6066

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 12/02/2025 xtgmf]k; gxu fIh ko9e|j kpzt]y f8tra o x5 p{1k le]a [4qj ;]Po ຮອງນາຍົກລັດຖະມົນຕີ ຊີ້ນຳ...ົັົີີ້ ນາຍົກລັດຖະມົນຕີ...ົັົີ ຮອງນາຍົກລັດຖະມົນຕີ ...ົັົີ ບຸນນະມັດສະການ...ຸັ ຂປລ. ວັນທີ 10 ກຸມພາ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ຕິດຕາມເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ, ທັງ ເຂົ້າຮ່ວມບຸນນະມັດສະການພະ ທາດສີໂຄດຕະບອງ ແລະ ໄດ້ໂອ້ລົມ ພະນັກງານການນໍາຫລັກແຫລ່ງ ຂອງແຂວງ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ບັນດາການນໍາຂອງແຂວງ, ການ ນໍາເມືອງ ແລະ ພະແນກການທີ່ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄຳເຫັນແລກປ່ຽນ ແລະ ໃຫ້ ທິດຊີ້ນຳຕໍ່ການນຳແຂວງຄໍາມ່ວນ ໂດຍໄດ້ເນັ້ນໃຫ້ເອົາໃຈເພີ່ມທະວີ ມາດຕະການສະກັດກັ້ນການກໍ່ອາ ຊະຍາກໍາຂ້າມຊາດ, ການແກ້ໄຂ ບັນຫາຢາເສບຕິດ, ສິ່ງທີ່ຜິດກົດ ຂປລ. ບຸນນະມັດສະການຜາ ສາດຫີນວັດພູຈໍາປາສັກ ປະຈໍາປີ 2025 ເປີດຂຶ້ນຢ່າງເປັນທາງການ ໃນຕອນຄໍ່າວັນທີ 10 ກຸມພາ 2025 ຢູ່ເດີ່ນສະຖານບູຮານວັດພູ ໂດຍ ມີທ່ານ ພົນເອກ ວິໄລ ຫລ້າຄຳ ຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ, ທ່ານນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານ ປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງ ວັນທີ 11 ກຸມພາ 2025 ຈະ ມີການແຂ່ງຂັນກິລາພື້ນເມືອງ ເຊັ່ນ: ກິລາປິນເສົາເອົາລາງວັນ, ກິລາ ກັອຟຊາວບ້ານ, ກິລາແລ່ນເປົາ ແລະ ທ່ຽວງານບຸນຕາມອັດທະຍາ ໄສ; ວັນທີ 12 ກຸມພາ 2025 ກົງ ກັບມື້ຂຶ້ນ 15 ຄໍ່າເດືອນ 3 ລາວ ຫລື ເດືອນສາມເພັງ ເປັນວັນບຸນມາຄະ ບູຊາ ເປັນວັນບຸນທີ່ມີຄວາມສໍາຄັນ ທາງພະພຸດສະສາໜາ, ຕອນເຊົ້າ, ຄະນະນໍາຂັ້ນແຂວງກໍຈະໄດ້ນໍາພາ ມວນຊົນທໍາບຸນໃສ່ບາດຖວາຍສັງ ຄະທານແດ່ພະສົງ, ຕອນແລງກໍມີ ພິທີວຽນທຽນ ເນື່ອງໃນວັນມາຄະ ບູຊາ. ທັງນີ້, ກໍເພື່ອເສີມຂະຫຍາຍ ມູນເຊື້ອປະຫວັດສາດ, ຮີດຄອງ ປະເພນີອັນດີງາມຂອງຊາດລາວ ໃຫ້ສາກົນໄດ້ຮັບຮູ້ພ້ອມທັງເປັນ ການດຶງດູດນັກທ່ອງທ່ຽວ. ຂ່າວ-ພາບ: ທູນທອງໃຈ ຂປລ. ບໍລິສັດລາວຖົ່ວລຽນໂກ ເດິນຟຣຸດ ຈຳກັດ ເປີດຮ້ານຈຳໜ່າຍ ຜະລິດຕະພັນປຸຍ ແລະ ຢາ ສຳລັບ ຖົ່ວລຽນຢູ່ບ້ານນາຄວາຍໃຕ້ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 10 ກຸມພາ 2025 ໂດຍ ໄດ້ນຳເອົາປຸຍ-ຢາ ທຸກຊະນິດທີ່ໃຊ້ ສຳລັບຖົ່ວລຽນ ແລະ ໄມ້ໃຫ້ໝາກ ທຸກຊະນິດ, ພ້ອມອຸປະກອນການ ກະເສດມາຈຳໜ່າຍ ໂດຍມີບັນດາ ບໍລິສັດປຸຍ-ຢາ ຈາກປະເທດເພື່ອນ ບ້ານ (ໄທ) ເຂົ້າຮ່ວມ. ທ່ານ ດວງດາວວອນ ສຸລິຍະ ວົງສາ ຜູ້ອຳນວຍການບໍລິສັດລາວ ຖົ່ວລຽນ ໂກເດິນຟຣຸດ ຈຳກັດ ໄດ້ ໃຫ້ຮູ້ວ່າ: ການເປີດຮ້ານຈຳໜ່າຍ ຜະລິດຕະພັນປຸຍ ແລະ ຢາ ໃນຄັ້ງ ນີ້ ເພື່ອສະໜອງປຸຍ ແລະ ຢາ ທຸກ ຊະນິດທີ່ໃຊ້ສຳລັບຖົ່ວລຽນ ແລະ ໄມ້ໃຫ້ໝາກພ້ອມອຸປະກອນການ ກະເສດໃຫ້ກະສິກອນໃນຂອບເຂດ ທົ່ວປະເທດ ໄດ້ນຳໃຊ້ຜະລິດຕະພັນ ທີ່ດີ, ມີຄຸນນະພາບແບບຄົບວົງຈອນ ແນໃສ່ເຮັດໃຫ້ສວນຖົ່ວລຽນຂອງ ຄົນລາວມີຜົນຜະລິດທີ່ດີ, ໄດ້ທັງ ປະລິມານ ແລະ ຄຸນນະພາບເພື່ອ ຈຳໜ່າຍພາຍໃນປະເທດ ແລະ ສົ່ງ ອອກໄປຕ່າງປະເທດ ເພື່ອສ້າງລາຍ ຮັບໃຫ້ກຸ່ມຜູ້ປູກ. ນອກຈາກຈຳໜ່າຍຜະລິດຕະ ພັນປຸຍ ແລະ ຢາ ແລ້ວ, ທ່ານ ດວງດາວວອນ ສຸລິຍະວົງສາ ຍັງ ໄດ້ເປີດໃຫ້ຄໍາປຶກສາກ່ຽວກັບການ ເຮັດສວນຖົ່ວລຽນເປັນຕົ້ນເຕັກນິກ ການປູກ, ການບົວລະບັດ, ການ ໃສ່ຝຸ່ນ, ໃສ່ປຸຍ ແລະ ອື່ນໆ ໃຫ້ຜູ້ ປະກອບການ, ນັກທຸລະກິດ, ກະສິ ກອນທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີກຳລັງຊັບ, ມີທຶນຮອນທີ່ມີ ຄວາມສົນໃຈຢາກສ້າງສວນໝາກ ຖົ່ວລຽນ ຕື່ມອີກ. ຂ່າວ-ພາບ: ທະນູທອງ ຮອງຜູ້ບໍລິຫານງານຝ່າຍລາວ ຕາງໜ້າບໍລິສັດຮ່ວມມືພັດທະນາ ບໍ່ແຮ່ໄຊສົມບູນ ຈຳກັດຜູ້ດຽວ ໄດ້ ລາຍງານໂດຍຫຍໍ້ກ່ຽວກັບຄວາມ ຄືບໜ້າຂອງການຈັດຕັ້ງປະຕິບັດ ວຽກງານຂອງບໍລິສັດຮ່ວມມືພັດ ທະນາບໍ່ແຮ່ໄຊສົມບູນ ຈຳກັດຜູ້ ດຽວ ພາຍຫລັງທີ່ໄດ້ເຊັນສັນຍາ MOU ໃນປີ 2020 ແລະ ເຊັນ ສັນຍາ CA ໃນປີ 2023 ບໍລິສັດ ໄດ້ປະຕິບັດມອບພັນທະໃຫ້ແກ່ ລັດຖະບານ ແລະ ແຂວງໄຊສົມບູນ ຕາມສັນຍາ, ບໍລິສັດສາມາດປ້ອນ ແຮ່ໄດ້ 600 ໂຕນຕໍ່ມື້, ໃນປີ 2024 ບໍລິສັດໄດ້ປ້ອນແຮ່ດິບເຂົ້າໂຮງງານ ທັງໝົດ 161.000 ໂຕນ, ໄດ້ ເປີດເຕົາຫລອມ 3 ຄັ້ງ ສາມາດ ເກັບກູ້ຜະລິດຕະພັນແຮ່ຄໍາທັງໝົດ 169 ກິໂລ ຊຶ່ງຄຸນນະພາບຂອງ ແຮ່ຄໍາແມ່ນ 70%, ໄດ້ມອບໃຫ້ ແກ່ລັດຖະບານ ແລະ ແຂວງຕາມ ສັນຍາ 3 ຄັ້ງ ລວມທັງໝົດ 23,5 ກິໂລ. ໂອກາດນີ້, ທ່ານ ພົອ ຈັນສະ ໝອນ ຈັນຍາລາດ ຍັງໄດ້ໃຫ້ທິດຊີ້ ນຳຕໍ່ການຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການ ຈັດຕັ້ງປະຕິບັດວຽກງານດຳເນີນ ໄປດ້ວຍຄວາມຖືກຕ້ອງຕາມຂັ້ນ ຕອນ ແລະ ລະບຽບຫລັກການ, ທັງ ເປັນການຮັກສາສິດຜົນປະໂຫຍດ ຂອງທັງສອງຝ່າຍໃຫ້ມີຄວາມໂປ່ງ ໃສ ແລະ ສາມາດກວດສອບໄດ້ໃນ ແຕ່ລະໄລຍະຂອງການຂຸດຄົ້ນດ້ວຍ ຄວາມເປັນທຳແນໃສ່ສ້າງຄວາມ ເປັນເອກະພາບສູງໃນການຈັດຕັ້ງ ປະຕິບັດ, ເຮັດໃຫ້ທົ່ວສັງຄົມມີສະຕິ ເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍໃຫ້ສູງຂຶ້ນ, ມີປະ ສິດທິພາບ ແລະ ປະສິດທິຜົນເພື່ອ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມດ້ວຍກົດໝາຍ ມີຄວາມເຂັ້ມງວດ ແລະ ສັກສິດ ກວ່າເກົ່າ. ຂ່າວ: ຄຳໝັ້ນ ພຽງພິລາ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ມີພະເຖລະນຸເຖລະ, ບັນດາ ການນໍາຈາກສູນກາງ, ການນໍາ ແຂວງພາກໃຕ້, ບັນດາທູຕານຸທູດ, ກົງສູນໃຫຍ່ ສສ ຫວຽດນາມ, ຣາ ຊະອານາຈັກກຳປູເຈຍ, ຣາຊະອາ ນາຈັກໄທ ຕະຫລອດຮອດມວນ ຊົນເຂົ້າຮ່ວມຢ່າງຄຶກຄື້ນມ່ວນຊື່ນ. ໂອກາດນີ້, ທ່ານ ອາລຸນໄຊ ສູນ ນະລາດ ເຈົ້າແຂວງໆຈໍາປາສັກ ໄດ້ ມີຄໍາເຫັນວ່າ: ບຸນນະມັດສະການຜາ ສາດຫີນວັດພູ ມໍລະດົກໂລກແຫ່ງທີ II ຂອງລາວປະຈໍາປີ2025ນີ້, ຕາມ ຄໍາຂວັນຂອງແຂວງ ທີ່ສົມຄວນ ຊອກຫາຮຽນຮູ້ ຄື: ເອກະລັກວັດພູ, ກຸຫລາບປາກເຊ, ກາເຟປາກຊ່ອງ, ນໍ້າຂອງໂຕນຄອງ, ສີທັນດອນລື ນາມ, ງາມນໍ້າໃຈຊາວຈໍາປາ, ລື ຊາກ້ອງໄກ, ກອງໄຊຈັກກະພັດ, ພັກ-ລັດ ນໍາພາພັດທະນາປວງປະ ຊາຢູ່ດີກິນດີ. ບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ປະ ຈໍາປີ 2025 ໃນພິທີເປີດງານຄັ້ງ ນີ້, ມີການສະແດງໂດຣນປະກອບ ພາບຕົວອັກສອນ ແສງ ສີ ສຽງ ໂດຍແມ່ນທະນາຄານພັດທະນາ ລາວ ເປັນຜູ້ໃຫ້ການສະໜັບສະໜູນ ມູນຄ່າ 775 ລ້ານກວ່າກີບ ແລະ ການຍິງດອກພຸໄຟແມ່ນກິດຈະກໍາ ພິເສດ 2 ກິດຈະກໍາ. ສໍາລັບຮູບແບບ ແລະ ເນື້ອໃນບິນໂດຣນ, ການບິນ ໂດຣນຊຸດທີ 1 ຈໍານວນ 100 ລໍາ ຈະມີບັນຍາຍກ່ຽວກັບທີ່ຕັ້ງຂອງ ເມືອງຈຳປາສັກ; ບິນໂດຣນ ຊຸດທີ 2 ຈໍານວນ 200 ລໍາ ຈະບັນຍາຍ ກ່ຽວກັບການສ້າງຕົວເມືອງ ແລະ ສ້າງສາສະນະສະຖານຂອງຮີນດູ; ບິນໂດຣນຊຸດທີ 3 ຈໍານວນ 200 ລໍາ ຈະບັນຍາຍກ່ຽວກັບຈອມພູ ເກົ້າແຮງບັນດານໃຈເຖິງສັດທາ ອັນແຮງກ້າ ແລະ ຄວາມເຊື່ອໃນ ສາສະໜາຮີນດູ. ສ່ວນການຍິງພຸໄຟ ໃນມື້ເປີດງານ, ແມ່ນການສະໜັບ ສະໜູນຂອງກຸ່ມບໍລິສັດຍິ່ງໂຊກໄຊ ມູນຄ່າ 1 ຕື້ກວ່າກີບ. ນອກຈາກນີ້, ຍັງມີການສະແດງ ລະຄອນຢ້ອນຍຸກກ່ຽວກັບຮັກ 3 ເສົ້າ ທ້າວບາຈຽງ-ນາງມະໂລງ, ໄຂປິດສະໜາການກໍ່ສ້າງຜາສາດ ຫີນວັດພູ ແລະ ນາງ ສີດາຍອດ ຍິງຜູ້ເສຍສະຫລະ, ມີຕະຫລາດ ຍ້ອນຍຸກຕິດພັນກັບການນຸ່ງຖືທີ່ ບົ່ງບອກເຖິງປະຫວັດສາດຄວາມ ເປັນມາແຫ່ງການກຳເນີດຂອງ ວັດພູຈຳປາສັກ ໂດຍໃຫ້ປະຊາຊົນ ບ້ານທາງຄົບ ແລະ ບ້ານໜອງສະ ເຂົ້າມາຮ່ວມຂາຍເຄື່ອງ ໂດຍບໍ່ເສຍ ຄ່າເຊົ່າ, ມີການຈັດສັນຕະຫລາດ ວາງສະແດງ ແລະ ຈໍາໜ່າຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງ 9 ເມືອງ, 1 ນະຄອນ, ສິນຄ້າທົ່ວໄປ, ອາຫານ ແລະ ເຄື່ອງດື່ມຕ່າງໆ. ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສະຫະນະຄອນ ເອເມຣັດ ອາຣັບ ຄົບຮອບ 30 ປີ ໃນປີ 2026 ທີ່ຈະມາເຖິງນີ້ ເຊິ່ງ ເປັນຂີດໝາຍໃໝ່ແຫ່ງການພົວພັນ ຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງ ປະເທດ ສປປ ລາວ ແລະ ສະຫະ ນະຄອນ ເອເມຣັດ ອາຣັບ ອີກດ້ວຍ. ກອງປະຊຸມຄັ້ງນີ້, ມີຜູ້ຕາງໜ້າຈາກ ບັນດາບໍລິສັດຊັ້ນນໍາຕ່າງໆຂອງ ປະເທດສະຫະນະຄອນ ເອເມຣັດ ອາຣັບ ແລະ ບໍລິສັດຈາກ ສປປ ລາວ ເຂົ້າຮ່ວມ 50 ກວ່າບໍລິສັດ ແລະ ມີຜູ້ເຂົ້າຮ່ວມທັງໝົດຫລາຍ ກວ່າ 80 ທ່ານ. ໝາຍຕ່າງໆໃຫ້ຖືເປັນວຽກບູລິມະ ສິດສໍາຄັນ; ສຸມໃສ່ປຸກລະດົມມວນ ຊົນທົ່ວສັງຄົມມີສ່ວນຮ່ວມໃນການ ກະກຽມກອງປະຊຸມ 3 ຂັ້ນ ກໍຄື ກອງປະຊຸມໃຫຍ່ອົງຄະນະພັກ ແຂວງໃຫ້ເປັນຂະບວນ ແລະ ປະ ກອບສ່ວນເຂົ້າໃນບັນດາເຫດການ ສໍາຄັນຕ່າງໆໃນປີ 2025; ສຸມ ໃສ່ທ່າແຮງບົ່ມຊ້ອນຂອງແຂວງ ໃນການຊອກແຫລ່ງລາຍຮັບໃຫ້ ມີການຄຸ້ມຄອງທີ່ດີ, ມີມາດຕະ ການສອດຄ່ອງກັນ. ນອກນີ້, ຍັງ ໄດ້ໃຫ້ທິດຊີ້ນຳໃນຫລາຍບັນຫາ ສຳຄັນທີ່ຕິດພັນກັບການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ. ໃນໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ກໍໄດ້ລາຍງານສະ ພາບການພັດທະນາເສດຖະກິດສັງຄົມຂອງແຂວງໂດຍສັງເຂບໃນ ໄລຍະ 1 ປີຜ່ານມາ ເສດຖະກິດຂອງ ແຂວງສືບຕໍ່ຂະຫຍາຍຕົວໃນລະດັບ 6,05%, ລວມຍອດຜະລິດຕະພັນ ບັນລຸໄດ້ 24,452 ຕື້ກີບ, ເທົ່າກັບ 119,71%, ລາຍຮັບສະເລ່ຍຕໍ່ຫົວ ຄົນ 53 ລ້ານກີບ/ຄົນ ຫລື ເທົ່າກັບ 2.469 ໂດລາສະຫະລັດ; ດ້ານ ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກແມ່ນໄດ້ສຸມ ທຶນຮອນ, ງົບປະມານເຂົ້າໃນການ ປັບປຸງພື້ນຖານໂຄງລ່າງ, ຂົວ, ຊົນລະປະທານ, ຈັດສັນເນື້ອທີ່ທໍາ ການຜະລິດ, ສະໜອງສັດລ້ຽງ, ກໍ່ສ້າງຕາຂ່າຍໄຟຟ້າ, ກໍ່ສ້າງໂຮງ ຮຽນ, ໂຮງໝໍນ້ອຍ ແລະ ອື່ນໆ ປຸກລະດົມບໍລິສັດລົງທຶນພາຍໃນ ແລະ ຕ່າງປະເທດ ເຂົ້າຊ່ວຍໃນ ການແກ້ໄຂຄວາມທຸກຍາກຂອງ ປະຊາຊົນ, ປັດຈຸບັນທົ່ວແຂວງ ມີບ້ານພົ້ນທຸກ 480 ບ້ານ ກວມ ເອົາ 84,2%, ບ້ານທຸກຍາກຍັງ ເຫລືອ 90 ບ້ານ ເທົ່າກັບ 15,8%, ເມືອງທຸກຍາກ 3 ເມືອງ. ສຳລັບ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຮອດວັນທີ 9 ກຸມພາ 2025 ສາມາດຈັດເກັບ ລາຍຮັບງົບປະມານໄດ້ທັງໝົດ 579 ຕື້ກີບ ເທົ່າກັບ 14,69% (ແຜນການ 3.947 ຕື້ກີບ). ໃນນີ້ ລາຍຮັບສູນກາງປະຕິບັດໄດ້ 113 ຕື້ກີບ ເທົ່າກັບ 8,99% (ແຜນການ 1.257 ຕື້ກີບ), ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 472 ຕື້ກວ່າກີບ ເທົ່າກັບ 17,55% (ແຜນການ 2.690 ຕື້ກີບ) ແລະ ດ້ານລາຍ ຈ່າຍປະຕິບັດໄດ້ 13 ຕື້ກວ່າກີບ ເທົ່າກັບ 1,76% (ແຜນການປີ 792 ຕື້ກີບ). ສໍາລັບພາກສະເໜີ ຕໍ່ລັດຖະບານຂໍງົບປະມານຊ່ວຍ ເຫລືອກໍ່ສ້າງເສັ້ນທາງເລກທີ 12, ລະບົບຊົນລະປະທານ, ກໍ່ສ້າງເສັ້ນ ທາງລົດໄຟ ແລະ ກໍ່ສ້າງຕາຝັ່ງ ເຈື່ອນໃນເຂດແຂວງຄໍາມ່ວນ. ໃນວັນດຽວກັນ, ທ່ານຮອງ ນາຍົກລັດຖະມົນຕີ ພ້ອມຄະນະຍັງ ໄດ້ໄປຢ້ຽມຢາມໂຮງງານ ຄໍາມ່ວນ ອຸດສາຫະກຳທໍ່ຢູ່ເຂດເສດຖະກິດ ພິເສດ ເຊິ່ງແມ່ນການລົງທຶນຂອງ ນັກລົງທຶນຈາກ ສປ ຈີນ ເປັນໂຮງ ງານຂະໜາດໃຫຍ່, ຜະລິດເພື່ອ ຮັບໃຊ້ໃນພາກອຸດສາຫະກຳ ແລະ ພາກກະສິກຳພາຍໃນ ແລະ ຕ່າງ ປະເທດ; ຢ້ຽມຢາມຄອບຄົວຕົວ ແບບອໍລະໄທຟາມ ຢູ່ບ້ານໜອງ ບົວຄໍາ ແລະ ໂຄງການພັດທະນາ ປັບປຸງແກ້ໄຂຄວາມທຸກຍາກຂອງ ປະຊາຊົນບ້ານກາບູດຊຽງແຫວນ ເມືອງທ່າແຂກ ທີ່ໄດ້ຮັບການຊ່ວຍ ເຫລືອຈາກບໍລິສັດຊີໂນ ອາກຣີ ໂປ ຕາສ ຈໍາກັດ ຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==