5675

xtgmf]k; 3 11/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ:ເຂົ້າຈານນໍ້າ xu oU -k;l;o,a o8Q opY , ກັບພາສາລາວ. ເພິ່ນເປັນຜູ້ທີ່ແປງເອ ກະສານລະອຽດຖີ່ຖ້ວນ, ເລີ່ມແຕ່ບ່ອນ ຈຸດ, ບ່ອນຈໍ້າໃນເອກະສານ. ເພິ່ນແປງ ເອກະສານ ທີ່ກອງເລຂາກວດແກ້ກ່ອນ ຈະເອົາເຂົ້າໃຫ້ເພິ່ນ ຫລື ເອກະສານທີ່ ເລຂາກຽມນັ້ນ, ຫລາຍບ່ອນເພິ່ນບອກ ວ່າຂຽນບໍ່ຖືກຄວາມລາວ. ປະທານ ຄໍາໄຕ ສີພັນດອນ ມັກຟັງລໍາ ແລະ ເຂົ້າ ໃຈຄວາມງາມຂອງໃນເນື້ອຂອງບົດ ກອນລໍາ. ເວລາລົງທ້ອງຖິ່ນ, ເປັນຕົ້ນ ແມ່ນແຂວງຈໍາປາສັກ ເພິ່ນມັກຈະເວົ້າ ນໍາແຂວງ ເຊີນໝໍລໍາວັນນາ ແລະ ກອງ ແພງ (ໝໍລໍາລືຊື່ຂອງແຂວງ) ມາລໍາ ແລະ ເພິ່ນກໍ່ມັກນັ່ງຮ່ວມກັບຄະນະຟັງ. ເພິ່ນເຄີຍເວົ້ານໍາພະນັກງານໃນສິລະ ປະວັນນະຄະດີລາວເຮົາ ມີຄົບຈັ່ງຫວະ ມ່ວນຊື່ນທີ່ໂລກເຂົາມ່ວນກັນ, ຈະມ່ວນ ແນວໃດລາວເຮົາກໍ່ມີຂອງຕົນເອງ ແລະ ເຮັດນໍາໄດ້. ເມື່ອມີໂອກາດໄດ້ສຶກ ສາ ແລະ ຖາມຜູ້ຊ່ຽວຊານທັງສິລະປະ ວັນນະຄະດີ ພວກເພິ່ນກໍ່ວ່າແມ່ນແນວ ນັ້ນແທ້. ເພິ່ນເອົາໃຈໃສ່ ແລະ ກໍາກັບ ນັບຊາ ແລະ ເຄີຍເວົ້ານໍາອົງການກ່ຽວ ຂ້ອງ ແລະ ຜູ້ຮັບຜິດຊອບວັດທະນະທໍາ ຫລາຍໆຄັ້ງວ່າ ໃຫ້ເອົາໃຈໃສ່ສ້າງປຶ້ມ ສັບພະນຸກົມພາສາລາວ ແລະ ນໍາມາ ເຜີຍແຜ່ໃຫ້ກວ້າງຂວາງ, ໃຫ້ຈັດເປັນ ຫົວເລື່ອງອອກສື່ມວນທາງວິທະຍຸ, ໜັງສືພິມ, ໂທລະພາບໃຫ້ປົກກະຕິ ເປັນ ປະຈໍາໄປເລື້ອຍໆ ເພື່ອໃຫ້ຄົນຮູ້ຄວາມ ລາວ ແລະ ໃຊ້ຄວາມລາວໃຫ້ຖືກ. ປະທານ ຄໍາໄຕ ສີພັນດອນ ເປັນຄົນ ເຮັດວຽກທີ່ມີລະບຽບ ຕາມທີ່ຂ້າພະ ເຈົ້າເຮັດວຽກໃກ້ຊິດເພິ່ນ, ຕະຫລອດໄລ ຍະດັ່ງກ່າວນັ້ນ ຍາມໃດເທິງໜ້າໂຕະ ເຮັດວຽກຂອງປະທານ ບໍ່ຄ່ອຍເຄີຍ ເຫັນຈະມີແຟ້ມເອກະສານ ແລະ ປື້ມ ຫຍັງຈັກເທື່ອ. ເອກະສານ ແລະ ປຶ້ມ ຕ່າງໆນັ້ນ, ອັນໃດທີ່ເພິ່ນແກ້ໄຂແລ້ວຈະ ເອົາມາໃຫ້ເລຂາ, ສ່ວນທີ່ຍັງບໍ່ທັນແກ້ ແລ້ວຫລືພວມອ່ານພາຍຫລັງເລີກການ ຈະຖືກຈັດເປັນລະບຽບ ເນື້ອໃນຂອງ ແຕ່ລະປະເພດເອກະສານ-ປຶ້ມເຂົ້າໄວ້ ໃນປຶ້ມເອກະສານຂອງເພິ່ນ. ເພິ່ນເປັນ ຜູ້ນໍາບໍ່ມັກຮູບການແລະພິທີການເວລາ ໄປເຮັດວຽກຢູ່ທ້ອງຖິ່ນເພິ່ນເຄີຍບອກ ຫ້ອງການວ່າ ໃຫ້ເວົ້ານໍາແຂວງບໍ່ໃຫ້ ປະຊາຊົນມາຢືນຕ້ອນຮັບ ແລະ ໃນເວ ລາເພິ່ນໄປເຮັດວຽກນໍາຄະນະນໍາຂອງ ແຂວງຕ່າງໆ ໜ້ອຍໜັກໜ້ອຍໜາ ເພິ່ນ ຈະໃຫ້ຈັດພິທີເຕົ້າໂຮມປະຊາຊົນມາ ຟັງເພິ່ນໂອ້ລົມ, ສ່ວນຫລາຍເພິ່ນຈະ ເຮັດກັບການນໍາແລະພະແນກການກ່ຽວ ຂ້ອງຂອງແຂວງ, ຂອງເມືອງເທົ່ານັ້ນ. ຂ້າພະເຈົ້າຍັງຈື່ເມື່ອໃກ້ຈະຮອດວັນທີ 8 ເດືອນກຸມພາ ແຕ່ລະປີເພິ່ນມັກຈະລົງ ໄປເຮັດວຽກຢູ່ທ້ອງຖິ່ນໃດໜຶ່ງ ເຊິ່ງຂ້າ ພະເຈົ້າຮູ້ສຶກວ່າ ເພິ່ນບໍ່ຢາກຮັບແຂກ ແລະ ການຈັດພິທີອວຍພອນແບບຫລູ ຫລາ ໃນໂອກາດວັນເກີດຂອງເພິ່ນ. ໃນຕະຫລອດໄລຍະໄດ້ເຮັດວຽກ ໃກ້ຊິດ ປະທານ ຄໍາໄຕ ສີພັນດອນ ນັ້ນ ແມ່ນຫຍັງເປັນພາບທີ່ປະກົດຂຶ້ນ ໃນ ບົດສະເໜີ ໂດຍ: ຄຳເຜີຍ ປານມະໄລທອງ 7;k,I6h lb d[k'1j k' 8+ xtmko 7ew8 lu ra ofvo (ເນື່ອງໃນໂອກາດວັນເກີດ ຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) * ຂ້າພະເຈົ້າມີໂອກາດເຮັດວຽກ ຮັບໃຊ້ການນໍເປັນເວລາ ແຕ່ປີ 1989 ຈົນເຖິງ 2010 ເຊິ່ງໃນນັ້ນໄດ້ເຮັດ ວຽກໃກ້ຊິດຮັບໃຊ້ ປະທານ ຄໍາໄຕ ສີພັນດອນ ແຕ່ປີ 1993-2006 ເຊິ່ງ ຖືເປັນໄລຍະເວລາທີ່ເຮັດໃຫ້ຕົນໄດ້ ຮຽນຮູ້ຫລາຍຢ່າງ, ອັນເປັນທຶນຮອນ ທີ່ປະເສີດຍິ່ງ ສໍາລັບການເຮັດໜ້າທີ່ ວຽກງານຊີວິດຂອງຕົນ. ປະທານ ຄໍາໄຕ ສີພັນດອນ ເປັນຜູ້ແກ້ໄຂບັນຫາ ທີ່ຄ່ອງແຄ້ວໄຫວພິບ ແລະ ທັນການ. ປະທານ ຄໍາໄຕ ສີພັນດອນ ເຄີຍເວົ້າ ວ່າ “ຜູ້ເກັ່ງແມ່ນຜູ້ທີ່ຍາມຄັບຂັນ, ຍາມ ທີ່ມີເຫດການບໍ່ທໍາມະດານັ້ນ, ສ່ວນ ຫລາຍມັກມີການຕົກລົງຕັດສິນບັນຫາ, ມີການກະທໍາອັນຖືກຕ້ອງ”. ສໍາລັບຕົນ ເອງແລ້ວເຂົ້າໃຈວ່າ ຈະແມ່ນເລື່ອງ ນ້ອຍ ຫລື ໃຫຍ່ຜູ້ເກັ່ງກໍ່ແມ່ນແນວນັ້ນ ແລະ ເພິ່ນຈະມີວິທີການແກ້ໄຂບັນຫາ ທີ່ສອດຄ່ອງ ແລະ ວ່ອງໄວ. ປະທານ ຄຳໄຕ ສີພັນດອນ ເປັນ ຄົນມັກ ແລະ ຮູ້ສິລະປະວັດທະນະທໍາ ລາວ ຈຸດພິເສດຂອງເພິ່ນ ບໍ່ເຄີຍຟ້ອນ ລໍາວົງ, ເມື່ອມີການມ່ວນຊື່ນຮອດຍາມ ເປີດເວທີໃຫ້ລໍາວົງທົ່ວໄປແລ້ວເພິ່ນ ມັກຈະກ່າວລາ. ດ້ວຍເຫດນັ້ນຫລາຍ ຄົນເຂົ້າໃຈວ່າເພິ່ນເປັນຄົນບໍ່ມັກມ່ວນ ຊື່ນ, ແຕ່ຕົວຈິງເພິ່ນເປັນຜູ້ມັກ ແລະ ມີ ຄວາມຮູ້ກ່ຽວກັບສິລະປະວັນນະຄະດີ ລາວ. ໃນໄລຍະເຮັດວຽກໃກ້ຊິດເພິ່ນ ນັ້ນ, ຂ້າພະເຈົ້າເຄີຍເຫັນ ປະທານ ຄໍາ ໄຕ ສີພັນດອນ ດົນໆເທື່ອໜຶ່ງເພິ່ນມັກ ຈະເອົາກາບກອນມາອ່ານສູ່ຟັງແລ້ວ ເພິ່ນກໍ່ອະທິບາຍເນື້ອໃນຂອງກາບ ກອນ,ປະໂຫຍກໃນກອນ.ຕະຫລອດໄລ ຍະເຮັດວຽກໃກ້ຊິດກັບປະທານ ຄໍາໄຕ ສີພັນດອນ ນັ້ນ, ພວກຂ້າພະເຈົ້າຮູ້ ສຶກວ່າເພິ່ນເປັນຄົນຮູ້ແລະສົນໃຈກ່ຽວ ແຕ່ເພິ່ນບໍ່ມີທັດສະນະຊົນຊັ້ນ ແບບ ແຂງກະດ້າງ, ເພິ່ນເຄີຍເວົ້າວ່າປົດ ປ່ອຍມາດົນແລ້ວບໍ່ຄວນມີການຈໍາ ແນກພະນັກງານເຂດປົດປ່ອຍ ແລະ ເຂດວຽງຈັນ, ໃຜກໍ່ປັນພະນັກງານ ຂອງພັກ-ລັດ ລາວທັງນັ້ນ. ເພິ່ນເປັນຜູ້ທີ່ມີຄວາມຮູ້ ແລະ ມັກ ຄົ້ນຄວ້າບັນຫາທີ່ເປັນທິດສະດີຕິດພັນ ກັບການພັດທະນາປະເທດຊາດໃນ ເງື່ອນໄຂໃໝ່. ເພິ່ນເຄີຍເນັ້ນສະເໜີພັກ ເຮົາຈະເປັນກໍາລັງການເມືອງນໍາໜ້າ ຂອງສັງຄົມໄດ້ຕ້ອງມີການບຸກທະລຸ ທາງດ້ານທັດສະນະຈິນຕະນາການ, ຕ້ອງມີໂລກະທັດທີ່ທັນສະໄໝໄປກ່ອນ ສັງຄົມ. ເພິ່ນເຄີຍເນັ້ນໃນເວລາພົບປະ ໂອ້ລົມກັບການນໍາຂອງພັກ ແລະ ລັດ ເຮົາຢູ່ສູນກາງແລະທ້ອງຖິ່ນຕະຫລອດ ເວລາວ່າອິດທິພົນຂອງພັກ, ຄວາມ ເຫລື່ອມໃສສັດທາ ຂອງສັງຄົມຕໍ່ພັກ ເຮົາຕ້ອງໃຫ້ມັນສ່ອງແສງອອກໃນ ການຊີ້ນໍານໍາພາຕົວຈິງ, ເປັນຕົ້ນແມ່ນ ການເປັນແບບຢ່າງນໍາໜ້າໃນຄວາມ ຄິດ, ໃນການເຮັດວຽກທີ່ມີຄວາມຮັບ ຜິດຊອບ, ໃນການໃກ້ຊິດຕິດແທດກັບ ປະຊາຊົນ, ເຫັນໄດ້ຄວາມທຸກສຸກຂອງ ປະຊາຊົນ, ຮູ້ຈັກຮໍ່າຮຽນນໍາປະຊາຊົນ, ນໍາເອົາຄວາມຄິດທີ່ຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການອັນແ ທ້ຈິງຂອງປະຊາຊົນເຂົ້າສູ່ຊີວິດຕົວ ຈິງ, ເປັນແບບຢ່າງນໍາໜ້າຕ້ານ ແລະ ກໍາຈັດປັດເປົ່າປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃຫ້ໄດ້ໃນພາກຕົວຈິງ. ເພິ່ນເປັນຄົນມັກຄົ້ນຄວ້າທິດສະດີ ໃນເອກະສານ, ໃນປຶ້ມຄົ້ນຄວ້າ ຫລື ຟັງ ການສະເໜີລາຍງານຂອງຊ່ຽວຊານ ໂດຍຕິດພັນກັບພຶດຕິກໍາການ ຊີ້ນໍາ-ນໍາ ພາຕົວຈິງ, ຫາກບໍ່ແມ່ນຄົ້ນຄວ້າທິດ ສະດີ ເພື່ອມີຄວາມຮູ້ເພື່ອຄວາມຮູ້ເທົ່າ ນັ້ນ. ເພິ່ນໄດ້ຄົ້ນຄວ້າ ແລະ ມີຄວາມຄິດ ຂອງຕົນໃນການພັດທະນາປະເທດ ໃນ ເງື່ອນໄຂໃໝ່, ເພິ່ນມີປຶ້ມ ແລະ ເອກະ ສານທີ່ບັນດານັກຄົ້ນຄວ້າເວົ້າເຖິງກົດ ຂອງການພັດທະນາ, ເວົ້າເຖິງບັນຫາ ຂອງພັກກໍາອໍານາດ. ເພິ່ນເຄີຍເນັ້ນ ເລື້ອຍໆມາວ່າການສ້າງສາພັດທະນາ ຂອງພວກເຮົາຕ້ອງອີງໃສ່ຊັບພະຍາ ກອນດິນດອນ, ປ່າໄມ້, ແມ່ນໍ້າລໍາເຊທີ່ ພວກເຮົາມີ, ຫາກິນນໍາອັນທີ່ຢູ່ເທິງໜ້າ ດິນນີ້ ເພື່ອກ້າວຂຶ້ນ ເຊິ່ງທັງນໍາໃຊ້ໃຫ້ ມີປະສິດທິຜົນ, ທັງປັບປຸງບໍ່ໃຫ້ມັນບົກ ແຫ້ງແລະອຸດົມສົມບູນຂຶ້ນເລື້ອຍໆ. ເພິ່ນ ເຄີຍແນະນໍາວ່າ ບໍ່ແຮ່ ແມ່ນແຫລ່ງສຸດ ທ້າຍຂອງຊາດ ເຊິ່ງຕ້ອງຮັກສາ ແລະ ນໍາໃຊ້ຢ່າງລະມັດລະວັງ, ມີຈຸດສຸມ ແລະ ເຮັດໃນອັນທີ່ຈໍາເປັນເທົ່ານັ້ນ ເພື່ອ ປະມໍລະດົກໃຫ້ຮຸ່ນລູກຫລານພາຍໜ້າ. ເມື່ອເວົ້າເຖິງການປັບປຸງພັກ, ປະ ທານ ຄໍາໄຕ ສີພັນດອນ ເຄີຍແນະນໍາ ຕະຫລອດວ່າ ໃນເງື່ອນໄຂທີ່ພັກເຮົາ ເປັນພັກກໍາອໍານາດ, ຕ້ອງປະໃຫ້ລັດ ເຮັດວຽກບໍລິຫານຄຸ້ມຄອງລັດ, ພັກນໍາ ພາຜ່ານແນວທາງນະໂຍບາຍ, ຜ່ານ ການອະທິບາຍສຶກສາຊວນເຊື່ອ, ຜ່ານ ການເປັນແບບຢ່າງປະຕິບັດກົດໝາຍ ບ້ານເມືອງຂອງສະມາຊິກພັກ, ຫາກບໍ່ ແມ່ນຈະອອກຄໍາສັ່ງ ແລະ ເນັ້ນບັນຫາ; ພັກຕ້ອງເຄື່ອນໄຫວຢູ່ໃຕ້ກົດໝາຍ ແລະ ໃນຂອບເຂດທີ່ກົດໝາຍໄດ້ກໍ່ນົດ. ເພິ່ນເຄີຍຊີ້ນໍາໃຫ້ເຊີດຊູສະຕິກົດໝາຍ ແລະ ຫັນການຄຸ້ມຄອງບໍລິຫານສັງຄົມ ໄປຕາມກົດໝາຍ, ປະຕິບັດແຜນນະໂຍ ບາຍເສີມຂະຫຍາຍປະຊາທິປະໄຕພາຍ ໃນພັກ, ສິດ ເປັນເຈົ້າຂອງປະຊາຊົນ, ປະຕິບັດແນວທາງສ້າງລັດແຫ່ງກົດ ໝາຍໃຫ້ປະກົດຜົນເປັນຈິງເປັນກ້າວໆ ຢູ່ໃນປະເທດເຮົາ. * ປັດຈຸບັນນີ້, ບັນດາບໍລິສັດ, ຜູ້ ລົງທຶນ,​ ພໍ່ຄ້າຄົນກາງໄດ້ເລີ່ມເປີດ ລາມຮັບຊື້ມັນຕົ້ນຢ່າງເປັນຂະບວນ ຟົດຟື້ນແລ້ວ. ຂະນະທີ່ຊາວສວນ ມັນຕົ້ນກໍ່ເລີ່ມລົງມືເກັບກູ້ມັນຂາຍ ທັງມັນດິບ, ມັນຕາກແຫ້ງແລະຕ່າງ ກໍ່ດີໃຈຕໍ່ລາຄາປີນີ້ ແມ່ນສູງກວ່າປີ ຜ່ານມາ ໂດຍສະເພາະແມ່ນມັນ ແຫ້ງລາຄາ ກວ່າ 4.000 ກີບຕໍ່ກິ ໂລ (ຊື້ຢູ່ສວນ). ແມ່ຕູ້ວ້າ ຈ້າງ ຊາວສວນມັນຕົ້ນ ບ້ານນ້ຳທວາຍ ເມືອງຮົ່ມ ແຂວງ ໄຊສົມບູນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໜັງສືພິມປະເທດລາວວ່າ: ຄອບຄົວ ຕົນແມ່ນຖືເອົາອາຊີບເຮັດນາເປັນ ຕົ້ນຕໍ ແລະ ຖືເອົາການລ້ຽງ, ການ ປູກເປັນອາຊີບສຳຮອງ ເຊິ່ງມາ ຮອດປັດຈຸບັນນີ້ ກໍ່ໄດ້ສຳເລັດການ ເກັບກ່ຽວເຂົ້ານາປີເປັນທີ່ຮຽບ ຮ້ອຍແລ້ວ. ຂະນະທີ່ກໍ່ໄດ້ລົງມືເກັບ ກູ້ຫົວມັນຕົ້ນຂາຍເປັນສິນຄ້າ (ມັນ ແຫ້ງ) ແລະ ກໍ່ຮູ້ສຶກພາກພູມໃຈທີ່ ລາຄາມັນແຫ້ງປີນີ້ ແມ່ນສູງກວ່າ ຫລາຍປີຜ່ານມາຈາກລາຄາກວ່າ 2.000 ກີບຕໍ່ກິໂລມາເປັນ ກວ່າ 4.000 ກີບຕໍ່ກິໂລ (ພໍ່ຄ້າຄົົນກາງ ມາຊື້ຢູ່ກັບສວນ). ຢ່າງໃດກໍ່ດີການ ປະກອບອາຊີບສຳຮອງປູກມັນຕົ້ນ ໃນແຕ່ລະປີກໍ່ສ້າງລາຍຮັບເຂົ້າ ຄອບຄົວຫລາຍສິບລ້ານກີບຕໍ່ປີ. ຖ້າລາຄາສູງຄືປັດຈຸບັນຄາດວ່າ ປີນີ້, ຈະສ້າງລາຍຮັບເຂົ້າຄອບຄົວ ປະມານ 75 ລ້ານກີບ. ການປູກມັນຕົ້ນກໍ່ໄດ້ໃຊ້ດິນບ່ອນ ຫວ່າງຈາກການປູກຢາງພາລາມາ ປູກ (ຕອນຢາງພາລາຍັງໜ້ອຍ). ການປູກດັ່ງກ່າວ ມັນສາມາດຊ່ວຍ ເຮັດໃຫ້ເຮົາຮັກສາໄດ້ສວນຢາງພາ ລາ ບໍ່ຮົບເຮື້ອຈາກຫຍ້າອື່ນໆ ທັງ ຍັງສ້າງລາຍຮັບໃຫ້ເຮົາໃນແຕ່ລະປີ ຕື່ມອີກ. ດັ່ງທີ່ພວກເຮົາມັກເວົ້າ ກັນວ່າ ຍິງປືນນັດດຽວໄດ້ນົກສອງ ໂຕ. ແມ່ຕູ້ວ້າ ຈ້າງກ່າວ. ຢ່າງໃດກໍ່ຕາມ ແມ່ຕູ້ ວ້າ ຈ້າງ ກ່າວຕື່ມອີກວ່າ: ຜົວຕົນໄດ້ເສຍຊີ ວິດແລ້ວຫລາຍປີ ເຊິ່ງຕົນກໍ່ເຮັດ ໜ້າທີ່ເປັນທັງພໍ່ ເປັນທັງແມ່ ໃນ ການນຳພາບັນດາລູກໆທຳການ ຜະລິດ ໂດຍສະເພາະແມ່ນການຜະ ລິດເຂົ້ານາປີໃນແຕ່ລະປີແມ່ນສາ ມາດກຸ້ມກິນທຸກປີ, ນຳພາປູກມັນ ເປັນສິນຄ້າໃນແຕ່ລະປີປະມານ 5 ເຮັກຕາ ໃນດິນຫວ່າງສວນຢາງ ພາລາ, ລ້ຽງສັດໃຫຍ່ ງົວ-ຄວາຍ ຫລາຍກວ່າ 20 ໂຕ ແລະ ໃນແຕ່ລະ ປີ ກໍ່ໄດ້ຂາຍງົວ-ຄວາຍ ມາຊົມໃຊ້ ພາຍໃນຄອບຄົວຕື່ມອີກ. ເປັນເວລາຫລາຍປີມານີ້, ທີ່ແມ່ ຕູ້ ວ້າ ຈ້າງ ໄດ້ສູ້ຊົນເຮັດໜ້າທີ່ເປັນ ທັງພໍ່ເປັນທັງແມ່ນຳພາລູກໆ ທຳ ການຜະລິດປູກຝັງ-ລ້ຽງສັດ ກໍ່ເຮັດ ໃຫ້ຊີວິດການເປັນຢູ່ມີຢູ່ມີກິນ, ມີ ເງິນໃຊ້ຈ່າຍພາຍໃນຄອບຄົວ. ພ້ອມ ນີ້, ຍັງໄດ້ສົ່ງເສີມລູກຮຽນຈົບວິຊາ ສະເພາະ 5 ຄົນ. ໃນນັ້ນ, ຄົນໜຶ່ງ ໄດ້ເຮັດລ້າເຮັດການ(ທະຫານ)ນຳ ພັກ-ລັດເຮົາ. ຄວາມຊົງຈໍາເມື່ອເວົ້າເຖິງເພິ່ນ? ສິ່ງທີ່ ຊົງຈໍາກ່ອນໝູ່ນັ້ນ ແມ່ນເພິ່ນເປັນຜູ້ນໍາ ຮຸ້ນກໍ່ຕັ້ງພັກ ທີ່ມີແນວຄິດເປັນເອກະ ລາດເປັນເຈົ້າຕົນເອງ ເຊິ່ງສິ່ງດັ່ງກ່າວ ໄດ້ສະແດງອອກຕະຫລອດໄລຍະການ ເຄື່ອນໄຫວນໍາພາຂອງເພິ່ນ. ໃນການ ພັດທະນາປະເທດຊາດ ປະທານ ຄໍາໄຕ ສີພັນດອນ ເປັນຜູ້ອອກຄວາມຄິດໃຫ້ ທັດສະນະວ່າຕ້ອງອີງໃສ່ຄົນລາວແລະ ເງື່ອນໄຂທໍາມະຊາດ ທີ່ລາວມີ, ເປັນ ຕົ້ນແມ່ນດິນດອນ, ປ່າໄມ້, ແມ່ນໍ້າລໍາເຊ ທີ່ເຮົາມີເພື່ອກ້າວຂຶ້ນ. ອີກບັນຫາໜຶ່ງ ທີ່ອາດຈາລຶກໄວ້ໃນປະຫວັດສາດຂອງ ພັກ ແລະ ປະເທດເຮົາກໍ່ແມ່ນ ປະທານ ຄໍາໄຕ ສີພັນດອນ ເປັນຜູ້ນໍາສູງສຸດ, ເປັນເລຂາທິການໃຫຍ່ຂອງພັກ ຄົນທໍາ ອິດທີ່ອອກບໍານານໃນໄລຍະທີ່ຍັງມີ ຊີວິດ. ໃນທ້າຍຊຸມປີ 1990 ປະທານ ຄໍາໄຕ ສີພັນດອນ ເຄີຍເວົ້ານໍາຄະນະ ນໍາດ້ວຍກັນວ່າຜູ້ນໍາຮຸ້ນອາວຸໂສພວກ ເຮົາ ໃນຍາມຍັງມີຊີວິດນີ້ຄວນອອກ ຈາກຕໍາແໜ່ງ ແລະ ມອບໃຫ້ຮຸ້ນໜຸ່ມ ສືບທອດເຂົາເຮັດ ເພື່ອມີຫຍັງເຮົາຍັງ ສາມາດຊ່ວຍເວົ້າວ່າເບິ່ງນໍາພວກເຂົາ ເຈົ້າໄດ້ແລະ ເພິ່ນກໍ່ເປັນແບບຢ່າງອອກ ບໍານານ ແລະ ປູທາງໃຫ້ການເຮັດໜ້າ ທີ່ໃນຕໍາແໜ່ງນໍາພາບໍ່ກາຍສອງສະ ໄໝ ເຊິ່ງໄດ້ປະຕິບັດມາເຖິງທຸກວັນນີ້. ບັນຫາທີສາມແມ່ນ ເພິ່ນເປັນຜູ້ນໍາທີ່ ເຫັນກວ້າງມອງໄກ ແລະ ມີທັດສະນະ ປ່ຽນແປງທັນກັບສະພາບ. ເພິ່ນເປັນຜູ້ ນໍາຮຸ້ນກໍ່ຕັ້ງພັກເຮົາ ເຊິ່ງຕະຫລອດຊີ ວິດ ແລະ ການເຄື່ອນໄຫວນໍາພາຂອງ ເພິ່ນເກືອບວ່າຕິດພັນກັບການຕໍ່ສູ້ອັນ ດຸເດືອດຕາມແບບໃຜເອົາຊະນະໃຜ, ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==