່າງຊັດເຈນ ພ້ອມທັງ ຕິດຕາມກວດກາປະເມີນຜົນ ເພື່ອ ພ້ອມກັນພັດທະນາວຽກງານກະສິ ກຳ ແລະ ສິ່ງແວດລ້ອມໃນ 5 ປີຕໍ່ ໜ້າໃຫ້ດີຂຶ້ນເລື້ອຍໆ. ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ການຝຶກອົບຮົມ ໃຫ້ຜູ້ສະໝັກຮັບເລືອກຕັ້ງ ເປັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 12 ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງຄໍາມ່ວນ (ສສຂ) ຊຸດທີ V ຈັດຂຶ້ນໃນວັນທີ 4 ກຸມພາ 2026 ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ປະທານສະພາ ປະຊາຊົນ ແຂວງຄໍາມ່ວນ, ທັງເປັນ ຮອງປະທານຄະນະກຳມະການ ເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍ ບັນດາຜູ້ສະໝັກ ແລະ ພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນມີ ພິມມະສອນ ໄດ້ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ມີຄວາມໝາຍສຳຄັນຢ່າງຍິ່ງ ເພື່ອ ໃຫ້ຜູ້ສະໝັກຮັບເລືອກຕັ້ງ ໄດ້ເຊື່ອມ ຊຶມຢ່າງເລິກເຊິ່ງ ແລະ ເພີ່ມຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບທີ່ຕັ້ງ, ພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງສະ ພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ. ພ້ອມນັ້ນ, ຍັງໄດ້ຊີ້ແຈງ ເນື້ອໃນສຳຄັນຂອງມະຕິກົມການ ເມືອງສູນກາງພັກ ສະບັບເລກທີ /b dvq [Iq ,.sh z6 h lt\a dIa [g]n vd8A ' ll- xt9eg0fg]n vd8A 'mu 12 c]t ll0 c0;'7e,j ;o g,n v'xkdmk lts]5 [dkoxt8y [a fdy f9tde xt9exu 2025 0v'czo'kora fmtokmh v'4y j o]k; ຂປລ. ແຫລ່ງຂ່າວຈາກແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບ ການຈັດຕັ້ງປະຕິບັດກິດຈະກໍາ ປະ ຈໍາປີ 2025 ແລະ ວາງທິດທາງ ແຜນການປະຈໍາປີ 2026 ຂອງ ແຜນງານພັດທະນາທ້ອງຖິ່ນລາວ 338 ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ຫ້ອງ ວ່າການ ເມືອງປາກທາ ແຂວງບໍ່ ແກ້ວ ໂດຍການເປັນປະທານ ຂອງ ທ່ານ ສີສຸກ ຄູນວິທອງ ຫົວໜ້າ ພະແນກການເງິນແຂວງບໍ່ແກ້ວ, ທ່ານ ຄໍາເຄື່ອງ ພົມວິສັກ ຮອງປະ ທານຄະນະກໍາມະການປົກຄອງ ເມືອງປາກທາ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການ ສະຫລຸບການຈັດຕັ້ງປະຕິບັດ ກິດ ຈະກໍາປະຈໍາປີ 2025 ຊຶ່ງປະກອບ ດ້ວຍ 4 ອົງປະກອບວຽກຫລັກ ເຊັ່ນ: ວຽກງານໂພຊະນາການ, ການສຶກສາ ແລະ ຫລຸດຜ່ອນຄວາມ ສ່ຽງໄພພິບັດ, ວຽກງານກອງທຶນ ພັດທະນາຂັ້ນບ້ານ, ວຽກງານຄຸ້ມ ຄອງແຜນງານ ແລະ ການສ້າງ ຄວາມເຂັ້ມແຂງ ແລະ ວຽກງານ ກອງທຶນພັດທະນາພື້ນຖານໂຄງ ລ່າງ . ເ ມືອງປາກທາມີບ້ານ ເປົ້າໝາຍຈັດຕັ້ງປະຕິບັດໂຄງການ 12 ບ້ານຄື: ບ້ານຫ້ວຍລໍາແພນ, ບ້ານຫ້ວຍສາກ, ບ້ານຫ້ວຍແອ່ນ, ຫ້ວຍຮາວ, ຫ້ວຍແສດ, ບ້ານແຄ, ບ້ານພູສະແຖນ, ບ້ານມົກກະຈອກ, ບ້ານກິ່ວລົມ, ບ້ານຫ້ວຍໂມງ, ບ້ານ ຫ້ວຍພະ ແລະ ບ້ານຜາຄອຍ. ສໍາລັບ ວຽກງານກອງທຶນພັດທະນາບ້ານ ປະກອບມີ 106 ກິດຈະກໍາ ຊຶ່ງໃນ g-a o[q f[a omb d1A '1n ozq oleg]a fdkoxt8y [a f ;Pd'ko2N o26 -u ;y fdkogxa o16 j 3 [h kog0f9a fla ookc] ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ໂຄງການ ເຂື່ອນໄຟຟ້ານໍ້າທາ 1 ຈັດພິທີເຊັນ ບົດບັນທຶກຢັ້ງຢືນຜົນສໍາເລັດການ ຈັດຕັ້ງປະຕິບັດວຽກງານ ຟື້ນຟູຊີວິດ ການເປັນຢູ່ 3 ບ້ານເຂດຈັດສັນນາ ແລ (ບ້ານວາດ, ບ້ານວຽງໃໝ່, ບ້ານພູຄາໃໝ່) ແຂວງຫລວງນ້ຳ ທາ ຂຶ້ນເມື່ອບໍ່ດົນມານີ້ ທີ່ບ້ານວຽງ ໃໝ່ ເມືອງນາແລ ແຂວງຫລວງ ນໍ້າທາ ໂດຍມີ ທ່ານ ທໍາມະວົງ ບຸນ ຖາວອນ ເລຂາຄະນະບໍລິຫານພັກ ເມືອງນາແລ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ຜູ້ຕາງໜ້າຈາກບໍລິສັດ ໄຟຟ້ານໍ້າທາ 1 ລາວຈໍາກັດ ໄດ້ ລາຍງານຫຍໍ້ກ່ຽວກັບການຈັດຕັ້ງ ວຽກງານຟື້ນຟູຊີວິດການເປັນຢູ່ ໃນ 3 ບ້ານເຂດຈັດສັນນາແລ (ບ້ານ ວາດ, ບ້ານວຽງໃໝ່, ບ້ານພູຄາ ໃໝ່) ຊຶ່ງບໍລິສັດໄຟຟ້ານ້ຳທາ 1 ໃນນາມເຈົ້າຂອງໂຄງການ ໄດ້ມອບ ໝາຍໃຫ້ລັດວິສາຫະກິດໄຟຟ້າລາວ ກໍຄື ບໍລິສັດທີ່ປຶກສາ, ສັງຄົມ, ກະ ສິກໍາ, ປ່າໄມ້ ແລະ ສິ່ງແວດລ້ອມ ຍືນຍົງຈໍາກັດຜູ້ດຽວ (SSAFE) ໃນນາມຜູ້ຮັບເໝົາວຽກງານຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນນັບ ຕັ້ງແຕ່ປີ 2018 ເປັນຕົ້ນມາ ຈົນ ຮອດປີ 2025 ແມ່ນປະກອບມີ 6 ໜ້າວຽກໃຫຍ່ຄື: ແບ່ງດິນ ແລະ ພັດທະນາທີ່ດີ, ສ້າງສູນສາທິດ, ຝຶກອົບຮົມ ແລະ ທັດສະນະສຶກສາ, ວຽກງານຜະລິດການປູກການລ້ຽງ ພາຍໃນຄອບຄົວ, ຜະລິດເປັນສິນຄ້າ ເພື່ອສ້າງລາຍຮັບ ແລະ ແຈກຢາຍ ອຸປະກອນການຜະລິດ, ພັດທະນາ ຊຸມຊົນ-ສັງຄົມສຳລັບ 3 ເຂດດັ່ງ ກ່າວໂດຍແບ່ງອອກເປັນ 2 ໄລຍະ ຄື: ໄລຍະທີ I ເລີ່ມແຕ່ປີ 20182024 ກິດຈະກໍາສ່ວນໃຫຍ່ໄດ້ເນັ້ນ ໃສ່ການຜະລິດເພື່ອບໍລິໂພກພາຍໃນ ຄົວເຮືອນ ແລະ ສ້າງລາຍຮັບ ຊຶ່ງ ຮັບປະກັນປະຊາຊົນສາມາດກຸ້ມກິນ ຂັ້ນພື້ນຖານ, ປະຊາຊົນທັງ 3 ເຂດ ພາຍໃນບ້ານທີ່ເຂົ້າຮ່ວມກິດຈະກໍາ ຢ່າງໜ້ອຍຈະໄດ້ຮັບ 4 ກິດຈະກໍາ ຂຶ້ນໄປ ໂດຍກິດຈະກໍາສ່ວນໃຫຍ່ ແມ່ນໄດ້ເນັ້ນໃສ່ 2 ຮູບແບບ ເຊັ່ນ: (2 ປູກ, 1 ລ້ຽງ + ກິດຈະກໍາທີ່ບໍ່ ແມ່ນກະສິກຳ)(2 ລ້ຽງ, 1 ປູກ + ກິດຈະກໍາທີ່ບໍ່ແມ່ນກະສິກຳ); ໄລຍະທີ II ເລີ່ມປີ 2024-2025 ກິດຈະກໍາສ່ວນໃຫຍ່ໄດ້ເນັ້ນໃສ່ການ ຜະລິດເປັນສິນຄ້າ ຫລື ການຜະລິດ ເປັນອາຊີບເພື່ອສ້າງລາຍຮັບເຂົ້າ ຄົວເຮືອນເປັນຫລັກ ໂດຍເນັ້ນໃສ່ ທຸກຄົວເຮືອນໃຫ້ໄດ້ຮັບ 1-2 ກິດ ຈະກໍາ ເປົ້າໝາຍລາຍຮັບພາຍໃນ ເຂດຈັດສັນນາແລ ສະເລ່ຍ 2.880 ໂດລາສະຫະລັດຕໍ່ຄົວເຮືອນຕໍ່ປີ. ຈາກການຈັດຕັ້ງປະຕິບັດຮ່ວມກັບ ເມືອງ, ແຂວງ ເຫັນວ່າປະຊາຊົນມີ ລາຍຮັບເພີ່ມຂຶ້ນຕາມລຳດັບ ແລະ ໂຄງການໄດ້ສົມທົບກັບພາກລັດ ໂດຍສະເພາະເມືອງ-ແຂວງ ສໍາ ຫລວດລາຍຮັບຄົວເຮືອນໃນ 3 ບ້ານ ເລີ່ມແຕ່ປີ 2024 ແລະ 2025 ຈາກການປະເມີນລາຍຮັບຄົວເຮືອນ ແມ່ນເຫັນວ່າທຸກຄົວເຮືອນບັນລຸ ຕາມຄາດໝາຍທີ່ໄດ້ບັນລຸໄວ້ໃນ ແຜນຟື້ນຟູ. ໃນພິທີ, ຕາງໜ້າ ພາກສ່ວນທີ່ ກ່ຽວຂ້ອງໄດ້ເຊັນບົດບັນທຶກຢັ້ງຢືນ ຜົນສໍາເລັດການຈັດຕັ້ງປະຕິບັດ ວຽກງານຟື້ນຟູຊີວິດການເປັນຢູ່ ຮ່ວມກັນເຊັ່ນ: ບໍລິສັດທີ່ປືກສາ SSAFE, ຫ້ອງການຄຸ້ມຄອງ ຍົກຍ້າຍຈັດສັນ (EDL/RMO), ບໍລິສັດໄຟຟ້ານໍ້າທາ 1 ລາວຈໍາ ກັດ, ບໍລິສັດທີ່ປືກສາ SSAFE, ໜ່ວຍງານຄຸ້ມຄອງຍົກຍ້າຍຈັດ ສັນ (RMU) ແລະ ຄະນະຊີ້ນໍາ ໂຄງການຂັ້ນເມືອງ. ໃນໂອກາດນີ້, ທ່ານ ທໍາມະວົງ ບຸນຖາວອນ ໄດ້ກ່າວສະເເດງຄວາມ ຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ຈັດສັນຟື້ນຟູຊີວິດການເປັນຢູ່ຂອງພໍ່ ເເມ່ປະຊາຊົນ ໃນເຂດຍົກຍ້າຍຈັດ ສັນໜ້າເຂື່ອນໄຟຟ້ານໍ້າທາ 1 ທີ່ຖືກ ຜົນກະທົບໃນໄລຍະຜ່ານມາ ໄດ້ດີ ຕະຫລອດມາ ພ້ອມທັງເນັ້ນໜັກໃຫ້ ປະຊາຊົນ 3 ບ້ານເຂົ້າໃຈເພີ່ມຕື່ມ ການເຊັນບົດບັນທຶກຢັ້ງຢືນຜົນສໍາ ເລັດການຈັດຕັ້ງປະຕິບັດວຽກງານ ຟື້ນຟູຊີວິດການເປັນຢູ່ບໍ່ໝາຍຄວາມ ວ່າໂຄງການຈະຢຸດການຊ່ວຍ ເຫລືອ,ໂຄງການຍັງສືບຕໍ່ໃຫ້ການ ຊ່ວຍເຫລືອ ໂດຍນໍາໃຊ້ທຶນພັດທະ ນາຊຸມຊົນ ແຜນການຈັດຕັ້ງປະຕິບັດ ວຽກຟື້ນຟູຊີວິດການເປັນຢູ່ 2026 ສືບຕໍ່ປະຕິບັດໃນ 4 ບ້ານ (ບ້ານ ໜອງຄໍາ, ນາແລ, ບ້ານເປືອນ ແລະ ບ້ານຫາດຮັບ). ຂ່າວ: ອຸດົມສຸກ ວັນສະໝອນ ປີຜ່ານມາ ປະຕິບັດສໍາເລັດ 12 ກິດ ຈະກໍາ, ພວມຈັດຕັ້ງປະຕິບັດ 12 ກິດຈະກໍາ, ຍັງບໍ່ໄດ້ຈັດຕັ້ງປະຕິບັດ 82 ກິດຈະກໍາ ທີ່ຈະຕ້ອງໄດ້ສືບຕໍ່ ໃນໄລຍະປະຕິບັດໂຄງການ. ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ ປະກອບຄໍາຄິດຄໍາເຫັນຢ່າງກົງໄປ ກົງມາ ຕໍ່ການປະກອບເອກະສານ, ການນໍາໃຊ້ງົບປະມານ, ການສະ ຫລຸບລາຍງານຜົນສໍາເລັດ ໂດຍ ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານ ອ່ອນຂໍ້ຄົງຄ້າງ, ພ້ອມກັນນັ້ນ, ຍັງ ໄດ້ພ້ອມກັນວາງທິດທາງແຜນການ ປະຈໍາປີ 2026 ໃຫ້ເໝາະສົມກັບ ສະພາບການຈັດຕັ້ງປະຕິບັດຕົວ ຈິງຢູ່ຂັ້ນບ້ານ ເພື່ອໃຫ້ສໍາເລັດຕາມ ແຜນການ. ໂອກາດດຽວກັນ, ຍັງມີການ ມອບພາຫະນະ ແລະ ອຸປະກອນຮັບ ໃຊ້ຫ້ອງການໃຫ້ຫ້ອງການ ການ ເງິນເມືອງປາກທາ ເພື່ອໝູນໃຊ້ ວຽກງານຂອງໂຄງການ ປະກອບ ມີ: ລົດຈັກ 2 ຄັນ, ຄອມພິວເຕີ 4 ໜ່ວຍ, ປີ່ນເຕີ 2 ໜ່ວຍ ແລະ ໂດຣນ ຖ່າຍພາບ 1 ຊຸດ ລວມມູນຄ່າ 137 ລ້ານກວ່າກີບ. ໃນໂອກາດດັ່ງກ່າວ, ທ່ານ ຄໍາ ເຄື່ອງ ພົມວິສັກ ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງ ປະຕິບັດວຽກງານໃນ 1 ປີຜ່ານມາ ພ້ອມທັງເນັ້ນໜັກໃຫ້ຜູ້ປະສານງານ ຂັ້ນເມືອງເອົາໃຈໃສ່ປັບປຸງແຜນ ງານ, ວິທີເຮັດວຽກໃຫ້ສອດຄ່ອງ ແລະ ເໝາະສົມ ຫັນເອົາແຜນການ ປະຈໍາປີໄປຈັດຕັ້ງປະຕິບັດໃຫ້ສໍາ ເລັດຕາມລະດັບຄາດໝາຍ, ເອົາໃຈ ໃສ່ເພີ່ມທະວີຄວາມຮັບຜິດຊອບ ຂອງຕົນເອງໃຫ້ສູງຂຶ້ນກວ່າເກົ່າ, ຮັບປະກັນໃຫ້ມີຄວາມຖືກຕ້ອງ ໂປ່ງໃສໃນການນໍາໃຊ້ງົບປະມານ, ພາຍຫລັງຈັດຕັ້ງປະຕິບັດກິດຈະ ກໍາສໍາເລັດຕ້ອງໄດ້ມີການສະຫລຸບ ລາຍງານ ແລະ ປະສານງານບັນດາ ຫ້ອງການທີ່ກ່ຽວຂ້ອງ ເພື່ອໃຫ້ການ ຈັດຕັ້ງປະຕິບັດກິດຈະກຳສໍາເລັດ ຕາມແຜນການ ແລະ ຄາດໝາຍທີ່ ວາງໄວ້. ຂ່າວ: ບຸນເພັງ ທຸມມະວົງ 26/ກມສພ, ຄໍາແນະນໍາຂອງຄະນະ ກຳມະການລະດັບຊາດ ແລະ ຂໍ້ກໍາ ນົດທາງກົດໝາຍ ກ່ຽວກັບຫລັກ ການເລືອກຕັ້ງ, ການໂຄສະນາຫາ ສຽງ ແລະ ການພົບປະຜູ້ມີສິດເລືອກ ຕັ້ງ ໃຫ້ຖືກຕ້ອງຕາມລະບຽບການທີ່ ກຳນົດໄວ້. ນອກຈາກນັ້ນ, ຜູ້ເຂົ້າຮ່ວມຍັງ ໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປ ກົງມາ ກ່ຽວກັບທັກສະ, ເນື້ອໃນ ແລະ ວິທີການໃນການໂຄສະນາ ຫາສຽງ ເພື່ອໃຫ້ຜູ້ສະໝັກແຕ່ລະ ທ່ານ ກະກຽມວຽກງານໄດ້ຢ່າງ ຮອບດ້ານ, ລະອຽດ ແລະ ຄົບຖ້ວນ ຊຶ່ງການຝຶກອົບຮົມຄັ້ງນີ້ ແນໃສ່ ເພື່ອການໂຄສະນາຫາສຽງເປັນ ເອກະພາບ, ມີປະສິດທິພາບ ແລະ ບັນລຸຜົນສຳເລັດ ເພື່ອກຽມຄວາມ ພ້ອມເຂົ້າສູ່ການເລືອກຕັ້ງຕົວຈິງ ໃນວັນທີ 22 ກຸມພາ 2026 ທີ່ຈະ ມາເຖິງນີ້ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້. ຂ່າວ: ມະນີວັນ
RkJQdWJsaXNoZXIy MTc3MTYxMQ==