okpq d]a f4t,q o8u Ij ;,g;mu xb dlksk]n ]ts;j k'rkd]a f{gvdt-q o0v']k; c]t ltstot7vo gvg,ia f vkia [ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 12.02.2025 ປີທີ 24 ສະບັບທີ 6.122ັຸີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j [5 oot,a fltdkozklkfsu o;a fr6 9exkla d xt9exu 2025 9a f0B o1j k'7b d7N o ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 6່ າໍ່ ໜ້າ cs]j 'mj v'mj P; [b '|v'gmq k c]t 4Exkg-n v, 9tgxu f[= ]y dko.ow;MoU Iv'okpq d]a f4t,q o8u -U oe;Pd'ko16j c0;'7e,j ;o ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ /b dvq [Iq ,dko;y g7kt c]t ra fmtok dko9a f8A '.sh rtoa d'ko0A odq , Iv'okpq d]a f4t,q o8u 1h P,1k,3I''ko 0v'[= ]y la fIj ;,,n ra fmtok[+ cIj w-lq ,[6 o 9eda fz6h fP; ຂປລ. ຕະຫລອດໄລຍະ 70 ປີ ແຫ່ງການນໍາພາ-ຊີ້ນໍາຂອງພັກປະ ຊາຊົນ ປະຕິວັດລາວ ນັ້ນ, ພັກໄດ້ນໍາ ພາຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ ຈະເລີນຮຸ່ງເຮືອງ ເຊິ່ງເຫັນໄດ້ປະຈັກ ຕາວ່າເວລາໃດປະເທດຊາດຂອງ ພວກເຮົາກໍໄດ້ຮັບການພັດທະນາ ເປັນຕົ້ນບັນດາພື້ນຖານໂຄງລ່າງທີ່ ຈໍາເປັນເຊັ່ນ: ໂຮງຮຽນ, ໂຮງໝໍ, ຖະໜົນຫົນທາງ, ໂທລະຄົມມະນາ ຄົມ, ລະບົບໄຟຟ້າ, ນໍ້າປະປາ ແລະ ອື່ນໆ ໄດ້ຮັບການພັດທະນາໂດຍ ສະເພາະວຽກງານຖະແຫລງຂ່າວ, ຂປລ. ກະຊວງພາຍໃນ ຈັດ ຝຶກອົບຮົມຫລັກສູດວິເຄາະ ແລະ ພັດທະນາການຈັດຕັ້ງໃຫ້ພະນັກ ງານຫລັກແຫລ່ງຂັ້ນກົມໃນວັນທີ 10 ກຸມພາ 2025 ໂດຍການເປັນ ປະທານຂອງທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງ ພາຍໃນ, ມີຫົວໜ້າກົມ-ຮອງກົມ, ຫ້ອງການ, ສະຖາບັນ ແລະ ສູນທີ່ ສັງກັດກະຊວງພາຍໃນເຂົ້າຮ່ວມ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ພະນັກງານຫລັກແຫລ່ງຂອງ ກະຊວງພາຍໃນ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈທາງດ້ານການວິເຄາະ ງານຫລາຍຂຶ້ນ. ທ່ານ ນາງ ລີວົງ ລາວລີ ໄດ້ ໃຫ້ຮູ້ວ່າ: ການຈັດສໍາມະນາຄັ້ງນີ້, ກໍເພື່ອສ້າງຄວາມເຂັ້ມແຂງດ້ານ ວຽກງານວິເຄາະ ແລະ ພັດທະນາ ການຈັດຕັ້ງໃຫ້ພະນັກງານຫລັກ ແຫລ່ງຂອງກະຊວງພາຍໃນ, ທັງ ເປັນການຈັດຕັ້ງຜັນຂະຫຍາຍບັນ ດາແນວທາງ-ນະໂຍບາຍ, ມະຕິ, ຄໍາສັ່ງ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ໃຫ້ປະກົດຜົນ ເປັນຈິງໃນແຕ່ລະໄລຍະ. ພ້ອມກັນ ນັ້ນ, ກໍເພື່ອກຽມຄວາມພ້ອມດ້ານ ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ກະຊວງການຕ່າງປະ ເທດ ຮ່ວມກັບກະຊວງແຜນການ ແລະ ການລົງທຶນ ລວມທັງພາກ ທຸລະກິດຈາກ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຈັດກອງປະຊຸມເວທີປຶກສາຫາລື ລະຫວ່າງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ສະຫະນະ ຄອນ ເອເມຣັດ ອາຣັບ ໃນວັນທີ 10 ກຸມພາ 2025 ທີ່ນະຄອນດູໄບ, ປະເທດສະຫະນະຄອນ ເອເມຣັດ ອາຣັບ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນການຜັນຂະຫຍາຍ ນະໂຍບາຍວຽກງານການທູດ ເສດຖະກິດຂອງ ສປປ ລາວ. ຈຸດປະສົງການຈັດເວທີປຶກສາ ຫາລືໃນຄັ້ງນີ້, ເພື່ອເປັນການໂຄ ສະນາ, ແລກປ່ຽນປະສົບການ ແລະ ຊຸກຍູ້ສົ່ງເສີມການຮ່ວມມື ດ້ານທຸລະກິດ, ການຄ້າ ແລະ ດຶງດູດການລົງທຶນຈາກບັນດາ ປະເທດຕາເວັນອອກກາງເຂົ້າມາ ລົງທຶນໃນຂະແໜງການຕ່າງໆ ທີ່ເປັນບູລິມະສິດ ແລະ ທ່າແຮງ ຢູ່ ສປປ ລາວ ໃຫ້ຫລາຍຍິ່ງຂຶ້ນ. ເວທີປືກສາຫາລືດັ່ງກ່າວ, ເປັນ ຂີດໝາຍສໍາຄັນ ແລະ ເປັນກິດຈະ ກໍາຄັ້ງປະຖົມມະລືກ ລະຫວ່າງ ສອງປະເທດ ເພື່ອຮັດແໜ້ນສາຍ ພົວພັນຮ່ວມມືລະຫວ່າງສອງ ປະເທດ ກໍຄື ການກະກຽມເພື່ອ ຂປລ. ກົມສົ່ງເສີມການຄ້າ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ gxu f'ko;k'ltcf']q f 2025 16 j ot7vos];';P'9a o ອ່ານຕໍ່ໜ້າ 4່ າໍ່ ໜ້າ ແລະ ການຄ້າ ຮ່ວມກັບວິສາຫະກິດ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຮັບການພັດທະນາ ຢ່າງຕໍ່ເນື່ອງ. ທ່ານ ວຽງພອນ ສຸກຂະວົງ ຜູ້ ອຳນວຍການໂຮງຮຽນສິລະປະ ແຫ່ງຊາດ ໄດ້ໃຫ້ທັດສະນະຕໍ່ວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 195522 ມີນາ 2025) ທີ່ຈະມາເຖິງນີ້ ວ່າ: ຕະຫລອດໄລຍະຜ່ານມາ, ພັກ ແລະ ລັດຖະບານລາວ ໄດ້ເອົາໃຈ ໃສ່ພັດທະນາວຽກງານ ຖວທ ໂດຍ ສະເພາະວຽກງານວັດທະນະທຳ ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ.ໃນວັນທີ 10 ກຸມພາ 2025 ນີ້, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ, ພ້ອມຄະນະໄດ້ເຄື່ອນໄຫວ ຢ້ຽມຢາມໂຮງງານຂອງບໍລິສັດ ຮ່ວມມືພັດທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ຢູ່ແຂວງໄຊສົມບູນ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າ ແຂວງໄຊສົມບູນ ພ້ອມຄະນະຮ່ວມ ຕິດຕາມ. ທັງນີ້, ກໍເພື່ອເປັນການ ຕິດຕາມການຈັດຕັ້ງປະຕິບັດບັນດາ ໂຄງການຂຸດຄົ້ນບໍ່ແຮ່ທີ່ກຳນົດໃນ ແຜນພັດທະນາເສດຖະກິດສັງຄົມ ໃຫ້ຖືກຕ້ອງຕາມລະບຽບຫລັກການ ທີ່ກຳນົດໄວ້ຢ່າງເຂັ້ມງວດແນໃສ່ ເຮັດໃຫ້ການຂຸດຄົ້ນມີຄວາມເປັນ ລະບຽບຮຽບຮ້ອຍຖືກຕ້ອງສອດ rkp.8h dkooerk0v'ra d gIa f.sh ;Pd'ko 4;m wfh Ia [dkora fmtok1j k'8gonj + v' 8A '|h kxa [x5 'd+ lh k'ra d .sh xvf.l g0A ,c0' |a dc|h oK ຄ່ອງຕາມ 4 ກົດໝາຍ ທີ່ຕິດພັນ ເປັນຕົ້ນກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍການຈັດສັນພູມ ລຳເນົາ ແລະ ອາຊີບ, ກົດໝາຍວ່າ ດ້ວຍແຮ່ທາດ ແລະ ກົດໝາຍວ່າ ດ້ວຍການລົງທຶນຂອງລັດ. ທ່ານ ພອນແກ້ວ ອິນທະລັງສີ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 12/02/2025 xtgmf]k; gxu fIh ko9e|j kpzt]y f8tra o x5 p{1k le]a [4qj ;]Po ຮອງນາຍົກລັດຖະມົນຕີ ຊີ້ນຳ...ົັົີີ້ ນາຍົກລັດຖະມົນຕີ...ົັົີ ຮອງນາຍົກລັດຖະມົນຕີ ...ົັົີ ບຸນນະມັດສະການ...ຸັ ຂປລ. ວັນທີ 10 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ຕິດຕາມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ, ທັງ ເຂົ້າຮ່ວມບຸນນະມັດສະການພະ ທາດສີໂຄດຕະບອງ ແລະ ໄດ້ໂອ້ລົມ ພະນັກງານການນໍາຫລັກແຫລ່ງ ຂອງແຂວງ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ບັນດາການນໍາຂອງແຂວງ, ການ ນໍາເມືອງ ແລະ ພະແນກການທີ່ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄຳເຫັນແລກປ່ຽນ ແລະ ໃຫ້ ທິດຊີ້ນຳຕໍ່ການນຳແຂວງຄໍາມ່ວນ ໂດຍໄດ້ເນັ້ນໃຫ້ເອົາໃຈເພີ່ມທະວີ ມາດຕະການສະກັດກັ້ນການກໍ່ອາ ຊະຍາກໍາຂ້າມຊາດ, ການແກ້ໄຂ ບັນຫາຢາເສບຕິດ, ສິ່ງທີ່ຜິດກົດ ຂປລ. ບຸນນະມັດສະການຜາ ສາດຫີນວັດພູຈໍາປາສັກ ປະຈໍາປີ 2025 ເປີດຂຶ້ນຢ່າງເປັນທາງການ ໃນຕອນຄໍ່າວັນທີ 10 ກຸມພາ 2025 ຢູ່ເດີ່ນສະຖານບູຮານວັດພູ ໂດຍ ມີທ່ານ ພົນເອກ ວິໄລ ຫລ້າຄຳ ຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ທ່ານນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານ ປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງ ວັນທີ 11 ກຸມພາ 2025 ຈະ ມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາ ກັອຟຊາວບ້ານ, ກິລາແລ່ນເປົາ ແລະ ທ່ຽວງານບຸນຕາມອັດທະຍາ ໄສ; ວັນທີ 12 ກຸມພາ 2025 ກົງ ກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫລື ເດືອນສາມເພັງ ເປັນວັນບຸນມາຄະ ບູຊາ ເປັນວັນບຸນທີ່ມີຄວາມສໍາຄັນ ທາງພະພຸດສະສາໜາ, ຕອນເຊົ້າ, ຄະນະນໍາຂັ້ນແຂວງກໍຈະໄດ້ນໍາພາ ມວນຊົນທໍາບຸນໃສ່ບາດຖວາຍສັງ ຄະທານແດ່ພະສົງ, ຕອນແລງກໍມີ ພິທີວຽນທຽນ ເນື່ອງໃນວັນມາຄະ ບູຊາ. ທັງນີ້, ກໍເພື່ອເສີມຂະຫຍາຍ ມູນເຊື້ອປະຫວັດສາດ, ຮີດຄອງ ປະເພນີອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້ພ້ອມທັງເປັນ ການດຶງດູດນັກທ່ອງທ່ຽວ. ຂ່າວ-ພາບ: ທູນທອງໃຈ ຂປລ. ບໍລິສັດລາວຖົ່ວລຽນໂກ ເດິນຟຣຸດ ຈຳກັດ ເປີດຮ້ານຈຳໜ່າຍ ຜະລິດຕະພັນປຸຍ ແລະ ຢາ ສຳລັບ ຖົ່ວລຽນຢູ່ບ້ານນາຄວາຍໃຕ້ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 10 ກຸມພາ 2025 ໂດຍ ໄດ້ນຳເອົາປຸຍ-ຢາ ທຸກຊະນິດທີ່ໃຊ້ ສຳລັບຖົ່ວລຽນ ແລະ ໄມ້ໃຫ້ໝາກ ທຸກຊະນິດ, ພ້ອມອຸປະກອນການ ກະເສດມາຈຳໜ່າຍ ໂດຍມີບັນດາ ບໍລິສັດປຸຍ-ຢາ ຈາກປະເທດເພື່ອນ ບ້ານ (ໄທ) ເຂົ້າຮ່ວມ. ທ່ານ ດວງດາວວອນ ສຸລິຍະ ວົງສາ ຜູ້ອຳນວຍການບໍລິສັດລາວ ຖົ່ວລຽນ ໂກເດິນຟຣຸດ ຈຳກັດ ໄດ້ ໃຫ້ຮູ້ວ່າ: ການເປີດຮ້ານຈຳໜ່າຍ ຜະລິດຕະພັນປຸຍ ແລະ ຢາ ໃນຄັ້ງ ນີ້ ເພື່ອສະໜອງປຸຍ ແລະ ຢາ ທຸກ ຊະນິດທີ່ໃຊ້ສຳລັບຖົ່ວລຽນ ແລະ ໄມ້ໃຫ້ໝາກພ້ອມອຸປະກອນການ ກະເສດໃຫ້ກະສິກອນໃນຂອບເຂດ ທົ່ວປະເທດ ໄດ້ນຳໃຊ້ຜະລິດຕະພັນ ທີ່ດີ, ມີຄຸນນະພາບແບບຄົບວົງຈອນ ແນໃສ່ເຮັດໃຫ້ສວນຖົ່ວລຽນຂອງ ຄົນລາວມີຜົນຜະລິດທີ່ດີ, ໄດ້ທັງ ປະລິມານ ແລະ ຄຸນນະພາບເພື່ອ ຈຳໜ່າຍພາຍໃນປະເທດ ແລະ ສົ່ງ ອອກໄປຕ່າງປະເທດ ເພື່ອສ້າງລາຍ ຮັບໃຫ້ກຸ່ມຜູ້ປູກ. ນອກຈາກຈຳໜ່າຍຜະລິດຕະ ພັນປຸຍ ແລະ ຢາ ແລ້ວ, ທ່ານ ດວງດາວວອນ ສຸລິຍະວົງສາ ຍັງ ໄດ້ເປີດໃຫ້ຄໍາປຶກສາກ່ຽວກັບການ ເຮັດສວນຖົ່ວລຽນເປັນຕົ້ນເຕັກນິກ ການປູກ, ການບົວລະບັດ, ການ ໃສ່ຝຸ່ນ, ໃສ່ປຸຍ ແລະ ອື່ນໆ ໃຫ້ຜູ້ ປະກອບການ, ນັກທຸລະກິດ, ກະສິ ກອນທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີກຳລັງຊັບ, ມີທຶນຮອນທີ່ມີ ຄວາມສົນໃຈຢາກສ້າງສວນໝາກ ຖົ່ວລຽນ ຕື່ມອີກ. ຂ່າວ-ພາບ: ທະນູທອງ ຮອງຜູ້ບໍລິຫານງານຝ່າຍລາວ ຕາງໜ້າບໍລິສັດຮ່ວມມືພັດທະນາ ບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ໄດ້ ລາຍງານໂດຍຫຍໍ້ກ່ຽວກັບຄວາມ ຄືບໜ້າຂອງການຈັດຕັ້ງປະຕິບັດ ວຽກງານຂອງບໍລິສັດຮ່ວມມືພັດ ທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ ດຽວ ພາຍຫລັງທີ່ໄດ້ເຊັນສັນຍາ MOU ໃນປີ 2020 ແລະ ເຊັນ ສັນຍາ CA ໃນປີ 2023 ບໍລິສັດ ໄດ້ປະຕິບັດມອບພັນທະໃຫ້ແກ່ ລັດຖະບານ ແລະ ແຂວງໄຊສົມບູນ ຕາມສັນຍາ, ບໍລິສັດສາມາດປ້ອນ ແຮ່ໄດ້ 600 ໂຕນຕໍ່ມື້, ໃນປີ 2024 ບໍລິສັດໄດ້ປ້ອນແຮ່ດິບເຂົ້າໂຮງງານ ທັງໝົດ 161.000 ໂຕນ, ໄດ້ ເປີດເຕົາຫລອມ 3 ຄັ້ງ ສາມາດ ເກັບກູ້ຜະລິດຕະພັນແຮ່ຄໍາທັງໝົດ 169 ກິໂລ ຊຶ່ງຄຸນນະພາບຂອງ ແຮ່ຄໍາແມ່ນ 70%, ໄດ້ມອບໃຫ້ ແກ່ລັດຖະບານ ແລະ ແຂວງຕາມ ສັນຍາ 3 ຄັ້ງ ລວມທັງໝົດ 23,5 ກິໂລ. ໂອກາດນີ້, ທ່ານ ພົອ ຈັນສະ ໝອນ ຈັນຍາລາດ ຍັງໄດ້ໃຫ້ທິດຊີ້ ນຳຕໍ່ການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການ ຈັດຕັ້ງປະຕິບັດວຽກງານດຳເນີນ ໄປດ້ວຍຄວາມຖືກຕ້ອງຕາມຂັ້ນ ຕອນ ແລະ ລະບຽບຫລັກການ, ທັງ ເປັນການຮັກສາສິດຜົນປະໂຫຍດ ຂອງທັງສອງຝ່າຍໃຫ້ມີຄວາມໂປ່ງ ໃສ ແລະ ສາມາດກວດສອບໄດ້ໃນ ແຕ່ລະໄລຍະຂອງການຂຸດຄົ້ນດ້ວຍ ຄວາມເປັນທຳແນໃສ່ສ້າງຄວາມ ເປັນເອກະພາບສູງໃນການຈັດຕັ້ງ ປະຕິບັດ, ເຮັດໃຫ້ທົ່ວສັງຄົມມີສະຕິ ເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ສູງຂຶ້ນ, ມີປະ ສິດທິພາບ ແລະ ປະສິດທິຜົນເພື່ອ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍກົດໝາຍ ມີຄວາມເຂັ້ມງວດ ແລະ ສັກສິດ ກວ່າເກົ່າ. ຂ່າວ: ຄຳໝັ້ນ ພຽງພິລາ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ມີພະເຖລະນຸເຖລະ, ບັນດາ ການນໍາຈາກສູນກາງ, ການນໍາ ແຂວງພາກໃຕ້, ບັນດາທູຕານຸທູດ, ກົງສູນໃຫຍ່ ສສ ຫວຽດນາມ, ຣາ ຊະອານາຈັກກຳປູເຈຍ, ຣາຊະອາ ນາຈັກໄທ ຕະຫລອດຮອດມວນ ຊົນເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ. ໂອກາດນີ້, ທ່ານ ອາລຸນໄຊ ສູນ ນະລາດ ເຈົ້າແຂວງໆຈໍາປາສັກ ໄດ້ ມີຄໍາເຫັນວ່າ: ບຸນນະມັດສະການຜາ ສາດຫີນວັດພູ ມໍລະດົກໂລກແຫ່ງທີ II ຂອງລາວປະຈໍາປີ2025ນີ້, ຕາມ ຄໍາຂວັນຂອງແຂວງ ທີ່ສົມຄວນ ຊອກຫາຮຽນຮູ້ ຄື: ເອກະລັກວັດພູ, ກຸຫລາບປາກເຊ, ກາເຟປາກຊ່ອງ, ນໍ້າຂອງໂຕນຄອງ, ສີທັນດອນລື ນາມ, ງາມນໍ້າໃຈຊາວຈໍາປາ, ລື ຊາກ້ອງໄກ, ກອງໄຊຈັກກະພັດ, ພັກ-ລັດ ນໍາພາພັດທະນາປວງປະ ຊາຢູ່ດີກິນດີ. ບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ປະ ຈໍາປີ 2025 ໃນພິທີເປີດງານຄັ້ງ ນີ້, ມີການສະແດງໂດຣນປະກອບ ພາບຕົວອັກສອນ ແສງ ສີ ສຽງ ໂດຍແມ່ນທະນາຄານພັດທະນາ ລາວ ເປັນຜູ້ໃຫ້ການສະໜັບສະໜູນ ມູນຄ່າ 775 ລ້ານກວ່າກີບ ແລະ ການຍິງດອກພຸໄຟແມ່ນກິດຈະກໍາ ພິເສດ 2 ກິດຈະກໍາ. ສໍາລັບຮູບແບບ ແລະ ເນື້ອໃນບິນໂດຣນ, ການບິນ ໂດຣນຊຸດທີ 1 ຈໍານວນ 100 ລໍາ ຈະມີບັນຍາຍກ່ຽວກັບທີ່ຕັ້ງຂອງ ເມືອງຈຳປາສັກ; ບິນໂດຣນ ຊຸດທີ 2 ຈໍານວນ 200 ລໍາ ຈະບັນຍາຍ ກ່ຽວກັບການສ້າງຕົວເມືອງ ແລະ ສ້າງສາສະນະສະຖານຂອງຮີນດູ; ບິນໂດຣນຊຸດທີ 3 ຈໍານວນ 200 ລໍາ ຈະບັນຍາຍກ່ຽວກັບຈອມພູ ເກົ້າແຮງບັນດານໃຈເຖິງສັດທາ ອັນແຮງກ້າ ແລະ ຄວາມເຊື່ອໃນ ສາສະໜາຮີນດູ. ສ່ວນການຍິງພຸໄຟ ໃນມື້ເປີດງານ, ແມ່ນການສະໜັບ ສະໜູນຂອງກຸ່ມບໍລິສັດຍິ່ງໂຊກໄຊ ມູນຄ່າ 1 ຕື້ກວ່າກີບ. ນອກຈາກນີ້, ຍັງມີການສະແດງ ລະຄອນຢ້ອນຍຸກກ່ຽວກັບຮັກ 3 ເສົ້າ ທ້າວບາຈຽງ-ນາງມະໂລງ, ໄຂປິດສະໜາການກໍ່ສ້າງຜາສາດ ຫີນວັດພູ ແລະ ນາງ ສີດາຍອດ ຍິງຜູ້ເສຍສະຫລະ, ມີຕະຫລາດ ຍ້ອນຍຸກຕິດພັນກັບການນຸ່ງຖືທີ່ ບົ່ງບອກເຖິງປະຫວັດສາດຄວາມ ເປັນມາແຫ່ງການກຳເນີດຂອງ ວັດພູຈຳປາສັກ ໂດຍໃຫ້ປະຊາຊົນ ບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າມາຮ່ວມຂາຍເຄື່ອງ ໂດຍບໍ່ເສຍ ຄ່າເຊົ່າ, ມີການຈັດສັນຕະຫລາດ ວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງ 9 ເມືອງ, 1 ນະຄອນ, ສິນຄ້າທົ່ວໄປ, ອາຫານ ແລະ ເຄື່ອງດື່ມຕ່າງໆ. ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ເຊິ່ງ ເປັນຂີດໝາຍໃໝ່ແຫ່ງການພົວພັນ ຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງ ປະເທດ ສປປ ລາວ ແລະ ສະຫະ ນະຄອນ ເອເມຣັດ ອາຣັບ ອີກດ້ວຍ. ກອງປະຊຸມຄັ້ງນີ້, ມີຜູ້ຕາງໜ້າຈາກ ບັນດາບໍລິສັດຊັ້ນນໍາຕ່າງໆຂອງ ປະເທດສະຫະນະຄອນ ເອເມຣັດ ອາຣັບ ແລະ ບໍລິສັດຈາກ ສປປ ລາວ ເຂົ້າຮ່ວມ 50 ກວ່າບໍລິສັດ ແລະ ມີຜູ້ເຂົ້າຮ່ວມທັງໝົດຫລາຍ ກວ່າ 80 ທ່ານ. ໝາຍຕ່າງໆໃຫ້ຖືເປັນວຽກບູລິມະ ສິດສໍາຄັນ; ສຸມໃສ່ປຸກລະດົມມວນ ຊົນທົ່ວສັງຄົມມີສ່ວນຮ່ວມໃນການ ກະກຽມກອງປະຊຸມ 3 ຂັ້ນ ກໍຄື ກອງປະຊຸມໃຫຍ່ອົງຄະນະພັກ ແຂວງໃຫ້ເປັນຂະບວນ ແລະ ປະ ກອບສ່ວນເຂົ້າໃນບັນດາເຫດການ ສໍາຄັນຕ່າງໆໃນປີ 2025; ສຸມ ໃສ່ທ່າແຮງບົ່ມຊ້ອນຂອງແຂວງ ໃນການຊອກແຫລ່ງລາຍຮັບໃຫ້ ມີການຄຸ້ມຄອງທີ່ດີ, ມີມາດຕະ ການສອດຄ່ອງກັນ. ນອກນີ້, ຍັງ ໄດ້ໃຫ້ທິດຊີ້ນຳໃນຫລາຍບັນຫາ ສຳຄັນທີ່ຕິດພັນກັບການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ. ໃນໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ກໍໄດ້ລາຍງານສະ ພາບການພັດທະນາເສດຖະກິດສັງຄົມຂອງແຂວງໂດຍສັງເຂບໃນ ໄລຍະ 1 ປີຜ່ານມາ ເສດຖະກິດຂອງ ແຂວງສືບຕໍ່ຂະຫຍາຍຕົວໃນລະດັບ 6,05%, ລວມຍອດຜະລິດຕະພັນ ບັນລຸໄດ້ 24,452 ຕື້ກີບ, ເທົ່າກັບ 119,71%, ລາຍຮັບສະເລ່ຍຕໍ່ຫົວ ຄົນ 53 ລ້ານກີບ/ຄົນ ຫລື ເທົ່າກັບ 2.469 ໂດລາສະຫະລັດ; ດ້ານ ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແມ່ນໄດ້ສຸມ ທຶນຮອນ, ງົບປະມານເຂົ້າໃນການ ປັບປຸງພື້ນຖານໂຄງລ່າງ, ຂົວ, ຊົນລະປະທານ, ຈັດສັນເນື້ອທີ່ທໍາ ການຜະລິດ, ສະໜອງສັດລ້ຽງ, ກໍ່ສ້າງຕາຂ່າຍໄຟຟ້າ, ກໍ່ສ້າງໂຮງ ຮຽນ, ໂຮງໝໍນ້ອຍ ແລະ ອື່ນໆ ປຸກລະດົມບໍລິສັດລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າຊ່ວຍໃນ ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນ, ປັດຈຸບັນທົ່ວແຂວງ ມີບ້ານພົ້ນທຸກ 480 ບ້ານ ກວມ ເອົາ 84,2%, ບ້ານທຸກຍາກຍັງ ເຫລືອ 90 ບ້ານ ເທົ່າກັບ 15,8%, ເມືອງທຸກຍາກ 3 ເມືອງ. ສຳລັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຮອດວັນທີ 9 ກຸມພາ 2025 ສາມາດຈັດເກັບ ລາຍຮັບງົບປະມານໄດ້ທັງໝົດ 579 ຕື້ກີບ ເທົ່າກັບ 14,69% (ແຜນການ 3.947 ຕື້ກີບ). ໃນນີ້ ລາຍຮັບສູນກາງປະຕິບັດໄດ້ 113 ຕື້ກີບ ເທົ່າກັບ 8,99% (ແຜນການ 1.257 ຕື້ກີບ), ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 472 ຕື້ກວ່າກີບ ເທົ່າກັບ 17,55% (ແຜນການ 2.690 ຕື້ກີບ) ແລະ ດ້ານລາຍ ຈ່າຍປະຕິບັດໄດ້ 13 ຕື້ກວ່າກີບ ເທົ່າກັບ 1,76% (ແຜນການປີ 792 ຕື້ກີບ). ສໍາລັບພາກສະເໜີ ຕໍ່ລັດຖະບານຂໍງົບປະມານຊ່ວຍ ເຫລືອກໍ່ສ້າງເສັ້ນທາງເລກທີ 12, ລະບົບຊົນລະປະທານ, ກໍ່ສ້າງເສັ້ນ ທາງລົດໄຟ ແລະ ກໍ່ສ້າງຕາຝັ່ງ ເຈື່ອນໃນເຂດແຂວງຄໍາມ່ວນ. ໃນວັນດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ພ້ອມຄະນະຍັງ ໄດ້ໄປຢ້ຽມຢາມໂຮງງານ ຄໍາມ່ວນ ອຸດສາຫະກຳທໍ່ຢູ່ເຂດເສດຖະກິດ ພິເສດ ເຊິ່ງແມ່ນການລົງທຶນຂອງ ນັກລົງທຶນຈາກ ສປ ຈີນ ເປັນໂຮງ ງານຂະໜາດໃຫຍ່, ຜະລິດເພື່ອ ຮັບໃຊ້ໃນພາກອຸດສາຫະກຳ ແລະ ພາກກະສິກຳພາຍໃນ ແລະ ຕ່າງ ປະເທດ; ຢ້ຽມຢາມຄອບຄົວຕົວ ແບບອໍລະໄທຟາມ ຢູ່ບ້ານໜອງ ບົວຄໍາ ແລະ ໂຄງການພັດທະນາ ປັບປຸງແກ້ໄຂຄວາມທຸກຍາກຂອງ ປະຊາຊົນບ້ານກາບູດຊຽງແຫວນ ເມືອງທ່າແຂກ ທີ່ໄດ້ຮັບການຊ່ວຍ ເຫລືອຈາກບໍລິສັດຊີໂນ ອາກຣີ ໂປ ຕາສ ຈໍາກັດ ຕື່ມອີກ.
xtgmf]k; 3 12/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ ບົດສະເໜີ ົີ gxu f'ko;k'ltcf' c]t 9e|j kp ly o7h k .o[5 ortmkflu 37f8t[v' vq '7totra dg,n v'3row- pkfwfh zq o'kos]kpfh ko ;Pd'ko 4;m 8h v'ln [8+ xa [x5 '[k'fh ko * ເປັນເວລາເກືອບ 5 ປີມານີ້, ອົງຄະນະພັກເມືອງໂພນໄຊ ແຂວງ ຫລວງພະບາງ ສາມາດຍາດໄດ້ ຜົນງານຫລາຍດ້ານ ໂດຍສະເພາະ ແມ່ນເສດຖະກິດມີການຂະຫຍາຍ ຕົວ, ພື້ນຖານການຜະລິດ, ຊີວິດ ການເປັນຢູ່, ພື້ນຖານໂຄງລ່າງ, ຖະໜົນຫົນທາງໄດ້ຮັບການປັບປຸງ ດີຂຶ້ນເທື່ອລະກ້າວ. ຕາມການໃຫ້ຮູ້ຂອງ ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະ ການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ ເຈົ້າເມືອງໂພນ ໄຊ ໄດ້ຍົກໃຫ້ເຫັນໃນກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ X ວ່າ: ບັນດາຜົນສຳເລັດ ທີ່ອົງຄະນະພັກເມືອງຍາດມາໄດ້ ໃນໄລຍະຜ່ານມາ ໃນການສ້າງສາ ພັດທະນາເມືອງໂພນໄຊ ຕະຫລອດ ໄລຍະ 49 ປີ ກໍຄືການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ມີຜົນສໍາເລັດຫລາຍ ດ້ານ ອັນພົ້ນເດັ່ນພື້ນການຜະລິດ ມີການຂະຫຍາຍຕົວ, ລາຍຮັບຂອງ ປະຊາຊົນດີຂຶ້ນ, ການພັດທະນາ ພື້ນຖານໂຄງລ່າງ ໂດຍສະເພາະ ແມ່ນເສັ້ນທາງ, ໂຮງຮຽນ, ໂຮງໝໍ, ທີ່ຢູ່ອາໄສ ຂອງປະຊາຊົນໄດ້ຮັບ ການກໍ່ສ້າງໃໝ່ຫລາຍຂຶ້ນ, ບ້ານທີ່ ໄດ້ຊົມໃຊ້ໄຟຟ້າເພີ່ມຂຶ້ນ, ສະຖານທີ່ ເຮັດວຽກຂອງບັນດາຂະແໜງການ ນັບມື້ນັບດີຂຶ້ນ ເຮັດໃຫ້ບັນດາຄາດ ໝາຍທີ່ລະບຸໄວ້ໃນມະຕິກອງປະ ຊຸມໃຫຍ່ ອົງຄະນະພັກເມືອງແຕ່ ລະຄັ້ງ ມີຜົນສຳເລັດຕາມຈຸດປະສົງ ຄາດໝາຍ, ມີບາງດ້ານກໍລື່ນແຜນ ການ. ພ້ອມນີ້, ທົ່ວປວງຊົນໄດ້ເຂົ້າ ຮ່ວມໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຫລາຍ ຂຶ້ນ ເຮັດໃຫ້ທົ່ວເມືອງມີສະຖຽນ ລະພາບ ທາງດ້ານການເມືອງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ເສດຖະກິດມີການຂະ ຫຍາຍຕົວຕໍ່ເນື່ອງ ຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບ ການພັດທະນາດີຂຶ້ນ. ຜົນສຳເລັດທີ່ກ່າວມານັ້ນ, ກໍ ຍ້ອນມີແນວທາງນະໂຍບາຍອັນ ຖືກຕ້ອງຂອງພັກ ແລະ ການເອົາໃຈ ໃສ່ ໃກ້ຊິດຕິດແທດຂອງຄະນະປະ ຈໍາພັກແຂວງ, ບັນດາພະແນກການ ກ່ຽວຂ້ອງຂອງແຂວງ ໄດ້ໃຫ້ການ ສະໜັບສະໜູນ ແລະ ຍູ້ແຮງທາງ ດ້ານວິຊາສະເພາະຕາມສາຍຕັ້ງ ແລະ ສາຍຂວາງ ໃນການຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງໄດ້ເປັນ ຢ່າງດີ. ນອກນີ້, ພະນັກງານ-ສະ ມາຊິກພັກ ໄດ້ມີຄວາມພະຍາຍາມ ຝຶກຝົນຫລໍ່ຫລອມຕົນເອງ, ຍົກ ສູງບົດບາດຄວາມເປັນແບບຢ່າງ ນໍາໜ້າ, ມີຄວາມສະດຸ້ງໄວ ແລະ ກ້າຫານ ຕັດສິນໃຈແກ້ໄຂບັນຫາ ຢ່າງທັນການ, ເສີມຂະຫຍາຍ ໄດ້ມູນເຊື້ອຄວາມສາມັກຄີຂອງ ປະຊາຊົນບັນດາເຜົ່າ, ຄວາມເປັນ ເອກະພາບຂອງຄະນະພັກທຸກຂັ້ນ ແລະ ລະດົມໄດ້ກໍາລັງແຮງສັງ ລວມຂອງສັງຄົມເຂົ້າໃນການພັດ ທະນາ. ກອງປະຊຸມໃຫຍ່ ຜູ້ແທນອົງ ຄະນະພັກ ເມືອງໂພນໄຊ ແຂວງ ຫລວງພະບາງ ຄັ້ງທີ X ໄຂຂຶ້ນໃນ ວັນທີ 10 ກຸມພາ 2025 ພາຍໃຕ້ ຄຳຂວັນ “ຍົກສູງຄວາມສາມາດ ນໍາພາຂອງຄະນະພັກທຸກຂັ້ນ, ເຊີດ ຊູນ້ຳໃຈຮັກຊາດເປັນເຈົ້າຕົນເອງ, ສ້າງໃຫ້ເມືອງໂພນໄຊ ກາຍເປັນ ເມືອງເຂັ້ມແຂງທາງດ້ານການ ປູກຝັງ-ລ້ຽງສັດທີ່ມີຄຸນນະພາບ, ເລັ່ງໃສ່ແກ້ໄຂຄວາມທຸກຍາກ ຂອງ ປະຊາຊົນຕາມທ່າແຮງບົ່ມຊ້ອນ” ໂດຍມີ ສະຫາຍ ຄຳຂັນ ຈັນທະວີ ສຸກ ກຳມະການສູນກາງພັກ ເລຂາ ຄະນະບໍລິຫານງານພັກແຂວງ ເຈົ້າ ແຂວງໆຫລວງພະບາງ ພ້ອມດ້ວຍ ຜູ້ແທນຮັບເຊີນ ແລະ ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນ ທົ່ວເມືອງເຂົ້າຮ່ວມ. * ທ່ານ ແພງສີ ສີລາວີ ຮອງ ປະທານສະພາປະຊາຊົນແຂວງເຊ ກອງ ໄດ້ມີຄຳເຫັນຕໍ່ກອງປະຊຸມ ສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວ ປະເທດ ປີ 2024 ແລະ ທິດທາງປີ 2025 ມໍ່ໆນີ້ວ່າ: ການຈັດຕັ້ງປະ ຕິ ບັດກິດຈະກໍາເປີດປີທ່ອງທ່ຽວລາວ ປີ 2024 ໂດຍລວມແລ້ວແມ່ນໄດ້ ຮັບຜົນສໍາເລັດຫລາຍ ໂດຍສະເພາະ ຢູ່ແຂວງເຊກອງ ການຈັດກິດຈະກໍາ ປີທ່ອງທ່ຽວຢູ່ໃນຂັ້ນແຂວງ ແລະ ຂັ້ນເມືອງເປັນສີສັນໜຶ່ງ ສົ່ງເສີມ ການທ່ອງທ່ຽວໃຫ້ມີຄວາມຄືກ ຄັກ, ຜ່ານມາ ທີ່ຍັງງຽບເຫງົາ ອັນເນື່ອງມາຈາກສະພາບການ ລະບາດຂອງໂຄວິດ ແລະ ເສດຖະ ກິດຫຍຸ້ງຍາກ. ພາຍຫລັງມີນະໂຍ ບາຍຂອງລັດຖະບານ ກໍຄືການຖະ ແຫລງການຂອງກະຊວງ ຖວທ ວ່າ ດ້ວຍເປີດໄຟຂຽວ ຊຸກຍູ້-ສົ່ງເສີມ ປະຕິບັດກິດຈະກໍາການທ່ອງທ່ຽວ ໃນທົ່ວປະເທດ ເຫັນວ່າບັນຍາກາດ ການທ່ອງທ່ຽວ ກັບມາມີສີສັນອີກ ຄັ້ງ. ສະເພາະແຂວງເຊກອງ ມີ ແຂກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ເພີ່ມຂຶ້ນຫລາຍ ເທົ່າຕົວ. ການຈັດຕັ້ງປະຕິບັດງານ ເປີດປີທ່ອງທ່ຽວລາວປີ 2024 ມີ ຜົນໄດ້ຮັບຫລາຍ, ເຖິງວ່າລັດຖະ ບານໄດ້ທຸ້ມເງິນເຂົ້າໃນກິດຈະກໍາ ການທ່ອງທ່ຽວໃນປີ 2024 ຫລາຍ ພໍສົມຄວນ. ຂະນະທີ່ຜົນຕອບແທນ ກໍ່ໄດ້ດີເກີນຄາດ. ໝາຍຄວາມວ່າ ນອກຈາກຕົວເລກນັກທ່ອງທ່ຽວ ເພີ່ມສູງຂຶ້ນແລ້ວ ຍັງເຮັດໃຫ້ຕະ ຫລາດນັກທ່ອງທ່ຽວຈາກພາກພື້ນ ແລະ ໂລກເປັນທີ່ຮູ້ຈັກ ສປປ ລາວ ຫລາຍຂຶ້ນກວ່າເກົ່າ. ອັນນັ້ນຄືຜົນ ໄດ້ຮັບທີ່ເປັນຮູບປະທໍາ. ຄືດັ່ງທີ່ຮູ້ແລ້ວວ່າ ການພັດທະ ນາເຕັກໂນໂລຊີ ມີຄວາມທັນສະໄໝ ໂລກຂອງເຮົາໄດ້ແຄບເຂົ້າດ້ວຍ ປາຍນີ້ວມືກົດນັ້ນ ກົດນີ້ ຢູ່ໃນໂຊ ຊຽວມີເດຍ ຫລື ໂທລະສັບມືຖື; ເຮັດ ໃຫ້ການພົວພັນ ລະຫວ່າງຄົນກັບ ຄົນ-ການໄດ້ຮັບຂໍ້ມູນ-ຂ່າວສານ ກວ້າງຂວາງ ບໍ່ມີພົມແດນ; ການປະ ຕິບັດໜ້າທີ່ວຽກງານມີຄວາມວ່ອງ ໄວ, ປະຢັດແຮງງານ, ປະຢັດເວລາ ແລະອື່ນໆ. ແນ່ນອນຜົນຕາມມານັ້ນ ຄ່າໃຊ້ຈ່າຍອຸປະກອນເຕັກໂນໂລຊີ ທີ່ທັນສະໄໝແມ່ນມີລາຄາສູງ; ຄຽງ ຄູ່ກັບບັນຫາດັ່ງກ່າວເຮັດໃຫ້ຄົນ ຫວ່າງງານ,ຂໍ້ມູນ-ຂ່າວສານມີຄວາມ ຫລາກຫລາຍບໍ່ຮູ້ອັນໃດຈິງ, ອັນ ໃດປອມ; ເປັນຊ່ອງທາງໃຫ້ພວກ ອິດທິກໍາລັງປໍລະປັກ ໂຄ່ນລົ້ມໂຈມ ຕີຕໍ່ແນວທາງຂອງພັກ-ລັດ ແລະ ອື່ນໆ. ທ່ານ ແພງສີ ສີລາວີ ກ່າວ. ສຳລັບວິທີແກ້ໄຂນັ້ນ, ທ່າວ ແພງສີ ສີລາວີ ກ່າວວ່າ: ຕ້ອງມີກົນ ໄກໃນການຄຸ້ມຄອງທີ່ດີ, ຄົນກໍຕ້ອງ ມີທັດສະນະຄຸນທາດການເມືອງ ໝັກແໜ້ນ ແລະ ທັນສະໄໝ, ຫັນ ປ່ຽນ ແລະ ພັດທະນາລະບົບອຸປະ ກອນເຕັກນິກຂອງອົງການສື່ມວນ ຊົນຂອງລັດໃຫ້ທັນສະໄໝ, ຫັນ ປ່ຽນວິທີການຄຸ້ມຄອງ-ບໍລິຫານ, ຫັນປ່ຽນຮູບແບບການໂຄສະນາ ແນວທາງຂອງພັກ-ລັດ ຂອງອົງ ການສື່ມວນຊົນໄປຕາມການປ່ຽນ ແປງ ແລະ ຄວາມຕ້ອງການຂອງ ສັງຄົມໃນແຕ່ລະໄລຍະ. ໃນຍຸກ ເຕັກໂນໂລຊີທີ່ທັນສະໄໝ, ອົງການ ສື່ມວນຊົນ ຕ້ອງໄດ້ຫັນປ່ຽນເນື້ອ ໃນ-ຮູບການ, ຊ່ອງທາງ ໃນການ ໂຄສະນາຂໍ້ມູນ-ຂ່າວສານຂອງຕົນ ເຊັ່ນ: ເນື້ອໃນສັ້ນ, ສ້າງສິ່ງດຶງດູດ ຄວາມສົນໃຈ, ເຜີຍແຜ່ຜ່ານຫລາຍ ຊ່ອງທາງທີ່ເຂົ້າເຖິງໄດ້ງ່າຍເປັນ ຕົ້ນແມ່ນໂທລະສັບມືຖື ແລະ ອຸປະ ກອນອື່ນໆ ທີ່ມີຄວາມສະດວກ, ລາ ຄາບໍ່ແພງ, ຫາຊື້ໄດ້ງ່າຍ. ສຳລັບວຽກງານວັດທະນະທໍາ ພວກເຮົາມີກົດໝາຍເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດ; ສະເພາະ ຢູ່ແຂວງເຊກອງການນໍາແຂວງ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານນີ້ ແລະ ໄດ້ມີຂໍ້ຕົກລົງຂອງທ່ານເຈົ້າ ແຂວງ ສະບັບເລກທີ 37/ຈຂ.ຊກ, ລົງວັນທີ 10/3/2012 ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການ ຄຸ້ມຄອງ, ຂຶ້ນທະບຽນມໍລະດົກ ແລະ ປຸກລະດົມວັດຖຸບູຮານ, ວັດຖຸ ພັນ ແລະ ຜົນງານຂອງບັນດາເຜົ່າ ຂັ້ນແຂວງ, ຄະນະກໍາມະການໄດ້ ເຄື່ອນໄຫວຈັດຕັ້ງປະຕິບັດພາລະ ບົດບາດຂອງຕົນເປັນປົກກະຕິ ເຮັດ ໃຫ້ການລະດົມວັດຖຸພັນ, ຜົນງານ ບັນດາເຜົ່າມາເກັບຮັກສາແລະວາງ ສະແດງຢູ່ຫໍພິພິຕະພັນຂອງແຂວງ ເພີ່ມຂຶ້ນ, ປັດຈຸບັນຢູ່ຫໍພິພິທະພັນ ມູນເຊື້ອຂອງແຂວງ ມີວັດຖຸພັນ 1.225 ຊະນິດ, ໃນນັ້ນ ໄດ້ຂຶ້ນທະ ບຽນແລ້ວ 1.139 ຊະນິດ ເທົ່າກັບ 93,82%; ໄດ້ຈັດວາງສະແດງ ສໍາເລັດ 1.093 ຊະນິດ ເທົ່າກັບ 89,12%. ທັງເປັນບ່ອນຮຽນຮູ້ ຂອງນັກຮຽນ-ນັກສຶກສາ ແລະ ນັກ ທ່ອງທ່ຽວ. ຄຽງຄູ່ກັບບັນຫາດັ່ງ ກ່າວ ກໍມີຂໍ້ຫຍຸ້ງຍາກ ອັນທີໜຶ່ງ ບຸກຄະລາກອນບໍ່ທັນເຂັ້ມແຂງ. ສະ ນັ້ນ, ວັດຖຸພັນທີ່ມີຢູ່ບໍ່ສາມາດຢືນ ຢັນໄດ້ວ່່າເກີດຂຶ້ນໃນສະໄໝໃດ, ມີ ອາຍຸຈັກປີ; ອັນທີສອງງົບປະມານ ເພື່ອພັດທະນາ, ຄົ້ນຄວ້າ ແລະ ບູ ລະນະປົກປັກຮັກສາມີຈຳກັດ, ແຕ່ ຄວາມຕ້ອງການປັດຈຸບັນຊໍ້າພັດ ຫລາຍ ເພື່ອປັບປຸງໃຫ້ມີຄວາມທັນ ສະໄໝຕົບແຕ່ງ ໃຫ້ມີສີສັນສວຍ ງາມ ເພື່ອດຶງດູດຜູ້ຄົນເຂົ້າມາເບິ່ງ ມາຊົມ. ຕໍ່ກັບວຽກງານທ່ອງທ່ຽວ ສໍາ ລັບແຂວງເຊກອງ ເຫັນວ່ານິຕິ ກໍາກ່ຽວການຄຸ້ມຄອງການທ່ອງ ທ່ຽວຄົບຖ້ວນພໍສົມຄວນ, ສາມາດ * ບຸນນະມັດສະການພະທາດສີ ໂຄຕະບອງ ປະຈຳປີ 2025 ໄດ້ ໄຂຂຶ້ນເມ່ືອມໍ່ໆມານີ້ ທີ່ເມືອງທ່າ ແຂກ ແຂວງຄຳມ່ວນ ເຊິ່ງພາຍໃນ ງານໄດ້ມີການວາງສະແດງ ແລະ ຈຳໜ່າຍສິນຄ້າ ໂດຍການສົມທົບ ລະຫວ່າງສະພາການຄ້າ-ອຸດສາ ຫະກໍາແຂວງ ແລະ ພະແນກອຸດສາ ຫະກໍາ-ການຄ້າ ແຂວງຄໍາມ່ວນ ເພື່ອສ້າງເງື່ອນໄຂໃນການນໍາເອົາ ຜະລິດຕະພັນ ຂອງບັນດາເມືອງ ພາຍໃນແຂວງ, ການຜະລິດຂະ ໜາດນ້ອຍແລະຂະໜາດກາງຂອງ ຜູ້ປະກອບການ ຕະຫລອດຮອດພໍ່ ແມ່ປະຊາຊົນ ໄດ້ນໍາເອົາຜົນຜະ ລິດ, ຜະລິດຕະພັນ-ສິນຄ້າ ມາແລກ ປ່ຽນຊື້-ຂາຍ ເພື່ອສ້າງລາຍຮັບແກ່ ທຸລະກິດ ແລະ ຄອບຄົວເປັນການ ສ້າງໂອກາດໃຫ້ແກ່ພາກທຸລະກິດຜູ້ປະກອບການໄດ້ນຳສະເໜີຜະລິດ ຕະພັນຂອງຕົນ ຜ່ານບຸນນະມັດສະ ການພະທາດສີໂຄດຕະບອງ, ໃນ ປີນີ້ ມີຮ້ານວາງສະແດງ ແລະ ຈໍາ ໜ່າຍສິນຄ້າ 115 ຫົວໜ່ວຍ ມູນຄ່າ ຫລາຍກວ່າ 10 ຕື້ກີບ. ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານ ຄະນະກຳມະການຈັດງານນະມັດ ສະການພະທາດສີໂຄດຕະບອງ ປະຈໍາປີ 2025 ໄດ້ກ່າວວ່າ: ການ ຈັດບຸນດັ່ງກ່າວ ກໍເພື່ອເປັນການ ສົ່ງເສີມທາງດ້ານວັດທະນະທໍາ ແລະ ຮັກສາຮີດຄອງປະເພນີອັນ ດີງາມຂອງຊາດ ຂອງເຜົ່າ ທີ່ໄດ້ ສືບທອດກັນມາແຕ່ບູຮານນະການ ແລະ ເປັນປັດໄຈໜຶ່ງ ເພື່ອຊຸກຍູ້- ສົ່ງເສີມການພັດທະນາເສດຖະກິດສັງຄົມຂອງຊາດ ຂອງທ້ອງຖິ່ນ, ເປັນການສົ່ງເສີມດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວດຶງ ດູດເອົາມວນຊົນ-ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ ເຂົ້າມາທ່ຽວຊົມ, ພ້ອມນັ້ນ ທ່ານ ຮອງເຈົ້າແຂວງ ຍັງໄດ້ຮຽກຮ້ອງ ມາຍັງທຸກພາກສ່ວນ ຈົ່ງປະຕິບັດ ຕາມຂໍ້ກຳນົດ, ກົດລະບຽບຕ່າງໆ ທີ່ທາງຄະນະກຳມະການຈັດງານ ໄດ້ວາງອອກຢ່າງເຂັ້ມງວດ ເພື່ອ ແນໃສ່ເຮັດໃຫ້ງານດັ່ງກ່າວ ໄດ້ ດຳເນີນໄປດ້ວຍບັນຍາກາດອັນ ເບີກບານມ່ວນຊື່ນ, ເຕັມໄປດ້ວຍ ຄວາມສາມັກຄີຮັກແພງ, ມີຄວາມ ສະຫງົບ ແລະ ປອດໄພ. ຂ່າວ-ພາບ: ກອງຄໍາ ຈັດຕັ້ງປະຕິບັດໃນການຄຸ້ມຄອງ ວຽກງານຕ່າງໆ ໃນຂະແໜງການ ທ່ອງທ່ຽວໄດ້. ພຽງແຕ່ການຈັດຕັ້ງ ປະຕິບັດຍັງປະສານສົມທົບກັນ ບໍ່ ທັນເລິກເຊິ່ງລະຫວ່າງຂະແໜງ ການກ່ຽວຂ້ອງເປັນຕົ້ນແມ່ນຂະ ແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະແໜງແຜນ ການ ແລະ ການລົງທຶນ, ຂະແໜງ ອຸດສາຫະກໍາ ແລະ ການຄ້າ, ອົງ ການປົກຄອງແຕ່ລະຂັ້ນ ແລະ ຫົວ ໜ່ວຍຜູ້ປະກອບການຕາມການ ແບ່ງຂັ້ນຄຸ້ມຄອງພວກເຮົາກໍສາ ມາດຈັດຕັ້ງປະຕິບັດໄດ້. ຖ້າຫາກ ພວກເຮົາປະຕິບັດຕາມຂັ້ນຕອນ, ລະບຽບການ ແລະ ການຄຸ້ມຄອງ ມັນກໍຈະງ່າຍຂຶ້ນ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==