]k;{l gdq ks]u Ia fc|h odkorq ;ra o Ij ;,,n fh koly ]txtdkoltcf' gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 07/11/2023 xtgmf]k; 4 3]d c]t gsfdko ຂປລ. ພິທີເຊັນບົດບັນທຶກຄວາມ ເຂົ້າໃຈວ່າດ້ວຍການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳລະ ຫວ່າງ ວິທະຍາໄລສິລະປະ ແຫ່ງ ຊາດ ກະຊວງຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ແລະ ສະມາຄົມ ແລກປ່ຽນດ້ານວັດທະນະທຳອາຊີ ແຫ່ງ ສ ເກົາຫລີ ຈັດຂຶ້ນໃນວັນທີ 3 ພະຈິກ 2023 ໂດຍການຮ່ວມລົງ ນາມ ລະຫວ່າງ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າອຳນວຍການ ວິທະຍາໄລສິລະປະແຫ່ງຊາດ ແລະ ທ່ານ ນາງ ໂກ ໂດ-ອຶນ ປະທານສະ ມາຄົມແລກປ່ຽນດ້ານວັດທະນະທຳ ອາຊີພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ການຮ່ວມມືໃນຄັ້ງນີ້, ແນໃສ່ ເພີ່ມທະວີສາຍພົວພັນຮ່ວມມືໃນ ຂົງເຂດວັດທະນະທຳ ກໍຄື ການຮັດ ແໜ້ນສາຍພົວພັນມິດຕະພາບຂອງ ສອງປະເທດ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ໃນວຽກງານສິລະ ປະການສະແດງຂອງສອງປະເທດ ເຊິ່ງຝ່າຍເກົາຫລີ ຈະຊ່ວຍເຫລືອໃນ ການສ້າງຕັ້ງ “ວົງດົນຕີ ອໍເດສຕຣາ ຊາວໜຸ່ມລາວ” ພ້ອມທັງ, ຈະສະ ຫ້ອງການ ຖວທ ... ແລກປ່ຽນບົດຮຽນ... ສະຫລອງວັນສ້າງຕັ້ງ... ສະພາແຫ່ງຊາດ ປະເມີນ... ຂປລ. ພິທີພົບປະ ແລະ ເຊັນບົດ ບັນທຶກແລກປ່ຽນບົດຮຽນລະຫວ່າງ ຫ້ອງການກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຫ່ງ ສປປ ລາວ ແລະ ຫ້ອງການກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ໄລຍະ 2023-2027 ຈັດຂຶ້ນໃນວັນທີ 6 ພະຈິກ 2023 ທີ່ ກະຊວງ ຖວທ ໂດຍການຮ່ວມລົງ ນາມລະຫວ່າງທ່ານບຸນເພັງສຸພາບ ຮອງຫົວໜ້າ ຫ້ອງການກະຊວງ ຖວທ ແລະ ທ່ານ ຫງວຽນ ຫິ້ວ ຫງັອກ ຮອງຫົວໜ້າຫ້ອງການກະ ຊວງວັດທະນະທຳ, ກິລາ ແລະທ່ອງ ທ່ຽວ ສສ ຫວຽດນາມ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ການພົບປະແລກປ່ຽນຄັ້ງນີ້, ທັງ 2 ຝ່າຍ ໄດ້ຜັນຂະຫຍາຍຕາມແຜນ ການຮ່ວມມືໃນຂະແໜງວັດທະນະ ໃສ່ກົດໝາຍດັ່ງກ່າວ ເຊິ່ງໄດ້ລົງ ເລິກເຖິງຜົນສຳເລັດແລະຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດກົດໝາຍ ທັງສອງສະບັບ ເພື່ອນຳໄປປັບປຸງ ແກ້ໄຂໃນຕໍ່ໜ້າ. ທ່ານ ພົນໂທ ທອງລອຍ ສິລິວົງ ໄດ້ກ່າວວ່າ: ກົດໝາຍວ່າດ້ວຍການ ປ້ອງກັນຊາດ ເປັນເຄື່ອງມືອັນສໍາ ຄັນໃນການຄຸ້ມຄອງ, ການເຄື່ອນ ໄຫວ, ຕິດຕາມກວດກາວຽກງານ ປ້ອງກັນຊາດ ເຮັດໃຫ້ວຽກງານ ດັ່ງກ່າວ, ເປັນຄວາມຮັບຜິດຊອບ ຂອງທົ່ວປວງຊົນລາວ ແນໃສ່ຮັບ ປະກັນໃຫ້ປະເທດຊາດ ມີສະຖຽນ ລະພາບທາງດ້ານການເມືອງຢ່າງ ໜັກແໜ້ນ, ມີຄວາມໝັ້ນຄົງສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນ ເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ທັງເປັນບ່ອນອີງ ພື້ນຖານໃຫ້ແກ່ການຊີ້ນໍາ-ບັນຊາ, ການປະຕິບັດໜ້າທີ່ຂອງກໍາລັງ ປ້ອງກັນຊາດ ເຮັດໃຫ້ວຽກງານ ປ້ອງກັນຊາດ ເປັນຄວາມຮັບຜິດ ຊອບຂອງທົ່ວປວງຊົນລາວ ແລະ ການເຄືຶ່ອນໄຫວເຮັດໜ້າທີ່ວຽກ ງານປ້ອງກັນຊາດ ທົ່ວປວງຊົນ ຮອບດ້ານໂດຍແມ່ນກໍາລັງປະກອບ ອາວຸດ ປະຊາຊົນເປັນຫລັກແຫລ່ງ. ສຳລັບກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ ເປັນບ່ອນອີງສໍາຄັນໃຫ້ແກ່ກະຊວງ ປ້ອງກັນປະເທດໃນການຄຸ້ມຄອງ ແລະ ກວດກາການເຄື່ອນໄຫວວຽກ ງານຂອງນາຍທະຫານ ໂດຍກົງ ຢ່າງຮອບດ້ານ ແລະ ໄດ້ເຮັດໃຫ້ ນາຍທະຫານ ມີຄວາມໜັກແໜ້ນ ທາງດ້ານການເມືອງແນວຄິດ, ເຂັ້ມ ແຂງທາງດ້ານການຈັດຕັ້ງ, ມີລະ ບຽບວິໄນເຂັ້ມງວດ, ມີແບບແຜນ ທັນສະໄໝ, ເຮັດສໍາເລັດໜ້າທີ່ອັນ ມີກຽດ ເຮັດໃຫ້ກອງທັບປະຊາຊົນ ລາວ ມີຄວາມເຂັ້ມແຂງ ແລະ ເຕີບ ໃຫ່ຍຂະຫຍາຍຕົວເປັນກ້າວໆມາ; ນອກຈາກນີ້ຍັງໄດ້ແບ່ງຂັ້ນຄຸ້ມ ຄອງ, ແບ່ງຄວາມຮັບຜິດຊອບແລະ ປະສານສົມທົບແໜ້ນແຟ້ນກົມກຽວ ລະຫວ່າງ ກໍາລັງຫລວງ ແລະ ກໍາ ສະວິດ ຈັດຂຶ້ນໃນວັນທີ 2 ພະຈິກ 2023 ຢູ່ຫໍວັດທະນະທຳ ແຫ່ງຊາດ ນະຄອນຫລວງວຽງຈັນ ໃຫ້ກຽດ ເຂົ້າຮ່ວມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ທ່ານ ເປໂດຣ ຊະວາເລັນ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສະມາພັນທະ ລັດ ສະວິດ ປະຈໍາ ສປປລາວ, ມີບັນ ດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ,ບັນດາ ທູຕານຸທູດ ປະຈໍາ ສປປ ລາວ, ບັນ ດາອົງການຈັດຕັ້ງສາກົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານຮອງນາ ຍົກ ສະເຫລີມໄຊ ກົມມະສິດ ແລະ ທ່ານ ທູດ ເປໂດຣ ຊະວາເລັນ ໄດ້ ຂຶ້ນກ່າວຄຳເຫັນສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດ ຂອງການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດ ໂດຍການເປັນປະທານຂອງ ທ່ານ ສົມບູນ ສີຫານາດ ຫົວໜ້າກົມ ເສດຖະກິດ, ກະຊວງການຕ່າງປະ ເທດ, ມີຜູ້ຕາງໜ້າຈາກບັນດາກະ ຊວງ, ຂະແໜງການພາຍໃນ ແລະ ຈາກບັນດາປະເທດສະມາຊິກແມ່ *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ທຳ, ສິລະປະ ແລະ ທ່ອງທ່ຽວ ລະ ຫວ່າງ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ ແລະ ກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ໄລຍະ 2021-2025 ໂດຍປະ ຕິບັດແຜນແລກປ່ຽນ ແລະ ການ ຮ່ວມມືສອງຝ່າຍຕົກລົງເປັນເອກະ ພາບກັນສ້າງບົດບັນທຶກການຮ່ວມ ມືແລກປ່ຽນບົດຮຽນໄລຍະ 2023- 2027 ໂດຍສອງຝ່າຍຈະສົ່ງເສີມ ແລະ ຊຸກຍູ້ສາຍພົວພັນຮ່ວມມືລະ ຫວ່າງຫ້ອງການຂອງສອງກະຊວງ ບົນພື້ນຖານຫລັກການມີຄວາມສະ ເໝີພາບຕ່າງຝ່າຍຕ່າງມີຜົນປະ ໂຫຍດ ແລະ ສອດຄ່ອງກັບບົດບາດ ແລະ ພາລະໜ້າທີ່ຂອງແຕ່ລະຝ່າຍ; ເຄົາລົບອະທິປະໄຕ ແລະ ລະບຽບ ກົດໝາຍ ຂອງລາວ ແລະ ຫວຽດ ນາມ ແລະ ສັນຍາສາກົນຕ່າງໆທີ່ແຕ່ ລະປະເທດເປັນພາຄີ. ພ້ອມນີ້, ສອງ ຝ່າຍເພີ່ມທະວີການນຳໃຊ້ລະບົບ ໂດຍມີໃນການແລກປ່ຽນຂໍ້ມູນຂ່າວ ສານເຊິ່ງກັນແລະກັນຢ່າງເປັນທາງ ການ; ສອງຝ່າຍຕົກລົງເປັນເອກະ ພາບກັນ ສົ່ງເສີມສາຍພົວພັນຮ່ວມ ມື, ແລກປ່ຽນບົດຮຽນ ແລະ ປະສົບ ການເຊິ່ງກັນ ແລະ ກັນ. ຫ້ອງການກະຊວງທັງສອງ ຝ່າຍຈະແລກປ່ຽນຄະນະຜູ້ແທນປະ ກອບດ້ວຍ 5-7ທ່ານໃນເວລາ 7ວັນ ໂດຍຜັນປ່ຽນສະຖານທີ່ເຮັດວຽກ ຢູ່ແຕ່ລະປະເທດເປັນປະຈຳປີ, ທັງ ສອງຝ່າຍ ຈະອຳນວຍຄວາມສະ ດວກໃນການປະສານສົບທົບຜັນ ປ່ຽນກັນຈັດກອງປະຊຸມປຶກສາຫາ ລືແລກປ່ຽນບົດຮຽນເປັນປະຈຳປີ ເຊິ່ງໄລຍະ 2023-2027 ທັງສອງ ຝ່າຍ ຈະຊຸກຍູ້ການແລກປ່ຽນບົດ ຮຽນຕາມຫົວຂໍ້ “ຍົກສູງປະສິດ ທິພາກຂອງວຽກງານບໍລິຫານຫ້ອງ ການດ້ວຍລະບົບຖານຂໍ້ມູນອີເລັກ ໂຕຣນິກ” ແລະ “ ປັບປຸງວຽກງານ ຫ້ອງການດ້ານບໍລິຫານ, ການເງິນ ແລະ ເພີ່ມລາຍຮັບງົບປະມານໃຫ້ ເປັນລະບົບຄົບຊຸດ”. ຂ່າວ-ພາບ:ວຽງສະຫວັນ ການລົງນາມຮ່ວມກັນ ໃນບົດບັນ ທຶກຄວາມເຂົ້າໃຈ ລະຫວ່າງ ກະ ຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກັບອົງການ Helvitas ໂຄງການ ໃຫ້ບໍລິການ ຂໍ້ມູນຂ່າວສານສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມ ຊົນ ທີ່ມີຄວາມບອບບາງ ໃນ ສປປ ລາວ ແລະ ຈະໄດ້ຮ່ວມກັນລົງນາມ ໃນສັນຍາ ລະຫວ່າງ ກະຊວງກະ ສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ຫ້ອງການຮ່ວມມື ເພື່ອການ ພັດທະນາ ແລະ ກົງສຸນ ສະວິດ ປະ ຈຳລາວ ເພື່ອຈັດຕັ້ງປະຕິບັດໂຄງ ການຄຸ້ມຄອງ ແລະ ການລົງທຶນ ແບບຍືນຍົງໃນການດຳລົງຊີວິດຕໍ່ ການປ່ຽນແປງຂອງດິນຟ້າອາ ກາດ Susta i nab l e Land Management and Investments for Climate-Resilient Live hoods), ຈັດຕັ້ງປະຕິບັດ ໂດຍສູນພັດທະນາ ແລະ ສິ່ງແວດ ລ້ອມ (CDE). ລັງທ້ອງຖິ່ນ; ໄດ້ກໍານົດການນໍາພາ, ບັນຊາ ແລະ ການກໍ່ສ້າງນາຍທະ ຫານ, ລະບົບຂັ້ນ, ຊັ້ນ, ການປະຕິ ບັດນະໂຍບາຍ, ມາດຕະການ, ອົງ ການຄຸ້ມຄອງ ແລະ ອົງການກວດ ການາຍທະຫານກອງທັບປະຊາ ຊົນລາວ. ເຖິງຢ່າງໃດກໍຕາມການຈັດຕັ້ງ ປະຕິບັດກົດໝາຍ ໃນຂົງເຂດປ້ອງ ກັນຊາດ ທັງ 2 ສະບັບ ໄລຍະຜ່ານ ມາຍັງພົບຄວາມຫຍຸ້ງຍາກບາງ ດ້ານ ເປັນຕົ້ນ: ການຮັບປະກັນການ ເຄື່ອນໄຫວຂອງກໍາລັງປະກອບອາ ວຸດເຫັນວ່າ ຂອດການຈັດຕັ້ງປະຕິ ບັດຍັງບໍ່ສາມາດຕອບສະໜອງ ໄດ້ເທົ່າທີ່ຄວນ ໂດຍສະເພາະແມ່ນ ການປະກອບອາວຸດຍຸດໂທປະກອນ ແລະ ພາຫະນະເຕັກນິກທີ່ທັນສະ ໄໝ; ການສຶກສາອົບຮົມວຽກງານ ປ້ອງກັນຊາດ ເຫັນວ່າໄລຍະຜ່ານ ມາ ຍັງບໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງທົ່ວເຖິງ ຍ້ອນວ່າກົນໄກການ ປະສານສົມທົບ ລະຫວ່າງພາກ ສ່ວນທີ່ກ່ຽວຂ້ອງຍັງເຮັດບໍ່ທັນໄດ້ ດີເທົ່າທີ່ຄວນ, ການລົງໂຄສະນາ ເຜີຍແຜ່ວຽກງານດັ່ງກ່າວ, ຍັງບໍ່ ທັນກ້ວາງຂວາງ, ເລິກເຊິ່ງລົງສູ່ ຮາກຖານປະຊາຊົນ, ກົນໄກໃນ ການຈັດຕັ້ງປະຕິບັດການສຶກສາອົບ ຮົມວຽກງານປ້ອງກັນຊາດ ຍັງບໍ່ ດີເທົ່າທີ່ຄວນ, ພາກສ່ວນຮັບຜິດ ຊອບຍັງຖືເບົາຕໍ່ການສຶກສາອົບ ຮົບວຽກງານປ້ອງກັນຊາດ ໃຫ້ແກ່ ນັກຮຽນ-ນັກສຶກສາແລະການສ້າງ ສະຕິປ້ອງກັນຊາດທົ່ວປວງຊົນ ຍັງບໍ່ທັນແຂງແຮງເທົ່າທີ່ຄວນ; ນອກຈາກນີ້, ການປະຕິບັດຫລັກ ການພື້ນຖານໃນການຄຸ້ມຄອງນາຍ ທະຫານ, ການປະຕິບັດນະໂຍບາຍ ຕໍ່ນາຍທະຫານກ່ຽວກັບອາຍຸກະ ສຽນປະດັບຊັ້ນ,ເລື່ອນຊັ້ນ, ປະດັບ ທຽບຊັ້ນໃຫ້ນາຍທະຫານແຕ່ລະຂັ້ນ ເຫັນວ່າຍັງມີຄວາມຫຍຸ້ງຍາກ ແລະ ບໍ່ທັນໄດ້ດີເທົ່າທີ່ຄວນ; ການປະ ດັບຊັ້ນ ແລະ ປະດັບທຽບຊັ້ນເປັນ ນາຍທະຫານ ຕາມວຸດທິການສຶກ ສາຍັງບໍ່ທັນສອດຄ່ອງ ແລະ ເໝາະ ສົມກັບສະພາບຕົວຈິງເທົ່າທີ່ຄວນ; ການຍົກຂັ້ນເງິນເດືອນ ໃຫ້ນາຍທະ ຫານທີ່ບໍ່ມີເງື່ອນໄຂເລື່ອນຊັ້ນແຕ່ ລະຊັ້ນຕາມກົດໝາຍກໍານົດເຫັນວ່າ ໃຊ້ເວລາດົນ. ຂ່າວ: ກິດຕາ, ພາບ: ຂັນໄຊ ໜອງການຄູຝຶກ, ອຸປະກອນ, ເຄື່ອງ ດົນຕີແລະຜູ້ຊ່ຽວຊານການສະແດງ. ນອກຈາກນັ້ນ, ທັງສອງຝ່າຍຈະ ໄດ້ຮ່ວມກັນບັນທຶກພາບ ແລະຜະ ລິດລາຍການວົງດົນຕີອໍເຄສຕຣາ ຊາວໜຸ່ມລາວ ອອກອາກາດຢູ່ຊ່ອງ ໂທລະພາບຂອງສອງປະເທດ. ທ່ານ ນາງ ໂກ ໂດ-ອຶນ ໄດ້ກ່າວ ວ່າ: ການຮ່ວມມືໃນຄັ້ງນີ້, ເປັນບາດ ກ້າວທຳອິດ ແລະ ມີຄວາມສໍາຄັນ ຫລາຍ ຂອງການຮວ່ມມືໃນຂົງເຂດ ວຽກງານສິລະປະດົນຕີ ພາຍຫລັງ ລົງນາມສອງຝ່າຍຈະໄດ້ປຶກສາຫາ ລືແຜນກໍານົດວຽກຢ່າງລະອຽດ ເພື່ອເຮັດໃຫ້ແຜນການຮວ່ມມືມີຜົນ ສໍາເລັດ. ສໍາລັບງົບປະມານການ ຈັດຕັ້ງປະຕິບັດໂຄງການຝ່າຍສ ເກົາ ຫລີ ຈະຮັບຜິດຊອບ, ສ່ວນຝ່າຍລາວ ຮັບຜິດຊອບໃນການກະກຽມເອກະ ສານ, ອໍານວຍຄວາມສະດວກ, ຂໍ ອະນຸມັດວິຊາໃຫ້ຊ່ຽວຊານ ແລະ ວິ ຊາການຝ່າຍເກົາຫລີ ທີ່ເຂົ້າມາຕິດ ຕັ້ງອຸປະກອນຢູ່ ສປປ ລາວ. ສະວິດ ຕະຫລອດໄລຍະ 60 ປີ (4 ກັນຍາ 1963-2023) ເຊິ່ງການ ພົວພັນຮ່ວມມືສອງຝ່າຍ ແມ່ນ ສືບ ຕໍ່ໄດ້ຮັບການເສີມຂະຫຍາຍຕົວ ຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດອັນ ດີບົນພື້ນຖານຄວາມໄວ້ເນື້ອເຊື່ອ ໃຈ, ເຄົາລົບນັບຖື ແລະ ເພື່ອຜົນປະ ໂຫຍດລວມຂອງປະຊາຊົນສອງປະ ເທດ, ບັນດາຄະນະຜູ້ແທນຂັ້ນສູງ ລາວ-ສະວິດ ໄດ້ມີການແລກປ່ຽນ ການພົບປະຢ້ຽມຢາມຢ່າງເປັນປົກ ກະຕິ ນັບແຕ່ຊຸມປີ 2000 ເປັນ ຕົ້ນ ມາ, ໄດ້ມີກົນໄກຈັດຕັ້ງປະຕິບັດ ກອງປະຊຸມປຶກສາຫາລືທາງດ້ານ ການເມືອງ ລະຫວ່າງ ລາວ ແລະ ສະວິດ ໂດຍໄດ້ມີການຜັດປ່ຽນກັນ ໃນການເປັນເຈົ້າພາບ, ໄດ້ມີການ ລົງນາມການຮ່ວມມືຫລາຍດ້ານ ແລະ ພິເສດ ໃນປີ 2021 ໂອກາດ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ອິນາຊີໂອ ກາດສິສ໌ ຮອງປະທານາ ທິບໍດີ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດ ສະວິດ ໄດ້ມີການ ລົງນາມການຊ່ວຍເຫລືອສອງຝ່າຍ ໃນສັນຍາວ່າດ້ວຍການຮ່ວມມືດ້ານ ເຕັກນິກ, ວັດທະນະທຳ, ເສດຖະ ກິດ-ການເງິນ ແລະ ຊ່ວຍເຫລືອ ທາງດ້ານມະນຸດສະທຳ ລະຫວ່າງ ລາວ-ສະວິດ. ນັບແຕ່ປີ 1963 ເປັນ ຕົ້ນມາ, ສະວິດ ຍັງສືບຕໍ່ເປັນໜຶ່ງ ໃນຄູ່ຮ່ວມມືເພື່ອການພັດທະນາທີ່ ສຳຄັນຂອງ ສປປ ລາວ ທີ່ໄດ້ໃຫ້ ການຊ່ວຍເຫລືອທາງດ້ານເຕັກນິກ ແລະ ການເງິນ ແກ່ ສປປ ລາວ, ລັດຖະບານ ສະວິດ ໄດ້ໃຫ້ການ ຊ່ວຍເຫລືອ ສປປ ລາວ ທັງໃນຮູບ ແບບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍປະກອບສ່ວນເຂົ້າໃນ ບຸລິມະສິດຂອງການພັດທະນາເສດ ຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລະຍະ, ໂດຍໄດ້ສຸມໃສ່ 3 ຂົງເຂດຫລັກຄື: ການປົກຄອງ ແລະ ການມີສ່ວນຮ່ວມຂອງພົນລະ ເມືອງ, ການພັດທະນາເສດຖະກິດ ໃຫ້ທົ່ວເຖິງໝົດທຸກຄົນ ແລະ ການ ປ່ຽນແປງສະພາບດິນຟ້າອາກາດ ແລະ ການຄຸ້ມຄອງຊັບພະຍາກອນ ທໍາມະຊາດໃຫ້ຍືນຍົງ.ພ້ອມນີ້,ສອງ ຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງ ກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນຕົ້ນ ອາຊຽນ, ອາເຊັມ, ອົງການສະຫະປະຊາຊາດ ແລະ ອື່ນໆ. ລັດຖະບານ ແຫ່ງ ສປປ ລາວ ຕີລາຄາສູງ ແລະ ສະແດງຄວາມ ຂອບໃຈເປັນຢ່າງຍິ່ງຕໍ່ການຊ່ວຍ ເຫລືອອັນລ້ຳຄ່າຈາກລັດຖະບານ ແຫ່ງ ສະມາພັນທະລັດ ສະວິດ ໃນ ໄລຍະຜ່ານມາ, ເຊິ່ງໄດ້ປະກອບ ສ່ວນອັນສຳຄັນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນຢ່າງດີ, ຊ່ວຍຫລຸດຜ່ອນ ຄວາມທຸກຍາກ ແລະ ປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນລາວນັບ ມື້ນັບດີຂຶ້ນ, ສປປ ລາວ ຍິນດີສືບ ຕໍ່ເຮັດວຽກກັບຝ່າຍ ສະວິດ ເພື່ອຊຸກ ຍູ້ສົ່ງເສີມການຮ່ວມມືເພື່ອການພັດ ທະນາ ລາວ-ສະວິດ ໃນຕໍ່ໜ້າ, ອວຍ ພອນໃຫ້ສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອແລະການຮ່ວມມືທີ່ມີ ໝາກຜົນຕົວຈິງ ລາວ-ສະວິດ ຈົ່ງ ກ້າວຂຶ້ນສູ່ລະດັບໃໝ່ໃນອະນາຄົດ. ໃນໂອກາດສະເຫລີມສະຫລອງ ວັນສຳຄັນດັ່ງກ່າວນີ້, ການນໍາຂັ້ນ ສູງຂອງສອງປະເທດ ກໍໄດ້ສົ່ງສານ ສະແດງຄວາມຊົມເຊີຍເຊິ່ງກັນແລະ ກັນ. ພິເສດ, ສອງຝ່າຍ ໄດ້ສຳເລັດ ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ສປ ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ) ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແນໃສ່ພົບ ປະ, ແລກປ່ຽນບົດຮຽນ ແລະ ຂໍ້ ມູນຂ່າວສານກ່ຽວກັບກາລະໂອ ກາດ ແລະ ສິ່ງທ້າທາຍຂອງການ ຮ່ວມມືພາກພື້ນແລະສາກົນໃນການ ຈັດຕັ້ງຜັນຂະຫຍາຍນະໂຍບາຍ ຮູບແບບເສດຖະກິດໝູນວຽນສີ ຂຽວ ເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ຕາມທິດທາງຍືນຍົງ ແລະ ສີຂຽວ ໂດຍສະເພາະການປະ ເມີນການສົ່ງເສີມການຂະຫຍາຍ ຕົວຂອງເສດຖະກິດສີຂຽວແຫ່ງ ຊາດ, ການອະນຸລັກ ແລະ ການນຳ ໃຊ້ປະໂຫຍດຈາກພືດແບບຍືນຍົງ. ພ້ອມດຽວກັນ, ຍັງເປັນການເປີດ ໂອກາດໃຫ້ພາກລັດ ແລະ ພາກທຸລະ ກິດ ໄດ້ພົບປະ ແລະ ລະດົມແນວ ຄວາມຄິດໃນການຍົກລະດັບການ ຈັດຕັ້ງຜັນຂະຫຍາຍນະໂຍບາຍ ຮູບແບບເສດຖະກິດໝູນວຽນສີ ຂຽວໃຫ້ມີປະສິດຕິພາບແນໃສ່ປັບ ປຸງນິຕິກຳ, ການປະຕິບັດຕົວຈິງໃຫ້ ສອດຄ່ອງກັນ ແລະ ທຸກຂະແໜງ ການກ່ຽວຂ້ອງຕ້ອງສາມາດເຊື່ອມ ສານເຂົ້າກັນໄດ້ເປັນຢ່າງດີເພື່ອຟື້ນ ຟູສະພາບເສດຖະກິດທີ່ກຳລັງຜະ ເຊີນໜ້າກັບຄວາມຫຍຸ້ງຍາກ ໃນ ປັດຈຸບັນ. ພ້ອມນີ້, ຍັງໄດ້ປຶກສາຫາລືກ່ຽວ ກັບສິ່ງທ້າທາຍ ແລະ ກາລະໂອກາດ ໃນໄລຍະທີ່ພາກພື້ນ ແລະ ສາກົນ ຜະເຊີນໜ້າກັບສິ່ງທ້າທາຍດ້ານ ເສດຖະກິດ, ແຕ່ຄ່ຽງຄູ່ກັບບັນຫາ ສິ່ງທ້າທາຍຕ່າງໆນັ້ນ ການຮ່ວມ ມືພາກພື້ນ ແລະ ສາກົນ ຍັງໄດ້ຊອກ ຫາຊ່ອງທາງທີ່ເປັນກາລະໂອກາດ ເປັນຕົ້ນ ການຊຸກຍູ້ຜະລິດຕະພັນ ກະສິກຳລາວ ເຂົ້າໃນຂະແໜງການ ທ່ອງທ່ຽວ ຫລື ສະຖານທີ່ທ່ອງ ທ່ຽວທາງທຳມະຊາດ, ການສ້າງ ມາດຕະຖານໃຫ້ແກ່ຜະລິດຕະພັນ, ການຫັນເປັນກະສິກຳທັນສະໄໝ ເຂົ້າທຸ ລະກິດທ່ອງທ່ຽວສີຂຽວ, ການນຳໃຊ້ພະລັງງານສະອາດ ເຂົ້າໃນການຜະລິດ, ການຊຸກຍູ້ໃຫ້ ປະຊາຊົນໃນທ້ອງຖິ່ນໃຫ້ມີສ່ວນ ຮ່ວມໃນບັນດາແຫລ່ງທ່ອງທ່ຽວ ແບບອະນຸລັກທຳມະຊາດຂອງ ສປປ ລາວ ເພື່ອສ້າງລາຍຮັບ ແລະ ຊຸກຍູ້ ໃຫ້ປະຊາຊົນ ໃນພື້ນທີ່ດັ່ງກ່າວມີ ວຽກເຮັດງານທຳ. ນອກຈາກນີ້, ກອງປະຊຸມຍັງໄດ້ແລກປ່ຽນກ່ຽວ ກັບທິດທາງຈຸດສຸມໃນການຮ່ວມມື ພາກພື້ນ ແລະ ສາກົນ ເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມ ຂອງພາກພື້ນແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງຢ່າງມີປະ ສິດທິຜົນໃນອະນາຄົດ.
RkJQdWJsaXNoZXIy MTc3MTYxMQ==