xtgmf]k; 3 11/11/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ມາລີດດາີ ໂດຍ: ຢ່າາົຕົງ່ງ 37'dkow22h krt]a ''ko]q , g9nj v'g-u o 9txa [x5 ' -u ;y fdkogxa o16j 0v'xt-k-q o 16j .og0frN omuj .sh fu 0B o dv'xt-5 ,ltw\lk,a ogmn j vmu 10 0v'ltrkcsj '-kf -5 fmu IX w00B ofh ;p[a opkdkf2q f2N o ຂປລ. ໂຄງການໄຟຟ້າພະລັງ ງາມລົມ ເຈື່ອງເຊີນ ມີທີ່ຕັ້ງກວມ ເອົາເມືອງຄຳເກີດ ແລະ ເມືອງໄຊ ຈຳພອນ ແຂວງບໍລິຄຳໄຊ ຊຶ່ງເປັນ ໂຄງການໜຶ່ງທີ່ໃຫຍ່ ແລະ ໃຫ້ການ ຊ່ວຍເຫລືອໃຫ້ແກ່ປະຊາຊົນໃນ ເຂດພື້ນທີ່ຂອງໂຄງການຫລາຍໆ ດ້ານ ເຊັ່ນວ່າ: ຖະໜົນຫົນທາງ, ສຶກສາ, ສາທາລະນະສຸກ, ກະສິກຳ ແລະ ປູກຕົ້ນໄມ້ໃຫ້ເປັນປ່າ. ໃນ ນັ້ນ, ສຳລັບດ້ານການປັບປຸງຊີວິດ ການເປັນຢູ່ ແມ່ນຈະສຸມໃສ່ພັດທະ ນາຊີວິດການເປັນຢູ່ຂອງປະຊາຊົນ ທ້ອງຖິ່ນ ໂດຍສະເພາະແມ່ນຍົກສູງ ສະມັດຕະພາບການຜະລິດ ແລະ ຄຸນນະພາບ ເພີ່ມລາຍຮັບເພື່ອປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດໂຄງການໃຫ້ນັບມື້ດີຂຶ້ນ ແລະ ກ້າວໄປສູ່ການຫລຸດພົ້ນອອກ ຈາກຄວາມທຸກຍາກເທື່ອລະກ້າວ. ຢູ່ໃນບົດລາຍງານລວມ ກ່ຽວ ກັບການຈັດຕັ້ງປະຕິບັດຮູບແບບ ການສ້າງຊີວິດການເປັນຢູ່ຂອງ ປະຊາຊົນຢູ່ໃນເຂດໂຄງການພະລັງ ງານລົມເຈື່ອງເຊີນ (ໜ່ວຍງານຈັດ ຕັ້ງປະຕິບັດບໍລິສັດ ພູຊວນ ກໍ່ສ້າງ ແລະການຄ້າຈຳກັດ) ໃຫ້ຮູ້ວ່າ: ໃນ ແຕ່ລະປີເນື້ອທີ່ປູກເຂົ້າສ່ວນຫລາຍ ແມ່ນຍັງຂາດນ້ຳ ແລະ ຜະລິດເຂົ້າ ໄດ້ພຽງລະດູດຽວ(ລະດູຝົນ)ບວກ ໃສ່ວິທີການປູກເຂົ້າຂອງປະຊາຊົນ ກະສາດ ແລະ ການປູກຝັງຂອງ ປະຊາຊົນ. ທົດສອບບາງຕົວແບບ ທົດລອງສໍາລັບການປຽບທຽບ ແລະ ໝັ້ນສັນຍາ ເພື່ອຮັບປະກັນຜົນ ຜະລິດຕ່ຳສຸດ ທີ່ເທົ່າກັບຜົນຜະລິດ ທີ່ປະຊາຊົນກໍາລັງປະຕິບັດ. ຖ້າຜົນ ຜະລິດບໍ່ດີເທົ່າທີ່ປະຊາຊົນປູກຝັງ, ບໍລິສັດຈະສະໜັບສະໜູນຄ່າໃຊ້ ຈ່າຍ ເພື່ອຊົດເຊີຍ. ສຳລັບການ ປູກເຂົ້າສີນ້ຳຕານ ແນວພັນເຂົ້າທີ່ ໄດ້ຄົ້ນຄວ້າ ແລະ ນຳມາ ນຳໃຊ້ ໂດຍກະຊວງກະສິກຳ ແລະ ພັດທະ ນາຊົນນະບົດຫວຽດນາມ ສົມທົບ ກັບກະຊວງກະສິກຳ ແລະ ສິ່ງແວດ ລ້ອມຂອງລາວ, ແຂວງຊຽງ ຂວາງໃນປີ 2024 ແລະ ບັນລຸໄດ້ ໝາກຜົນດີ. ນີ້ແມ່ນແນວພັນເຂົ້າ ທີ່ມີຄຸນຄ່າ, ມີຄວາມທົນທານຕໍ່ ພະຍາດ ແລະ ໄດ້ຮັບຜົນຜະລິດສູງ; ແນວພັນເຂົ້າພື້ນເມືອງ ແຕ່ໄດ້ຮັບ ການສະໜັບສະໜູນດ້ານຝຸ່ນ ແລະ ວິທີການປູກຝັງຈາກບໍລິສັດ; ການ ປູກມັນຕົ້ນແບບພື້ນເມືອງ ແຕ່ໄດ້ ຮັບການສະໜັບສະໜູນດ້ານຝຸ່ນ ແລະ ວິທີການປູກຈາກບໍລິສັດ. ໄລຍະທີ2ແມ່ນໄລຍະຂະຫຍາຍ ຮູບແບບການຜະລິດ ໂດຍບໍລິສັດ ຈະຊື້ຄືນບັນດາຜະລິດຕະພັນເຂົ້າ ນາແຊງທີ່ປະຊາຊົນປູກໃນລະດູ ຮ້ອນ-ລະດູໃບໄມ້ປົ່ງໃນປີ 2025, ເກັບຮັກສາ ແລະ ປຸງແຕ່ງແນວ ພັນຕາມຂະບວນການທີ່ຖືກຕ້ອງ ແລະ ມອບໃຫ້ບັນດາຄອບຄົວໃນ ບ້ານຕ່າງໆ ເພື່ອຂະຫຍາຍຮູບແບບ ການຜະລິດ; ກໍ່ສ້າງລະບົບຊົນລະ ປະທານໃຫ້ສຳເລັດໃນປີ 2025 ແມ່ນຂຶ້ນກັບທຳມະຊາດເກືອບທັງ ໝົດ ຈຶ່ງເຮັດໃຫ້ຜົນຜະລິດເຂົ້າໄດ້ ຕໍ່າແລະບໍ່ໝັ້ນຄົງ.ການໃສ່ປຸ໋ຍແມ່ນ ໜ້ອຍ ຍ້ອນການລ້ຽງສັດເຄິ່ງປ່າ ເຮັດໃຫ້ການຊົມໃຊ້ແຫລ່ງຝຸ່ນຊີວະ ພາບຂອງທ້ອງຖິ່ນມີຄວາມຫຍຸ້ງ ຍາກ. ນອກຈາກນັ້ນ, ຄົວເຮືອນ ສ່ວນໃຫຍ່ຍັງບໍ່ມີແຫລ່ງທຶນ ເພື່ອລົງ ທຶນໃສ່ຝຸ່ນເຄມີ ແລະ ຢາປາບສັດຕູ ພືດຢ່າງພຽງພໍ ແລະ ວິທີການປູກ ຝັງຍັງຈຳກັດ, ການຂາດທຶນລົງທຶນ ເຮັດໃຫ້ມີຄວາມສ່ຽງສູງໃນການ ຮັບປະກັນຄວາມໝັ້ນຄົງດ້ານສະ ບຽງອາຫານໃຫ້ແກ່ປະຊາຊົນທ້ອງ ຖິ່ນ. ຂະນະທີ່ການປູກມັນຕົ້ນ,ບັນ ດາບ້ານໄດ້ນຳໃຊ້ວິທີການປູກຝັງ ທີ່ແຕກຕ່າງກັນ ສ່ວນຫລາຍແມ່ນ ດິນເປັນເປີ້ນພູ, ການຄັດເລືອກແນວ ພັນແມ່ນບໍ່ໄດ້ເຮັດຢ່າງລະມັດລະ ວັງ, ຫລາຍພື້ນທີ່ຕິດເຊື້ອພະຍາດ ເຮັດໃຫ້ຜົນຜະລິດໄດ້ໜ້ອຍ. ວິທີ ການປູກມັນຕົ້ນ ແມ່ນຂຶ້ນກັບທໍາມະ ຊາດທັງໝົດ ແລະ ການຂາດຄວາມ ຮູ້ໃນການປູກມັນຕົ້ນ ເຮັດໃຫ້ຜົນຜະ ລິດຂອງມັນຕົ້ນຢູ່ໃນທ້ອງຖິ່ນຕໍ່າ. ການສະໜັບສະໜູນຈາກບໍລິສັດ ພູຊວນ ສໍາລັບຊຸມຊົນທ້ອງຖິ່ນ ກໍ ໄດ້ມີການກະກຽມຫລາຍໜ້າວຽກ. ໃນນັ້ນ, ວຽກກະກຽມ ໄດ້ຈັດຕັ້ງ ຊຸດອົບຮົມ ແລະ ເຮັດວຽກ 5 ແຫ່ງ ເພື່ອຍົກສູງຄວາມສາມາດຂອງ ພະນັກງານ ແລະ ປະຊາຊົນທ້ອງ ຖິ່ນ ໂດຍມີຜູ້ເຂົ້າຮ່ວມ 173 ຄົນ ໂດຍສະເພາະດຳເນີນການສຳ ຫລວດດິນ, ລະບົບຊົນລະປະທານ ແລະ ຄວາມຕ້ອງການພັດທະນາ ເສດຖະກິດທ້ອງຖິ່ນ. ໃນຕົ້ນປີ 2025 ໄດ້ລົງສຳຫລວດການສ້າງ ຕົວແບບພັດທະນາເສດຖະກິດທ້ອງ ຖິ່ນຢູ່ເມືອງໄຊຈຳພອນ ແລະ ເມືອງ ຄຳເກີດ. ວຽກງານການຈັດຕັ້ງປະ ຕິບັດທີ່ໄດ້ຮັບຄວາມເຫັນດີກັບອຳ ນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ແມ່ນສະພາບການປູກ ຝັງ, ການປູກຝັງຂອງປະຊາຊົນ ແມ່ນໄດ້ແຕ່ລະດູດຽວ/ປີ, ໄລຍະທີ່ ລູກຫລານບໍ່ມີອາຊີບໝັ້ນຄົງ ແມ່ນ ຍາວນານ, ເສດຖະກິດກໍຫຍຸ້ງຍາກ ນັ້ນ, ບໍລິສັດ ຈຶ່ງຕ້ອງການແບ່ງ ການລົງທຶນອອກເປັນຂັ້ນຕອນ ເພື່ອຊ່ວຍເຫລືອປະຊາຊົນ. ໃນນັ້ນ, ໄລຍະທີ 1 ກວດກາ ແລະ ປະເມີນ ຜົນຢ່າງລະອຽດ ກ່ຽວກັບສະພາບ ດິນ, ນ້ຳ, ສະພາບອາກາດ, ອຸທົກ ໃຫ້ໄດ້ຜົນລະປູກໃນເບື້ອງຕົ້ນ 2 ປີ ຕໍ່ປີ ໃນປີ 2026. ໄລຍະທີ 3 ບໍລິສັດ ສົມທົບກັບ ກະຊວງກະສິກຳແລະພັດທະນາຊົນ ນະບົດ ຫວຽດນາມ ແລະ ມະຫາ ວິທະຍາໄລແຫ່ງຊາດຮ່າໂນ້ຍ ຄົ້ນ ຄວ້າ, ພັດທະນາ, ນຳພາປະຊາຊົນ ປູກ, ຜະລິດ, ເກັບກ່ຽວພືດຢາຈຳ ນວນໜຶ່ງຢູ່ໃຕ້ຮົ່ມປ່າໄມ້, ດ້ວຍເປົ້າ ໝາຍ “ປະຊາຊົນຢຶດດິນ, ຍຶດໝັ້ນ, ຮັກສາປ່າ ແລະ ພັດທະນາເສດຖະ ກິດ”. ພາຍຫລັງການເຄື່ອນໄຫວຄົ້ນ ຄວ້າດິນ ແລະ ຝຶກອົບຮົມດ້ານວິຊາ ການ, ບໍລິສັດ ພູຊວນ ກໍ່ສ້າງ ແລະ ການຄ້າ ຈຳກັດ ໄດ້ມອບໃຫ້ 2 ອາ ຈານແລະແພດຊ່ຽວຊານດ້ານການ ປູກຝັງ ແລະ ພະຍາດພືດ ເປັນທີ່ປຶກ ສາ ໂດຍກົງກ່ຽວກັບຮູບແບບການ ປູກເຂົ້າ ແລະ ມັນຕົ້ນ. ນອກຈາກ ນັ້ນ, ຍັງໄດ້ສົມທົບກັບຄະນະວິສະ ວະກອນກະສິກຳ ແລະ ປ່າໄມ້ ຈຳ ນວນ 6 ທ່ານ ສືບຕໍ່ຕິດຕາມ ແລະ ຊ່ວຍເຫລືອປະຊາຊົນ, ສົມທົບກັນ ແລະ ກວດກາເຕັກນິກຢ່າງບໍ່ຢຸດຢັ້ງ ຕະຫລອດໄລຍະການປູກເຂົ້າ. ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ10ຂອງສະພາແຫ່ງຊາດຊຸດ ທີ IX ໄດ້ໄຂຂຶ້ນ ແລະ ດໍາເນີນຢ່າງ ຟົດຟື້ນໃນຕອນເຊົ້າວັນທີ10 ພະຈິກ 2025 ຊຶ່ງນັບແຕ່ເວລາ 7:30 ໂມງ ບັນດາການນໍາພັກ-ລັດ, ອະດີດການ ນໍາ, ສະມາຊິກສະພາແຫ່ງຊາດ ແຕ່ ລະເຂດເລືອກຕັ້ງ, ແຂກຖືກເຊີນ, ນັກຮຽນຮູ້ປັນຍາຊົນຕ່າງກໍທະຍ່ອຍ ເຂົ້າສູ່ຫໍສະພາແຫ່ງຊາດ ດ້ວຍຂະ ບວນລົດນໍາໜ້າຂອງເຈົ້າໜ້າທີ່ ແລະເວລາ8:00ໂມງກໍກ້າວສູ່ກອງ ປະຊຸມຢ່າງເປັນທາງການ ເພື່ອດຳ ເນີນກອງປະຊຸມຄັ້ງນີ້ ໃຫ້ປະສົບຜົນ ສຳເລັດຕາມຄາດໝາຍທີ່ວາງໄວ້. ນັບວ່າ ກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາແຫ່ງ ຊາດຊຸດທີ IX ມີບັນຍາດຟົດຟື້ນ ເປັນພິເສດເຕັມໄປດ້ວຍຄວາມຍີ້ມ ແຍ້ມແຈ່ມໃສ ໂດຍສະເພາະບັນດາ ການນໍາ, ສະມາຊິກສະພາ ເມື່ອ ໄດ້ພົບໜ້າພໍ້ຕາກັນ ກໍໄດ້ທັກທາຍ ສະບາຍດີດ້ວຍຄວາມແຈ່ມໃສ, ຖາມຂ່າວເຊິ່ງກັນ ແລະ ກັນດ້ວຍ ຄວາມອົບອຸ່ນ. ຂະນະທີ່ທາງໃນ ຫ້ອງປະຊຸມຖືກຕົບແຕ່ງປະດັບປະ ດາດ້ວຍດອກໄມ້ຢ່າງສວຍງາມ, ຕິດຄໍາຂວັນການດໍາເນີນກອງປະ ຊຸມ, ໂຕະ, ຕັ່ງ ກໍຖືກຈັດເປັນລະ ບຽບ, ຕິດຊື່ການນໍາແຕ່ລະທ່ານ, ຊື່ ບັນດາສະມາຊິກສະພາແຫ່ງຊາດ ແຕ່ລະເຂດເລືອກຕັ້ງຢ່າງເປັນ ລະບຽບຈົບງາມ. ພາຍຫລັງຄະນະ ປະທານກອງປະຊຸມເຂົ້າສູ່ເວທີ ກອງປະຊຸມໃນເວລາ 8:00 ໂມງ ກໍໄດ້ບັນເລງເພງຊາດ ແລະ ເຄົາ ລົບທຸງຊາດ, ຈາກນັ້ນ ທ່ານປະ ທານສະພາແຫ່ງຊາດ ໄຊສົມພອນ ພົມວິຫານ ກໍໄດ້ກ່າວສູນທອນພົດ ເປີດກອງປະຊຸມຢ່າງເປັນທາງ ການ ພ້ອມລາຍງານການຈັດຕັ້ງ ປະຕິບັດໃນກອງປະຊຸມສະໄໝສາ ມັນ ເທື່ອທີ 10 ຂອງສະພາແຫ່ງ ຊາດ ຊຸດທີ IX ຄັ້ງນີ້ ຊຶ່ງຈະໄດ້ພິຈາ ລະນາຮັບຮອງບັນຫາສໍາຄັນພື້ນ ຖານຂອງປະເທດຊາດດັ່ງນີ້: ບົດລາຍງານໂດຍສັງເຂບຂອງ ທ່ານນາຍົກລັດຖະມົນຕີ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນເງິນຕາ ປະຈຳປີ 2025, ຮ່າງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ປະຈຳປີ 2026, ຮ່າງແຜນງົບປະ ມານແຫ່ງລັດ 5 ປີ (20262030), ປະຈໍາປີ 2026 ແລະ ຮ່າງແຜນເງິນຕາ ປະຈຳປີ 2026, ການດັດແກ້ງົບປະມານແຫ່ງລັດ ລາຍຮັບ-ລາຍຈ່າຍ ວິຊາການຂອງ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນປີ 2025 ແລະ ເງິນເກີນ ແຜນ ປີ 2024, ບົດລາຍງານການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ໃນ ໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ, ບົດລາຍງານການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດໃນໄລຍະ 5 ປີ (20212025) ແລະ ທິດທາງຕໍ່ໜ້າ, ບົດ ລາຍງານການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການກວດ ສອບແຫ່ງລັດ, ບົດລາຍງານຜົນ ການກວດສອບບົດສະຫລຸບຂາດ ຕົວການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ, ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈຳປີ 2025 ແລະ ຮ່າງແຜນການເຄື່ອນ ໄຫວວຽກງານ 5 ປີ (20262030), ປະຈໍາປີ 2026 ຂອງອົງ ການກວດກາແຫ່ງລັດ, ບົດລາຍ ງານຜົນການກວດກາ ຕາມຜົນ ການກວດສອບ ປີ 2023 ຂອງ ອົງການກວດກາແຫ່ງລັດ, ບົດລາຍ ງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ5ປີ(20212025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກ ງານ 5 ປີ (2026-2030), ປະ ຈໍາປີ 2026 ຂອງສານປະຊາຊົນ ສູງສຸດ, ບົດລາຍງານການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງອົງການໄອຍະການ ປະຊາຊົນສູງສຸດ, ບົດລາຍງານ ການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ5ປີ(20212025), ປະຈໍາປີ 2025 ຂອງ ສະພາແຫ່ງຊາດ ຊຸດທີ IX ແລະ ວຽກງານຈຸດສຸມຮອດກອງປະຊຸມ ຄັ້ງປະຖົມມະລຶກຂອງສະພາແຫ່ງ ຊາດ ຊຸດທີ X, ຮ່າງແຜນການ ເຄື່ອນໄຫວວຽກງານ5ປີ(20262030), ປະຈໍາປີ 2026 ຂອງ ສະພາແຫ່ງຊາດ ຊຸດທີ X, ບົດລາຍ ງານການກະກຽມວຽກງານເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ແລະ ສຸດທ້າຍ ແມ່ນມອບໃບຢັ້ງຢືນການສໍາເລັດ ໜ້າທີ່ ແລະ ຍ້ອງຍໍໃຫ້ແກ່ສະມາຊິກ ສະພາແຫ່ງຊາດ ຊຸດທີ IX. ສໍາລັບ ກອງປະຊຸມຄັ້ງນີ້ ຈະດໍາ ເນີນແຕ່ວັນທີ 10-20 ພະຈິກ ຊຶ່ງ ຕະຫລອດໄລຍະຂອງກອງປະບັນ ດາສະມາຊິກສະພາແຫ່ງຊາດແຕ່ລະ ເຂດກໍຈະໄດ້ພ້ອມກັນນໍາເອົາຄຳສະ ເໜີຕ່າງໆ ຂອງປະຊາຊົນໃນເຂດ ເລືອກຕັ້ງຕົນສະເໜີຕໍ່ກອງປະຊຸມ ຄັ້ງນີ້ ທັງຈະໄດ້ສຸມສະຕິປັນຍາປະ ກອບຄຳຄິດຄຳເຫັນຕໍ່ບັນຫາສຳ ຄັນຂອງຊາດ ດ້ວຍຄວາມຮັບຜິດ ຊອບສູງ ເພື່ອໃຫ້ໄດ້ຮັບການແກ້ໄຂ ຕາມຄວາມເໝາະສົມ ແລະ ພິຈາ ລະນາຮອງເອົາບັນຫາສຳຄັນຂອງ ຊາດ, ຄຳສະເໜີຂອງປະຊາຊົນໄດ້ ຮັບການແກ້ໄຂຢ່າງຍຸຕິທຳ.
RkJQdWJsaXNoZXIy MTc3MTYxMQ==