lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/11/2023 xtgmf]k; ຮອງນາຍົກລັດຖະມົນຕີ... ປກສ ສຸມໃສ່ 6 ໜ້າວຽກ... ປະທານປະເທດ... ລາວ-ມົງໂກລີ... ປະກາດການແຕ່ງຕັ້ງ... ແລະ ນັກກິລາ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ. ທ່ານລັດຖະມົນຕີ ກະຊວງສຶກ ສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ງານແຂ່ງຂັນຊີເກມ ຄັ້ງທີ 32 ທີ່ ຣາຊະອານາຈັກກຳປູເຈຍ ທີ່ໄດ້ຈັດ ຂຶ້ນໃນລະຫວ່າງວັນທີ 05-17 ພຶດ ສະພາ 2023 ມີບັນດາປະເທດອາ ຊຽນເຂົ້າຮ່ວມ ທັງໝົດ 11 ປະ ເທດ. ສໍາລັບ ສປປ ລາວ ໄດ້ສົ່ງຄະ ນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ ແຂ່ງຂັນ 31 ປະເພດກິລາ, ມີຈຳ ນວນພົນທັງໝົດ 645 ຄົນ, ນັກກິ ລາ 538 ຄົນ (ຍິງ 150 ຄົນ), ໃນນັ້ນ ປະເພດກິລາທີ່ໄດ້ນຳໃຊ້ງົບ ປະມານຂອງລັດຮອບດ້ານມີ 21 ປະເພດ, ປະເພດກິລາ ທີ່ສະຫະພັນ ຮັບຜິດຊອບທາງດ້ານງົບປະມານ ກຸ້ມຕົນເອງຮອບດ້ານ ແລະ ປະ ເທດເຈົ້າພາບຮັບຜິດຊອບ ມີ 10 ປະເພດ. ຜ່ານການແຂ່ງຂັນ, ນັກກິ ລາລາວ ສາມາດຍາດໄດ້ຫລຽນ ລາງວັນທັງໝົດ 88 ຫລຽນ ຄື: 6 ຫລຽນຄຳ, 22 ຫລຽນເງິນ ແລະ 60 ຫລຽນທອງ ເຊິ່ງຈັດຢູ່ໃນອັນ ດັບທີ 9 ຈາກຈໍານວນ 11 ປະເທດ ທີ່ເຂົ້າຮ່ວມ ໂດຍພື້ນຖານຖືວ່າໄດ້ ຮັບຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້. ສໍາ ລັບງານແຂ່ງຂັນກິລາເອຊຽນເກມ ຄັ້ງທີ 19 ທີ່ນະຄອນຫາງໂຈ, ສປ ຈີນ ໃນລະຫວ່າງວັນທີ 23 ກັນຍາ- 08 ຕຸລາ 2023 ນັກກິລາ ລາວ ສາມາດຍາດໄດ້ 3 ຫລຽນທອງ ຈາກກິລາກະຕໍ້ ເຊິ່ງຈັດຢູ່ໃນອັນ ດັບທີ 35 ໃນຈໍານວນ 45 ປະເທດ ທີ່ເຂົ້າຮ່ວມ. ຈາກຜົນງານດັ່ງກ່າວ, ລັດຖະບານ ຈຶ່ງໄດ້ຕົກລົງປະດັບ ຫລຽນປະເພດຕ່າງໆໃຫ້ບຸກຄົນ ຄື: ຫລຽນໄຊແຮງງານ ຊັ້ນ II ຈຳນວນ 39 ໜ່ວຍ, ຫລຽນໄຊແຮງງານ ຊັ້ນ III ຈຳນວນ 110 ໜ່ວຍ ແລະ ຫລຽນກາແຮງງານ 165 ໜ່ວຍ. ໃນໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງ ດ້ານ ເປັນຕົ້ນ ໃຫ້ຄະນະນຳກະຊວງ ສຶກສາທິການ ແລະ ກິລາ ກໍຄືຄະນະ ນຳຂອງສະຫະພັນກິລາປະເພດ ຕ່າງໆຄົ້ນຄວ້າເພື່ອສະເໜີລັດຖະ ບານພິຈາລະນາສ້າງ ແລະ ປັບປຸງ ບັນດານິຕິກຳທີ່ວາງອອກໃຫ້ສອດ ຄ່ອງກັບສະພາບເງື່ອນໄຂໃນປັດຈຸ ບັນ ເພື່ອເປັນເຄື່ອງມືທີ່ສຳຄັນໃນ ການຊຸກຍູ້ ແລະ ສົ່ງເສີມການພັດທະ ນາວຽກງານກິລາ-ກາຍຍະກຳໃຫ້ ທຽບທັນກັບລະດັບອະນຸພາກພື້ນ, ພາກພື້ນ ແລະ ສາກົນ; ຮີບຮ້ອນ ຄົ້ນຄວ້າຊອກຫາແຫລ່ງລາຍຮັບ ເຂົ້າກອງທຶນພັດທະນາກິລາ-ກາຍ ຍະກຳທີ່ລັດຖະບານ ໄດ້ຮັບຮອງ ໄປແລ້ວ;ເພີ່ມທະວີຕໍ່ການພົວພັນ ຮ່ວມມືກັບບັນດາປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງກິລາສາກົນ ຕ່າງໆ ເພື່ອຍາດແຍ່ງການຊ່ວຍ ເຫລືອພັດທະນາຍົກລະດັບກິລາ ລາວ ໃຫ້ສູງຂຶ້ນທຽບທັນກັບສາກົນ ແລະ ພາກພື້ນເທື່ອລະກ້າວ; ເອົາໃຈ ໃສ່ຍົກສູງຄຸນນະພາບບຸກຄະລາ ກອນກິລາລະດັບສູງ, ນັກກິລາທີ່ມີ ພອນສະຫວັນ ແລະ ນັກກິລາທີມ ຊາດໃຫ້ເປັນລະບົບ ແລະ ຕໍ່ເນື່ອງ ດ້ວຍວິທີການທີ່ເໝາະສົມ ເປັນຕົ້ນ ນຳຄູຝຶກທີ່ມີຄວາມຊ່ຽວຊານມາ ຝຶກສອນ, ສົ່ງນັກກິລາທີ່ດີເດັ່ນໄປ ຝຶກຊ້ອມຢູ່ຕ່າງປະເທດ ເປັນໄລຍະ ຍາວ, ທັງເບິ່ງແຍງຄຸນນະພາບຊີວິດ ຂອງເຂົາເຈົ້າໃຫ້ສົມກັບບຸກຄະລາ ກອນກິລາທີມຊາດ; ບັນດາສະຖາ ບັນການສຶກສາ ທັງພາກລັດ ແລະ ເອກະຊົນຕ້ອງໄດ້ຍົກສູງຄຸນນະພາບ ດ້ານວິຊາພາລະສຶກສາ ແລະ ກິລາ ໃຫ້ສອດຄ່ອງກັບ 5 ຫລັກມູນຂອງ ການສຶກສາຢ່າງແທ້ຈິງ; ຄະນະນຳ, ຄູຝຶກ ແລະ ນັກກິລາ ຕ້ອງໄດ້ປູກ ຈິດສຳນຶກ “ຈິດໃຈຊາດ” ໃຫ້ພົ້ນ ເດັ່ນຂຶ້ນ ເພື່ອເປັນພື້ນຖານແຮງຈູງ ໃຈ ພ້ອມພຽງກັນຍາດເອົາໄຊຊະ ນະ ແລະ ນຳເອົາກຽດຊື່ສຽງມາ ໃຫ້ປະເທດຊາດ ໃນຄັ້ງຕໍ່ໄປ; ສຸມໃສ່ ພັດທະນາ ແລະ ນຳໃຊ້ຫລັກວິທະ ຍາສາດ ແລະ ເຕັກໂນໂລຊີການກິ ລາເຂົ້າໃນການກະກຽມ ແລະ ແຂ່ງ ຂັນໃຫ້ເປັນຮູບປະທຳ; ຮຽກຮ້ອງ ທຸກພາກສ່ວນ ຈົ່ງໄດ້ຊ່ວຍກັນຊຸກ ຍູ້, ສົ່ງເສີມ ແລະ ສະໜັບສະໜູນ ດ້ານເຫື່ອແຮງ ແລະ ວັດຖຸລວມເຖິງ ງົບປະມານຮັບໃຊ້ຕ່າງໆ ໃຫ້ແກ່ ການພັດທະນາກິລາ. ໃນຕອນທ້າຍ, ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ ຄະນະຮັບຜິດຊອບ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ບັນດາຄູຝຶກ ແລະ ນັກກິລາ ທີ່ສາ ມາດຍາດໄດ້ຜົນງານອັນພົ້ນເດັ່ນ, ສ້າງກຽດ ແລະ ຊື່ສຽງໃຫ້ປະເທດ ຊາດຊຶ່ງຜົນສຳເລັດດັ່ງກ່າວສະແດງ ເຖິງການນຳພາທີ່ຖືກຕ້ອງຂອງ ພັກ-ລັດ, ຄວາມສາມັກຄີເປັນປຶກ ແຜ່ນ, ຄວາມຕັດສິນໃຈສູງ, ຄວາມ ເສຍສະລະຂອງການຈັດຕັ້ງທັງພາກ ລັດ-ເອກະຊົນ ແລະ ປະຊາຊົນບັນ ດາເຜົ່າ ໂດຍໄດ້ສະເໜີໃຫ້ພ້ອມກັນ ສືບຕໍ່ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມດັ່ງກ່າວ ໃຫ້ຍືນຍົງຄຽງຄູ່ກັບຊາວລາວຕະ ຫລອດໄປ. ຂ່າວ: ກົມປະຊາສຳພັນ ຫສນຍ 260 ກວ່າໂຕນ; ນອກນັ້ນຍັງໄດ້ ຢຶດ, ອາຍັດ ແລະ ຮິບຊັບສິນປະເພດ ພາຫະນະ, ເນື້ອທີ່ດິນ, ເຮືອນພັກ ໄດ້ຈໍານວນຫລາຍພໍຄວນ. ນອກ ຈາກນີ້ ຍັງໄດ້ນໍາເອົາຜູ້ຖືກເຄາະ ຮ້າຍເສບຢາເສບຕິດ ເຂົ້າບໍາບັດປິ່ນ ປົວທັງໝົດ 10.900 ຄົນ/ຍິງ 361 ຄົນ; ໃນນັ້ນ, ມີຜູ້ທີ່ປິ່ນປົວດີແລ້ວ ກັບຄືນບ້ານ ທັງໝົດ 5.734 ຄົນ/ ຍິງ 209 ຄົນ, ສືບຕໍ່ປິ່ນປົວ 2.994 ຄົນ/ຍິງ104ຄົນ;(ຕົວເລກດັ່ງກ່າວ ຍັງບໍ່ທັນດັດຖານ, ເພາະໃນຕົວຈິງ ເປົ້າໝາຍຜູ້ເຄາະຮ້າຍຢູ່ແຕ່ລະທ້ອງ ຖິ່ນ ຍັງມີຫລາຍ). ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງ ປກສ ລາຍງານ ໃນກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ພະຈິກ 2023 ວ່າ: ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຕະ ຫລອດໄລຍະ 3 ປີ ຜ່ານມາ ມີທັງ ຜົນສໍາເລັດ ແລະ ບັນຫາທີ່ຄວນ ເອົາ ໃຈໃສ່ ເຊິ່ງ 6 ວຽກຈຸດສຸມທີ່ຈັດຕັ້ງ ປະຕິບັດຜ່ານມານັ້ນ ຄື: ສຸມໃສ່ສ້າງ ຄວາມຮັບຮູ້ໃນທົ່ວສັງຄົມດ້ວຍ ການສຶກສາອົບຮົມ, ໂຄສະນາເຜີຍ ແຜ່ລະບຽບກົດໝາຍ ແລະ ຜົນຮ້າຍ ຂອງຢາເສບຕິດ ແມ່ນໄດ້ຈັດຕັ້ງ ຢ່າງຕໍ່ເນື່ອງ ແລະ ດ້ວຍຮູບການທີ່ ເໝາະສົມ ແຕ່ສູນກາງລົງຮອດ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ; ການສ້າງ, ປັບປຸງກົດໝາຍ ແລະ ນິຕິ ກໍາໃຕ້ກົດໝາຍທີ່ກ່ຽວຂ້ອງກັບ ບັນຫາຢາເສບຕິດ ເຫັນວ່າມີບາດ ກ້າວຫັນປ່ຽນໃໝ່, ປັບປຸງກົງຈັກ ການຈັດຕັ້ງ ແລະ ຍົກລະດັບຄວາມ ສາມາດໃນການເຄື່ອນໄຫວເຮັດ ໜ້າທີ່ການເມືອງຂອງອົງການສືບ ສວນ-ສອບສວນ, ອົງການໄອຍະ ການປະຊາຊົນ, ອົງການສານປະ ຊາຊົນ, ອົງການປະຕິບັດຄຳຕັດສິນ ຂອງສານ ແລະ ພາກສ່ວນທີ່ກ່ຽວ ຂ້ອງຕໍ່ການແກ້ໄຂບັນຫາຢາເສບ ຕິດ; ວຽກງານຍົກສູງປະສິດທິພາບ ດ້ານການຄຸ້ມຄອງ, ຊີ້ນໍາໃນການ ຈັດຕັ້ງປະຕິບັດຮອບດ້ານໃນວຽກ ງານແກ້ໄຂບັນຫາຢາເສບຕິດໄປ ຕາມຄຳຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫລັກໂດຍ ສະເພາະຫລັກການຄວາມເປັນມື ອາຊີບ ເຫັນວ່າມີຜົນສຳເລັດເປັນ ຢ່າງດີ; ວຽກງານປັບປຸງຂີດຄວາມ ສາມາດການເຄື່ອນໄຫວເຮັດໜ້າທີ່ ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອນຳພາ-ຊີ້ນຳ ແກ້ໄຂບັນຫາຢາ ເສບຕິດ ທີ່ເກີດຂຶ້ນຢູ່ໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ; ວຽກ ງານເພີ່ມທະວີການຮ່ວມມືສາກົນ ໂດຍສຸມໃສ່ຮ່ວມມືສະກັດກັ້ນແລະ ຕ້ານຢາເສບຕິດຮ່ວມກັບບັນດາປະ ເທດເພື່ອນມິດຍຸດທະສາດ (ສສ ຫວຽດນາມ, ສປ ຈີນ), ບັນດາປະ ເທດໃນພາກພື້ນ ແລະ ອົງການຈັດ ຕັ້ງສາກົນ. ທ່ານ ພົອ ວິໄລ ຫລ້າຄຳຟອງ ຍັງໄດ້ສະເໜີໃຫ້ສືບຕໍ່ຂະຫຍາຍໄລ ຍະເວລາ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດໄປຈົນໝົດ ປີ 2025; ພ້ອມທັງສະເໜີເອົາ ບັນຫາການແກ້ໄຂຢາເສບຕິດ ເຂົ້າ ເປັນເງື່ອນໄຂມາດຖານດ້ານຄວາມ ຮັບຜິດຊອບໜ້າທີ່ການເມືອງ ແລະ ການສ້າງພະນັກງານສືບທອດໃນ ຕໍ່ໜ້າ ຂອງຄະນະພັກກະຊວງ, ອົງ ການ ແລະ ອົງການປົກຄອງຂັ້ນ ຕ່າງໆ; ປັບປຸງກົນໄກການປະສານ ງານ, ຄຸ້ມຄອງຕິດຕາມກວດກາ; ສະເໜີໃຫ້ບັນດາກະຊວງ, ອົງການ ຈັດຕັ້ງມະຫາຊົນ ແລະ ທ້ອງຖິ່ນ ທົ່ວປະເທດ ຖືວຽກງານໂຄສະນາ ຜົນຮ້າຍຄວາມເປັນອັນຕະລາຍ ຂອງຢາເສບຕິດ, ເຊື່ອມຊຶມກົດ ໝາຍ, ນິຕິກໍາທີ່ກ່ຽວຂ້ອງກັບຢາ ເສບຕິດເປັນວຽກບຸລິມະສິດທີ່ຕ້ອງ ໄດ້ເຮັດໃຫ້ກວ້າງຂວາງ, ຕໍ່ເນື່ອງ; ຊອກແຫລ່ງທຶນ ເພື່ອຮັບໃຊ້ໃຫ້ແກ່ ການສ້າງເປັນໂຄງການພັດທະນາ ຂະຫຍາຍເຂົ້າໄປບັນດາບ້ານທີ່ເຄີຍ ປູກຝິ່ນມາກ່ອນ; ສະເໜີສ້າງສູນຕົວ ແບບບຳບັດປິ່ນປົວຄົບວົງຈອນຂຶ້ນ ໂດຍໃຫ້ມີການຝຶກວິຊາຊີບແກ່ຜູ້ຕິດ ຢາເສບຕິດ ເພື່ອມີລາຍຮັບໃຫ້ເຂົາ ເຈົ້າ ເມື່ອປິ່ນປົວດີຄັກແນ່ແລ້ວ ຈຶ່ງ ໃຫ້ກັບຄືນສູ່ສັງຄົມ. ພາຍຫລັງທີ່ມີວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບ ຕິດເຫັນວ່າມີກໍາລັງແຮງເພີ່ມຂຶ້ນ, ຫລາຍພາກສ່ວນໃນສັງຄົມໄດ້ປະ ກອບສ່ວນທັງທາງກົງ ແລະ ທາງ ອ້ອມ ເພື່ອສະກັດກັ້ນ-ແກ້ໄຂບັນຫາ ຢາເສບຕິດເຊັ່ນ:ປະຊາຊົນສະໜອງ ຂໍ້ມູນທີ່ກ່ຽວຂ້ອງ, ສໍານັກງານ- ອົງການ ແລະ ອົງການປົກຄອງ ທ້ອງຖິ່ນຂັ້ນຕ່າງໆ ກໍໄດ້ສ້າງເງື່ອນ ໄຂໃນການຊ່ວຍເຫລືອດ້ານຕ່າງໆ, ບັນດາປະເທດເພື່ອນມິດ, ປະເທດ ໃກ້ຄຽງ, ອົງການຈັດຕັ້ງສາກົນ ກໍ ໃຫ້ການສະໜັບສະໜູນຊ່ວຍເຫລືອ ແລະ ຮ່ວມກັນແກ້ໄຂ. ຂ່າວ: ກິດຕາ, ພາບ: ອ່າຍຄຳ ຫົວໜ້າຫ້ອງການກະຊວງ, ຕາງໜ້າ ບັນດາກົມອ້ອມຂ້າງກະຊວງ, ລັດ ວິສາຫະກິດ, ຄະນະພະແນກ, ພ້ອມ ດ້ວຍພະນັກງານຂອງກົມຄຸ້ມຄອງ ຊັບສິນແຫ່ງລັດເຂົ້າຮ່ວມ. ໃນພິທີ, ທ່ານ ຫອມຮັກ ສຸນະວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະ ນັກງານກະຊວງການເງິນ, ໄດ້ຜ່ານ ພິທີຕ້ອນຮັບທ່ານຄູເຣລ ສຸກຄ໌ ໂອ ຄະນາ ປະທານາທິບໍດິ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ ແທນຂັ້ນສູງ ໄດ້ຈັດຂຶ້ນຢ່າງເປັນ ທາງການ ແລະ ສົມກຽດ, ໃນຕອນ ເຊົ້າຂອງວັນທີ 6 ພະຈິກ 2023, ທີ່ທໍານຽບປະທານປະເທດ, ໂດຍ ການໃຫ້ກຽດຕ້ອນຮັບຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສປປລາວພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ. ພາຍ ຫລັງສໍາເລັດພິທີຕ້ອນຮັບ, ສອງ ຝ່າຍ ໄດ້ສືບຕໍ່ເຂົ້າຮ່ວມກອງປະ ຊຸມພົບປະຢ່າງເປັນທາງການເຊິ່ງ ການພົບປະສອງຝ່າຍ ໃນຄັ້ງນີ້ໄດ້ ດໍາເນີນໄປດ້ວຍບັນຍາກາດແຫ່ງໄມ ຕີຈິດມິດຕະພາບ ແລະ ຄວາມເຂົ້າ ອົກເຂົ້າໃຈ ເຊິ່ງກັນ ແລະ ກັນ. ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມປິຕິຍິນດີ ແລະ ຄວາມຕ້ອນຮັບອັນອົບອຸ່ນ, ພ້ອມ ທັງໄດ້ຕີລາຄາສູງຕໍ່ການເດີນທາງ ມາຢ້ຽມຢາມລັດຖະກິດ ທີ່ ສປປ ລາວຂອງ ທ່ານປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ໃນຄັ້ງນີ້ ເຊິ່ງ ຖືເປັນຂີດໝາຍປະຫວັດສາດສໍາຄັນ ອີກບາດກ້າວໜຶ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະ ພາບແລະ ການຮ່ວມມືອັນດີງາມລະ ຫວ່າງ ສອງປະເທດ ກໍຄືປະຊາຊົນ ສອງຊາດ ໃຫ້ສະໜິດແໜ້ນຍິ່ງໆຂຶ້ນ ໂດຍສະເພາະການຮັກສາບັນຍາ ກາດການແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ແລະ ສົ່ງເສີມ ການຮ່ວມມືໃນຂົງເຂດອື່ນໆ. ໃນການພົບປະຄັ້ງນີ້, ຜູ້ນໍາສອງ ປະເທດ ລາວ-ມົງໂກລີ ໄດ້ແຈ້ງໃຫ້ ກັນຊາບໂດຍຫຍໍ້ກ່ຽວກັບສະພາບ ການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດຂອງຕົນ, ພ້ອມທັງ ທົບທວນຄືນການພົວພັນຮ່ວມມືໃນ ໄລຍະຜ່ານມາ ເຊິ່ງສອງຝ່າຍໄດ້ເຫັນ ດີເປັນເອກະພາບຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການ ຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ຕະລອດ ໄລຍະ 6 ທົດສະວັດ ນັບຕັ້ງແຕ່ໄດ້ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກັນຍາ 1962 ເປັນ ຕົ້ນມາ, ເຫັນວ່າການພົວພັນຮ່ວມມື ຂອງສອງປະເທດ ໄດ້ຮັບການເສີມ ຂະຫຍາຍຢ່າງຕໍ່ເນື່ອງ ແລະ ເຂົ້າ ສູ່ລວງເລິກເປັນກ້າວໆມາ, ໂດຍ ສະເພາະການແລກປ່ຽນການຢ້ຽມ ຢາມ ເຊິ່ງກັນ ແລະ ກັນ ຂອງຄະນະ ນະຜູ້ແທນຂັ້ນສູງ, ການສະໜັບສະ ໜູນ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍ ຄືໃນກຸ່ມປະເທດກໍາລັງພັດທະນາທີ່ ບໍ່ມີຊາຍແດນຕິດກັບທະເລ. ພິເສດ ໃນປີ 2022 ຜ່ານມາ ສອງປະເທດ ລາວ-ມົງໂກລີ ໄດ້ສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນການ ທູດ ຄົບຮອບ 60 ປີ ເຊິ່ງສອງປະ ເທດໄດ້ຮ່ວມກັນຈັດຕັ້ງປະຕິບັດກິດ ຈະ ກໍາ ຕ່າງໆຢ່າງມີບັນຍາກາດຄຶກ ຄື້ນ ແລະ ມີຜົນສໍາເລັດ. ພ້ອມກັນ ນັ້ນ, ສອງຝ່າຍກໍໄດ້ປຶກສາຫາລືເພື່ອ ເສີມຂະຫຍາຍການພົວພັນຮ່ວມ ມືໃນຕໍ່ໜ້າ ເປັນຕົ້ນການພົວພັນຮ່ວມ ມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ,ສາທາ ລະນະສຸກ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ ແລະ ດ້ານອື່ນໆ, ລວມ ເຖິງເຫັນດີສືບຕໍ່ໃຫ້ການຮ່ວມມືແລະ ສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ທ່ານປະທານ ປະ ເທດ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຂອບໃຈຝ່າຍມົງໂກລີ ຕໍ່ການ ຊ່ວຍເຫລືອ ແລະ ໜັບສະໜັບສະໜູນ ສປປລາວໃນໄລຍະຜ່ານມາ,ອັນພົ້ນ ເດັ່ນແມ່ນຂະແໜງສາທາລະນະສຸກ ໃນການປັບປຸງໂຮງໝໍມິດຕະພາບ ລາວ-ມົງໂກລີທີ່ແຂວງຊຽງຂວາງ ແລະ ການສົ່ງຊ່ຽວຊານແພດໝໍຈາກ ມົງໂກລີ ມາປະຈໍາຢູ່ໂຮງໝໍດັ່ງກ່າວ ລວມທັງການມອບແກະ ຈໍານວນ 1.050 ໂຕ ໃຫ້ແກ່ລັດຖະບານ ສປປ ລາວ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ ແຈ້ງວ່າ ໃນປີ 2024 ນີ້ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ເພື່ອຕ້ອນ ຮັບນັກທ່ອງທ່ຽວ ຈາກທົ່ວທຸກມູມ ໂລກລວມທັງມົງໂກລີ, ໄປພ້ອມໆ ກັບການເປັນປະທານອາຊຽນ. ນອກ ນີ້, ກໍໄດ້ເຊື້ອເຊີນນັກລົງທຶນ ຈາກ ມົງໂກລີ ຜູ້ທີ່ມີຄວາມສົນໃຈເຂົ້າມາ ລົງທຶນໃນຂະແໜງການຕ່າງໆ ທີ່ ສປປ ລາວ ມີທ່າແຮງ ໂດຍສະເພາະ ຂະແໜງລ້ຽງສັດ, ກະສິກໍາ ແລະ ຂະແໜງອື່ນໆ, ໂດຍອີງໃສ່ທ່າແຮງ ດ້ານການຂົນສົ່ງ ແລະ ເຊື່ອມຈອດ ຜ່ານເສັ້ນທາງລົດໄຟ ລາວ-ຈີນ ເຊື່ອມຕໍ່ໄປເຖິງມົງໂກລີ ເຊິ່ງຈະເຮັດ ໃຫ້ການໄປມາຫາສູ່ກັນ ແລະ ການ ແລກປ່ຽນສິນຄ້າຕ່າງໆ ມີຄວາມ ສະດວກຂຶ້ນ. ໃນຂະນະດຽວກັນ, ທ່ານປະ ທານາທິບໍດີ ມົງໂກລີ ກໍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມ ທັງສະແດງຄວາມຂອບໃຈມາຍັງ ລັດຖະບານ ສປປ ລາວ ໃນການສະ ໜັບສະໜູນ ມົງໂກລີ ໃນເວທີພາກ ພື້ນ ແລະ ສາກົນ ຕະຫລອດມາ ເເລະ ຕີລາຄາຕໍ່ໝາກຜົນຂອງການພົວ ພັນຮ່ວມມືຕະຫລອດໄລຍະເວລາ 6 ທົດສະວັດ ທີ່ຜ່ານມາ. ພ້ອມນີ້, ກໍ ໄດ້ສະແດງຄວາມຢືນຢັນ ໃນການ ສືບຕໍ່ສົ່ງເສີມການພົວພັນຮ່ວມມື ທີ່ມີມູນເຊື້ອອັນດີມາແຕ່ດົນນານ ລະຫວ່າງ ສອງປະເທດ ມົງໂກລີ ແລະ ສປປ ລາວ ໃຫ້ໄດ້ຮັບການພັດ ທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ. ໃນໂອກາດດຽວກັນນີ້, ທ່ານປະທານາທິບໍດີ ມົງໂກລີ ກໍ ໄດ້ເຊື້ອເຊີນທ່ານປະທານປະເທດ ລາວ ໄປຢ້ຽມຢາມລັດຖະກິດທີ່ ມົງ ໂກລີ ໃນເວລາອັນ ເໝາະສົມ ເຊິ່ງ ທ່ານ ປະທານປະເທດລາວ ກໍໄດ້ຍິນ ດີຕອບຮັບ ແລະ ຈະຈັດສັນຫາວັນ ເວລາເໝາະສົມຕາມຄວາມສະດວກ ຂອງທັງສອງຝ່າຍ. ພາຍຫລັງສໍາເລັດການພົບປະ, ທ່ານ ປະເທດປະເທດ ທອງລຸນ ສີສຸລິດ ແລະ ທ່ານ ປະທານາທິບໍດີ ຄູເຣລສຸກຄ໌ ໂອຄະນາ ກໍໄດ້ສືບຕໍ່ເຂົ້າ ຮ່ວມເປັນສັກຂີພິຍານ ໃນພິທີລົງ ນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ ເເນໃສ່ອໍານວຍ ຄວາມສະດວກ ເເລະ ເປັນນິຕິກໍາ, ເປັນບ່ອນອີງພື້ນຖານໃນການຊຸກ ຍູ້ສົ່ງເສີມການພົວພັນດ້ານເສດ ຖະກິດ, ການຄ້າ, ການລົງທຶນ ເເລະ ການທ່ອງທ່ຽວຮ່ວມກັນ ກໍຄື ຊຸກ ຍູ້ການໄປມາຫາສູ່ກັນຂອງປະຊາ ຊົນສອງປະເທດໃນຕໍ່ໜ້າ. ໃນວັນດຽວກັນ, ທ່ານ ຄູເຣລ ສຸກຄ໌ ໂອຄະນາ ປະທານາທິບໍດິ ມົງໂກລີ ແລະ ຄະນະ ກໍ່ໄດ້ໄປວາງ ພວງມາລາ ຢູ່ ອານຸສາວະລີນັກຮົບ ນິລະນາມ ເພື່ອສະແດງຄວາມເຄົາ ລົບ ແລະ ລະນຶກເຖິງອ້າຍນ້ອງທະ ຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫລະ ເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ. ພ້ອມທັງຢ້ຽມຢາມພົບປະກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານ ສະພາເເຫ່ງຊາດ ແລະໄດ້ໄປຢ້ຽມ ຊົມພະທາດຫລວງ; ເຂົ້າຮ່ວມພິທີ ປະດັບຫລຽນໄຊ ແລະ ຫລຽນກາ ແຫ່ງລັດ ມົງໂກລີ ໃຫ້ແກ່ພົນລະ ເມືອງມົງໂກລີ ແລະ ພົນລະເມືອງ ລາວ ທີ່ມີຜົນງານດີເດັ່ນໃນການສົ່ງ ເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງມົງໂກລີແລະ ສປປ ລາວ ແລະ ເຂົ້າຮ່ວມງານລ້ຽງ ຕ້ອນຮັບ ຈັດໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພັນລະຍາ. ນັ້ນ ໃຫ້ປະກົດຜົນເປັນຈິງຍິ່ງຂຶ້ນ, ຊຸກຍູ້ການພົບປະແລກປ່ຽນ ແລະ ການໄປມາຫາສູ່ກັນລະຫວ່າງຂັ້ນ ການນຳປະເທດ ແລະ ປະຊາຊົນ ຂໍ້ຕົກລົງ ສະບັບເລກທີ 2650/ກງ, ລົງວັນທີ31 ສິງຫາ 2023 ວ່າດ້ວຍ ການແຕ່ງຕັ້ງ ຮອງຫົວໜ້າກົມຄຸ້ມ ຄອງຊັບສິນແຫ່ງລັດ,ເຊິ່ງລັດຖະ ມົນຕີກະຊວງການເງິນຕົກລົງແຕ່ງ ຕັ້ງ: ທ່ານ ຍົມມະລາ ວໍລະຈິດ ຫົວ ໜ້າສ່ວຍສາອາກອນ ປະຈຳແຂວງ ອຸດົມໄຊ ເປັນຮອງຫົວໜ້າກົມຄຸ້ມ ຄອງຊັບສິນແຫ່ງລັດກະຊວງການ ເງິນ, ໂດຍໃຫ້ປະຕິບັດເງິນອຸດໜູນ ຕໍາແໜ່ງບໍລິຫານປະເພດ 3 ຕາມ ດຳລັດຂອງນາຍົກລັດຖະມົນຕີສະ ບັບເລກທີ 203/ລບ, ລົງວັນທີ 4 ກໍລະກົດ 2017 ນັບແຕ່ງວດ IV ປີ 2023 ເປັນຕົ້ນໄປ. ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະ ຊວງການເງິນ, ໄດ້ໃຫ້ກຽດໂອ້ລົມ ໂດຍເນັ້ນໃຫ້ສືບຕໍ່ການຈັດປະຕິບັດ ວຽກງານ, ສູ້ຊົນສືບຕໍ່ປັບປຸງວຽກ ງານໃຫ້ດີຂຶ້ນຕື່ມ ໂດຍສະເພາະ ວຽກງານຄຸ້ມຄອງຊັບສິນແຫ່ງລັດ, ໃຫ້ເອົາໃຈໃສ່ປັບປຸງໃຫ້ວຽກງານ ໃຫ້ມີລັກສະນະຫັນປ່ຽນຢ່າງຕັ້ງ ໜ້າ. ພ້ອມນີ້, ທ່ານໄດ້ຮຽກຮ້ອງສຳ ລັບຜູ້ທີ່ໄດ້ຮັບການແຕ່ງຕັ້ງຈົ່ງຕັ້ງ ໜ້າເສີມຂະຫຍາຍມູນເຊື້ອສາມັກ ຄີເປັນປຶກແຜ່ນ, ມູນເຊື້ອດຸໝັ່ນ ຂະ ຫຍັນ ໃນການປະຕິບັດໜ້າທີ່ວຽກ ງານທີ່ຖືກມອບໝາຍໃຫ້ມີຜົນສໍາ ເລັດໃໝ່ ໃຫຍ່ກວ່າເກົ່າ ເພື່ອຝຶກຝົນ ຫລໍ່ຫລອມກໍ່ສ້າງຕົນເອງໃຫ້ກ້າວ ຂຶ້ນເລື້ອຍໆ. ຂ່າວ-ພາບ: ກະຊວງການເງິນ ດ້ວຍກັນ, ຍາດແຍ່ງເອົາການຮ່ວມມື ແລະການສະໜັບສະໜູນຊ່ວຍເຫລືອ ດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ ໂຄສະນາຂົນຂວາຍບັນດານັກລົງ ທຶນ, ນັກທຸລະກິດ ແລະ ນັກທ່ອງ ທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫລາຍຂຶ້ນ ໂດຍສະເພາະໃນປີ 2024 ນີ້, ສປປ ລາວ ຈະເປັນປະ ທານອາຊຽນ ແລະ ກໍຖືເປັນປີທ່ອງ ທ່ຽວລາວ. ທັງນີ້, ກໍເພື່ອນຳເອົາຜົນ ປະໂຫຍດສູງສຸດມາສູ່ປະຊາຊົນ ລາວບັນດາເຜົ່າ, ປະກອບສ່ວນຢ່າງ ຕັ້ງໜ້າເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງສປປລາວກໍຄື ເພື່ອລຶບລ້າງຄວາມທຸກຍາກໃຫ້ແກ່ ປະຊາຊົນລາວ ແລະ ໃຫ້ສາມາດນຳ ພາປະເທດຊາດອອກຈາກສະຖານະ ພາບດ້ອຍພັດທະນາໃນປີ 2026 ຕາມເປົ້າໝາຍທີ່ວາງໄວ້. ຂ່າວ-ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==