glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ລູກສາວຫລ້າູ ກ້ າ xtgmf]k; 6 12/02/2025 glf4tdy f{la '7q , cs]j 'mj v'mj P; [b '|v'gmq k c]t 4Exkg-n v, 9tgxu f[= ]y dko.ow;MoU * ແຫລ່ງທ່ອງທ່ຽວ ບຶງໜອງ ເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງ ທ່ອງທ່ຽວທາງທຳມະຊາດທີ່ສວຍ ງາມແຫ່ງໃໝ່ຂອງແຂວງຄໍາມ່ວນ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ຢູ່ບໍ່ ໄກຈາກເທສະບານເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງປັດຈຸບັນແມ່ນ ກໍາລັງເລັ່ງປັບປຸງສະຖານທີ່ຈອດ ລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນ ທາງຍົກສູງຂຶ້ນຈາກລະດັບນໍ້າ ເຂົ້າຫາແຫລ່ງທ່ອງທ່ຽວ, ຮ້ານ ອາຫານ, ຈຸດບໍລິການ ແລະ ຂົວ ຍ່າງທ່ຽວຊົມພາຍໃນຖໍ້າ. ຄາດວ່າ ຈະເປີດບໍລິການໃຫ້ນັກທ່ອງທ່ຽວ ໄດ້ເຂົ້າທ່ຽວຊົມ ໃນເດືອນເມສາ 2025 ນີ້. ທ່ານ ວົງເພັດ ຈິດປັນຍາ ຮອງ ເລຂາພັກແຂວງຄໍາມ່ວນ ໃຫ້ຮູ້ ສັດປ່າ ແລະ ສັດນໍ້າຫລາກຫລາຍ ຊະນິດ ເຊິ່ງຕັ້ງຢູ່ບ້ານນາຂ້າງຊ້າງ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍແມ່ນບໍລິສັດ ເພັດມະນີ ເຄພີຊີ ຈຳກັດຜູ້ດຽວ ເປັນຜູ້ພັດທະນາໃຫ້ ກາຍເປັນແຫລ່ງທ່ອງທ່ຽວ ແບບ ອະນຸລັກທຳມະຊາດ ລວມມີເນື້ອທີ່ ເຂດພັດທະນາ 9,89 ເຮັກຕາ ແລະ ເນື້ອທີ່ເຂດອະນຸລັກຈໍານວນ 404 ເຮັກຕາ. ໃນນັ້ນ, ປະກອບມີການ ປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ສູນຂໍ້ມູນດ້ານການ ທ່ອງທ່ຽວ, ຕິດຕັ້ງອຸປະກອນ, ສິ່ງ ອໍານວຍຄວາມສະດວກໃນການ ທ່ອງທ່ຽວ, ກິດຈະກຳຂີ່ເຮືອ, ຍ່າງ ປ່າ, ຍ່າງຂົວທ່ຽວຊົມຖໍ້າ ແລະ ກິດ ຈະການອື່ນໆ ດ້ວຍມູນຄ່າການລົງ ທຶນທັງໝົດ 3 ລ້ານໂດລາສະຫະລັດ ໂດຍແມ່ນການລົງທຶນພາຍໃນ 100 ເປີ ແລະ ມີໄລຍະການສໍາປະທານ 50 ປີ ເຊິ່ງໃນປັດຈຸບັນແມ່ນກໍາ ລັງເລັ່ງປັບປຸງສະຖານທີ່ຈອດ ລົດ, ກໍ່ສ້າງຫ້ອງນໍ້າ, ກໍ່ສ້າງເສັ້ນ ທາງຍົກສູງຂຶ້ນຈາກລະດັບນໍ້າ, ຮ້ານອາຫານ, ຈຸດບໍລິການ ແລະ ຂົວຍ່າງທ່ຽວຊົມພາຍໃນຖໍ້າ ແລະ ຄາດວ່າຈະເປີດບໍລິການໃຫ້ນັກ ທ່ອງທ່ຽວໄດ້ເຂົ້າທ່ຽວຊົມພາຍ ໃນຕົ້ນປີ 2025 ທີ່ຈະມາເຖິງນີ້. ພາຍຫລັງໂຄງການດັ່ງກ່າວສຳ ເລັດ ຈະກາຍເປັນທ່າແຮງດ້ານ ການທ່ອງທ່ຽວໃຫ້ແກ່ແຂວງ ທີ່ ສາມາດສົ່ງເສີມ ແລະ ດຶງດູດນັກ ທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດ ເຂົ້າມາທ່ຽວຊົມເປັນຈຳນວນ ຫລາຍ, ທັງສ້າງວຽກເຮັດງານທໍາ ໃຫ້ປະຊາຊົນທີ່ອາໄສຢູ່ອ້ອມຂ້າງ ໂຄງການໄດ້ມີອາຊີບທີ່ແນ່ນອນ, ສ້າງຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອ ລະກ້າວແລະສ້າງລາຍຮັບປະກອບ ສ່ວນເຂົ້າໃນພັດທະນາເສດຖະກິດສັງຄົມຂອງແຂວງຄໍາມ່ວນ. ສະ ນັ້ນ, ຈຶ່ງຢາກເຊີນຊວນປະຊາຊົນ ລາວ ທີ່ໄດ້ກາຍໄປ, ກາຍມາ ແຂວງ ຄໍາມ່ວນ ແວ່ສໍາຜັດບັນຍາກາດທີ່ ປອດໂປ່ງເຢັນສະບາຍ ແລະ ທຳມະ ຊາດທີ່ສວຍງາມຂອງສະຖານທີ່ດັ່ງ ກ່າວ ຫລື ທ່ານໃດຢາກມາຜັກຜ່ອນ ຈາກຄວາມອິດເມື່ອຍໃນວຽກກໍ່ສາ ມາດມາທ່ຽວຊົມໄດ້. ວ່າ: ແຫລ່ງທ່ອງທ່ຽວ ບຶງໜອງ ເທົາ ແລະ ຖໍ້າປາເຊືອມ ເປັນແຫລ່ງ ທ່ອງທ່ຽວອຸດົມສົມບູນໄປດ້ວຍທຳ ມະຊາດ ທີ່ສວຍສົດງົດງາມ ມີທັງ * ຜັກທຽມ ເປັນພືດທີ່ສັງຄົມ ນິຍົມບໍລິໂພກຫລາຍ ແລະ ເປັນ ທີ່ຕ້ອງການຂອງທ້ອງຕະຫລາດ ເນື່ອງຈາກຜັກທຽມ ສາມາດນຳມາ ປະກອບອາຫານໄດ້ຫລາຍຊະນິດ ໂດຍສະເພາະ ອາຫານປະເພດ ຂົ້ວ, ຈີນ, ແຈ່ວ ແລະ ອື່ນໆ ນອກຈາກ ເປັນສ່ວນປະກອບໃນການປຸງແຕ່ງ ອາຫານແລ້ວຍັງສາມາດແປຮູບໄດ້ ເຊັ່ນ ການເຮັດກະທຽມດອງ. ກະ ທຽມ ປະກອບດ້ວຍພະລັງງານ, ຄາໂບຮາຍເດດ, ນໍ້າຕານ, ເສັ້ນໃຍ ອາຫານ, ໄຂມັນ, ໂປຣຕີນ (ທາດ ຊີ້ນ), ວິຕາມີນບີ, ວີຕາມີນຊີ ແລະ ແຄວຊຽມ ເຊິ່ງທາດອາຫານເຫລົ່າ ນີ້ ຊ່ວຍເຮັດໃຫ້ສຸຂະພາບເຂັ້ມ ແຂງ, ປ້ອງກັນການເກີດພະຍາດ ມະເຮັງ, ຊ່ວຍໃນການສ້າງພູມ ຕ້ານທານ ໃຫ້ແກ່ຮ່າງກາຍ ແລະ ທີ່ສຳຄັນຍັງສ້າງລາຍຮັບໃຫ້ແກ່ x6 dza dmP,co;.f.sh wfh zq ofu ຊາວກະສິກອນໄດ້ນໍາອີກ. ສໍາລັບ ຂັ້ນຕອນການປູກຜັກກະ ທຽມ ໂດຍທົ່ວໄປຜັກທຽມ ຄວນ ປູກໃນໄລຍະລະດູໜາວປະມານ ເດືອນຕຸລາ ແລະ ເກັບຜົນຜະລິດ ປະມານ ເດືອນມີນາ ເພື່ອຫລີກເວັ້ນ ບໍ່ໃຫ້ຜັກທຽມຖືກຝົນ. ການກຽມດິນ: ຄວນໄຖ ຫລື ຂຸດເລິກປະມານ 20-25 ຊັງຕີ ແມັດ; ຫລັງຈາກນັ້ນ ຕາກແດດ ໄວ້ 5-7 ວັນ ເພື່ອກໍາຈັດພະຍາດ, ແມງໄມ້ ແລະ ວັດສະພືດ ເມື່ອຕາກ ແດດ ໄວ້ 7 ວັນແລ້ວ ໃສ່ຝຸ່ນຄອກ (ຂີ້ງົວ, ຂີ້ຄວາຍ, ຂີ້ໄກ່ ) ໃນອັດ ຕາ 3 ໂຕນຕໍ່ ໄລ່ (2 ກິໂລກາມ/ ຕາແມັດ) ປະສົມກັບຝຸ່ນເຄມີສູດ 15:15:15 ໃນອັດຕາ 20 ກິໂລ ກຣາມຕໍ່ໄລ່. ຫລັງຈາກນັ້ນຄາດ ຂຶ້ນໄປ ໃຫ້ຫລຸດການຫົດນໍ້າລົງ ເຫລືອ 2-3 ວັນຕໍ່ຄັ້ງ ເມື່ອກະທຽມ ມີອາຍຸ 70 ວັນແລ້ວ ຄວນຢຸດການ ຫົດນໍ້າເພາະໃກ້ຮອດອາຍຸການ ເກັບກ່ຽວ ແລະ ເພື່ອຫລຸດຄວາມ ຊຸ່ມໃນດິນລົງ. ການຫົດນໍ້າຄວນ ໃຊ້ແບບຝັກບົວ ຫລື ບົວຫົດກໍ່ໄດ້. ສ່ວນການໃສ່ຝຸ່ນ ແມ່ນໃສ່ເມື່ອຜັກ ກະທຽມ ມີ ອາຍຸໄດ້ 14 ວັນ ໃຫ້ ໃສ່ຝຸ່ນເຄມີ ສູດ 46:00:00 ໃນ ອັດຕາ 20 ກິໂລກຣາມຕໍ່ໄລ່ ຫລື ຝຸ່ນຄອກໃນອັດຕາ 2 ກິໂລກຣາມ ຕໍ່ຕາແມັດ ຈະເຮັດໃຫ້ໃບ ແລະ ລຳ ຕົ້ນ ຈະເລີນເຕີບໂຕໄດ້ດີ. ການກໍາ ຈັດວັດສະພືດ (ຫຍ້າ) ແມ່ນຄວນ ກໍາຈັດທຸກໆ 25 ວັນ ຫລື ພົບວ່າມີ ຫຍ້າເກີດຂຶ້ນຈົນກວ່າຜັກກະທຽມ ໄດ້ອາຍຸ 80 ວັນ. ການເກັບຜົນຜະລິດ: ເມື່ອປູກ ໄດ້ 125-130 ວັນ ກໍ່ສາມາດ ເກັບກູ້ໄດ້ ຫລື ສັງເກດເຫັນຜັກ ກະທຽມເລີ່ມມີໃບແຫ້ງ ຫລື ຫ່ຽວ ແມ່ນຈະເກັບໝົດຕົ້ນ ແລະ ຫົວຂຶ້ນ ຈາກໜ້າດິນ ແລ້ວປະໄວ້ປະມານ 2–3 ຊົ່ວໂມງ ເພື່ອໃຫ້ດິນທີ່ຕິດ ກັບຮາກ. ຖ້າຈະເກັບເປັນແນວພັນ ໃນປີຕໍ່ໄປຄວນຕາກໃຫ້ແຫ້ງແລ້ວ ມັດຮ່ວມກັນເປັນຈຸກ ແລະ ແຂວນ ໄວ້ໃນບ່ອນທີ່ມີອາກາດຖ່າຍເທ ດີ ບໍ່ຄວນເກັບມ້ຽນໄວ້ບ່ອນທີ່ມີ ຄວາມຊຸ່ມຫລາຍເພາະຈະເຮັດໃຫ້ ຫົວກະທຽມເກີດເຊື້ອລາ. ສຳລັບ ຜົນຜະລິດຕໍ່ໄລ່ ແມ່ນ 1.000 ຫາ 1.500 ກິໂລ ກຣາມ. (ໃນການ ເກັບກະທຽມໄວ້ໄດ້ດົນເມື່ອເວລາ ເກັບໃຫ້ຕັດສ່ວນຍອດ ແລ້ວປະໄວ້ 2 ຫາ 3 ວັນ ຖ້າຫາກບໍ່ມີການປົ່ງ ຍອດຕໍ່ແມ່ນຈະສາມາດເກັບໄວ້ ໄດ້ດົນ ເພາະກະທຽມແກ່ເຕັມທີ່ ແລ້ວ). ປົກໃຫ້ລະອຽດ ແລ້ວຍົກໜານສູງ ປະມານ 20-25 ຊັງຕີແມັດ (ຖ້າ ເປັນພື້ນທີ່ຕໍ່າຄວນຍົກໜານສູງ 30-40 ຊັງຕີແມັດ ແລະ ເຮັດໜານ ຕາມທິດທາງນໍ້າໄຫລ) ຄວາມ ກວ້າງຂອງໜານ 150-200 ຊັງຕີແມັດ ໄລຍະຫ່າງລະຫວ່າງ ໜານ 35-45 ຊັງຕີແມັດ ເພື່ອສະ ດວກໃນການບົວລະບັດຮັກສາ. ການປູກ: ໂດຍໃຊ້ກີບຫົວກະ ທຽມທີ່ເລືອກໄດ້ແລ້ວນໍາໄປແຊ່ ນໍ້າກ່ອນປູກ 1 ຄືນ ກ່ອນຈະນໍາໄປ ປູກ, ໃນການປູກແມ່ນປັກກີບກະ ທຽມລົງດິນ ເລິກ 2-3 ຊັງຕິແມັດ ໂດຍໃຊ້ໄລຍະຫ່າງແຖວລະຫວ່າງ ແຖວ 15x15 ຫລື 20x20 ຊັງ ຕິແມັດ. ແນວພັນແມ່ນ 100 ກິໂລ ກຣາມຕໍ່ໄລ່; ຫລັງຈາກນັ້ນຄວນ ປົກຄຸມດ້ວຍເຟືອງ ຫລື ແກບ ເພື່ອ ຮັກສາຄວາມຊຸ່ມ ແລະ ປ້ອງກັນ ແສງແດດແລ້ວຫົດນໍ້າໃຫ້ປຽກຊຸ່ມ. ສໍາລັບ ການບົວລະບັດຮັກສາ: ການຫົດນໍ້າ ໃນໄລຍະ ປູກ 30 ວັນ ແມ່ນຫົດນໍ້າຢ່າງສະໝໍ່າສະເໝີ 1 ຄັ້ງຕໍ່ວັນ ເມື່ອປູກໄດ້ອາຍຸ 45 ວັນ ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==