5675

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp xtgmf]k; 4 3]d c]t gsfdko 11/12/2023 ຂປລ. ເພື່ອເປັນການສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ສົ່ງເສີມການຮ່ວມມືກັບບັນດາປະເທດ ເພື່ອນມິດ ພາຍໃຕ້ການຍຶດໝັ້ນນະໂຍ ບາຍການຕ່າງປະເທດ ສັນຕິພາບ, ເອ ກະລາດ, ມິດຕະພາບ ແລະ ການຮ່ວມ ມື, ເມື່ອບໍ່ດົນມານີ້, ທ່ານ ດວງມະນີ ຍອດສີອຸດົມ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ໄມເຄິລ ຮິກກິນສ໌ (Michael D. Higgins), ປະທານາທິບໍດີ ແຫ່ງອຽກລັງ, ທີ່ສໍານັກງານປະທານາທິບໍດີ, ນະຄອນ ຫລວງດັບບຣິນ ເພື່ອຍື່ນສານຕາຕັ້ງ ຂອງທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນຊົນລາວ, ທີ່ແຕ່ງຕັ້ງ ທ່ານ ດວງມະນີ ຍອດສີອຸດົມ ໃຫ້ດຳ ລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາ ລະນະລັດປະຊາທິປະໄຕປະຊາຊົນລາວ ປະຈຳ ອຽກລັງ ເຊິ່ງມີສໍານັກງານຕັ້ງ ຢູ່ນະຄອນຫລວງລອນດອນ. ໃນໂອກາດດັ່ງກ່າວ, ທ່ານ ດວງ ມະນີ ຍອດສີອຸດົມ ໄດ້ສະແດງຄວາມ ຍິນດີເປັນຢ່າງຍິ່ງ ແລະ ຖືເປັນກຽດ ຢ່າງສູງທີ່ທ່ານປະທານາທິບໍດີຍິນດີ ຮັບເອົາຜູ້ກ່ຽວ ແລະ ໃຫ້ກຽດຮັບສານ ຕາຕັ້ງດັ່ງກ່າວ ເຊິ່ງໃນໂອກາດດຽວ ກັນນີ້ ທ່ານເອກອັກຄະລັດຖະທູດຍັງ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວອັນ ອົບອຸ່ນ ພ້ອມດ້ວຍຄໍາອວຍພອນໄຊອັນ ປະເສີດແລະຄວາມຮັກແພງຖານເພື່ອນ ມິດຈາກ ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ, ເຖິງ ທ່ານ ໄມເຄິລ ຮິກກິນສ໌ ປະທານາທິບໍດີ ແຫ່ງ ອຽກລັງ ແລະ ຜ່ານທ່ານປະທາ ນາທິບໍດີໄປຍັງປະຊາຊົນ ແລະ ລັດຖະ ບານແຫ່ງອຽກລັງ, ໄດ້ສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນ ແລະ ກອງປະຊຸມລັດຖະມົນຕີ... ຄຳມ່ວນ ວາງແຜນ... ລາວ-ຫວຽດນາມ ສືບຕໍ່... ໄຟຟ້າລາວ ສາຂາ... ຂປລ. ໃນອາທິດຜ່ານມາ, ສະ ຫາຍ ໄຊຊະນະ ໂຄດພູທອນ ກໍາມະ ການສູນກາງພັກ, ຫົວໜ້າອົງການ ໄອຍະການປະຊາຊົນສູງສຸດແຫ່ງ ສປປ ລາວ ພ້ອມຄະນໄດ້ພົບປະກັບ ຄະນະຜູ້ແທນຂັ້ນສູງອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ນຳໂດຍສະຫາຍ ເລມິງ ຈີ ກໍາມະການສູນກາງພັກກອມມູ ນິດຫວຽດນາມ, ຫົວໜ້າອົງການໄອ ຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ໂອກາດເດີນທາງໄປ ເຂົ້າຮ່ວມກອງປະຊຸມໄອຍະການສູງ ສຸດ ຈີນ-ອາຊຽນ ຄັ້ງທີ 13 ທີ່ຈັດ ຂຶ້ນທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ. ໃນວະລະດັ່ງກ່າວ, ສະຫາຍ ໄຊຊະນະ ໂຄດພູທອນ ໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງມາຍັງ ສະຫາຍ ເລມິງຈີທີ່ໄດ້ເຊື້ອເຊີນແລະ ຕ້ອນຮັບດ້ວຍໄມຕິຈິດມິດຕະພາບ ອັນອົບອຸ່ນໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ແລະ ຂໍສະແດງຄວາມຊົມເຊີຍອົງ ການໄອຍະການປະຊາຊົນສູງສຸດ ແຫ່ງ ສສ ຫວຽດນາມ ທີ່ໄດ້ຮັບກຽດ ເປັນເຈົ້າພາບຈັດກອງປະຊຸມຫົວໜ້າ ອົງການໄອຍະການ ຈີນ-ອາຊຽນ ຄັ້ງທີ 13 ນີ້. ໂອກາດນີ້, ສອງຝ່າຍພ້ອມກັນ ຕີລາຄາສູງຕໍ່ຜົນສໍາເລັດຂອງການ ພົວພັນ-ຮ່ວມມື ສອງຝ່າຍເປັນຢ່າງ ດີ, ໃນຕໍ່ໜ້າຈະສືບຕໍ່ແລກປ່ຽນຄະນະ ຜູ້ແທນໃນຂັ້ນສູນກາງ ແລະ ທ້ອງ ຖິ່ນ, ແລກປ່ຽນບົດຮຽນກ່ຽວກັບ ການຕິດຕາມກວດກາການດຳເນີນ ຄະດີປົກຄອງ, ການຕ້ານ ແລະ ສະ ກັດກັ້ນອາຊະຍາກຳຂ້າມຊາດ; ສ້າງ ພະນັກງານໄອຍະການປະຊາຊົນຢູ່ ຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ສໍານັກຂ່າວສານປະເທດລາວ ເມື່ອ ບໍ່ດົນນີ້ວ່າ: ເພື່ອເປັນການກະກຽມ ຄວາມພ້ອມໃນປີ 2024 ກໍຄືການ ທ່ອງທ່ຽວພາຍໃນແຂວງຄໍາມ່ວນ ໃຫ້ເສັ້ນທາງຫລວງພາຍໃນຕົວ ເມືອງເທສະບານແຂວງມີໄຟເຍືອງ ທາງຮຸ່ງສະຫວ່າງສວຍງາມ, ຈັດ ສັນເສົາໄຟຟ້າ ແລະ ເສົາສັນຍານ ໂທລະຄົມໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍ ແລະ ມີຄວາມປອດໄພໄດ້ ມາດຕະຖານເຕັກນິກ ໂດຍລັດວິສາ ຫະກິດໄຟຟ້າລາວ ສາຂາແຂວງ ຄໍາມ່ວນ ໄດ້ລົງສໍາຫລວດຮ່ວມກັບ ການນໍາຂັ້ນແຂວງ, ບັນດາພະແນກ ການທີ່ກ່ຽວຂ້ອງໃນການປຶກສາ ຫາລືໃນໂຄງການປັບປຸງຍົກຍ້າຍ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ສສ ຫວຽດນາມ ລະດັບປະລິນຍາ ຕີ, ປະລິນຍາໂທຢູ່ມະຫາວິທະຍາໄລ ໄອຍະການ; ກໍ່ສ້າງ ແລະ ບຳລຸງພະ ນັກງານໄອຍະການຢູ່ ສສ ຫວຽດ ນາມແລະ ວຽກງານອື່ນໆ, ປະກອບ ສ່ວນເຂົ້າໃນການຕ້ານອາຊະຍາກຳ ຂ້າມຊາດ, ພັດທະນາອົງການໄອຍະ ການປະຊາຊົນຂອງສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າ ຢ່າງບໍ່ຢຸດຢັ້ງ. ເສົາໄຟຟ້າ ແລະ ເສົາໄຟເຍືອງທາງ ເສັ້ນທາງວົງວຽນຫລັກ 2 ບ້ານສັນ ຕິສຸກ ເມືອງທ່າແຂກ ໃຫ້ສໍາເລັດ ຄຽງຄູ່ກັບການປັບປຸງຂະຫຍາຍ ເສັ້ນທາງດັ່ງກ່າວ. ທ່ານ ໂພໄຊ ພົມມະທໍາ ຍັງໃຫ້ຮູ້ ອີກວ່າ: ມາຮອດປັດຈຸບັນທົ່ວແຂວງ ຄໍາມ່ວນ ປະຊາຊົນ 82.300 ກວ່າ ຄອບຄົວເທົ່າກັບ 93,12% ແລະ ພາຍໃນ10 ເມືອງ; 554 ບ້ານ ເຊິ່ງ ກວມເອົາ 97,19% ໄດ້ມີໄຟຟ້າ ຊົມໃຊ້; ມີສະຖານີໄຟຟ້າພາກແຮງ ດັນສູງ 115/22 KV ຈຳນວນ 6 ສະຖານີ; ໝໍ້ແປງ 22/0.4 KV ຈໍານວນ 2.380 ກວ່າໜ່ວຍ, ມີກໍາ ລັງຕິດຕັ້ງທັງໝົດ410.135KVA, ໝໍ້ນັບໄຟທັງໝົດ 96.500 ກວ່າ ໜ່ວຍ. ພ້ອມນີ້, ທ່ານຍັງໄດ້ຮຽກ ຮ້ອງເຖິງປະຊາຊົນ, ອໍານາດການ ປົກຄອງແຕ່ລະຂັ້ນໃນທົ່ວສັງຄົມ ຊົມໃຊ້ໄຟຟ້າຢ່າງມີສະຕິ, ເອົາໃຈໃສ່ ແລະ ປະກອບສ່ວນເປັນເຈົ້າການ ປົກປັກຮັກສາສົມບັດຂອງຊາດຊ່ວຍ ກັນຖ້າຫາກພົບເຫັນບັນຫາ ເປັນ ຕົ້ນງ່າໄມ້ທັບແລວສາຍໄຟ, ເຄືອໄມ້, ໄຟຮົ່ວລົງດິນ, ມີການລັກຕໍ່ໄຟ ໂດຍບໍ່ຖືກເຕັກນິກ, ລັກຕັດສາຍໄຟ ຟ້າໃຫ້ຮີບຮ້ອນແຈ້ງເຖິງບໍລິສັດໄຟ ຟ້າພວກເຮົາ ຈະໄດ້ລົງໄປແກ້ໄຂ ໃຫ້ທັນກັບສະພາບ. ຂ່າວ: ຂັນໄຊ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ທັນ ສະເວ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ສສ ມຽນມາ ໂດຍມີບັນດາ ລັດຖະມົນຕີຕ່າງປະເທດ ພ້ອມດ້ວຍ ຄະນະຜູ້ແທນຈາກປະເທດສະມາຊິກ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງ ເຂົ້າຮ່ວມ. ກອງປະຊຸມໄດ້ຕີລາຄາ ແລະ ທົບທວນຄືນຜົນຂອງການຮ່ວມມື ໃນຕະຫລອດໄລຍະ 7 ປີຜ່ານມາ ໂດຍເຫັນວ່າຂອບການຮ່ວມມືດັ່ງ ກ່າວ ໄດ້ມີການຂະຫຍາຍຕົວຢ່າງ ວ່ອງໄວ ແລະ ນໍາເອົາຜົນປະໂຫຍດ ອັນເປັນຮູບປະທໍາມາສູ່ພາກພື້ນແມ່ ນໍ້າຂອງ ໂດຍສະເພາະການຈັດຕັ້ງ ຜັນຂະຫຍາຍຜົນກອງປະຊຸມລັດ ຖະມົນຕີຕ່າງປະເທດຂອບການ ຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ຄັ້ງທີ 7 ແລະ ແຜນປະຕິບັດ ງານ 5 ປີ(2018-2022)ພາຍໃຕ້ 3 ເສົາຄ້ໍາ (ການເມືອງ-ຄວາມໝັ້ນ ຄົງ, ການພັດທະນາແບບຍືນຍົງ ແລະ ການແລກປ່ຽນວັດທະນະທໍາສັງຄົມ) ແລະ 5 ຂົງເຂດບຸລິມະສິດ (ການເຊື່ອມຈອດ, ການຄຸ້ມຄອງຊັບ ພະຍາກອນນ້ຳ, ການຄ້າຂ້າມຊາຍ ແດນການສ້າງຂີດຄວາມອາດສາ ມາດໃນການຜະລິດ ແລະ ກະສິກຳ ແລະ ລຶບລ້າງຄວາມທຸກຍາກ) rtoa d'ko]k; wfh mb o/b dvq [Iq ,dkoxt,q ' c]t dkozt]y foq ,c[[pn opq '16 j vy ogfp gvdva d7t]a f4tm6 f csj ' lxx ]k; pn j olko8k8A '8+ xtmkokmy [= fu vPd]a ' ຂປລ. ພະນັກງານຈາກກະຊວງກະ ສິກຳ ແລະ ປ່າໄມ້ ແລະ ກະຊວງຊັບພະ ຍາກອນທຳມະຊາດແລະສິ່ງແວດລ້ອມ ຈຳນວນ 6 ທ່ານ ໄດ້ຮັບທຶນໄປຝຶກອົບ ຮົມກ່ຽວກັບ “ການປະມົງ ແລະ ຂະ ບວນການຜະລິດນົມແບບຍືນຍົງ” ທີ່ ປະເທດ ອິນເດຍ ພາຍໃຕ້ການຮ່ວມມື ຂອບແມ່ນ້ຳ ຂອງ-ແມ່ນ້ຳຄົງຄາ ເຊິ່ງ ຈະຈັດຂຶ້ນ ໃນລະຫວ່າງວັນທີ 6-19 ທັນວາ 2023 ທີ່ສະຖາບັນຄົ້ນຄວ້າ ການປະມົງສູນກາງ, ໂກກາຕາ, ເວັດ ເບັງກາຣ ປະເທດອິນເດຍ. ການຝືກອົບຮົມຄັ້ງນີ້, ບັນດາຜູ້ເຂົ້າ ຮ່ວມຈະໄດ້ຮຽນຮູ້ກ່ຽວກັບທ່າແຮງ ແລະ ການປະເມີນຄຸ້ມຄອງການປະມົງ ນ້ຳຈືດ, ບົດບາດຂອງການປະມົງຂະ ໜາດນ້ອຍ ໃນການປະມົງນ້ຳຈືດທີ່ ປະກອບສ່ວນເຂົ້າໃນການເກັບກ່ຽວຄົ້ນ ຄວ້າ ແລະ ເປົ້າໝາຍພັດທະນາແບບຍືນ ຍົງ, ພ້ອມທັງຮຽນຮູ້ການປະເມີນລະບົບ ນິເວດ ແລະ ຊີວະນາໆພັນໂດຍໃຊ້ຊອບ ແວທີ່ກ້າວໜ້າ, ນຳໃຊ້ເຕັກນິກຂັ້ນສູງໃນ ການລ້ຽງປານ້ຳຈືດສູ່ການບັນລຸການ ພັດທະນາແບບຍືນຍົງ. ນອກຈາກນີ້, ຍັງ ຈະໄດ້ຮຽນຮູ້ກ່ຽວກັບຫລັກການ, ທ່າ ແຮງແລະປັດໄຈທີ່ສົ່ງຜົນກະທົບຕໍ່ການ ປະມົງທີ່ອີງໃສ່ວັດທະນະທໍາກັບກໍລະ ນີສຶກສາຄົ້ນຄວ້າ ຜົນສຳເລັດຂອງການ ປະມົງທີ່ອີງໃສ່ວັດທະນະທໍາ, ສະຖານະ ພາບການລ້ຽງປາກະຊັງ ໃນອິນເດຍ ແລະ ການພັດທະນາໄປສູ່ການບັນລຸວິ ວັດທະນາການ ການລ້ຽງສັດນ້ຳຄັ້ງທີ 2, ການຄາດຄະເນພົບສິ່ງປົນເປື້ອນຢູ່ ໃນເຂດນ້ຳຜ່ານເຄື່ອງມືວິເຄາະທີ່ທັນ ສະໄໝ ແລະ ການສຶກສາຄົ້ນຄວ້າເສັ້ນ ທາງປານ້ຳທະເລຂ້າມແມ່ນ້ຳເພື່ອມາ ວ່າງໄຂ້ໃນນ້ຳຈືດ, ການຮັກສາຊະນິດ ພັນປາທີ່ເຄື່ອນຍ້າຍຂ້າມແມ່ນ້ຳແບບ ຍືນຍົງ ແລະ ອື່ນໆ. ໃນສົກປີ2023, ມີພະນັກງານຈາກ ສປປ ລາວ 14 ທ່ານ ໄດ້ເຂົ້າຮ່ວມໂຄງ ການຝຶກອົບຮົມຕ່າງໆ ທີ່ປະເທດອິນ ເດຍ ພາຍໃຕ້ການຮ່ວມມືຂອບແມ່ນ້ຳ ຂອງ-ແມ່ນ້ຳຄົງຄາ ໄລຍະເວລາ 12 ວັນ ໃນຫົວຂໍ້ “ການກະກຽມການສຶກ ສາຄວາມເປັນໄປໄດ້ ແລະ ບົດລາຍ ງານລະອຽດ ສຳລັບໂຄງການທາງ ດ່ວນ” ທີ່ສະຖາບັນວິສະວະກອນທາງ ດ່ວນແຫ່ງອິນເດຍ, ນອຍດາ ແລະ ຫົວຂໍ້ “ການອະນຸລັກອານຸສອນສະຖານປະ ຫວັດສາດ, ວັດທະນະທຳ ແລະ ການ ແລກປ່ຽນຄະນະຜູ້ແທນ” ທີ່ຫໍພິພິທະ ພັນແຫ່ງຊາດ, ນິວເດລີ; ຝຶກອົບຮົມ ສຳລັບຂັ້ນຜູ້ຈັດການ(ຄູຝຶກ) ໃນຫົວຂໍ້ “ການກຳຈັດໂລກຕິດຕໍ່ ແລະ ບ່ໍຕິດຕໍ່ທີ່ ເກີດຂຶ້ນສູງ” ທີ່ສະຖາບັນຄົ້ນຄວ້າມາ ລາເລຍແຫ່ງຊາດ, ນິວເດລີ. ປັດຈຸບັນ, ມີ ພະນັກງານ 4 ທ່ານ ຈາກ ສປປ ລາວ ກຳລັງເຂົ້າຮ່ວມຊຸດຝຶກອົບຮົມ 21 ວັນ ໃນຫົວຂໍ້ “ແລກປ່ຽນປະສົບການ ແລະ ຄຸ້ມຄອງຊັບພະຍາກອນນ້ຳ ແລະ ການ ຝຶກຊ້ອມປູກຟັງໃນຊຸມຊົນ” ທີ່ສະຖາ ບັນຄຸ້ມຄອງນ້ຳ ແລະ ທີ່ດິນພາກຕາ ເວັນອອກສ່ຽງເໜືອ, ແອັສຊຳ, ປະເທດ ອິນເດຍ. ນອກຈາກນີ້, ຍັງຈະມີແຜນການ ຈັດຊຸດຝຶກອົບຮົມ ການສະຫງວນແນວ ເຂົ້າປູກແລະ ການເສີມຂະຫຍາຍຜະລິດ ຕະພັນດ້ວຍການໃຊ້ເຄື່ອງຈັກ ເຊິ່ງຈະ ຈັດຂຶ້ນວັນທີ 27 ມັງກອນ ຫາ 10 ກຸມ ພາ 2024 ທີ່ສະຖາບັນຄົ້ນຄວ້າກະສິ ກຳອິນເດຍ, ນິວເດລີ. ການຮ່ວມມືຂອບແມ່ນ້ຳຂອງ-ແມ່ ນ້ຳຄົງຄາ ແມ່ນໂຄງການລິເລີ່ມ ຈາກ 6 ປະເທດຄື: ອິນເດຍ ແລະ ອີກ 5 ປະ ເທດອາຊຽນ ເຊັ່ນ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ພາຍ ໃຕ້ການຊີ້ນຳຂອງນະໂຍບາຍດຳເນີນ ການຕາເວັນອອກ ຂອງອິນເດຍ. ໂດຍຜ່ານການປະຕິບັດບັນດາກິດ ຈະກຳ ແລະ ໂຄງການກອງທຶນພິ ເສດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ອັນໄດ້ນໍາຜົນປະໂຫຍດຕົວຈິງມາ ສູ່ປະເທດສະມາຊິກ ກໍຄື ພາກພື້ນ ແມ່ນ້ຳຂອງ. ກອງປະຊຸມໄດ້ສະແດງ ຄວາມຊົມເຊີຍຕໍ່ ສປ ຈີນ ທີ່ໄດ້ປະ ກອບສ່ວນທຶນ 300 ລ້ານໂດລາສະ ຫະລັດເຂົ້າໃນກອງທຶນພິເສດ ແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງນັບແຕ່ ປີ 2017 ເປັນຕົ້ນມາ ເຊິ່ງກອງທຶນ ດັ່ງກ່າວໄດ້ປະກອບສ່ວນສໍາຄັນເຂົ້າ ໃນບັນດາໂຄງການເພື່ອການພັດ ທະນາເສດຖະກິດ-ສັງຄົມຢູ່ພາກ ພື້ນແມ່ນໍ້າຂອງ. ມາຮອດປັດຈຸບັນມີ ຫລາຍກວ່າ 700 ໂຄງການລວມ ເປັນມູນຄ່າທັງໝົດ 80 ກວ່າລ້ານ ໂດລາສະຫະລັດ ທີ່ໄດ້ຮັບການສະ ໜັບສະໜູນຈາກກອງທຶນພິເສດດັ່ງ ກ່າວ. ໃນນັ້ນ, ສປປ ລາວ ໄດ້ຮັບ 80 ໂຄງການ ຄິດເປັນມູນຄ່າລວມ 21 ກວ່າລ້ານໂດລາສະຫະລັດ. ກອງປະຊຸມຍັງໄດ້ຮ່ວມກັນປຶກ ສາຫາລື ເພື່ອກະກຽມຄວາມພ້ອມ ຮອບດ້ານໃຫ້ແກ່ກອງປະຊຸມຜູ້ນຳ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງ ທີ 4 ທີ່ມີແຜນຈະຈັດຂຶ້ນໃນໄລຍະ ທ້າຍເດືອນທັນວາ 2023 ນີ້. ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ໝາກ ຜົນຂອງການຮ່ວມມື ພາຍໃຕ້ຕອບ ການຮ່ວມມື MLC ເຊິ່ງຕະຫລອດ ໄລຍະ 7 ປີຜ່ານມາ ສປ ຈີນ ໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ໃນ ພາກພື້ນແມ່ນໍ້າຂອງ ໂດຍສະເພາະ ການປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ເປັນຕົ້ນແມ່ນການຈັດຕັ້ງ ປະຕິບັດບັນດາໂຄງການທີ່ແນໃສ່ ການພັດທະນາແບບຍືນຍົງ, ພ້ອມ ທັງໄດ້ສະເໜີບາງທິດທາງການ ຮ່ວມມືໃນຕໍ່ໜ້າໂດຍສະເພາະການ ສ້າງຄວາມເຂັ້ມແຂງໃຫ້ແກ່ພື້ນຖານ ລະບົບເສດຖະກິດທັນສະໄໝ, ແນໃສ່ ການພັດທະນານະວັດຕະກຳ ແລະ ດີຈິຕອນ, ຍົກສູງການພັດທະນາຊັບ ພະຍາກອນມະນຸດໃນທຸກຂະແໜງ ການ ໂດຍສະເພາະສຸມໃສ່ຂະແໜງ ກະສິກຳ, ພະລັງງານສະອາດ ແລະ ການທ່ອງທ່ຽວ. ພ້ອມກັນນີ້, ສປປ ລາວ ກໍໄດ້ສະແດງຄວາມຊົມເຊີຍຕໍ່ ປະເທດປະທານຮ່ວມ ສສ ມຽນມາ ແລະສປຈີນຕໍ່ຜົນສໍາເລັດຂອງການ ຈັດກອງປະຊຸມດັ່ງກ່າວໃນຄັ້ງນີ້. ຂປລ. ແຫ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ວາງແຜນການເພື່ອປູກພືດລະດູ ແລ້ງຊະນິດຕ່າງໆ ໃນສົກປີ 2023- 2024 ໃນເນື້ອທີ່ທັງໝົດ 23.724 ເຮັກຕາ ໃນນີ້, ປູກເຂົ້າ 13.413 ເຮັກຕາ ແລະ ປູກພືດຊະນິດຕ່າງໆ 10.311 ເຮັກຕາ. ຂະແໜງປູກຝັງ, ພະແນກກະ ສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາ ມ່ວນ ໃຫ້ຮູ້ວ່າ: ໃນໄລຍະການປູກ ເຂົ້າລະດູແລ້ງສົກປີ 2023 -2024 ທົ່ວແຂວງມີເນື້ອທີ່ແຜນການທັງ ໝົດ 13.413 ເຮັກຕາ, ຄາດຄະເນ ຜົນຜະລິດ 73.519 ໂຕນ, ຄາດຄະ ເນແນວປູກ 1.073 ໂຕນ, ໃນນີ້ ເນື້ອ ທີ່ແຜນການເພື່ອປູກເຂົ້າເປັນສະ ບຽງອາຫານ 4.396 ເຮັກຕາ, ຄາດ ຄະເນຜົນຜະລິດ 23.772 ໂຕນ, ເນື້ອທີ່ແຜນການເພື່ອປູກເຂົ້າເປັນ ສິນຄ້າ 9.017 ເຮັກຕາ ແລະ ຄາດ ຄະເນຜົນຜະລິດ 49.747 ໂຕນ. ປັດຈຸບັນການຕົກກ້ານໍາໃຊ້ແນວເຂົ້າ ປູກໄປແລ້ວ91ໂຕນເທົ່າກັບ8,44% ຂອງຈໍານວນແນວພັນທັງໝົດ. ສ່ວນເມືອງທີ່ມີແຜນການປູກເຂົ້າ ລະດູແລ້ງຫລາຍກວ່າໝູ່ຄື: ເມືອງ ໜອງບົກ, ເມືອງເຊບັ້ງໄຟ, ເມືອງ ຍົມມະລາດ, ເມືອງຫີນບູນ ແລະ ເມືອງມະຫາໄຊຕາມລໍາດັບ, ເຊິ່ງປັດ ຈຸບັນແຕ່ລະເມືອງພວມເລັ່ງເອົານໍ້າ ເຂົ້າສູ່ພື້ນທີ່ການຜະລິດ ແລະ ຕົກກ້າ ເພື່ອໃຫ້ທັນກັບລະດູການ. ສຳລັບການປູກພືດຊະນິດຕ່າງໆ ເປັນຕົ້ນ ການເພື່ອປູກພືດເປັນສະ ບຽງອາຫານ 3.661 ເຮັກຕາ, ຄາດ ຄະເນຜົນຜະລິດ 18.909 ໂຕນ, ເນື້ອທີ່ແຜນການເພື່ອປູກພືດເປັນ ສິນຄ້າ 6.650 ເຮັກຕາ, ຄາດຄະເນ ຜົນຜະລິດ 35.921 ໂຕນ. ຜ່ານ ການຈັດຕັ້ງປະຕິບັດຕົວຈິງມາຮອດ ປັດຈຸບັນເນື້ອທີ່ປູກພືດລວມສາມາດ ຈັດຕັ້ງປະຕິບັດໄດ້ 2.675 ເຮັກຕາ ເທົ່າກັບ 25,94%ຂອງເນື້ອທີ່ແຜນ ການທົ່ວແຂວງ, ດ້ານເນື້ອທີ່ເພື່ອ ປູກພືດເປັນສະບຽງອາຫານປະ ຕິບັດໄດ້ 906 ເຮັກຕາ ເທົ່າກັບ 24,75% ຂອງແຜນການ, ເນື້ອທີ່ ເພື່ອປູກພືດເປັນສິນຄ້າປະຕິບັດໄດ້ 1.769 ເຮັກຕາ ເທົ່າກັບ 26,60% ຂອງແຜນການ. ຂ່າວ-ພາບ : ແດງສະຫວັດແສນພານິດ ຊ່ວຍເຫລືອອັນລໍ້າຄ່າຕໍ່ການພັດທະນາ ເສດຖະກິດ ແລະ ສັງຄົມ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງໃຫ້ຄໍາໝັ້ນ ສັນຍາວ່າ ໃນໄລຍະເວລາການປະຕິບັດ ໜ້າທີ່ທາງການທູດຂອງຕົນ, ຈະພະ ຍາຍາມຕັ້ງໜ້າເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງປະເທດໃນຂົງເຂດຕ່າງໆ ໃຫ້ດີຍິ່ງຂຶ້ນເລື້ອຍໆ. ທ່ານປະທານາ ທິບໍດີ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີຕ້ອນຮັບທ່ານເອກອັກຄະລັດຖະ ທູດທີ່ໄດ້ຮັບການແຕ່ງຕັ້ງຢ່າງສົມກຽດ ເພື່ອມາດຳລົງຕໍາແໜ່ງ ແລະ ປະຕິບັດ ໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ອຽກລັງ, ພ້ອມທັງໄດ້ສົ່ງຄໍາຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ອວຍພອນໄຊອັນປະເສີດ ມາຍັງທ່ານ ທອງລຸນ ສີສຸລິດ ປະທານ ປະເທດ, ລັດຖະບານ ແລະ ປະຊາຊົນ ລາວທຸກຖ້ວນໜ້າ, ພ້ອມທັງອວຍພອນ ໄຊໃຫ້ທ່ານເອກອັກຄະລັດຖະທູດປະຕິ ບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳ ເລັດຢ່າງສູງ ແລະ ຈົບງາມ. ພາຍຫລັງພິທີຍື່ນສານຕາຕັ້ງ, ທ່ານ ເອກອັກຄະລັດຖະທູດ ໄດ້ເຂົ້າຮ່ວມງານ ດື່ມຊາແບບວົງແຄບ ຮ່ວມກັບບັນດາ ເອກອັກຄະລັດຖະທູດປະເທດອື່ນໆທີ່ ໄດ້ເດີນທາງໄປຍື່ນສານຕາຕັ້ງເຊັ່ນ ດຽວກັນ ໂດຍເປັນການເຈົ້າພາບຂອງ ທ່ານປະທານາທິບໍດີ ອຽກລັງ.ໃນການ ເດີນທາງໄປຄັ້ງນີ້, ທ່ານເອກອັກຄະ ລັດຖະທູດ ຍັງຖືໂອກາດເຂົ້າ ຢ້ຽມຢາມ ແລະ ພົບປະກັບທ່ານຫົວໜ້າກົມພິທິ ການທູດ ແລະ ທ່ານຫົວໜ້າກົມອາຊີ- ປາຊີຟິກ, ກະຊວງການຕ່າງປະເທດ ອຽກລັງ ເພື່ອເປັນການສະເໜີຕົວ, ແລກ ປ່ຽນຄຳຄິດເຫັນ ແລະ ປຶກສາຊ່ອງທາງ ໃນການສືບຕໍ່ເສີມຂະຫຍາຍການພົວ ພັນຮ່ວມມື ລະຫວ່າງສອງປະເທດໃນ ຂົງເຂດທີ່ມີຄວາມເປັນໄປໄດ້ຮ່ວມກັນ. ອຽກລັງ ແມ່ນເປັນປະເທດໜຶ່ງ ທີ່ມີຄວາມເຂັ້ມແຂງທາງດ້ານອຸດສະ ຫະກໍາ ແລະ ກະສິກໍາ ເພື່ອສົ່ງອອກ, ຕັ້ງ ຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງ ທະວີບເອີຣົບ, ມີຊາຍແດນຕິດກັບສະຫະ ລາຊະອານາຈັກອັງກິດ ແລະ ເປັນສະ ມາຊິກຂອງສະຫະພາບເອີຣົບ. ສປປ ລາວ ແລະ ອຽກລັງ ໄດ້ສ້າງຕັ້ງສາຍພົວ ພັນການທູດໃນວັນທີ 7 ສິງຫາ 1998 ໂດຍມີສະຖານທູດລາວຕັ້ງຢູ່ນະຄອນ ຫລວງ ລອນດອນ, ສ ອັງກິດ ທີ່ຮັບຜິດ ຊອບປະເທດອຽກລັງ ແລະ ສະຖານທູດ ອຽກລັງ ທີ່ມີສໍານັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ ຮັບຜິດຊອບປະເທດ ລາວເຮົາ. ນັບຕັ້ງແຕ່ສ້າງສ້າຍພົວພັນ ການທູດນໍາກັນ ສອງປະເທດ ໄດ້ຮ່ວມ ມືກັນຢ່າງຕັ້ງໜ້າທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ເປັນຕົ້ນແມ່ນການ ຮ່ວມມືກັບສະຖາບັນການທ່ອງທ່ຽວ ແລະ ການໂຮງແຮມແຫ່ງຊາດ ຂອງ ລາວເຮົາ, ການຊ່ວຍເຫລືອຜ່ານໂຄງ ການ ເກັບກູ້ລະເບີດບໍ່ທັນ ແຕກຢູ່ ສປປ ລາວ ແລະ ໂຄງການພັດທະນາຊັບພ ະ ຍາກອນມະນຸດ ກໍຄື ຍົກລະດັບຄວາມ ຮູ້ຄວາມສາມາດໃຫ້ແກ່ພະນັກງານ ພາກລັດ ເປັນຕົ້ນແມ່ນການໃຫ້ທຶນການ ສຶກສາລະດັບປະລິນຍາໂທ ເພື່ອໄປສຶກ ສາຮໍ່າຮຽນຢູ່ ອຽກລັງ ແລະ ສະໜັບສະ ໜູນໃຫ້ທຶນຝຶກອົບຮົມເພື່ອສ້າງຄວາມ ເຂັ້ມແຂງທາງດ້ານພາສາອັງກິດຢູ່ ກັບທີ່. ໂດຍການເປັນປະທານຮ່ວມຂອງ ທ່ານ ຫວາງ ອີ້ ກໍາມະການກົມການ ເມືອງສູນກາງພັກ, ຫົວໜ້າຫ້ອງ ການຄະນະກໍາມະການກິດຈະການ ຕ່າງປະເທດສູນກາງພັກກອມມູນິດ ຈີນ, ລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປ ຈີນ ແລະ ທ່ານ

RkJQdWJsaXNoZXIy MTc3MTYxMQ==