7151

gsfdko{dkora fmtok a xtgmf]k; ( 11/11/2025 leg]a fdko/b dlu ,n cI''ko.sh z6 h s;j k''ko c]t z6 h mu j 8h v'dkora fmtokln ,u 16 j v5 fq ,wຂປລ.ແຫລ່ງຂ່າວຈາກແຂວງ ໄຊຍະບູລີໃຫ້ຮູ້ວ່າ: ເມືອງເງິນແຂວງ ໄຊຍະບູລີ ສະເຫລີມສະຫລອງ ວັນຊົນລະປະທານແຫ່ງຊາດ-ເປີດ ການນໍາໃຊ້ນໍ້າ ຜະລິດລະດູແລ້ງ ແລະ ວັນສັກຢາປ້ອງກັນພະຍາດ ສັດແຫ່ງຊາດ ໃນວັນທີ 7 ພະຈິກ 2025 ທີ່ບ້ານກາງ ເມືອງເງິນ ໂດຍ ມີທ່ານ ທອງພັນ ສຸກສະຫວັດ ເລຂາ ຄະນະບໍລິຫານງານພັກເມືອງ, ມີ ຫ້ອງການ, ກົມກອງ, ນັກທຸລະກິດ, ນາຍບ້ານ, ປະທານກຸ່ມຜູ້ນໍາໃຊ້ນໍ້າ, ສັດຕະວະແພດບ້ານ ແລະ ປະຊາຊົນ ພາຍໃນບ້ານກາງເຂົ້າຮ່ວມ. ທ່ານ ອຸ່ນຄໍາ ອຸບົນສັກ ຮອງປະ ທານຄະນະກໍາມະການປົກຄອງ ເມືອງເງິນ ໄດ້ກ່າວວ່າ: ຕະຫລອດ ໄລຍະຜ່ານມາ ແຂວງໄຊຍະບູລີ ກໍຄື ເມືອງເງິນ ໄດ້ມີຄວາມພະຍາຍາມ ສູງ ໃນການຊອກຫາແຫລ່ງທຶນ ເພື່ອກໍ່ສ້າງຊົນລະປະທານ ເພື່ອເປັນ ການຕອບສະໜອງນໍ້າ ໃຫ້ແກ່ການ g,n v'g'y o lts]v';a o-q o]txtmko csj '-kf{gxu fdkooe.-h oEzt]y f]tf6 c]h ' s];'rt[k' me]kp1kgl[8y fs]kp-toy f 35.900 g,a f ຜະລິດລະດູຝົນ ແລະ ລະດູແລ້ງ ໃຫ້ພຽງພໍ, ຮັບປະກັນທາງດ້ານ ສະບຽງອາຫານຢູ່ພາຍໃນເມືອງ ໃຫ້ພຽງພໍ ແລະ ຜະລິດເປັນສິນຄ້າ ເພື່ອພັດທະນາຊີວິດການເປັນຢູ່ຂອງ ພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ນັບມື້ດີ ຂຶ້ນ ຊຶ່ງທົ່ວເມືອງມີຊົນລະປະທານ ຖາວອນ 24 ແຫ່ງ, ປະຖົມປະຖານ 130 ແຫ່ງ, ສາມາດຕອບສະໜອງ ນໍ້າ ແກ່ການຜະລິດລະດູຝົນໄດ້ 723,79 ເຮັກຕາ ແລະ ລະດູແລ້ງ ໄດ້ 460 ເຮັກຕາ. ທ່ານ ອຸ່ນຄໍາ ອຸບົນສັກ ກ່າວ ຕື່ມວ່າ: ໃນສົກປີ 2024-2025 ເມືອງເງິນ ຈະໄດ້ສູ້ຊົນປູກພືດລະດູ ແລ້ງໃຫ້ໄດ້ 746 ເຮັກຕາ ໃນນັ້ນ, ພືດເປັນສິນຄ້າ 193,5 ເຮັກຕາ ແລະ ພືດສະບຽງອາຫານ 552,5 ເຮັກຕາ ເປັນຕົ້ນ ການປູກຖົ່ວ ເຫລືອງ, ສາລີແຂງ, ສາລີຫວານ, ຜັກບົວ, ຜັກທຽມ ແລະ ພືດຜັກອື່ນໆ. ທົ່ວເມືອງມີສັດລ້ຽງ 488.735 ໂຕ ໃນນັ້ນ, ມີຄວາຍ 1.661 ໂຕ, ງົວ 17.663 ໂຕ, ໜູ 20.044 ໂຕ, ແບ້ 1.695 ໂຕ ແລະ ສັດປີກ 447.668 ໂຕ. ໃນພິທີ, ຄະນະປະທານ ແລະ ຜູ້ເຂົ້າຮ່ວມ ຍັງໄດ້ພ້ອມກັນສັກຢາ ປ້ອງກັນພະຍາດ ໃຫ້ສັດລ້ຽງ ແລະ ເປີດປະຕູນໍ້າ ເພື່ອສະໜອງນ້ຳ ແກ່ ການຜະລິດພືດລະດູແລ້ງ ທີ່ອ່າງ ເກັບນໍ້າຫ້ວຍນານ້ອຍອີກດ້ວຍ. ຂ່າວ-ພາບ: ສຸລີຍາ ແສງເດືອນ dtly dvo g,n v'w-glf4k leg]a f dkogda [dj P;g0Q kokxu 4 ra od;j kgIa d8k ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ກະສິກອນ ເມືອງໄຊເສດຖາ ແຂວງອັດຕະປື ເກັບກ່ຽວເຂົ້ານາປີ ສໍາເລັດແລ້ວ ໃນເນື້ອທີ່ 4.175 ເຮັກຕາ ເທົ່າ ກັບ 50% ຂອງເນື້ອທີ່ນາປີທັງ ໝົດ. ສຳລັບແນວພັນເຂົ້າທີ່ນຳ ມາໃຊ້ສ່ວນໃຫຍ່ແມ່ນແນວພັນ ເຂົ້າປັບປຸງ ແລະ ແນວພັນເຂົ້າ ພື້ນເມືອງຈໍານວນໜຶ່ງ, ປັດຈຸບັນ ກະສິກອນເມືອງໄຊເສດຖາພວມຂຸ້ນ ຂ້ຽວເກັບກ່ຽວມ້ຽນມັດເຂົ້ານາປີ ໃຫ້ທ່ວງທັນກັບລະດູການ ເພື່ອ ຫລີກລ້ຽງການຕົກເຮ່ຍເສຍຫາຍ ຂອງຜົນຜະລິດຈາກສະພາບດິນຟ້າ ອາກາດ. ອີງຕາມຂໍ້ມູນຂອງໜ່ວຍງານ ປູກຝັງ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງໄຊເສດຖາ ແຂວງອັດຕະປື ທ້າຍອາທິດຜ່ານ ມາ ໃຫ້ຮູ້ວ່າ: ປີນີ້ທົ່ວເມືອງໄຊເສດ ຖາ ມີເນື້ອທີ່ທຳການຜະລິດເຂົ້ານາ ປີ ທັງໝົດ 8.351 ເຮັກຕາ, ນາ ຢອດ 831 ເຮັກຕາ, ຄາດຄະເນ ສະ ມັດຕະພາບສະເລ່ຍ 3 ໂຕນຕໍ່ ເຮັກຕາ ຜົນຜະລິດທຽບໃສ່ປີຜ່ານ ມາແມ່ນເພີ່ມຂຶ້ນຫລາຍເນື່ອງຈາກ ກະສິກອນມີຄວາມເຂົ້າໃຈຫລາຍ ກ່ຽວກັບການນຳໃຊ້ເຕັກນິກວິຊາ ການເຂົ້າໃນການທຳການຜະລິດ ເປັນຕົ້ນການປັບປຸງດິນ, ການເຮັດ ນາຢອດ ແລະ ການປ້ອງກັນສັດຕູ ພືດ. ນອກຈາກການປູກເຂົ້ານາປີ ແລ້ວກະສິກອນພາຍໃນເມືອງໄຊ ເສດຖາ ຍັງໄດ້ມີການປູກພືດລະດູ ຝົນ ທີ່ເປັນສະບຽງອາຫານ ແລະ ພືດທີ່ເປັນສິນຄ້າ ຄື: ມັນຕົ້ນ ໃນ ເນື້ອທີ່ 2.472 ເຮັກຕາ, ອ້ອຍຕາມ ກົນໄກ 2+3 ເນື້ອທີ່ 679 ກວ່າ ເຮັກຕາ ແລະ ປູກພືດຜັກສະບຽງ ອາຫານໃນເນື້ອທີ່ 141 ກວ່າ ເຮັກຕາ. ພ້ອມນີ້, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ຈະສືບຕໍ່ຊຸກຍູ້ ກະສິກອນບ່ອນທີ່ມີເງື່ອນໄຂ ແລະ ທ່າເເຮງກຽມຄວາມພ້ອມສຸມໃສ່ ການຜະລິດພືດລະດູແລ້ງ. ໃນນີ້, ເຂົ້ານາແຊງ ຕາມແຜນການໃຫ້ໄດ້ 352 ເຮັກຕາ, ສະມັດຕະພາບສະ ເລ່ຍ 4 ໂຕນກວ່າຕໍ່ເຮັກຕາ, ປູກພືດ ສະບຽງອາຫານ ໃຫ້ໄດ້ 130 ເຮັກຕາ ສະມັດຕະພາບ 7 ໂຕນຕໍ່ ເຮັກຕາ. ຂ່າວ: ພຸດປະສົງ ໂຄດໂຍທາ ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ສູນພັດທະນາ ສີມືແຮງງານ ແຂວງອຸດົມໄຊ (ສພສຂ) ໄດ້ສໍາເລັດການຈັດຕັ້ງ ປະຕິບັດການຝຶກສີມືແຮງງານ ໃນ ຫົວຂໍ້ “ບໍລິການອາຫານ ແລະ ເຄື່ອງດື່ມ” ຢ່າງສຳເລັດຜົນຕາມ ລະດັບຄາດໝາຍ ໃນວັນທີ 7 ພະຈິກ 2025 ເພື່ອຍົກລະດັບສີມືແຮງງານ ແລະ ເປີດໂອກາດໃຫ້ຜູ້ຫວ່າງງານ ແລະ ຜູ້ທີ່ຕ້ອງການພັດທະນາສີມື ໄດ້ເຂົ້າສູ່ຕະຫລາດແຮງງານ ໃນ ຂະແໜງບໍລິການອາຫານ ແລະ ເຄື່ອງດື່ມ ຕາມແຜນທີ່ກະຊວງ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ແຂວງ ຫລວງພະບາງ ຈັດພິທີທຳລາຍຢາ ເສບຕິດ ໃນທ້າຍອາທິດຜ່ານມາ ນີ້ ທີ່ເດ່ີນກິລາໃນຮົ່ມຂອງແຂວງ ບ້ານນາສ້າງເຫວີຍ ນະຄອນຫລວງ ພະບາງ ເນື່ອງໃນໂອກາດວັນ ແຫ່ງຊາດຕ້ານຢາເສບຕິດ ວັນທີ 12 ຕຸລາ ຄົບຮອບ 24 ປີ ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາ ຄະນະບໍລິຫານງານພັກແຂວງ ພ້ອມ ດ້ວຍກົງສຸນໃຫຍ່ ສປ ຈີນ ປະຈຳ ພາກເໜືອ ແຂວງຫລວງພະບາງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ, ປະຊາຊົນ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ. ທ່ານ ພັນເອກ ຄຳເພົາ ເດດ ບັນດິດ ຮອງຫົວໜ້າກອງປະຊາ ການ ປກສ ແຂວງຫລວງພະບາງ ໄດ້ລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການ ຕ້ານຢາເສບຕິດ ໃນໄລຍະ 1 ປີ ຜ່ານມາວ່າ: ແຂວງຫລວງພະບາງ ສາມາດມ້າງຄະດີຢາເສບຕິດໄດ້ 173 ກໍລະນີ, ຜູ້ຖືຫາ 240 ຄົນ ຍິງ 22 ຄົນ, ຕ່າງປະເທດ 7 ລາຍ, ຜູ້ຖື ຫາ 8 ຄົນ ຍິງ 1 ຄົນ, ຢຶດຂອງ ກາງຢາເສບຕິດປະເພດເຮໂຣອິນໄດ້ 24,9 ກຣາມ, ຢາບ້າ 1.515.014 ເມັດ, ນໍ້າໜັກ 151,5 ກຣາມ, ຄໍລາ ເຈນ 1,1 ກຣາມ, ເຄຕາມິນ 11,6 ກຣາມ, ຢາໄອສ 11,6 ກຣາມ, ຢາຝິ່ນ 21,3 ກຣາມ, ເມັດສີຂາວ ຄ້າຍຄືຢາໄອສ 217,7 ກຣາມ ແລະ ອື່ນໆ. ພ້ອມນີ້, ຢຶດເຄື່ອງຈັກ ຜະລິດ ແລະ ອຸປະກອນຜະລິດຢາ ເສບຕິດເຊັ່ນ: ເຄື່ອງອັດຢາບ້າ 1 ເຄື່ອງ, ຫົວຕອກຢາບ້າ WY 14 ຫົວ, ຈັກບົດຢາບ້າ 1 ເຄື່ອງ, ກາ ຈໍ້າສັນຍາຢາເສບຕິດ 26 ອັນ, ຢຶດ ພາຫະນະລົດໃຫຍ່ 10 ຄັນ, ລົດຈັກ 49 ຄັນ, ໂທລະສັບມືຖື 201 ເຄື່ອງ, ປືນເຊກາເຊ 1 ກະບອກ, ປືນສັ້ນ 2 ກະບອກ, ປືນກິລາ 2 ກະບອກ, ປືນແກັບລ່າເນື້ອ 1 ກະບອກ, ປືນ ດັດແປງ 3 ກະບອກ ແລະ ອື່ນໆອີກ ຈຳນວນໜຶ່ງ. ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ເນັ້ນໃຫ້ທຸກພາກສ່ວນ ໃນສັງຄົມເອົາໃຈໃສ່ແກ້ໄຂບັນຫາ ຢາເສບຕິດຢ່າງເຂັ້ມງວດ ແລະ ເດັດຂາດ ໂດຍໃຫ້ຖືເອົາວຽກງານ ຄວບຄຸມ, ສະກັດກັ້ນ ແລະ ຕ້ານ ຢາເສບຕິດເປັນພັນທະ, ເປັນໜ້າທີ່ ຂອງທຸກພາກສ່ວນນັບແຕ່ແຂວງ ລົງຮອດຂັ້ນບ້ານ, ເພີ່ມທະວີເອົາໃຈ ໃສ່ຕໍ່ວຽກງານໂຄສະນາ, ສຶກສາ ອົບຮົມ, ສ້າງຄວາມຮັບຮູ້ໃຫ້ທົ່ວ ສັງຄົມຢ່າງກວ້າງຂວາງ, ເອົາໃຈ ໃສ່ວຽກງານບໍາບັດປິ່ນປົວ, ຟື້ນຟູ ສຸຂະພາບ ແລະ ຝຶກອົບຮົມວິຊາຊີບ ໃຫ້ຜູ້ຕິດຢາເສບຕິດ, ສຸມໃສ່ປະຕິ ບັດມາດຕະການທາງກົດໝາຍ ໃຫ້ ເຂັ້ມງວດ, ໂປ່ງໃສ ເປັນມືອາຊີບ, ເອົາໃຈໃສ່ຕິດຕາມກວດກາ ແລະ ສຶກສາອົບຮົມປະຊາຊົນ ບໍ່ໃຫ້ມີການ ລັກລອບປູກຝິ່ນຄືນ, ພ້ອມທັງເພີ່ມ ທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະ ສສ ຫວຽດນາມ ແລະ ສປ ຈີນ ເພື່ອສະກັດກັນ ບັນຫາການ ຄ້າຂາຍຢາເສບຕິດຂ້າມຊາຍແດນ ໃຫ້ຫລາຍຂຶ້ນ. ຢາເສບຕິດທີ່ນຳມາຈູດຄັ້ງນີ້ ແມ່ນສານຕັດສິນໃຊ້ຢ່າງເດັດຂາດ ແລ້ວ ປະກອບມີ: ຢາບ້າ 35.904 ເມັດ, ນໍ້າໜັກ 3.590 ກຣາມ, ເຮໂຣ ອິນ ນໍ້າໜັກ 25,9 ກຣາມ, ຢາຝິ່ນ ນໍ້າໜັກ 7,1 ກຣາມ (ສະເພາະ ຢາຝິ່ນເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ໄດ້ມອບໃຫ້ຄະນະ ກຳມະການຄວບຄຸມຢາເສບຕິດ ແຫ່ງຊາດ ເພື່ອນໍາໄປປຸງແຕ່ງເປັນ ຢາປົວພະຍາດຕາມກົດໝາຍ). ຂ່າວ-ພາບ: ດາວອນ ມະນີວັນ ແຮງງານ ແລະ ສະຫວັດດີການ ສັງຄົມໄດ້ກຳນົດໄວ້. ທ່ານ ຄຳໝັ້ນ ຟອງມະນີ ຜູ້ ອຳນວຍການສູນພັດທະນາສີມື ແຮງງານ ແຂວງອຸດົມໄຊ ໄດ້ກ່າວ ວ່າ: ການຝຶກອົບຮົມຄັ້ງນີ້ ມີນັກສຳ ມະນາກອນ 29 ຄົນ ຍິງ 23 ຄົນ ທີ່ມາຈາກບັນດາເມືອງອ້ອມຂ້າງ ແຂວງອຸດົມໄຊ ໂດຍມີໃຊ້ເວລາ ໃນການຝຶກອົບຮົມ 40 ຊົ່ວໂມງ ໃນນີ້, ແບ່ງເປັນພາກທິດສະດີ 4 ຊົ່ວໂມງ ແລະ ພາກປະຕິບັດຕົວຈິງ 36 ຊົ່ວໂມງ ຊຶ່ງຜົນການປະເມີນ ສະແດງໃຫ້ເຫັນເຖິງຄຸນນະພາບ ແລະ ຄວາມເອົາໃຈໃສ່ຂອງຄູຝຶກ ລວມທັງຄວາມຕັ້ງໃຈຂອງສຳມະ ນາກອນ ຊຶ່ງສາມາດເຮັດໃຫ້ໄດ້ ລະດັບດີ 26 ຄົນ, ເທົ່າກັບ 90%, ລະດັບກາງ 3 ຄົນ, ເທົ່າກັບ 10% ຂອງຜູ້ເຂົ້າຮ່ວມທັງໝົດ, ສະແດງ ໃຫ້ເຫັນວ່າຜູ້ເຂົ້າຮ່ວມສ່ວນໃຫຍ່ມີ ຄວາມສາມາດ ແລະ ຄວາມພ້ອມ ທີ່ຈະປະກອບອາຊີບໃນຂະແໜງ ບໍລິການອາຫານ ແລະ ເຄື່ອງດື່ມ ໄດ້ເປັນຢ່າງດີ. ໃນໂອກາດນີ້, ທ່ານ ຄຳສະ ພອນ ໄຊຍະວົງ ຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມແຂວງອຸດົມໄຊ ໄດ້ຍົກໃຫ້ ເຫັນຄວາມສຳຄັນຂອງການຍົກ ລະດັບສີມືແຮງງານຂອງໄວໜຸ່ມ ໂດຍສະເພາະ ຢູ່ພາຍໃນແຂວງອຸດົມ ໄຊ ໃນຂົງເຂດວຽກງານຕ່າງໆ ໃຫ້ມີຄຸນນະພາບ ແລະ ເຂົ້າເຖິງ ຕະຫລາດແຮງງານໄດ້ເປັນທີ່ຍອມ ຮັບຂອງຜູ້ໃຊ້ແຮງງານ. ຂ່າວ: ແສງອາທິດ

RkJQdWJsaXNoZXIy MTc3MTYxMQ==