xtgmf]k; 3 12/02/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ ບົດສະເໜີ ົີ gxu f'ko;k'ltcf' c]t 9e|j kp ly o7h k .o[5 ortmkflu 37f8t[v' vq '7totra dg,n v'3row- pkfwfh zq o'kos]kpfh ko ;Pd'ko 4;m 8h v'ln [8+ xa [x5 '[k'fh ko * ເປັນເວລາເກືອບ 5 ປີມານີ້, ອົງຄະນະພັກເມືອງໂພນໄຊ ແຂວງ ຫລວງພະບາງ ສາມາດຍາດໄດ້ ຜົນງານຫລາຍດ້ານ ໂດຍສະເພາະ ແມ່ນເສດຖະກິດມີການຂະຫຍາຍ ຕົວ, ພື້ນຖານການຜະລິດ, ຊີວິດ ການເປັນຢູ່, ພື້ນຖານໂຄງລ່າງ, ຖະໜົນຫົນທາງໄດ້ຮັບການປັບປຸງ ດີຂຶ້ນເທື່ອລະກ້າວ. ຕາມການໃຫ້ຮູ້ຂອງ ສະຫາຍ ທອງຈັນ ລັດຕະນະປະດິດ ກຳມະ ການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ ເຈົ້າເມືອງໂພນ ໄຊ ໄດ້ຍົກໃຫ້ເຫັນໃນກອງປະຊຸມ ໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ X ວ່າ: ບັນດາຜົນສຳເລັດ ທີ່ອົງຄະນະພັກເມືອງຍາດມາໄດ້ ໃນໄລຍະຜ່ານມາ ໃນການສ້າງສາ ພັດທະນາເມືອງໂພນໄຊ ຕະຫລອດ ໄລຍະ 49 ປີ ກໍຄືການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ມີຜົນສໍາເລັດຫລາຍ ດ້ານ ອັນພົ້ນເດັ່ນພື້ນການຜະລິດ ມີການຂະຫຍາຍຕົວ, ລາຍຮັບຂອງ ປະຊາຊົນດີຂຶ້ນ, ການພັດທະນາ ພື້ນຖານໂຄງລ່າງ ໂດຍສະເພາະ ແມ່ນເສັ້ນທາງ, ໂຮງຮຽນ, ໂຮງໝໍ, ທີ່ຢູ່ອາໄສ ຂອງປະຊາຊົນໄດ້ຮັບ ການກໍ່ສ້າງໃໝ່ຫລາຍຂຶ້ນ, ບ້ານທີ່ ໄດ້ຊົມໃຊ້ໄຟຟ້າເພີ່ມຂຶ້ນ, ສະຖານທີ່ ເຮັດວຽກຂອງບັນດາຂະແໜງການ ນັບມື້ນັບດີຂຶ້ນ ເຮັດໃຫ້ບັນດາຄາດ ໝາຍທີ່ລະບຸໄວ້ໃນມະຕິກອງປະ ຊຸມໃຫຍ່ ອົງຄະນະພັກເມືອງແຕ່ ລະຄັ້ງ ມີຜົນສຳເລັດຕາມຈຸດປະສົງ ຄາດໝາຍ, ມີບາງດ້ານກໍລື່ນແຜນ ການ. ພ້ອມນີ້, ທົ່ວປວງຊົນໄດ້ເຂົ້າ ຮ່ວມໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຫລາຍ ຂຶ້ນ ເຮັດໃຫ້ທົ່ວເມືອງມີສະຖຽນ ລະພາບ ທາງດ້ານການເມືອງໜັກ ແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍ ພື້ນຖານ, ເສດຖະກິດມີການຂະ ຫຍາຍຕົວຕໍ່ເນື່ອງ ຊີວິດການເປັນ ຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບ ການພັດທະນາດີຂຶ້ນ. ຜົນສຳເລັດທີ່ກ່າວມານັ້ນ, ກໍ ຍ້ອນມີແນວທາງນະໂຍບາຍອັນ ຖືກຕ້ອງຂອງພັກ ແລະ ການເອົາໃຈ ໃສ່ ໃກ້ຊິດຕິດແທດຂອງຄະນະປະ ຈໍາພັກແຂວງ, ບັນດາພະແນກການ ກ່ຽວຂ້ອງຂອງແຂວງ ໄດ້ໃຫ້ການ ສະໜັບສະໜູນ ແລະ ຍູ້ແຮງທາງ ດ້ານວິຊາສະເພາະຕາມສາຍຕັ້ງ ແລະ ສາຍຂວາງ ໃນການຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກເມືອງໄດ້ເປັນ ຢ່າງດີ. ນອກນີ້, ພະນັກງານ-ສະ ມາຊິກພັກ ໄດ້ມີຄວາມພະຍາຍາມ ຝຶກຝົນຫລໍ່ຫລອມຕົນເອງ, ຍົກ ສູງບົດບາດຄວາມເປັນແບບຢ່າງ ນໍາໜ້າ, ມີຄວາມສະດຸ້ງໄວ ແລະ ກ້າຫານ ຕັດສິນໃຈແກ້ໄຂບັນຫາ ຢ່າງທັນການ, ເສີມຂະຫຍາຍ ໄດ້ມູນເຊື້ອຄວາມສາມັກຄີຂອງ ປະຊາຊົນບັນດາເຜົ່າ, ຄວາມເປັນ ເອກະພາບຂອງຄະນະພັກທຸກຂັ້ນ ແລະ ລະດົມໄດ້ກໍາລັງແຮງສັງ ລວມຂອງສັງຄົມເຂົ້າໃນການພັດ ທະນາ. ກອງປະຊຸມໃຫຍ່ ຜູ້ແທນອົງ ຄະນະພັກ ເມືອງໂພນໄຊ ແຂວງ ຫລວງພະບາງ ຄັ້ງທີ X ໄຂຂຶ້ນໃນ ວັນທີ 10 ກຸມພາ 2025 ພາຍໃຕ້ ຄຳຂວັນ “ຍົກສູງຄວາມສາມາດ ນໍາພາຂອງຄະນະພັກທຸກຂັ້ນ, ເຊີດ ຊູນ້ຳໃຈຮັກຊາດເປັນເຈົ້າຕົນເອງ, ສ້າງໃຫ້ເມືອງໂພນໄຊ ກາຍເປັນ ເມືອງເຂັ້ມແຂງທາງດ້ານການ ປູກຝັງ-ລ້ຽງສັດທີ່ມີຄຸນນະພາບ, ເລັ່ງໃສ່ແກ້ໄຂຄວາມທຸກຍາກ ຂອງ ປະຊາຊົນຕາມທ່າແຮງບົ່ມຊ້ອນ” ໂດຍມີ ສະຫາຍ ຄຳຂັນ ຈັນທະວີ ສຸກ ກຳມະການສູນກາງພັກ ເລຂາ ຄະນະບໍລິຫານງານພັກແຂວງ ເຈົ້າ ແຂວງໆຫລວງພະບາງ ພ້ອມດ້ວຍ ຜູ້ແທນຮັບເຊີນ ແລະ ຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ສະມາຊິກພັກໃນ ທົ່ວເມືອງເຂົ້າຮ່ວມ. * ທ່ານ ແພງສີ ສີລາວີ ຮອງ ປະທານສະພາປະຊາຊົນແຂວງເຊ ກອງ ໄດ້ມີຄຳເຫັນຕໍ່ກອງປະຊຸມ ສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວທົ່ວ ປະເທດ ປີ 2024 ແລະ ທິດທາງປີ 2025 ມໍ່ໆນີ້ວ່າ: ການຈັດຕັ້ງປະ ຕິ ບັດກິດຈະກໍາເປີດປີທ່ອງທ່ຽວລາວ ປີ 2024 ໂດຍລວມແລ້ວແມ່ນໄດ້ ຮັບຜົນສໍາເລັດຫລາຍ ໂດຍສະເພາະ ຢູ່ແຂວງເຊກອງ ການຈັດກິດຈະກໍາ ປີທ່ອງທ່ຽວຢູ່ໃນຂັ້ນແຂວງ ແລະ ຂັ້ນເມືອງເປັນສີສັນໜຶ່ງ ສົ່ງເສີມ ການທ່ອງທ່ຽວໃຫ້ມີຄວາມຄືກ ຄັກ, ຜ່ານມາ ທີ່ຍັງງຽບເຫງົາ ອັນເນື່ອງມາຈາກສະພາບການ ລະບາດຂອງໂຄວິດ ແລະ ເສດຖະ ກິດຫຍຸ້ງຍາກ. ພາຍຫລັງມີນະໂຍ ບາຍຂອງລັດຖະບານ ກໍຄືການຖະ ແຫລງການຂອງກະຊວງ ຖວທ ວ່າ ດ້ວຍເປີດໄຟຂຽວ ຊຸກຍູ້-ສົ່ງເສີມ ປະຕິບັດກິດຈະກໍາການທ່ອງທ່ຽວ ໃນທົ່ວປະເທດ ເຫັນວ່າບັນຍາກາດ ການທ່ອງທ່ຽວ ກັບມາມີສີສັນອີກ ຄັ້ງ. ສະເພາະແຂວງເຊກອງ ມີ ແຂກພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ເພີ່ມຂຶ້ນຫລາຍ ເທົ່າຕົວ. ການຈັດຕັ້ງປະຕິບັດງານ ເປີດປີທ່ອງທ່ຽວລາວປີ 2024 ມີ ຜົນໄດ້ຮັບຫລາຍ, ເຖິງວ່າລັດຖະ ບານໄດ້ທຸ້ມເງິນເຂົ້າໃນກິດຈະກໍາ ການທ່ອງທ່ຽວໃນປີ 2024 ຫລາຍ ພໍສົມຄວນ. ຂະນະທີ່ຜົນຕອບແທນ ກໍ່ໄດ້ດີເກີນຄາດ. ໝາຍຄວາມວ່າ ນອກຈາກຕົວເລກນັກທ່ອງທ່ຽວ ເພີ່ມສູງຂຶ້ນແລ້ວ ຍັງເຮັດໃຫ້ຕະ ຫລາດນັກທ່ອງທ່ຽວຈາກພາກພື້ນ ແລະ ໂລກເປັນທີ່ຮູ້ຈັກ ສປປ ລາວ ຫລາຍຂຶ້ນກວ່າເກົ່າ. ອັນນັ້ນຄືຜົນ ໄດ້ຮັບທີ່ເປັນຮູບປະທໍາ. ຄືດັ່ງທີ່ຮູ້ແລ້ວວ່າ ການພັດທະ ນາເຕັກໂນໂລຊີ ມີຄວາມທັນສະໄໝ ໂລກຂອງເຮົາໄດ້ແຄບເຂົ້າດ້ວຍ ປາຍນີ້ວມືກົດນັ້ນ ກົດນີ້ ຢູ່ໃນໂຊ ຊຽວມີເດຍ ຫລື ໂທລະສັບມືຖື; ເຮັດ ໃຫ້ການພົວພັນ ລະຫວ່າງຄົນກັບ ຄົນ-ການໄດ້ຮັບຂໍ້ມູນ-ຂ່າວສານ ກວ້າງຂວາງ ບໍ່ມີພົມແດນ; ການປະ ຕິບັດໜ້າທີ່ວຽກງານມີຄວາມວ່ອງ ໄວ, ປະຢັດແຮງງານ, ປະຢັດເວລາ ແລະອື່ນໆ. ແນ່ນອນຜົນຕາມມານັ້ນ ຄ່າໃຊ້ຈ່າຍອຸປະກອນເຕັກໂນໂລຊີ ທີ່ທັນສະໄໝແມ່ນມີລາຄາສູງ; ຄຽງ ຄູ່ກັບບັນຫາດັ່ງກ່າວເຮັດໃຫ້ຄົນ ຫວ່າງງານ,ຂໍ້ມູນ-ຂ່າວສານມີຄວາມ ຫລາກຫລາຍບໍ່ຮູ້ອັນໃດຈິງ, ອັນ ໃດປອມ; ເປັນຊ່ອງທາງໃຫ້ພວກ ອິດທິກໍາລັງປໍລະປັກ ໂຄ່ນລົ້ມໂຈມ ຕີຕໍ່ແນວທາງຂອງພັກ-ລັດ ແລະ ອື່ນໆ. ທ່ານ ແພງສີ ສີລາວີ ກ່າວ. ສຳລັບວິທີແກ້ໄຂນັ້ນ, ທ່າວ ແພງສີ ສີລາວີ ກ່າວວ່າ: ຕ້ອງມີກົນ ໄກໃນການຄຸ້ມຄອງທີ່ດີ, ຄົນກໍຕ້ອງ ມີທັດສະນະຄຸນທາດການເມືອງ ໝັກແໜ້ນ ແລະ ທັນສະໄໝ, ຫັນ ປ່ຽນ ແລະ ພັດທະນາລະບົບອຸປະ ກອນເຕັກນິກຂອງອົງການສື່ມວນ ຊົນຂອງລັດໃຫ້ທັນສະໄໝ, ຫັນ ປ່ຽນວິທີການຄຸ້ມຄອງ-ບໍລິຫານ, ຫັນປ່ຽນຮູບແບບການໂຄສະນາ ແນວທາງຂອງພັກ-ລັດ ຂອງອົງ ການສື່ມວນຊົນໄປຕາມການປ່ຽນ ແປງ ແລະ ຄວາມຕ້ອງການຂອງ ສັງຄົມໃນແຕ່ລະໄລຍະ. ໃນຍຸກ ເຕັກໂນໂລຊີທີ່ທັນສະໄໝ, ອົງການ ສື່ມວນຊົນ ຕ້ອງໄດ້ຫັນປ່ຽນເນື້ອ ໃນ-ຮູບການ, ຊ່ອງທາງ ໃນການ ໂຄສະນາຂໍ້ມູນ-ຂ່າວສານຂອງຕົນ ເຊັ່ນ: ເນື້ອໃນສັ້ນ, ສ້າງສິ່ງດຶງດູດ ຄວາມສົນໃຈ, ເຜີຍແຜ່ຜ່ານຫລາຍ ຊ່ອງທາງທີ່ເຂົ້າເຖິງໄດ້ງ່າຍເປັນ ຕົ້ນແມ່ນໂທລະສັບມືຖື ແລະ ອຸປະ ກອນອື່ນໆ ທີ່ມີຄວາມສະດວກ, ລາ ຄາບໍ່ແພງ, ຫາຊື້ໄດ້ງ່າຍ. ສຳລັບວຽກງານວັດທະນະທໍາ ພວກເຮົາມີກົດໝາຍເປັນບ່ອນອີງ ໃຫ້ແກ່ການຈັດຕັ້ງປະຕິບັດ; ສະເພາະ ຢູ່ແຂວງເຊກອງການນໍາແຂວງ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານນີ້ ແລະ ໄດ້ມີຂໍ້ຕົກລົງຂອງທ່ານເຈົ້າ ແຂວງ ສະບັບເລກທີ 37/ຈຂ.ຊກ, ລົງວັນທີ 10/3/2012 ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມະການ ຄຸ້ມຄອງ, ຂຶ້ນທະບຽນມໍລະດົກ ແລະ ປຸກລະດົມວັດຖຸບູຮານ, ວັດຖຸ ພັນ ແລະ ຜົນງານຂອງບັນດາເຜົ່າ ຂັ້ນແຂວງ, ຄະນະກໍາມະການໄດ້ ເຄື່ອນໄຫວຈັດຕັ້ງປະຕິບັດພາລະ ບົດບາດຂອງຕົນເປັນປົກກະຕິ ເຮັດ ໃຫ້ການລະດົມວັດຖຸພັນ, ຜົນງານ ບັນດາເຜົ່າມາເກັບຮັກສາແລະວາງ ສະແດງຢູ່ຫໍພິພິຕະພັນຂອງແຂວງ ເພີ່ມຂຶ້ນ, ປັດຈຸບັນຢູ່ຫໍພິພິທະພັນ ມູນເຊື້ອຂອງແຂວງ ມີວັດຖຸພັນ 1.225 ຊະນິດ, ໃນນັ້ນ ໄດ້ຂຶ້ນທະ ບຽນແລ້ວ 1.139 ຊະນິດ ເທົ່າກັບ 93,82%; ໄດ້ຈັດວາງສະແດງ ສໍາເລັດ 1.093 ຊະນິດ ເທົ່າກັບ 89,12%. ທັງເປັນບ່ອນຮຽນຮູ້ ຂອງນັກຮຽນ-ນັກສຶກສາ ແລະ ນັກ ທ່ອງທ່ຽວ. ຄຽງຄູ່ກັບບັນຫາດັ່ງ ກ່າວ ກໍມີຂໍ້ຫຍຸ້ງຍາກ ອັນທີໜຶ່ງ ບຸກຄະລາກອນບໍ່ທັນເຂັ້ມແຂງ. ສະ ນັ້ນ, ວັດຖຸພັນທີ່ມີຢູ່ບໍ່ສາມາດຢືນ ຢັນໄດ້ວ່່າເກີດຂຶ້ນໃນສະໄໝໃດ, ມີ ອາຍຸຈັກປີ; ອັນທີສອງງົບປະມານ ເພື່ອພັດທະນາ, ຄົ້ນຄວ້າ ແລະ ບູ ລະນະປົກປັກຮັກສາມີຈຳກັດ, ແຕ່ ຄວາມຕ້ອງການປັດຈຸບັນຊໍ້າພັດ ຫລາຍ ເພື່ອປັບປຸງໃຫ້ມີຄວາມທັນ ສະໄໝຕົບແຕ່ງ ໃຫ້ມີສີສັນສວຍ ງາມ ເພື່ອດຶງດູດຜູ້ຄົນເຂົ້າມາເບິ່ງ ມາຊົມ. ຕໍ່ກັບວຽກງານທ່ອງທ່ຽວ ສໍາ ລັບແຂວງເຊກອງ ເຫັນວ່ານິຕິ ກໍາກ່ຽວການຄຸ້ມຄອງການທ່ອງ ທ່ຽວຄົບຖ້ວນພໍສົມຄວນ, ສາມາດ * ບຸນນະມັດສະການພະທາດສີ ໂຄຕະບອງ ປະຈຳປີ 2025 ໄດ້ ໄຂຂຶ້ນເມ່ືອມໍ່ໆມານີ້ ທີ່ເມືອງທ່າ ແຂກ ແຂວງຄຳມ່ວນ ເຊິ່ງພາຍໃນ ງານໄດ້ມີການວາງສະແດງ ແລະ ຈຳໜ່າຍສິນຄ້າ ໂດຍການສົມທົບ ລະຫວ່າງສະພາການຄ້າ-ອຸດສາ ຫະກໍາແຂວງ ແລະ ພະແນກອຸດສາ ຫະກໍາ-ການຄ້າ ແຂວງຄໍາມ່ວນ ເພື່ອສ້າງເງື່ອນໄຂໃນການນໍາເອົາ ຜະລິດຕະພັນ ຂອງບັນດາເມືອງ ພາຍໃນແຂວງ, ການຜະລິດຂະ ໜາດນ້ອຍແລະຂະໜາດກາງຂອງ ຜູ້ປະກອບການ ຕະຫລອດຮອດພໍ່ ແມ່ປະຊາຊົນ ໄດ້ນໍາເອົາຜົນຜະ ລິດ, ຜະລິດຕະພັນ-ສິນຄ້າ ມາແລກ ປ່ຽນຊື້-ຂາຍ ເພື່ອສ້າງລາຍຮັບແກ່ ທຸລະກິດ ແລະ ຄອບຄົວເປັນການ ສ້າງໂອກາດໃຫ້ແກ່ພາກທຸລະກິດຜູ້ປະກອບການໄດ້ນຳສະເໜີຜະລິດ ຕະພັນຂອງຕົນ ຜ່ານບຸນນະມັດສະ ການພະທາດສີໂຄດຕະບອງ, ໃນ ປີນີ້ ມີຮ້ານວາງສະແດງ ແລະ ຈໍາ ໜ່າຍສິນຄ້າ 115 ຫົວໜ່ວຍ ມູນຄ່າ ຫລາຍກວ່າ 10 ຕື້ກີບ. ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານ ຄະນະກຳມະການຈັດງານນະມັດ ສະການພະທາດສີໂຄດຕະບອງ ປະຈໍາປີ 2025 ໄດ້ກ່າວວ່າ: ການ ຈັດບຸນດັ່ງກ່າວ ກໍເພື່ອເປັນການ ສົ່ງເສີມທາງດ້ານວັດທະນະທໍາ ແລະ ຮັກສາຮີດຄອງປະເພນີອັນ ດີງາມຂອງຊາດ ຂອງເຜົ່າ ທີ່ໄດ້ ສືບທອດກັນມາແຕ່ບູຮານນະການ ແລະ ເປັນປັດໄຈໜຶ່ງ ເພື່ອຊຸກຍູ້- ສົ່ງເສີມການພັດທະນາເສດຖະກິດສັງຄົມຂອງຊາດ ຂອງທ້ອງຖິ່ນ, ເປັນການສົ່ງເສີມດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວດຶງ ດູດເອົາມວນຊົນ-ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໄດ້ ເຂົ້າມາທ່ຽວຊົມ, ພ້ອມນັ້ນ ທ່ານ ຮອງເຈົ້າແຂວງ ຍັງໄດ້ຮຽກຮ້ອງ ມາຍັງທຸກພາກສ່ວນ ຈົ່ງປະຕິບັດ ຕາມຂໍ້ກຳນົດ, ກົດລະບຽບຕ່າງໆ ທີ່ທາງຄະນະກຳມະການຈັດງານ ໄດ້ວາງອອກຢ່າງເຂັ້ມງວດ ເພື່ອ ແນໃສ່ເຮັດໃຫ້ງານດັ່ງກ່າວ ໄດ້ ດຳເນີນໄປດ້ວຍບັນຍາກາດອັນ ເບີກບານມ່ວນຊື່ນ, ເຕັມໄປດ້ວຍ ຄວາມສາມັກຄີຮັກແພງ, ມີຄວາມ ສະຫງົບ ແລະ ປອດໄພ. ຂ່າວ-ພາບ: ກອງຄໍາ ຈັດຕັ້ງປະຕິບັດໃນການຄຸ້ມຄອງ ວຽກງານຕ່າງໆ ໃນຂະແໜງການ ທ່ອງທ່ຽວໄດ້. ພຽງແຕ່ການຈັດຕັ້ງ ປະຕິບັດຍັງປະສານສົມທົບກັນ ບໍ່ ທັນເລິກເຊິ່ງລະຫວ່າງຂະແໜງ ການກ່ຽວຂ້ອງເປັນຕົ້ນແມ່ນຂະ ແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຂະແໜງແຜນ ການ ແລະ ການລົງທຶນ, ຂະແໜງ ອຸດສາຫະກໍາ ແລະ ການຄ້າ, ອົງ ການປົກຄອງແຕ່ລະຂັ້ນ ແລະ ຫົວ ໜ່ວຍຜູ້ປະກອບການຕາມການ ແບ່ງຂັ້ນຄຸ້ມຄອງພວກເຮົາກໍສາ ມາດຈັດຕັ້ງປະຕິບັດໄດ້. ຖ້າຫາກ ພວກເຮົາປະຕິບັດຕາມຂັ້ນຕອນ, ລະບຽບການ ແລະ ການຄຸ້ມຄອງ ມັນກໍຈະງ່າຍຂຶ້ນ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==