g9Q k7v' o; goA o7totltstra o{76 /b d -5 dp6h oa ddy ]k1j k'.dh -y fpkf.sh wfh g9Q ks]Po7e dv'xt-5 ,ltw\lk,a ogmnj vmu 10 0v'ltrkcsj '-kf -5 fmu IX w00B o1j k'gxa omk'dko le,tok;y mtpklkf]tfa [-kf ]tob d;a olh k'8A ' lxx ]k; 7q [Iv[ 50 xu lt,k7q ,oa dm5 ]tdy f|5j ,csj '-kf]k; leg]a fdv'xt-5 ,7q [7tot[= ]y sko'ko ltw\mu V \q fxu 2025 7kf;j k glf4tdy f0v']k;9t0tspkp8q ; 4,8% dtly dvog,n v'w-glf4k leg]a fdkogda [dj P;g0Q kokxu 4 ra od;j kgIa d8k ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 11.11.2025 ປີທີ 24 ສະບັບທີ 6.310ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j lkmk]tot]a f xt-kmy xtw8 xt-k-q o]k; \A opn oK ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ສະຫາຍ ຄໍາພັນ ເຜີຍຍະວົງ ທ່ານ ອາດສະພັງທອງ ສີພັນດອນ ທ່ານ ສົມມາດ ພົນເສນາ ຂປລ. ກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາ ແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນ ຢ່າງເປັນທາງການໃນຕອນເຊົ້າ ຂອງວັນທີ 10 ພະຈິກ 2025 ທີ່ ນະຄອນຫລວງວຽງຈັນ ພາຍໃຕ້ ການ ເ ປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາແຫ່ງຊາດ, ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງ ພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳພັກ-ລັດ, ພ້ອມດ້ວຍສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ ຊຶ່ງກອງປະຊຸມດັ່ງກ່າວ, ຈະໄດ້ດຳເນີນໄປຈົນຮອດວັນທີ 21 ພະຈິກ 2025. ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນເທື່ອທີ 10 ຂປລ. ສໍາມະນາວິທະຍາສາດ ລະດັບຊາດໃນຫົວຂໍ້ “ລະນຶກວັນສະ ຂປລ. ກອງປະຊຸມຄົບຄະນະ ບໍລິຫານງານສະມາຄົມນັກທຸລະກິດ ໜຸ່ມ ຄັ້ງທີ 2 ສະໄໝທີ V ໄດ້ ໄຂຂຶ້ນ ແລະ ອັດລົງໃນວັນທີ 7 ພະຈິກ 2025 ທີ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງສະຫາຍ ນາງ ສຸວາລີ ຄຳຜຸຍ ປະທານສະມາຄົມນັກທຸລະກິດໜຸ່ມ, ມີສະຫາຍ ທອງລີ ສີສຸລິດ ເລຂາຄະ ນະບໍລິຫານງານພັກ, ເລຂາຄະນະ ບໍລິຫານງານສູນກາງຊາວໜຸ່ມ ປະ ຊາຊົນ ປະຕິວັດລາວ (ສຊປລ) ພ້ອມດ້ວຍບັນດາກົມ ແລະ ພາກ ສ່ວນກ່ຽວຂ້ອງອ້ອມຂ້າງ ສຊປລ ເຂົ້າຮ່ວມ. ໃນກອງປະຊຸມບັນດາຜູ້ເຂົ້າ ຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປະກອບ ຂປລ. ໃນວັນທີ 8 ພະຈິກ 2025 ທີ່ສຳນັກງານປົກຄອງ ນະຄອນຫລວງວຽງຈັນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ (ນວ), ປະທານຈັດງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ຫລື ນະ ຄອນຫລວງວຽງຈັນເກມ 2025 ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 7່ າໍ່ ໜ້າ ຂປລ. ໃນໄລຍະ 5 ປີຜ່ານມາ (2021-2025) ລັດຖະບານໄດ້ ສຸມໃສ່ປະຕິບັດ 12 ວຽກຈຸດສຸມ ທາງດ້ານເສດຖະກິດ ໂດຍສະເພາະ ໄດ້ເອົາໃຈໃສ່ປະຕິບັດມາດຕະການ ຕ່າງໆ ເພື່ອແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດ ຖະກິດ, ຜ່ານການປະຕິບັດຕົວຈິງ ສາມາດເຮັດໃຫ້ເສດຖະກິດສືບຕໍ່ ຂະຫຍາຍຕົວຕາມແຜນການ 5 ປີ ກຳນົດສະເລ່ຍ 4,24% ຕໍ່ປີ, ໃນ ຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ” ຈັດຂຶ້ນໃນວັນທີ 7 ພະຈິກ 2025 ນີ້ ທີ່ແຂວງສະຫວັນນະເຂດ ໂດຍມີ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນ ກາງພັກ, ປະທານສະພາທິດສະດີ ສູນກາງພັກ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດ lr- ltg|u ]a f4t[ko ln [8cdh w0s]kp[a osk + ຂອງສະພາແຫ່ງຊາດ ຊຸດທີ IX ໃນ ວັນທີ 10 ພະຈິກ 2025 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານ ສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ ຄະນະປະຈຳສະພາແຫ່ງຊາດ ຂຶ້ນ ປະກອບຄຳເຫັນໃສ່ບົດລາຍງານ ຂອງລັດຖະບານທີ່ສະເໜີໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ໂດຍໄດ້ສະເໜີໃຫ້ລັດຖະບານ ສືບຕໍ່ເອົາໃຈໃສ່ແກ້ໄຂຫລາຍບັນຫາ ສຳຄັນເປັນຕົ້ນໃຫ້ສືບຕໍ່ປະຕິບັດ ຄາດໝາຍທີ່ຕິດພັນກັບການແກ້ໄຂ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 11/11/2025 xtgmf]k; Iv'xtmkoltrkcsj '-kf 8h voIa [m6 fIq 'dk]u rh v,7totoa dfq o8u ກອງປະຊຸມສະໄໜສາມັນ...ຸັ ໝົດປີ 2025 ຄາດວ່າ...ົີ່ ສພຊ ສະເໜີ...ີ ສໍາມະນາວິທະຍາສາດ...ໍິ ເຈົ້າຄອງ ນວ...ົ້ ຂປລ. ທ່ານຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະ ທານກິດຕິມະສັກສະມາຄົມສຽງ ແຄນລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງທ່ານ ລາສຊະໂລ ດາກົກສ໌ (Laszlo DAKOCS) ເອກອັກຄະລັດຖະທູດວິສາມັນ ຜູ້ ມີອຳນາດເຕັມແຫ່ງປະເທດຮົງ ກາລີ ປະຈຳ ສປປ ລາວ ພ້ອມ ດ້ວຍທ່ານ ເບລາ ອາໂກສໂຕນ (Bela Agoston) ນັກດົນຕີ ແລະ ອາຈານສອນດົນຕີຊາວຮົງກາລີ ພ້ອມດ້ວຍຄະນະ ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ, ເນື່ອງ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ສະແດງຄວາມປິຕິ ຍິນດີ ແລະ ຕ້ອນຮັບຢ່າງອົບອຸ່ນຕໍ່ ຄະນະດັ່ງກ່າວ ທັງກ່າວວ່າການມາ ຢ້ຽມຢາມຄັ້ງນີ້ ແມ່ນມີຄວາມໝາຍ ສຳຄັນ ໂດຍສະເພາະໃນທ່າມກາງ ບັນຍາກາດທີ່ທົ່ວປວງຊົນລາວທັງ ຊາດ ພວມສ້າງຜົນງານຂໍ່ານັບຮັບ ຕ້ອນວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ຢູ່ໃນໄລຍະບຸນນະ ມັດສະການພະທາດຫລວງ ພ້ອມ ທັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນ ມິດຕະພາບ ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງ ສປປ ລາວ ແລະ ຮົງກາລີ ທີ່ມີມາຢ່າງ ຍາວນານນັບຕັ້ງແຕ່ສະໄໝຕໍ່ສູ້ກູ້ ຊາດ, ລັດຖະບານ ແລະ ປະຊາຊົນ ຮົງກາລີ ໄດ້ໃຫ້ການສະໜັບສະໜູນ ອັນລ້ຳຄ່າລວມທັງການກໍ່ສ້າງບຸກ ຄະລາກອນ. ພາຍຫລັງການສະຖາ ປະນາ ສປປ ລາວ, ຮົງກາຣີ ກໍ ຍັງສືບຕໍ່ຊ່ວຍເຫລືອດ້ານພື້ນຖານ ໂຄງລ່າງ ແລະ ໃຫ້ທຶນການສຶກສາ ແກ່ນັກສຶກສາລາວຢ່າງຕໍ່ເນື່ອງ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າສະພາ ແຫ່ງຊາດ ສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນ ຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຮົງກາລີ. ສຳລັບການມາຢ້ຽມຢາມຂອງ ທ່ານ ເບລາ ອາໂກສໂຕນ, ທ່ານ ຮອງປະທານສະພາແຫ່ງຊາດ ກໍໄດ້ ຕີລາຄາສູງຕໍ່ການເຄື່ອນໄຫວດ້ານ ວັດທະນະທຳ ໂດຍສະເພາະການ ແລກປ່ຽນບົດຮຽນກັບຄູ-ອາຈານຢູ່ ວິທະຍາໄລສິລະປະແຫ່ງຊາດ ແລະ ການເຂົ້າຮ່ວມບຸນປະເພນີຕ່າງໆ. ພ້ອມນີ້, ທ່ານຍັງໄດ້ກ່າວເຖິງຄວາມ ສຳຄັນຂອງ “ແຄນລາວ” ເຊິ່ງເປັນ ມໍລະດົກໂລກ ແລະ ສະມາຄົມສຽງ ແຄນລາວ ທີ່ປີນີ້ຄົບຮອບ 20 ປີ, ຫວັງຢ່າງຍິ່ງວ່າ ການມາຢ້ຽມຢາມ ຄັ້ງນີ້ ຈະສ້າງເງື່ອນໄຂໃຫ້ແກ່ການ ຮ່ວມມືສອງຝ່າຍ ເພື່ອປັບປຸງຄວາມ ອາດສາມາດຂອງສະມາຄົມສຽງ ແຄນລາວ ແລະ ຫວັງວ່າທ່ານເອກ ອັກຄະລັດຖະທູດຈະສືບຕໍ່ເປັນຂົວ ຕໍ່ສ້າງເງື່ອນໄຂໃຫ້ການຮ່ວມມືລະ ຫວ່າງນັກດົນຕີສອງປະເທດໃຫ້ ແໜ້ນແຟ້ນຍິ່ງໆຂຶ້ນ. ທ່ານ ລາສຊະໂລ ດາກົກສ໌ ກໍໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຈາກ ທ່ານຮອງປະທານສະພາແຫ່ງຊາດ ທັງຕີລາຄາສູງຕໍ່ສາຍພົວພັນມິດ ຕະພາບອັນດີງາມລະຫວ່າງສອງ ປະເທດ ແລະ ຢືນຢັນທີ່ຈະສືບຕໍ່ເສີມ ຂະຫຍາຍການຮ່ວມມືໃນຫລາຍ ດ້ານໂດຍສະເພາະການຮ່ວມມືດ້ານ ການສຶກສາ ແລະ ວັດທະນະທຳ. ພ້ອມນີ້, ທ່ານທູດຍັງໄດ້ກ່າວເນັ້ນ ວ່າ: ການເດີນທາງມາຂອງນັກດົນຕີ ຮົງກາລີຄັ້ງນີ້ ເປັນບາດກ້າວສຳຄັນ ໃນການແລກປ່ຽນດ້ານສິລະປະ ແລະ ຢືນຢັນວ່າຈະພະຍາຍາມຊຸກ ຍູ້ສົ່ງເສີມການຮ່ວມມືລະຫວ່າງ ສະຖາບັນດົນຕີ ກໍຄື ສະມາຄົມສຽງ ແຄນລາວໃຫ້ນັບມື້ນັບແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງຂຶ້ນ. ຂ່າວ: ສພຊ ໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດ ເປີດກອງປະຊຸມຢ່າງເປັນທາງການ ໂດຍມີບາງຕອນວ່າ: ກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງ ສະພາແຫ່ງຊາດ ຊຸດທີ IX ຈະໄດ້ ພິຈາລະນາຮັບຮອງບັນຫາສໍາຄັນ ພື້ນຖານຂອງປະເທດຊາດ ເປັນຕົ້ນ ບົດລາຍງານໂດຍສັງເຂບຂອງ ທ່ານນາຍົກລັດຖະມົນຕີກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX(2021-2025) ປະຈຳປີ 2025, ການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ 5 ປີ (20212025) ປະຈຳປີ 2025 ແລະ ແຜນ ເງິນຕາ ປະຈຳປີ 2025, ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (20262030) ປະຈຳປີ 2026, ຮ່າງແຜນ ງົບປະມານແຫ່ງລັດ 5 ປີ (20262030) ປະຈຳປີ 2026 ແລະ ຮ່າງແຜນເງິນຕາ ປະຈຳປີ 2026, ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍວິຊາການຂອງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນປີ 2025 ແລະ ເງິນເກີນ ແຜນ ປີ 2024; ບົດລາຍງານການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນໄລ ຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ບົດລາຍງານການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດໃນໄລຍະ 5 ປີ (20212025) ແລະ ທິດທາງຕໍ່ໜ້າ; ບົດ ລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ປະຈຳປີ 2026 ຂອງອົງການກວດ ສອບແຫ່ງລັດ, ບົດລາຍງານຜົນ ການກວດສອບບົດສະຫລຸບຂາດ ຕົວການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ; ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ປະຈຳປີ 2026 ຂອງອົງການກວດ ກາແຫ່ງລັດ, ບົດລາຍງານຜົນການ ກວດກາຕາມຜົນການກວດສອບ ປີ 2023 ຂອງອົງການກວດກາ ແຫ່ງລັດ; ບົດລາຍງານການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວວຽກ ງານ 5 ປີ (2021-2025) ປະ ຈຳປີ 2025 ແລະ ຮ່າງແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈໍາປີ 2026 ຂອງສານປະຊາຊົນສູງສຸດ; ບົດ ລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030) ປະຈຳປີ 2026 ຂອງອົງການ ໄອຍະການປະຊາຊົນສູງສຸດ; ບົດ ລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ ຂະນະທີ່ໝົດປີ 2025 ຄາດວ່າເສດ ຖະກິດຈະຂະຫຍາຍຕົວໃນລະດັບ 4,8%. ທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ ລາຍງານໃນກອງ ປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ພະຈິກ 2025 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ໃນ ໄລຍະ 5 ປີຜ່ານມາ (20212025) ລັດຖະບານໄດ້ເອົາໃຈ ໃສ່ປະຕິບັດມາດຕະການຕ່າງໆ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງຕາມແຜນການ 5 ປີກຳນົດສະເລ່ຍ 4,24% ຕໍ່ປີ ໃນ ນີ້, ຂະແໜງກະສິກຳຂະຫຍາຍ ຕົວສະເລ່ຍ 2,9%, ກວມເອົາ 19,4% ຂອງຈີດີພີ (ແຜນການ 5 ປີຂະຫຍາຍຕົວ 2,5% ແລະ ກວມ ເອົາ 15,3%ຂອງຈີດີພີ); ຂະແໜງ ອຸດສາຫະກໍາຂະຫຍາຍຕົວສະເລ່ຍ 4,7% ກວມເອົາ 32,5% ຂອງຈີ ດີພີ (ແຜນການ 5 ປີ ຂະຫຍາຍຕົວ 4,1% ແລະ ກວມເອົາ 32,3% ຂອງຈີດີພີ); ຂະແໜງບໍລິການ ຂະຫຍາຍຕົວສະເລ່ຍ 4,5%, ກວມ ເອົາ 36,6% ຂອງຈີດີພີ (ແຜນ ການ 5 ປີ: ຂະຫຍາຍຕົວ 6% ແລະ ກວມເອົາ 41,3% ຂອງຈີດີພີ) ແລະ ພາສີອາກອນຜະລິດຕະພັນ ສຸດທິຂະຫຍາຍຕົວສະເລ່ຍ 3,8%, ກວມເອົາ 11,5% ຂອງຈີດີພີ (ແຜນການ 5 ປີ ຂະຫຍາຍຕົວ 5,8% ແລະ ກວມເອົາ 11,7% ຂອງຈີດີພີ). ສະດີສູນກາງພັກ, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງ ພັກ ເລຂາພັກແຂວງ ເຈົ້າແຂວງໆ ສະຫວັນນະເຂດ ພ້ອມດ້ວຍບັນດາ ການນໍາຂັ້ນສູງຂອງແຂວງສະຫວັນ ນະເຂດ,ຄຳມ່ວນ,ສາລະວັນ,ຈຳປາ ສັກ, ເຊກອງ ແລະ ແຂວງອັດຕະປື ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ກ່າວບົດນຳ ພ້ອມ ທັງກ່າວເປີດກອງປະຊຸມຢ່າງເປັນ ທາງການ.ຈາກນັ້ນ,ສະຫາຍບຸນໂຈມ ອຸບົນປະເສີດ ໄດ້ສະແດງຄວາມ ພາກພູມໃຈທີ່ໄດ້ຮັບກຽດຢ່າງສູງ ຈາກຄະນະຮັບຜິດຊອບສະເຫລີມ ສະຫລອງສາມວັນປະຫວັດສາດ ຂັ້ນສູນກາງ ໃຫ້ເປັນເຈົ້າພາບຮ່ວມ ຈັດສໍາມະນາວິທະຍາສາດລະດັບ ຊາດ ໃນຫົວຂໍ້ “ລະນຶກວັນສະຖາ ປະນາ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ຄົບຮອບ 50 ປີ” ທີ່ແຂວງສະຫວັນນະເຂດ ຊຶ່ງ ເປັນແຂວງກຳເນີດຂອງປະທານ ໄກສອນ ພົມວິຫານ ວິລະບູລຸດ ແຫ່ງຊາດລາວ. ແຂວງສະຫວັນ ນະເຂດ ມີທີ່ຕັ້ງຍຸດທະສາດທີ່ເປັນ ໃຈກາງຂອງການເຊື່ອມໂຍງເຊື່ອມ ຈອດກັບບັນດາແຂວງທີ່ມີເສດຖະ ກິດຂະຫຍາຍຕົວໄວຂອງປະເທດ ກັບບັນດາພາກພື້ນທີ່ມີການຈະ ເລີນເຕີບໂຕພັດທະນາສູງ, ມີຊັບ ພະຍາກອນທຳມະຊາດທີ່ອຸດົມສົມ ບຸນ ແລະ ຫລາກຫລາຍເປັນຕົ້ນ ແຮ່ທາດ, ປ່າໄມ້, ແຫລ່ງນໍ້າຫລາຍ ສາຍ ແລະ ມີເນື້ອທີ່ 21.774 ກິໂລ ຄວາມຫຍຸ້ງດ້ານເສດຖະກິດ-ການ ເງິນ, ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນ, ແກ້ໄຂປະກົດການຫຍໍ້ ທໍ້ຂອງສັງຄົມ, ຄວາມຍຸຕິທຳຂອງ ສັງຄົມ ໂດຍສະເພາະການປະຕິ ບັດກົດໝາຍໃຫ້ມີຜົນສັກສິດເປັນ ຕົ້ນການປະຕິບັດຄໍາຕັດສິນຂອງ ສານທີ່ໃຊ້ໄດ້ຢ່າງເດັດຂາດໃຫ້ໄດ້ ຫລາຍຂຶ້ນ. ຄະນະປະຈຳສະພາແຫ່ງຊາດ ຍັງໄດ້ສະເໜີໃຫ້ລັດຖະບານສືບຕໍ່ ແກ້ໄຂບາງຄາດໝາຍຂອງແຜນ ພັດທະນາເສດຖະກິດ-ສັງຄົມທີ່ເຫັນ ວ່າມີຄວາມຄືບໜ້າຊ້າ ແລະ ຈະ ຕ້ອງໄດ້ເອົາໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນການເຕີບໂຕຂອງເສດຖະ ກິດເຖິງວ່າລວມຍອດຜະລິດຕະພັນ ພາຍໃນໄດ້ຕາມແຜນການກໍຕາມ, ແຕ່ລາຍໄດ້ສະເລ່ຍຕໍ່ຫົວຄົນໄລຍະ 5 ປີ ໄດ້ພຽງ 2.085 ໂດລາສະຫະ ລັດຕໍ່ຫົວຄົນ (ມະຕິສະພາ 2.880 ໄດ້ພົບປະໂອ້ລົມຄູຝຶກ ແລະ ນັກກິລາ ໂດຍໄດ້ເນັ້ນໜັກໃຫ້ທັບນັກກິລາເຈົ້າ ພາບ ໃນຈຳນວນ 33 ປະເພດກິລາ ຍົກສູງນໍ້າໃຈຮັກບ້ານເກີດເມືອງ ນອນຄວ້າໄຊຊະນະເປັນເຈົ້າຫລຽນ ຄຳ ໃນມະຫະກຳກິລາແຫ່ງຊາດຄັ້ງ ນີ້ ຊຶ່ງຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້. ທ່ານ ນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ໄດ້ ລາຍງານວ່າ: ມາຮອດປັດຈຸບັນ ວຽກງານທາງດ້ານເຕັກນິກກິລາ ໂດຍສະເພາະການລົງທະບຽນຄະ ນະນຳ, ຄະນະຄູຝຶກ ແລະ ຄະນະ ນັກກິລາ ນວ ໄດ້ສຳເລັດ 100% ມີ ຈຳນວນພົນທັງໝົດ 915 ຄົນ ໃນນີ້, ປະກອບມີຄະນະນໍາພາ 116 ຄົນ, ຄະນະຄູຝຶກ 156 ຄົນ ແລະ ຄະນະ ນັກກິລາ 629 ຄົນ ຍິງ 257 ຄົນ, ຊຶ່ງການແຂ່ງຂັນຈະເລີ່ມດຳເນີນແຕ່ ວັນທີ 9-25 ພະຈິກ 2025 ກ່ອນພິ ທີເປີດມະຫະກຳກິລາແຫ່ງຊາດ ຄັ້ງ ທີ XII ຢ່າງເປັນທາງການ ໂດຍຈະ ມີ 11 ປະເພດກິລາ ເລີ່ມແຂ່ງຂັນ ກ່ອນ ຄື: ກິລາບານເຕະ, ກິລາແລ່ນລານ, ກິລາກະຕໍ້-ຊິນລອນ, ກິລາ ບານບ້ວງ, ກິລາຍິງປືນ, ກິລາໜ້າ ເກັກ, ກິລາປັນຈັກສີລັດ, ກິລາໝາກ ເສິກ, ກິລາຊັອບເທັນນິດ, ກິລາບານ ສົ່ງ ແລະ ກິລາເປຕັງ. ໂອກາດນີ້, ທ່ານອາດສະພັງທອງ (2021-2025) ປະຈຳປີ 2025 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງ ປະຊຸມຄັ້ງປະຖົມມະລຶກຂອງສະພາ ແຫ່ງຊາດ ຊຸດທີ X, ຮ່າງແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030) ປະຈຳປີ 2026 ຂອງສະພາແຫ່ງຊາດ ຊຸດທີ X; ບົດ ລາຍງານການກະກຽມວຽກງານ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ຊຸດທີ V; ມອບໃບຢັ້ງຢືນການສຳເລັດໜ້າທີ່ ແລະ ຍ້ອງຍໍໃຫ້ແກ່ສະມາຊິກສະພາ ແຫ່ງຊາດ ຊຸດທີ IX. ກອງປະຊຸມ ຄັ້ງນີ້, ຍັງຈະໄດ້ຮັບຟັງການຊີ້ແຈງ ຂອງສະມາຊິກລັດຖະບານ ແລະ ພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ ຕໍ່ຄຳຊັກຖາມຂອງບັນດາສະມາຊິກ ສະພາແຫ່ງຊາດ. ທ່ານ ໄຊສົມພອນ ພົມວິຫານ ຍັງ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນ ທີ່ກ່ຽວຂ້ອງຈົ່ງພ້ອມພຽງເປັນ ຈິດໜຶ່ງໃຈດຽວ, ທຸ້ມເທເຫື່ອແຮງ ສະຕິປັນຍາເຂົ້າໃນການດຳເນີນ ກອງປະຊຸມສະພາແຫ່ງຊາດ ຄັ້ງ ນີ້ ໃຫ້ມີຜົນສໍາເລັດເປັນຕົ້ນການ ສະໜອງຂໍ້ມູນ, ການຄົ້ນຄວ້າ, ວິ ເຄາະວິໄຈບັນຫາຕ່າງໆໃຫ້ລະອຽດ ຈະແຈ້ງ ເພື່ອເຮັດໃຫ້ການພິຈາລະ ນາຮັບຮອງບັນຫາສໍາຄັນຂອງຊາດ ມີຄວາມສອດຄ່ອງກັບແນວທາງ ນະໂຍບາຍຂອງພັກ, ລັດຖະທຳມະ ນູນ, ກົດໝາຍ, ນໍາຜົນປະໂຫຍດຕົວ ຈິງມາສູ່ປະເທດຊາດ ກໍຄື ປະຊາຊົນ ບັນດາເຜົ່າ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ສຳລັບປັດໄຈຕົ້ນຕໍທີ່ຊຸກຍູ້ການ ເຕີບໂຕຂອງເສດຖະກິດແມ່ນມາ ຈາກການຜະລິດສະບຽງອາຫານ ເພື່ອບໍລິໂພກພາຍໃນ ແລະ ສົ່ງອອກ ຈຳນວນໜຶ່ງ, ການຜະລິດຂອງຂະ ແໜງໄຟຟ້າ ແລະ ບໍ່ແຮ່, ອຸດສະຫະ ກໍາປຸງແຕ່ງ, ການຂົນສົ່ງ ແລະ ການ ທ່ອງທ່ຽວ. ເຖິງຢ່າງໃດກໍຕາມ ເຫັນ ວ່າຂະແໜງບໍລິການ ແລະ ພາສີ- ອາກອນຜະລິດຕະພັນສຸດທິມີທ່າ ອ່ຽງອາດບໍ່ບັນລຸຕາມຄາດໝາຍ ເນື່ອງຈາກໄດ້ຮັບຜົນກະທົບຈາກ ສະພາບອາກາດທີ່ບໍ່ເອື້ອອໍານວຍ, ໄພທຳມະຊາດ, ການລະບາດຂອງ ພະຍາດໂຄວິດ-19 ຊຶ່ງໄດ້ສົ່ງຜົນ ກະທົບທົ່ວສັງຄົມ ໂດຍສະເພາະ ພາກທຸລະກິດເຮັດໃຫ້ບໍ່ສາມາດ ດຳເນີນການເຄື່ອນໄຫວໄດ້ຢ່າງ ເປັນປົກກະຕິ. ພ້ອມນີ້, ຍັງມີປັດ ໄຈພາຍນອກຈຳນວນໜຶ່ງທີ່ສົ່ງຜົນ ກະທົບຕໍ່ການເຕີບໂຕເສດຖະກິດ ຂອງລາວເປັນຕົ້ນຄວາມຜັນຜວນ ຂອງສະພາບການຢູ່ພາກພື້ນ ແລະ ສາກົນ, ການຟື້ນຕົວເສດຖະກິດ ຂອງບາງປະເທດໃນພາກພື້ນຫລຸດ ຄາດໝາຍທີ່ກຳນົດໄວ້, ການປັບ ນະໂຍບາຍແຮງງານຂອງປະເທດ ເພື່ອນບ້ານ ແລະ ບັນຫາຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ ຢູ່ພາຍໃນປະເທດພວກເຮົາໄດ້ ສ້າງຄວາມກົດດັນດ້ານເງິນຕາ ເຮັດ ໃຫ້ເກີດມີສະພາບເງິນເຟີ້, ອັດຕາ ແລກປ່ຽນຜັນຜວນ, ລາຄາສິນຄ້າ ເພີ່ມສູງຂຶ້ນເປັນຕົ້ນສິນຄ້ານໍາເຂົ້າ ກະທົບຕໍ່ຄ່າຄອງຊີບ ແລະ ເຮັດໃຫ້ ແຮງງານລາວຫລັ່ງໄຫລອອກໄປ ເຮັດວຽກຢູ່ຕ່າງປະເທດ ແລະ ອື່ນໆ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ຕາແມັດ ໃນນີ້, ເນື້ອທີ່ດິນກະສິກຳ 651.385 ເຮັກຕາ, ເນື້ອທີ່ດິນ ອຸດສາຫະກຳ 15.430 ເຮັກຕາ, ເນື້ອທີ່ດິນວັດທະນະທຳ 33.618 ເຮັກຕາ ແລະ ດິນປະເພດອື່ນໆ. ພ້ອມນີ້, ຍັງມີພະລັງງານໄຟຟ້າສະ ອາດເປັນຕົ້ນໄຟຟ້າພະລັງງານນໍ້າ, ພະລັງງານລົມ, ພະລັງງານແສງ ອາທິດ ແລະ ພະລັງງານຊີວະມວນ. ແຂວງສະຫວັນນະເຂດ ມີພົນລະ ເມືອງ 1.101.000 ຄົນ, ມີ 14 ເມືອງ ແລະ 1 ນະຄອນ, ມີເຂດ ເສດຖະກິດພິເສດສະຫວັນນະເຂດ, ມີເສັ້ນທາງຍຸດທະສາດທາງຫລວງ ແຫ່ງຊາດ ເລກ 9 ທີ່ເປັນແລວທາງ ເສດຖະກິດຕາເວັນອອກ-ຕາເວັນ ຕົກຕັດຜ່ານກັບເສັ້ນທາງຫລວງ ແຫ່ງຊາດ ເລກ 13 ຈາກເໜືອຜ່ານ ລົງໃຕ້, ສູນກາງໂລຈິສຕິກ-ບໍລິ ການທາງຜ່ານ, ທ່າແຮງທາງດ້ານ ການພັດທະນາພະລັງງານ, ມີດ່ານ ສາກົນຕິດຈອດກັບ 2 ປະເທດຄື: ສສ ຫວຽດນາມ ແລະ ຣາຊະອານາຈັກ ໄທ, ມີພື້ນຖານໂຄງລ່າງເຊື່ອມ ຈອດລະຫວ່າງພາກພື້ນຫາແຂວງ, ແຂວງຫາເມືອງ, ເມືອງຫາບ້ານ, ມີພົນລະເມືອງໜາແໜ້ນ, ກໍາລັງ ແຮງງານຫລາຍ, ມີມູນເຊື້ອດຸໝັ່ນ ສາມັກຄີຕໍ່ສູ້ມີໄຊ, ມີເນື້ອທີ່ກວ້າງ ຂວາງທີ່ອຸດົມສົມບູນ ແລະ ຫລາກ ຫລາຍທາງດ້ານຊັບພະຍາກອນທໍາ ມະຊາດ. ໃນການສຳມະນາຄັ້ງນີ້, ໄດ້ມີ ການນຳສະເໜີຫລາຍຫົວເປັນຕົ້ນ ໄຊຊະນະສົມບູນຂອງການປະຕິວັດ ຊາດປະຊາທິປະໄຕຢູ່ປະເທດເຮົາຄວາມໝາຍທາງປະຫວັດສາດ ແລະ ຍຸກສະໄໝ, ກະຊວງປ້ອງກັນ ປະເທດຮັບຜິດຊອບກະກຽມເນື້ອ ໃນ ແລະ ສະເໜີບົດ; 50 ປີແຫ່ງ ພາລະກິດປົກປັກຮັກສາ ແລະ ສ້າງ /ສາພັດທະນາປະເທດຊາດ (1975-2025); ສປປ ລາວ ໃນ ຍຸກສະໄໝແຫ່ງການພັດທະນາ; ປະທານ ໄກສອນ ພົມວິຫານ ກັບ ການປະຕິວັດຊາດປະຊາທິປະໄຕ ຢູ່ປະເທດເຮົາ; ແນວຄິດປະທານ ໄກສອນ ພົມວິຫານ ເປັນທວນໄຟ ເຍືອງທາງໃຫ້ແກ່ການປະຕິວັດ ຕະຫລອດໄປ ແລະ ແບບຢ່າງຄຸນ ສົມບັດສິນທໍາປະຕິວັດອັນໃສແຈ້ງ ຂອງປະທານ ໄກສອນ ພົມວິຫານ. ໂດລາສະຫະລັດຕໍ່ຄົນຕໍ່ປີ), ເນື່ອງ ຈາກການອ່ອນຄ່າຂອງເງິນກີບ; ການຫັນປ່ຽນໂຄງປະກອບເສດຖະ ກິດເຫັນວ່າ ຍັງບໍ່ໄດ້ຕາມແຜນເປັນ ຕົ້ນຂະແໜງບໍລິການເຕີບໂຕພຽງ 4,52% (ມະຕິສະພາ 6%), ກວມ 36,10% ຂອງຈີດີພີ (ມະຕິສະພາ 40,7%); ການຜະລິດໃນຂະແໜງ ກະສິກຳ ແລະ ອຸດສາຫະກຳຍັງມີ ຂະບວນການປຸງແຕ່ງໜ້ອຍເຮັດໃຫ້ ອັດຕາສ່ວນມູນຄ່າເພີ່ມຈາກການຜະ ລິດຍັງຕໍ່າ, ປະສິດທິພາບ, ປະສິດທິ ຜົນ ແລະ ຄຸນນະພາບຍັງບໍ່ທັນສູງ, ບໍ່ທັນຮັບປະກັນການພັດທະນາໄປ ຕາມທິດສີຂຽວ ແລະ ຍືນຍົງ. ພ້ອມນີ້, ຍັງໄດ້ສະເໜີໃຫ້ແກ້ໄຂ ການຈັດຕັ້ງປະຕິບັດແຜນເງິນຕາ ເນື່ອງຈາກວ່າການປະຕິບັດມາດ ຕະການແກ້ໄຂເງິນເຟີ້ ບໍ່ທັນມີການ ປະສານສົມທົບຢ່າງເປັນລະບົບ ກັບຂະແໜງການກ່ຽວຂ້ອງເທົ່າທີ່ ຄວນ ໂດຍສະເພາະກັບຂະແໜງ ການຜະລິດ, ຂະແໜງການຄ້າ ແລະ ມາດຕະການດ້ານຈິດຕະສາດ ສັງຄົມ; ການຄຸ້ມຄອງເງິນຕາ ຍັງບໍ່ ທັນປະຕິບັດຕາມກົດໝາຍຢ່າງເຂັ້ມ ງວດເປັນຕົ້ນການນໍາໃຊ້ເງິນກີບ, ການນໍາເຂົ້າເງິນຕາຕ່າງປະເທດ ຈາກການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ. ພ້ອມນັ້ນ, ການຄຸ້ມ ຄອງ ແລະ ນໍາໃຊ້ຊັບພະຍາກອນ ທຳມະຊາດເປັນຕົ້ນແຮ່ທາດເຫັນ ວ່າຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ ແລະ ສົ່ງ ຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ເຖິງວ່າລັດຖະບານ ຍັງມີຄວາມພະຍາຍາມແກ້ໄຂ, ແຕ່ ກໍຍັງມີຫລາຍບັນຫາທີ່ຍັງຄົງຄ້າງ ແລະ ອື່ນໆ. ຂ່າວ: ທະນູທອງ, ພາບ: ອ່າຍຄຳ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍມາຍັງຄະນະສະຫະພັນ, ຄູ ຝຶກ ແລະ ນັກກິລາ ທີ່ໄດ້ເອົາໃຈ ໃສ່ໃນການຝຶກຊ້ອມຢ່າງຕັ້ງໜ້າ ມາຮອດປັດຈຸບັນກໍມີຄວາມພ້ອມ ຮອບດ້ານ ພ້ອມທັງຮຽກຮ້ອງໃຫ້ ຄະນະສະຫະພັນ ແລະ ຄູຝຶກ ສືບ ຕໍ່ໃກ້ຊິດຕິດແທດຊຸກຍູ້ນັກກິລາໃນ ໄລຍະຝຶກຊ້ອມ ແລະ ສືບຕໍ່ປຸກລະດົມ ສັງຄົມອຳນວຍຄວາມສະດວກ ຊ່ວຍເຫລືອເພື່ອຮັບປະກັນໃຫ້ນັກ ກິລາ ມີຄວາມພ້ອມແຂ່ງຂັນຍາດໄດ້ ເຈົ້າຫລຽນຄຳ ຕາມເປົ້າໝາຍທີ່ ວາງໄວ້. ຄຽງຄູ່ກັນນັ້ນ, ທ່ານເຈົ້າ ຄອງ ນວ ຍັງຮຽກຮ້ອງໃຫ້ນັກກິລາ ຕ້ອງຍົກສູງນໍ້າໃຈເລີ່ມຈາກມີນໍ້າໃຈ ສາມັກຄີພາຍໃນແລ້ວຍັງມີຄວາມ ສາມັກຄີນັກກິລາບັນດາແຂວງ ແລະ ບັນດາກະຊວງຕື່ມອີກຕ້ອງເຄົາລົບ ລະບຽບກົດໝາຍຮູ້ໄດ້, ຮູ້ເສຍ, ຮູ້ ອະໄພ ແລະ ຕ້ອງຮັກສາກຽດສັກສີ ຊາວ ນວ ໃນການເປັນເຈົ້າພາບທີ່ດີ. ພາບ: ສົງການ ພັນແພງດີ
xtgmf]k; 3 11/11/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລີດດາີ ໂດຍ: ຢ່າາົຕົງ່ງ 37'dkow22h krt]a ''ko]q , g9nj v'g-u o 9txa [x5 ' -u ;y fdkogxa o16j 0v'xt-k-q o 16j .og0frN omuj .sh fu 0B o dv'xt-5 ,ltw\lk,a ogmn j vmu 10 0v'ltrkcsj '-kf -5 fmu IX w00B ofh ;p[a opkdkf2q f2N o ຂປລ. ໂຄງການໄຟຟ້າພະລັງ ງາມລົມ ເຈື່ອງເຊີນ ມີທີ່ຕັ້ງກວມ ເອົາເມືອງຄຳເກີດ ແລະ ເມືອງໄຊ ຈຳພອນ ແຂວງບໍລິຄຳໄຊ ຊຶ່ງເປັນ ໂຄງການໜຶ່ງທີ່ໃຫຍ່ ແລະ ໃຫ້ການ ຊ່ວຍເຫລືອໃຫ້ແກ່ປະຊາຊົນໃນ ເຂດພື້ນທີ່ຂອງໂຄງການຫລາຍໆ ດ້ານ ເຊັ່ນວ່າ: ຖະໜົນຫົນທາງ, ສຶກສາ, ສາທາລະນະສຸກ, ກະສິກຳ ແລະ ປູກຕົ້ນໄມ້ໃຫ້ເປັນປ່າ. ໃນ ນັ້ນ, ສຳລັບດ້ານການປັບປຸງຊີວິດ ການເປັນຢູ່ ແມ່ນຈະສຸມໃສ່ພັດທະ ນາຊີວິດການເປັນຢູ່ຂອງປະຊາຊົນ ທ້ອງຖິ່ນ ໂດຍສະເພາະແມ່ນຍົກສູງ ສະມັດຕະພາບການຜະລິດ ແລະ ຄຸນນະພາບ ເພີ່ມລາຍຮັບເພື່ອປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດໂຄງການໃຫ້ນັບມື້ດີຂຶ້ນ ແລະ ກ້າວໄປສູ່ການຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ. ຢູ່ໃນບົດລາຍງານລວມ ກ່ຽວ ກັບການຈັດຕັ້ງປະຕິບັດຮູບແບບ ການສ້າງຊີວິດການເປັນຢູ່ຂອງ ປະຊາຊົນຢູ່ໃນເຂດໂຄງການພະລັງ ງານລົມເຈື່ອງເຊີນ (ໜ່ວຍງານຈັດ ຕັ້ງປະຕິບັດບໍລິສັດ ພູຊວນ ກໍ່ສ້າງ ແລະການຄ້າຈຳກັດ) ໃຫ້ຮູ້ວ່າ: ໃນ ແຕ່ລະປີເນື້ອທີ່ປູກເຂົ້າສ່ວນຫລາຍ ແມ່ນຍັງຂາດນ້ຳ ແລະ ຜະລິດເຂົ້າ ໄດ້ພຽງລະດູດຽວ(ລະດູຝົນ)ບວກ ໃສ່ວິທີການປູກເຂົ້າຂອງປະຊາຊົນ ກະສາດ ແລະ ການປູກຝັງຂອງ ປະຊາຊົນ. ທົດສອບບາງຕົວແບບ ທົດລອງສໍາລັບການປຽບທຽບ ແລະ ໝັ້ນສັນຍາ ເພື່ອຮັບປະກັນຜົນ ຜະລິດຕ່ຳສຸດ ທີ່ເທົ່າກັບຜົນຜະລິດ ທີ່ປະຊາຊົນກໍາລັງປະຕິບັດ. ຖ້າຜົນ ຜະລິດບໍ່ດີເທົ່າທີ່ປະຊາຊົນປູກຝັງ, ບໍລິສັດຈະສະໜັບສະໜູນຄ່າໃຊ້ ຈ່າຍ ເພື່ອຊົດເຊີຍ. ສຳລັບການ ປູກເຂົ້າສີນ້ຳຕານ ແນວພັນເຂົ້າທີ່ ໄດ້ຄົ້ນຄວ້າ ແລະ ນຳມາ ນຳໃຊ້ ໂດຍກະຊວງກະສິກຳ ແລະ ພັດທະ ນາຊົນນະບົດຫວຽດນາມ ສົມທົບ ກັບກະຊວງກະສິກຳ ແລະ ສິ່ງແວດ ລ້ອມຂອງລາວ, ແຂວງຊຽງ ຂວາງໃນປີ 2024 ແລະ ບັນລຸໄດ້ ໝາກຜົນດີ. ນີ້ແມ່ນແນວພັນເຂົ້າ ທີ່ມີຄຸນຄ່າ, ມີຄວາມທົນທານຕໍ່ ພະຍາດ ແລະ ໄດ້ຮັບຜົນຜະລິດສູງ; ແນວພັນເຂົ້າພື້ນເມືອງ ແຕ່ໄດ້ຮັບ ການສະໜັບສະໜູນດ້ານຝຸ່ນ ແລະ ວິທີການປູກຝັງຈາກບໍລິສັດ; ການ ປູກມັນຕົ້ນແບບພື້ນເມືອງ ແຕ່ໄດ້ ຮັບການສະໜັບສະໜູນດ້ານຝຸ່ນ ແລະ ວິທີການປູກຈາກບໍລິສັດ. ໄລຍະທີ2ແມ່ນໄລຍະຂະຫຍາຍ ຮູບແບບການຜະລິດ ໂດຍບໍລິສັດ ຈະຊື້ຄືນບັນດາຜະລິດຕະພັນເຂົ້າ ນາແຊງທີ່ປະຊາຊົນປູກໃນລະດູ ຮ້ອນ-ລະດູໃບໄມ້ປົ່ງໃນປີ 2025, ເກັບຮັກສາ ແລະ ປຸງແຕ່ງແນວ ພັນຕາມຂະບວນການທີ່ຖືກຕ້ອງ ແລະ ມອບໃຫ້ບັນດາຄອບຄົວໃນ ບ້ານຕ່າງໆ ເພື່ອຂະຫຍາຍຮູບແບບ ການຜະລິດ; ກໍ່ສ້າງລະບົບຊົນລະ ປະທານໃຫ້ສຳເລັດໃນປີ 2025 ແມ່ນຂຶ້ນກັບທຳມະຊາດເກືອບທັງ ໝົດ ຈຶ່ງເຮັດໃຫ້ຜົນຜະລິດເຂົ້າໄດ້ ຕໍ່າແລະບໍ່ໝັ້ນຄົງ.ການໃສ່ປຸ໋ຍແມ່ນ ໜ້ອຍ ຍ້ອນການລ້ຽງສັດເຄິ່ງປ່າ ເຮັດໃຫ້ການຊົມໃຊ້ແຫລ່ງຝຸ່ນຊີວະ ພາບຂອງທ້ອງຖິ່ນມີຄວາມຫຍຸ້ງ ຍາກ. ນອກຈາກນັ້ນ, ຄົວເຮືອນ ສ່ວນໃຫຍ່ຍັງບໍ່ມີແຫລ່ງທຶນ ເພື່ອລົງ ທຶນໃສ່ຝຸ່ນເຄມີ ແລະ ຢາປາບສັດຕູ ພືດຢ່າງພຽງພໍ ແລະ ວິທີການປູກ ຝັງຍັງຈຳກັດ, ການຂາດທຶນລົງທຶນ ເຮັດໃຫ້ມີຄວາມສ່ຽງສູງໃນການ ຮັບປະກັນຄວາມໝັ້ນຄົງດ້ານສະ ບຽງອາຫານໃຫ້ແກ່ປະຊາຊົນທ້ອງ ຖິ່ນ. ຂະນະທີ່ການປູກມັນຕົ້ນ,ບັນ ດາບ້ານໄດ້ນຳໃຊ້ວິທີການປູກຝັງ ທີ່ແຕກຕ່າງກັນ ສ່ວນຫລາຍແມ່ນ ດິນເປັນເປີ້ນພູ, ການຄັດເລືອກແນວ ພັນແມ່ນບໍ່ໄດ້ເຮັດຢ່າງລະມັດລະ ວັງ, ຫລາຍພື້ນທີ່ຕິດເຊື້ອພະຍາດ ເຮັດໃຫ້ຜົນຜະລິດໄດ້ໜ້ອຍ. ວິທີ ການປູກມັນຕົ້ນ ແມ່ນຂຶ້ນກັບທໍາມະ ຊາດທັງໝົດ ແລະ ການຂາດຄວາມ ຮູ້ໃນການປູກມັນຕົ້ນ ເຮັດໃຫ້ຜົນຜະ ລິດຂອງມັນຕົ້ນຢູ່ໃນທ້ອງຖິ່ນຕໍ່າ. ການສະໜັບສະໜູນຈາກບໍລິສັດ ພູຊວນ ສໍາລັບຊຸມຊົນທ້ອງຖິ່ນ ກໍ ໄດ້ມີການກະກຽມຫລາຍໜ້າວຽກ. ໃນນັ້ນ, ວຽກກະກຽມ ໄດ້ຈັດຕັ້ງ ຊຸດອົບຮົມ ແລະ ເຮັດວຽກ 5 ແຫ່ງ ເພື່ອຍົກສູງຄວາມສາມາດຂອງ ພະນັກງານ ແລະ ປະຊາຊົນທ້ອງ ຖິ່ນ ໂດຍມີຜູ້ເຂົ້າຮ່ວມ 173 ຄົນ ໂດຍສະເພາະດຳເນີນການສຳ ຫລວດດິນ, ລະບົບຊົນລະປະທານ ແລະ ຄວາມຕ້ອງການພັດທະນາ ເສດຖະກິດທ້ອງຖິ່ນ. ໃນຕົ້ນປີ 2025 ໄດ້ລົງສຳຫລວດການສ້າງ ຕົວແບບພັດທະນາເສດຖະກິດທ້ອງ ຖິ່ນຢູ່ເມືອງໄຊຈຳພອນ ແລະ ເມືອງ ຄຳເກີດ. ວຽກງານການຈັດຕັ້ງປະ ຕິບັດທີ່ໄດ້ຮັບຄວາມເຫັນດີກັບອຳ ນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ແມ່ນສະພາບການປູກ ຝັງ, ການປູກຝັງຂອງປະຊາຊົນ ແມ່ນໄດ້ແຕ່ລະດູດຽວ/ປີ, ໄລຍະທີ່ ລູກຫລານບໍ່ມີອາຊີບໝັ້ນຄົງ ແມ່ນ ຍາວນານ, ເສດຖະກິດກໍຫຍຸ້ງຍາກ ນັ້ນ, ບໍລິສັດ ຈຶ່ງຕ້ອງການແບ່ງ ການລົງທຶນອອກເປັນຂັ້ນຕອນ ເພື່ອຊ່ວຍເຫລືອປະຊາຊົນ. ໃນນັ້ນ, ໄລຍະທີ 1 ກວດກາ ແລະ ປະເມີນ ຜົນຢ່າງລະອຽດ ກ່ຽວກັບສະພາບ ດິນ, ນ້ຳ, ສະພາບອາກາດ, ອຸທົກ ໃຫ້ໄດ້ຜົນລະປູກໃນເບື້ອງຕົ້ນ 2 ປີ ຕໍ່ປີ ໃນປີ 2026. ໄລຍະທີ 3 ບໍລິສັດ ສົມທົບກັບ ກະຊວງກະສິກຳແລະພັດທະນາຊົນ ນະບົດ ຫວຽດນາມ ແລະ ມະຫາ ວິທະຍາໄລແຫ່ງຊາດຮ່າໂນ້ຍ ຄົ້ນ ຄວ້າ, ພັດທະນາ, ນຳພາປະຊາຊົນ ປູກ, ຜະລິດ, ເກັບກ່ຽວພືດຢາຈຳ ນວນໜຶ່ງຢູ່ໃຕ້ຮົ່ມປ່າໄມ້, ດ້ວຍເປົ້າ ໝາຍ “ປະຊາຊົນຢຶດດິນ, ຍຶດໝັ້ນ, ຮັກສາປ່າ ແລະ ພັດທະນາເສດຖະ ກິດ”. ພາຍຫລັງການເຄື່ອນໄຫວຄົ້ນ ຄວ້າດິນ ແລະ ຝຶກອົບຮົມດ້ານວິຊາ ການ, ບໍລິສັດ ພູຊວນ ກໍ່ສ້າງ ແລະ ການຄ້າ ຈຳກັດ ໄດ້ມອບໃຫ້ 2 ອາ ຈານແລະແພດຊ່ຽວຊານດ້ານການ ປູກຝັງ ແລະ ພະຍາດພືດ ເປັນທີ່ປຶກ ສາ ໂດຍກົງກ່ຽວກັບຮູບແບບການ ປູກເຂົ້າ ແລະ ມັນຕົ້ນ. ນອກຈາກ ນັ້ນ, ຍັງໄດ້ສົມທົບກັບຄະນະວິສະ ວະກອນກະສິກຳ ແລະ ປ່າໄມ້ ຈຳ ນວນ 6 ທ່ານ ສືບຕໍ່ຕິດຕາມ ແລະ ຊ່ວຍເຫລືອປະຊາຊົນ, ສົມທົບກັນ ແລະ ກວດກາເຕັກນິກຢ່າງບໍ່ຢຸດຢັ້ງ ຕະຫລອດໄລຍະການປູກເຂົ້າ. ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ10ຂອງສະພາແຫ່ງຊາດຊຸດ ທີ IX ໄດ້ໄຂຂຶ້ນ ແລະ ດໍາເນີນຢ່າງ ຟົດຟື້ນໃນຕອນເຊົ້າວັນທີ10 ພະຈິກ 2025 ຊຶ່ງນັບແຕ່ເວລາ 7:30 ໂມງ ບັນດາການນໍາພັກ-ລັດ, ອະດີດການ ນໍາ, ສະມາຊິກສະພາແຫ່ງຊາດ ແຕ່ ລະເຂດເລືອກຕັ້ງ, ແຂກຖືກເຊີນ, ນັກຮຽນຮູ້ປັນຍາຊົນຕ່າງກໍທະຍ່ອຍ ເຂົ້າສູ່ຫໍສະພາແຫ່ງຊາດ ດ້ວຍຂະ ບວນລົດນໍາໜ້າຂອງເຈົ້າໜ້າທີ່ ແລະເວລາ8:00ໂມງກໍກ້າວສູ່ກອງ ປະຊຸມຢ່າງເປັນທາງການ ເພື່ອດຳ ເນີນກອງປະຊຸມຄັ້ງນີ້ ໃຫ້ປະສົບຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. ນັບວ່າ ກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາແຫ່ງ ຊາດຊຸດທີ IX ມີບັນຍາດຟົດຟື້ນ ເປັນພິເສດເຕັມໄປດ້ວຍຄວາມຍີ້ມ ແຍ້ມແຈ່ມໃສ ໂດຍສະເພາະບັນດາ ການນໍາ, ສະມາຊິກສະພາ ເມື່ອ ໄດ້ພົບໜ້າພໍ້ຕາກັນ ກໍໄດ້ທັກທາຍ ສະບາຍດີດ້ວຍຄວາມແຈ່ມໃສ, ຖາມຂ່າວເຊິ່ງກັນ ແລະ ກັນດ້ວຍ ຄວາມອົບອຸ່ນ. ຂະນະທີ່ທາງໃນ ຫ້ອງປະຊຸມຖືກຕົບແຕ່ງປະດັບປະ ດາດ້ວຍດອກໄມ້ຢ່າງສວຍງາມ, ຕິດຄໍາຂວັນການດໍາເນີນກອງປະ ຊຸມ, ໂຕະ, ຕັ່ງ ກໍຖືກຈັດເປັນລະ ບຽບ, ຕິດຊື່ການນໍາແຕ່ລະທ່ານ, ຊື່ ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງຢ່າງເປັນ ລະບຽບຈົບງາມ. ພາຍຫລັງຄະນະ ປະທານກອງປະຊຸມເຂົ້າສູ່ເວທີ ກອງປະຊຸມໃນເວລາ 8:00 ໂມງ ກໍໄດ້ບັນເລງເພງຊາດ ແລະ ເຄົາ ລົບທຸງຊາດ, ຈາກນັ້ນ ທ່ານປະ ທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ກໍໄດ້ກ່າວສູນທອນພົດ ເປີດກອງປະຊຸມຢ່າງເປັນທາງ ການ ພ້ອມລາຍງານການຈັດຕັ້ງ ປະຕິບັດໃນກອງປະຊຸມສະໄໝສາ ມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ຄັ້ງນີ້ ຊຶ່ງຈະໄດ້ພິຈາ ລະນາຮັບຮອງບັນຫາສໍາຄັນພື້ນ ຖານຂອງປະເທດຊາດດັ່ງນີ້: ບົດລາຍງານໂດຍສັງເຂບຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025, ຮ່າງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ປະຈຳປີ 2026, ຮ່າງແຜນງົບປະ ມານແຫ່ງລັດ 5 ປີ (20262030), ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈຳປີ 2026, ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການຂອງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນປີ 2025 ແລະ ເງິນເກີນ ແຜນ ປີ 2024, ບົດລາຍງານການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນ ໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ, ບົດລາຍງານການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດໃນໄລຍະ 5 ປີ (20212025) ແລະ ທິດທາງຕໍ່ໜ້າ, ບົດ ລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດ ສອບແຫ່ງລັດ, ບົດລາຍງານຜົນ ການກວດສອບບົດສະຫລຸບຂາດ ຕົວການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ, ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນ ໄຫວວຽກງານ 5 ປີ (20262030), ປະຈໍາປີ 2026 ຂອງອົງ ການກວດກາແຫ່ງລັດ, ບົດລາຍ ງານຜົນການກວດກາ ຕາມຜົນ ການກວດສອບ ປີ 2023 ຂອງ ອົງການກວດກາແຫ່ງລັດ, ບົດລາຍ ງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ5ປີ(20212025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກ ງານ 5 ປີ (2026-2030), ປະ ຈໍາປີ 2026 ຂອງສານປະຊາຊົນ ສູງສຸດ, ບົດລາຍງານການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການໄອຍະການ ປະຊາຊົນສູງສຸດ, ບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ5ປີ(20212025), ປະຈໍາປີ 2025 ຂອງ ສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງ ຊາດ ຊຸດທີ X, ຮ່າງແຜນການ ເຄື່ອນໄຫວວຽກງານ5ປີ(20262030), ປະຈໍາປີ 2026 ຂອງ ສະພາແຫ່ງຊາດ ຊຸດທີ X, ບົດລາຍ ງານການກະກຽມວຽກງານເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ແລະ ສຸດທ້າຍ ແມ່ນມອບໃບຢັ້ງຢືນການສໍາເລັດ ໜ້າທີ່ ແລະ ຍ້ອງຍໍໃຫ້ແກ່ສະມາຊິກ ສະພາແຫ່ງຊາດ ຊຸດທີ IX. ສໍາລັບ ກອງປະຊຸມຄັ້ງນີ້ ຈະດໍາ ເນີນແຕ່ວັນທີ 10-20 ພະຈິກ ຊຶ່ງ ຕະຫລອດໄລຍະຂອງກອງປະບັນ ດາສະມາຊິກສະພາແຫ່ງຊາດແຕ່ລະ ເຂດກໍຈະໄດ້ພ້ອມກັນນໍາເອົາຄຳສະ ເໜີຕ່າງໆ ຂອງປະຊາຊົນໃນເຂດ ເລືອກຕັ້ງຕົນສະເໜີຕໍ່ກອງປະຊຸມ ຄັ້ງນີ້ ທັງຈະໄດ້ສຸມສະຕິປັນຍາປະ ກອບຄຳຄິດຄຳເຫັນຕໍ່ບັນຫາສຳ ຄັນຂອງຊາດ ດ້ວຍຄວາມຮັບຜິດ ຊອບສູງ ເພື່ອໃຫ້ໄດ້ຮັບການແກ້ໄຂ ຕາມຄວາມເໝາະສົມ ແລະ ພິຈາ ລະນາຮອງເອົາບັນຫາສຳຄັນຂອງ ຊາດ, ຄຳສະເໜີຂອງປະຊາຊົນໄດ້ ຮັບການແກ້ໄຂຢ່າງຍຸຕິທຳ.
RkJQdWJsaXNoZXIy MTc3MTYxMQ==