11/11/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ lt4kom6 fvy ogfp lts]v';a olh k'8A ' 37'dko ITEC 7q [Iv[ 61 xu ຂປລ. ສະຖານທູດອິນເດຍ ປະ ຈຳ ສປປ ລາວ ຈັດພິທີສະເຫລີມ ສະຫລອງວັນສ້າງຕັ້ງໂຄງການ ການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດຂອງອິນເດຍ (ITEC) ຄົບຮອບ 61 ປີ (1964) ໃນວັນທີ 7 ພະຈິກ 2025 ທີ່ນະຄອນຫລວງ ວຽງຈັນ ໂດຍມີທ່ານ ໂລຫິດ ບັບ ບ່າ (Rohit Babbar) ເລຂາເອກ (ການຄ້າ) ແລະ ຫົວໜ້າຫ້ອງການ ສະຖານທູດອິນເດຍ ປະຈຳ ສປປ ລາວ ພ້ອມດ້ວຍອະດີດນັກສຶກສາ ລາວ ທີ່ໄດ້ຮັບທຶນຈາກ ITEC ແລະ ສະມາຊິກຊາວອິນເດຍ ທີ່ອາໄສຢູ່ ລາວ ເຂົ້າຮ່ວມ. ທ່ານ ໂລຫິດ ບັບບ່າ ໄດ້ກ່າວວ່າ: ITEC ເປັນໂຄງການສ້າງຄວາມ ອາດສາມາດຫລັກຂອງກະຊວງ ການຕ່າງປະເທດ ກໍຄື ລັດຖະບານ ອິນເດຍ ແລະ ເປັນໜຶ່ງໃນໂຄງການ ຮ່ວມມືສາກົນທີ່ເກົ່າແກ່ ແລະ ປະສົບ ຜົນສຳເລັດຫລາຍທີ່ສຸດໃນການ ຮ່ວມມືພັດທະນາຂອງອິນເດຍ ກັບ ປະເທດຄູ່ຮ່ວມພັດທະນາ. ໂຄງການ ITEC ຍັງຄົງເປັນເສົາຫລັກໃນການ ຮ່ວມມືທາງດ້ານການພັດທະນາ ລະຫວ່າງອິນເດຍ ແລະ ລາວ ທີ່ສະ ທ້ອນໃຫ້ເຫັນຄວາມມຸ່ງໝັ້ນນຂອງ ອິນເດຍໃນການສ້າງທ່າແຮງ ແລະ ພັດທະນາຊັບພະຍາກອນມະນຸດໃນ ປະເທດ. ການມີສ່ວນຮ່ວມຂອງອະ ດີດນັກນັກສຶກສາ ITEC ໃນການ ພັດທະນາຊາດຂອງລາວ ແມ່ນ ຫລັກຖານທີ່ຊັດເຈນເຖິງຄວາມເຂັ້ມ ແຂງຂອງຄວາມຮ່ວມມືນີ້. ພາຍໃຕ້ໂຄງການ ITEC ລັດ ຖະບານອິນເດຍ ໄດ້ໃຫ້ທຶນຝຶກອົບ ຮົມທັງໄລຍະສັ້ນ ແລະ ໄລຍະຍາວ ໃນຫລາຍສາຂາໃຫ້ແກ່ພົນລະເມືອງ ລາວ ໂດຍສ່ວນໃຫຍ່ເປັນພະນັກ ງານ-ລັດຖະກອນ. ມາຮອດປັດຈຸ ບັນມີພະນັກງານລາວກວ່າ 1.500 ຄົນ ທີ່ໄດ້ຮັບຜົນປະໂຫຍດຈາກ ໂຄງການນີ້ໃນການພັດທະນາຄວາມ ຮູ້ຄວາມສາມາດດ້ານການບໍລິຫານ ແລະ ການພັດທະນາ. ສຳລັບປີ 2025-2026 ມີຜູ້ສະໝັກຄົນລາວ 22 ຄົນ ທີ່ໄດ້ຮັບການອະນຸມັດໃຫ້ ເຂົ້າຮ່ວມການຝຶກອົບຮົມໂຄງການ ITEC ຢູ່ປະເທດອິນເດຍ. ໃນງານຄັ້ງນີ້, ໄດ້ມີຜູ້ຕາງໜ້າ ຈາກອະດີດນັກສຶກສາທີ່ໄດ້ຮັບທຶນ ການສຶກສາຈາກ ITEC ໄດ້ມາ ແບ່ງປັນປະສົບການຂອງພວກ ເຂົາ ພ້ອມທັງໄດ້ກ່າວເຖິງການ ຝຶກອົບຮົມໃນອິນເດຍ ຊຶ່ງໄດ້ຊ່ວຍ ເພີ່ມພູນທັກສະວິຊາຊີບ ແລະ ມີ ສ່ວນຮ່ວມໃນການພັດທະນາວຽກ ງານໃນປະເທດລາວ. ງານຄັ້ງນີ້ ຍັງເປັນຮູບແບບໃນການແລກປ່ຽນ ຄວາມຮູ້ ແລະ ສ້າງເຄືອຂ່າຍການ ຮ່ວມມືລະຫວ່າງອະດີດນັກສຶກສາ ITEC ຈາກຫລາຍຂົງເຂດວິຊາຊີບ. ຂປລ. ສະຖາບັນຄົ້າຄວ້າວິທະ ຍາສາດການສຶກສາ (ສວສ) ກະ ຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລືປັບ ປຸງປຶ້ມແບບຮຽນວິຊາພາສາລາວ, ຄະນິດສາດ, ວິທະຍາສາດທຳມະ ຊາດ ແລະ ພາສາອັງກິດ ຂັ້ນ ມ1 ໃນວັນທີ 10 ພະຈິກ 2025 ທີ່ ແຂວງວຽງຈັນ ພາຍໃຕ້ໂຄງການ ພັດທະນາຂະແໜງການສຶກສາ ເພື່ອ ການຈ້າງງານ (EESDP) ເພື່ອ ຍົກສູງຄຸນນະພາບການສຶກສາ, ສົ່ງເສີມທັກສະການວິເຄາະ, ການ ແກ້ໄຂບັນຫາ ແລະ ຄວາມຄິດສ້າງ ສັນຂອງນັກຮຽນໃຫ້ສອດຄ່ອງກັບ ຍຸກສະຕະວັດທີ 21 ພ້ອມຈະນຳໃຊ້ ເຂົ້າໃນການຮຽນການສອນໃນສົກ ຮຽນ 2026-2027 ນີ້. ໂອກາດນີ້, ທ່ານ ອຸທິດ ທິບມະນີ ຮອງຜູ້ອຳນວຍການສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ໃນໄລຍະປີ 20212024 ສະຖາບັນຄົ້ນຄວ້າວິທະຍາ ສາດການສຶກສາພາຍໃຕ້ໂຄງການ ພັດທະນາຂະແໜງການສຶກສາ ເພື່ອ ການຈ້າງງານ (EESDP) ໄດ້ ສຳເລັດການພັດທະນາຫລັກສູດ ແລະ ປັບປຸງປຶ້ມຄູ່ມືຄູສຳລັບວິຊາບຸລິ ມະສິດຊັ້ນມັດທະຍົມສຶກສາແຕ່ຂັ້ນ ມ1-ມ7 ຊຶ່ງກອງປະຊຸມຄັ້ງນີ້ເປັນ ການສືບຕໍ່ ແລະ ສຸມໃສ່ການປັບປຸງ ປຶ້ມແບບຮຽນຂັ້ນ ມ1 ປະກອບ ມີ: ວິຊາພາສາລາວ, ຄະນິດສາດ, ວິທະຍາສາດທຳມະຊາດ ແລະ ພາ ສາອັງກິດ ໃຫ້ສອດຄ່ອງ ແລະ ແທດ ເໝາະກັບຫລັກສູດ ແລະ ປຶ້ມຄູ່ມືຄູ ສະບັບປັບປຸງໃໝ່ ຊຶ່ງຜູ້ເຂົ້າຮ່ວມ ໄດ້ຈັດແບ່ງອອກເປັນກຸ່ມຍ່ອຍຕາມ ລາຍວິຊາ ພ້ອມກັນລະດົມຄວາມ ຄິດແລກປ່ຽນບົດຮຽນປັບປຸງເນື້ອ ໃນການຈັດວາງ ແລະ ກິດຈະກຳ ອື່ນໆ ໃຫ້ມີຄວາມເປັນເອກະພາບ ແລະ ແທດເໝາະກັບການພັດທະນາ ຜູ້ຮຽນໃນຍຸກສະຕະວັດທີ 21 ແນ ໃສ່ຍົກສູງຄຸນນະພາບການສຶກ ສາລະດັບຊັ້ນມັດທະຍົມຊອກຫາ ຄວາມຮູ້ດ້ວຍຕົນເອງສາມາດນຳ ໃຊ້ຄວາມຮູ້ ແລະ ທັກສະທີ່ໄດ້ຮຽນ ມາເຂົ້າໃນຊີວິດປະຈຳວັນ ແລະ ປະກອບອາຊີບໄດ້ຢ່າງມີປະສິດ ທະພາບ. ທ່ານ ອຸທິດ ທິບມະນີ ໄດ້ເນັ້ນ ໃຫ້ຜູ້ເຂົ້າຮ່ວມກອງປະຊຸມຄຳນຶງ ເຖິງດ້ານເນື້ອໃນໃຫ້ເໝາະສົມກັບ ຮູບພາບປະກອບ ເພື່ອໃຫ້ສອດຄ່ອງ ກັບຫລັກສູດ ແລະ ປຶ້ມຄູ່ມືຄູການນຳ ໃຊ້ຄຳສັບໃນພາສາລາວໃຫ້ເປັນ ເອກະພາບ, ການກຳນົດຮູບແບບ ແລະ ຂະໜາດຕົວໜັງສືໃຫ້ເໝາະ ສົມກັບມາດຖານໜ້າເຈ້ຍທີ່ວາງໄວ້ ແລະ ໃຫ້ແທດເໝາະກັບງົບປະມານ ທີ່ວາງໄວ້ພ້ອມກັນແລກປ່ຽນຄວາມ ຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ ປຶ້ມແບບຮຽນແຕ່ລະວິຊາມີເນື້ອໃນ ທີ່ຄົບຖ້ວມສົມບູນກຽມພ້ອມເຂົ້າ ໃນການຈັດພິມ ແລະ ນຳໃຊ້ໃນ ສົກຮຽນ 2026-2027 ທີ່ຈະມາ ເຖິງນີ້. ຂ່າວ: ສົມຫວັງ, ພາບ: ບຸນທະວີ ຂປລ. ຄະນະນັກສໍາມະນາກອນ ຈາກຄະນະໂຄສະນາອົບຮົມບັນດາ ແຂວງ ແລະ ສື່ມວນຊົນຂອງລາວ ໄດ້ແລກປ່ຽນບົດຮຽນປະສົບການ ດ້ານການຄຸ້ມຄອງສື່ສັງຄົມອອນ ລາຍ, ການປັບປຸງກົງຈັກການ ຈັດຕັ້ງ ແລະ ການຄຸ້ມຄອງສື່ມວນ ຊົນໃນໄລຍະໃໝ່ ກັບກົມສື່ມວນ ຊົນ ແລະ ພິມຈໍາໜ່າຍ ຄະນະ ໂຄສະນາອົບຮົມສູນກາງພັກ ແລະ ຂົນຂວາຍປະຊາຊົນຫວຽດນາມ ເພື່ອຖອດຖອນບົດຮຽນ ແລະ ປະ ກອບສ່ວນເພີ່ມທະວີຮັດແໜ້ນການ ພົວພັນຮ່ວມມືໃນຂົງເຂດສື່ມວນ ຊົນລະຫວ່າງສອງປະເທດໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ. ການພົບປະແລກປ່ຽນບົດຮຽນ ໃນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 7 ພະຈິກ 2025 ທີ່ກົມສື່ມວນຊົນ ແລະ ພິມຈໍາໜ່າຍຄະນະໂຄສະນາ ອົບຮົມສູນກາງພັກ ແລະ ຂົນຂວາຍ ປະຊາຊົນຫວຽດນາມ ໃນໂອກາດທີ່ ສໍາມະນາກອນຈາກຄະນະໂຄສະນາ ອົບຮົມບັນດາແຂວງ ແລະ ສື່ມວນ ຊົນຂອງລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານການນໍາພາ-ຄຸ້ມຄອງ ສື່ມວນຊົນຢູ່ຫວຽດນາມ ໃນລະ ຫວ່າງວັນທີ 15 ຕຸລາ-6 ທັນວາ 2025 ໂດຍໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກທ່ານ ຕົ່ງ ວັນແທ່ງ ຫົວໜ້າກົມສື່ມວນຊົນ ແລະ ພິມຈໍາ ໜ່າຍ ພ້ອມດ້ວຍຄະນະ ຊຶ່ງທ່ານ ໄດ້ຕີລາຄາສູງຕໍ່ການແລກປ່ຽນ ບົດຮຽນລະຫວ່າງອົງການສື່ມວນ ຊົນຫວຽດນາມ ແລະ ລາວ ເປັນ ການພົບປະຖານສະຫາຍອ້າຍນ້ອງ ສະແດງໃຫ້ເຫັນຄວາມສະນິດສະ ໜົມທີ່ເປັນມູນເຊື້ອ ແລະ ປະກອບ ສ່ວນເພີ່ມພູນຄູນສ້າງສາຍພົວພັນ ລະຫວ່າງສອງປະເທດລາວ-ຫວຽດ ນາມ ໃຫ້ແໜ້ນແຟ້ນ ແລະ ກ້າວເຂົ້າ ສູ່ລວງເລິກຍິ່ງໆຂຶ້ນ. ໂອກາດນີ້, ທ່ານ ຕົ່ງ ວັນແທ່ງ ຍັງແຈ້ງໃຫ້ຮູ້ກ່ຽວກັບໂຄງປະກອບ ການຈັດຕັ້ງ, ສະພາບການເຄື່ອນ ໄຫວວຽກງານສື່ມວນຊົນ ແລະ ພິມຈໍາໜ່າຍໃນໄລຍະໃໝ່, ຍົກໃຫ້ ເຫັນເຖິງວຽກງານສື່ມວນຊົນນັ້ນ ແມ່ນມີຄວາມສໍາຄັນໃຫຍ່ຫລວງຕໍ່ ພາລະກິດປະຕິວັດ ກໍຄືພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຫວຽດນາມ ພາຍຫລັງ ມີການປັບປຸງ, ສັບຊ້ອນກົງຈັກການ ຈັດຕັ້ງຕາມແນວທາງນະໂຍບາຍ ຂອງພັກກອມມູນິດຫວຽດນາມ ໃຫ້ກະທັດຮັດ ຈາກ 63 ແຂວງ ມາເປັນ 34 ແຂວງໃນປັດຈຸບັນ ສະເພາະວຽກງານສື່ມວນຊົນຍັງ ເຫລືອ 700 ກວ່າອົງການ ໃນນີ້, ມີ ນັກຂ່າວ 41.000 ກວ່າຄົນ ເພື່ອແນ ໃສ່ເສີມຂະຫຍາຍທ່າແຮງດ້ານວິຊາ ສະເພາະຂອງແຕ່ລະອົງການສື່ມວນ ຊົນຢ່າງມີປະສິດທິຜົນ, ຫລີກລ່ຽງ ການຊໍ້າຊ້ອນດ້ານພາລະບົດບາດ ແລະ ຫັນສູ່ລະບົບທີ່ທັນສະໄໝດ້ານ ການສະໜອງຂໍ້ມູນຂ່າວສານເທື່ອ ລະກ້າວ. ການພົບປະແລກປ່ຽນບົດຮຽນ ໃນຄັ້ງນີ້, ທ່ານ ເປັງ ລາດຄໍາພູມີ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງສະລະວັນ ຕາງໜ້າໃຫ້ຄະນະ ຊຸດອົບຮົມ ຍັງໄດ້ລາຍງານໂດຍຫຍໍ້ ກ່ຽວກັບສະພາບການຝຶກອົບຮົມ ວຽກງານການນໍາພາ-ຄຸ້ມຄອງສື່ ມວນຊົນຢູ່ຫວຽດນາມ ໃຫ້ຄະນະ ນໍາກົມສື່ມວນຊົນ ແລະ ພິມຈໍາໜ່າຍ ຄະນະໂຄສະນາອົບຮົມສູນກາງ ພັກ ແລະ ຂົນຂວາຍປະຊາຊົນ ຫວຽດນາມ ໄດ້ຮັບຊາບພ້ອມທັງ ຢ້ຽມຊົມຫໍມູນເຊື້ອ, ຫໍສະມຸດ ແລະ ສະຖານທີ່ວາງສະແດງດ້ານວັດທະ ນະທໍາ-ສັງຄົມຂອງຄະນະໂຄສະນາ ອົບຮົມສູນກາງພັກ ແລະ ຂົນຂວາຍ ປະຊາຊົນຫວຽດນາມ ຕື່ມອີກ. ສະມາຄົມນັກທຸລະກິດໜຸ່ມ...ົັຸິຸ່ ຄໍາເຫັນ ແລະ ເປັນເອກະພາບບັນດາ ເອກະສານສໍາຄັນຂອງສະມາຄົມ ນັກທຸລະກິດໜຸ່ມແຫ່ງຊາດ ເປັນຕົ້ນ ກອງປະຊຸມໄດ້ຮັບຟັງການລາຍ ງານວຽກງານທີ່ພົ້ນເດັ່ນໃນການ ຈັດຕັ້ງປະຕິບັດວຽກງານຂອງຄະ ນະບໍລິຫານງານສະມາຄົມນັກທຸລະ ກິດໜຸ່ມແຫ່ງຊາດ ໃນໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນ ການ 2026; ໄດ້ຮັບຟັງການຜ່ານ ມະຕິຕົກລົງຮັບຮອງຄະນະບໍລິຫານ ງານ ແລະ ຄະນະທີ່ປຶກສາສະມາຄົມ ນັກທຸລະກິດໜຸ່ມ ສະໄໝທີ V; ໄດ້ ຄົ້ນຄວ້າ ແລະ ຮັບຮອງເອົາແຜນດໍາ ເນີນງານຂອງຄະນະບໍລິຫານງານ ສະມາຄົມນັກທຸລະກິດໜຸ່ມ ສະໄໝ ທີ V ປີ 2025-2029 ຊຶ່ງເນື້ອ ໃນໄດ້ຍົກໃຫ້ເຫັນເຖິງແຜນການ ເຄື່ອນໄຫວວຽກງານຕ່າງໆຂອງ ຄະນະບໍລິຫານງານສະມາຄົມນັກ ທຸລະກິດໜຸ່ມ ໂດຍສະເພາະການນໍາ ພາ-ຊີ້ນໍາລວມ, ວຽກງານຈຸດສຸມ ທາງດ້ານການເມືອງ-ແນວຄິດ, l;l sk]n xa [x5 ' xB ,c[[IPo 4 ;y -k 0A o ,1 7totoa dle,tokdvo]k; c]dxj Po[q fIPooe7tot37ltokvq [Iq , l6 odk'ra d{0q o0;kpxt-k-q os;Pfok, ດ້ານການຈັດຕັ້ງ, ດ້ານຂະບວນ ການ ກໍຄື ກິດຈະກຳຕ່າງໆ, ວຽກ ພັກ ແລະ ອົງການຈັດຕັ້ງມະຫາຊົນ, ການຮ່ວມມືພາຍໃນ ແລະ ຕ່າງປະ ເທດ ເພື່ອເປັນພື້ນຖານໃນການຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນນັກທຸລະກິດໜຸ່ມທົ່ວປະເທດ ຄັ້ງທີ V ໃຫ້ປະກົດຜົນເປັນຈິງ. ພ້ອມນີ້, ຜູ້ແທນກອງປະຊຸມຍັງໄດ້ ປະກອບຄຳເຫັນ ແລະ ມີຄວາມ ເປັນເອກະພາບສູງຮັບຮອງເອົາ ມະຕິຕົກລົງວ່າດ້ວຍລະບອບ ແລະ ແບບແຜນວິທີເຮັດວຽກຂອງຄະນະ ບໍລິຫານງານສະມາຄົມນັກທຸລະກິດ ໜຸ່ມສະໄໝທີ V ແລະ ຂໍ້ຕົກລົງແບ່ງ ຄວາມຮັບຜິດຊອບພາຍໃນຄະນະ ບໍລິຫານງານສະມາຄົມນັກທຸລະກິດ ໜຸ່ມສະໄໝທີ V. ກອງປະຊຸມຄັ້ງນີ້, ຍັງໄດ້ຮັບ ຟັງການປະກອບຄໍາເຫັນລົງເລິກ ຕໍ່ບັນຫາທີ່ສໍາຄັນຈາກບັນດາທ່ານ ແຂກທີ່ມາຈາກກະຊວງຕ່າງໆ ເປັນ ຕົ້ນຂັ້ນຕອນ ແລະ ວິທີການເຂົ້າ ຫາແຫລ່ງທຶນດອກເບ້ຍຕໍ່າ, ການ ເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ, ການ ເຂົ້າເຖິງໂຄງການລົງທຶນຂອງລັດ ໃນຂົງເຂດການກໍ່ສ້າງພື້ນຖານ ໂຄງລ່າງ, ການເຂົ້າເຖິງໂຄງການ ບຸລິມະສິດຂອງລັດ ໃນຂົງເຂດກະ ສິກຳສົ່ງເສີມການຜະລິດພາຍໃນ ເພື່ອຫລຸດຜ່ອນການນໍາເຂົ້າຈາກ ຕ່າງປະເທດ, ວິທີການບໍລິຫານຍຸກ ໃໝ່ ເພື່ອເພີ່ມມາດຕະຖານການຖື ບັນຊີໃຫ້ເຂົ້າເຖິງແຫລ່ງທຶນ ແລະ ຕະຫລາດ ພ້ອມທັງຮັບຟັງການ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ຕື່ມອີກ. ໂອກາດນີ້, ທ່ານ ທອງລີ ສີສຸລິດ ໄດ້ໂອ້ລົມຄະນະບໍລິຫານງານສະ ມາຄົມນັກທຸລະກິດໜຸ່ມ ເພື່ອໃຫ້ທິດ ເຍືອງທາງໃນຕໍ່ໜ້າ. ພ້ອມນີ້, ໃນພິທີ ຍັງໄດ້ມອບ-ຮັບໃບຍ້ອງຍໍໃຫ້ແກ່ ບຸກຄົນທີ່ມີຜົນງານດີເດັ່ນໃນການ ເຄື່ອນໄຫວປະກອບສ່ວນເຂົ້າໃນ ການພັດທະນາທຸລະກິດ, ພັດທະນາ ວຽກງານຊາວໜຸ່ມ-ເຍົາວະຊົນ ກໍຄື ວຽກງານຊ່ວຍເຫລືອສັງຄົມຕື່ມອີກ. ຂໍ້ມູນ: ສື່ມວນຊົນໜຸ່ມລາວ
RkJQdWJsaXNoZXIy MTc3MTYxMQ==