5675

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/12/2023 xtgmf]k; ນຳສະເໜີປຶ້້ມເສັ້ນທາງ... ນາຍົກລັດຖະມົນຕີ... ຮອງນາຍົກລັດຖະມົນຕີ... ລາວ-ຈີນ ຫາລື... ບຸນມະໂຫລານອາຊຽນ... ສຳມະນາວິທະຍາສາດ... ຂປລ.ໃນລະຫວ່າງວັນທີ 8-9 ພະຈິກ 2023 ສະຖານທູດຍີ່ປຸ່ນປະ ຈຳລາວ ໄດ້ຈັດບຸນມະໂຫລານອາ ຊຽນ- ຍີ່ປຸ່ນ ຢ່າງຄຶກຄື້ນຢູ່ນະຄອນ ຫລວງວຽງຈັນ ເພື່ອສະເຫລີມສະ ຫລອງ 50 ປີແຫ່ງສາຍພົວພັນ ອາຊຽນ-ຍີ່ປຸ່ນ ໂດຍມີທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນ ຕີກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ, ທ່ານ ເຄັນ ອີຈິ ໂຄບະຢະຊິ ເອກອັກຄະລາຊະທູດຍີ່ ປຸ່ນປະຈຳລາວ, ພ້ອມດ້ວຍມວນຊົນ ພາຍໃນແລະຕ່າງປະເທດເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ເຄັນອີຈິ ໂຄ ບະຢະຊິ ໄດ້ໃຫ້ຮູ້ວ່າ: ງານຄັ້ງນີ້ຈັດ ຂື້ນເພື່ອສະເຫລີມສະຫລອງ 50 ປີແຫ່ງສາຍພົວອາຊຽນ-ຍີ່ປຸ່ນ ແລະ ເນັ້ນໜັກວ່າຍີ່ປຸ່ນຈະຮ່ວມວາງແນວ ທາງໃນອະນາຄົດຂອງສາຍພົວ ແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນວັນທີ 7 ທັນວາ 2023 ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ. ທ່ານ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຍິນດີຕ້ອນຮັບທ່ານ ກິມ ເທ ຮຶມ ເຈົ້າແຂວງ ຊຸງຊອງ ນຳໂດ ສ ເກົາຫລີ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການໃນ ຄັ້ງນີ້, ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ຂອງທ່ານເຈົ້າແຂວງຊຸງຊອງ ນຳ ໂດ ພ້ອມຄະນະໃນຄັ້ງນີ້ ເຊິ່ງເປັນ ການປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃຫ້ນັບ ມື້ນັບກວ້າງຂວາງຍິ່ງຂຶ້ນ. ພ້ອມທັງ ຕີລາຄາສູງຕໍ່ໝາກຜົນໃນເບື້ອງຕົ້ນ ຂອງການຮ່ວມມືກັນ ລະຫວ່າງກະ ຊວງແຮງງານແລະ ສະຫວັດດີການ ສັງຄົມ ຂອງ ສປປ ລາວ ແລະ ແຂວງ ຊຸງຊອງນຳໂດ ຂອງ ສ ເກົາ ຫລີ ໂດຍສະເພາະການຮ່ວມມືດ້ານ ແຮງງານ ຊຶ່ງເປັນການເປີດໂອກາດ ໃຫ້ແກ່ແຮງງານລາວ ໄດ້ໄປເຮັດ ວຽກຕາມລະດູການຢູ່ບັນດາເມືອງ ຂອງແຂວງຊຸງຊອງນຳໂດ ເພາະ ນອກຈາກຈະເປັນການສ້າງລາຍ ຮັບແກ່ແຮງງານລາວແລ້ວ, ຍັງເປັນ ການສົ່ງເສີມການພັດທະນາທັກ ສະສີມືແຮງງານ ແລະ ຮຽນຮູ້ແບບ ແຜນການເຮັດວຽກແບບອຸດສະ ຫະກຳດ້ານກະສິກຳຕື່ມອີກ. ໄລຍະຜ່ານມາ ທາງແຂວງ ຊຸງຊອງນຳໂດ ໄດ້ໃຫ້ການຊ່ວຍ ເຫລືອຫລາຍດ້ານແກ່ ສປປ ລາວ ເປັນຕົ້ນ ໄດ້ຊ່ວຍເຫລືອລ້າລົດຮັບ ສົ່ງຄົນເຈັບ, ຄອມພິວເຕີ, ໂຕະ-ຕັ່ງ ນັກຮຽນ ແລະ ເຄື່ອງແຈ້ງເຕືອນອັກ ຄີໄພຈຳນວນໜຶ່ງ ໃຫ້ແກ່ສປປ ລາວ ໂດຍຜ່ານກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ ເຊິ່ງເປັນ ການປະກອບສ່ວນທີ່ສໍາຄັນໃນການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ໃນຕໍ່ໜ້າສະເໜີໃຫ້ສອງ ຝ່າຍສືບຕໍ່ຮ່ວມມືກັນຈັດຕັ້ງປະຕິ ບັດບັນດາເນື້ອໃນບົດບັດທຶກການ ຮ່ວມມືທີ່ສອງຝ່າຍໄດ້ລົງນາມຮ່ວມ ກັນໃຫ້ເກີດຜົນຫລາຍຂຶ້ນກວ່າເກົ່າ ໂດຍສະເພາະການສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ແຮງງານລາວ ໄດ້ມີໂອກາດໄປເຮັດວຽກຕາມລະ ດູການຢູ່ບັນດາເມືອງຂອງແຂວງ ຊຸງຊອງນຳໂດ ໃຫ້ຫລາຍຂຶ້ນ. ພ້ອມ ນີ້, ກໍພ້ອມກັນຄົ້ນຄວ້າແລະຊອກກາ ລະໂອກາດໃນການຂະຫຍາຍອອກ ໄປສູ່ຂົງເຂດວຽກງານອື່ນໆ ໃຫ້ ກວ້າງຂວາງກວ່າເກົ່າ ລວມທັງ ດ້ານການຄ້າ, ການທ່ອງທ່ຽວ, ກະສິ ກຳ ແລະ ອື່ນໆ. ເຊື້ອໝັ້ນວ່າການ ຮ່ວມມືລະຫວ່າງສອງລັດຖະບານ ແລະປະຊາຊົນຂອງສອງຊາດລາວເກົາຫລີ ຈະສືບຕໍ່ເສີມຂະຫຍາຍ ສາຍພົວພັນໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ພ້ອມທັງການໄປມາຫາສູ່ກັນ, ແລກ ປ່ຽນຖອດຖອນບົດຮຽນນໍາກັນ ແລະ ໃຫ້ການສະໜັບສະໜູນຊຸກຍູ້ ເຊິ່ງກັນ ແລະ ກັນ ໃຫ້ນັບມືນັບ ຫລາຍຂຶ້ນ. ໂອກາດນີ້, ທ່ານ ກິມ ເທ ຮຶມ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມ ທັງສະແດງຈຸດປະສົງຂອງການມາ ຢ້ຽມຢາມ ແລະ ເຮັດວຽກຂອງຄະ ນະຜູ້ແທນແຂວງຊຸງຊອງນຳໂດ ໃຫ້ທ່ານນາຍົກລັດຖະມົນຕີໄດ້ຮັບ ຊາບ. ນອກຈາກເປັນການທົບທວນ ບົດບັນທຶກການຮ່ວມມືສອງຝ່າຍ ນຳກັນແລ້ວ ທາງຝ່າຍ ສ ເກົາຫລີ ຍັງມີຈຸດປະສົງໃນການປຶກສາຫາລື ກ່ຽວກັບຍຸດທະສາດການຮ່ວມມື ໃນການຮັບມືກັບວິກິດການສາກົນ ໂດຍສະເພາະບັນຫາການປ່ຽນແປງ ຂອງດິນຟ້າອາກາດ, ການແລກ ປ່ຽນການທ່ອງທ່ຽວ, ການສົ່ງເສີມ ການຮ່ວມມືດ້ານການຄ້າ ແລະ ກະ ສິກຳ ໂດຍມີຈຸດປະສົງຢາກນຳເອົາ ນັກລົງທຶນຂອງແຂວງ ຊຸງຊອງ ນຳໂດ ມາລົງທຶນກ່ຽວກັບການກະ ສິກຳຄົບວົງຈອນແບບທັນສະໄໝ (Smart Agriculture Complex). ນອກຈາກຈະເປັນການສົ່ງ ເສີມການຜະລິດ ເພື່ອສົ່ງອອກ ແລະ ຈຳໜ່າຍຢູ່ພາຍໃນແລ້ວ ຍັງເປັນ ການສ້າງວຽກເຮັດງານທຳໃຫ້ແກ່ ແຮງງານລາວ ແທນການສົ່ງອອກ ແຮງງານໄປເຮັດວຽກຕາມລະດູ ການຢູ່ ສ ເກົາຫລີ. ຄົບຮອບ 100 ປີ, ພ້ອມທັງເປັນການ ສຶກສາອົບຮົມແລະປຸກລະດົມໃຫ້ສະ ມາຊິກພັກ, ພະນັກງານ, ກຳລັງປະ ກອບອາວຸດ, ມະຫາຊົນແລະ ຄົນຮຸ່ນ ຫລັງໄດ້ນຳເອົານໍ້າໃຈເສຍສະລະ, ຄຸນສົມບັດສິນທຳປະຕິວັດ,ແບບແຜນ ນຳພາ, ແບບແຜນວິທີເຮັດວຽກແລະ ແບບແຜນດຳລົງຊີວິດຕະຫລອດ ຮອດແນວຄິດນຳພາ-ຊີ້ນຳຂອງ ເພິ່ນໄປສຶກສາຮ່ຳຮຽນ, ໄປເປັນແວ່ນ ແຍງ ແລະ ເປັນການຜັນຂະຫຍາຍ ເພື່ອນຳໄປປະຕິບັດໃນໜ້າທີ່ຂອງຕົນ ຕໍ່ປະເທດຊາດ ແລະ ປະຊາຊົນ. ການສຳມະນາຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນສຶກສາຮຽນຮູ້ຈຳນວນ 9 ຫົວຂໍ້ໃຫຍ່ ເປັນຕົ້ນ ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະ ທານ ຄຳໄຕ ສີພັນດອນ ໂດຍເນັ້ນ ໜັກບັນດາແນວຄິດທິດສະດີຊີິ້ນຳ ກ່ຽວກັບວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການນໍາໃຊ້ ສາມບາດຄ້ອນຍຸດທະສາດເຂົ້າໃນ ການຢຶດອໍານາດ ໃນປີ 1975, ການກໍ່ສ້າງຮາກຖານການເມືອງຢູ່ ແຂວງຈຳປາສັກ, ການພັດທະນາ ເສດຖະກິດ-ການເງິນ, ວຽກງານ ແນວໂຮມ ແລະ ອົງການຈັດຕັ້ງມະ ຫາຊົນ, ວຽກງານວັດທະນະທຳ, ການກໍ່ສ້າງພັກ-ພະນັກງານໃນໄລ ຍະໃໝ່ ແລະ ວຽກງານພົວພັນຕ່າງ ປະເທດ. ປະທານ ຄຳໄຕ ສີພັນດອນ ເປັນ ນັກຮົບປະຕິວັດ, ເປັນອະດີດການ ນໍາຂັ້ນສູງຂອງພັກ-ລັດ, ເປັນລູກ ຫລານຂອງປະຊາຊົນລາວທີ່ມີນ້ຳ ໃຈຮັກຊາດຮັກປະຊາຊົນ, ຮັກຄວາມ ສາມັກຄີ, ມີຄວາມເສຍສະລະ, ມີ ທັດສະນະມະຫາຊົນ, ຮັກການອອກ ແຮງງານ, ຮັກທຳມະຊາດ, ມີແບບ ແຜນດຳລົງຊີວິດທີ່ລຽບງ່າຍ ແລະ ມີລະບຽບວິໄນ, ປະທານເປັນນັກ ປະຕິວັດທີ່ກຳເນີດຈາກປະຊາຊົນ ມີຜົນສຳເລັດ ແລະ ໄດ້ປະກອບສ່ວນ ອັນໃຫຍ່ຫລວງ ເຂົ້າໃນພາລະກິດ ປະຕິວັດຊາດ ປະຊາທິປະໄຕ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເພິ່ນຈຶ່ງ ໄດ້ຖືກຍອມຮັບຈາກໝູ່ຄະນະ, ພະ ນັກງານ, ປະຊາຊົນ, ສັງຄົມ ແລະ ການຈັດຕັ້ງພັກ-ລັດ. ດັ່ງນັ້ນ, ຄົນຮຸ່ນ ຫລັງຄວນຮ່ຳຮຽນເອົາຄຸນສົມບັດ ຂອງເພິ່ນ ໂດຍສະເພາະແມ່ນນໍ້າໃຈ ຮັກຊາດ, ຮັກປະຊາຊົນ, ຮັກຄວາມ ສາມັກຄີ, ມີຄວາມເສຍສະລະ, ມີທັດ ສະນະມະຫາຊົນ, ຄວາມຮັກການ ອອກແຮງງານ, ຄວາມຮັກທຳມະ ຊາດ, ແບບແຜນດໍາລົງຊີວິດທີ່ລຽບ ງ່າຍ ແລະ ມີລະບຽບວິໄນແລ້ວນຳ ໃຊ້ ເພື່ອປະກອບສ່ວນພັດທະນາປະ ເທດຊາດໃຫ້ສືບຕໍ່ຈະເລີນຮຸ່ງເຮືອງ ຕໍ່ໄປຢ່າງບໍ່ຢຸດຢັ້ງ. ໂອດກາດດຽວກັນນີ້, ບັນດາຜູ້ ແທນເຂົ້າຮ່ວມຍັງໄດ້ພ້ອມກັນປະ ກອບຄຳເຫັນໃສ່ແຕ່ລະຫົວຂໍ້ຢ່າງ ສ້າງສັນ ເຮັດໃຫ້ກອງປະຊຸມຄັ້ງນີ້ ເຕັມໄປດ້ວຍຄວາມໝາຍ, ຄວາມ ສຳຄັນ, ເລິກເຊິ່ງ, ໜັກແໜ້ນ ແລະ ຟົດຟື້ນ. ຂ່າວ-ພາບ: ໄອແກ້ວ ຂຶ້ນ 26% ຖ້າທຽບໃສ່ປີ 2018, ນັກທ່ອງທ່ຽວຈີນ ໄດ້ກາຍເປັນຕະ ຫລາດສໍາຄັນ ແລະ ຈັດຢູ່ໃນອັນດັບ 2 ຂອງນັກທ່ອງທ່ຽວທີ່ເດີນທາງ ມາທ່ຽວປະເທດລາວ. ການເປີດເສັ້ນທາງລົດໄຟລາວຈີນ ໄດ້ເອື້ອອໍານວຍຄວາມສະດວກ ໃຫ້ນັກທ່ອງທ່ຽວຈີນ ມາທ່ຽວລາວ, ນັກທ່ອງທ່ຽວລາວ ໄປທ່ຽວຈີນ ແລະ ນັກທ່ອງທ່ຽວປະເທດທີ 3 ມາທ່ຽວສອງປະເທດ. ສໍາລັບການ ເດີນທາງອາກາດ ປັດຈຸບັນນັກທ່ອງ ທ່ຽວສາມາດເດີນທາງສາຍການ ບິນລາວ ແລະ ສາຍການບິນ China Eastern Airlines ວຽງຈັນ- ກວ່າງໂຈ, ວຽງຈັນ-ຄຸນໝິງ. ນອກ ຈາກນີ້, ຍັງມີການຈັດຖ້ຽວບິນເໝົາ ລໍາຈາກ ສປ ຈີນ ມາລາວ ເພື່ອເປັນ ການຮອງຮັບນັກທ່ອງທ່ຽວຈີນ ມາທ່ຽວລາວ ລັດຖະບານລາວ ໄດ້ ເອົາໃຈໃສ່ຊຸກຍູ້ໃຫ້ພາກສ່ວນກ່ຽວ ຂ້ອງປັບປຸງສະຖານທີ່ພັກແຮມ, ແຫລ່ງທ່ອງທ່ຽວ, ຜະລິດຕະພັນ ການທ່ອງທ່ຽວ, ການຂົນສົ່ງ, ທຸລະ ກິດປິ່ນອ້ອມ ໃຫ້ນັບມື້ນັບມີຄຸນນະ ພາບ, ມີຄວາມປອດໄພ ແລະ ຄວາມ ປະທັບໃຈ. ໃນປີ 2024 ລັດຖະບານລາວ ໄດ້ປະກາດເປັນປີທ່ອງທ່ຽວລາວ “Visit Laos Year 2024 ເຊິ່ງ ເປັນບັ້ນໂຄສະນາການທ່ອງທ່ຽວ ລາວ ເພື່ອດຶງດູດນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າ ມາທ່ອງທ່ຽວລາວຫລາຍຂຶ້ນ, ເປັນການສົ່ງເສີມການທ່ອງທ່ຽວ, ການອະນຸລັກວັດທະນະທຳ, ຮີດ ຄອງປະເພນີອັນດີງາມ, ການເຜີຍ ແຜ່ປະຫວັດສາດອັນຍາວນານ, ການປົກປັກຮັກສາທຳມະຊາດໃຫ້ ມີຄວາມຍືນຍົງ ຂອງ ສປປ ລາວ. ດັ່ງນັ້ນ ກະຊວງ ຖວທ, ພະແນກ ຖວທ ແຂວງ/ນະຄອນຫລວງ ໄດ້ ກະກຽມຫລາກຫລາຍກິດຈະກຳ ເເລະ ຜະລິດຕະພັນການທ່ອງທ່ຽວ ທີ່ໜ້າສົນໃຈໄວ້ຕ້ອນຮັບນັກທ່ອງ ທ່ຽວຈາກພາກພື້ນແລະສາກົນລວມ ທັງນັກທ່ອງທ່ຽວຈີນ; ໄດ້ກຳນົດ ປະຕິທິນທ່ອງທ່ຽວ ທັງໝົດ 79 ລາຍການ ແລະ ໄດ້ແບ່ງອອກ 14 ລາຍການລະດັບຊາດ 65 ລາຍ ການລະດັບທ້ອງຖິ່ນ. ນັກທ່ອງທ່ຽວ ສາມາດເຂົ້າເຖິງຂໍ້ມູນຂ່າວສານ ດັ່ງກ່າວ ແລະ ຈັດສັນເວລາທີ່ເໝາະ ສົມຂອງຕົນເພື່ອເດີນທາງມາທ່ຽວ ລາວ; ການຈັດປີທ່ອງທ່ຽວລາວ 2024 ນີ້ ຍັງເປັນການຊຸກຍູ້ເສດຖະ ກິດທາງກົງ ແລະ ທາງອ້ອມ, ການ ມີສ່ວນຮ່ວມຂອງທຸກພາກສ່ວນ ໂດຍສະເພາະແມ່ນບັນດາຫົວໜ່ວຍ ທຸລະກິດທີ່ປິ່ນອ້ອມໃນຂະແໜງ ການທ່ອງທ່ຽວ; ຄາດຄະເນນັກທ່ອງ ທ່ຽວສາກົນຈະເດີນທາງມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອ ຄົນ, ສ້າງລາຍຮັບຈາກການທ່ອງ ທ່ຽວ ໄດ້ປະມານ 401 ລ້ານໂດລາ ສະຫະລັດ ແລະ ໃນປີ 2025 ນັກ ທ່ອງທ່ຽວສາກົນຈະບັນລຸເຖິງ 2,9 ລ້ານເທື່ອຄົນ ແລະ ສ້າງລາຍຮັບ ຈາກການທ່ອງທ່ຽວໄດ້ 434 ລ້ານ ໂດລາສະຫະລັດ. ໂອກາດນີ້, ທ່ານຄົມດວງຈັນທາ ຍັງສະເໜີ ສປ ຈີນ ຊ່ວຍໂຄສະນາ, ການຂຽນຂ່າວ-ອອກຂ່າວ ກ່ຽວກັບ ປີທ່ອງທ່ຽວລາວ 2024 ຈະເຮັດ ແນວໃດ ເພື່ອໃຫ້ນັກທ່ອງທ່ຽວຈີນ ໄດ້ຮັບຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວ ສານການທ່ອງທ່ຽວລາວຢ່າງ ກວ້າງຂວາງ ແລະ ສະເໜີມາຍັງຜູ້ ປະກອບການທຸລະກິດທ່ອງທ່ຽວ ຈີນ ນຳສະເໜີລາຍການທ່ອງທ່ຽວ ລາວ ເພື່ອເຮັດໃຫ້ນັກທ່ອງທ່ຽວ ຈີນ ມີການວາງແຜນການເດີນທາງ ມາທ່ອງທ່ຽວລາວ ປະກອບສ່ວນ ເຮັດໃຫ້ປີທ່ອງທ່ຽວລາວ 2024 ບັນລຸຜົນສຳເລັດຕາມແຜນການທີ່ ວາງໄວ້. ຂ່າວ: ກິດຕາ ໂປ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ຢ້ຽມຢາມປະເທດ ສິງກະໂປ ໃນລະຫວ່າງວັນທີ 6-8 ທັນວາ 2023. ໃນວັນທີ 7 ທັນວາ 2023 ທ່ານ ຮອງນາຍົກລັດຖະມົນຕີໄດ້ຂຶ້້ນບັນ ຍາຍໃນຫົວຂໍ້: ອາຊຽນ ຄັ້ງທີ 24 (24thASEANLecture):ການ ກະກຽມເປັນປະທານອາຊຽນຂອງ ສປປ ລາວ ພາຍໃຕ້ຄໍາຂວັນ “ເພີ່ມ ທະວີການເຊື່ອມຈອດ ແລະ ຄວາມ ເຂັ້ມແຂງອາຊຽນ” ໂດຍທ່ານໄດ້ ອະທິບາຍກ່ຽວກັບເຫດຜົນໃນການ ເລືອກເອົາຄໍາຂວັນດັ່ງກ່າວ ກໍຄື ຄວາມສໍາຄັນຂອງການເພີ່ມທະວີ ການເຊື່ອມຈອດ ແລະ ຄວາມເຂັ້ມ ແຂງອາຊຽນ ເພື່ອຮັບປະກັນໃຫ້ແກ່ ຄວາມພະຍາຍາມລວມຂອງອາ ຊຽນ ໃນການຮັດແໜ້ນປະຊາຄົມ ອາຊຽນໃນຕໍ່ໜ້າ ແລະ ເພື່ອໃຫ້ສາ ມາດນໍາໃຊ້ກາລະໂອກາດ ແລະ ຮັບ ມືກັບສິ່ງທ້າທາຍຕ່າງໆໃນປັດຈຸບັນ ແລະ ໃນອະນາຄົດໄດ້ຢ່າງມີປະສິດ ທິຜົນ. ພ້ອມກັນນີ້, ຍັງໄດ້ແຈ້ງໂດຍ ລວມກ່ຽວກັບແນວຄວາມຄິດກ່ຽວ ຂ້ອງກັບບຸລິມະສິດ ສໍາລັບການເປັນ ປະທານອາຊຽນ ທີ່ ສປປ ລາວ ຈະ ສຸມໃສ່ໃນປີ 2024 ໂດຍສະເພາະ ແມ່ນໃນຂົງເຂດການເພີ່ມທະວີການ ເຊື່ອມຈອດແລະການສົ່ງເສີມຄວາມ ເຂັ້ມແຂງອາຊຽນ. ໃນໂອກາດຢ້ຽມຢາມປະເທດ ສິງກະໂປ ຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດຍັງໄດ້ມີໂອກາດເຂົ້າຢ້ຽມ ຂໍ່ານັບທ່ານ ລີ ຊຽນ ລຸງ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ເຊິ່ງສອງຝ່າຍໄດ້ແລກ ປ່ຽນຄໍາຄິດເຫັນດ້ວຍໄມຕີຈິດມິດ ຕະພາບ ແລະ ມີຄວາມເຂົ້າໃຈເຊິ່ງ ກັນ ແລະ ກັນ ເປັນຢ່າງດີ; ສອງຝ່າຍ ເຫັນດີເປັນເອກະພາບໃນການສືບ ຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງ ສອງປະເທດ ໂດຍສະເພາະການ ຮ່ວມມືດ້ານພະລັງງານ ແລະ ການ ສົ່ງເສີມການໄປມາຫາສູ່ຂອງປະຊາ ຊົນສອງຊາດລາວ ແລະ ສິງກະໂປ ເພື່ອເຮັດໃຫ້ການຈັດປີທ່ອງທ່ຽວ ລາວ 2024 ມີບັນຍາກາດຄຶກຄື້ນ ແລະ ສໍາເລັດຜົນຕາມຄາດໝາຍ. ຝ່າຍລາວໄດ້ສະແດງຄວາມ ຂອບໃຈມາຍັງລັດຖະບານ ແລະ ປະ ຊາຊົນ ສິງກະໂປ ທີ່ໄດ້ໃຫ້ການຮ່ວມ ມື ແລະ ສະໜັບສະໜູນ ສປປ ລາວ ຕະຫລອດໄລຍະຜ່ານມາ, ອັນໄດ້ ເປັນການສະໜັບສະໜູນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງສປປລາວເປັນແຕ່ ລະໄລຍະ ໂດຍສະເພາະການພັດທະ ນາຊັບພະຍາກອນມະນຸດ, ລວມທັງ ການສະໜັບສະໜູນບັນດາຂົງເຂດ ບຸລິມະສິດຂອງ ສປປ ລາວ ສໍາລັບ ການເປັນປະທານອາຊຽນ 2024, ພ້ອມທັງການສະໜັບສະໜູນການ ແລກປ່ຽນການຢ້ຽມຢາມຂອງການ ນໍາຂັ້ນສູງລະຫວ່າງກັນອັນຈະເປັນ ຂີດໝາຍອັນສໍາຄັນ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ທາງການທູດ ລະຫວ່າງ ສປປ ລາວ ແລະ ສິງກະໂປ ຄົບຮອບ 50 ປີ ໃນ ປີ 2024 ທີ່ຈະມາເຖິງນີ້. ນອກຈາກນັ້ນ,ທ່ານສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະກັບທ່ານ Heng Swee Keat ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີຮັບຜິດ ຊອບປະສານງານດ້ານນະໂຍບາຍ ເສດຖະກິດ ແລະ ຢ້ຽມຢາມສູນ SEAMEO RELC (Southeast Asian Ministers of Education Organization Regional Language Center) ໂດຍໄດ້ ພົບປະໂອ້ລົມກັບບັນດາການນໍາຂັ້ນ ສູງຂອງລາວ ທີ່ກໍາລັງເຂົ້າຮ່ວມ ການຝຶກອົບຮົມພາສາອັງກິດ ໃນລະ ຫວ່າງວັນທີ 27 ພະຈິກ-22 ທັນວາ 2023 ຢູ່ສູນດັ່ງກ່າວ. ພາບ ແລະ ຮູບແຕ້ມຈາກນັກປະພັນ, ນັກກະວີ, ນັກແຕ້ມ ແລະ ນັກຖ່າຍ ພາບທີ່ມີຊື່ສຽງ ຂອງ ສປປ ລາວ ແລະ ເພື່ອເຮັດໃຫ້ປະຊາຊົນສອງ ຊາດລາວ-ຈີນ ກໍຄື ປະຊາຊົນທົ່ວ ໂລກຮັບຮູ້ເຖິງຜົນສຳເລັດຂອງເສັ້ນ ທາງສາຍນີ້, ມັກຮັກເສັ້ນທາງສາຍ ນີ້, ທັງປຸກລະດົມຄວາມກະຕືລືລົ້ນ ແລະ ຄວາມພາກພູມໃຈຂອງປະຊາ ຊົນລາວ ໃນພາລະກິດແຫ່ງການປົກ ປັກຮັກສາເສັ້ນທາງລົດ ໄຟລາວຈີນ ເຮັດໃຫ້ການຮ່ວມມືລາວ-ຈີນ ລົງເລິກເຂົ້າເຖິງໝາກຫົວໃຈຂອງ ປະຊາຊົນທັງ 2 ປະເທດ ໂດຍຜ່ານ ຄວາມພະຍາຍາມຮ່ວມກັນເປັນເວ ລາໜຶ່ງປີ, ປຶ້ມເສັ້ນທາງປະສານໃຈ ກໍໄດ້ຂຽນ ແລະ ຈັດພິມສຳເລັດ ແລະ ຫວັງວ່າ ຜ່ານປື້ມເຫລັ້ມນີ້ ຈະສາ ມາດບອກເລົ່າເຖິງຄວາມຮູ້ສຶກທີ່ປະ ທັບໃຈຂອງທຸກຊັ້ນຄົນໃນສັງຄົມ ລາວ ນັບແຕ່ຊາວໜຸ່ມເຍົາວະຊົນ ຮອດປັນຍາຊົນ, ນັກຮຽນຮູ້, ນັກສຶກ ສາ, ພໍ່ແມ່ປະຊາຊົນທີ່ຢູ່ລຽບຕາມ ທາງລົດໄຟລາວ-ຈີນ ລວມທັງນັກ ທ່ອງທ່ຽວຕ່າງປະເທດທີ່ໄດ້ສຳຜັດ ຕົວຈິງຢ່າງປະທັບໃຈໃນການເດີນ ທາງດ່ວນລົດໄຟ ລາວ-ຈີນ ແລະ ຫວັງວ່າ ປື້ມດັ່ງກ່າວ ຈະກາຍເປັນ ບົດບັນທຶກໜຶ່ງທີ່ສ່ອງແສງໃຫ້ເຫັນ ເຖິງຄວາມສະໜິດຕິດພັນທີ່ຮັກ ແພງກົມກຽວກັນຕະຫລອດໄປ ລະ ຫວ່າງປະຊາຊົນສອງຊາດລາວຈີນ ຜ່ານເສັ້ນທາງລົດໄຟ ລາວ-ຈີນ. ທ່ານ ທອງໃບ ໂພທິສານ ໄດ້ ກ່າວວ່າ: ໂຄງການນີ້, ເປັນໂຄງການ ໃຫຍ່ທີ່ມີຄວາມໝາຍ ແລະ ຄວາມ ສໍາຄັນທາງປະຫວັດສາດ ໂດຍສະ ເພາະແມ່ນວົງການນັກປະພັນລາວ. ສະນັ້ນ, ສະມາຄົມນັກປະພັນລາວ ຈຶ່ງໄດ້ຄັດເລືອກເອົານັກປະພັນຜູ້ທີ່ ດີເດັ່ນ ແລະ ມີຊື່ສຽງຂອງລາວຈໍາ ນວນ 15 ທ່ານ ເຂົ້າຮ່ວມ. ໃນນີ້,ມີ ທັງນັກຂຽນຜູ້ອາວຸໂສ, ນັກຂຽນ ໜຸ່ມ, ນັກຂຽນຍິງ ແລະ ນັກຂຽນສົງ ໂດຍມີນັກປະພັນ ແລະ ນັກກະວີລາງ ວັນວັນນະກໍາສ້າງສັນຍອດຢ້ຽມ ແຫ່ງອາຊຽນ ຫລື ຊີໄຣ 5 ທ່ານ, ຜູ້ ໄດ້ຮັບລາງວັນວັນນະກໍາພາກພື້ນ ແມ່ນໍ້າຂອງ 5 ທ່ານ ແລະ ຜູ້ໄດ້ຮັບ ລາງວັນຊະນະເລີດສິນໄຊ ແລະລາງ ວັນກວດສອບບົດປະພັນວັນນະຄະ ດີທົ່ວປະເທດ. ທັງນີ້, ກໍເພື່ອຮັບປະ ກັນໝາກຜົນທີ່ຈະໄດ້ຮັບຕາມຈຸດ ປະສົງເປົ້າໝາຍຂອງໂຄງການທີ່ໄດ້ ວາງໄວ້. ຕະຫລອດໄລຍະຂອງການເດີນ ທາງດ້ວຍລົດໄຟທີ່ຍາວໄກ ເປັນ ເວລາເຖິງ 2 ອາທິດ ຊຶ່ງເຕັມໄປດ້ວຍ ບັນຍາກາດທີ່ຕື່ນເຕັ້ນປະທັບໃຈຄຶກ ຄື້ນຟົດຟື້ນ ແລະ ມ່ວນຊື່ນໃນ ຄັ້ງນີ້ ທີ່ບັນດານັກປະພັນ ນັກກະວີທັງໝົດ ມີໂອກາດໄດ້ສໍາຜັດກັບເຫດການ ຕົວ ຈິງຜ່ານ 5 ແຂວງ ທີ່ແລວທາງ ລົດໄຟລາວ-ຈີນ ເປັນຕົ້ນ ນະຄອນ ຫລວງວຽງຈັນ, ແຂວງວຽງຈັນ, ຫລວງພະບາງ, ອຸດົມໄຊ ແລະ ແຂວງຫລວງນໍ້າທາ, ໄດ້ສໍາຜັດກັບ ບັນຍາກາດຕົວຈິງ, ໄດ້ສໍາພາດ ແລະ ເກັບກໍາຂໍ້ມູນຕາມສະຖານນີ ຕ່າງໆ ຢູ່ແຕ່ລະແຂວງ ເພື່ອນໍາມາ ຂຽນເປັນບົດປະພັນວັນນະຄະດີ: ກະວີ, ບົດບັນທຶກ ແລະ ບົດເລື່ອງ ສັ້ນ. ຜ່ານການເຄື່ອນໄຫວໂຄງການ ໃນຄັ້ງນີ້, ພວກເຮົາສາມາດເຮັດສໍາ ເລັດໜ້າທີ່ເກີນຄາດໝາຍໄດ້ບົດ ເລື່ອງ, ບົດບັນທຶກ, ເລື່ອງສັ້ນ, ເລື່ອງ ຍາວ ແລະ ບົດກະວີ ທັງໝົດ 23 ບົດ ຊຶ່ງທັງໝົດນີ້ ແມ່ນວິທະຍຸໂທລະ ພາບສູນກາງຈີນປະຈໍາລາວເປັນຜູ້ ໃຫ້ການສະໜັບສະໜູນ ແລະ ຮ່ວມ ມືຂອງໂຄງການ ໂດຍໄດ້ຮີບໂຮມ ແລະ ຈັດພິມເປັນປຶ້ມເພື່ອໂຄສະນາ ເຜີຍແຜ່ ແລະ ໃສ່ຊື່ປຶ້ມທີ່ເຕັມໄປ ດ້ວຍຄວາມໝາຍວ່າ: ເສັ້ນທາງປະ ສານໃຈ. ຫວັງວ່າປຶ້ມໂຮມບົດປະ ພັນວັນນະຄະດີເລື່ອງ: ເສັ້ນທາງ ປະສານໃຈ ເຊິ່ງເປັນຜົນໄດ້ຮັບຈາກ ໂຄງການບັນທຶກຄວາມຮັກແພງ ຕາມເສັ້ນທາງລົດໄຟ ລາວ-ຈີນ ໃນຄັ້ງນີ້, ຈະກາຍເປັນສັນຍະລັກ ແຫ່ງການພົວພັນມິດຕະພາບ ແລະ ຄວາມຮັກແພງລະຫວ່າງ ລາວຈີນ ແລະ ສະມາຄົມນັກປະພັນລາວ ແລະ ຫວັງວ່າ ຈະມີໂຄງການຮ່ວມ ມືກັນຕໍ່ໆໄປໃນອະນາຄົດ. ພາບ: ເກດສະໜາ ພັນອາຊຽນ-ຍີ່ປຸ່ນ ແລະ ວິໄສທັດ ໃໝ່ສໍາລັບການຮ່ວມມືທີ່ກອງປະ ຊຸມສຸດຍອດຄັ້ງພິເສດ ເຊິ່ງຈະຈັດ ຂຶ້ນທີ່ນະຄອນຫລວງໂຕກຽວ ແຕ່ ວັນທີ 16-18 ທັນວາ 2023 ທ່ານ ຍັງໄດ້ສະແດງຄວາມຫວັງທີ່ຈະເພີ່ມ ທະວີຮັດແໜ້ນສາຍພົວພັນອາຊຽນ- ຍີ່ປຸ່ນ ແລະ ຍົກລະດັບສາຍພົວພັນ ຂອງສອງປະເທດໃຫ້ສູງຂຶ້ນກວ່າ ເກົ່າ ເນື່ອງໃນໂອກາດທີ່ປະເທດລາວ ຈະເປັນເຈົ້າພາບຈັດກອງປະຊຸມ ອາຊຽນໃນປີໜ້າ ແລະ ທັງສອງປະ ເທດຈະສະເຫລີມສະຫລອງວາລະ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດໃນປີ 2025. ນອກນີ້, ພາຍໃນງານຍັງມີການ ສະແດງດົນຕີອັນໜ້າຕື່ນເຕັ້ນທີ່ຊື່ ວ່າ ຊາກຸຮາຈີ (ຂຸຍໄມ້ໄຜ່ພື້ນເມືອງ ຂອງຍີ່ປຸ່ນ) ໂດຍທ່ານ ໂຢຊິເກະ ອິລິ ເອະ, ນັກດົນຕີຊາກຸຮາ ຈີທີ່ມີຊື່ສຽງ, ການສະແດງ ຈາກນັກຮ້ອງວົງ CHAI ທີ່ຈະມາສະແດງຢູ່ປະເທດ ລາວເປັນເທື່ອທໍາອິດ. ພ້ອມທັງ, ການວາງສະແດງອາຫານຂອງປະ ເທດສະມາຊິກອາຊຽນຕື່ມອີກ. ຂ່າວ:ມາລິດາ

RkJQdWJsaXNoZXIy MTc3MTYxMQ==