xtgmf]k; 4 3]d c]t gsfdko 12/02/2025 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ gmltdkomuj pyj '.spj muj l5 f0v'9u o ຮຽບຮຽງໂດຍ: ໜ່ວຍງານຄົ້ນຄວ້າ ຮ່ວມ: ລາວ-ຈີນ ສະຖາບັນການຕ່າງ ປະເທດ *ເທສະການກຸດຈີນ ຫລື ເອີ້ນ ອີກຢ່າງໜຶ່ງວ່າ ເທສະການລະດູໃບ ໄມ້ປົ່ງ ຫລື ກຸດຈີນ ເປັນເທສະການ ສຳຄັນທີ່ຍິ່ງໃຫຍ່ທີ່ສຸດໃນບັນດາ ເທສະການດັ່ງເດີມຂອງຄົນຈີນ ໂດຍປົກກະຕິຈະມີມື້ພັກຍາວ 8 ມຶື້. ເນື່ອງຈາກເປັນງານປະຈໍາປີທີ່ມີ ສີສັນຫລາຍທີ່ສຸດ, ການສະເຫລີມ ສະຫລອງກຸດຈີນແບບດັ່ງເດີມຈຶ່ງໃຊ້ ເວລາດົນເຖິງ 2 ອາທິດ ແລະ ເປັນ ເທສະການທີ່ສຳຄັນຢູ່ໃນບັນດາປະ ເທດຕ່າງໆ ໂດຍສະເພາະຢູ່ຂົງເຂດ ພາກພື້ນອາຊີຕາເວັນອອກ. ຕົ້ນ ກຳເນີດຂອງເທສະການກຸດຈີນ ແມ່ນໄດ້ສືບສານກັນມາ ປະມານ 3.500 ປີກ່ອນ. ປະເພນີກຸດຈີນໄດ້ ມີວິວັດທະນາການ ແລະ ໄດ້ຜ່ານ ຂະບວນພັດທະນາມາເປັນໄລຍະ ເວລາຍາວນານ. ກຸດຈີນ ເປັນເທສະການທີ່ສະ ຫລອງການເລີ່ມຕົ້ນມື້ຂຶ້ນປີໃໝ່ຕາມ ປະຕິທິນຈັນທຣາຄະຕິຂອງຈີນ(the traditional Chinese lunisolar calendar) (ຄ້າຍຄືກັນກັບກຸດສົງ ການປີໃໝ່ລາວ). ຕາມທໍານຽມ ປະເພນີແລ້ວຊາວຈີນຈະຕ້ອງເຄົາລົບ ບູຊາເທບພະເຈົ້າ ແລະ ບັນພະບູລຸດ, ເຊິ່ງມັນໄດ້ກາຍເປັນເວລາສຳຄັນ ໃນການລ້ຽງສະຫລອງ ແລະ ເປັນ ເວລາທີ່ສະມາຊິກໃນຄອບຄົວຈະ ໄດ້ເຕົ້າໂຮມກັນຢ່າງຄົບໜ້າຄົບຕາ. ທຸກໆປີ, ມື້ກຸດຈີນ ແມ່ນຈະປ່ຽນແປງ ໄປຕາມປະຕິທິນຈັນທຣາຄະຕິຂອງ ຈີນ, ສ່ວນໃຫຍ່ ເທສະການກຸດຈີນ ແມ່ນຈະຈັດຂຶ້ນໃນໄລຍະວັນທີ 21 ມັງກອນ ເຖິງ 20 ກຸມພາ ຂອງ ແຕ່ລະປີ. ສໍາລັບມື້ກຸດຈີນ ປີ 2025 ແມ່ນກົງກັບ ວັນພຸດ, ວັນທີ 29 ມັງກອນ 2025. ໃນປະຕິທິນແຕ່ລະ ປີຂອງຈີນ ແມ່ນຈະກ່ຽວພັນກັບສັດ ຕ່າງໆ ເຊິ່ງມີສັນຍະລັກຂອງສັດ ຕາມຮອບວຽນລາສີກະສັດຂອງ ຈີນ. ປີ 2025 ເປັນປີງູຕາມລາສີ ກະສັດຈີນ (Chinese zodiac) ປີງູໄມ້ (Wood Snake) ເຊິ່ງ ເລີ່ມສະເຫລີມສະຫລອງແຕ່ວັນທີ 29 ມັງກອນ 2025 ເຖິງວັນທີ 16 ກຸມພາ 2026. ປີງູເປັນປີລໍາດັບທີ 6 ໃນຮອບວຽນ12ປີຂອງລາສີກະສັດ ຈີນ (Chinese zodiac). ງູ ມີ ຄວາມໝາຍໆເຖິງຄວາມອາຄາດ ແຄ້ນ, ຄວາມເຈົ້າເລ້, ລຶກລັບ, ລວມ ເຖິງຄວາມສຽບແຫລມ ແລະ ການ ທໍານາຍດວງຊະຕາ. ຢ່າງໃດກໍຕາມ, ໃນປະເພນີຈີນບູຮານງູ ເຄີຍເປັນ ຮູບປັ້ນທີ່ເຄົາລົບບູຊາ ແລະ ເປັນໜຶ່ງ ໃນສັນຍະລັກທີ່ເກົ່າແກ່ທີ່ສຸດຂອງ ຊາດຈີນ. ເຈົ້າແມ່ນີ໋ຫວາ (Nuwa) ເປັນເທບທິດາໃນຕໍານານຈີນ ,ເປັນຜູ້ ສ້າງມະນຸດຂຶ້ນມາທີ່ມີຮ່າງກາຍເປັນ ງູ ມີຫົວເປັນມະນຸດ ແລະ ມັງກອນ ຈີນກໍມີຮ່າງກາຍເປັນງູເຊັ່ນກັນ. ທຸກມື້ນີ້ໃນບາງເຂດຂອງຈີນ ຜູ້ຄົນ ຍັງມີຄວາມເຊື່ອວ່າງູ ທີ່ພົບເຫັນໃນ ບ້ານເຮືອນຂອງຕົນຈະນໍາໂຊກລາບ ມາໃຫ້. ໃນຕໍານານໄດ້ກ່າວວ່າ: ມື້ກຸດ ຈີນໄດ້ກຳເນີດເກີດຂຶ້ນຈາກການຕໍ່ ສູ້ກັບໜຽນ “Nian” ໃນສະໄໝດຶກ ດໍາບັນ (/nyen/, ເຊິ່ງອອກສຽງ ຄືກັນກັບ “ປີ” ໃນພາສາຈີນ), ສັດຮ້າຍທີ່ໜ້າຢ້ານທີ່ໄດ້ປະກົດຕົວ ອອກມາທຸກມື້ກ່ອນວັນຂຶ້ນປີໃໝ່ (Lunar New Year’s Eve) ຕາມປະຕິທິນຈັນທຣາຄະຕິເພື່ອກິນ ຜູ້ຄົນ ແລະ ສະບຽງອາຫານສັດ ເພື່ອ ເປັນການຂັບໄລ່ສັດຮ້າຍປະຫລາດ ດັ່ງກ່າວ, ຜູ້ຄົນທັງຫລາຍຈຶ່ງໄດ້ນໍາ ເອົາເຈ້ຍສີແດງມາຕິດຕາມສະຖານ ທີ່ຕ່າງໆ, ຈູດໄມ້ໄຜ່, ທຽນ ແລະ ນຸ່ງຖືໃສ່ເສື້ອຜ້າສີແດງ. ຮີດຄອງ ປະເພນີເຫລົ່ານີ້ ໄດ້ສືບທອດກັນ ມາຈົນເຖິງປັດຈຸບັນ ເພື່ອເປັນການ ສະເຫລີມຂອງລະດູໃບໄມ້ຫລົ່ນ ແລະ ການເລີ່ມຕົ້ນປີໃໝ່ຕາມປະຕິ ທິນຈັນທຣາຄະຕິຂອງຈີນ (Chinese lunisolar calendar). ການສະຫລອງກຸດຈີນ ຕາມ ປະເພນີຊາວຈີນ ຈະສະຫລອງກັນ ເປັນເວລາ 16 ມື້ ເລີ່ມແຕ່ມື້ສົ່ງ ທ້າຍປີເກົ່າຈົນໄປເຖິງເທສະການ ໂຄມໄຟ ຫລື (Chinese New Year’s Eve to the Lantern Festival). ໃນ 7 ມື້ທຳອິດຂອງ ມື້ພັກທາງການນັບຕັ້ງແຕ່ວັນທີ 28 ມັງກອນ-4 ກຸມພາ 2025. ມື້ສໍາຄັນ ໃນການສະຫລອງກຸດຈີນ ປີ 2025 ມີຄື: 7 ມື້ກ່ອນປີໃໝ່ ຈະເຮັດອະນາ ໄມເຮືອນຊານບ້ານຊ່ອງ , ສະຖານ ທີ່ຕ່າງໆໃຫ້ຈົບງາມ ແລະ ແຕ່ງອາ ຫານຫລາກຫລາຍຊະນິດ, ສ່ວນມື້ ສົ່ງທ້າຍປີເກົ່າໄປອະນາໄມ ແລະ ເສັ້ນໄຫວ້ອາຫານເຄື່ອງດື່ມຂໍຂະມາ ຕໍໍ່ບັນພະບູລຸດ, ພ້ອມນັ້ນ ກໍຈັດພາເຂົ້າ ສາມັກຄີຮ່ວມມ່ວນຊື່ນກັບສະມາຊິກ ໃນຄອບຄົວ, ຍາດຕິພີ່ນ້ອງ, ມອບ ຫົງເປົາ (Hongbao: ເງິນ, ຄໍາ ຫລື ຊັບສິນມີຄ່າອື່ນໆ), ເມື່ອຮອດ ທ່ຽງຄືນຈະຈູດບັ້ງກະໂພກ ແລະ ບັ້ງໄຟດອກ. ສ່ວນມື້ຂຶ້ນປີໃໝ່ ແມ່ນ ການຢ້ຽມຢາມ, ທັກທາຍຍາດຕິ ພີ່ນ້ອງ, ໝູ່ເພື່ອນ ແລະ ມອບຂອງ ຂວັນອວຍພອນເຊິ່ງກັນ ແລະ ກັນ. ຈຸດສິ້ນສຸດຂອງເທສະການແມ່ນ ເທສະການໂຄມໄຟ, ການສະແດງໂຊ ເຊີດສິງໂຕ , ມັງກອນ ແລະ ອື່ນໆ. ຂະນົບທຳນຽມ ແລະ ປະເພນີກຸດຈີນ ຢູ່ໃນແຕ່ລະພາກພື້ນ ແລະ ຂົງເຂດ ຈະມີຄວາມແຕກຕ່າງກັນໄປ, ແຕ່ມີ ສີ່ງດຽວທີ່ຄືກັນແມ່ນການສົ່ງທ້າຍປີ ເກົ່າຕ້ອນຮັບປີໃໝ່. ການສະຫລອງ ກຸດຈີນໃນແຕ່ລະມື້ຈະມີຄື: ໜຶ່ງມື້ກ່ອນເທສະການລະດູ ໃບໄມ້ປົ່ງ, ຜູ້ຄົນຈະເຮັດອະນາໄມ ເຮືອນຊານບ້ານຊ່ອງໃຫ້ມີຄວາມ ສະອາດສວຍງາມ ແລະ ປະດັບ ປະດາຕົກແຕ່ງເຮືອນຊານບ້ານຊ່ອງ ເຊັ່ນ: ບານປະຕູ, ປ່ອງຢ້ຽມ ແລະ ສະຖານທີ່ຕ່າງໆດ້ວຍເຈ້ຍສີແດງ, ເຊິ່ງເປັນສີແຫ່ງສັນຍະລັກການປັດ ເປົ່າສິ່ງອັບປະມຸງຄຸນໃນປີເກົ່າອອກ ໄປໃຫ້ໝົດສິ້ນ ແລະ ກຽມເຮືອນໃຫ້ ພ້ອມເພື່ອຕ້ອນຮັບເອົາຄວາມໂຊກດີ ໃນວັນປີໃໝ່ທີ່ຈະເຂົ້າມາ. ສີແດງ ຖື ໄດ້ວ່າເປັນສີທີ່ມີຄວາມສຳຄັນຫລັກ ຂອງເທສະການ, ດ້ວຍຄວາມເຊື່ອ ທີ່ວ່າສີແດງເປັນສີມຸງຄຸນ ເຊິ່ງເປັນ ສີແຫ່ງຄວາມຈະເລີນຮຸ່ງເຮືອງ, ມີ ພະລັງທີ່ສາມາດຂັບໄລ່ວິນຍານອັນ ຊົ່ວຮ້າຍຕ່າງໆໃຫ້ພົ້ນໄປດ້ວຍການ ແຂວນ-ຫ້ອຍໂຄມໄຟສີແດງຕາມ ສະຖານທີ່ສາທາລະນະຕ່າງໆ ແລະ ການຕິດຮູບພາບສີແດງທີ່ມີສັນຍະ ລັກປີໃໝ່ ແລະ ຄໍາອວຍພອນຕ່າງໆ ຂຽນດ້ວຍໂຕໜັງສືຈີນໃສ່ເຈ້ຍສີແດງ ຕິດໃສ່ໜ້າປະຕູ ແລະ ຮູບພາບສີແດງ ອັນເປັນມຸງຄຸນປີໃໝ່ຕິດໄວ້ຝາປະຕູ ເຮືອນ ແລະ ອື່ນໆ. ມື້ໄຫວ້ກຸດຈີນ: ເປັນຂະນົບທໍາ ນຽມປະເພນີປີໃໝ່ຂອງຈີນ ທີ່ຍຶດຖື ປະຕິບັດສືບທອດກັນມາແຕ່ເຫີງ ນານ. ກ່ອນງານລ້ຽງອາຫານຄໍ່າ ຈະໄຫວ້ເທບພະເຈົ້າຕ່າງໆ ແລະ ໄຫວ້ບັນພະບູລຸດ, ພໍ່ແມ່ ຫລື ຍາດຕິ ພີ່ນ້ອງ ແລະ ໄຫວ້ຜີພີ່ນ້ອງທີ່ໄດ້ ລ່ວງຫລັບໄປແລ້ວ, ເພື່ືອເປັນການ ຂໍຂະມາ ແລະ ຂໍຄໍາອວຍພອນຈາກ ບັນພະບູລຸດ. ພ້ອມນີ້, ຍັງສະແດງ ໃຫ້ເຫັນວ່າ ໃຫ້ບັນພະບູລຸດກິນເຂົ້າ ແລະ ກິນອາຫານກ່ອນ. ນອກນີ້, ຍັງ ໄດ້ມີຈອກເຫລົ້າພິເສດໜ່ວຍໜຶ່ງວາງ ໄວ້ເທິງໂຕະອາຫານໃນຄໍ່າຄືນຂອງ ງານລ້ຽງສົ່ງທ້າຍປີເກົ່າ. ມື້ສົ່ງທ້າຍປີເກົ່າ ເປັນມື້ທີ່ຄຶກຄື້ນ ແລະ ສຳຄັນທີ່ສຸດສຳລັບຄົນຈີນ ເພາະເປັນມື້ທີ່ສະມາຊິກໃນຄອບຄົວ ຈະໄດ້ຢູ່ພ້ອມໜ້າພ້ອມຕາກັນຮ່ວມ ສະເຫລີມສະຫລອງເທສະການທີ່ ສຳຄັນນີ້ກັບຄອບຄົວ. ອາຫານຄໍ່າ ໃນມື້ສົ່ງທ້າຍປີເກົ່າຂອງຈີນເອີ້ນວ່າ ການຄວນຄືນງານລ້ຽງອາຫານຄໍ່າ, ສະມາຊິກໃນຄອບຄົວທັງຫລາຍຈະ ນັ່ງອ້ອມໂຕະອາຫານ, ເພີດເພີນກັບ ການກິນອາຫານທີ່ຫລາກຫລາຍ ຊະນິດ ແລະ ຍົກຈອກອວຍພອນ ປີໃໝ່ກັນພາຍໃຕ້ຮອຍຍີ້ມ ແລະ ສຽງຫົວອັນເບີກບານມ່ວນຊື່ນ, ໂອ້ລົມກັນຢ່າງສະໜຸກສະໜານ ແລະ ມ່ວນຊື່ນ. ມື້ປີໃໝ່ ເປັນມື້ທີ່ຜູ້ຄົນທັງຫລາຍ ຕ່າງກໍອອກໄປທ່ອງທ່ຽວພັກຜ່ອນ, ນຸ່ງຖືເສື້ອຜ້າທີ່ມີສີສັນສວຍສົດ ງົດງາມໄປໄຫວຂໍພອນຍາດຕິພີ່ ນ້ອງຜູ້ຫລັກຜູ້ໃຫຍ່. ການມອບໃຫ້ ແລະ ແລກປ່ຽນຊອງຫົງເປົາ ແລະ ຂອງຂວັນຕ່າງໆເພື່ອເປັນສິ່ງມຸງ ຄຸນ: ມື້ກຸດຈີນ ຖືໄດ້ວ່າເປັນເທສະ ການແຫ່ງຫົງເປົາກໍວ່າໄດ້, ສ່ວນ ຫລາຍຈະມອບຊອງຫົງເປົາໃຫ້ ເດັກນ້ອຍ ແລະ ຜູ້ສູງອາຍຸ. ຊອງ ສີແດງ (ເງິນ) ຫລື ເອີ້ນວ່າ ya sui qian ( yaa sway chyen) ເຊິ່ງມີຄວາມໝາຍວ່າປາບປາມ Sui the demon ຜີສາດເງິນ. ຜູ້ທີ່ໄດ້ ຮັບຊອງອັງເປົາກໍຈະອວຍພອນໃຫ້ ທຸກຄົນມີຄວາມປອດໄພ ແລະ ມີ ຄວາມສຸກ. ນອກນັ້ນ, ຊາວຈີນ ຍັງ ນິຍົມມອບຂອງຂວັນອື່ນໆ ເຊັ່ນ: ເຄື່ອງດື່ມເຫລົ້າ, ຊາ, ໝາກໄມ້ ແລະ ເຂົ້າໜົມ. ສຳລັບການຈູດບັ້ງກະໂພກ ແລະ ຈູດບັ້ງໄຟ: ໄດ້ຈັດສະແດງຂຶ້ນທີ່ ສາທາລະນະໃນເມືອງໃຫຍ່ຕ່າງໆ ລວມທັງແຕ່ລະເຮືອນໃນຕົວເມືອງ ແລະ ຊົນນະບົດກໍ່ໄດ້ຈູດເພື່ອເປັນ ການສະເຫລີມສະຫລອງ, ການ ຈູດກະໂພກ ແລະ ບັ້ງໄຟດອກ ເປັນ ກິດຈະກຳມ່ວນຊື່ນທີ່ຂາດບໍ່ໄດ້, ເປັນ ການຂັບໄລ່ສິ່ງຊົ່ວຮ້າຍທັງຫລາຍ ແລະ ຕ້ອນຮັບປີໃໝ່ທີ່ຈະມາເຖິງ. ພວກເຮົາຈະເຫັນດອກໄມ້ໄຟຫລາຍ ລ້ານລູກຖືກຈູດຂຶ້ນທົ່ວທ້ອງຟ້າໃນ ປະເທດຈີນ ໃນເວລາ 00.00 ໂມງ. ການສະແດງເຊີດສິງໂຕ ແລະ ເຊີດ ມັງກອນ ຈະເຫັນຢູ່ທຸກຫົນແຫ່ງໃນ ປະເທດຈີນ ແລະ ຫລາຍໆປະເທດ ຕາເວັນຕົກໃນໄລຍະເທສະການກຸດ ຈີນ, ເປັນການສະແດງເພື່ອເປັນສິຣິ ມຸງຄຸນ ເພື່ອນໍາມາຊຶ່ງຄວາມຈະເລີນ ຮຸ່ງເຮືອງ ແລະ ຄວາມໂຊກລາບໃນ ປີດຽວກັນ ແລະ ປີຕໍ່ໆໄປ. ການສະເຫລີມສະຫລອງບຸນ ປະເພນີຂອງລາວ ກໍ່ມີຄວາມຄ້າຍ ຄືກັນກັບການສະຫລອງກຸດຈີນ ເຊັ່ນດຽວກັນໂດຍໄດ້ຍຶດຖືເອົາຕາມ ປະຕິທິນຈັນທະລາຄະຕິ. ພ້ອມນີ້ ການກະກຽມກິດຈະກຳການສະ ຫລອງກຸດຈີນກໍ່ຄ້າຍກັນກັບການ ສະຫລອງບຸນປີໃໝ່ລາວ ເຊັ່ນ: ເປັນ ເວລາເຕົ້າໂຮມສະມາຊິກພາຍໃນ ຄອບຄົວ, ຍາດຕິພີ່ນ້ອງ, ລູກຫລານ, ໝູ່ເພື່ອນມາຮ່ວມພາເຂົ້າສາມັກຄີ, ນໍາສິ່ງຂອງມາສົມມາພໍ່ແມ່ຜູ້ຫລັກ ຜູ້ໃຫຍ່, ອະນາໄມເຮືອນຊານ,ອະ ນາໄມທາດພໍ່ແມ່, ບັນພະບູລຸດຜູ້ທີ່ ລ່ວງລັບໄປແລ້ວ; ຫົດສົງອວຍພອນ ເຊິ່ງກັນ ແລະ ກັນ ເຫລົ່ານີ້ເປັນຕົ້ນ. ເປີດງານວາງສະແດງລົດ...ີົ ພາຍໃຕ້ການນຳພາຂອງພັກ...້ັ ຝຶກອົບຮົມການວິເຄາະ...ຶົົິ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ ເນື່ອງເປັນຕົ້ນວຽກງານມໍລະດົກ ໄດ້ຮັບການເສີມຂະຫຍາຍ ເຊິ່ງສະ ຖານທີ່ສຳຄັນຕ່າງໆຫລາຍແຫ່ງ ຂອງ ສປປ ລາວ ໄດ້ຖືກຮັບຮອງ ເປັນມໍລະດົກໂລກ ແລະ ອື່ນໆ. ພ້ອມກັນນີ້, ກໍເຮັດໃຫ້ໂຮງຮຽນ ສິລະປະແຫ່ງຊາດ ມີການເຕີບ ໃຫຍ່ຂະຫຍາຍຕົວຢ່າງແຂງແຮງ ແລະ ໄດ້ຮັບການພັດທະນາຂຶ້ນ ໄປເລື້ອຍໆເປັນຕົ້ນແມ່ນເຮັດໃຫ້ ວຽກງານສຶກສາ ແລະ ສິລະປະ ຂອງ ສປປ ລາວ ມີການເຕີບໃຫຍ່ ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ, ສາມາດຮັບໃຊ້ ໜ້າທີ່ການເມືອງຂອງພັກ-ລັດ, ຮັບໃຊ້ສັງຄົມໄດ້ຮັບຜົນສໍາເລັດ ເປັນກ້າວໆມາ. ຂະນະດຽວກັນ, ສ່ວນບຸກຄົນສ້າງສັນອີເວັນອໍກະໄນ ເຊີ ໄດ້ຈັດງານວາງສະແດງລົດຍົນ (Motor Fair 2025) ຄັ້ງທີ I ຂຶ້ນ ໃນວັນທີ 10-16 ກຸມພາ 2025 ທີ່ ນາກາມໍພາກຊັນ ນະຄອນຫລວງ ວຽງຈັນ ໂດຍໄດ້ຮວບຮວມຄ້າຍ ລົດ, ປະກັນໄພ, ສິນເຊື່ອເກືອບ 20 ບໍລິສັດມາເຂົ້າຮ່ວມໃນງານ, ປະ ເພດສິນຄ້າທີ່ນຳມາວາງສະແດງ ປະກອບມີ: ລົດໄຟຟ້າ EV, ລົດທີ່ ປະຢັດນໍ້າມັນ, ລົດຈັກໄຟຟ້າ, ເຄື່ອງ ຕົກແຕ່ງລົດ, ອຸປະກອນເສີມລົດ, ບໍລິສັດປະກັນໄພ, ບໍລິສັດສິນເຊື່ອ, ທະນາຄານ. ທ່ານວິທູນສິດທິມໍລະດາຫົວໜ້າ ກົມສົ່ງເສີມການຄ້າ ແລະ ຫັດຖະກຳ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຮູ້ວ່າ: ອຸດສາຫະກຳລົດ ໄດ້ມີ ວິວັດທະນາການ ແລະ ພັດທະນາ ເປັນແຕ່ລະໄລຍະຢ່າງບໍ່ຢຸດຢັ້ງ ເພື່ອ ສາມາດຮອງຮັບຄວາມຕ້ອງການ ຂອງຜູ້ຊົມໃຊ້ລົດ ເຊິ່ງຖືເປັນສິນຄ້າ ມີມູນຄ່າສູງ, ທັງເປັນສິ່ງຈຳເປັນ ໃນລະບົບເສດຖະກິດ, ກິດຈະວັດປະ ຈໍາວັນ, ການເດີນທາງ. ສະນັ້ນ, ຜູ້ ຊົມໃຊ້ກ່ອນຈະຕັດສິນໃຈຊື້ລົດຕ້ອງ ສຶກສາຂໍ້ມູນໃຫ້ລະອຽດເຊິ່ງໃນງານ ວາງສະແດງຄັ້ງນີ້ ມີການບໍລິການ ໃຫ້ຄຳປຶກສາ ແລະ ແນະນຳກ່າວ ກັບລົດອີກດ້ວຍ. ນອກຈາກວາງ ສະແດງລົດແລ້ວ, ຍັງມີການຂາຍ ສິນຄ້າໂອດັອບຂອງລາວ, ມີຫ້ອງ ວາງສະແດງສຳລັບສິນຄ້າທີ່ເປັນ ທ່າແຮງ. ທັງນີ້, ກໍເພື່ອຊຸກຍູ້ສົ່ງເສີມ ຜະລິດຕະພັນພາຍໃນຂອງລາວ, ປຸກລະດົມໃຫ້ສັງຄົມຫັນມາຊົມໃຊ້ ສິນຄ້າລາວໃຫ້ນັບມື້ຫລາຍຂຶ້ນ. ໂອກາດດຽວກັນ, ທ່ານ ນາງ ວົງວັນ ບົວແພງ ປະທານບໍລິສັດ ສ້າງສັນອີເວັນ ອໍກະໄນເຊີ ໄດ້ໃຫ້ ຮູ້ວ່າ: ງານວາງສະແດງລົດຈັດ ຂື້ນເພື່ອເປັນການສົ່ງເສີມ ແລະ ໂຄສະນາການຂາຍໂດຍສະເພາະ ແມ່ນການນຳໃຊ້ລົດທີ່ມີຄວາມທັນ ສະໄໝແທດເໝາະກັບເສດຖະກິດ, ແບບປະຢັດນໍ້າມັນ ແລະ ລະບົບ ໄຟຟ້າ. ພ້ອມນີ້, ຍັງຮວບຮວມ ເອົາທຸກພາກສ່ວນທີ່ຕິດພັນກັບອຸດ ສະຫະກຳລົດເຂົ້າມາວາງສະແດງ ເພື່ອເປັນທາງເລືອກໃຫ້ແກ່ຜູ້ບໍລິ ໂພກໄດ້ຊົມໃຊ້ ແລະ ສຳພັດກັບຮູບ ແບບໃໝ່. ຂ່າວ: ກິດຕາ ຕ່າງໆ ທີ່ຈະຜະເຊີນໜ້າກັບສິ່ງທ້າ ທາຍໃໝ່ທາງດ້ານເສດຖະກິດ-ການ ເງິນ, ການປ່ຽນແປງທາງດ້ານວັດ ທະນະທໍາ-ສັງຄົມ ແລະ ຄວາມໝັ້ນ ຄົງທາງດ້ານປ້ອງກັນຊາດ-ປ້ອງ ກັນຄວາມະຫງົບ ທັງພາຍໃນ, ພາກ ພື້ນ ແລະ ສາກົນ. ສະຖາບັນຄົ້ນຄວ້າວິທະຍາສາດ ການປົກຄອງ ແລະ ຝຶກອົບຮົມທີ່ ມີພາລະບົດບາດໃນການຄົ້ນຄວ້າ, ສ້າງ ແລະ ພັດທະນາຫລັກສູດຝຶກ ອົບຮົມກ່ຽວກັບການບໍລິຫານຄຸ້ມ ຄອງລັດ ໃຫ້ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບໄດ້ຮ່ວມກັບກົມພັດ ທະນາການບໍລິຫານລັດ ຄົ້ນຄວ້າ ຫລັກສູດການວິເຄາະແລະພັດທະນາ ການຈັດຕັ້ງຂຶ້ນ ຊຶ່ງຫລັກສູດດັ່ງ ກ່າວ ແນໃສ່ການສ້າງຂີດຄວາມ ສາມາດໃຫ້ແກ່ພະນັກງານ-ລັດຖະ ກອນໃຫ້ມີຄວາມເຂົ້າໃຈຕໍ່ວຽກງານ ການປັບປຸງກົງຈັກການຈັດຕັ້ງຂອງ ບັນດາກະຊວງ-ອົງການ ເຮັດໃຫ້ ກົງຈັກມີຄວາມເຂັ້ມແຂງ, ກະທັດ ຮັດສົມເຫດສົມຜົນ, ມີຄວາມສອດ ຄ່ອງກັບລະບົບການເມືອງ ແລະ ເງື່ອນໄຂສະພາບຕົວຈິງ ສປປ ລາວ ໃນແຕ່ລະໄລຍະ. ຊຸດຝຶກອົບຮົມຄັ້ງນີ້, ເປັນຄັ້ງ ທີ 2 ໃນຫລັກສູດປະກອບມີ 3 ບົດ ໃຫຍ່ຄື: ບົດທີ 1 ຄວາມຮູ້ພື້ນຖານ ກ່ຽວກັບການພັດທະນາອົງການ ຈັດຕັ້ງ, ບົດທີ 2 ການພັດທະນາ ກົງຈັກການຈັດຕັ້ງຂອງ ສປປ ລາວ ແລະ ບົດທີ 3 ການກຳນົດຕໍາແໜ່ງ ງານ. ການຈັດຊຸດຝຶກອົບຮົມຄັ້ງນີ້, ມີຄວາມສຳຄັນຫລາຍໃນການຊ່ວຍ ໃຫ້ຄະນະຮັບຜິດຊອບສ້າງ ແລະ ພັດທະນາຫລັກສູດໄດ້ຕິດຕາມ ແລະ ເກັບກຳຄຳຄິດເຫັນ ເພື່ອເປັນຂໍ້ມູນທີ່ ສໍາຄັນໃນການປັບປຸງເນື້ອໃນ ແລະ ວິທີການດຳເນີນການຝຶກອົບຮົມ ໃຫ້ມີປະສິດທິພາບສູງຂຶ້ນ, ທັງເປັນ ການສືບຕໍ່ ແລະ ຢັ້ງຢືນເຖິງໝາກ ຜົນຂອງການສ້າງ ແລະ ພັດທະນາ ຫລັກສູດນໍາໄປສູ່ການຝຶກອົບຮົມດັ່ງ ກ່າວໃຫ້ສົມບູນຍິ່ງຂຶ້ນ. ໂຮງຮຽນສິລະປະແຫ່ງຊາດ ກໍໄດ້ ສຸມໃສ່ພັດທະນາຕົນເອງຢ່າງຮອບ ດ້ານເພື່ອໃຫ້ກາຍເປັນສູນກາງແຫ່ງ ການບໍາລຸງ, ກໍ່ສ້າງບຸກຄະລາກອນ ທາງດ້ານສິລະປະວັດທະນະທໍາ ໃຫ້ກາຍເປັນນັກສະແດງ, ນັກສິລະ ປິນອາຊີບກ້າວສູ່ລະດັບພາກພື້ນ ແລະ ສາກົນເທື່ອລະກ້າວ, ທັງໄດ້ ສະໜອງນັກສິລະປິນ, ນັກສະແດງ, ນັກປະພັນ, ນັກປະດິດຄິດແຕ່ງ ຕ່າງໆ ໃຫ້ກັບກອງສະແດງທັງຢູ່ສູນ ກາງ ແລະ ທ້ອງຖິ່ນ. ໃນໂອກາດນີ້, ທ່ານ ວຽງພອນ ສຸກຂະວົງ ຍັງໄດ້ສະແດງຄວາມ ພາກພູມໃຈ ແລະ ຄວາມກະຕັນຍູຮູ້ ບຸນຄຸນຢ່າງເລິກເຊິ່ງຕໍ່ການນໍາພັັກລັດ ທີ່ໄດ້ສືບຕໍ່ຜັນຂະຫຍາຍມູນ ເຊື້ອອັນດີງາມຂອງຕົນເຂົ້າໃນ ພາລະກິດລວມແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດນັບມື້ນັບກ້າວຂຶ້ນ, ທັງ ເຮັດໃຫ້ປະເທດຊາດ ມີການເຕີບ ໃຫຍ່ຂະຫຍາຍຕົວ, ເຮັດໃຫ້ຫລາຍ ໜ້າວຽກ, ຫລາຍຂະແໜງການໄດ້ ຮັບການພັດທະນາທັງປະລິມານ ແລະ ຄຸນນະພາບໂດຍສະເພາະ ວຽກງານວັດທະນະທໍາ-ສັງຄົມ ໄດ້ ຮັບການພັດທະນາ ແລະ ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ ໂດຍຖືເອົາການ ພັດທະນາຊັບພະຍາກອນມະນຸດ ເປັນບຸລິມະສິດສໍາຄັນ, ເຮັດໃຫ້ ປະເທດລາວເຮົາມີຖັນແຖວນັກ ຮຽນຮູ້, ປັນຍາຊົນ, ຜູ້ຊ່ຽວຊານ ດ້ານຕ່າງໆ ກໍຄື ແຮງງານທີ່ໄດ້ຮັບ ການຝຶກສີມືນັບມື້ນັບຫລາຍຂຶ້ນ, ຄຸນຄ່າດ້ານສິລະປະ-ວັດທະນະທໍາ ຂອງຊາດ, ຂອງເຜົ່າໄດ້ຮັບການ ອະນຸລັກຮັກສາ ແລະ ເສີມຂະຫຍາຍ ໃຫ້ອຸດົມຮັ່ງມີ, ພ້ອມທັງກໍາຈັດ ແລະ ລົບລ້າງວັດທະນະທໍາທີ່ເຊື່ອມຊາມຊອດກະຈາ, ການເຊື່ອຖືງົມງວາຍ ໄດ້ຫລຸດລົງເປັນກ້າວໆ. ພ້ອມນັ້ນ, ວຽກງານສິລະປະການສະແດງກໍ ໄດ້ຮັບການສົ່ງເສີມໃນການປະດິດ ຄິດແຕ່ງສິລະປະ-ວັນນະຄະດີ ແລະ ລາຍການສະແດງຕ່າງໆໃຫ້ມີຫລາຍ ສີສັນ ແລະ ອຸດົມສົມບູນ, ໄດ້ເອົາໃຈ ໃສ່ບໍາລຸງ, ກໍ່ສ້າງຊັບພະຍາກອນ ມະນຸດທາງດ້ານສິລະປະການສະ ແດງນັບມື້ນັບຫລາຍຂຶ້ນໄດ້ທັງ ປະລິມານ ແລະ ຄຸນນະພາບ, ເຮັດ ໃຫ້ປະເທດລາວເຮົາໄດ້ມີຖັນແຖວ ນັກສະແດງ, ນັກສິລະປິນເປັນອາ ຊີບໃນສາຂາຕ່າງໆທີ່ໄດ້ຮັບການ ຝຶກສີມືນັບມື້ນັບຫລາຍຂຶ້ນ, ສາມາດ ສ້າງໃຫ້ເປັນກໍາລັງແຮງການຜະລິດ ຕົ້ນຕໍທີ່ສາມາດຕອບສະໜອງຕໍ່ການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດໃຫ້ໄດ້ຢ່າງໝັ້ນຄົງ, ຫັນເປັນອຸດ ສາຫະກໍາ ແລະ ທັນສະໄໝ, ສາມາດ ເຊື່ອມໂຍງກັບລະດັບພາກພື້ນ ແລະ ສາກົນ ເທື່ອລະກ້າວ. ພ້ອມນີ້, ທ່ານ ວຽງພອນ ສຸກ ຂະວົງ ຍັງໄດ້ອວຍພອນໄຊອັນ ປະເສີດມາຍັງການນໍາພັກ-ລັດ ທຸກ ທ່ານຈົ່ງມີພະລານາໄມສົມບູນ, ສືບ ຕໍ່ນໍາພາປະເທດຊາດ ກໍຄື ນຳພາ ຊີ້ນຳວຽກງານ ຖວທ ໃຫ້ຈະເລີນ ກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍ ພອນແດ່ພະນັກງານສະມາຊິກ ພັກ, ທະຫານ, ຕໍາຫລວດ ແລະ ປະຊາຊົນທຸກຖ້ວນໜ້າຈົ່ງມີຄວາມ ຜາສຸກ ແລະ ປະສົບຜົນສໍາເລັດໃນ ການປະ ຕິບັດໜ້າທີ່ວຽກງານອັນ ມີກຽດຂອງແຕ່ລະທ່ານ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==