7totxt9eltrkcsj '-kf ltg|u cdh w0 5 ;Pd95 fl5 , xtgmf]k; 3 07/11/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ສີວິໄລ ໂດຍ: ຄ້ອງໃໝ່ gIa f[5 oly ody omko dkoc8j 'fv'DDDlvf7j v'ltrk[ dkolh k'glf4tdy f7v[7q ; 9b j 'rk.sh -u ;y ffu 0B o * ບັນດາ ສສຊ ສືບຕໍ່ປະກອບຄໍາ ເຫັນ ແລະ ສະເໜີບັນຫາສໍາຄັນ ຂອງຊາດເພື່ອແກ້ໄຂຮີບດ່ວນ, ຍູ້ ແຮງວຽກບຸລິມະສິດຕ່າງໆເພື່ອໃຫ້ ຜ່ານພົ້ນຄວາມຫຍຸ້ງຍາກເສດຖະ ກິດຂະນະທີ່ການດຳເນີນກອງປະ ຊຸມສະພາສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ກ້າວເຂົ້າສູ່ອາທິດທີສອງແລ້ວ ເຊິ່ງ ປັດຈຸບັນກໍ້ມີການບັນຫາເຄັ່ງຮ້ອນ ທີ່ສະມາຊິກສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ສະ ເໜີລັດຖະບານເລັ່ງແກ້ໄຂ 5 ວຽກ ງານຈຸດສຸມ. ທ່ານ ລີເບີ ລີບົວປາວ ປະທານ ກຳມາທິການແຜນການ ການເງິນ ແລະ ການກວດສອບ, ຕາງໜ້າຄະ ນະປະຈຳສະພາແຫ່ງຊາດ ໄດ້ປະ ກອບຄຳເຫັນຕໍ່ບົດສະຫລຸບຕີລາ ຄາການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ທຸກຍາກດ້ານເສະຖະກິດ-ການເງິນ ໄລຍະ 3 ປີຜ່ານມາ ໃນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາ ແຫ່ງຊາດ ຊຸດທີ IX ໃນວັນທີ 2 ພະຈິກຜ່ານມາ ໂດຍການເປັນປະ ທານ ຂອງ ທ່ານ ໄຊສົມພອນ ພົມວິ ຫານ ຊຶ່ງທ່ານ ລີເບີ ລີບົວປາວ ກ່າວວ່າ: ຜ່ານມາກ່ຽວກັບການຈັດ ຕັ້ງປະຕິບັດບັນດາແຜນວຽກຈຸດ ສຸມ ໂດຍພື້ນຖານເຫັນດີເປັນເອກະ ພາບຕາມການລາຍງານຂອງລັດ ຖະບານແຕ່ຜ່ານການຕິດຕາມກວດ ກາຂອງຄະນະປະຈຳສະພາແຫ່ງ ຊາດຕໍ່ 5 ແຜນວຽກຈຸດສຸມ ຄື: ແຜນ ວຽກສຸດສຸມ ທີ 1 ກ່ຽວກັບການສົ່ງ ເສີມການຜະລິດເພື່ອທົດແທນການ ນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ແມ່ນສະເໜີໃຫ້ລັດຖະບານເອົາໃຈ ໃສ່ປະຕິບັດກົດໝາຍຄຸ້ມຄອງເງິນ ຕາຕ່າງປະເທດ ກ່ຽວກັບການຄຸ້ມ ຄອງເງິນຕາຈາກການສົ່ງອອກ ແລະ ມະຕິສະພາແຫ່ງຊາດໃຫ້ມີຜົນ ສັກສິດ, ສະເໜີໃຫ້ມີການສົ່ງເສີມ ການສົ່ງອອກສິນຄ້າທີ່ມີການປຸງ ແຕ່ງ,ມີມູນຄ່າເພີ່ມສູງແລະມີຄວາມ ຍືນຍົງ, ບໍ່ສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ, ແຜນວຽກຈຸດ ສຸມທີ 2 ກ່ຽວກັບການສ້າງຄວາມ ເຂັ້ມແຂງທາງດ້ານການເກັບລາຍ ຮັບເຂົ້າງົບປະມານຕ້ອງເອົາໃຈໃສ່ ສ້າງຄວາມເຂັ້ມແຂງຖານລາຍຮັບ ໃໝ່ທີ່ມີຄຸນນະພາບ ແລະ ຄວາມຍືນ ຍົງ, ບໍ່ສ້າງຄວາມເສຍຫາຍ ແລະ ກະທົບຕໍ່ສັງຄົມແລະສິ່ງແວດລ້ອມ, ສືບຕໍ່ຫັນເປັນທັນສະໄໝການເກັບ ລາຍຮັບໃຫ້ຄົບຖ້ວນ, ສາມາດບັນ ລຸຄາດໝາຍເກັບລາຍຮັບ 17% ຂອງ GDP ຕາມທີ່ໄດ້ກຳນົດໃນ ມະຕິກອງປະຊຸມສະພາແຫ່ງຊາດ, ເອົາໃຈໃສ່ເກັບລາຍຮັບຈາກຜົນ ກວດສອບ ແລະ ກວດກາ, ຄຸ້ມຄອງ ແລະ ຂະຫຍາຍຖານລາຍຮັບໃນລະ ບົບເສດຖະກິດທີ່ບໍ່ເປັນທາງການ ໃຫ້ເຂົ້າສູ່ລະບົບຖານລາຍຮັບທາງ ການໃຫ້ໄດ້ຫລາຍຂຶ້ນ, ແຜນວຽກ ຈຸດສຸມທີ 3 ກ່ຽວກັບການສົ່ງເສີມ ການປະຢັດ, ຕ້ານການຟຸມເຟືອຍ, ຍົກສູງປະສິດທິຜົນການຄຸ້ມຄອງ ລາຍຈ່າຍງົບປະມານໃນການແກ້ ໄຂໜີ້ສິນຕ່າງປະເທດ ສະເໜີໃຫ້ເອົາ ໃຈໃສ່ສ້າງແຜນແກ້ໄຂໜີ້ສິນສາທາ ລະນະໃຫ້ບັນລຸຄາດໝາຍວາລະ ແຫ່ງຊາດ ດ້ວຍການແກ້ໄຂຂໍ້ຫຍຸ້ງ ຍາກດ້ານເສດຖະກິດໃຫ້ຊັດເຈນ ໂດຍສະເພາະແຫລ່ງທຶນ ແລະ ການ ປະຕິບັດໄລຍະເວລາຊຳລະໃຫ້ໄປ ຕາມສັນຍາ ແລະ ຂໍ້ຕົກລົງຂອງເຈົ້າ ໜີ້ ແລະ ລູກໜີ້, ສືບຕໍ່ຄົ້ນຄວ້ານະໂຍ ບາຍ ແລະ ມາດຕະການຄຸ້ມຄອງ ແລະ ນຳໃຊ້ງົບປະມານຂອງລັດໃຫ້ ມີປະສິດທິພາບ, ຄຸນນະພາບ ແລະ ມີປະສິດທິຜົນສູງສຸດ, ແຜນວຽກ ຈຸດສຸມທີ 4 ກ່ຽວກັບການຮັກສາສະ ຖຽນລະພາບດ້ານເງິນຕາສະເໜີໃຫ້ ເອົາໃຈໃສ່ແກ້ໄຂບັນຫາເຄັ່ງຮ້ອນ ໃນປັດຈຸບັນດ້ວຍການຄົ້ນຄວ້າແລະ ປະຕິບັດລະບົບມາດຕະການທີ່ຄົບ ຊຸດຕາມທີ່ໄດ້ກຳນົດໃນມະຕິກອງ ປະຊຸມສະພາແຫ່ງຊາດຄື: ມາດຕະ ການທາງດ້ານເງິນຕາ, ຄວບຄຸມ ແລະ ນຳໃຊ້ປະລິມານເງິນ M2 ທີ່ ຂະຫຍາຍຕົວໃນລະດັບສູງເພື່ອຊຸກ ຍູ້ສົ່ງເສີມການຜະລິດ ແລະ ຊຸກຍູ້ ການເຕີບໂຕຂອງເສດຖະກິດ, ຄຸ້ມ ຄອງອັດຕາແລກປ່ຽນເພື່ອເຮັດໃຫ້ ເງິນກີບແຂງຄ່າຂຶ້ນດ້ວຍການປະ ຕິບັດກົດໝາຍວ່າດ້ວຍການຄຸ້ມ ຄອງເງິນຕາຕ່າງປະເທດໃຫ້ມີຜົນ ສັກສິດ ແລະ ແຜນວຽກຈຸດສຸມ ທີ 5 ກ່ຽວກັບການຍົກສູງປະສິດທິພາບ ການຄຸ້ມຄອງລັດຄຸ້ມຄອງສັງຄົມ ດ້ວຍກົດໝາຍ ສະເໜີໃຫ້ເອົາໃຈໃສ່ ປະຕິບັດກົດໝາຍທີ່ພົວພັນກັບວາ ລະແຫ່ງຊາດ ກ່ຽວກັບການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໂດຍສະເພາະເອົາໃຈໃສ່ ປະຕິບັດບັນດາມາດຕາທີ່ໄດ້ກຳນົດ ກ່ຽວກັບຂໍ້ຫ້າມ ແລະ ຜົນສັດສິດ ໃນ ການຈັດຕັ້ງປະຕິບັດກົດໝາຍເປັນ ຕົ້ນແມ່ນກົດໝາຍວ່າດ້ວຍໜີ້ສິນ ສາທາລະນະ, ກົດໝາຍວ່າດ້ວຍ ການລົງທຶນຂອງລັດ, ກົດໝາຍວ່າ ດ້ວຍງົບປະມານແຫ່ງລັດ, ກົດໝາຍ ວ່າດ້ວຍການຄຸ້ມຄອງເງິນຕາຕ່າງ ປະເທດ, ກົດໝາຍວ່າດ້ວຍການຄຸ້ມ ຄອງສ່ວຍສາອາກອນ, ກົດໝາຍວ່າ ດ້ວຍການກວດສອບ ແລະ ກວດກາ. ມັກຄີພາຍໃນຕາມລະດູການ ເພື່ອ ສະຫລອງຜົນສໍາເລັດໃນການຜະ ລິດ, ໃນຫລາຍສິບປີມານີ້ມັນໄດ້ ກາຍເປັນສ່ວນສໍາຄັນໃນການປະ ກອບສ່ວນສ້າງບັນຍາກາດການ ທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ, ສ້າງ ອາຊີບ, ກໍ່ໃຫ້ເກີດລາຍຮັບໃນລະ ດັບຕ່າງໆ ນັບແຕ່ພື້ນຖານຂຶ້ນໄປ. ນັ້ນແມ່ນສິ່ງທີ່ຄວນເສີມຂະຫຍາຍ ໃຫ້ມີໝາກມີຜົນຫລາຍຂຶ້ນເທົ່າທີ່ ຈະຫລາຍໄດ້ ໃນການຊຸກຍູ້ສົ່ງເສີມ ບັນດາທ່າແຮງບົ່ມຊ້ອນພາຍໃນ ເພື່ອສ້າງໃຫ້ມີລາຍຮັບໃນະດັບ ຕ່າງໆຢ່າງກວ້າງຂວາງ. ໃນສະພາບເງື່ອນໄຂປັດຈຸບັນ, ມີຫລາຍອັນທີ່ຕ້ອງຫັນປ່ຽນຢ່າງ ຕັ້ງໜ້າກວ່າເກົ່າ, ຍ້ອນວ່າປະເທດ ເຮົາຍັງມີຂໍ້ຈໍາກັດບາງອັນ ແລະ ຍັງມີສະພາບຫຍຸ້ງຍາກ ທີ່ຕ້ອງສູ້ ຊົນບຸກບືນຜ່ານຜ່າ ໂດຍສະເພາະ ບັນດາເສດຖະກິດ-ການເງິນ ຍ້ອນ ຜົນກະທົບຈາດປັດໄຈພາຍນອກ ແລະ ພາຍໃນ. ບັນຫາທີ່ຖືກຕັ້ງຂຶ້ນ ກໍ່ແມ່ນທົ່ວສັງຄົມຕ້ອງພ້ອມໃຈກັນ ອີຫລີ ໃນການປະຕິບັດແຜນຈຸດສຸມ ເດືອນພະຈິກທີ່ລັດຖະບານໄດ້ມີທິດ ຊີ້ນໍາກໍານົດມາ ໃນການປະຢັດມັດ ທະຍັດໃນການຈັດງານດອງ, ງານ ບຸນປະເພນີຕ່າງໆ ແລະ ສົ່ງເສີມໃຊ້ ຜະລິດຕະພັນພາຍໃນ, ເອົາໃຈໃສ່ ເກັບກ່ຽວຜົນຜະລິດລະດູຝົນ, ສືບ ຕໍ່ຊຸກຍູ້ການຜະລິດພາຍໃນແລະ ສົ່ງ ເສີມການສົ່ງອອກ ໂດຍສະເພາະ ສິນຄ້າກະສິກຳຂອງ ສປປ ລາວ ໃຫ້ ຫລາຍເທົ່າທີ່ຈະຫລາຍໄດ້. ໃນຈຸດ ນີ້, ພາກປະຕິບັດຕົວຈິງ ຄວນເຮັດ ແນວໃດ ກໍ່ມີຄໍາເຫັນຂອງຜູ້ອ່ານຈໍາ ນວນໜຶ່ງ ວ່າຖ້າເຮັດໄດ້ແມ່ນສູ້ຊົນ ໃຫ້ມີຕົວແບບ ຫລື ກໍານົດໝາຍໃດ ໜຶ່ງເປັນພື້ນຖານໂດຍພາກລັດນໍາ ໜ້າພາທາງ, ຈູງແຂນສັງຄົມ. ຂະ ນະດຽວກັນ ບັນຫາທີ່ຕັ້ງຂຶ້ນກ່ຽວ ກັບການປະຢັດໃນການຈັດບຸນປະ ເພນີ, ພິທີແຕ່ງດອງ...ຕ້ອງລະດົມ ຢ່າງແຂງແຮງ ເພື່ອຊອກຫາຕົວ ແບບ ເຊິ່ງມັນອາດເກີດຂຶ້ນມາເອງ ຈາກການປັບຕົວຂອງຄົນ ໃນສະ ພາບແວດລ້ອມທີ່ມີສະພາບຈຸດພິ ເສດ ແລະ ຄວາມຕ້ອງການ. ຢ່າງ ໃດກໍ່ດີກໍ່ມີຫລາຍທັດສະນະເຫັນວ່າ ການເຮັດບຸນປາງໃຫຍ່, ສໍາຄັນ ແມ່ນໃຫ້ຕິດພັນກັບການສົ່ງເສີມ ການຜະລິດພາຍໃນ ບໍ່ວ່າກະສິກໍາ, ອຸດສາຫະກໍາ ແລະ ການບໍໍລິການ- ທ່ອງທ່ຽວ. ການຜະລິດພາຍໃນ ແຂງແຮງ, ຜູ້ປະກອບການມີເງິນ, ຄົນມີເງິນ...ກໍເກີດການໃຊ້ຈ່າຍ ຕາມກົນໄກ ຂອງມັນ. ສະຫລຸບວ່າບໍ່ວ່າໃນສະພາບປັດ ຈຸບັນ ຫລື ອະນາຄົດ, ການປະຕິບັດ ນະໂຍບາຍປະຢັດ, ຕ້ານການຟຸມ ເຟືອຍ ແລະ ສົ່ງເສີມການຜະລິດ ພາຍໃນໃຫ້ແຂງແຮງແມ່ນສໍາຄັນ ເພາະມັນເປັນການສ້າງຄວາມເຂັ້ມ ແຂງຈາກພາຍໃນ, ຄ່ອຍໆຫລຸດ ຜ່ອນການເພິ່ງພາອາໄສຜູ້ອື່ນເທື່ອ ລະກ້າວ. ຈະເຮັດຄືສຸພາສິດວ່າ ເຂົ້າ ຢູ່ເຮືອນເໜືອ ເກືອຢູ່ເຮືອນໃຕ້ ແມ່ນ ບໍ່ໄດ້ແລ້ວໃນເງື່ອນໄຂຂອງການ ພັດທະນາໃນໄລຍະໃໝ່. ປະຢັດ ກໍ່ ຕ້ອງເຮັດແທ້, ປະຢັດ ຍັງບໍ່ພໍ ຕ້ອງ ຫາໃຫ້ມີລາຍຮັບຕື່ມ ໂດຍຊອບທໍາ ຖືກຕ້ອງລະບຽບກົດໝາຍ ແມ່ນສໍາ ຄັນ, ພ້ອມດຽວກັນກໍ່ບໍ່ໃຊ້ຈ່າຍຟຸມ ເຟືອຍ, ໄຈ້ແຍກອັນໃດແມ່ນຄວາມ ຈໍາເປັນຂາດບໍ່ໄດ້ ແລະ ອັນໃດແມ່ນ ຄວາມຢາກໄດ້ ໂລບມາກໃນຄວາມ ຄິດ. ເຮັດບຸນໃຫ້ໄດ້ບຸນ, ເຮັດທານ ໃຫ້ໄດ້ກຸສົນຜົນການກະທໍາດີ, ເຮັດ ດອງທັງເທື່ອທັງທີຢ່າໃຫ້ເປັນໜີ້ ຈົນແກ້ບໍ່ຕົກ. ຊ່ວຍກັນປະຢັດ-ຕ້ານ ການຟຸມເຟືອຍ, ເຮັດໃຫ້ສັງຄົມເຮົາ ກາຍເປັນສັງຄົມແຫ່ງການຜະລິດ ແລະ ເຂັ້ມແຂງດ້ວຍຕົວເຮົາເອງ ຢ່າງຍືນຍົງ. * ນອນຢູ່ໃນແຜນວຽກຈຸດສຸມ ແຕ່ທ້າຍເດືອນຕຸລາ ຫາ ພະຈິກ 2023 ເຊິ່ງກອງປະຊຸມສະໄໝສາ ມັນ ຂອງລັດຖະບານ ປະຈຳເດືອນ ຕຸລາ 2023 ໄດ້ມີທິດຊີ້ນໍານັ້ນ, ເນື້ອ ໃນສໍາຄັນອັນໜຶ່ງແມ່ນ “...ປຸກລະ ດົມໃຫ້ທົ່ວສັງຄົມປະຢັດມັດທະຍັດ ໃນການຈັດງານດອງ, ງານບຸນປະ ເພນີຕ່າງໆ ແລະ ສົ່ງເສີມໃຊ້ຜະລິດ ຕະພັນພາຍໃນ, ເອົາໃຈໃສ່ເກັບກ່ຽວ ຜົນຜະລິດລະດູຝົນ, ສືບຕໍ່ຊຸກຍູ້ການ ຜະລິດພາຍໃນ ແລະ ສົ່ງເສີມການ ສົ່ງອອກ ໂດຍສະເພາະສິນຄ້າກະ ສິກຳຂອງ ສປປ ລາວ ໃຫ້ຫລາຍ ເທົ່າທີ່ຈະຫລາຍໄດ້...”. ເວົ້າເຖິງບຸນສິນກິນທານ, ງານ ສັງຄົມ...ນັບແຕ່ນີ້ໄປ ຈະຄ່ອຍທະ ຍອຍມີ (ຫລາຍຂຶ້ນ), ພາຍຫລັງ ການອອກພັນສາ, ຖ້າເວົ້າຕາມລະ ດູການທ່ອງທ່ຽວ ກໍ່ຖືວ່າເຂົ້າສູ່ໄລ ຍະລະດູການທ່ອງທ່ຽວທີ່ນິຍົມ. ສະ ພາບແວດລ້ອມທາງທໍາມະຊາດ ຕາມລະດູການ ຖືວ່າໄລຍະນີ້ໄປຈົນ ເຖິງເດືອນມິຖຸນາ ເປັນໄລຍະດີສໍາ ລັບການທ່ອງທ່ຽວ. ສ່ວນບຸນປະເພ ນີກໍ່ມີຕາມປົກກະຕິ ໃນຮີດສິບສອງ. ປີ 2024 ຈະເປັນປີທ່ອງທ່ຽວລາວ ແລະ ຈະມີບຸນມະໂຫລານການທ່ອງ ທ່ຽວ ຫລື ມະຫະກໍາການທ່ອງທ່ຽວ ອາຊຽນ 2024 ຕິດພັນກັບການ ເປັນປະທານອາຊຽນ 2024 ຂອງ ສປປ ລາວ ເຊິ່ງແນ່ນອນວ່າ ຈະມີ ຫລາຍວຽກງານ ທີ່ຈະເປັນບັນຍາ ກາດອັນຟົດຟື້ນໃນຂອບເຂດທົ່ວປະ ເທດ ເຊິ່ງອາໄສປວງຊົນລາວທຸກ ຖ້ວນໜ້າ ປະກອບສ່ວນຢ່າງແຂງ ແຮງເຂົ້າໃນບັນດາວຽກງານ ແລະ ກິດຈະກໍາທີ່ຈະເກີດຂຶ້ນ. ເວົ້າເຖິງການເຮັດບຸນ, ນອກ ຈາກເປັນການເຕົ້າໂຮມຄວາມສາ * ການສ້າງເສດຖະກິດຄອບຄົວ ດ້ວຍການປູກຝັງ-ລ້ຽງສັດ ເປັນການ ໝູນໃຊ້ທ່າແຮງດ້ານພູມສັນຖານ ຂອງ ທ້ອງຖິ່ນ ບວກກັບມູນເຊື້ອດຸໝັ່ນຂະ ຫຍັນພຽນຂອງບຸກຄົນ ເພື່ອສ້າງລາຍ ຮັບມາສູ່ຄອບຄົວ, ທັງເປັນການປະ ກອບສ່ວນຢ່າງແຂງແຮງເຂົ້າໃນການ ປະຕິບັດວາລະແຫ່ງຊາດ ໃນການແກ້ ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ.ດັ່ງຄອບຄົວຂອງທ່ານພັນໂທນາງ ຄຳພວງ ສອນທະສັກ ແລະ ທ່ານ ສົມ ສະນິດ ສອນທະສັກ ຊຶ່ງເປັນຄອບຄົວ ຕົວແບບທີ່ພົ້ນເດັ່ນຂອງໂຮງຮຽນ307 ຂຶ້ນກັບກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ທີ່ໄດ້ອາໄສ ເວລາວ່າງນອກໂມງ ການສ້າງເສດຖະ ກິດຄອບຄົວໃຫ້ມີຄວາມເຂັ້ມແຂງ. ທ່ານພັນໂທນາງຄຳພວງໃຫ້ຮູ້ວ່າ: ພາຍຫລັງທີ່ໄດ້ສ້າງຄອບຄົວໃນປີ 1999 ຕໍ່ມາໄດ້ມີລູກສອງຄົນ ເຮັດໃຫ້ ມີຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ ເປັນຕົ້ນບໍ່ມີເຮືອນຢູ່ຖາວອນ, ບໍ່ມີ ພາຫະນະທຽວການ, ຄອບຄົວບໍ່ມີລາຍ ຮັບທີ່ພຽງພໍ ລາຍຈ່າຍມີຫລາຍກວ່າ ລາຍຮັບ ຈຶ່ງໄດ້ຕັດສິນໃຈໝູນໃຊ້ທ່າ ແຮງບົ່ມຊ້ອນຂອງຕົນ ຊຶ່ງມີດິນຢູ່ 5 ໄລ່ບວກກັບຄວາມມັກຮັກໃນການປູກ ຝັງ-ລ້ຽງສັດ ໂດຍໄດ້ເລີ່ມຕົ້ນຈາກການ ລ້ຽງເປັດ ແລະ ໝູຈຳນວນໜຶ່ງເປັນ ອາຊີບເສີມ ຊຶ່ງໄດ້ຄ່ອຍໆຂະຫຍາຍ ກິດຈະກຳເປັນແຕ່ລະໄລຍະ. ມາຮອດປີ 2016-2017 ໄດ້ລ້ຽງເປັດເທບພື້ນ ເມືອງ 1.000 ໂຕ ແບ່ງເປັນ 5 ຊຸດ, ຊຸດ ລະ 200 ໂຕ, ນົກກະທາ 3.000 ໂຕ, ໄກ່ລາດ 200 ໂຕ ຊຶ່ງໃຊ້ທຶນໝູນ ວຽນ 30 ລ້ານກີບ ຈາກການລົງທຶນ ໃນໄລຍະ 1 ປີນີ້ ຄອບຄົວຂອງພວກ ເຮົາກໍມີລາຍຮັບເພີ່ມຂຶ້ນ ເຖິງ 30-40 ລ້ານກີບປີ. ປີ 2018-2019 ໄດ້ຂະ ຫຍາຍການລ້ຽງຕື່ມອີກ ໂດຍມີເປັດ ເທບ 700 ໂຕ, ເປັດໄຂ່ 550 ໂຕ, ນົກ ກະທາຊີ້ນ 1.000 ໂຕ ຊຶ່ງໃຊ້ທຶນໝູນ ວຽນ 40-60 ລ້ານກີບ ໃນໄລຍະ 1 ປີ ນັ້ນແມ່ນມີລາຍຮັບຈາກການຂາຍ ເປັດ, ໄຂ່ເປັດ ແລະ ນົກກະທາຊີ້ນ 5060ລ້ານກີບ. ມາຮອດປີ2021-2022 ພວກເຮົາໄດ້ເຊົາ ລ້ຽງເປັດໄຂ່ ແລະ ເປັດເທບ ແລ້ວຫັນມາລ້ຽງໝູພັນຊີ້ນ 36 ໂຕ, ນົກກະທາໄຂ່ 3.000 ໂຕ, ນົກ ກະທາຊີ້ນ 20.000 ໂຕ ໂດຍໃຊ້ທຶນ ໝູນວຽນ 80 ລ້ານກີບ ແລະ ມີລາຍຮັບ ຈາກການຂາຍສັດດັ່ງກ່າວປະມານ 60-70 ລ້ານກີບຕໍ່ປີ. ປັດຈຸບັນ ລ້ຽງ ໝູ 60 ໂຕ, ນົກກະທາໄຂ່ 4.000 ໂຕ, ນົກກະທາຊີ້ນ 30.000 ໂຕ ມີທຶນໝູນ ວຽນ 120 ລ້ານກີບ ສາມາດສ້າງລາຍ ຮັບໄດ້ເຖິງ 90-100 ລ້ານກີບຕໍ່ປີ. ທ່ານ ພັນໂທ ນາງ ຄຳພວງ ໃຫ້ຮູ້ ຕື່ມວ່າ: ຂໍ້ສະດວກຂອງການລ້ຽງສັດ ແມ່ນບໍ່ຫຍຸ້ງຍາກສັບສົນຫລາຍ, ບໍ່ ຈຳເປັນຕ້ອງໃຊ້ເວລາຫລາຍເຂົ້າໃນ ການເອົາໃຈໃສ່ບົວລະບັດຮັກສາສັດ ຈຶ່ງເຮັດໃຫ້ພວກເຮົາມີເວລາໄປເຮັດ ກິດຈະກຳອື່ນຕື່ມອີກ; ແຮງງານຫລັກ ແມ່ນສະມາຊິກໃນຄອບຄົວ ໂດຍບໍ່ໄດ້ ຈ້າງແຮງງານທາງນອກມາຕື່ມ ຊຶ່ງ ເປັນການສ້າງບົດຮຽນ ແລະ ປະສົບ ການໃນການລ້ຽງໃຫ້ພວກເຮົາ. ຄຽງ ຄູ່ກັນນີ້ກໍປາສະຈາກບໍ່ໄດ້ເຖິງຂໍ້ຫຍຸ້ງ ຍາກບາງດ້ານ ເປັນຕົ້ນ ຄວາມຮູ້ທາງ ດ້ານວິຊາການປູກຝັງ-ລ້ຽງສັດ ທີ່ມີ ແມ່ນອາໄສລ້ຽງແບບທຳມະຊາດ ຊຶ່ງ ເຮັດໃຫ້ຜົນໄດ້ຮັບຍັງບໍ່ສູງເທົ່າທີ່ຄວນ, ບວກໃສ່ສະພາບການຜັນປ່ຽນຂອງ ເສດຖະກິດບ້ານເຮົາຕົ້ນທຶນສູງ ເຮັດ ໃຫ້ມີຜົນກະທົບທັງຜູ້ຜະລິດ ແລະ ຜູ້ບໍ ລິໂພກ. ເຖິງແນວໃດກໍຕາມພວກເຮົາ ກໍມີແຜນສູ້ຊົນທີ່ຈະຂະຫຍາຍກິດຈະ ກຳສ້າງລາຍຮັບຕື່ມອີກເຊັ່ນ: ສ້າງຄັງ ງົວໃຫ້ໄດ້ 3-4 ໄລ່, ລ້ຽງງົວໃຫ້ໄດ້ 6-10 ໂຕ, ລ້ຽງໝູໃຫ້ໄດ້ 100 ໂຕຕໍ່ປີ, ລ້ຽງນົກກະທາໄຂ່ 5.000 ໂຕ, ນົກກະ ທາຊີ້ນ 30.000 ໂຕ ຄາດວ່າຈະສ້າງ ລາຍຮັບຈາກການຂາຍສັດເຫລົ່ານີ້ ໃນມູນຄ່າ 100-120 ລ້ານກີບຕໍ່ປີ. ທ່ານ ພັນໂທ ຄຳແສງ ອິນທະວອນ ຮອງອຳນວຍການ ຫົວໜ້າພະແນກ ການເມືອງໂຮງຮຽນ 307 ກ່າວວ່າ: ຄະນະພັກ, ຄະນະອຳນວຍການໂຮງ ຮຽນ 307 ໄດ້ເອົາໃຈໃສ່ຊີ້ນຳ ແລະ ອຳນວຍຄວາມສະດວກໃຫ້ຂະແໜງ ສະຫະພັນແມ່ຍິງຂອງໂຮງຮຽນໄດ້ ເຄື່ອນໄຫວຕາມພາລະບົດບາດ, ສິດໜ້າທີ່ຂອງຕົນ ໂດຍສະເພາະແມ່ນຕິດ ພັນກັບ 4 ໜ້າທີ່ໃຫຍ່, 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໂດຍສຸມໃສ່ການປຸກ ລະດົມໃຫ້ເອື້ອຍນ້ອງແມ່ຍິງຕັ້ງໜ້າ ປະຕິບັດຄຳຂວັນ 3 ດີຂອງ ສຍລ, ເວົ້າສະເພາະແມ່ນພັນໂທນາງຄຳພວງ ສອນທະສັກ ຊຶ່ງແມ່ນພະນັກງານຜູ້ໜຶ່ງ ທີ່ດີເດັ່ນໃນການເຄື່ອນໄຫວປະຕິບັດ ໜ້າທີ່ການເມືອງ ກໍຄືໜ້າທີ່ວິຊາສະ ເພາະພ້ອມທັງໄດ້ຄຽງບ່າຄຽງໄຫລ່ ກັບຜູ້ອື່ນໆປະກອບສ່ວນເຂົ້າໃນທຸກຂະ ບວນການຂອງກົມກອງ. ນອກຈາກນີ້ ຍັງເປັນເອກະພາບກັບຄອບຄົວ ເພື່ອ ສ້າງແຫລ່ງລາຍຮັບເພີ່ມໃຫ້ຄອບຄົວ ຂອງຕົນ ໂດຍສຸມໃສ່ການປູກຝັງລ້ຽງສັດ ຊຶ່ງເຮັດໃຫ້ຄອບຄົວຂອງ ພວກເພິ່ນມີການພັດທະນາດີຂຶ້ນເປັນ ກ້າວໆສົມແລ້ວທີ່ໄດ້ກາຍເປັນຄອບຄົວ ຕົວແບບຂອງໂຮງຮຽນ 307. ທ່ານ ພັນໂທ ນາງ ສຸກວັນພວງ ແສງສຸລິຍາ ຫົວໜ້າຂະແໜງ ສຍ ໂຮງ ຮຽນ 307 ໃຫ້ສຳພາດວ່າ: ຂະແໜງ ສຍ ພວກເຮົາມີ 3 ໜ່ວຍ ຊຶ່ງຕະຫລອດ ໄລຍະຜ່ານມາໄດ້ປະຕິບັດໜ້າວຽກ ງານຂອງອົງການຈັດຕັ້ງມະຫາຊົນ ແລະ ຂະບວນການຕ່າງໆຢ່າງມີຜົນ ສຳເລັດ, ສາມາດເຕົ້າໂຮມຄວາມສາ ມັກຄີ, ຊ່ວຍເຫລືອຊຶ່ງກັນແລະກັນພາຍ ໃນສະມາຊິກ ສຍ, ເອື້ອຍນ້ອງແມ່ຍິງ ພາຍໃນກົມກອງເປັນຢ່າງດີ ໄປຄຽງຄູ່ ກັບການສ້າງຕົວແບບໃນດ້ານວິຊາສະ ເພາະ ແລະ ສ້າງເສດຖະກິດຄອບຄົວ. ດັ່ງ ທ່ານ ພັນໂທ ນາງ ຄຳພວງ ສອນ ທະສັກ ທີ່ເປັນຄອບຄົວຕົວແບບທີ່ສາ ມາດສ້າງລາຍຮັບໄດ້ໃນແຕ່ລະເດືອນ, ນອກຈາກນີ້ຍັງມີອີກຫລາຍຄົນທີ່ໝູນ ໃຊ້ຄວາມສາມາດ ແລະ ທ່າແຮງຂອງ ຕົນ ເຂົ້າໃນການສ້າງລາຍຮັບເພີ່ມໃນ ເວລານອກໂມງການ ເຊັ່ນ: ຫັດຖະກຳ ຕໍ່າຫູກ, ປູກຝັງ, ລ້ຽງສັດ, ຄ້າຂາຍ ແລະ ອື່ນໆ. ຜົນສຳເລັດຂອງຄອບຄົວທ່ານ ພັນໂທ ນາງ ຄຳພວງ ສອນທະສັກ ທີ່ ຍາດມາໄດ້ນັ້ນຍ້ອນມີແນວທາງອັນ ຖືກຕ້ອງສະຫລາດສ່ອງໃສຂອງພັກ ໂດຍສະເພາະແມ່ນການສົ່ງເສີມການ ຜະລິດກະສິກຳປູກຝັງ-ລ້ຽງສັດ ເຂົ້າ ໃນການແກ້ໄຂຊີວິດການເປັນຢູ່ຂອງ ປະຊາຊົນ, ຍ້ອນມີຄະນະພັກ-ຄະນະ ບັນຊາ ກໍຄືຄະນະນຳ ສຍ ແຕ່ລະຂັ້ນທີ່ ໃຫ້ການຊີ້ນຳອຳນວຍຄວາມສະດວກ ແລະ ສ້າງໂອກາດໃຫ້ບັນດາຄອບຄົວ ໄດ້ສ້າງເສດຖະກິດ ເຮັດໃຫ້ຫລຸດພົ້ນ ອອກຈາກຄວາມທຸກຍາກຕາມແຜນ ພັດທະນາແມ່ຍິງລາວກໍຄືການປະຕິບັດ ຂໍ້ແຂ່ງ 3 ດີ ຂອງສະຫະພັນແມ່ຍິງລາວ ວາງອອກໃຫ້ປາກົດເປັນຈິງ.
RkJQdWJsaXNoZXIy MTc3MTYxMQ==