5675

okpq d]a f4t,q o8u 8h voIa [ g9Q kc0;'-5 '-v'oe3f l gdq ks]u le,tok;y mtpklkf]tfa [-kf 3vdkf ;a ogdu fxtmko 7ew8 lu ra ofvo Iv'okpq d]a f4t,q o8u 1h P,1k, c]t gIa f;Pd16 j ly 'dt3x [5 o,t3s]kovk-Po{pu j x5 j oxt9exu 2023 9a f0B o1j k'7b d7N o16 j ot7vos];';P'9a o ]k;{s;Pfok, ln [8+ Ij ;,,n ;Pd'kowvptdkoxt-k-q ol6 'l5 f dv'xt-5 ,;Pd'ko8h ko c]t ltda fdA ovk-tpkdela fxj k oeltg|u xB ,glA omk'xtlko.9 Ia [8h vo dkogxu foe.-h ]q fw2 ]k;{9u o 7q [Iv[ 2 xu dv'xt-5 ,]a f4t,q o8u 8j k'xtgmf 0v[dko Ij ;,,n c,j oE0v'{c,j oE]h ko-h k' 7A 'mu 8 w22h k]k; lk0k c0;'7e,j ;o dP,xa [x5 ' 8k0j kpmu j [+ gxa o]t[P[ ]k;{9u o sk]n lq j 'glu , ;Pd'kodkomj v'mj P; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 11.12.2023 ປີທີ 22 ສະບັບທີ 5.824 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ2  ອ່ານຕໍ່ໜ້າ2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 7 ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຕ້ອນຮັບການ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຂປລ. ໂດຍອີງຕາມການເຊື້ອ ເຊີນຂອງສະຖາບັນຄົ້ນຄວ້າກ່ຽວ ກັບອາຊີຕາເວັນອອກສຽງໃຕ້-ຢູ ຂປລ. ແຫລ່ງຂ່າວຈາກແຂວງຫົວພັນ ໃຫ້ ຮູ້ວ່າ: ສຳມະນາວິທະຍາສາດລະດັບຊາດໃນ ໂອກາດລະນຶກວັນເກີດຂອງປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ຈັດຂຶ້ນໃນອາ ທິດຜ່ານມາ, ທີ່ແຂວງຫົວພັນ ໂດຍການເປັນ ປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີທ່ານຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ, ປະທານສະພາທິດ ສະດີສູນກາງພັກ, ທ່ານຄຳແພງ ໄຊສົມແພງກຳ ມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງຫົວພັນ ພ້ອມດ້ວຍພະນັກງານຫລັກ ແຫ່ງພາຍໃນແຂວງຫົວພັນ ເຂົ້າຮ່ວມ. ຈຸດປະສົງ ເພື່ອສັນລະເສີນຄຸນງາມຄວາມ ດີ, ຄວາມເສຍສະລະອຸທິດຕົນ ແລະ ຜົນ ຂປລ. ລັດວິສາຫະກິດໄຟຟ້າສາ ຂາແຂວງຄໍາມ່ວນ ກຽມປັບປຸງຍົກ ຍ້າຍເສົາໄຟຟ້າ ແລະ ເສົາໄຟເຍືອງ ທາງ ພາຍໃນເທສະບານແຂວງ ເພື່ອ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ຈົບງາມກຽມຕ້ອນຮັບໃຫ້ແກ່ປີທ່ອງ ທ່ຽວລາວ 2024 ກໍຄືການທ່ອງ ທ່ຽວພາຍໃນແຂວງຄໍາມ່ວນ. ທ່ານ ໂພໄຊ ພົມມະທໍາ ຮັກສາ ການຫົວໜ້າໄຟຟ້າສາຂາແຂວງ ຂປລ. ໃນວັນທີ7ທັນວາ2023, ທ່ານ ທອງສະຫວັນ ພົມວິຫານ ກຳ ມະການສູນກາງພັກ,ຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກໄດ້ ຕາງໜ້າໃຫ້ທ່ານຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ນໍາ ພາຄະນະຜູ້ແທນລາວເຂົ້າຮ່ວມ ຂປລ. ສະມາຄົມນັກປະພັນລາວ ຮ່ວມກັບວິທະຍຸໂທລະພາບສູນກາງ ຈີນ ປະຈຳລາວ ນຳສະເໜີປຶ້ມເສັ້ນ ທາງປະສານໃຈ ເພື່ອຮັບຕ້ອນການ ເປີດນໍາໃຊ້ລົດໄຟລາວ-ຈີນຄົບຮອບ 2 ປີ ແລະ ຊົມເຊີຍການຈັດຕັ້ງປະຕິ ບັດນະໂຍບາຍ ໜຶ່ງແລວໜຶ່ງເສັ້ນ ທາງຂອງປະທານ ສີຈິ້ນຜິງ ຄົບ ຮອບ 10 ປີ ໃນວັນທີ 8 ທັນວາ 2023 ທີ່ຫໍສະໝຸດແຫ່ງຊາດ ນະ ຄອນຫລວງວຽງຈັນ ໂດຍມີທ່ານ ທອງໃບ ໂພທິສານ ປະທານສະມາ ຄົມນັກປະພັນລາວ, ທ່ານນາງ ແສງ ແກ້ວ (MOXiaoLing) ຫົວໜ້າວິ ທະຍຸໂທລະພາບສູນກາງຈີນ ປະຈຳ ລາວ, ທ່ານ ສໍາລານ ຫລວງອາໄພ ຂປລ. ກອງປະຊຸມສົ່ງເສີມການ ທ່ອງທ່ຽວ ລາວ-ຈີນ ໄດ້ຈັດຂຶ້ນໃນ ຕອນບ່າຍວັນທີ 7 ທັນວາ 2023 ເຊິ່ງເປັນກິດຈະກຳໜຶ່ງ ໃນແຜນເວທີ ສົນທະນາການຮ່ວມມືລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຕ່າງໜ້າຝ່າຍລາວນຳ ໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມ ໂຄສະນາການທ່ອງທ່ຽວ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຝ່າຍຈີນ ນຳໂດຍ ທ່ານ ລຸຈຸນ ອຳນວຍການສູນຂໍ້ມູນ ຂ່າວສານການທ່ອງທ່ຽວປະຈຳ ນະຄອນຫລວງວຽງຈັນ ເພື່ອແລກ ປ່ຽນຂໍ້ມູນຂ່າວສານ, ການໂຄສະ ນາການທ່ອງທ່ຽວ ຂອງສອງປະ ເທດລາວ-ຈີນ ໃຫ້ນັບມື້ນັບຂະ ທ່ານ ສອນໄຊ ສີພັນດອນ (ຂວາ) ເຂົ້າຢ້ຽມຂໍ່ານັບຂອງ ທ່ານ ກິມ ເທ ຮຶມ (Kim Tea Heum) ເຈົ້າ ງານອັນໃຫຍ່ຫລວງ ຂອງປະທານ ຄຳໄຕ ສີພັນດອນ ຕໍ່ ພາລະກິດປະຕິວັດຊາດ ປະຊາທິປະໄຕ ກໍຄືຕໍ່ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໂອກາດ ວັນເກີດຂອງເພິ່ນ ຫຍາຍຕົວ. ທ່ານ ຄົມ ດວງຈັນທາ ໄດ້ກ່າວ ວ່າ: ໃນແຕ່ລະປີນັກທ່ອງທ່ຽວຈີນ ໄດ້ເດີນທາງມາທ່ຽວລາວ ນັບມື້ນັບ ເພີ່ມຂຶ້ນ, ເປັນນັກທ່ອງທ່ຽວທີ່ມີຄຸນ ນະພາບ, ມີການໃຊ້ຈ່າຍສູງ. ໃນປີ 2019 ລັດຖະບານລາວ ໄດ້ຈັດຕັ້ງ ປະຕິບັດປີທ່ອງທ່ຽວ ລາວ-ຈີນ ເຊິ່ງ ເປັນເຫດການທີ່ສຳຄັນຂອງຂະ ແໜງການທ່ອງທ່ຽວ, ມີຫລາຍກິດ ຈະກໍາດ້ານທ່ອງທ່ຽວທັງສອງກະ ຊວງໄດ້ຮ່ວມກັນຈັດຕັ້ງປະຕິບັດ ເປັນການເພີ່ມທະວີການຮ່ວມມືເເລະ ອຳນວຍຄວາມສະດວກໃຫ້ແກ່ນັກ ທ່ອງທ່ຽວຈີນ ມາທ່ຽວ ສປປ ລາວ, ຫລາຍກວ່າ 1 ລ້ານເທື່ອຄົນ, ເພີ່ມ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ທ່ານ ສະເຫລີມໄຊ ກົມມະສິດ (ຂວາ) ສະ ຫາຍ ໄຊຊະນະ ໂຄດພູທອນ (ຊ້າຍ) ຊອບອີຊັກ (ISEAS-Yusof Ishak Institute) ປະເທດສິງກະ ຫົວໜ້າອໍານວຍການຫໍສະໝຸດແຫ່ງ ຊາດພ້ອມດ້ວຍນັກປະພັນ, ນັກກະວີ, ຊ່າງພາບ ແລະ ສື່ມວນຊົນເຂົ້າຮ່ວມ. ທ່ານ ນາງ ແສງແກ້ວ ໄດ້ກ່າວ ວ່າ: ປື້ມເສັ້ນທາງປະສານໃຈເປັນຜົນ ງານໜຶ່ງຂອງໂຄງການບັນທຶກ ຄວາມຮັກແພງຕາມເສັ້ນທາງລົດ ໄຟ ລາວ-ຈີນ ໂດຍການຮ່ວມມືກັນ ລະຫວ່າງ ສະມາຄົມນັກປະພັນລາວ ກັບວິທະຍຸໂທລະພາບສູນກາງຈີນ ປະຈຳລາວ. ໂຄງການດັ່ງກ່າວເລີ່ມ ໃນເດືອນພະຈິກ 2022 ຜ່ານມາ ແນໃສ່ບັນທຶກຜົນງານ ແລະ ຄວາມ ຮັກຄວາມແພງຕາມເສັ້ນທາງລົດ ໄຟລາວ-ຈີນໂດຍຜ່ານບົດຂຽນ,ຮູບ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ ນໍ້າລ້ານຊ້າງ ຄັ້ງທີ 8 ທີ່ນະຄອນ ຫລວງປັກກິ່ງ, ສປ ຈີນ ພາຍໃຕ້ ຫົວ ຂໍ້: ຄວາມໝາຍໝັ້ນຮ່ວມກັນເພື່ອ ຫັນເປັນທັນສະໄໝ ແລະ ເພີ່ມທະ ວີຄວາມເຂັ້ມແຂງໃນອະນຸພາກພື້ນ 7e,j ;o ;k'czox6 drn f ]tf6 c]h ' 23 ra od;j kgIa d8k

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/12/2023 xtgmf]k; ນຳສະເໜີປຶ້້ມເສັ້ນທາງ... ນາຍົກລັດຖະມົນຕີ... ຮອງນາຍົກລັດຖະມົນຕີ... ລາວ-ຈີນ ຫາລື... ບຸນມະໂຫລານອາຊຽນ... ສຳມະນາວິທະຍາສາດ... ຂປລ.ໃນລະຫວ່າງວັນທີ 8-9 ພະຈິກ 2023 ສະຖານທູດຍີ່ປຸ່ນປະ ຈຳລາວ ໄດ້ຈັດບຸນມະໂຫລານອາ ຊຽນ- ຍີ່ປຸ່ນ ຢ່າງຄຶກຄື້ນຢູ່ນະຄອນ ຫລວງວຽງຈັນ ເພື່ອສະເຫລີມສະ ຫລອງ 50 ປີແຫ່ງສາຍພົວພັນ ອາຊຽນ-ຍີ່ປຸ່ນ ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ທ່ານ ເຄັນ ອີຈິ ໂຄບະຢະຊິ ເອກອັກຄະລາຊະທູດຍີ່ ປຸ່ນປະຈຳລາວ, ພ້ອມດ້ວຍມວນຊົນ ພາຍໃນແລະຕ່າງປະເທດເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ເຄັນອີຈິ ໂຄ ບະຢະຊິ ໄດ້ໃຫ້ຮູ້ວ່າ: ງານຄັ້ງນີ້ຈັດ ຂື້ນເພື່ອສະເຫລີມສະຫລອງ 50 ປີແຫ່ງສາຍພົວອາຊຽນ-ຍີ່ປຸ່ນ ແລະ ເນັ້ນໜັກວ່າຍີ່ປຸ່ນຈະຮ່ວມວາງແນວ ທາງໃນອະນາຄົດຂອງສາຍພົວ ແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນວັນທີ 7 ທັນວາ 2023 ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ທ່ານ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຍິນດີຕ້ອນຮັບທ່ານ ກິມ ເທ ຮຶມ ເຈົ້າແຂວງ ຊຸງຊອງ ນຳໂດ ສ ເກົາຫລີ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນ ຄັ້ງນີ້, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງທ່ານເຈົ້າແຂວງຊຸງຊອງ ນຳ ໂດ ພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນ ການປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບ ມື້ນັບກວ້າງຂວາງຍິ່ງຂຶ້ນ. ພ້ອມທັງ ຕີລາຄາສູງຕໍ່ໝາກຜົນໃນເບື້ອງຕົ້ນ ຂອງການຮ່ວມມືກັນ ລະຫວ່າງກະ ຊວງແຮງງານແລະ ສະຫວັດດີການ ສັງຄົມ ຂອງ ສປປ ລາວ ແລະ ແຂວງ ຊຸງຊອງນຳໂດ ຂອງ ສ ເກົາ ຫລີ ໂດຍສະເພາະການຮ່ວມມືດ້ານ ແຮງງານ ຊຶ່ງເປັນການເປີດໂອກາດ ໃຫ້ແກ່ແຮງງານລາວ ໄດ້ໄປເຮັດ ວຽກຕາມລະດູການຢູ່ບັນດາເມືອງ ຂອງແຂວງຊຸງຊອງນຳໂດ ເພາະ ນອກຈາກຈະເປັນການສ້າງລາຍ ຮັບແກ່ແຮງງານລາວແລ້ວ, ຍັງເປັນ ການສົ່ງເສີມການພັດທະນາທັກ ສະສີມືແຮງງານ ແລະ ຮຽນຮູ້ແບບ ແຜນການເຮັດວຽກແບບອຸດສະ ຫະກຳດ້ານກະສິກຳຕື່ມອີກ. ໄລຍະຜ່ານມາ ທາງແຂວງ ຊຸງຊອງນຳໂດ ໄດ້ໃຫ້ການຊ່ວຍ ເຫລືອຫລາຍດ້ານແກ່ ສປປ ລາວ ເປັນຕົ້ນ ໄດ້ຊ່ວຍເຫລືອລ້າລົດຮັບ ສົ່ງຄົນເຈັບ, ຄອມພິວເຕີ, ໂຕະ-ຕັ່ງ ນັກຮຽນ ແລະ ເຄື່ອງແຈ້ງເຕືອນອັກ ຄີໄພຈຳນວນໜຶ່ງ ໃຫ້ແກ່ສປປ ລາວ ໂດຍຜ່ານກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ເຊິ່ງເປັນ ການປະກອບສ່ວນທີ່ສໍາຄັນໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ໃນຕໍ່ໜ້າສະເໜີໃຫ້ສອງ ຝ່າຍສືບຕໍ່ຮ່ວມມືກັນຈັດຕັ້ງປະຕິ ບັດບັນດາເນື້ອໃນບົດບັດທຶກການ ຮ່ວມມືທີ່ສອງຝ່າຍໄດ້ລົງນາມຮ່ວມ ກັນໃຫ້ເກີດຜົນຫລາຍຂຶ້ນກວ່າເກົ່າ ໂດຍສະເພາະການສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ແຮງງານລາວ ໄດ້ມີໂອກາດໄປເຮັດວຽກຕາມລະ ດູການຢູ່ບັນດາເມືອງຂອງແຂວງ ຊຸງຊອງນຳໂດ ໃຫ້ຫລາຍຂຶ້ນ. ພ້ອມ ນີ້, ກໍພ້ອມກັນຄົ້ນຄວ້າແລະຊອກກາ ລະໂອກາດໃນການຂະຫຍາຍອອກ ໄປສູ່ຂົງເຂດວຽກງານອື່ນໆ ໃຫ້ ກວ້າງຂວາງກວ່າເກົ່າ ລວມທັງ ດ້ານການຄ້າ, ການທ່ອງທ່ຽວ, ກະສິ ກຳ ແລະ ອື່ນໆ. ເຊື້ອໝັ້ນວ່າການ ຮ່ວມມືລະຫວ່າງສອງລັດຖະບານ ແລະປະຊາຊົນຂອງສອງຊາດລາວເກົາຫລີ ຈະສືບຕໍ່ເສີມຂະຫຍາຍ ສາຍພົວພັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງການໄປມາຫາສູ່ກັນ, ແລກ ປ່ຽນຖອດຖອນບົດຮຽນນໍາກັນ ແລະ ໃຫ້ການສະໜັບສະໜູນຊຸກຍູ້ ເຊິ່ງກັນ ແລະ ກັນ ໃຫ້ນັບມືນັບ ຫລາຍຂຶ້ນ. ໂອກາດນີ້, ທ່ານ ກິມ ເທ ຮຶມ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມ ທັງສະແດງຈຸດປະສົງຂອງການມາ ຢ້ຽມຢາມ ແລະ ເຮັດວຽກຂອງຄະ ນະຜູ້ແທນແຂວງຊຸງຊອງນຳໂດ ໃຫ້ທ່ານນາຍົກລັດຖະມົນຕີໄດ້ຮັບ ຊາບ. ນອກຈາກເປັນການທົບທວນ ບົດບັນທຶກການຮ່ວມມືສອງຝ່າຍ ນຳກັນແລ້ວ ທາງຝ່າຍ ສ ເກົາຫລີ ຍັງມີຈຸດປະສົງໃນການປຶກສາຫາລື ກ່ຽວກັບຍຸດທະສາດການຮ່ວມມື ໃນການຮັບມືກັບວິກິດການສາກົນ ໂດຍສະເພາະບັນຫາການປ່ຽນແປງ ຂອງດິນຟ້າອາກາດ, ການແລກ ປ່ຽນການທ່ອງທ່ຽວ, ການສົ່ງເສີມ ການຮ່ວມມືດ້ານການຄ້າ ແລະ ກະ ສິກຳ ໂດຍມີຈຸດປະສົງຢາກນຳເອົາ ນັກລົງທຶນຂອງແຂວງ ຊຸງຊອງ ນຳໂດ ມາລົງທຶນກ່ຽວກັບການກະ ສິກຳຄົບວົງຈອນແບບທັນສະໄໝ (Smart Agriculture Complex). ນອກຈາກຈະເປັນການສົ່ງ ເສີມການຜະລິດ ເພື່ອສົ່ງອອກ ແລະ ຈຳໜ່າຍຢູ່ພາຍໃນແລ້ວ ຍັງເປັນ ການສ້າງວຽກເຮັດງານທຳໃຫ້ແກ່ ແຮງງານລາວ ແທນການສົ່ງອອກ ແຮງງານໄປເຮັດວຽກຕາມລະດູ ການຢູ່ ສ ເກົາຫລີ. ຄົບຮອບ 100 ປີ, ພ້ອມທັງເປັນການ ສຶກສາອົບຮົມແລະປຸກລະດົມໃຫ້ສະ ມາຊິກພັກ, ພະນັກງານ, ກຳລັງປະ ກອບອາວຸດ, ມະຫາຊົນແລະ ຄົນຮຸ່ນ ຫລັງໄດ້ນຳເອົານໍ້າໃຈເສຍສະລະ, ຄຸນສົມບັດສິນທຳປະຕິວັດ,ແບບແຜນ ນຳພາ, ແບບແຜນວິທີເຮັດວຽກແລະ ແບບແຜນດຳລົງຊີວິດຕະຫລອດ ຮອດແນວຄິດນຳພາ-ຊີ້ນຳຂອງ ເພິ່ນໄປສຶກສາຮ່ຳຮຽນ, ໄປເປັນແວ່ນ ແຍງ ແລະ ເປັນການຜັນຂະຫຍາຍ ເພື່ອນຳໄປປະຕິບັດໃນໜ້າທີ່ຂອງຕົນ ຕໍ່ປະເທດຊາດ ແລະ ປະຊາຊົນ. ການສຳມະນາຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນສຶກສາຮຽນຮູ້ຈຳນວນ 9 ຫົວຂໍ້ໃຫຍ່ ເປັນຕົ້ນ ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະ ທານ ຄຳໄຕ ສີພັນດອນ ໂດຍເນັ້ນ ໜັກບັນດາແນວຄິດທິດສະດີຊີິ້ນຳ ກ່ຽວກັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການນໍາໃຊ້ ສາມບາດຄ້ອນຍຸດທະສາດເຂົ້າໃນ ການຢຶດອໍານາດ ໃນປີ 1975, ການກໍ່ສ້າງຮາກຖານການເມືອງຢູ່ ແຂວງຈຳປາສັກ, ການພັດທະນາ ເສດຖະກິດ-ການເງິນ, ວຽກງານ ແນວໂຮມ ແລະ ອົງການຈັດຕັ້ງມະ ຫາຊົນ, ວຽກງານວັດທະນະທຳ, ການກໍ່ສ້າງພັກ-ພະນັກງານໃນໄລ ຍະໃໝ່ ແລະ ວຽກງານພົວພັນຕ່າງ ປະເທດ. ປະທານ ຄຳໄຕ ສີພັນດອນ ເປັນ ນັກຮົບປະຕິວັດ, ເປັນອະດີດການ ນໍາຂັ້ນສູງຂອງພັກ-ລັດ, ເປັນລູກ ຫລານຂອງປະຊາຊົນລາວທີ່ມີນ້ຳ ໃຈຮັກຊາດຮັກປະຊາຊົນ, ຮັກຄວາມ ສາມັກຄີ, ມີຄວາມເສຍສະລະ, ມີ ທັດສະນະມະຫາຊົນ, ຮັກການອອກ ແຮງງານ, ຮັກທຳມະຊາດ, ມີແບບ ແຜນດຳລົງຊີວິດທີ່ລຽບງ່າຍ ແລະ ມີລະບຽບວິໄນ, ປະທານເປັນນັກ ປະຕິວັດທີ່ກຳເນີດຈາກປະຊາຊົນ ມີຜົນສຳເລັດ ແລະ ໄດ້ປະກອບສ່ວນ ອັນໃຫຍ່ຫລວງ ເຂົ້າໃນພາລະກິດ ປະຕິວັດຊາດ ປະຊາທິປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເພິ່ນຈຶ່ງ ໄດ້ຖືກຍອມຮັບຈາກໝູ່ຄະນະ, ພະ ນັກງານ, ປະຊາຊົນ, ສັງຄົມ ແລະ ການຈັດຕັ້ງພັກ-ລັດ. ດັ່ງນັ້ນ, ຄົນຮຸ່ນ ຫລັງຄວນຮ່ຳຮຽນເອົາຄຸນສົມບັດ ຂອງເພິ່ນ ໂດຍສະເພາະແມ່ນນໍ້າໃຈ ຮັກຊາດ, ຮັກປະຊາຊົນ, ຮັກຄວາມ ສາມັກຄີ, ມີຄວາມເສຍສະລະ, ມີທັດ ສະນະມະຫາຊົນ, ຄວາມຮັກການ ອອກແຮງງານ, ຄວາມຮັກທຳມະ ຊາດ, ແບບແຜນດໍາລົງຊີວິດທີ່ລຽບ ງ່າຍ ແລະ ມີລະບຽບວິໄນແລ້ວນຳ ໃຊ້ ເພື່ອປະກອບສ່ວນພັດທະນາປະ ເທດຊາດໃຫ້ສືບຕໍ່ຈະເລີນຮຸ່ງເຮືອງ ຕໍ່ໄປຢ່າງບໍ່ຢຸດຢັ້ງ. ໂອດກາດດຽວກັນນີ້, ບັນດາຜູ້ ແທນເຂົ້າຮ່ວມຍັງໄດ້ພ້ອມກັນປະ ກອບຄຳເຫັນໃສ່ແຕ່ລະຫົວຂໍ້ຢ່າງ ສ້າງສັນ ເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປດ້ວຍຄວາມໝາຍ, ຄວາມ ສຳຄັນ, ເລິກເຊິ່ງ, ໜັກແໜ້ນ ແລະ ຟົດຟື້ນ. ຂ່າວ-ພາບ: ໄອແກ້ວ ຂຶ້ນ 26% ຖ້າທຽບໃສ່ປີ 2018, ນັກທ່ອງທ່ຽວຈີນ ໄດ້ກາຍເປັນຕະ ຫລາດສໍາຄັນ ແລະ ຈັດຢູ່ໃນອັນດັບ 2 ຂອງນັກທ່ອງທ່ຽວທີ່ເດີນທາງ ມາທ່ຽວປະເທດລາວ. ການເປີດເສັ້ນທາງລົດໄຟລາວຈີນ ໄດ້ເອື້ອອໍານວຍຄວາມສະດວກ ໃຫ້ນັກທ່ອງທ່ຽວຈີນ ມາທ່ຽວລາວ, ນັກທ່ອງທ່ຽວລາວ ໄປທ່ຽວຈີນ ແລະ ນັກທ່ອງທ່ຽວປະເທດທີ 3 ມາທ່ຽວສອງປະເທດ. ສໍາລັບການ ເດີນທາງອາກາດ ປັດຈຸບັນນັກທ່ອງ ທ່ຽວສາມາດເດີນທາງສາຍການ ບິນລາວ ແລະ ສາຍການບິນ China Eastern Airlines ວຽງຈັນ- ກວ່າງໂຈ, ວຽງຈັນ-ຄຸນໝິງ. ນອກ ຈາກນີ້, ຍັງມີການຈັດຖ້ຽວບິນເໝົາ ລໍາຈາກ ສປ ຈີນ ມາລາວ ເພື່ອເປັນ ການຮອງຮັບນັກທ່ອງທ່ຽວຈີນ ມາທ່ຽວລາວ ລັດຖະບານລາວ ໄດ້ ເອົາໃຈໃສ່ຊຸກຍູ້ໃຫ້ພາກສ່ວນກ່ຽວ ຂ້ອງປັບປຸງສະຖານທີ່ພັກແຮມ, ແຫລ່ງທ່ອງທ່ຽວ, ຜະລິດຕະພັນ ການທ່ອງທ່ຽວ, ການຂົນສົ່ງ, ທຸລະ ກິດປິ່ນອ້ອມ ໃຫ້ນັບມື້ນັບມີຄຸນນະ ພາບ, ມີຄວາມປອດໄພ ແລະ ຄວາມ ປະທັບໃຈ. ໃນປີ 2024 ລັດຖະບານລາວ ໄດ້ປະກາດເປັນປີທ່ອງທ່ຽວລາວ “Visit Laos Year 2024 ເຊິ່ງ ເປັນບັ້ນໂຄສະນາການທ່ອງທ່ຽວ ລາວ ເພື່ອດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າ ມາທ່ອງທ່ຽວລາວຫລາຍຂຶ້ນ, ເປັນການສົ່ງເສີມການທ່ອງທ່ຽວ, ການອະນຸລັກວັດທະນະທຳ, ຮີດ ຄອງປະເພນີອັນດີງາມ, ການເຜີຍ ແຜ່ປະຫວັດສາດອັນຍາວນານ, ການປົກປັກຮັກສາທຳມະຊາດໃຫ້ ມີຄວາມຍືນຍົງ ຂອງ ສປປ ລາວ. ດັ່ງນັ້ນ ກະຊວງ ຖວທ, ພະແນກ ຖວທ ແຂວງ/ນະຄອນຫລວງ ໄດ້ ກະກຽມຫລາກຫລາຍກິດຈະກຳ ເເລະ ຜະລິດຕະພັນການທ່ອງທ່ຽວ ທີ່ໜ້າສົນໃຈໄວ້ຕ້ອນຮັບນັກທ່ອງ ທ່ຽວຈາກພາກພື້ນແລະສາກົນລວມ ທັງນັກທ່ອງທ່ຽວຈີນ; ໄດ້ກຳນົດ ປະຕິທິນທ່ອງທ່ຽວ ທັງໝົດ 79 ລາຍການ ແລະ ໄດ້ແບ່ງອອກ 14 ລາຍການລະດັບຊາດ 65 ລາຍ ການລະດັບທ້ອງຖິ່ນ. ນັກທ່ອງທ່ຽວ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ດັ່ງກ່າວ ແລະ ຈັດສັນເວລາທີ່ເໝາະ ສົມຂອງຕົນເພື່ອເດີນທາງມາທ່ຽວ ລາວ; ການຈັດປີທ່ອງທ່ຽວລາວ 2024 ນີ້ ຍັງເປັນການຊຸກຍູ້ເສດຖະ ກິດທາງກົງ ແລະ ທາງອ້ອມ, ການ ມີສ່ວນຮ່ວມຂອງທຸກພາກສ່ວນ ໂດຍສະເພາະແມ່ນບັນດາຫົວໜ່ວຍ ທຸລະກິດທີ່ປິ່ນອ້ອມໃນຂະແໜງ ການທ່ອງທ່ຽວ; ຄາດຄະເນນັກທ່ອງ ທ່ຽວສາກົນຈະເດີນທາງມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອ ຄົນ, ສ້າງລາຍຮັບຈາກການທ່ອງ ທ່ຽວ ໄດ້ປະມານ 401 ລ້ານໂດລາ ສະຫະລັດ ແລະ ໃນປີ 2025 ນັກ ທ່ອງທ່ຽວສາກົນຈະບັນລຸເຖິງ 2,9 ລ້ານເທື່ອຄົນ ແລະ ສ້າງລາຍຮັບ ຈາກການທ່ອງທ່ຽວໄດ້ 434 ລ້ານ ໂດລາສະຫະລັດ. ໂອກາດນີ້, ທ່ານຄົມດວງຈັນທາ ຍັງສະເໜີ ສປ ຈີນ ຊ່ວຍໂຄສະນາ, ການຂຽນຂ່າວ-ອອກຂ່າວ ກ່ຽວກັບ ປີທ່ອງທ່ຽວລາວ 2024 ຈະເຮັດ ແນວໃດ ເພື່ອໃຫ້ນັກທ່ອງທ່ຽວຈີນ ໄດ້ຮັບຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວ ສານການທ່ອງທ່ຽວລາວຢ່າງ ກວ້າງຂວາງ ແລະ ສະເໜີມາຍັງຜູ້ ປະກອບການທຸລະກິດທ່ອງທ່ຽວ ຈີນ ນຳສະເໜີລາຍການທ່ອງທ່ຽວ ລາວ ເພື່ອເຮັດໃຫ້ນັກທ່ອງທ່ຽວ ຈີນ ມີການວາງແຜນການເດີນທາງ ມາທ່ອງທ່ຽວລາວ ປະກອບສ່ວນ ເຮັດໃຫ້ປີທ່ອງທ່ຽວລາວ 2024 ບັນລຸຜົນສຳເລັດຕາມແຜນການທີ່ ວາງໄວ້. ຂ່າວ: ກິດຕາ ໂປ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຢ້ຽມຢາມປະເທດ ສິງກະໂປ ໃນລະຫວ່າງວັນທີ 6-8 ທັນວາ 2023. ໃນວັນທີ 7 ທັນວາ 2023 ທ່ານ ຮອງນາຍົກລັດຖະມົນຕີໄດ້ຂຶ້້ນບັນ ຍາຍໃນຫົວຂໍ້: ອາຊຽນ ຄັ້ງທີ 24 (24thASEANLecture):ການ ກະກຽມເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມ ທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງອາຊຽນ” ໂດຍທ່ານໄດ້ ອະທິບາຍກ່ຽວກັບເຫດຜົນໃນການ ເລືອກເອົາຄໍາຂວັນດັ່ງກ່າວ ກໍຄື ຄວາມສໍາຄັນຂອງການເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ ເພື່ອຮັບປະກັນໃຫ້ແກ່ ຄວາມພະຍາຍາມລວມຂອງອາ ຊຽນ ໃນການຮັດແໜ້ນປະຊາຄົມ ອາຊຽນໃນຕໍ່ໜ້າ ແລະ ເພື່ອໃຫ້ສາ ມາດນໍາໃຊ້ກາລະໂອກາດ ແລະ ຮັບ ມືກັບສິ່ງທ້າທາຍຕ່າງໆໃນປັດຈຸບັນ ແລະ ໃນອະນາຄົດໄດ້ຢ່າງມີປະສິດ ທິຜົນ. ພ້ອມກັນນີ້, ຍັງໄດ້ແຈ້ງໂດຍ ລວມກ່ຽວກັບແນວຄວາມຄິດກ່ຽວ ຂ້ອງກັບບຸລິມະສິດ ສໍາລັບການເປັນ ປະທານອາຊຽນ ທີ່ ສປປ ລາວ ຈະ ສຸມໃສ່ໃນປີ 2024 ໂດຍສະເພາະ ແມ່ນໃນຂົງເຂດການເພີ່ມທະວີການ ເຊື່ອມຈອດແລະການສົ່ງເສີມຄວາມ ເຂັ້ມແຂງອາຊຽນ. ໃນໂອກາດຢ້ຽມຢາມປະເທດ ສິງກະໂປ ຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດຍັງໄດ້ມີໂອກາດເຂົ້າຢ້ຽມ ຂໍ່ານັບທ່ານ ລີ ຊຽນ ລຸງ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ເຊິ່ງສອງຝ່າຍໄດ້ແລກ ປ່ຽນຄໍາຄິດເຫັນດ້ວຍໄມຕີຈິດມິດ ຕະພາບ ແລະ ມີຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນ ເປັນຢ່າງດີ; ສອງຝ່າຍ ເຫັນດີເປັນເອກະພາບໃນການສືບ ຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສອງປະເທດ ໂດຍສະເພາະການ ຮ່ວມມືດ້ານພະລັງງານ ແລະ ການ ສົ່ງເສີມການໄປມາຫາສູ່ຂອງປະຊາ ຊົນສອງຊາດລາວ ແລະ ສິງກະໂປ ເພື່ອເຮັດໃຫ້ການຈັດປີທ່ອງທ່ຽວ ລາວ 2024 ມີບັນຍາກາດຄຶກຄື້ນ ແລະ ສໍາເລັດຜົນຕາມຄາດໝາຍ. ຝ່າຍລາວໄດ້ສະແດງຄວາມ ຂອບໃຈມາຍັງລັດຖະບານ ແລະ ປະ ຊາຊົນ ສິງກະໂປ ທີ່ໄດ້ໃຫ້ການຮ່ວມ ມື ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາ, ອັນໄດ້ ເປັນການສະໜັບສະໜູນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງສປປລາວເປັນແຕ່ ລະໄລຍະ ໂດຍສະເພາະການພັດທະ ນາຊັບພະຍາກອນມະນຸດ, ລວມທັງ ການສະໜັບສະໜູນບັນດາຂົງເຂດ ບຸລິມະສິດຂອງ ສປປ ລາວ ສໍາລັບ ການເປັນປະທານອາຊຽນ 2024, ພ້ອມທັງການສະໜັບສະໜູນການ ແລກປ່ຽນການຢ້ຽມຢາມຂອງການ ນໍາຂັ້ນສູງລະຫວ່າງກັນອັນຈະເປັນ ຂີດໝາຍອັນສໍາຄັນ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ທາງການທູດ ລະຫວ່າງ ສປປ ລາວ ແລະ ສິງກະໂປ ຄົບຮອບ 50 ປີ ໃນ ປີ 2024 ທີ່ຈະມາເຖິງນີ້. ນອກຈາກນັ້ນ,ທ່ານສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະກັບທ່ານ Heng Swee Keat ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີຮັບຜິດ ຊອບປະສານງານດ້ານນະໂຍບາຍ ເສດຖະກິດ ແລະ ຢ້ຽມຢາມສູນ SEAMEO RELC (Southeast Asian Ministers of Education Organization Regional Language Center) ໂດຍໄດ້ ພົບປະໂອ້ລົມກັບບັນດາການນໍາຂັ້ນ ສູງຂອງລາວ ທີ່ກໍາລັງເຂົ້າຮ່ວມ ການຝຶກອົບຮົມພາສາອັງກິດ ໃນລະ ຫວ່າງວັນທີ 27 ພະຈິກ-22 ທັນວາ 2023 ຢູ່ສູນດັ່ງກ່າວ. ພາບ ແລະ ຮູບແຕ້ມຈາກນັກປະພັນ, ນັກກະວີ, ນັກແຕ້ມ ແລະ ນັກຖ່າຍ ພາບທີ່ມີຊື່ສຽງ ຂອງ ສປປ ລາວ ແລະ ເພື່ອເຮັດໃຫ້ປະຊາຊົນສອງ ຊາດລາວ-ຈີນ ກໍຄື ປະຊາຊົນທົ່ວ ໂລກຮັບຮູ້ເຖິງຜົນສຳເລັດຂອງເສັ້ນ ທາງສາຍນີ້, ມັກຮັກເສັ້ນທາງສາຍ ນີ້, ທັງປຸກລະດົມຄວາມກະຕືລືລົ້ນ ແລະ ຄວາມພາກພູມໃຈຂອງປະຊາ ຊົນລາວ ໃນພາລະກິດແຫ່ງການປົກ ປັກຮັກສາເສັ້ນທາງລົດ ໄຟລາວຈີນ ເຮັດໃຫ້ການຮ່ວມມືລາວ-ຈີນ ລົງເລິກເຂົ້າເຖິງໝາກຫົວໃຈຂອງ ປະຊາຊົນທັງ 2 ປະເທດ ໂດຍຜ່ານ ຄວາມພະຍາຍາມຮ່ວມກັນເປັນເວ ລາໜຶ່ງປີ, ປຶ້ມເສັ້ນທາງປະສານໃຈ ກໍໄດ້ຂຽນ ແລະ ຈັດພິມສຳເລັດ ແລະ ຫວັງວ່າ ຜ່ານປື້ມເຫລັ້ມນີ້ ຈະສາ ມາດບອກເລົ່າເຖິງຄວາມຮູ້ສຶກທີ່ປະ ທັບໃຈຂອງທຸກຊັ້ນຄົນໃນສັງຄົມ ລາວ ນັບແຕ່ຊາວໜຸ່ມເຍົາວະຊົນ ຮອດປັນຍາຊົນ, ນັກຮຽນຮູ້, ນັກສຶກ ສາ, ພໍ່ແມ່ປະຊາຊົນທີ່ຢູ່ລຽບຕາມ ທາງລົດໄຟລາວ-ຈີນ ລວມທັງນັກ ທ່ອງທ່ຽວຕ່າງປະເທດທີ່ໄດ້ສຳຜັດ ຕົວຈິງຢ່າງປະທັບໃຈໃນການເດີນ ທາງດ່ວນລົດໄຟ ລາວ-ຈີນ ແລະ ຫວັງວ່າ ປື້ມດັ່ງກ່າວ ຈະກາຍເປັນ ບົດບັນທຶກໜຶ່ງທີ່ສ່ອງແສງໃຫ້ເຫັນ ເຖິງຄວາມສະໜິດຕິດພັນທີ່ຮັກ ແພງກົມກຽວກັນຕະຫລອດໄປ ລະ ຫວ່າງປະຊາຊົນສອງຊາດລາວຈີນ ຜ່ານເສັ້ນທາງລົດໄຟ ລາວ-ຈີນ. ທ່ານ ທອງໃບ ໂພທິສານ ໄດ້ ກ່າວວ່າ: ໂຄງການນີ້, ເປັນໂຄງການ ໃຫຍ່ທີ່ມີຄວາມໝາຍ ແລະ ຄວາມ ສໍາຄັນທາງປະຫວັດສາດ ໂດຍສະ ເພາະແມ່ນວົງການນັກປະພັນລາວ. ສະນັ້ນ, ສະມາຄົມນັກປະພັນລາວ ຈຶ່ງໄດ້ຄັດເລືອກເອົານັກປະພັນຜູ້ທີ່ ດີເດັ່ນ ແລະ ມີຊື່ສຽງຂອງລາວຈໍາ ນວນ 15 ທ່ານ ເຂົ້າຮ່ວມ. ໃນນີ້,ມີ ທັງນັກຂຽນຜູ້ອາວຸໂສ, ນັກຂຽນ ໜຸ່ມ, ນັກຂຽນຍິງ ແລະ ນັກຂຽນສົງ ໂດຍມີນັກປະພັນ ແລະ ນັກກະວີລາງ ວັນວັນນະກໍາສ້າງສັນຍອດຢ້ຽມ ແຫ່ງອາຊຽນ ຫລື ຊີໄຣ 5 ທ່ານ, ຜູ້ ໄດ້ຮັບລາງວັນວັນນະກໍາພາກພື້ນ ແມ່ນໍ້າຂອງ 5 ທ່ານ ແລະ ຜູ້ໄດ້ຮັບ ລາງວັນຊະນະເລີດສິນໄຊ ແລະລາງ ວັນກວດສອບບົດປະພັນວັນນະຄະ ດີທົ່ວປະເທດ. ທັງນີ້, ກໍເພື່ອຮັບປະ ກັນໝາກຜົນທີ່ຈະໄດ້ຮັບຕາມຈຸດ ປະສົງເປົ້າໝາຍຂອງໂຄງການທີ່ໄດ້ ວາງໄວ້. ຕະຫລອດໄລຍະຂອງການເດີນ ທາງດ້ວຍລົດໄຟທີ່ຍາວໄກ ເປັນ ເວລາເຖິງ 2 ອາທິດ ຊຶ່ງເຕັມໄປດ້ວຍ ບັນຍາກາດທີ່ຕື່ນເຕັ້ນປະທັບໃຈຄຶກ ຄື້ນຟົດຟື້ນ ແລະ ມ່ວນຊື່ນໃນ ຄັ້ງນີ້ ທີ່ບັນດານັກປະພັນ ນັກກະວີທັງໝົດ ມີໂອກາດໄດ້ສໍາຜັດກັບເຫດການ ຕົວ ຈິງຜ່ານ 5 ແຂວງ ທີ່ແລວທາງ ລົດໄຟລາວ-ຈີນ ເປັນຕົ້ນ ນະຄອນ ຫລວງວຽງຈັນ, ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ ແລະ ແຂວງຫລວງນໍ້າທາ, ໄດ້ສໍາຜັດກັບ ບັນຍາກາດຕົວຈິງ, ໄດ້ສໍາພາດ ແລະ ເກັບກໍາຂໍ້ມູນຕາມສະຖານນີ ຕ່າງໆ ຢູ່ແຕ່ລະແຂວງ ເພື່ອນໍາມາ ຂຽນເປັນບົດປະພັນວັນນະຄະດີ: ກະວີ, ບົດບັນທຶກ ແລະ ບົດເລື່ອງ ສັ້ນ. ຜ່ານການເຄື່ອນໄຫວໂຄງການ ໃນຄັ້ງນີ້, ພວກເຮົາສາມາດເຮັດສໍາ ເລັດໜ້າທີ່ເກີນຄາດໝາຍໄດ້ບົດ ເລື່ອງ, ບົດບັນທຶກ, ເລື່ອງສັ້ນ, ເລື່ອງ ຍາວ ແລະ ບົດກະວີ ທັງໝົດ 23 ບົດ ຊຶ່ງທັງໝົດນີ້ ແມ່ນວິທະຍຸໂທລະ ພາບສູນກາງຈີນປະຈໍາລາວເປັນຜູ້ ໃຫ້ການສະໜັບສະໜູນ ແລະ ຮ່ວມ ມືຂອງໂຄງການ ໂດຍໄດ້ຮີບໂຮມ ແລະ ຈັດພິມເປັນປຶ້ມເພື່ອໂຄສະນາ ເຜີຍແຜ່ ແລະ ໃສ່ຊື່ປຶ້ມທີ່ເຕັມໄປ ດ້ວຍຄວາມໝາຍວ່າ: ເສັ້ນທາງປະ ສານໃຈ. ຫວັງວ່າປຶ້ມໂຮມບົດປະ ພັນວັນນະຄະດີເລື່ອງ: ເສັ້ນທາງ ປະສານໃຈ ເຊິ່ງເປັນຜົນໄດ້ຮັບຈາກ ໂຄງການບັນທຶກຄວາມຮັກແພງ ຕາມເສັ້ນທາງລົດໄຟ ລາວ-ຈີນ ໃນຄັ້ງນີ້, ຈະກາຍເປັນສັນຍະລັກ ແຫ່ງການພົວພັນມິດຕະພາບ ແລະ ຄວາມຮັກແພງລະຫວ່າງ ລາວຈີນ ແລະ ສະມາຄົມນັກປະພັນລາວ ແລະ ຫວັງວ່າ ຈະມີໂຄງການຮ່ວມ ມືກັນຕໍ່ໆໄປໃນອະນາຄົດ. ພາບ: ເກດສະໜາ ພັນອາຊຽນ-ຍີ່ປຸ່ນ ແລະ ວິໄສທັດ ໃໝ່ສໍາລັບການຮ່ວມມືທີ່ກອງປະ ຊຸມສຸດຍອດຄັ້ງພິເສດ ເຊິ່ງຈະຈັດ ຂຶ້ນທີ່ນະຄອນຫລວງໂຕກຽວ ແຕ່ ວັນທີ 16-18 ທັນວາ 2023 ທ່ານ ຍັງໄດ້ສະແດງຄວາມຫວັງທີ່ຈະເພີ່ມ ທະວີຮັດແໜ້ນສາຍພົວພັນອາຊຽນ- ຍີ່ປຸ່ນ ແລະ ຍົກລະດັບສາຍພົວພັນ ຂອງສອງປະເທດໃຫ້ສູງຂຶ້ນກວ່າ ເກົ່າ ເນື່ອງໃນໂອກາດທີ່ປະເທດລາວ ຈະເປັນເຈົ້າພາບຈັດກອງປະຊຸມ ອາຊຽນໃນປີໜ້າ ແລະ ທັງສອງປະ ເທດຈະສະເຫລີມສະຫລອງວາລະ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດໃນປີ 2025. ນອກນີ້, ພາຍໃນງານຍັງມີການ ສະແດງດົນຕີອັນໜ້າຕື່ນເຕັ້ນທີ່ຊື່ ວ່າ ຊາກຸຮາຈີ (ຂຸຍໄມ້ໄຜ່ພື້ນເມືອງ ຂອງຍີ່ປຸ່ນ) ໂດຍທ່ານ ໂຢຊິເກະ ອິລິ ເອະ, ນັກດົນຕີຊາກຸຮາ ຈີທີ່ມີຊື່ສຽງ, ການສະແດງ ຈາກນັກຮ້ອງວົງ CHAI ທີ່ຈະມາສະແດງຢູ່ປະເທດ ລາວເປັນເທື່ອທໍາອິດ. ພ້ອມທັງ, ການວາງສະແດງອາຫານຂອງປະ ເທດສະມາຊິກອາຊຽນຕື່ມອີກ. ຂ່າວ:ມາລິດາ

xtgmf]k; 3 11/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ:ເຂົ້າຈານນໍ້າ xu oU -k;l;o,a o8Q opY , ກັບພາສາລາວ. ເພິ່ນເປັນຜູ້ທີ່ແປງເອ ກະສານລະອຽດຖີ່ຖ້ວນ, ເລີ່ມແຕ່ບ່ອນ ຈຸດ, ບ່ອນຈໍ້າໃນເອກະສານ. ເພິ່ນແປງ ເອກະສານ ທີ່ກອງເລຂາກວດແກ້ກ່ອນ ຈະເອົາເຂົ້າໃຫ້ເພິ່ນ ຫລື ເອກະສານທີ່ ເລຂາກຽມນັ້ນ, ຫລາຍບ່ອນເພິ່ນບອກ ວ່າຂຽນບໍ່ຖືກຄວາມລາວ. ປະທານ ຄໍາໄຕ ສີພັນດອນ ມັກຟັງລໍາ ແລະ ເຂົ້າ ໃຈຄວາມງາມຂອງໃນເນື້ອຂອງບົດ ກອນລໍາ. ເວລາລົງທ້ອງຖິ່ນ, ເປັນຕົ້ນ ແມ່ນແຂວງຈໍາປາສັກ ເພິ່ນມັກຈະເວົ້າ ນໍາແຂວງ ເຊີນໝໍລໍາວັນນາ ແລະ ກອງ ແພງ (ໝໍລໍາລືຊື່ຂອງແຂວງ) ມາລໍາ ແລະ ເພິ່ນກໍ່ມັກນັ່ງຮ່ວມກັບຄະນະຟັງ. ເພິ່ນເຄີຍເວົ້ານໍາພະນັກງານໃນສິລະ ປະວັນນະຄະດີລາວເຮົາ ມີຄົບຈັ່ງຫວະ ມ່ວນຊື່ນທີ່ໂລກເຂົາມ່ວນກັນ, ຈະມ່ວນ ແນວໃດລາວເຮົາກໍ່ມີຂອງຕົນເອງ ແລະ ເຮັດນໍາໄດ້. ເມື່ອມີໂອກາດໄດ້ສຶກ ສາ ແລະ ຖາມຜູ້ຊ່ຽວຊານທັງສິລະປະ ວັນນະຄະດີ ພວກເພິ່ນກໍ່ວ່າແມ່ນແນວ ນັ້ນແທ້. ເພິ່ນເອົາໃຈໃສ່ ແລະ ກໍາກັບ ນັບຊາ ແລະ ເຄີຍເວົ້ານໍາອົງການກ່ຽວ ຂ້ອງ ແລະ ຜູ້ຮັບຜິດຊອບວັດທະນະທໍາ ຫລາຍໆຄັ້ງວ່າ ໃຫ້ເອົາໃຈໃສ່ສ້າງປຶ້ມ ສັບພະນຸກົມພາສາລາວ ແລະ ນໍາມາ ເຜີຍແຜ່ໃຫ້ກວ້າງຂວາງ, ໃຫ້ຈັດເປັນ ຫົວເລື່ອງອອກສື່ມວນທາງວິທະຍຸ, ໜັງສືພິມ, ໂທລະພາບໃຫ້ປົກກະຕິ ເປັນ ປະຈໍາໄປເລື້ອຍໆ ເພື່ອໃຫ້ຄົນຮູ້ຄວາມ ລາວ ແລະ ໃຊ້ຄວາມລາວໃຫ້ຖືກ. ປະທານ ຄໍາໄຕ ສີພັນດອນ ເປັນຄົນ ເຮັດວຽກທີ່ມີລະບຽບ ຕາມທີ່ຂ້າພະ ເຈົ້າເຮັດວຽກໃກ້ຊິດເພິ່ນ, ຕະຫລອດໄລ ຍະດັ່ງກ່າວນັ້ນ ຍາມໃດເທິງໜ້າໂຕະ ເຮັດວຽກຂອງປະທານ ບໍ່ຄ່ອຍເຄີຍ ເຫັນຈະມີແຟ້ມເອກະສານ ແລະ ປື້ມ ຫຍັງຈັກເທື່ອ. ເອກະສານ ແລະ ປຶ້ມ ຕ່າງໆນັ້ນ, ອັນໃດທີ່ເພິ່ນແກ້ໄຂແລ້ວຈະ ເອົາມາໃຫ້ເລຂາ, ສ່ວນທີ່ຍັງບໍ່ທັນແກ້ ແລ້ວຫລືພວມອ່ານພາຍຫລັງເລີກການ ຈະຖືກຈັດເປັນລະບຽບ ເນື້ອໃນຂອງ ແຕ່ລະປະເພດເອກະສານ-ປຶ້ມເຂົ້າໄວ້ ໃນປຶ້ມເອກະສານຂອງເພິ່ນ. ເພິ່ນເປັນ ຜູ້ນໍາບໍ່ມັກຮູບການແລະພິທີການເວລາ ໄປເຮັດວຽກຢູ່ທ້ອງຖິ່ນເພິ່ນເຄີຍບອກ ຫ້ອງການວ່າ ໃຫ້ເວົ້ານໍາແຂວງບໍ່ໃຫ້ ປະຊາຊົນມາຢືນຕ້ອນຮັບ ແລະ ໃນເວ ລາເພິ່ນໄປເຮັດວຽກນໍາຄະນະນໍາຂອງ ແຂວງຕ່າງໆ ໜ້ອຍໜັກໜ້ອຍໜາ ເພິ່ນ ຈະໃຫ້ຈັດພິທີເຕົ້າໂຮມປະຊາຊົນມາ ຟັງເພິ່ນໂອ້ລົມ, ສ່ວນຫລາຍເພິ່ນຈະ ເຮັດກັບການນໍາແລະພະແນກການກ່ຽວ ຂ້ອງຂອງແຂວງ, ຂອງເມືອງເທົ່ານັ້ນ. ຂ້າພະເຈົ້າຍັງຈື່ເມື່ອໃກ້ຈະຮອດວັນທີ 8 ເດືອນກຸມພາ ແຕ່ລະປີເພິ່ນມັກຈະລົງ ໄປເຮັດວຽກຢູ່ທ້ອງຖິ່ນໃດໜຶ່ງ ເຊິ່ງຂ້າ ພະເຈົ້າຮູ້ສຶກວ່າ ເພິ່ນບໍ່ຢາກຮັບແຂກ ແລະ ການຈັດພິທີອວຍພອນແບບຫລູ ຫລາ ໃນໂອກາດວັນເກີດຂອງເພິ່ນ. ໃນຕະຫລອດໄລຍະໄດ້ເຮັດວຽກ ໃກ້ຊິດ ປະທານ ຄໍາໄຕ ສີພັນດອນ ນັ້ນ ແມ່ນຫຍັງເປັນພາບທີ່ປະກົດຂຶ້ນ ໃນ ບົດສະເໜີ ໂດຍ: ຄຳເຜີຍ ປານມະໄລທອງ 7;k,I6h lb d[k'1j k' 8+ xtmko 7ew8 lu ra ofvo (ເນື່ອງໃນໂອກາດວັນເກີດ ຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) * ຂ້າພະເຈົ້າມີໂອກາດເຮັດວຽກ ຮັບໃຊ້ການນໍເປັນເວລາ ແຕ່ປີ 1989 ຈົນເຖິງ 2010 ເຊິ່ງໃນນັ້ນໄດ້ເຮັດ ວຽກໃກ້ຊິດຮັບໃຊ້ ປະທານ ຄໍາໄຕ ສີພັນດອນ ແຕ່ປີ 1993-2006 ເຊິ່ງ ຖືເປັນໄລຍະເວລາທີ່ເຮັດໃຫ້ຕົນໄດ້ ຮຽນຮູ້ຫລາຍຢ່າງ, ອັນເປັນທຶນຮອນ ທີ່ປະເສີດຍິ່ງ ສໍາລັບການເຮັດໜ້າທີ່ ວຽກງານຊີວິດຂອງຕົນ. ປະທານ ຄໍາໄຕ ສີພັນດອນ ເປັນຜູ້ແກ້ໄຂບັນຫາ ທີ່ຄ່ອງແຄ້ວໄຫວພິບ ແລະ ທັນການ. ປະທານ ຄໍາໄຕ ສີພັນດອນ ເຄີຍເວົ້າ ວ່າ “ຜູ້ເກັ່ງແມ່ນຜູ້ທີ່ຍາມຄັບຂັນ, ຍາມ ທີ່ມີເຫດການບໍ່ທໍາມະດານັ້ນ, ສ່ວນ ຫລາຍມັກມີການຕົກລົງຕັດສິນບັນຫາ, ມີການກະທໍາອັນຖືກຕ້ອງ”. ສໍາລັບຕົນ ເອງແລ້ວເຂົ້າໃຈວ່າ ຈະແມ່ນເລື່ອງ ນ້ອຍ ຫລື ໃຫຍ່ຜູ້ເກັ່ງກໍ່ແມ່ນແນວນັ້ນ ແລະ ເພິ່ນຈະມີວິທີການແກ້ໄຂບັນຫາ ທີ່ສອດຄ່ອງ ແລະ ວ່ອງໄວ. ປະທານ ຄຳໄຕ ສີພັນດອນ ເປັນ ຄົນມັກ ແລະ ຮູ້ສິລະປະວັດທະນະທໍາ ລາວ ຈຸດພິເສດຂອງເພິ່ນ ບໍ່ເຄີຍຟ້ອນ ລໍາວົງ, ເມື່ອມີການມ່ວນຊື່ນຮອດຍາມ ເປີດເວທີໃຫ້ລໍາວົງທົ່ວໄປແລ້ວເພິ່ນ ມັກຈະກ່າວລາ. ດ້ວຍເຫດນັ້ນຫລາຍ ຄົນເຂົ້າໃຈວ່າເພິ່ນເປັນຄົນບໍ່ມັກມ່ວນ ຊື່ນ, ແຕ່ຕົວຈິງເພິ່ນເປັນຜູ້ມັກ ແລະ ມີ ຄວາມຮູ້ກ່ຽວກັບສິລະປະວັນນະຄະດີ ລາວ. ໃນໄລຍະເຮັດວຽກໃກ້ຊິດເພິ່ນ ນັ້ນ, ຂ້າພະເຈົ້າເຄີຍເຫັນ ປະທານ ຄໍາ ໄຕ ສີພັນດອນ ດົນໆເທື່ອໜຶ່ງເພິ່ນມັກ ຈະເອົາກາບກອນມາອ່ານສູ່ຟັງແລ້ວ ເພິ່ນກໍ່ອະທິບາຍເນື້ອໃນຂອງກາບ ກອນ,ປະໂຫຍກໃນກອນ.ຕະຫລອດໄລ ຍະເຮັດວຽກໃກ້ຊິດກັບປະທານ ຄໍາໄຕ ສີພັນດອນ ນັ້ນ, ພວກຂ້າພະເຈົ້າຮູ້ ສຶກວ່າເພິ່ນເປັນຄົນຮູ້ແລະສົນໃຈກ່ຽວ ແຕ່ເພິ່ນບໍ່ມີທັດສະນະຊົນຊັ້ນ ແບບ ແຂງກະດ້າງ, ເພິ່ນເຄີຍເວົ້າວ່າປົດ ປ່ອຍມາດົນແລ້ວບໍ່ຄວນມີການຈໍາ ແນກພະນັກງານເຂດປົດປ່ອຍ ແລະ ເຂດວຽງຈັນ, ໃຜກໍ່ປັນພະນັກງານ ຂອງພັກ-ລັດ ລາວທັງນັ້ນ. ເພິ່ນເປັນຜູ້ທີ່ມີຄວາມຮູ້ ແລະ ມັກ ຄົ້ນຄວ້າບັນຫາທີ່ເປັນທິດສະດີຕິດພັນ ກັບການພັດທະນາປະເທດຊາດໃນ ເງື່ອນໄຂໃໝ່. ເພິ່ນເຄີຍເນັ້ນສະເໜີພັກ ເຮົາຈະເປັນກໍາລັງການເມືອງນໍາໜ້າ ຂອງສັງຄົມໄດ້ຕ້ອງມີການບຸກທະລຸ ທາງດ້ານທັດສະນະຈິນຕະນາການ, ຕ້ອງມີໂລກະທັດທີ່ທັນສະໄໝໄປກ່ອນ ສັງຄົມ. ເພິ່ນເຄີຍເນັ້ນໃນເວລາພົບປະ ໂອ້ລົມກັບການນໍາຂອງພັກ ແລະ ລັດ ເຮົາຢູ່ສູນກາງແລະທ້ອງຖິ່ນຕະຫລອດ ເວລາວ່າອິດທິພົນຂອງພັກ, ຄວາມ ເຫລື່ອມໃສສັດທາ ຂອງສັງຄົມຕໍ່ພັກ ເຮົາຕ້ອງໃຫ້ມັນສ່ອງແສງອອກໃນ ການຊີ້ນໍານໍາພາຕົວຈິງ, ເປັນຕົ້ນແມ່ນ ການເປັນແບບຢ່າງນໍາໜ້າໃນຄວາມ ຄິດ, ໃນການເຮັດວຽກທີ່ມີຄວາມຮັບ ຜິດຊອບ, ໃນການໃກ້ຊິດຕິດແທດກັບ ປະຊາຊົນ, ເຫັນໄດ້ຄວາມທຸກສຸກຂອງ ປະຊາຊົນ, ຮູ້ຈັກຮໍ່າຮຽນນໍາປະຊາຊົນ, ນໍາເອົາຄວາມຄິດທີ່ຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການອັນແ ທ້ຈິງຂອງປະຊາຊົນເຂົ້າສູ່ຊີວິດຕົວ ຈິງ, ເປັນແບບຢ່າງນໍາໜ້າຕ້ານ ແລະ ກໍາຈັດປັດເປົ່າປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃຫ້ໄດ້ໃນພາກຕົວຈິງ. ເພິ່ນເປັນຄົນມັກຄົ້ນຄວ້າທິດສະດີ ໃນເອກະສານ, ໃນປຶ້ມຄົ້ນຄວ້າ ຫລື ຟັງ ການສະເໜີລາຍງານຂອງຊ່ຽວຊານ ໂດຍຕິດພັນກັບພຶດຕິກໍາການ ຊີ້ນໍາ-ນໍາ ພາຕົວຈິງ, ຫາກບໍ່ແມ່ນຄົ້ນຄວ້າທິດ ສະດີ ເພື່ອມີຄວາມຮູ້ເພື່ອຄວາມຮູ້ເທົ່າ ນັ້ນ. ເພິ່ນໄດ້ຄົ້ນຄວ້າ ແລະ ມີຄວາມຄິດ ຂອງຕົນໃນການພັດທະນາປະເທດ ໃນ ເງື່ອນໄຂໃໝ່, ເພິ່ນມີປຶ້ມ ແລະ ເອກະ ສານທີ່ບັນດານັກຄົ້ນຄວ້າເວົ້າເຖິງກົດ ຂອງການພັດທະນາ, ເວົ້າເຖິງບັນຫາ ຂອງພັກກໍາອໍານາດ. ເພິ່ນເຄີຍເນັ້ນ ເລື້ອຍໆມາວ່າການສ້າງສາພັດທະນາ ຂອງພວກເຮົາຕ້ອງອີງໃສ່ຊັບພະຍາ ກອນດິນດອນ, ປ່າໄມ້, ແມ່ນໍ້າລໍາເຊທີ່ ພວກເຮົາມີ, ຫາກິນນໍາອັນທີ່ຢູ່ເທິງໜ້າ ດິນນີ້ ເພື່ອກ້າວຂຶ້ນ ເຊິ່ງທັງນໍາໃຊ້ໃຫ້ ມີປະສິດທິຜົນ, ທັງປັບປຸງບໍ່ໃຫ້ມັນບົກ ແຫ້ງແລະອຸດົມສົມບູນຂຶ້ນເລື້ອຍໆ. ເພິ່ນ ເຄີຍແນະນໍາວ່າ ບໍ່ແຮ່ ແມ່ນແຫລ່ງສຸດ ທ້າຍຂອງຊາດ ເຊິ່ງຕ້ອງຮັກສາ ແລະ ນໍາໃຊ້ຢ່າງລະມັດລະວັງ, ມີຈຸດສຸມ ແລະ ເຮັດໃນອັນທີ່ຈໍາເປັນເທົ່ານັ້ນ ເພື່ອ ປະມໍລະດົກໃຫ້ຮຸ່ນລູກຫລານພາຍໜ້າ. ເມື່ອເວົ້າເຖິງການປັບປຸງພັກ, ປະ ທານ ຄໍາໄຕ ສີພັນດອນ ເຄີຍແນະນໍາ ຕະຫລອດວ່າ ໃນເງື່ອນໄຂທີ່ພັກເຮົາ ເປັນພັກກໍາອໍານາດ, ຕ້ອງປະໃຫ້ລັດ ເຮັດວຽກບໍລິຫານຄຸ້ມຄອງລັດ, ພັກນໍາ ພາຜ່ານແນວທາງນະໂຍບາຍ, ຜ່ານ ການອະທິບາຍສຶກສາຊວນເຊື່ອ, ຜ່ານ ການເປັນແບບຢ່າງປະຕິບັດກົດໝາຍ ບ້ານເມືອງຂອງສະມາຊິກພັກ, ຫາກບໍ່ ແມ່ນຈະອອກຄໍາສັ່ງ ແລະ ເນັ້ນບັນຫາ; ພັກຕ້ອງເຄື່ອນໄຫວຢູ່ໃຕ້ກົດໝາຍ ແລະ ໃນຂອບເຂດທີ່ກົດໝາຍໄດ້ກໍ່ນົດ. ເພິ່ນເຄີຍຊີ້ນໍາໃຫ້ເຊີດຊູສະຕິກົດໝາຍ ແລະ ຫັນການຄຸ້ມຄອງບໍລິຫານສັງຄົມ ໄປຕາມກົດໝາຍ, ປະຕິບັດແຜນນະໂຍ ບາຍເສີມຂະຫຍາຍປະຊາທິປະໄຕພາຍ ໃນພັກ, ສິດ ເປັນເຈົ້າຂອງປະຊາຊົນ, ປະຕິບັດແນວທາງສ້າງລັດແຫ່ງກົດ ໝາຍໃຫ້ປະກົດຜົນເປັນຈິງເປັນກ້າວໆ ຢູ່ໃນປະເທດເຮົາ. * ປັດຈຸບັນນີ້, ບັນດາບໍລິສັດ, ຜູ້ ລົງທຶນ,​ ພໍ່ຄ້າຄົນກາງໄດ້ເລີ່ມເປີດ ລາມຮັບຊື້ມັນຕົ້ນຢ່າງເປັນຂະບວນ ຟົດຟື້ນແລ້ວ. ຂະນະທີ່ຊາວສວນ ມັນຕົ້ນກໍ່ເລີ່ມລົງມືເກັບກູ້ມັນຂາຍ ທັງມັນດິບ, ມັນຕາກແຫ້ງແລະຕ່າງ ກໍ່ດີໃຈຕໍ່ລາຄາປີນີ້ ແມ່ນສູງກວ່າປີ ຜ່ານມາ ໂດຍສະເພາະແມ່ນມັນ ແຫ້ງລາຄາ ກວ່າ 4.000 ກີບຕໍ່ກິ ໂລ (ຊື້ຢູ່ສວນ). ແມ່ຕູ້ວ້າ ຈ້າງ ຊາວສວນມັນຕົ້ນ ບ້ານນ້ຳທວາຍ ເມືອງຮົ່ມ ແຂວງ ໄຊສົມບູນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມປະເທດລາວວ່າ: ຄອບຄົວ ຕົນແມ່ນຖືເອົາອາຊີບເຮັດນາເປັນ ຕົ້ນຕໍ ແລະ ຖືເອົາການລ້ຽງ, ການ ປູກເປັນອາຊີບສຳຮອງ ເຊິ່ງມາ ຮອດປັດຈຸບັນນີ້ ກໍ່ໄດ້ສຳເລັດການ ເກັບກ່ຽວເຂົ້ານາປີເປັນທີ່ຮຽບ ຮ້ອຍແລ້ວ. ຂະນະທີ່ກໍ່ໄດ້ລົງມືເກັບ ກູ້ຫົວມັນຕົ້ນຂາຍເປັນສິນຄ້າ (ມັນ ແຫ້ງ) ແລະ ກໍ່ຮູ້ສຶກພາກພູມໃຈທີ່ ລາຄາມັນແຫ້ງປີນີ້ ແມ່ນສູງກວ່າ ຫລາຍປີຜ່ານມາຈາກລາຄາກວ່າ 2.000 ກີບຕໍ່ກິໂລມາເປັນ ກວ່າ 4.000 ກີບຕໍ່ກິໂລ (ພໍ່ຄ້າຄົົນກາງ ມາຊື້ຢູ່ກັບສວນ). ຢ່າງໃດກໍ່ດີການ ປະກອບອາຊີບສຳຮອງປູກມັນຕົ້ນ ໃນແຕ່ລະປີກໍ່ສ້າງລາຍຮັບເຂົ້າ ຄອບຄົວຫລາຍສິບລ້ານກີບຕໍ່ປີ. ຖ້າລາຄາສູງຄືປັດຈຸບັນຄາດວ່າ ປີນີ້, ຈະສ້າງລາຍຮັບເຂົ້າຄອບຄົວ ປະມານ 75 ລ້ານກີບ. ການປູກມັນຕົ້ນກໍ່ໄດ້ໃຊ້ດິນບ່ອນ ຫວ່າງຈາກການປູກຢາງພາລາມາ ປູກ (ຕອນຢາງພາລາຍັງໜ້ອຍ). ການປູກດັ່ງກ່າວ ມັນສາມາດຊ່ວຍ ເຮັດໃຫ້ເຮົາຮັກສາໄດ້ສວນຢາງພາ ລາ ບໍ່ຮົບເຮື້ອຈາກຫຍ້າອື່ນໆ ທັງ ຍັງສ້າງລາຍຮັບໃຫ້ເຮົາໃນແຕ່ລະປີ ຕື່ມອີກ. ດັ່ງທີ່ພວກເຮົາມັກເວົ້າ ກັນວ່າ ຍິງປືນນັດດຽວໄດ້ນົກສອງ ໂຕ. ແມ່ຕູ້ວ້າ ຈ້າງກ່າວ. ຢ່າງໃດກໍ່ຕາມ ແມ່ຕູ້ ວ້າ ຈ້າງ ກ່າວຕື່ມອີກວ່າ: ຜົວຕົນໄດ້ເສຍຊີ ວິດແລ້ວຫລາຍປີ ເຊິ່ງຕົນກໍ່ເຮັດ ໜ້າທີ່ເປັນທັງພໍ່ ເປັນທັງແມ່ ໃນ ການນຳພາບັນດາລູກໆທຳການ ຜະລິດ ໂດຍສະເພາະແມ່ນການຜະ ລິດເຂົ້ານາປີໃນແຕ່ລະປີແມ່ນສາ ມາດກຸ້ມກິນທຸກປີ, ນຳພາປູກມັນ ເປັນສິນຄ້າໃນແຕ່ລະປີປະມານ 5 ເຮັກຕາ ໃນດິນຫວ່າງສວນຢາງ ພາລາ, ລ້ຽງສັດໃຫຍ່ ງົວ-ຄວາຍ ຫລາຍກວ່າ 20 ໂຕ ແລະ ໃນແຕ່ລະ ປີ ກໍ່ໄດ້ຂາຍງົວ-ຄວາຍ ມາຊົມໃຊ້ ພາຍໃນຄອບຄົວຕື່ມອີກ. ເປັນເວລາຫລາຍປີມານີ້, ທີ່ແມ່ ຕູ້ ວ້າ ຈ້າງ ໄດ້ສູ້ຊົນເຮັດໜ້າທີ່ເປັນ ທັງພໍ່ເປັນທັງແມ່ນຳພາລູກໆ ທຳ ການຜະລິດປູກຝັງ-ລ້ຽງສັດ ກໍ່ເຮັດ ໃຫ້ຊີວິດການເປັນຢູ່ມີຢູ່ມີກິນ, ມີ ເງິນໃຊ້ຈ່າຍພາຍໃນຄອບຄົວ. ພ້ອມ ນີ້, ຍັງໄດ້ສົ່ງເສີມລູກຮຽນຈົບວິຊາ ສະເພາະ 5 ຄົນ. ໃນນັ້ນ, ຄົນໜຶ່ງ ໄດ້ເຮັດລ້າເຮັດການ(ທະຫານ)ນຳ ພັກ-ລັດເຮົາ. ຄວາມຊົງຈໍາເມື່ອເວົ້າເຖິງເພິ່ນ? ສິ່ງທີ່ ຊົງຈໍາກ່ອນໝູ່ນັ້ນ ແມ່ນເພິ່ນເປັນຜູ້ນໍາ ຮຸ້ນກໍ່ຕັ້ງພັກ ທີ່ມີແນວຄິດເປັນເອກະ ລາດເປັນເຈົ້າຕົນເອງ ເຊິ່ງສິ່ງດັ່ງກ່າວ ໄດ້ສະແດງອອກຕະຫລອດໄລຍະການ ເຄື່ອນໄຫວນໍາພາຂອງເພິ່ນ. ໃນການ ພັດທະນາປະເທດຊາດ ປະທານ ຄໍາໄຕ ສີພັນດອນ ເປັນຜູ້ອອກຄວາມຄິດໃຫ້ ທັດສະນະວ່າຕ້ອງອີງໃສ່ຄົນລາວແລະ ເງື່ອນໄຂທໍາມະຊາດ ທີ່ລາວມີ, ເປັນ ຕົ້ນແມ່ນດິນດອນ, ປ່າໄມ້, ແມ່ນໍ້າລໍາເຊ ທີ່ເຮົາມີເພື່ອກ້າວຂຶ້ນ. ອີກບັນຫາໜຶ່ງ ທີ່ອາດຈາລຶກໄວ້ໃນປະຫວັດສາດຂອງ ພັກ ແລະ ປະເທດເຮົາກໍ່ແມ່ນ ປະທານ ຄໍາໄຕ ສີພັນດອນ ເປັນຜູ້ນໍາສູງສຸດ, ເປັນເລຂາທິການໃຫຍ່ຂອງພັກ ຄົນທໍາ ອິດທີ່ອອກບໍານານໃນໄລຍະທີ່ຍັງມີ ຊີວິດ. ໃນທ້າຍຊຸມປີ 1990 ປະທານ ຄໍາໄຕ ສີພັນດອນ ເຄີຍເວົ້ານໍາຄະນະ ນໍາດ້ວຍກັນວ່າຜູ້ນໍາຮຸ້ນອາວຸໂສພວກ ເຮົາ ໃນຍາມຍັງມີຊີວິດນີ້ຄວນອອກ ຈາກຕໍາແໜ່ງ ແລະ ມອບໃຫ້ຮຸ້ນໜຸ່ມ ສືບທອດເຂົາເຮັດ ເພື່ອມີຫຍັງເຮົາຍັງ ສາມາດຊ່ວຍເວົ້າວ່າເບິ່ງນໍາພວກເຂົາ ເຈົ້າໄດ້ແລະ ເພິ່ນກໍ່ເປັນແບບຢ່າງອອກ ບໍານານ ແລະ ປູທາງໃຫ້ການເຮັດໜ້າ ທີ່ໃນຕໍາແໜ່ງນໍາພາບໍ່ກາຍສອງສະ ໄໝ ເຊິ່ງໄດ້ປະຕິບັດມາເຖິງທຸກວັນນີ້. ບັນຫາທີສາມແມ່ນ ເພິ່ນເປັນຜູ້ນໍາທີ່ ເຫັນກວ້າງມອງໄກ ແລະ ມີທັດສະນະ ປ່ຽນແປງທັນກັບສະພາບ. ເພິ່ນເປັນຜູ້ ນໍາຮຸ້ນກໍ່ຕັ້ງພັກເຮົາ ເຊິ່ງຕະຫລອດຊີ ວິດ ແລະ ການເຄື່ອນໄຫວນໍາພາຂອງ ເພິ່ນເກືອບວ່າຕິດພັນກັບການຕໍ່ສູ້ອັນ ດຸເດືອດຕາມແບບໃຜເອົາຊະນະໃຜ, ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==