5742

xtgmf]k; 6 07/11/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ ph vo,a ddy o9bj 'dkpgxa og9Q k0v'-U ocsh ']kp,n c,j 10 lt4komuj 7;owxleza f .oc0;'va f8txn ແລະ ຕ່າງປະເທດ. ເນື່ອງຈາກຄວາມ ສວຍງາມນີ້ເອງຈິ່ງເຮັດໃຫ້ຜູ້ຄົນສົນ ໃຈຕໍ່ແຫລ່ງທ່ອງທ່ຽວແຫ່ງນີ້. ໜອງຟ້າຕັ້ງຢູ່ບໍລິເວນວັງຕັດຫ່າງ ຈາກ ເທສະບານເມືອງສາມັກຄີໄຊ ປະ ມານ 60 ກິໂລແມັດ ໜອງຟ້າເກີດຂຶ້ນ ແລະ ຢູ່ລະຫວ່າງກາງຫົວພູຈຸ້ມເຂົ້າ ຫາກັນ ຈາກເສັ້ນທາງ 18B ລະຫວ່າງ ກິໂລແມັດ 100 ເຂົ້າໄປ ປະມານ 64 ກິໂລແມັດ ບໍລິເວນໜອງຟ້າຖືວ່າເປັນ ໜອງນ້ຳທີ່ໃຫຍ່ມີນ້ຳສີຟ້າຕະຫລອດປີ ມີຄວາມກວ້າງປະມານ1ກິໂລຕາແມັດ. ແຕ່ຈາກການສັນນິຖານວ່າ: ໜອງຟ້າ ອາດເກີດຈາກພູໄຟລະເບີດຂຶ້ນ ເມື່ອ ຫລາຍພັນປີກ່ອນຈົນເກີດເປັນປ່ອງພູ ເຂົາໄຟຂະໜາດໃຫຍ່ ແລະ ໄດ້ກາຍມາ ເປັນໜອງຟ້າໃຫ້ພວກເຮົາເຫັນໃນປັດ ຈຸບັນນີ້. 2. ນ້ຳຕົກຕາດແຊພະ: ຕັ້ງຢູ່ໃນ ເຂດປ່າກັນຊົນຂອງປ່າສະຫງວນແຫ່ງ ຊາດເຊປຽນ ເມືອງສະໜາມໄຊ ຫ່າງ ຈາກເທສະບານແຂວງ ປະມານ 56 ກິໂລແມັດ ຢູ່ທາງທິດຕາເວັນຕົກສຽງ ເໜືອ. ລັກສະນະເດັ່ນຂອງຕາດແຫ່ງນີ້ຄື ເປັນນ້ຳຕົກຕາດຈາກຜາຫີນທີ່ມີຄວາມ ສູງປະມານ 23 ແມັດ ກວ້າງປະມານ 120 ແມັດ. 3.ນ້ຳຕົກຕາດແຊປ່ອງໄລ: ເປັນນ້ຳ ຕົກຕາດທີ່ມີຄວາມງາມທີ່ສຸດໃນ ແຂວງ ອັດຕະປື ມີທີ່ຕັ້ງຢູ່ຫ່າງຈາກຕາດແຊ ພະ ປະມານ 7 ກິໂລແມັດ ແລະ ຫ່າງ ຈາກເທສະບານແຂວງ 60 ກິໂລແມັດ ເປັນຕາດທີ່ຕັ້ງຢູ່ທາງທິດຕາເວັນຕົກ ສຽງເໜືອຂອງ ເມືອງສະໜາມໄຊ. ລັກສະນະເດັ່ນຂອງນ້ຳຕົກຕາດແຊ ປ່ອງໄລເປັນຕາດ ນ້ຳຕົກຈາກຜາຫີນ ສູງ ປະມານ 23 ແມັດ ກວ້າງປະມານ 120 ແມັດ ເຊິ່ງມີຂະໜາດເທົ່າກັນກັບ ນ້ຳຕົກຕາດຕາດແຊພະເພາະຢູ່ໃນແມ່ ນ້ຳສາຍດຽວກັນຄືແມ່ນ້ຳເຊປຽນ ແຕ່ ນ້ຳຕົກຕາດແຊປ່ອງໄລຈະຢູ່ເໜືອນ້ຳ ຕົກຕາດແຊພະ. ທ່ານສາມາດເດີນທາງເຂົ້າໄປເຖິງ ຕາມເສັ້ນທາງດິນແດງທີ່ ກຳລັງທຳ ການບຸກເບີກໃໝ່ຈາກຕົວເມືອງສະ ໜາມໄຊຫາບ້ານຫີນລາດ, ບໍລິເວນ ຕາດອ້ອມຮອບໄປດ້ວຍປ່າໄມ້ທີ່ຕຶບ ໜາ ແລະ ມີສັດປ່າທີ່ຫາ ຍາກກຳລັງ ຈະສູນພັນອາໄສຢູ່ເຊັ່ນ: ຊ້າງປ່າ, ກະ ທິງ, ຄວາຍປ່າ, ທະນີ, ຂາແດງ ແລະ ສັດປີກປະເພດຕ່າງໆອີກຫລາຍຮ້ອຍ ຊະນິດ. 4. ປ່າສະຫງວນດົງອຳພາມ: ເປັນ ປ່າສະຫງວນທີ່ສວຍສົດງົດງາມ ຫ່າງຈາກໜອງຟ້າປະມານ 18 ກິໂລ ແມັດຢູ່ທາງທິດຕາເວັນຕົກສຽງໃຕ້ ຂອງໜອງຟ້າ ແລະ ຫ່າງຈາກແມ່ນ້ຳ ເຊກະໝານປະມານ 11 ກິໂລແມັດ ນັບ ຈາກເສັ້ນໂຄ້ງທີ່ໃກ້ທີ່ສຸດຂອງແມ່ນ້ຳ ແລະ ຫ່າງຈາກເທສະບານແຂວງທາງ ທິດຕາເວັນອອກປະມານ 56 ກິໂລ ແມັດ ເຊິ່ງປ່າສະຫງວນ ແຫ່ງນີ້ແມ່ນ ຂຶ້ນກັບເຂດປ່າດົງອຳພາມ ເມືອງໄຊ ເສດຖາ. ສະພາບຂອງປ່າໄມ້ແມ່ນຕຶບໜາ ຂຽວງາມເຊິ່ງປະກອບດ້ວຍໄມ້ຫລາຍ ຊະນິດ ແຕ່ປັດຈຸບັນນີ້ແມ່ນຕົ້ນໄມ້ໃຫຍ່ ບໍ່ຮ່ອນຊິໄດ້ເຫັນເນື່ອງຈາກເກີດມີ ການຮຸກຮານຂອງພໍ່ຄ້າໄມ້ເຖື່ອນ. ນອກນັ້ນຍັງມີສັດປ່າທີ່ຫາຍາກຫລາຍ ຊະນິດ ເຊິ່ງຈະຕ້ອງໄດ້ເຂົ້າປ່າເລິກ ຈຶ່ງຈະເຫັນເຊັ່ນ: ຊ້າງ, ສິງ, ກວາງ, ຟານ... ນອກນັ້ນ ຍັງມີສັດປີກຈຳພວກ ໄກ່ປາ, ນົກ... ປ່າສະຫງວນດົງອຳ ພາມເປັນປ່າທີ່ສະຫງົບ ແລະ ເຢັນດີ, ທຳມະຊາດຂຽວສົດງົດງາມ ແລະ ອາ ກາດຈະເປັນປະເພດຊຸ່ມເຢັນຕະຫລອດ ປີ ເຊິ່ງເໝາະແກ່ການໄປ ພັກຜ່ອນຢ່ອນ ໃຈ ຫລື ກິນເຂົ້າປ່າ ເຊິ່ງສາມາດທີ່ຈະ ເຂົ້າໄປເຖິງປ່າໄດ້ເລີຍ ເນື່ອງຈາກມີ ເສັ້ນທາງເຂົ້າເຖິງ ແລະ ມີເຮືອນພັກ ແບບ Home stay ໄວ້ບໍລິການນັກ ທ່ອງທ່ຽວ. 5. ນ້ຳໄຫລຮ່ວມກັນສາມສາຍ: ເປັນສະຖານທີ່ພັກຜ່ອນຢ່ອນໃຈຂອງ ນັກທ່ອງທ່ຽວ ແລະ ຄົນທົ່ວໄປທີ່ຢາກ ມານັ່ງກິນອາຫານ ແລະ ຊົມສາຍນ້ຳ ທີ່ສວຍສົດງົດງາມ. ນ້ຳໄຫລຮ່ວມກັນ ສາມສາຍເປັນບໍລິເວນທີ່ແມ່ນ້ຳເຊ ກອງໄຫລທົບສອກກັບຄືນ ແລະ ມີແມ່ ນ້ຳເຊກະໝານໄຫລມາສົມທົບທີ່ບໍລິ ເວນນ້ຳໄຫລທົບສອກ ເຊິ່ງນ້ຳເຊກະ ໝານຈະແຍກເປັນສອງສາຍກ່ອນຈະ ໄຫລລົງສູ່ແມ່ນ້ຳເຊກອງ. ສະຖານທີ່ນີ້ ແມ່ນຂຶ້ນກັບບ້ານເຊກອງ ເມືອງສາມັກ ຄີໄຊ ແລະ ເປັນສະຖານທີ່ໃກ້ກັບຕົວ ເມືອງເຊິ່ງຫ່າງຈາກເທສະບານແຂວງ ພຽງແຕ່ 1 ກິໂລແມັດເທົ່ານັ້ນ. ນອກ ນັ້ນຍັງມີສິ່ງອຳນວຍຄວາມສະດວກ ຫລາຍຢ່າງ ບໍ່ວ່າຈະເປັນຮ້ານອາ ຫານ, ເຮືອນພັກ ແລະ ຮ້ານຂາຍຂອງ ທີ່ລະນຶກໃຫ້ແກ່ນັກທ່ອງທ່ຽວນຳອີກ. 6. ໜອງໄກ່ໂອກ: ເປັນໜອງທີ່ມີໄລ ຍະທາງໄກພໍສົມຄວນ ເຊິ່ງຫ່າງຈາກ ເທສະບານແຂວງເຖິງ101ກິໂລແມັດ. ໜອງນີ້ແມ່ນຂຶ້ນກັບບ້ານວັງຕັດ ເມືອງ ຊານໄຊ ແລະ ມີເສັ້ນທາງເຂົ້າເຖິງ ພ້ອມທັງມີເຮືອນພັກ Home Stay ໄວ້ບໍລິການອີກດ້ວຍ. 7. ຕົ້ນໄມ້ກາຍເປັນຫີນ: ລັກສະ ນະຂອງແຫລ່ງທ່ອງທ່ຽວແຫ່ງນີ້ແມ່ນ ຈະເປັນທ່ອນໄມ້ທີ່ກາຍເປັນຫີນດ້ວຍ ວິວັດທະນາການທາງທຳມະຊາດ ເຊິ່ງຫີນນີ້ມີລັກສະນະເປັນທ່ອນໄມ້ ໃຫຍ່ທີ່ຖືກໂຄ່ນລົ້ມລົງ ແລະ ຕັດເປັນ ທ່ອນໃນເມື່ອກ່ອນ ແລະ ບໍ່ມີການນຳ ໄປໃຊ້ປະໂຫຍດຫຍັງ ເມື່ອຜ່ານການ ເວລາອັນຍາວນານຕົ້ນໄມ້ດັ່ງກ່າວກໍ ກາຍເປັນຫີນ. ສະຖານທີ່ດັ່ງກ່າວຂຶ້ນ ກັບບ້ານຫາດຊັນ ເມືອງໄຊເສດຖາ ແລະ ຫ່າງຈາກເທສະບານແຂວງ ພຽງ 26 ກິໂລແມັດເທົ່ານັ້ນ. 8. ລູກສອນໄຟໂຊວຽດແບບ 11 DBP 912 ຕັ້ງຢູ່ບ້ານດົງປາອຳ ເມືອງ ຊານໄຊ ຫ່າງຈາກເທສະບານແຂວງ 35 ກິໂລແມັດ. ເປັນອະນຸສອນແຫ່ງ ສົງຄາມປົດປ່ອຍພາກໃຕ້ອິນດູຈີນ. ລູກສອນໄຟດັ່ງກ່າວເປັນລູກສອນໄຟ ທີ່ສສຫວຽດນາມນຳມາຜ່ານດິນແດນ ລາວເພື່ອນຳໄປຕໍ່ສູ້ປົດປ່ອຍເຂດພາກ ໃຕ້ຂອງຫວຽດນາມ (ໄຊງອນ) ລູກ ສອນໄຟດັ່ງກ່າວໄດ້ຜະລິດຢູ່ສະຫະ ພາບໂຊວຽດ ໂດຍຫວຽດນາມ ນຳ ເຂົ້າຜ່ານດິນແດນລາວຕາມເສັ້ນທາງ ເລກທີ9ຜ່ານເມືອງພີນ, ເມືອງເຊໂປນ, ເມືອງນອງ ແຂວງສະຫວັນນະເຂດ ເຂົ້າມາທາງເມືອງຕະໂອ້ຍ ແຂວງສາ ລະວັນ, ຂ້ານ້ຳເຊກອງ ຢູ່ບ້ານບາກ ເມືອງກະລຶມ, ຂຶ້ນເມືອງດາກຈຶງ ລົງ ຫາທົ່ງເຫລັກ ແລະ ບ້ານກະຊັງກາງ ເມືອງລະມາມ ແຂວງເຊກອງ, ເຂົ້າ ບ້ານນ້ຳຫຽງ ເມືອງໄຊເສດຖາ ລົງໄປ ຫາບ້ານປາກເປະ ຫາ ບ້ານມີໄຊ ແລ້ວ * ຊີ້ນແ​ ຫ້ງລ​ າຍມື​ ແ​ ມ່ ຜ​ ະລິດຕ​ ະພັນ​ ອາຫານ​ແຫ້ງ​ສໍາເລັດ​ຮູບຂອງ​ຄົນ​ ລາວ​ທີ່​ກໍາລັງ​ໄດ້​ຮັບ​ຄວາມ​ນິຍົມຢ່າງ​ ຫລວງຫລາຍ ຈາກ​ລູກ​ຄ້າ​ທັງ​ພາຍ​ ໃນ ແ​ ລະ ຕ່າງປະເ​ທດດ້ວຍລົ​ ດຊ​ າດອາ ຫານທີ່​ ແ​ ຊບຄົ​ ບເ​ຄື່ອງ ແລ​ ະ ມີຫລາຍຜະ ລິດຕ​ ະພັນໃ​ ຫ້ເ​ລືອກບໍ​ ລິໂ​ ພກ ຈຶ່ງມັ​ ດໃຈ​ ລູກຄ້​ າທັ​ ງພ​ າຍໃ​ ນ​ແ​ ລະ ຕ່າງປະເ​ທດ. ທ່ານນ​ າງ ພຸດທະວັນ ບຸນມະນີ ຫລື​ ເມອາຍຸ33ປີເ​ວົ້າສູ່​ ຟັ​ ງວ່າ: ຈຸດເ​ລີ່ມ​ ຕົ້ນ​ ຂອງ​ອາຊີບ​ນີ້​ແມ່ນ ຍ້ອນ​ຕົນ​ເອງ​ເປັນ​ ຄົນມັ​ ກກິ​ ນອ​ າຫານທີ່​ ແ​ ມ່ແ​ ຕ່ງ ເ​ພາະວ່າ​ ແຊບ ​ແລະ ຖືກໃ​ ຈດ້ວຍລົດຊາດທີ່ນຸ່ມ ຫອມ ແຊບຈຶ່ງ​ມີ​ແນວ​ຄວາມ​ຄິດ​ດ້ານ​ ທຸລະກິ​ ດຄອບຄົວ ດັ່ງນັ້ນ, ຈຶ່ງເປັນຈຸດ ເລີ່ມຕົ້ນຂອງການເຮັດເປັນຜະລິດ​ຕະ ພັນຊີ້ນແຫ້ງຫລືຊີ້ນຢ້າງຊຳເໜືອ“ລາຍ ມືແມ່” ເປັນທຸລະກິດຄອບຄົວຈຸດໂດດ ເດັ່ນຂອງຜ​ ະລິດຕ​ ະພັນຊີ້ນແ​ ຫ້ງລ​ າຍມື​ ​ ແມ່​ແມ່ນການຄົ້ນຄິດສູດເອງ ເອກະລັກ ແມ່ນໝາກໝາດ ເຮັດໃຫ້ມີກິ່ນຫອມ, ໃຊ້ຊີ້ນສົດຈາກໂຮງສັດ, ບໍ່ໃຊ້ຊີ້ນແຊ່ ແຂງບໍ່ເອົາຊີ້ນທີ່ນໍາເຂົ້າ ຈຶ່ງໄ​ ດ້ລົ​ ດຊາດ​ ຊີ້ນແ​ ຫ້ງທີ່​ ແ​ ຊບ, ຫອມ ແ​ ລະ ນຸ່ມ ທີ່ຈຶ່ງ ​ຖືກລູກ​ຄ້າ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ ເທດຈົນ ສ້າງລາຍຮັບເ​ຂົ້າຄ​ ອບຄົວໄ​ ດ້​ ເປັນກອບ​ເປັນກໍາ ແຕ່​ກ່ອນ​ຈະປະສົບ​ ຜົນສໍ​ າເ​ລັດ ດັ່ງທຸກມື້​ ນີ້​ ກໍ່ເ​ຮັດຫລາຍທຸ ລະກິດມາ​ແລ້ວ ແຕ່ການຄ້າຂາຍແມ່ນ ຕອບໂຈດໄດ້ດີທີ່ສຸດ ​ໂດຍ​ສະ​ເພາະ​ ແມ່ນ​ການ​ຂາຍ​ໃນ​ປັດຈຸບັນ ທີ່​ນໍາ​ໃຊ້​ ແອັບ​ພະ​ເຄ​ເຊິ​ນ ຕິກ​ຕ໋ອກ(TikTok) ສາມາດເອີ້ນລູກຄ້າເຂົ້າມາສັ່ງຊື້ໄດ້ ດີ ເພາະຢ່າງທີ່ທຸກຄົນຮູ້ດີວ່າແອັບນີ້ ມີປະໂຫຍດແນວໃດ ມັນສາມາດເຮັດ ໃຫ້ຜູ້ຄົນເຫັນໄດ້ໄວຂຶ້ນ ແລະ ການຂາຍ ໂຄສະນາໃນແອັບນີ້ ກໍເຮັດໃຫ້ມີຄົນ ສົນໃຈຫລາຍຂຶ້ນ ຈາກຜູ້ຕິດຕາມຫລັກ ຮ້ອຍກາຍເປັນຫລັກໝື່ນຫາແສນຜູ້ຕິດ ຕາມ​ເລີຍ ​ເພາະ​ເປັນ​ຕະຫລາດ​ຫລັກ​ທີ່​ ສ້າງຍ​ ອດ​ຂາຍ​ໃຫ້​ສິນຄ້າ. ທ່ານນ​ າງ ພຸດທະວັນ ເ​ວົ້າເ​ສີມວ່​ າ: ການ​ເລືອກ​ອາຊີບ​ແມ່​ຄ້າເຮັດໃຫ້ຊີ ວິດການເປັນຢູ່ດີຂຶ້ນຫລາຍ​ດ້ານ, ມີ ເວລາກັບຄອບຄົວ ໄດ້ຢູ່ກັບຄົນທີ່ຮັກ ແບບເຕັມເວລາ. ຖ້າເວົ້າເຖິງລາຍໄດ້ ກໍພໍລ້ຽງກຸ້ມຕົນເອງ ແລະ ຄອບຄົວໄດ້. ບາງຄັ້ງກໍຂາຍໄດ້ກຳໄລເປັນຈຳນວນ ຫລາຍກວ່າທີ່ເຄີຍເຮັດວຽກເປັນປະ ຈຳ ເພາະເຮົາມີເວລາໃຫ້ກັບມັນເຕັມທີ່- ທຸ້ມເທ (ເວລາຄ້າຂາຍ) ເຮົາສາມາດ ເປັນນາຍຕົນເອງໄດ້, ລາຍໄດ້ສະເລ່ຍ ເດືອນໜຶ່ງປະມານ 20 ກວ່າລ້ານກີບ. ສຸດທ້າຍນີ້ ພຸດທະວັນມີຄຳຄິດເຫັນ ຕໍ່ກັບທຸກອາຊີບຕື່ມວ່າ: “ທຸກໆອາຊີບ ລ້ວນແລ້ວແຕ່ມີຄຸນຄ່າຂອງມັນ ບໍ່ວ່າ ຈະອາຊີບໃດກໍມີດີ ເຊິ່ງມັນຈະແຕກ ຕ່າງກັນອອກໄປແຕ່ລະອາຊີບ, ສະ ນັ້ນແລ້ວ ເຮົາບໍ່ຄວນເອົາອາຊີບໃດອາ ຊີບໜຶ່ງມາປຽບທຽບກັນ ຖ້າຫາກມັກ ໃນອາຊີບນັ້ນກໍຈົ່ງເຮັດອາຊີບນັ້ນບໍ່ມັກ ອາຊີບໃດກໍບໍ່ຄວນເຮັດອາຊີບນັ້ນ”. ໂດຍ: ເກີດຂວັນໃຈ ມາລີຈັນສີ * ແຂວອັດຕະປື ເປັນແຂວງໜຶ່ງ ໃນຈໍານວນ18ແຂວງຂອງສປປລາວ ທີ່ມີຊັບພະຍາກອນທຳມະຊາດທີ່ສວຍ ສົດງົດງາມ ຕັ້ງຢູ່ພາກໃຕ້ສຸດຂອງປະ ເທດລາວ, ທາງພາກເໜືອຕິດກັບແຂວງ ເຊກອງ, ພາກຕາເວັນຕົກຕິດກັບແຂວງ ຈຳປາສັກ, ທາງຕາເວັນອອກຕິດກັບ ຫວຽດນາມ ແລະ ພາກໃຕ້ຕິດກັບປະ ເທດກຳປູເຈຍ. ແຂວງອັດຕະປື ເປັນແຂວງທີ່ຍັງ ຄົງຄວາມເປັນເອກະລັກຂອງຕົນໄດ້ດີ ເຊິ່ງສະແດງອອກເຖິງຄວາມເປັນເອ ກະລັກດ້ານພາສາປາກເວົ້າ, ການນຸ່ງ ຖື, ວັດທະນະທຳຮີດຄອງປະເພນີ ຕ່າງໆທີ່ສືບທອດກັນມາ ແລະ ວິຖີການ ດຳລົງຊີວິດທີ່ຕິດພັນກັບທຳມະຊາດ ຢ່າງຍາວນານ. ດັ່ງທີ່ຮູ້ນໍາກັນ ແຂວງອັດຕະປື ມີ ແຫລ່ງທ່ອງທ່ຽວທີ່ມີຊື່ສຽງບໍ່ນ້ອຍ ໜ້າກວ່າແຂວງອື່ນໆເຊັ່ນ ແຫລ່ງທ່ອງ ທ່ຽວທາງທຳມະຊາດ ທີ່ລືຊື່ “ໜອງ ຟ້າ” ເຊິ່ງໄດ້ກາຍເປັນແຫລ່ງທ່ອງ ທ່ຽວທີ່ເປັນເອກະລັກປະຈໍາແຂວງ ທີ່ສໍາຄັນ. ນອກນັ້ນຍັງມີນ້ຳຕົກຕາດ ທີ່ສວຍສົດງົດງາມ 2 ແຫ່ງ ທີ່ຢູ່ໃນແມ່ ນ້ຳສາຍດຽວກັນເຊັ່ນ: ນ້ຳຕົກຕາດແຊ ປ່ອງໄລ ແລະ ນ້ຳຕົກຕາດແຊພະ ທີ່ ຢູ່ໃນແມ່ນ້ຳເຊປຽນ ແລະ ຫ່າງກັນ ພຽງ 7 ກິໂລແມັດ. ນອກນັ້ນຍັງມີສະ ຖານທີ່ທ່ອງ ທ່ຽວ ທາງວັດທະນະທຳ ທີ່ມີຊື່ສຽງເຊັ່ນ: ວັດຫລວງເມືອງເກົ່າ ແລະ ວັດໄຊເສດຖາ ທີ່ຍັງຄົງຮັກສາ ຄວາມເປັນເອກະລັກຕັ້ງແຕ່ສະໄໝ ກ່ອນໄວ້ໄດ້ໂດຍສະພາບຍັງສົມບູນ. ແຕ່ມື້ນີ້ຜູ້ຂຽນຈະຄັດຈ້ອນ ແລະ ເລືອກເອົາສະຖານທີ່ສວຍງາມ 10 ແຫ່ງໃນແຂວງອັດຕະປື ມາແນະນຳ ທ່ານຜູ້ອ່ານດັ່ງນີ້: 1. ໜອງຟ້າ: ໜອງຟ້າ ເປັນແຫລ່ງ ທ່ອງທ່ຽວທີ່ມີຊື່ສຽງ ແລະ ໄດ້ຮັບຄວາມ ສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ມາຈອດ ພັກນອນຄືນຢູ່ດົງປາອຳຕຶບ ໜາແຫ່ງນີ້ໃນວັນທີ8 ມັງກອນ 1974. ບັງເອີນໃນຄືນນັ້ນ ກອງທັບຫວຽດ ນາມ ທີ່ນອນພັກຢູ່ບ່ອນນີ້ໄດ້ຮັບຮັບ ຂ່າວວ່າພາກໃຕ້ຫວຽດນາມ(ໄຊງ່ອນ) ໄດ້ປົດປ່ອຍແລ້ວ ພວກເຂົາດີໃຈຫລາຍ ຕໍ່ໄຊຊະນະດັ່ງກ່າວ ເລີຍຟ້າວຂຶ້ນລົດ ກັບປະເທດທັນທີລູກສອນໄຟດັ່ງກ່າວ ກໍເລີຍຖືກປະໄວ້ຢູ່ບ່ອນນີ້ຕັ້ງແຕ່ນັ້ນມາ. 9.ວັດພະໄຊເຊດຖາ: ວັດແຫ່ງນີ້ຕັ້ງ ແຕ່ເດີມມີຊື່ວ່າ ວັດຈູລະມະນີ ສ້າງຂຶ້ນ ໃນປີຄສ1577 ໂດຍພະເຈົ້າໄຊຍະເສດ ຖາເປັນຜູ້ນຳພາສ້າງ. ພາຍໃນວັດມີ ທາດອົງໜຶ່ງທີ່ປະຊາຊົນຊາວອັດຕະປື ເຊື່ອກັນວ່າ ເປັນພະທາດທີ່ບັນຈຸອັດທິ ຂອງເຈົ້າໄຊຍະເສດຖາທິຣາດ ທີ່ສ້າງ ຂຶ້ນ ໂດຍທ້າວ ພະໄຊ ໂອລົດຂອງພະ ອົງ. ວັດຫ່າງຈາກເທສະບານ ແຂວງ ປະມານ 10 ກວ່າກິໂລແມັດ. 10. ຫັດຖະກຳຕ່ຳແຜ່ນບ້ານສາຍ ສຳພັນ: ສິລະປະຫັດຖະກຳບໍ່ເປັນທີ່ສອງ ຮອງໃຜຂອງພູມປັນຍາຊາວບ້ານເຮັດ ໃຫ້ຫັດຖະກຳຕ່ຳແຜ່ນແພຂອງບ້ານ ສາຍສຳພັນ ເມືອງສາມັກຄີໄຊ ໄດ້ຮັບ ຄວາມນິຍົມຈາກນັກທ່ອງທ່ຽວທີ່ຕ້ອງ ການຊື້ເສື້ອຜ້າທີ່ເຮັດຈາກສີມືປະຊາ ຊົນ (Handmade). ໃນການຕໍ່າແຜ່ນ ແມ່ນຍັງຄົງຄວາມເປັນລາວໄວ້ ແລະ ມີສ່ວນໜຶ່ງເປັນແບບປະຍຸກຄືປະຍຸກ ໃຊ້ລາຍລາວຈຳນວນໜຶ່ງໃຫ້ທັນສະ ໄໝ ແລະ ເຂົ້າກັບໄວໜຸ່ມຫລາຍຂຶ້ນ. ສະຖານທີ່ດັ່ງກ່າວແມ່ນຫ່າງຈາກເທ ສະບານ ແຂວງ 1 ກິໂລແມັດເທົ່ານັ້ນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==