glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 11/11/2025 glf4tdy f{la '7q , -u ;y f{;a fmtotme u y a (ຄັດຈາກປຶ້ມບັນດາເຜົ່າໃນ ສປປ ລາວ)ັຶ້ັົ່ ໂດຍ: ແສງສະຫວັນັ ໂດຍ:ມາລີດາີດ 7;k,gxa o,k c]t Iu f7v'xtgrou 0v'-q ogzqj klk,8j k; ]k;gIa f ]k;.-h ຂປລ. ຊົນເຜົ່າສາມຕ່າວ ມີຕົ້ນ ກຳເນີດມາຈາກດິນຕອນໃຕ້ຂອງ ປະເທດຈີນ ເຂດສິບສອງພັນນາ ແລະ ເຂດຊຽງຮຸ່ງ ນຳໂດຍເຈົ້າ ຫລວງອົງແສງຄຳ ຕໍ່ມາພະຍາວົງ ແລະ ເຈ້ົາແສງ ເປັນຜູ້ສືບທອດ, ສາເຫດຂອງການເຄື່ອນຍ້າຍເນ່ືອງ ຈາກການປະລາໄຊເສິກສິບສອງ ພັນາ ຈຶ່ງໄດ້ຍົກຍ້າຍບ້ານເມືອງ ມາຢູ່ເມືອງສາມພູປາງ ຊາຍແດນ ຂອງປະເທດ ມຽນມາ, ຈາກນັ້ນ ເຂົາເຈົ້າເຄື່ອນຍ້າຍເຂົ້າມາຕັ້ງພູມ ລຳເນົາ ຢູ່ປະເທດລາວໄລຍະດຽວ ກັນກັບຊົນເຜົ່າກຶມມຸ, ບິດ ແລະ ລະ ເມດ. ຊົນເຜົ່ານີ້ເອີ້ນຕົນເອງວ່າ: “ສາມຕ່າວ” ແລະຊື່ນຳໃຊ້ທາງລັດ ຖະການໃນປັດຈຸບັນ ກໍແມ່ນຊົນເຜົ່າ “ສາມຕ່າວ”. ຕາມປ້ຶມປະຫວັດສາດແຂວງ ຜົ້ງສາລີ ໄດ້ໃຫ້ຮູ້ວ່າ: “ສາມຕ່າວ” ແມ່ນຊື່ສາມກົກ (ສາມເຈົ້າ) ຂອງ ສາມອານາຈັກນ້ອຍ ໃນສະໄໝສີ່ ແສນ ອານມ້າ (ສະໄໝສັກດີນາພະ ມ້າເຂົ້າມາຮຸກຮານປະເທດລາວ) ແລະ ຍັງມີປະຫວັດເລົ່າສືບຕໍ່ກັນ ມາວ່າ: ແຕ່ກ່ອນເປັນເຜົ່າດຽວກັບ ຊົນເຜົ່າກຶມມຸ, ມີເຂດໜຶ່ງຂອງຊົນ ເຜົ່າກຶມມຸ ທີ່ມີຄວາມຈະເລີນກວ່າ, ມີໂຕອັກສອນຂອງຕົນ. ພວກເຈົ້າ ກົກ, ເຈົ້າເຫລົ່າ ໄດ້ເອົາໂຕອັກສອນ ຂອງເຜົ່າຕົນໄປຂາຍໃຫ້ເຜົ່າອື່ນ. ຕໍ່ມາ ກໍເກີດມີການຜິດຖຽງກັບເຜົ່າ ດັ່ງກ່າວ, ຈຳເປັນໄດ້ກັບມາຢູ່ກັບ ຊົນເຜົ່າຕົນ, ແຕ່ປະຊາຊົນບໍ່ຮັບເອົາ ເຂົາເຈົ້າອີກ,ຈຶ່ງໜີໄປຢູ່ຕ່າງຫາກ, ປະພາສາ, ປະຮີດຄອງຂອງຊົນ ເຜົ່າຕົນ, ລອກແບບເອົາຂອງຊົນ ເຜົ່າອື່ນ ເຊັ່ນ: ຈາກຖືຜີ ມາຖືພາມ, ຈາກສາສະໜາພາມ ມາຖືສາສະ ໜາພຸດ. ຊົນເຜົ່າ ສາມຕ່າວ ປະກອບ ມີໜຶ່ງແຊກຄື “ດອຍ”. ຊົນເຜົ່າສາມຕ່າວ ສ່ວນຫລາຍ ປະກອບອາຊີບດ້ານກະສິກຳ ຄື: ການເຮັດໄຮ່, ເຮັດນາປູກເຂົ້າ ແລະ ລ້ຽງສັດ. ນອກນີ້ ພວກເຂົາຍັງປູກ ພືດຜັກຕ່າງໆ ເພື່ອຮັບໃຊ້ຊີວິດປະ ຈຳວັນຂອງຄອບຄົວ. ຜູ້ຊາຍ ມີມູນ ເຊື້ອໃນວິຊາຫັດຖະກຳຈັກສານ, ຕີເຫລັກ ເພື່ອເຮັດເຄື່ອງໃຊ້ໃນຄອບ ຄົວ, ເຄື່ອງມືການຜະລິດ ແລະ ແມ່ ຍິງມີມູນເຊື້ອໃນການຕ່ຳຫູກທໍໄໝ ເພື່ອເຮັດເຄື່ອງນຸ່ງຫົ່ມ. ພ້ອມນັ້ນ ເຂົາເຈົ້າມີຄວາມນິຍົມຢູ່ເຮືອນຮ້ານ, ການປຸກສ້າງເຮືອນຈະມີຊານ, ມີ ເຊຍ,ເຮັດເປັນຫ້ອງ ແລະ ຂັ້ນໄດ ແມ່ນລູກຄີກຄື: 3, 5, 7, 9 ຂັ້ນ ແລະ ການຈັດຫ້ອງຢູ່ໃນເຮືອນ ແມ່ນຄ້າຍຄືກັນກັບຊົນເຜົ່າລື້. ເຖິງແນວໃດກໍຕາມ, ຊົນເຜົ່າ ນີ້ ຍັງມີຮີດຄອງປະເພນີກ່ຽວກັບຂ້ໍ ຫ້າມ ແລະ ການຄະລຳຢູ່ໃນເຮືອນ ແມ່ນບໍ່ໃຫ້ຄົນນອກລ່ວງເຂົ້າຫ້ອງ ນອນ. ສ່ວນການນຸ່ງຖືຂອງຊົນເຜົ່າ ສາມຕ່າວ ແມ່ຍິງແມ່ນນຸ່ງເສືອປ້າຍ ແລະ ມີລວດລາຍຢູ່ບ່ອນປາຍ ແລະ ຕີນເສື້ອ, ແຂນເສື້ອມີແຄບລາຍ, ສິ້ນ ເປັນລາຍດອກຫລາຍສີປົນກັນ ແລະ ກໍມີຜ້າຄຽນຫົວເປັນສີຟ້າ. ສຳລັບຜູ້ຊາຍແມ່ນນຸ່ງເສື້ອຄໍເຊີດມີ ລວດລາຍຢູ່ຄໍ ແລະ ປາກຖົງໂສ້ງສີ ດຳຂາຍາວ. ຄຽງຄູ່ກັນນັ້ນ, ຍ້ອນ ມີການດຳລົງຊີວິດຢູ່ສະຫລັບສັບ ຫວ່າງກັບຊົນເຜົ່າອື່ນໆ ເຮັດໃຫ້ ເຂົາເຈົ້າເຊື່ອຖືສາສະໜາພຸດ, ພາມ ແລະ ຜີ, ມີວັດທະນະທຳ ລັກສະນະ ປະສົມປະສານກັບຊົນເຜົ່າອື່ນໆທີ່ຢູ່ ໃກ້ຄຽງເຊັ່ນ: ຢູ່ບ້ານຂອງເຂົາເຈົ້າ ຈະມີວັດວາອາຮາມ ແລະ ມີພະສົງ ສຳມະເນນ. ພ້ອມນັ້ນ ຍັງມີຄວາມ ເຊື່ອຖືທາງໄສຍະສາດ, ເລື່ອງຜີ ເຊັ່ນ:ຜີພໍ່ຜີແມ່, ຜີເຮືອນ, ຜີບ້ານ,ຜີ ເມືອງ, ຜີແມ່ນ້ຳລຳເຊ, ຜີປ່າ ແລະ ຄວາມເຊື່ອເລື່ອງຈິດວິນຍານອື່ນໆ. ໃນປີໜຶ່ງ ຊົນເຜົ່າສາມຕ່າວ ມີການເຮັດບຸນຕາມແຕ່ລະເດືອນ ເຊັ່ນ: ບຸນສູ່ຂວັນເຂົ້າ, ບຸນເຂົ້າຈີ່, ບຸນພະເຫວດ, ບຸນປີໃໝ່, ບຸນເຂົ້າ ພັນສາ, ບຸນເຂົ້າປະດັບດິນ, ບຸນເຂົ້າ ສະຫລາກ ແລະ ບຸນອອກພັນສາ (ການອອກຄອງຂອງພະສົງສຳມະ ເນນ) ຕາມຮອບວຽນຂອງປະຕິ ທິນລາວໃນແຕ່ລະເດືອນ. ສຳລັບ ສິລະປະວັນນະຄະດີຂອງຊົນເຜົ່າ ນີ້ແມ່ນປະກອບມີກອນຂັບ, ການ ລຳ, ເພງຮ້ອງ, ມີຄຳກອນ, ຄຳຜະ ຫຍາ, ສຸພາສຸດ, ນິທານ, ພື້ນສືບ ທີ່ ສ່ອງແສງເຖິງສັງຄົມຂອງແຕ່ລະ ຍຸກສະໄໝ ແລະ ເຄື່ອງດົນຕີເຊັ່ນ: ກອງ, ປີ່, ຊໍ່, ຄ້ອງ, ຄຸຍ ແລະ ອື່ນໆ. ພາບປະກອບ ຂປລ.ປັດຈຸບັນນັກທຸລະກິດລາວ ເຮົາ ກໍບໍ່ໜ້ອຍໜ້າ ໂດຍໄດ້ໝູນໃຊ້ ຄວາມຮູ້ຄວາມສາມາດຂອງຕົນແລະ ວັດຖຸດີບ ທີ່ມີພາຍໃນປະເທດມາຜະ ລິດ ເປັນເຄື່ອງຜະລິດຕະພັນອຸປະ ໂພກບໍລິໂພກຮັບໃຊ້ສັງຄົມລາວ ເຮົາ. ສິ່ງເຫລົ່ານີ້ເປັນສ່ວນໜຶ່ງຕອບ ສະໜອງຕາມນະໂຍບາຍຂອງພັກລັດວາງອອກ ໂດຍສະເພາະແມ່ນ ຫລຸດຜ່ອນການນຳເຂົ້າຈາກຕ່າງ ປະເທດ. ດັ່ງນັກທຸລະກິດ ທ່ານ ນາງ ມະນີວອນ ປະຊາຊົນບ້ານ ບຶງຂະຍອງ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ທີ່ມີຫົວຄິດ ປະດິດສ້າງ ແລະ ນຳເອົາຄວາມ ຊຳນິຊຳນານຂອງຕົນນໍາເອົາໝາກ ພ້າວ, ໝາກໄມ້ພື້ນເມືອງຊະນິດ ຕ່າງໆ ມາແປຮູບເປັນເຄື່ອງດື່ມເພື່ອ ສຸຂະພາບຮັບໃຊ້ສັງຄົມລາວເຮົາ. ນາງ ມະນີວອນ ພານຸວົງ ເລົ່າ ສູ່ຟັງໃນໂອກາດເອົາສິນຄ້າມາວາງ ຂາຍໃນບຸນມະມັດສະການພະທາດ ຫລວງວຽງຈັນວ່າ: ຕົນເອງເປັນຄົນ ມັກກິນນໍ້າໝາກພ້າວ, ມັກເອົານ້ຳ ໝາກພ້າວຖວາຍພະ ຈຶ່ງມີຄວາມ ຄິດຢາກເຮັດເປັນຜະລິດຕະພັນແປ ຮູບຈາກນໍ້າໝາກພ້າວ ໃນປີ 2020 ເປັນຕົ້ນມາ ຊຶ່ງຜະລິດຕະພັນທໍາ ອິດທີ່ເຮັດອອກມາ ແມ່ນນໍ້າໝາກ ພ້າວປະສົມນໍ້ານົມໂອດ ຊຶ່ງແມ່ນ ນົມປະສົມທັນຍາພືດຫລາຍຊະນິດ ແລະ ຕ່ອນໝາກພ້າວມາປະສົມ ໃສ່ກັນແລ້ວ ລອງມາກິນຮູ້ສຶກວ່າບໍ່ ຫິວເຂົ້າ ຈຶ່ງເໝາະສໍາລັບຄົນທີ່ຢາກ ຫລຸດນໍ້າໝັກ ເພາະມີລົດຊາດຫອມ ຫວານ ກໍເລີຍກາຍເປັນນໍ້ານົມໝາກ ພ້າວ ລົດຊາດແຊບຊ້ອຍ ຫອມນົມ, ນໍ້າໝາກພ້າວ ແລະ ໃບເຕີຍ ທີ່ຕອບ ໂຈດທັງເດັກນ້ອຍ ແລະ ຜູ້ໃຫຍ່. ນອກນີ້ແລ້ວ ມີຜະລິດຕະພັນອື່ນໆ ເຊັ່ນ: ວຸ້ນໝາກພ້າວຫອມ, ນໍ້າ ຫວານທັນຍາພືດຖົ່ວ 5 ສີຄື: ຖົ່ວ ດໍາ, ແດງ, ລາຍ, ໝາກເດືອຍ, ງາດຳ-ງາຂາວ. ນອກນີ້,ຍັງມີຊາ ຂຽວ, ກາເຟ ແລະ ກໍາລັງເຮັດອອກ ມາ ແມ່ນກີດໂຍເກິດ ຫລື ເວົ້າອີກ ຢ່າງໜຶ່ງວ່າ ເມນູສໍາລັບທີ່ຄົນຫລຸດ ນໍ້າໜັກສະເພາະ ເພາະໄລຍະນີ້ ຄົນ ກໍາລັງນິຍົມຮັກສາສຸຂະພາບ ໂດຍ ລາຄາ ຂາຍຜະລິດຕະພັນຕ່າງໆ ແມ່ນເລີ່ມຕົ້ນແມ່ນ 20 ພັນກີບຂຶ້ນ ໄປ ແລ້ວແຕ່ຜະລິດຕະພັນ ໂດຍສະ ອີກດ້ວຍ. ນາງ ມະນີວອນ ກ່າວ. ແນວໃດກໍຕາມ, ຜະລິດຕະພັນ ອຸປະໂພກ ບໍລິໂພກຂອງຄົນລາວ ເຮົາ ຈະຢູ່ຄຽງຂ້າງ ແລະ ຍືນຍົງ ຢູ່ໃນສັງຄົມລາວຕະຫລອດໄປພວກ ເຮົາຄົນລາວ ຕ້ອງເປັນເຈົ້າການໃຫ້ ການສະໜັບສະໜູນຜະລິດຕະພັນ ຂອງຄົນລາວເຮົາ. ຂະນະທີ່ທ່ານ ໃດສົນໃຈຜະລິດຕະພັນທ່ານ ນາງ ມະນີວອນ ກໍສາມາດຕິດຕໍ່ໄດ້ທີ່ເບີ 02028956546. ເລ່ຍສາມາດຂາຍຜະລິດຕະພັນໄດ້ ປະມານມື້ລະ 200 ຕຸກ ຂາຍຢູ່ ຕະຫລອດປອດສານພິດໄອເຕັກ ໃນວັນພຸດ, ເສົາ ແລະ ຕະຫລາດ ປອດສານພິດວຽງຈັນເຊັນເຕີໃນ ວັນພຸດ, ສຸກ, ເສົາ, ແຕ່ຈໍານວນນີ້ ຍັງບໍ່ລວມທີ່ໄປສົ່ງທີ່ຂາຍຢູ່ຮ້ານ ທະວີ ສາຂາວຽງຈັນເຊັນເຕີ ແລະ ໃນຕໍ່ໜ້າກໍຈະໄປຂາຍຢູ່ໂຊກທະ ວີ ສາຂາໜອງໄຮ່ນໍາອີກ. ຖືວ່າ ດີ ຫລາຍ ເພາະມີການບອກຕໍ່ ປາກຕໍ່ ປາກ ເຖິງຄວາມແຊບ ແລະ ອີກ ຢ່າງໜຶ່ງ ຜະລິດຕະພັນ ແມ່ນເຮັດ ມາຈາກວັດຖຸດິບສົດ ປອດສານພິດ ຈຶ່ງສາມາດດຶງດູດຜູ້ຄົນທີ່ມັກອອກ ກໍາລັງກາຍ ແລະ ຮັກສາສຸຂະພາບ. ພາຍຫລັງທີ່ນໍາສະເໜີຜະລິດຕະ ພັນສູ່ສັງຄົມ ເຫັນວ່າສັງຄົມໃຫ້ການ ຕອບຮັບດີແລະ ເປັນທີ່ຮູ້ຈັກໃນນາມ ຜະລິດຕະພັນ ເພື່ອສຸຂະພາບ ໂດຍ ສະເພາະແມ່ນຜະລິດຕະພັນທັນຍາ ພືດນໍ້ານົມໝາກພ້າວ, ໂຍເກິດ, ກີດ ໂຍເກິດ ຊຶ່ງເປັນເມນູ ເພື່ອສຸຂະພາບ ຈະໄດ້ຮັບຄວາມນິຍົມເປັນພິເສດ. ແນວໃດກໍດີຮູ້ສຶກດີໃຈຫລາຍທີ່ໄດ້ ຜົນຕອບຮັບດີຈາກລູກຄ້າ ເພາະ ເປັນການສ້າງມູນຄ່າເພີ່ມໃຫ້ຜະລິດ ຕະພັນທໍາມະຊາດ ແລະ ເປັນສົ່ງ ເສີມປະຊາຊົນທີ່ເຮັດອາຊີບກະສິກໍາ
RkJQdWJsaXNoZXIy MTc3MTYxMQ==