5742

dtly dvog,n v'pq ,,t]kf 05 h o0h P;gda [dj P;g0Q kokxu sh v'dko 4;m ]k;{s;Pfok, g-a o[q f[a omb d c]dxj Po[q fIPow]pt 2023-2027 c]dxj Po[q fIPo dko2N o26 glf4tdy f s]a '37;y f-19 ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 07.11.2023 ປີທີ 22 ສະບັບທີ 5.802 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ]k;{,q '3d]u ln [8+ Ia fc|h o lkprq ;ra o,y f8trk[ c]t dkoIj ;,,n -q ,g-u pdv'xt-5 ,ltw\lk,a ogmn j vmu 6 0v'ltrkcsj '-kf -5 fmu IX 1j k'l5 f.9 ຫລຽນລາງວັນຈາກການເຂົ້າຮ່ວມ ແຂ່ງຂັນກິລາ ຊີເກມ ຄັ້ງທີ 32 ທີ່ ຣາຊະອານາຈັກກຳປູເຈຍ ແລະ ກິລາເອຊຽນເກມ ຄັ້ງທີ 19 ທີ່ ສປ ຈີນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະ ທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງ ເຂດວຽກງານການປົກຄອງ ແລະ ວັດທະນະທຳ-ສັງຄົມ, ມີທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ມີບັນດາ ທ່ານຮອງລັດຖະມົນຕີກະຊວງອົງການທີ່ກ່ຽວຂ້ອງ, ຄະນະຄູຝຶກ ຂປລ. ພິທີສະເຫລີມສະຫລອງ ວັນຄົບຮອບ 60 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດລະຫວ່າງ ຂປລ. ຜ່ານການຈັດຕັ້ງປະຕິ ບັດວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດຕະຫລອດ ພະຈິກ 2023, ພາຍໃຕ້ການ ເປັນ ປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາ ແຫ່ງຊາດ. ທ່ານ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງ ປ້ອງກັນປະເທດໄດ້ຂຶ້ນລາຍງານ ການປະເມີນຜົນການຈັດຕັ້ງປະຕິ ບັດກົດໝາຍວ່າດ້ວຍປ້ອງກັນຊາດ ແລະ ກົດໝາຍວ່າດ້ວຍນາຍທະ ຫານກອງທັບ ປະຊາຊົນລາວ. ຈາກ ນັ້ນ, ບັນດາສະມາຊິກສະພາແຫ່ງ ຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ສຸມໃສ່ ປະກອບຄຳຄິດຄຳເຫັນ ຂປລ. ເມື່ອບໍ່ດົນມານີ້, ໄດ້ມີພິທີ ປະກາດການຈັດຕັ້ງຂັ້ນ ຮອງຫົວ ໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະ ຊວງການເງິນ ໂດຍການເຂົ້າຮ່ວມ ເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະ Iv'okpq d]a f4t,q o8u g0Q kIj ;,ry mu lts]5 [ c]t ph v'p= ;Pd'kody ]k xdl l5 ,.lj 6 |h k;Pd 95 fl5 , cdh w0[a osk1kgl[8y f lts]v';a olh k'8A 'lkprq ;ra o dkom6 f ]k;{lt;y f 7q [Iv[ 60 xu xtmkoxtgmf ,v[lko8k8A ' .sh m6 f]k; wxxt9e16 j 8j k'xtgmf ທ່ານ ກິແກ້ວ ໄຂຄຳພິທູນ ຂປລ. ພິທີສະຫລຸບຍ້ອງຍໍ ແລະ ປະດັບຫລຽນໄຊປະເພດຕ່າງໆ ໃຫ້ ຄະນະນັກກິລາ ທີ່ສາມາດຍາດໄດ້ ໄລຍະ 3 ປີ ຜ່ານມາກະຊວງປ້ອງ ກັນຄວາມສະຫງົບ (ປກສ) ໄດ້ ສຸມໃສ່ຈັດຕັ້ງປະຕິບັດ 6 ວຽກຈຸດ ສຸມ ເພື່ອແກ້ໄຂບັນຫາຢາເສບຕິດ ຜ່ານການຈັດຕັ້ງປະຕິບັດໄດ້ມີຜົນ ສຳເລັດໃນຫລາຍດ້ານ ເປັນຕົ້ນ, ສາມາດແກ້ໄຂຄະດີໄດ້ທັງໝົດ 10.843 ເລື່ອງ, ຈັບຜູ້ຖືກຫາ 15.966 ຄົນ/ຍິງ 1.804 ຄົນ, ຄົນ ຕ່າງປະເທດ 324 ຄົນ/ຍິງ 21 ຄົນ; ຢືດຢາບ້າຊະນິດເມັດ ແລະ ເປັນຝຸ່ນ ນໍ້າໜັກລວມ 32.111,78 ກລ, ຢຶດສານເຄມີຕົ້ນປະເພດຕ່າງໆ ທ່ານ ພົອ ວິໄລ ຫລ້າຄຳຟອງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະ ສະມາພັນທະລັດ ltrkcsj '-kf xtg,u ozq odkoxt8y [a f dq f\kp .o0q 'g0fxh v'da o-kf 2 lt[a [ xtdkfdkoc8j '8A 'Iv'sq ;|h kdq , 75 h ,7v'-a [ly ocsj ']a f dt-;'dkog'oy ຊວງການເງິນ, ມີທ່ານ ກົງຄຳ ສິດທິ ວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານ, ທ່ານ ພຸດທະສິນ ເຮືອງທະ ວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງ ລັດ, ພ້ອມດ້ວຍຄະນະກົມ, ມີຮອງ ຂປລ. ໃນວາລະກອງປະຊຸມສະ ໄໝສາມັນ ເທື່ອທີ 6 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 6 ທ່ານ ພົນໂທ ທອງລອຍ ສິລິວົງ ຂປລ. ກະຊວງການຕ່າງປະ ເທດ ໄດ້ຈັດກອງປະຊຸມເວທີແລກ ປ່ຽນໃນຫົວຂໍ້: ການຟື້ນຟູເສດຖະ ກິດພາຍຫລັງ ໂຄວິດ-19 ໃນວັນທີ 6 ພະຈິກ 2023 ໂດຍຜ່ານຮູບແບບ ເສດຖະກິດໝູນວຽນສີຂຽວ ພາຍ ໃຕ້ຂອບການຮ່ວມມືແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງແລະ ສ້າງໜຶ່ງແລວ ໜຶ່ງເສັ້ນທາງສີຂຽວ ໂດຍໄດ້ຮັບ ການສະໜັບສະໜູນ ຈາກກອງທຶນ ພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຂປລ. ໂດຍຕອບສະໜອງຕາມ ການເຊື້ອເຊີນຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ທ່ານ ຄູເຣລ ສຸກຄ໌ ໂອຄະນາ (Khurelsukh UKHNAA ປະ ທານາທິບໍດີ ແຫ່ງ ມົງໂກລີ ພ້ອມ ດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນ ທາງມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ໃນລະຫວ່າງ ວັນທີ 5-6 ພະຈິກ 2023 ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນເປັນມູນເຊື້ອທີ່ມີມາແຕ່ ດົນນານ ແລະ ການຮ່ວມມືທີ່ດີລະ ຫວ່າງ ສປປ ລາວ ແລະ ມົງໂກລີ.  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ 6 ພະຈິກ 2023, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດແຫ່ງ ສປປ ລາວ ໄດ້ມອບ ສານຕາຕັ້ງໃຫ້ທ່ານ ນາງ ຄໍາເພົາ ເອີນທາວັນ ເພື່ອໄປດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສປປ ລາວ ປະ ຈຳ ສສ ຫວຽດນາມ. ໃນໂອກາດດັ່ງກ່າວ, ທ່ານປະ ທານປະເທດໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ທ່ານເອກອັກຄະລັດ ຖະທູດ ທີ່ໄປປະຕິບັດໜ້າທີ່ການທູດ ຢູ່ຕ່າງປະເທດແລະຈົ່ງສືບຕໍ່ປະກອບ ສ່ວນສຸມທຸກເຫື່ອແຮງ ແລະຄວາມ ຮູ້ຄວາມສາມາດຂອງຕົນ ເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ມິດ ຕະພາບ ແລະ ການຮ່ວມມືພິເສດ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມໃຫ້ແຕກດອກອອກ ຜົນຍິ່ງຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິ ບັດບັນດາເອກະສານການຮ່ວມມື ຕ່າງໆ ທີ່ສອງຝ່າຍໄດ້ລົງນາມແລ້ວ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/11/2023 xtgmf]k; ຮອງນາຍົກລັດຖະມົນຕີ... ປກສ ສຸມໃສ່ 6 ໜ້າວຽກ... ປະທານປະເທດ... ລາວ-ມົງໂກລີ... ປະກາດການແຕ່ງຕັ້ງ... ແລະ ນັກກິລາ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ. ທ່ານລັດຖະມົນຕີ ກະຊວງສຶກ ສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ງານແຂ່ງຂັນຊີເກມ ຄັ້ງທີ 32 ທີ່ ຣາຊະອານາຈັກກຳປູເຈຍ ທີ່ໄດ້ຈັດ ຂຶ້ນໃນລະຫວ່າງວັນທີ 05-17 ພຶດ ສະພາ 2023 ມີບັນດາປະເທດອາ ຊຽນເຂົ້າຮ່ວມ ທັງໝົດ 11 ປະ ເທດ. ສໍາລັບ ສປປ ລາວ ໄດ້ສົ່ງຄະ ນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ ແຂ່ງຂັນ 31 ປະເພດກິລາ, ມີຈຳ ນວນພົນທັງໝົດ 645 ຄົນ, ນັກກິ ລາ 538 ຄົນ (ຍິງ 150 ຄົນ), ໃນນັ້ນ ປະເພດກິລາທີ່ໄດ້ນຳໃຊ້ງົບ ປະມານຂອງລັດຮອບດ້ານມີ 21 ປະເພດ, ປະເພດກິລາ ທີ່ສະຫະພັນ ຮັບຜິດຊອບທາງດ້ານງົບປະມານ ກຸ້ມຕົນເອງຮອບດ້ານ ແລະ ປະ ເທດເຈົ້າພາບຮັບຜິດຊອບ ມີ 10 ປະເພດ. ຜ່ານການແຂ່ງຂັນ, ນັກກິ ລາລາວ ສາມາດຍາດໄດ້ຫລຽນ ລາງວັນທັງໝົດ 88 ຫລຽນ ຄື: 6 ຫລຽນຄຳ, 22 ຫລຽນເງິນ ແລະ 60 ຫລຽນທອງ ເຊິ່ງຈັດຢູ່ໃນອັນ ດັບທີ 9 ຈາກຈໍານວນ 11 ປະເທດ ທີ່ເຂົ້າຮ່ວມ ໂດຍພື້ນຖານຖືວ່າໄດ້ ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ສໍາ ລັບງານແຂ່ງຂັນກິລາເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ, ສປ ຈີນ ໃນລະຫວ່າງວັນທີ 23 ກັນຍາ- 08 ຕຸລາ 2023 ນັກກິລາ ລາວ ສາມາດຍາດໄດ້ 3 ຫລຽນທອງ ຈາກກິລາກະຕໍ້ ເຊິ່ງຈັດຢູ່ໃນອັນ ດັບທີ 35 ໃນຈໍານວນ 45 ປະເທດ ທີ່ເຂົ້າຮ່ວມ. ຈາກຜົນງານດັ່ງກ່າວ, ລັດຖະບານ ຈຶ່ງໄດ້ຕົກລົງປະດັບ ຫລຽນປະເພດຕ່າງໆໃຫ້ບຸກຄົນ ຄື: ຫລຽນໄຊແຮງງານ ຊັ້ນ II ຈຳນວນ 39 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ III ຈຳນວນ 110 ໜ່ວຍ ແລະ ຫລຽນກາແຮງງານ 165 ໜ່ວຍ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງ ດ້ານ ເປັນຕົ້ນ ໃຫ້ຄະນະນຳກະຊວງ ສຶກສາທິການ ແລະ ກິລາ ກໍຄືຄະນະ ນຳຂອງສະຫະພັນກິລາປະເພດ ຕ່າງໆຄົ້ນຄວ້າເພື່ອສະເໜີລັດຖະ ບານພິຈາລະນາສ້າງ ແລະ ປັບປຸງ ບັນດານິຕິກຳທີ່ວາງອອກໃຫ້ສອດ ຄ່ອງກັບສະພາບເງື່ອນໄຂໃນປັດຈຸ ບັນ ເພື່ອເປັນເຄື່ອງມືທີ່ສຳຄັນໃນ ການຊຸກຍູ້ ແລະ ສົ່ງເສີມການພັດທະ ນາວຽກງານກິລາ-ກາຍຍະກຳໃຫ້ ທຽບທັນກັບລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ; ຮີບຮ້ອນ ຄົ້ນຄວ້າຊອກຫາແຫລ່ງລາຍຮັບ ເຂົ້າກອງທຶນພັດທະນາກິລາ-ກາຍ ຍະກຳທີ່ລັດຖະບານ ໄດ້ຮັບຮອງ ໄປແລ້ວ;ເພີ່ມທະວີຕໍ່ການພົວພັນ ຮ່ວມມືກັບບັນດາປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງກິລາສາກົນ ຕ່າງໆ ເພື່ອຍາດແຍ່ງການຊ່ວຍ ເຫລືອພັດທະນາຍົກລະດັບກິລາ ລາວ ໃຫ້ສູງຂຶ້ນທຽບທັນກັບສາກົນ ແລະ ພາກພື້ນເທື່ອລະກ້າວ; ເອົາໃຈ ໃສ່ຍົກສູງຄຸນນະພາບບຸກຄະລາ ກອນກິລາລະດັບສູງ, ນັກກິລາທີ່ມີ ພອນສະຫວັນ ແລະ ນັກກິລາທີມ ຊາດໃຫ້ເປັນລະບົບ ແລະ ຕໍ່ເນື່ອງ ດ້ວຍວິທີການທີ່ເໝາະສົມ ເປັນຕົ້ນ ນຳຄູຝຶກທີ່ມີຄວາມຊ່ຽວຊານມາ ຝຶກສອນ, ສົ່ງນັກກິລາທີ່ດີເດັ່ນໄປ ຝຶກຊ້ອມຢູ່ຕ່າງປະເທດ ເປັນໄລຍະ ຍາວ, ທັງເບິ່ງແຍງຄຸນນະພາບຊີວິດ ຂອງເຂົາເຈົ້າໃຫ້ສົມກັບບຸກຄະລາ ກອນກິລາທີມຊາດ; ບັນດາສະຖາ ບັນການສຶກສາ ທັງພາກລັດ ແລະ ເອກະຊົນຕ້ອງໄດ້ຍົກສູງຄຸນນະພາບ ດ້ານວິຊາພາລະສຶກສາ ແລະ ກິລາ ໃຫ້ສອດຄ່ອງກັບ 5 ຫລັກມູນຂອງ ການສຶກສາຢ່າງແທ້ຈິງ; ຄະນະນຳ, ຄູຝຶກ ແລະ ນັກກິລາ ຕ້ອງໄດ້ປູກ ຈິດສຳນຶກ “ຈິດໃຈຊາດ” ໃຫ້ພົ້ນ ເດັ່ນຂຶ້ນ ເພື່ອເປັນພື້ນຖານແຮງຈູງ ໃຈ ພ້ອມພຽງກັນຍາດເອົາໄຊຊະ ນະ ແລະ ນຳເອົາກຽດຊື່ສຽງມາ ໃຫ້ປະເທດຊາດ ໃນຄັ້ງຕໍ່ໄປ; ສຸມໃສ່ ພັດທະນາ ແລະ ນຳໃຊ້ຫລັກວິທະ ຍາສາດ ແລະ ເຕັກໂນໂລຊີການກິ ລາເຂົ້າໃນການກະກຽມ ແລະ ແຂ່ງ ຂັນໃຫ້ເປັນຮູບປະທຳ; ຮຽກຮ້ອງ ທຸກພາກສ່ວນ ຈົ່ງໄດ້ຊ່ວຍກັນຊຸກ ຍູ້, ສົ່ງເສີມ ແລະ ສະໜັບສະໜູນ ດ້ານເຫື່ອແຮງ ແລະ ວັດຖຸລວມເຖິງ ງົບປະມານຮັບໃຊ້ຕ່າງໆ ໃຫ້ແກ່ ການພັດທະນາກິລາ. ໃນຕອນທ້າຍ, ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະຮັບຜິດຊອບ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາຄູຝຶກ ແລະ ນັກກິລາ ທີ່ສາ ມາດຍາດໄດ້ຜົນງານອັນພົ້ນເດັ່ນ, ສ້າງກຽດ ແລະ ຊື່ສຽງໃຫ້ປະເທດ ຊາດຊຶ່ງຜົນສຳເລັດດັ່ງກ່າວສະແດງ ເຖິງການນຳພາທີ່ຖືກຕ້ອງຂອງ ພັກ-ລັດ, ຄວາມສາມັກຄີເປັນປຶກ ແຜ່ນ, ຄວາມຕັດສິນໃຈສູງ, ຄວາມ ເສຍສະລະຂອງການຈັດຕັ້ງທັງພາກ ລັດ-ເອກະຊົນ ແລະ ປະຊາຊົນບັນ ດາເຜົ່າ ໂດຍໄດ້ສະເໜີໃຫ້ພ້ອມກັນ ສືບຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມດັ່ງກ່າວ ໃຫ້ຍືນຍົງຄຽງຄູ່ກັບຊາວລາວຕະ ຫລອດໄປ. ຂ່າວ: ກົມປະຊາສຳພັນ ຫສນຍ 260 ກວ່າໂຕນ; ນອກນັ້ນຍັງໄດ້ ຢຶດ, ອາຍັດ ແລະ ຮິບຊັບສິນປະເພດ ພາຫະນະ, ເນື້ອທີ່ດິນ, ເຮືອນພັກ ໄດ້ຈໍານວນຫລາຍພໍຄວນ. ນອກ ຈາກນີ້ ຍັງໄດ້ນໍາເອົາຜູ້ຖືກເຄາະ ຮ້າຍເສບຢາເສບຕິດ ເຂົ້າບໍາບັດປິ່ນ ປົວທັງໝົດ 10.900 ຄົນ/ຍິງ 361 ຄົນ; ໃນນັ້ນ, ມີຜູ້ທີ່ປິ່ນປົວດີແລ້ວ ກັບຄືນບ້ານ ທັງໝົດ 5.734 ຄົນ/ ຍິງ 209 ຄົນ, ສືບຕໍ່ປິ່ນປົວ 2.994 ຄົນ/ຍິງ104ຄົນ;(ຕົວເລກດັ່ງກ່າວ ຍັງບໍ່ທັນດັດຖານ, ເພາະໃນຕົວຈິງ ເປົ້າໝາຍຜູ້ເຄາະຮ້າຍຢູ່ແຕ່ລະທ້ອງ ຖິ່ນ ຍັງມີຫລາຍ). ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງ ປກສ ລາຍງານ ໃນກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ພະຈິກ 2023 ວ່າ: ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຕະ ຫລອດໄລຍະ 3 ປີ ຜ່ານມາ ມີທັງ ຜົນສໍາເລັດ ແລະ ບັນຫາທີ່ຄວນ ເອົາ ໃຈໃສ່ ເຊິ່ງ 6 ວຽກຈຸດສຸມທີ່ຈັດຕັ້ງ ປະຕິບັດຜ່ານມານັ້ນ ຄື: ສຸມໃສ່ສ້າງ ຄວາມຮັບຮູ້ໃນທົ່ວສັງຄົມດ້ວຍ ການສຶກສາອົບຮົມ, ໂຄສະນາເຜີຍ ແຜ່ລະບຽບກົດໝາຍ ແລະ ຜົນຮ້າຍ ຂອງຢາເສບຕິດ ແມ່ນໄດ້ຈັດຕັ້ງ ຢ່າງຕໍ່ເນື່ອງ ແລະ ດ້ວຍຮູບການທີ່ ເໝາະສົມ ແຕ່ສູນກາງລົງຮອດ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ; ການສ້າງ, ປັບປຸງກົດໝາຍ ແລະ ນິຕິ ກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບ ບັນຫາຢາເສບຕິດ ເຫັນວ່າມີບາດ ກ້າວຫັນປ່ຽນໃໝ່, ປັບປຸງກົງຈັກ ການຈັດຕັ້ງ ແລະ ຍົກລະດັບຄວາມ ສາມາດໃນການເຄື່ອນໄຫວເຮັດ ໜ້າທີ່ການເມືອງຂອງອົງການສືບ ສວນ-ສອບສວນ, ອົງການໄອຍະ ການປະຊາຊົນ, ອົງການສານປະ ຊາຊົນ, ອົງການປະຕິບັດຄຳຕັດສິນ ຂອງສານ ແລະ ພາກສ່ວນທີ່ກ່ຽວ ຂ້ອງຕໍ່ການແກ້ໄຂບັນຫາຢາເສບ ຕິດ; ວຽກງານຍົກສູງປະສິດທິພາບ ດ້ານການຄຸ້ມຄອງ, ຊີ້ນໍາໃນການ ຈັດຕັ້ງປະຕິບັດຮອບດ້ານໃນວຽກ ງານແກ້ໄຂບັນຫາຢາເສບຕິດໄປ ຕາມຄຳຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫລັກໂດຍ ສະເພາະຫລັກການຄວາມເປັນມື ອາຊີບ ເຫັນວ່າມີຜົນສຳເລັດເປັນ ຢ່າງດີ; ວຽກງານປັບປຸງຂີດຄວາມ ສາມາດການເຄື່ອນໄຫວເຮັດໜ້າທີ່ ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອນຳພາ-ຊີ້ນຳ ແກ້ໄຂບັນຫາຢາ ເສບຕິດ ທີ່ເກີດຂຶ້ນຢູ່ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; ວຽກ ງານເພີ່ມທະວີການຮ່ວມມືສາກົນ ໂດຍສຸມໃສ່ຮ່ວມມືສະກັດກັ້ນແລະ ຕ້ານຢາເສບຕິດຮ່ວມກັບບັນດາປະ ເທດເພື່ອນມິດຍຸດທະສາດ (ສສ ຫວຽດນາມ, ສປ ຈີນ), ບັນດາປະ ເທດໃນພາກພື້ນ ແລະ ອົງການຈັດ ຕັ້ງສາກົນ. ທ່ານ ພົອ ວິໄລ ຫລ້າຄຳຟອງ ຍັງໄດ້ສະເໜີໃຫ້ສືບຕໍ່ຂະຫຍາຍໄລ ຍະເວລາ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດໄປຈົນໝົດ ປີ 2025; ພ້ອມທັງສະເໜີເອົາ ບັນຫາການແກ້ໄຂຢາເສບຕິດ ເຂົ້າ ເປັນເງື່ອນໄຂມາດຖານດ້ານຄວາມ ຮັບຜິດຊອບໜ້າທີ່ການເມືອງ ແລະ ການສ້າງພະນັກງານສືບທອດໃນ ຕໍ່ໜ້າ ຂອງຄະນະພັກກະຊວງ, ອົງ ການ ແລະ ອົງການປົກຄອງຂັ້ນ ຕ່າງໆ; ປັບປຸງກົນໄກການປະສານ ງານ, ຄຸ້ມຄອງຕິດຕາມກວດກາ; ສະເໜີໃຫ້ບັນດາກະຊວງ, ອົງການ ຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ ທົ່ວປະເທດ ຖືວຽກງານໂຄສະນາ ຜົນຮ້າຍຄວາມເປັນອັນຕະລາຍ ຂອງຢາເສບຕິດ, ເຊື່ອມຊຶມກົດ ໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບຢາ ເສບຕິດເປັນວຽກບຸລິມະສິດທີ່ຕ້ອງ ໄດ້ເຮັດໃຫ້ກວ້າງຂວາງ, ຕໍ່ເນື່ອງ; ຊອກແຫລ່ງທຶນ ເພື່ອຮັບໃຊ້ໃຫ້ແກ່ ການສ້າງເປັນໂຄງການພັດທະນາ ຂະຫຍາຍເຂົ້າໄປບັນດາບ້ານທີ່ເຄີຍ ປູກຝິ່ນມາກ່ອນ; ສະເໜີສ້າງສູນຕົວ ແບບບຳບັດປິ່ນປົວຄົບວົງຈອນຂຶ້ນ ໂດຍໃຫ້ມີການຝຶກວິຊາຊີບແກ່ຜູ້ຕິດ ຢາເສບຕິດ ເພື່ອມີລາຍຮັບໃຫ້ເຂົາ ເຈົ້າ ເມື່ອປິ່ນປົວດີຄັກແນ່ແລ້ວ ຈຶ່ງ ໃຫ້ກັບຄືນສູ່ສັງຄົມ. ພາຍຫລັງທີ່ມີວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດເຫັນວ່າມີກໍາລັງແຮງເພີ່ມຂຶ້ນ, ຫລາຍພາກສ່ວນໃນສັງຄົມໄດ້ປະ ກອບສ່ວນທັງທາງກົງ ແລະ ທາງ ອ້ອມ ເພື່ອສະກັດກັ້ນ-ແກ້ໄຂບັນຫາ ຢາເສບຕິດເຊັ່ນ:ປະຊາຊົນສະໜອງ ຂໍ້ມູນທີ່ກ່ຽວຂ້ອງ, ສໍານັກງານ- ອົງການ ແລະ ອົງການປົກຄອງ ທ້ອງຖິ່ນຂັ້ນຕ່າງໆ ກໍໄດ້ສ້າງເງື່ອນ ໄຂໃນການຊ່ວຍເຫລືອດ້ານຕ່າງໆ, ບັນດາປະເທດເພື່ອນມິດ, ປະເທດ ໃກ້ຄຽງ, ອົງການຈັດຕັ້ງສາກົນ ກໍ ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ຮ່ວມກັນແກ້ໄຂ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ຫົວໜ້າຫ້ອງການກະຊວງ, ຕາງໜ້າ ບັນດາກົມອ້ອມຂ້າງກະຊວງ, ລັດ ວິສາຫະກິດ, ຄະນະພະແນກ, ພ້ອມ ດ້ວຍພະນັກງານຂອງກົມຄຸ້ມຄອງ ຊັບສິນແຫ່ງລັດເຂົ້າຮ່ວມ. ໃນພິທີ, ທ່ານ ຫອມຮັກ ສຸນະວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານກະຊວງການເງິນ, ໄດ້ຜ່ານ ພິທີຕ້ອນຮັບທ່ານຄູເຣລ ສຸກຄ໌ ໂອ ຄະນາ ປະທານາທິບໍດິ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງເປັນ ທາງການ ແລະ ສົມກຽດ, ໃນຕອນ ເຊົ້າຂອງວັນທີ 6 ພະຈິກ 2023, ທີ່ທໍານຽບປະທານປະເທດ, ໂດຍ ການໃຫ້ກຽດຕ້ອນຮັບຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສປປລາວພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ. ພາຍ ຫລັງສໍາເລັດພິທີຕ້ອນຮັບ, ສອງ ຝ່າຍ ໄດ້ສືບຕໍ່ເຂົ້າຮ່ວມກອງປະ ຊຸມພົບປະຢ່າງເປັນທາງການເຊິ່ງ ການພົບປະສອງຝ່າຍ ໃນຄັ້ງນີ້ໄດ້ ດໍາເນີນໄປດ້ວຍບັນຍາກາດແຫ່ງໄມ ຕີຈິດມິດຕະພາບ ແລະ ຄວາມເຂົ້າ ອົກເຂົ້າໃຈ ເຊິ່ງກັນ ແລະ ກັນ. ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມຕ້ອນຮັບອັນອົບອຸ່ນ, ພ້ອມ ທັງໄດ້ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວຂອງ ທ່ານປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ໃນຄັ້ງນີ້ ເຊິ່ງ ຖືເປັນຂີດໝາຍປະຫວັດສາດສໍາຄັນ ອີກບາດກ້າວໜຶ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບແລະ ການຮ່ວມມືອັນດີງາມລະ ຫວ່າງ ສອງປະເທດ ກໍຄືປະຊາຊົນ ສອງຊາດ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ ໂດຍສະເພາະການຮັກສາບັນຍາ ກາດການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ແລະ ສົ່ງເສີມ ການຮ່ວມມືໃນຂົງເຂດອື່ນໆ. ໃນການພົບປະຄັ້ງນີ້, ຜູ້ນໍາສອງ ປະເທດ ລາວ-ມົງໂກລີ ໄດ້ແຈ້ງໃຫ້ ກັນຊາບໂດຍຫຍໍ້ກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດຂອງຕົນ, ພ້ອມທັງ ທົບທວນຄືນການພົວພັນຮ່ວມມືໃນ ໄລຍະຜ່ານມາ ເຊິ່ງສອງຝ່າຍໄດ້ເຫັນ ດີເປັນເອກະພາບຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການ ຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະລອດ ໄລຍະ 6 ທົດສະວັດ ນັບຕັ້ງແຕ່ໄດ້ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກັນຍາ 1962 ເປັນ ຕົ້ນມາ, ເຫັນວ່າການພົວພັນຮ່ວມມື ຂອງສອງປະເທດ ໄດ້ຮັບການເສີມ ຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າ ສູ່ລວງເລິກເປັນກ້າວໆມາ, ໂດຍ ສະເພາະການແລກປ່ຽນການຢ້ຽມ ຢາມ ເຊິ່ງກັນ ແລະ ກັນ ຂອງຄະນະ ນະຜູ້ແທນຂັ້ນສູງ, ການສະໜັບສະ ໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍ ຄືໃນກຸ່ມປະເທດກໍາລັງພັດທະນາທີ່ ບໍ່ມີຊາຍແດນຕິດກັບທະເລ. ພິເສດ ໃນປີ 2022 ຜ່ານມາ ສອງປະເທດ ລາວ-ມົງໂກລີ ໄດ້ສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ຄົບຮອບ 60 ປີ ເຊິ່ງສອງປະ ເທດໄດ້ຮ່ວມກັນຈັດຕັ້ງປະຕິບັດກິດ ຈະ ກໍາ ຕ່າງໆຢ່າງມີບັນຍາກາດຄຶກ ຄື້ນ ແລະ ມີຜົນສໍາເລັດ. ພ້ອມກັນ ນັ້ນ, ສອງຝ່າຍກໍໄດ້ປຶກສາຫາລືເພື່ອ ເສີມຂະຫຍາຍການພົວພັນຮ່ວມ ມືໃນຕໍ່ໜ້າ ເປັນຕົ້ນການພົວພັນຮ່ວມ ມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ,ສາທາ ລະນະສຸກ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ ແລະ ດ້ານອື່ນໆ, ລວມ ເຖິງເຫັນດີສືບຕໍ່ໃຫ້ການຮ່ວມມືແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານປະທານ ປະ ເທດ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຂອບໃຈຝ່າຍມົງໂກລີ ຕໍ່ການ ຊ່ວຍເຫລືອ ແລະ ໜັບສະໜັບສະໜູນ ສປປລາວໃນໄລຍະຜ່ານມາ,ອັນພົ້ນ ເດັ່ນແມ່ນຂະແໜງສາທາລະນະສຸກ ໃນການປັບປຸງໂຮງໝໍມິດຕະພາບ ລາວ-ມົງໂກລີທີ່ແຂວງຊຽງຂວາງ ແລະ ການສົ່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ ລວມທັງການມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ລັດຖະບານ ສປປ ລາວ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ ແຈ້ງວ່າ ໃນປີ 2024 ນີ້ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ເພື່ອຕ້ອນ ຮັບນັກທ່ອງທ່ຽວ ຈາກທົ່ວທຸກມູມ ໂລກລວມທັງມົງໂກລີ, ໄປພ້ອມໆ ກັບການເປັນປະທານອາຊຽນ. ນອກ ນີ້, ກໍໄດ້ເຊື້ອເຊີນນັກລົງທຶນ ຈາກ ມົງໂກລີ ຜູ້ທີ່ມີຄວາມສົນໃຈເຂົ້າມາ ລົງທຶນໃນຂະແໜງການຕ່າງໆ ທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ຂະແໜງລ້ຽງສັດ, ກະສິກໍາ ແລະ ຂະແໜງອື່ນໆ, ໂດຍອີງໃສ່ທ່າແຮງ ດ້ານການຂົນສົ່ງ ແລະ ເຊື່ອມຈອດ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ໄປເຖິງມົງໂກລີ ເຊິ່ງຈະເຮັດ ໃຫ້ການໄປມາຫາສູ່ກັນ ແລະ ການ ແລກປ່ຽນສິນຄ້າຕ່າງໆ ມີຄວາມ ສະດວກຂຶ້ນ. ໃນຂະນະດຽວກັນ, ທ່ານປະ ທານາທິບໍດີ ມົງໂກລີ ກໍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມ ທັງສະແດງຄວາມຂອບໃຈມາຍັງ ລັດຖະບານ ສປປ ລາວ ໃນການສະ ໜັບສະໜູນ ມົງໂກລີ ໃນເວທີພາກ ພື້ນ ແລະ ສາກົນ ຕະຫລອດມາ ເເລະ ຕີລາຄາຕໍ່ໝາກຜົນຂອງການພົວ ພັນຮ່ວມມືຕະຫລອດໄລຍະເວລາ 6 ທົດສະວັດ ທີ່ຜ່ານມາ. ພ້ອມນີ້, ກໍ ໄດ້ສະແດງຄວາມຢືນຢັນ ໃນການ ສືບຕໍ່ສົ່ງເສີມການພົວພັນຮ່ວມມື ທີ່ມີມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງ ສອງປະເທດ ມົງໂກລີ ແລະ ສປປ ລາວ ໃຫ້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ. ໃນໂອກາດດຽວກັນນີ້, ທ່ານປະທານາທິບໍດີ ມົງໂກລີ ກໍ ໄດ້ເຊື້ອເຊີນທ່ານປະທານປະເທດ ລາວ ໄປຢ້ຽມຢາມລັດຖະກິດທີ່ ມົງ ໂກລີ ໃນເວລາອັນ ເໝາະສົມ ເຊິ່ງ ທ່ານ ປະທານປະເທດລາວ ກໍໄດ້ຍິນ ດີຕອບຮັບ ແລະ ຈະຈັດສັນຫາວັນ ເວລາເໝາະສົມຕາມຄວາມສະດວກ ຂອງທັງສອງຝ່າຍ. ພາຍຫລັງສໍາເລັດການພົບປະ, ທ່ານ ປະເທດປະເທດ ທອງລຸນ ສີສຸລິດ ແລະ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ກໍໄດ້ສືບຕໍ່ເຂົ້າ ຮ່ວມເປັນສັກຂີພິຍານ ໃນພິທີລົງ ນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ເເນໃສ່ອໍານວຍ ຄວາມສະດວກ ເເລະ ເປັນນິຕິກໍາ, ເປັນບ່ອນອີງພື້ນຖານໃນການຊຸກ ຍູ້ສົ່ງເສີມການພົວພັນດ້ານເສດ ຖະກິດ, ການຄ້າ, ການລົງທຶນ ເເລະ ການທ່ອງທ່ຽວຮ່ວມກັນ ກໍຄື ຊຸກ ຍູ້ການໄປມາຫາສູ່ກັນຂອງປະຊາ ຊົນສອງປະເທດໃນຕໍ່ໜ້າ. ໃນວັນດຽວກັນ, ທ່ານ ຄູເຣລ ສຸກຄ໌ ໂອຄະນາ ປະທານາທິບໍດິ ມົງໂກລີ ແລະ ຄະນະ ກໍ່ໄດ້ໄປວາງ ພວງມາລາ ຢູ່ ອານຸສາວະລີນັກຮົບ ນິລະນາມ ເພື່ອສະແດງຄວາມເຄົາ ລົບ ແລະ ລະນຶກເຖິງອ້າຍນ້ອງທະ ຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫລະ ເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ. ພ້ອມທັງຢ້ຽມຢາມພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາເເຫ່ງຊາດ ແລະໄດ້ໄປຢ້ຽມ ຊົມພະທາດຫລວງ; ເຂົ້າຮ່ວມພິທີ ປະດັບຫລຽນໄຊ ແລະ ຫລຽນກາ ແຫ່ງລັດ ມົງໂກລີ ໃຫ້ແກ່ພົນລະ ເມືອງມົງໂກລີ ແລະ ພົນລະເມືອງ ລາວ ທີ່ມີຜົນງານດີເດັ່ນໃນການສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງມົງໂກລີແລະ ສປປ ລາວ ແລະ ເຂົ້າຮ່ວມງານລ້ຽງ ຕ້ອນຮັບ ຈັດໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ. ນັ້ນ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ, ຊຸກຍູ້ການພົບປະແລກປ່ຽນ ແລະ ການໄປມາຫາສູ່ກັນລະຫວ່າງຂັ້ນ ການນຳປະເທດ ແລະ ປະຊາຊົນ ຂໍ້ຕົກລົງ ສະບັບເລກທີ 2650/ກງ, ລົງວັນທີ31 ສິງຫາ 2023 ວ່າດ້ວຍ ການແຕ່ງຕັ້ງ ຮອງຫົວໜ້າກົມຄຸ້ມ ຄອງຊັບສິນແຫ່ງລັດ,ເຊິ່ງລັດຖະ ມົນຕີກະຊວງການເງິນຕົກລົງແຕ່ງ ຕັ້ງ: ທ່ານ ຍົມມະລາ ວໍລະຈິດ ຫົວ ໜ້າສ່ວຍສາອາກອນ ປະຈຳແຂວງ ອຸດົມໄຊ ເປັນຮອງຫົວໜ້າກົມຄຸ້ມ ຄອງຊັບສິນແຫ່ງລັດກະຊວງການ ເງິນ, ໂດຍໃຫ້ປະຕິບັດເງິນອຸດໜູນ ຕໍາແໜ່ງບໍລິຫານປະເພດ 3 ຕາມ ດຳລັດຂອງນາຍົກລັດຖະມົນຕີສະ ບັບເລກທີ 203/ລບ, ລົງວັນທີ 4 ກໍລະກົດ 2017 ນັບແຕ່ງວດ IV ປີ 2023 ເປັນຕົ້ນໄປ. ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະ ຊວງການເງິນ, ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ສືບຕໍ່ການຈັດປະຕິບັດ ວຽກງານ, ສູ້ຊົນສືບຕໍ່ປັບປຸງວຽກ ງານໃຫ້ດີຂຶ້ນຕື່ມ ໂດຍສະເພາະ ວຽກງານຄຸ້ມຄອງຊັບສິນແຫ່ງລັດ, ໃຫ້ເອົາໃຈໃສ່ປັບປຸງໃຫ້ວຽກງານ ໃຫ້ມີລັກສະນະຫັນປ່ຽນຢ່າງຕັ້ງ ໜ້າ. ພ້ອມນີ້, ທ່ານໄດ້ຮຽກຮ້ອງສຳ ລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງຈົ່ງຕັ້ງ ໜ້າເສີມຂະຫຍາຍມູນເຊື້ອສາມັກ ຄີເປັນປຶກແຜ່ນ, ມູນເຊື້ອດຸໝັ່ນ ຂະ ຫຍັນ ໃນການປະຕິບັດໜ້າທີ່ວຽກ ງານທີ່ຖືກມອບໝາຍໃຫ້ມີຜົນສໍາ ເລັດໃໝ່ ໃຫຍ່ກວ່າເກົ່າ ເພື່ອຝຶກຝົນ ຫລໍ່ຫລອມກໍ່ສ້າງຕົນເອງໃຫ້ກ້າວ ຂຶ້ນເລື້ອຍໆ. ຂ່າວ-ພາບ: ກະຊວງການເງິນ ດ້ວຍກັນ, ຍາດແຍ່ງເອົາການຮ່ວມມື ແລະການສະໜັບສະໜູນຊ່ວຍເຫລືອ ດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ ໂຄສະນາຂົນຂວາຍບັນດານັກລົງ ທຶນ, ນັກທຸລະກິດ ແລະ ນັກທ່ອງ ທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນປີ 2024 ນີ້, ສປປ ລາວ ຈະເປັນປະ ທານອາຊຽນ ແລະ ກໍຖືເປັນປີທ່ອງ ທ່ຽວລາວ. ທັງນີ້, ກໍເພື່ອນຳເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ລາວບັນດາເຜົ່າ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງສປປລາວກໍຄື ເພື່ອລຶບລ້າງຄວາມທຸກຍາກໃຫ້ແກ່ ປະຊາຊົນລາວ ແລະ ໃຫ້ສາມາດນຳ ພາປະເທດຊາດອອກຈາກສະຖານະ ພາບດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້. ຂ່າວ-ພາບ: ຂັນໄຊ

7totxt9eltrkcsj '-kf ltg|u cdh w0 5 ;Pd95 fl5 , xtgmf]k; 3 07/11/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສີວິໄລ ໂດຍ: ຄ້ອງໃໝ່ gIa f[5 oly ody omko dkoc8j 'fv'DDDlvf7j v'ltrk[ dkolh k'glf4tdy f7v[7q ; 9b j 'rk.sh -u ;y ffu 0B o * ບັນດາ ສສຊ ສືບຕໍ່ປະກອບຄໍາ ເຫັນ ແລະ ສະເໜີບັນຫາສໍາຄັນ ຂອງຊາດເພື່ອແກ້ໄຂຮີບດ່ວນ, ຍູ້ ແຮງວຽກບຸລິມະສິດຕ່າງໆເພື່ອໃຫ້ ຜ່ານພົ້ນຄວາມຫຍຸ້ງຍາກເສດຖະ ກິດຂະນະທີ່ການດຳເນີນກອງປະ ຊຸມສະພາສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ກ້າວເຂົ້າສູ່ອາທິດທີສອງແລ້ວ ເຊິ່ງ ປັດຈຸບັນກໍ້ມີການບັນຫາເຄັ່ງຮ້ອນ ທີ່ສະມາຊິກສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ສະ ເໜີລັດຖະບານເລັ່ງແກ້ໄຂ 5 ວຽກ ງານຈຸດສຸມ. ທ່ານ ລີເບີ ລີບົວປາວ ປະທານ ກຳມາທິການແຜນການ ການເງິນ ແລະ ການກວດສອບ, ຕາງໜ້າຄະ ນະປະຈຳສະພາແຫ່ງຊາດ ໄດ້ປະ ກອບຄຳເຫັນຕໍ່ບົດສະຫລຸບຕີລາ ຄາການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ທຸກຍາກດ້ານເສະຖະກິດ-ການເງິນ ໄລຍະ 3 ປີຜ່ານມາ ໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 2 ພະຈິກຜ່ານມາ ໂດຍການເປັນປະ ທານ ຂອງ ທ່ານ ໄຊສົມພອນ ພົມວິ ຫານ ຊຶ່ງທ່ານ ລີເບີ ລີບົວປາວ ກ່າວວ່າ: ຜ່ານມາກ່ຽວກັບການຈັດ ຕັ້ງປະຕິບັດບັນດາແຜນວຽກຈຸດ ສຸມ ໂດຍພື້ນຖານເຫັນດີເປັນເອກະ ພາບຕາມການລາຍງານຂອງລັດ ຖະບານແຕ່ຜ່ານການຕິດຕາມກວດ ກາຂອງຄະນະປະຈຳສະພາແຫ່ງ ຊາດຕໍ່ 5 ແຜນວຽກຈຸດສຸມ ຄື: ແຜນ ວຽກສຸດສຸມ ທີ 1 ກ່ຽວກັບການສົ່ງ ເສີມການຜະລິດເພື່ອທົດແທນການ ນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ແມ່ນສະເໜີໃຫ້ລັດຖະບານເອົາໃຈ ໃສ່ປະຕິບັດກົດໝາຍຄຸ້ມຄອງເງິນ ຕາຕ່າງປະເທດ ກ່ຽວກັບການຄຸ້ມ ຄອງເງິນຕາຈາກການສົ່ງອອກ ແລະ ມະຕິສະພາແຫ່ງຊາດໃຫ້ມີຜົນ ສັກສິດ, ສະເໜີໃຫ້ມີການສົ່ງເສີມ ການສົ່ງອອກສິນຄ້າທີ່ມີການປຸງ ແຕ່ງ,ມີມູນຄ່າເພີ່ມສູງແລະມີຄວາມ ຍືນຍົງ, ບໍ່ສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ແຜນວຽກຈຸດ ສຸມທີ 2 ກ່ຽວກັບການສ້າງຄວາມ ເຂັ້ມແຂງທາງດ້ານການເກັບລາຍ ຮັບເຂົ້າງົບປະມານຕ້ອງເອົາໃຈໃສ່ ສ້າງຄວາມເຂັ້ມແຂງຖານລາຍຮັບ ໃໝ່ທີ່ມີຄຸນນະພາບ ແລະ ຄວາມຍືນ ຍົງ, ບໍ່ສ້າງຄວາມເສຍຫາຍ ແລະ ກະທົບຕໍ່ສັງຄົມແລະສິ່ງແວດລ້ອມ, ສືບຕໍ່ຫັນເປັນທັນສະໄໝການເກັບ ລາຍຮັບໃຫ້ຄົບຖ້ວນ, ສາມາດບັນ ລຸຄາດໝາຍເກັບລາຍຮັບ 17% ຂອງ GDP ຕາມທີ່ໄດ້ກຳນົດໃນ ມະຕິກອງປະຊຸມສະພາແຫ່ງຊາດ, ເອົາໃຈໃສ່ເກັບລາຍຮັບຈາກຜົນ ກວດສອບ ແລະ ກວດກາ, ຄຸ້ມຄອງ ແລະ ຂະຫຍາຍຖານລາຍຮັບໃນລະ ບົບເສດຖະກິດທີ່ບໍ່ເປັນທາງການ ໃຫ້ເຂົ້າສູ່ລະບົບຖານລາຍຮັບທາງ ການໃຫ້ໄດ້ຫລາຍຂຶ້ນ, ແຜນວຽກ ຈຸດສຸມທີ 3 ກ່ຽວກັບການສົ່ງເສີມ ການປະຢັດ, ຕ້ານການຟຸມເຟືອຍ, ຍົກສູງປະສິດທິຜົນການຄຸ້ມຄອງ ລາຍຈ່າຍງົບປະມານໃນການແກ້ ໄຂໜີ້ສິນຕ່າງປະເທດ ສະເໜີໃຫ້ເອົາ ໃຈໃສ່ສ້າງແຜນແກ້ໄຂໜີ້ສິນສາທາ ລະນະໃຫ້ບັນລຸຄາດໝາຍວາລະ ແຫ່ງຊາດ ດ້ວຍການແກ້ໄຂຂໍ້ຫຍຸ້ງ ຍາກດ້ານເສດຖະກິດໃຫ້ຊັດເຈນ ໂດຍສະເພາະແຫລ່ງທຶນ ແລະ ການ ປະຕິບັດໄລຍະເວລາຊຳລະໃຫ້ໄປ ຕາມສັນຍາ ແລະ ຂໍ້ຕົກລົງຂອງເຈົ້າ ໜີ້ ແລະ ລູກໜີ້, ສືບຕໍ່ຄົ້ນຄວ້ານະໂຍ ບາຍ ແລະ ມາດຕະການຄຸ້ມຄອງ ແລະ ນຳໃຊ້ງົບປະມານຂອງລັດໃຫ້ ມີປະສິດທິພາບ, ຄຸນນະພາບ ແລະ ມີປະສິດທິຜົນສູງສຸດ, ແຜນວຽກ ຈຸດສຸມທີ 4 ກ່ຽວກັບການຮັກສາສະ ຖຽນລະພາບດ້ານເງິນຕາສະເໜີໃຫ້ ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນ ໃນປັດຈຸບັນດ້ວຍການຄົ້ນຄວ້າແລະ ປະຕິບັດລະບົບມາດຕະການທີ່ຄົບ ຊຸດຕາມທີ່ໄດ້ກຳນົດໃນມະຕິກອງ ປະຊຸມສະພາແຫ່ງຊາດຄື: ມາດຕະ ການທາງດ້ານເງິນຕາ, ຄວບຄຸມ ແລະ ນຳໃຊ້ປະລິມານເງິນ M2 ທີ່ ຂະຫຍາຍຕົວໃນລະດັບສູງເພື່ອຊຸກ ຍູ້ສົ່ງເສີມການຜະລິດ ແລະ ຊຸກຍູ້ ການເຕີບໂຕຂອງເສດຖະກິດ, ຄຸ້ມ ຄອງອັດຕາແລກປ່ຽນເພື່ອເຮັດໃຫ້ ເງິນກີບແຂງຄ່າຂຶ້ນດ້ວຍການປະ ຕິບັດກົດໝາຍວ່າດ້ວຍການຄຸ້ມ ຄອງເງິນຕາຕ່າງປະເທດໃຫ້ມີຜົນ ສັກສິດ ແລະ ແຜນວຽກຈຸດສຸມ ທີ 5 ກ່ຽວກັບການຍົກສູງປະສິດທິພາບ ການຄຸ້ມຄອງລັດຄຸ້ມຄອງສັງຄົມ ດ້ວຍກົດໝາຍ ສະເໜີໃຫ້ເອົາໃຈໃສ່ ປະຕິບັດກົດໝາຍທີ່ພົວພັນກັບວາ ລະແຫ່ງຊາດ ກ່ຽວກັບການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໂດຍສະເພາະເອົາໃຈໃສ່ ປະຕິບັດບັນດາມາດຕາທີ່ໄດ້ກຳນົດ ກ່ຽວກັບຂໍ້ຫ້າມ ແລະ ຜົນສັດສິດ ໃນ ການຈັດຕັ້ງປະຕິບັດກົດໝາຍເປັນ ຕົ້ນແມ່ນກົດໝາຍວ່າດ້ວຍໜີ້ສິນ ສາທາລະນະ, ກົດໝາຍວ່າດ້ວຍ ການລົງທຶນຂອງລັດ, ກົດໝາຍວ່າ ດ້ວຍງົບປະມານແຫ່ງລັດ, ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງ ປະເທດ, ກົດໝາຍວ່າດ້ວຍການຄຸ້ມ ຄອງສ່ວຍສາອາກອນ, ກົດໝາຍວ່າ ດ້ວຍການກວດສອບ ແລະ ກວດກາ. ມັກຄີພາຍໃນຕາມລະດູການ ເພື່ອ ສະຫລອງຜົນສໍາເລັດໃນການຜະ ລິດ, ໃນຫລາຍສິບປີມານີ້ມັນໄດ້ ກາຍເປັນສ່ວນສໍາຄັນໃນການປະ ກອບສ່ວນສ້າງບັນຍາກາດການ ທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ, ສ້າງ ອາຊີບ, ກໍ່ໃຫ້ເກີດລາຍຮັບໃນລະ ດັບຕ່າງໆ ນັບແຕ່ພື້ນຖານຂຶ້ນໄປ. ນັ້ນແມ່ນສິ່ງທີ່ຄວນເສີມຂະຫຍາຍ ໃຫ້ມີໝາກມີຜົນຫລາຍຂຶ້ນເທົ່າທີ່ ຈະຫລາຍໄດ້ ໃນການຊຸກຍູ້ສົ່ງເສີມ ບັນດາທ່າແຮງບົ່ມຊ້ອນພາຍໃນ ເພື່ອສ້າງໃຫ້ມີລາຍຮັບໃນະດັບ ຕ່າງໆຢ່າງກວ້າງຂວາງ. ໃນສະພາບເງື່ອນໄຂປັດຈຸບັນ, ມີຫລາຍອັນທີ່ຕ້ອງຫັນປ່ຽນຢ່າງ ຕັ້ງໜ້າກວ່າເກົ່າ, ຍ້ອນວ່າປະເທດ ເຮົາຍັງມີຂໍ້ຈໍາກັດບາງອັນ ແລະ ຍັງມີສະພາບຫຍຸ້ງຍາກ ທີ່ຕ້ອງສູ້ ຊົນບຸກບືນຜ່ານຜ່າ ໂດຍສະເພາະ ບັນດາເສດຖະກິດ-ການເງິນ ຍ້ອນ ຜົນກະທົບຈາດປັດໄຈພາຍນອກ ແລະ ພາຍໃນ. ບັນຫາທີ່ຖືກຕັ້ງຂຶ້ນ ກໍ່ແມ່ນທົ່ວສັງຄົມຕ້ອງພ້ອມໃຈກັນ ອີຫລີ ໃນການປະຕິບັດແຜນຈຸດສຸມ ເດືອນພະຈິກທີ່ລັດຖະບານໄດ້ມີທິດ ຊີ້ນໍາກໍານົດມາ ໃນການປະຢັດມັດ ທະຍັດໃນການຈັດງານດອງ, ງານ ບຸນປະເພນີຕ່າງໆ ແລະ ສົ່ງເສີມໃຊ້ ຜະລິດຕະພັນພາຍໃນ, ເອົາໃຈໃສ່ ເກັບກ່ຽວຜົນຜະລິດລະດູຝົນ, ສືບ ຕໍ່ຊຸກຍູ້ການຜະລິດພາຍໃນແລະ ສົ່ງ ເສີມການສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳຂອງ ສປປ ລາວ ໃຫ້ ຫລາຍເທົ່າທີ່ຈະຫລາຍໄດ້. ໃນຈຸດ ນີ້, ພາກປະຕິບັດຕົວຈິງ ຄວນເຮັດ ແນວໃດ ກໍ່ມີຄໍາເຫັນຂອງຜູ້ອ່ານຈໍາ ນວນໜຶ່ງ ວ່າຖ້າເຮັດໄດ້ແມ່ນສູ້ຊົນ ໃຫ້ມີຕົວແບບ ຫລື ກໍານົດໝາຍໃດ ໜຶ່ງເປັນພື້ນຖານໂດຍພາກລັດນໍາ ໜ້າພາທາງ, ຈູງແຂນສັງຄົມ. ຂະ ນະດຽວກັນ ບັນຫາທີ່ຕັ້ງຂຶ້ນກ່ຽວ ກັບການປະຢັດໃນການຈັດບຸນປະ ເພນີ, ພິທີແຕ່ງດອງ...ຕ້ອງລະດົມ ຢ່າງແຂງແຮງ ເພື່ອຊອກຫາຕົວ ແບບ ເຊິ່ງມັນອາດເກີດຂຶ້ນມາເອງ ຈາກການປັບຕົວຂອງຄົນ ໃນສະ ພາບແວດລ້ອມທີ່ມີສະພາບຈຸດພິ ເສດ ແລະ ຄວາມຕ້ອງການ. ຢ່າງ ໃດກໍ່ດີກໍ່ມີຫລາຍທັດສະນະເຫັນວ່າ ການເຮັດບຸນປາງໃຫຍ່, ສໍາຄັນ ແມ່ນໃຫ້ຕິດພັນກັບການສົ່ງເສີມ ການຜະລິດພາຍໃນ ບໍ່ວ່າກະສິກໍາ, ອຸດສາຫະກໍາ ແລະ ການບໍໍລິການ- ທ່ອງທ່ຽວ. ການຜະລິດພາຍໃນ ແຂງແຮງ, ຜູ້ປະກອບການມີເງິນ, ຄົນມີເງິນ...ກໍເກີດການໃຊ້ຈ່າຍ ຕາມກົນໄກ ຂອງມັນ. ສະຫລຸບວ່າບໍ່ວ່າໃນສະພາບປັດ ຈຸບັນ ຫລື ອະນາຄົດ, ການປະຕິບັດ ນະໂຍບາຍປະຢັດ, ຕ້ານການຟຸມ ເຟືອຍ ແລະ ສົ່ງເສີມການຜະລິດ ພາຍໃນໃຫ້ແຂງແຮງແມ່ນສໍາຄັນ ເພາະມັນເປັນການສ້າງຄວາມເຂັ້ມ ແຂງຈາກພາຍໃນ, ຄ່ອຍໆຫລຸດ ຜ່ອນການເພິ່ງພາອາໄສຜູ້ອື່ນເທື່ອ ລະກ້າວ. ຈະເຮັດຄືສຸພາສິດວ່າ ເຂົ້າ ຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້ ແມ່ນ ບໍ່ໄດ້ແລ້ວໃນເງື່ອນໄຂຂອງການ ພັດທະນາໃນໄລຍະໃໝ່. ປະຢັດ ກໍ່ ຕ້ອງເຮັດແທ້, ປະຢັດ ຍັງບໍ່ພໍ ຕ້ອງ ຫາໃຫ້ມີລາຍຮັບຕື່ມ ໂດຍຊອບທໍາ ຖືກຕ້ອງລະບຽບກົດໝາຍ ແມ່ນສໍາ ຄັນ, ພ້ອມດຽວກັນກໍ່ບໍ່ໃຊ້ຈ່າຍຟຸມ ເຟືອຍ, ໄຈ້ແຍກອັນໃດແມ່ນຄວາມ ຈໍາເປັນຂາດບໍ່ໄດ້ ແລະ ອັນໃດແມ່ນ ຄວາມຢາກໄດ້ ໂລບມາກໃນຄວາມ ຄິດ. ເຮັດບຸນໃຫ້ໄດ້ບຸນ, ເຮັດທານ ໃຫ້ໄດ້ກຸສົນຜົນການກະທໍາດີ, ເຮັດ ດອງທັງເທື່ອທັງທີຢ່າໃຫ້ເປັນໜີ້ ຈົນແກ້ບໍ່ຕົກ. ຊ່ວຍກັນປະຢັດ-ຕ້ານ ການຟຸມເຟືອຍ, ເຮັດໃຫ້ສັງຄົມເຮົາ ກາຍເປັນສັງຄົມແຫ່ງການຜະລິດ ແລະ ເຂັ້ມແຂງດ້ວຍຕົວເຮົາເອງ ຢ່າງຍືນຍົງ. * ນອນຢູ່ໃນແຜນວຽກຈຸດສຸມ ແຕ່ທ້າຍເດືອນຕຸລາ ຫາ ພະຈິກ 2023 ເຊິ່ງກອງປະຊຸມສະໄໝສາ ມັນ ຂອງລັດຖະບານ ປະຈຳເດືອນ ຕຸລາ 2023 ໄດ້ມີທິດຊີ້ນໍານັ້ນ, ເນື້ອ ໃນສໍາຄັນອັນໜຶ່ງແມ່ນ “...ປຸກລະ ດົມໃຫ້ທົ່ວສັງຄົມປະຢັດມັດທະຍັດ ໃນການຈັດງານດອງ, ງານບຸນປະ ເພນີຕ່າງໆ ແລະ ສົ່ງເສີມໃຊ້ຜະລິດ ຕະພັນພາຍໃນ, ເອົາໃຈໃສ່ເກັບກ່ຽວ ຜົນຜະລິດລະດູຝົນ, ສືບຕໍ່ຊຸກຍູ້ການ ຜະລິດພາຍໃນ ແລະ ສົ່ງເສີມການ ສົ່ງອອກ ໂດຍສະເພາະສິນຄ້າກະ ສິກຳຂອງ ສປປ ລາວ ໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້...”. ເວົ້າເຖິງບຸນສິນກິນທານ, ງານ ສັງຄົມ...ນັບແຕ່ນີ້ໄປ ຈະຄ່ອຍທະ ຍອຍມີ (ຫລາຍຂຶ້ນ), ພາຍຫລັງ ການອອກພັນສາ, ຖ້າເວົ້າຕາມລະ ດູການທ່ອງທ່ຽວ ກໍ່ຖືວ່າເຂົ້າສູ່ໄລ ຍະລະດູການທ່ອງທ່ຽວທີ່ນິຍົມ. ສະ ພາບແວດລ້ອມທາງທໍາມະຊາດ ຕາມລະດູການ ຖືວ່າໄລຍະນີ້ໄປຈົນ ເຖິງເດືອນມິຖຸນາ ເປັນໄລຍະດີສໍາ ລັບການທ່ອງທ່ຽວ. ສ່ວນບຸນປະເພ ນີກໍ່ມີຕາມປົກກະຕິ ໃນຮີດສິບສອງ. ປີ 2024 ຈະເປັນປີທ່ອງທ່ຽວລາວ ແລະ ຈະມີບຸນມະໂຫລານການທ່ອງ ທ່ຽວ ຫລື ມະຫະກໍາການທ່ອງທ່ຽວ ອາຊຽນ 2024 ຕິດພັນກັບການ ເປັນປະທານອາຊຽນ 2024 ຂອງ ສປປ ລາວ ເຊິ່ງແນ່ນອນວ່າ ຈະມີ ຫລາຍວຽກງານ ທີ່ຈະເປັນບັນຍາ ກາດອັນຟົດຟື້ນໃນຂອບເຂດທົ່ວປະ ເທດ ເຊິ່ງອາໄສປວງຊົນລາວທຸກ ຖ້ວນໜ້າ ປະກອບສ່ວນຢ່າງແຂງ ແຮງເຂົ້າໃນບັນດາວຽກງານ ແລະ ກິດຈະກໍາທີ່ຈະເກີດຂຶ້ນ. ເວົ້າເຖິງການເຮັດບຸນ, ນອກ ຈາກເປັນການເຕົ້າໂຮມຄວາມສາ * ການສ້າງເສດຖະກິດຄອບຄົວ ດ້ວຍການປູກຝັງ-ລ້ຽງສັດ ເປັນການ ໝູນໃຊ້ທ່າແຮງດ້ານພູມສັນຖານ ຂອງ ທ້ອງຖິ່ນ ບວກກັບມູນເຊື້ອດຸໝັ່ນຂະ ຫຍັນພຽນຂອງບຸກຄົນ ເພື່ອສ້າງລາຍ ຮັບມາສູ່ຄອບຄົວ, ທັງເປັນການປະ ກອບສ່ວນຢ່າງແຂງແຮງເຂົ້າໃນການ ປະຕິບັດວາລະແຫ່ງຊາດ ໃນການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ.ດັ່ງຄອບຄົວຂອງທ່ານພັນໂທນາງ ຄຳພວງ ສອນທະສັກ ແລະ ທ່ານ ສົມ ສະນິດ ສອນທະສັກ ຊຶ່ງເປັນຄອບຄົວ ຕົວແບບທີ່ພົ້ນເດັ່ນຂອງໂຮງຮຽນ307 ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ທີ່ໄດ້ອາໄສ ເວລາວ່າງນອກໂມງ ການສ້າງເສດຖະ ກິດຄອບຄົວໃຫ້ມີຄວາມເຂັ້ມແຂງ. ທ່ານພັນໂທນາງຄຳພວງໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ສ້າງຄອບຄົວໃນປີ 1999 ຕໍ່ມາໄດ້ມີລູກສອງຄົນ ເຮັດໃຫ້ ມີຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ ເປັນຕົ້ນບໍ່ມີເຮືອນຢູ່ຖາວອນ, ບໍ່ມີ ພາຫະນະທຽວການ, ຄອບຄົວບໍ່ມີລາຍ ຮັບທີ່ພຽງພໍ ລາຍຈ່າຍມີຫລາຍກວ່າ ລາຍຮັບ ຈຶ່ງໄດ້ຕັດສິນໃຈໝູນໃຊ້ທ່າ ແຮງບົ່ມຊ້ອນຂອງຕົນ ຊຶ່ງມີດິນຢູ່ 5 ໄລ່ບວກກັບຄວາມມັກຮັກໃນການປູກ ຝັງ-ລ້ຽງສັດ ໂດຍໄດ້ເລີ່ມຕົ້ນຈາກການ ລ້ຽງເປັດ ແລະ ໝູຈຳນວນໜຶ່ງເປັນ ອາຊີບເສີມ ຊຶ່ງໄດ້ຄ່ອຍໆຂະຫຍາຍ ກິດຈະກຳເປັນແຕ່ລະໄລຍະ. ມາຮອດປີ 2016-2017 ໄດ້ລ້ຽງເປັດເທບພື້ນ ເມືອງ 1.000 ໂຕ ແບ່ງເປັນ 5 ຊຸດ, ຊຸດ ລະ 200 ໂຕ, ນົກກະທາ 3.000 ໂຕ, ໄກ່ລາດ 200 ໂຕ ຊຶ່ງໃຊ້ທຶນໝູນ ວຽນ 30 ລ້ານກີບ ຈາກການລົງທຶນ ໃນໄລຍະ 1 ປີນີ້ ຄອບຄົວຂອງພວກ ເຮົາກໍມີລາຍຮັບເພີ່ມຂຶ້ນ ເຖິງ 30-40 ລ້ານກີບປີ. ປີ 2018-2019 ໄດ້ຂະ ຫຍາຍການລ້ຽງຕື່ມອີກ ໂດຍມີເປັດ ເທບ 700 ໂຕ, ເປັດໄຂ່ 550 ໂຕ, ນົກ ກະທາຊີ້ນ 1.000 ໂຕ ຊຶ່ງໃຊ້ທຶນໝູນ ວຽນ 40-60 ລ້ານກີບ ໃນໄລຍະ 1 ປີ ນັ້ນແມ່ນມີລາຍຮັບຈາກການຂາຍ ເປັດ, ໄຂ່ເປັດ ແລະ ນົກກະທາຊີ້ນ 5060ລ້ານກີບ. ມາຮອດປີ2021-2022 ພວກເຮົາໄດ້ເຊົາ ລ້ຽງເປັດໄຂ່ ແລະ ເປັດເທບ ແລ້ວຫັນມາລ້ຽງໝູພັນຊີ້ນ 36 ໂຕ, ນົກກະທາໄຂ່ 3.000 ໂຕ, ນົກ ກະທາຊີ້ນ 20.000 ໂຕ ໂດຍໃຊ້ທຶນ ໝູນວຽນ 80 ລ້ານກີບ ແລະ ມີລາຍຮັບ ຈາກການຂາຍສັດດັ່ງກ່າວປະມານ 60-70 ລ້ານກີບຕໍ່ປີ. ປັດຈຸບັນ ລ້ຽງ ໝູ 60 ໂຕ, ນົກກະທາໄຂ່ 4.000 ໂຕ, ນົກກະທາຊີ້ນ 30.000 ໂຕ ມີທຶນໝູນ ວຽນ 120 ລ້ານກີບ ສາມາດສ້າງລາຍ ຮັບໄດ້ເຖິງ 90-100 ລ້ານກີບຕໍ່ປີ. ທ່ານ ພັນໂທ ນາງ ຄຳພວງ ໃຫ້ຮູ້ ຕື່ມວ່າ: ຂໍ້ສະດວກຂອງການລ້ຽງສັດ ແມ່ນບໍ່ຫຍຸ້ງຍາກສັບສົນຫລາຍ, ບໍ່ ຈຳເປັນຕ້ອງໃຊ້ເວລາຫລາຍເຂົ້າໃນ ການເອົາໃຈໃສ່ບົວລະບັດຮັກສາສັດ ຈຶ່ງເຮັດໃຫ້ພວກເຮົາມີເວລາໄປເຮັດ ກິດຈະກຳອື່ນຕື່ມອີກ; ແຮງງານຫລັກ ແມ່ນສະມາຊິກໃນຄອບຄົວ ໂດຍບໍ່ໄດ້ ຈ້າງແຮງງານທາງນອກມາຕື່ມ ຊຶ່ງ ເປັນການສ້າງບົດຮຽນ ແລະ ປະສົບ ການໃນການລ້ຽງໃຫ້ພວກເຮົາ. ຄຽງ ຄູ່ກັນນີ້ກໍປາສະຈາກບໍ່ໄດ້ເຖິງຂໍ້ຫຍຸ້ງ ຍາກບາງດ້ານ ເປັນຕົ້ນ ຄວາມຮູ້ທາງ ດ້ານວິຊາການປູກຝັງ-ລ້ຽງສັດ ທີ່ມີ ແມ່ນອາໄສລ້ຽງແບບທຳມະຊາດ ຊຶ່ງ ເຮັດໃຫ້ຜົນໄດ້ຮັບຍັງບໍ່ສູງເທົ່າທີ່ຄວນ, ບວກໃສ່ສະພາບການຜັນປ່ຽນຂອງ ເສດຖະກິດບ້ານເຮົາຕົ້ນທຶນສູງ ເຮັດ ໃຫ້ມີຜົນກະທົບທັງຜູ້ຜະລິດ ແລະ ຜູ້ບໍ ລິໂພກ. ເຖິງແນວໃດກໍຕາມພວກເຮົາ ກໍມີແຜນສູ້ຊົນທີ່ຈະຂະຫຍາຍກິດຈະ ກຳສ້າງລາຍຮັບຕື່ມອີກເຊັ່ນ: ສ້າງຄັງ ງົວໃຫ້ໄດ້ 3-4 ໄລ່, ລ້ຽງງົວໃຫ້ໄດ້ 6-10 ໂຕ, ລ້ຽງໝູໃຫ້ໄດ້ 100 ໂຕຕໍ່ປີ, ລ້ຽງນົກກະທາໄຂ່ 5.000 ໂຕ, ນົກກະ ທາຊີ້ນ 30.000 ໂຕ ຄາດວ່າຈະສ້າງ ລາຍຮັບຈາກການຂາຍສັດເຫລົ່ານີ້ ໃນມູນຄ່າ 100-120 ລ້ານກີບຕໍ່ປີ. ທ່ານ ພັນໂທ ຄຳແສງ ອິນທະວອນ ຮອງອຳນວຍການ ຫົວໜ້າພະແນກ ການເມືອງໂຮງຮຽນ 307 ກ່າວວ່າ: ຄະນະພັກ, ຄະນະອຳນວຍການໂຮງ ຮຽນ 307 ໄດ້ເອົາໃຈໃສ່ຊີ້ນຳ ແລະ ອຳນວຍຄວາມສະດວກໃຫ້ຂະແໜງ ສະຫະພັນແມ່ຍິງຂອງໂຮງຮຽນໄດ້ ເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ຂອງຕົນ ໂດຍສະເພາະແມ່ນຕິດ ພັນກັບ 4 ໜ້າທີ່ໃຫຍ່, 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໂດຍສຸມໃສ່ການປຸກ ລະດົມໃຫ້ເອື້ອຍນ້ອງແມ່ຍິງຕັ້ງໜ້າ ປະຕິບັດຄຳຂວັນ 3 ດີຂອງ ສຍລ, ເວົ້າສະເພາະແມ່ນພັນໂທນາງຄຳພວງ ສອນທະສັກ ຊຶ່ງແມ່ນພະນັກງານຜູ້ໜຶ່ງ ທີ່ດີເດັ່ນໃນການເຄື່ອນໄຫວປະຕິບັດ ໜ້າທີ່ການເມືອງ ກໍຄືໜ້າທີ່ວິຊາສະ ເພາະພ້ອມທັງໄດ້ຄຽງບ່າຄຽງໄຫລ່ ກັບຜູ້ອື່ນໆປະກອບສ່ວນເຂົ້າໃນທຸກຂະ ບວນການຂອງກົມກອງ. ນອກຈາກນີ້ ຍັງເປັນເອກະພາບກັບຄອບຄົວ ເພື່ອ ສ້າງແຫລ່ງລາຍຮັບເພີ່ມໃຫ້ຄອບຄົວ ຂອງຕົນ ໂດຍສຸມໃສ່ການປູກຝັງລ້ຽງສັດ ຊຶ່ງເຮັດໃຫ້ຄອບຄົວຂອງ ພວກເພິ່ນມີການພັດທະນາດີຂຶ້ນເປັນ ກ້າວໆສົມແລ້ວທີ່ໄດ້ກາຍເປັນຄອບຄົວ ຕົວແບບຂອງໂຮງຮຽນ 307. ທ່ານ ພັນໂທ ນາງ ສຸກວັນພວງ ແສງສຸລິຍາ ຫົວໜ້າຂະແໜງ ສຍ ໂຮງ ຮຽນ 307 ໃຫ້ສຳພາດວ່າ: ຂະແໜງ ສຍ ພວກເຮົາມີ 3 ໜ່ວຍ ຊຶ່ງຕະຫລອດ ໄລຍະຜ່ານມາໄດ້ປະຕິບັດໜ້າວຽກ ງານຂອງອົງການຈັດຕັ້ງມະຫາຊົນ ແລະ ຂະບວນການຕ່າງໆຢ່າງມີຜົນ ສຳເລັດ, ສາມາດເຕົ້າໂຮມຄວາມສາ ມັກຄີ, ຊ່ວຍເຫລືອຊຶ່ງກັນແລະກັນພາຍ ໃນສະມາຊິກ ສຍ, ເອື້ອຍນ້ອງແມ່ຍິງ ພາຍໃນກົມກອງເປັນຢ່າງດີ ໄປຄຽງຄູ່ ກັບການສ້າງຕົວແບບໃນດ້ານວິຊາສະ ເພາະ ແລະ ສ້າງເສດຖະກິດຄອບຄົວ. ດັ່ງ ທ່ານ ພັນໂທ ນາງ ຄຳພວງ ສອນ ທະສັກ ທີ່ເປັນຄອບຄົວຕົວແບບທີ່ສາ ມາດສ້າງລາຍຮັບໄດ້ໃນແຕ່ລະເດືອນ, ນອກຈາກນີ້ຍັງມີອີກຫລາຍຄົນທີ່ໝູນ ໃຊ້ຄວາມສາມາດ ແລະ ທ່າແຮງຂອງ ຕົນ ເຂົ້າໃນການສ້າງລາຍຮັບເພີ່ມໃນ ເວລານອກໂມງການ ເຊັ່ນ: ຫັດຖະກຳ ຕໍ່າຫູກ, ປູກຝັງ, ລ້ຽງສັດ, ຄ້າຂາຍ ແລະ ອື່ນໆ. ຜົນສຳເລັດຂອງຄອບຄົວທ່ານ ພັນໂທ ນາງ ຄຳພວງ ສອນທະສັກ ທີ່ ຍາດມາໄດ້ນັ້ນຍ້ອນມີແນວທາງອັນ ຖືກຕ້ອງສະຫລາດສ່ອງໃສຂອງພັກ ໂດຍສະເພາະແມ່ນການສົ່ງເສີມການ ຜະລິດກະສິກຳປູກຝັງ-ລ້ຽງສັດ ເຂົ້າ ໃນການແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນ, ຍ້ອນມີຄະນະພັກ-ຄະນະ ບັນຊາ ກໍຄືຄະນະນຳ ສຍ ແຕ່ລະຂັ້ນທີ່ ໃຫ້ການຊີ້ນຳອຳນວຍຄວາມສະດວກ ແລະ ສ້າງໂອກາດໃຫ້ບັນດາຄອບຄົວ ໄດ້ສ້າງເສດຖະກິດ ເຮັດໃຫ້ຫລຸດພົ້ນ ອອກຈາກຄວາມທຸກຍາກຕາມແຜນ ພັດທະນາແມ່ຍິງລາວກໍຄືການປະຕິບັດ ຂໍ້ແຂ່ງ 3 ດີ ຂອງສະຫະພັນແມ່ຍິງລາວ ວາງອອກໃຫ້ປາກົດເປັນຈິງ.

RkJQdWJsaXNoZXIy MTc3MTYxMQ==