5626

dP,rhv,x6d8Qow,h .o0v[g0f mqj;xtgmf .shgxao0t[;o2qf2No xuoUmqj;xtgmf9tx6d8Qow,h.shwfh 3.400 d;jkgIad8k xtdkfc8'j 8'A s;q |kh 7tot lkoxqd7v' lkoxt-k-qol6'l5f gxuf37'dko;yw9vkskogxao1k c]t rafmtokzt]yf8trao 4tcs]'dkocsj'-kf zqodv'xt-5, l5fpvf;jkfh;p-a[lyofhko,to5f 7totr;q roa 8kj 'xtgmflo6 dk'rda xk4tdt4k;aole7ao0v'rad{0v'-kf c]dxjPosq;|j;pm5]tdyf lqj'glu,dkomjv'mjP;,kg]g-p Iv'xtmkoxtgmf 8hvoIa[xtmko 7totde,tdkoxvh 'doa dkoxt8;y fa d[6 k ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 26.05.2023 ປີທີ 22 ສະບັບທີ 5.627 rda xt-k-oq xt8;y fa]k; mu,j du Pflts'k \oA pon K j rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 3 g]a'j 2oN 2d6 koIPoI6.h oltrk[dko0v'37;fy {19 ຂປລ. ວັນທີ 25 ພຶດສະພາ 2023 ນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ເຮຣາໂດ ເອຣນານເດັດສ ນໍຣເດໂລ ກໍາມະ ການສູນກາງພັກກອມມູນິດ ກູບາ, ປະທານຄະນະກໍາມະການປ້ອງ ກັນການປະຕິວັດ ກູບາ ພ້ອມຄະນະ ຂປລ. ໃນວັນທີ 24 ພຶດສະພາ 2023 ຜ່ານມາ, ຢູ່ຄະນະວິທະຍາ ສາດປ່າໄມ້ ມະຫາວິທະຍາໄລແຫ່ງ ຊາດ(ມຊ) ໄດ້ເປີດໂຄງການວິໄຈ ອາຫານເປັນຢາ ແລະ ພັດທະນາຜະ ລິດຕະພັນ ໂດຍການເປັນປະທານ ຂອງທ່ານນາງ ລັດສະໝີ ບຸບຜາ ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມຊ, ມີບັນດາຄູອາຈານ, ນັກສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການວິໄຈອາຫານເປັນຍາ ແລະ ພັດທະນາຜະລິດຕະພັນ ມີເປົ້າ ໝາຍໃນ 5 ກິດຈະກຳເປັນຕົ້ນ ການ ສ້າງສວນປູກພືດສະໜຸນໄພ ແລະ ການລ້ຽງແມງຂີ້ສູດ; ການແປຮູບ ສະໜຸນໄພເພື່ອເປັນອາຫານ-ເປັນ ຂປລ. ກອງປະຊຸມສອດຍອດ ວ່າດ້ວຍຊັບສິນດ້ານມະນຸດພາຍໃຕ້ ຫົວຂໍ້ພິເສດ “ການເລັ່ງການຟື້ນ ຟູການຮຽນຮູ້ໃນສະພາບການຂອງ ໂຄວິດ-19”, ທີ່ຈັດຂຶ້ນໃນວັນທີ 25 ພຶດສະພາ 2023 ຢູ່ນະຄອນຫລວງ ວຽງຈັນ ໄດ້ມີຜົນສຳເລັດຕາມຈຸດ ປະສົງ ແລະ ລະດັບຄາດໝາຍທີ່ວາງ ໄວ້, ເຫັນໄດ້ຈາກບັນດາຜູ້ເຂົ້າຮ່ວມ ໄດ້ມີການແລກປ່ຽນຄຳເຫັນຢ່າງ ກົງໄປກົງມາ ແລະ ສ້າງສັນເຮັດໃຫ້ ລັດຖະບານ ກໍຄື ຂະແໜງການທີ່ກ່ຽວ ຂ້ອງສາມາດຊອກຫາວິທີການແກ້ ໄຂ ກ່ຽວກັບການສ້າງ ແລະ ພັດທະ ນາຊັບສິນດ້ານມະນຸດຮ່ວມກັນໃນ ຕໍ່ໜ້າ. ຂປລ. ພິທີປະກາດແຕ່ງຕັ້ງ ທ່ານ ທອງຄຳ ສະຫວັນເພັດ ຜູ້ພິພາກສາ ຊັ້ນສີ່ຮັກສາການຄະນະສານປົກ ຂປລ. ຄະນະພົວພັນຕ່າງປະເທດ ສູນກາງພັກ ຈັດປາຖະກະຖາ ແລະ ເຜີຍແຜ່ເອກະສານສຳຄັນຂອງພັກໃນໂອກາດມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 21-29 ພຶດສະພາ 2023. ໃນໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ເຮຣາໂດ ເອຣນານເດັດສ ນໍຣ ເດໂລ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນ ສຳຄັນເຂົ້າໃນການເສີມຂະຫຍາຍ ມູນເຊື້ອອັນດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ໃຫ້ໄດ້ຮັບ ການພັດທະນາ ແລະ ແຕກດອກອອກ ເພື່ອເຮັດໃຫ້ການພັດທະນາຊັບ ສິນດ້ານມະນຸດ ຢູ່ ສປປ ລາວ ສືບຕໍ່ໄດ້ ຮັບການປັບປຸງ ແລະ ພັດທະນາໃນ ຕໍ່ໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳສະເໜີຮ່າງຖະແຫລງການ ແຫ່ງຊາດ ກ່ຽວກັບຜົນກອງປະຊຸມ ສຸດຍອດວ່າດ້ວຍຊັບສິນດ້ານມະ ນຸດ ເຊິ່ງມີເນື້ອໃນບາງຕອນວ່າ: ພື້ນ ຖານຂອງຊັບສິນດ້ານມະນຸດແມ່ນ ມີຢູ່ໃນມະນຸດເຮົາແຕ່ຍັງໄວເດັກ, ສັດສ່ວນຂອງເດັກນ້ອຍທີ່ຮຽນຈົບ ຊັ້ນປະຖົມສຶກສາ ແຕ່ບໍ່ສາມາດອ່ານ ແລະ ເຂົ້າໃຈບົດອ່ານຂອງເຂົາເຈົ້າ ໄດ້ ແມ່ນສັນຍານທີ່ບົ່ງບອກເຖິງຄຸນ ຄອງສານປະຊາຊົນສູງສຸດເປັນຫົວ ໜ້າຄະນະສານປົກຄອງສານປະ ທ່ານນາງ ວຽງທອງ ສີພັນດອນ (ຜູ້ທີ 4 ແຕ່ຊ້າຍຫາຂວາ) ຂປລ. ອົງການທ່ອງທ່ຽວມາ ເລເຊຍ ຈັດສຳມະນາແລກປ່ຽນຫົວ ໜ່ວຍທຸລະກິດກັບຜູ້ປະກອບການ ດ້ານການທ່ອງທ່ຽວ ຂອງລາວແລະ ມາເລເຊຍ ປະຈຳປີ 2023 ຢູ່ ນະຄອນຫລວງວຽງຈັນ ໂດຍມີທ່ານ ນາງ ຊາລີນ້າ ອາໝັດ ຮອງຜູ້ອໍາ ນວຍການພະແນກສົ່ງເສີມສາກົນ ຢາ ແລະ ພັດທະນາເຄືອຂ່າຍສະຫະ ກອນໃຫ້ປະຊາຊົນ; ການສ້າງສູນ ຮຽນຮູ້ຝຶກອົບຮົມ (ພັດທະນາຫລັກ ສູດການສຶກສາ) ແລະ ກິດຈະກຳ ມວນຊົນ ໃນພື້ນທີ່ປ່າໄມ້; ວິໄຈຄຸນນະ ພາບພືດ ແລະ ພັດທະນາຜະລິດຕະ ພັນ; ການຊອກຫາຕະຫລາດພາຍ ຂອງຊາດ ເປັນຕົ້ນ ວັນໄຊຊະນະ ຂອງສະຫະພາບໂຊວຽດເໜືອຟາດ ຊິດ ເຢຍລະມັນ ໃນສົງຄາມໂລກຄັ້ງ ທີ II ຄົບຮອບ 78 ປີ (9/5/19549/5/2023); ວັນໄຊຊະນະບັ້ນຮົບ ດຽນບຽນຟູ ຄົບຮອບ 69 ປີ (7/5/ 1954-7/5/2023); ວັນຜ່າວົງ ປິດລ້ອມຂອງກອງພັນທີ 2 ວິລະ ຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບ ຮອບ 64 ປີ (18/5/195918/5/2023) ແລະ ວິລະກຳອອກ ຈາກຄຸກຢ່າງມະຫັດສະຈັນຂອງ ບັນດາການນຳຂອງພັກ ແລະ ແນວ ສະຫາຍ ທອງສະຫວັນ ພົມວິຫານ (ອາຊີຕາເວັນອອກສ່ຽງໃຕ້), ທ່ານ ເເອັດດີ້ ອີຣາວານ ມາໝຸດ ເອກອັກຄະລັດຖະທູດມາເລເຊຍ ປະຈຳລາວ, ມີຜູ້ຕາງໜ້າຈາກອົງ ການທ່ອງທ່ຽວມາເລເຊຍ,ຜູ້ປະ ກອບການສາຍການບິນ, ໂຮງແຮມ, ບໍລິສັດທ່ອງທ່ຽວ,ເຈົ້າຂອງຜະລິດ  ອ່ານຕໍ່ໜ້າ 2

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 26/05/2023 xtgmf]k; ຖະແຫລງການແຫ່ງຊາດ... ປະກາດແຕ່ງຕັ້ງຫົວໜ້າ... ຄະນະພົວພັນຕ່າງປະເທດ... ເລັ່ງຟື້ນຟູການຮຽນຮູ້... ຮອງປະທານປະເທດ... ເປີດໂຄງການວິໄຈ... ຂປລ. ກອງປະຊຸມສຸດຍອດວ່າ ດ້ວຍຊັບສິນດ້ານມະນຸດ ຂອງ ສປປ ລາວ, ຄັ້ງທຳອິດ ພາຍໃຕ້ຫົວຂໍ້ “ການ ເລັ່ງຟື້ນຟູການຮຽນຮູ້ໃນສະພາບ ການຂອງໂຄວິດ-19” ຈັດຂຶ້ນ ໃນ ວັນທີ 25 ພຶດສະພາ 2023, ຢູ່ຫໍປະ ຊຸມແຫ່ງຊາດ ນະຄອນຫລວງວຽງ ຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ມີບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ ຕາງໜ້າຈາກບັນດາກະຊວງ, ຂະ ແໜງການຂັ້ນສູນກາງ ແລະ ທ້ອງ ຖິ່ນ, ຄູ່ຮ່ວມພັດທະນາ, ຜູ້ຕາງໜ້າ ຈາກທະນາຄານໂລກ ປະຈໍາປະເທດ ກໍາປູເຈຍ, ລາວ ແລະ ມຽນມາ, ມີ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ລາວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວ ກັບການພັດທະນາຊັບສິນດ້ານມະ ນຸດ ໃນໄລຍະຜ່ານມາ ແລະ ຊອກ ຫາທິດທາງ, ວິທີການ ແລະ ມາດ ຕະການ ເພື່ອປັບປຸງໃນຕໍ່ໜ້າ ໂດຍ ການມີສ່ວນຮ່ວມຂອງທຸກພາກ ສ່ວນໃນສັງຄົມ ລວມທັງການສະ ໜັບສະໜູນຊ່ວຍເຫລືອຈາກສາ ກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ ໃ ນຫລາຍດ້ານ ເປັນຕົ້ນ ດ້ານເສດຖະ ກິດ, ການສຶກສາ, ການພັດທະນາ ຊັບພະຍາກອນມະນຸດ, ດ້ານວັດທະ ນະທຳ-ສັງຄົມ, ການປົກປັກຮັກສາ ສິ່ງແວດລ້ອມ ແລະ ອື່ນໆ. ທ່ານ ສອນໄຊ ສີພັນດອນ ໄດ້ ມີຄໍາເຫັນໃນໂອກາດເປີດກອງປະ ຊຸມວ່າ: ຊັບສິນດ້ານມະນຸດ ແມ່ນ ປັດໄຈຕັດສິນເຮັດໃຫ້ເສດຖະກິດສັງຄົມມີຄວາມເຂັ້ມແຂງ ແລະ ຍືນ ຍົງ ຕົວຢ່າງ: ບາງປະເທດໃນພາກ ພື້ນທີ່ມີຜົນສຳເລັດໃນການພັດທະ ນາຊັບສິນດ້ານມະນຸດ ເຊິ່ງໄດ້ປະ ກອບສ່ວນເຂົ້າໃນຜົນສຳເລັດລວມ ຂອງການພັດທະນາປະເທດ ເຊັ່ນ: ສ ເກົາຫລີ, ສິງກະໂປ, ລາຊະອານາ ຈັກໄທ ແລະ ສສ ຫວຽດນາມ. ສະເພາະ ສປປ ລາວ, ປັດຈຸບັນພວກ ຜົນຂຶ້ນໄປເລື້ອຍໆ, ພ້ອມທັງສະແດງ ຄວາມຂອບໃຈຕໍ່ລັດຖະບານ ກໍຄືປະ ຊາຊົນກູບາ ທີ່ໄດ້ໃຫ້ການສະໜັບ ສະໜູນ, ຊ່ວຍເຫລືອ ສປປ ລາວ ໃນ ໄລຍະຜ່ານມາໃນທຸກຂະແໜງການ ເປັນຕົ້ນ ດ້ານການສຶກສາ, ສາທາ, ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ໃຫ້ໄດ້ຮັບການພັດທະນາ ຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ທ່ານ ເຮຣາໂດ ເອຣນານເດັດສ ນໍຣເດໂລ ກໍໄດ້ສະ ແດງຄວາມຂອບໃຈ ແລະ ຕີລາຄາ ສູງຕໍ່ທ່ານນາງ ປານີ ຢາທໍ່ຕູ້ ທີ່ໄດ້ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງ ນີ້, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະ ສົງຂອງການເດີນທາງມາຢ້ຽມ ຍາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ທັງຢືນຢັນວ່າຈະສືບ ຕໍ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນສາຍ ພົວພັນທີ່ເປັນມູນເຊື້ອ ມາແຕ່ດົນນານ ແລ້ວນັ້ນ, ໃຫ້ໝັ້ນຄົງຂະນົງແກ່ນ ແລະ ໄດ້ຮັບການພັດທະນາຕະ ຫລອດໄປ. ຂ່າວ-ພາບ: ອ່າຍຄຳ ເຮົາຍັງພົບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ. ດັ່ງນັ້ນ, ທຶນຮອນເພື່ອພັດທະນາຊັບສິນ ດ້ານມະນຸດ ຍັງມີຄວາມຈໍາກັດ ຫລາຍ ໂດຍລວມແລ້ວ, ສິ່ງທ້າທາຍ ໃນການຮັບປະກັນການຮຽນຮູ້ແມ່ນ ມີຫລາຍ ບໍ່ສະເພາະແຕ່ຢູ່ໃນ ສປປ ລາວ, ແຕ່ເກີດຂຶ້ນໃນທົ່ວໂລກ, ລວມ ທັງປະເທດທີ່ມີຄວາມຮັ່ງມີ. ສະນັ້ນ, ເພື່ອໃຫ້ເດັກນ້ອຍໄດ້ຮຽນໜັງສື, ພວກເຮົາມີຄວາມຈໍາເປັນທີ່ຕ້ອງ ມີຄູ ແລະ ມີສື່ການຮຽນ-ການສອນ ທີ່ມີຄຸນນະພາບສູງ, ໂຮງຮຽນຕ້ອງມີ ຄວາມເປັນເຈົ້າການຢ່າງເຂັ້ມແຂງ, ມີອາຄານຮຽນທີ່ປອດໄພ ເພື່ອດຶງ ດູດໃຫ້ເດັກຢາກມາຮຽນ ແລະ ມີ ການສະໜັບສະໜູນຈາກພາກລັດ, ພາກເອກະຊົນ, ບັນດາຄູ່ຮ່ວມພັດທະ ນາ, ທຸກພາກສ່ວນໃນສັງຄົມລວມ ທັງຊຸມຊົນ ແລະ ພໍ່ແມ່ຜູ້ປົກຄອງ ຢ່າງເປັນເຈົ້າການ ແລະ ແຂງແຮງ. ລັດຖະບານ ສປປ ລາວ ມີຄວາມ ໝາຍໝັ້ນຢ່າງເຕັມທີ່ ໃນການຮັບປະ ກັນການສຶກສາທີ່ມີຄຸນນະພາບ ສຳ ລັບເດັກນ້ອຍທຸກຄົນ ໃນ ສປປ ລາວ ເຊິ່ງໄດ້ກຳນົດໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກ ສາທິການ ແລະ ກິລາ ຄັ້ງທີ IX ເຊິ່ງ ເປົ້າໝາຍລວມຂອງ ແຜນພັດທະ ນາດັ່ງກ່າວ ເພື່ອຮັບປະກັນວ່າ ສປປ ລາວ ມີລະບົບການສຶກສາທີ່ສາ ມາດພັດທະນາຊັບສິນດ້ານມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ມີທັກ ສະດ້ານຕ່າງໆ, ມີຄຸນສົມບັດສິນທໍາ ປະຕິວັດ, ຮັກປະເທດຊາດ, ມີລະ ບຽບວິໄນ, ມີສຸຂະພາບຮ່າງກາຍ ແລະ ຈິດໃຈ ທີ່ແຂງແຮງ ແລະ ຮັກ ການຮຽນຮູ້ຕະຫລອດຊີວິດ, ສ້າງ ຄົນໃຫ້ກາຍເປັນຊັບສິນດ້ານມະນຸດ ທີ່ມີຄຸນນະພາບ ເພື່ອປະກອບສ່ວນ ຢ່າງຕັ້ງໜ້າໃນການພັດທະນາເສດ ຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ແລະ ຍືນຍົງ. ໂອກາດນີ້,, ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມ ຂອບໃຈມາຍັງບັນດາກະຊວງ, ອົງ ການລັດທຽບເທົ່າກະຊວງ, ບັນດາ ແຂວງ, ນະຄອນຫລວງ, ບັນດາຄູ່ ຮ່ວມພັດທະນາ ແລະ ການຈັດຕັ້ງ ທຸກພາກສ່ວນໃນສັງຄົມທີ່ໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາຊັບສິນດ້ານມະນຸດຂອງ ສປປ ລາວ, ເຮັດໃຫ້ ສປປ ລາວ ສາມາດຍາດໄດ້ຜົນສໍາເລັດ ແລະ ມີຄວາມຄືບໜ້າຫລາຍດ້ານ ເປັນຕົ້ນ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະ ຫງົບ, ຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ ເທື່ອ ລະກ້າວ. ພ້ອມນີ້, ຍັງໄດ້ສະແດງ ຄວາມຂອບໃຈມາຍັງຄູ່ຮ່ວມພັດທະ ນາ ແລະ ທຸກພາກສ່ວນໃນສັງຄົມທີ່ ໄດ້ປະກອບສ່ວນເຂົ້າໃນການຄວບ ຄຸມການແພ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງໄດ້ເຮັດໃຫ້ພວກເຮົາ ສາມາດເປີດປະເທດໄດ້, ສາມາດກັບ ມາດຳລົງຊີວິດແບບປົກກະຕິ, ບັນ ດາໂຮງຈັກ, ໂຮງງານ ແລະ ຜູ້ປະ ກອບການຕ່າງໆ ໄດ້ດຳເນີນກິດຈະ ການຂອງຕົນຢ່າງເປັນປົກກະຕິ ໂດຍສະເພາະແມ່ນສາມາດຈັດການ ຮຽນ-ການສອນໃຫ້ນັກຮຽນໄດ້ ກັບມາຮຽນຄືນແບບເຊິ່ງໜ້າດ້ວຍ ຄວາມປອດໄພ. ຂ່າວ: ທະນູທອງ, ພາບ: ຂັນໄຊ ຊາຊົນສູງສຸດຈັດຂຶ້ນໃນວັນທີໃນ ວັນທີ 24 ພຶດສະພາ 2023 ທີ່ສານ ປະຊາຊົນສູງສຸດໃຫ້ກຽດມອບມະ ຕິຕົກລົງໂດຍ ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນ ກາງພັກ ເລຂາຄະນະບໍລິຫານງານ ພັກ, ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ, ມີຄະນະພັກ, ຄະ ນະນຳ ແລະ ຫົວໜ້າກົມເຂົ້າຮ່ວມ. ໂອກາດນີ້, ທ່ານນາງ ວຽງທອງ ສີພັນດອນ ໄດ້ເນັ້ນໃຫ້ຜູ້ໄດ້ຮັບການ ແຕ່ງຕັ້ງໃນຄັ້ງນີ້ ຈົ່ງສືບຕໍ່ເອົາໃຈ ໃສ່ສຶກສາອົບຮົມການເມືອງແນວ ຄິດ, ເຕົ້າໂຮມຄວາມສາມັກຄີພາຍ ໃນເພື່ອເຮັດໃຫ້ພະນັກງານ-ຜູ້້ພິ ພາກສາ ມີແນວຄິດເປັນເອກະພາບ ກັບແນວທາງຂອງພັກ, ອຸ່ນອ່ຽນ ທຸ່ນທ່ຽງປະຕິບັດໜ້າທີ່ຮັບໃຊ້ປະ ຊາຊົນ, ປົກປ້ອງກົດໝາຍ, ນໍາເອົາ ຄວາມຍຸຕິທໍາມາສູ່ສັງຄົມ, ເດັດດ່ຽວ ຕ້ານ ແລະ ສະກັດກັ້ນປາກົດການ ຫຍໍ້ທໍ້ໃນຖັນແຖວສະມາຊິກພັກ- ພະນັກງານ. ໃນນັ້ນ, ຕ້ອງເຂັ້ມງວດ ປະຕິບັດກົດຈັນຍາບັນ-ຈັນຍາທຳ ດ້ານວິຊາຊີບ; ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາການດຳເນີນຄະ ດີປົກຄອງຂັ້ນລຸ່ມ ເພື່ອຮັບປະກັນ ເຮັດໃຫ້ການດຳເນີນຄະດີປະຕິບັດ ຖືກຕ້ອງ, ເປັນທໍາ, ວ່ອງໄວ, ໂປ່ງໄສ, ຍົກລະດັບຄວາມເຊື່ອໝັ້ນຂອງປະ ຊາຊົນ ທີ່ມີຕໍ່ລະບົບການບໍລິຫານ ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍ ກົດໝາຍໃຫ້ສູງຂຶ້ນເທື່ອລະກ້າວ; ສືບ ຕໍ່ນໍາພາປັບປຸງແບບແຜນວິທີນໍາ ພາຂອງຄະນະໜ່ວຍພັກ, ການແບ່ງ ງານ, ແບ່ງຄວາມຮັບຜິດຊອບພາຍ ໃນຄະນະໜ່ວຍພັກຢ່າງຈະແຈ້ງ, ຂາດຕົວ, ນໍາພາ-ຊີ້ນໍາຕາມແຜນ ການ, ຈຸດສຸມ, ຄາດໝາຍທີ່ກໍານົດ ໄວ້, ພ້ອມທັງມີການຕິດຕາມກວດ ກາ, ປະເມີນຜົນ, ມີການສະຫລຸບ, ຖອດຖອນບົດຮຽນ, ສ່ອງແສງລາຍ ງານ, ເສີມຂະຫຍາຍຫົວຄິດປະດິດ ສ້າງຂອງບັນດາສະຫາຍສະມາຊິກ ພັກຕາມຫລັກການສຽງສ່ວນໜ້ອຍ ຂຶ້ນກັບສຽງສ່ວນຫລາຍ, ບຸກຄົນ ຂຶ້ນກັບການຈັດຕັ້ງເມື່ອຕົກລົງເປັນ ມະຕິແລ້ວ ຕ້ອງປະຕິບັດຕາມມະຕິ ຢ່າງເຂັ້ມງວດ. ພ້ອມນີ້, ຕ້ອງສືບຕໍ່ຄົ້ນຄວ້າ, ສ້າງນິຕິກຳໃຕ້ກົດໝາຍ, ລວມທັງ ສ້າງກົນໄກຮ່ວມມື ແລະ ປະສານ ງານກັບພາກສ່ວນທີ່ມີສ່ວນກ່ຽວ ຂ້ອງກັບການດຳເນີນຄະດີປົກຄອງ ໃຫ້ລະອຽດ, ຈະແຈ້ງ ເພື່ອຮັບປະກັນ ຄຸນນະພາບຂອງການດຳເນີນຄະ ດີປົກຄອງຕາມກົດໝາຍ, ຍົກສູງ ລະດັບການບໍລິການປະຊາຊົນ, ການ ຈັດຕັ້ງຕ່າງໆທີ່ພົວພັນ ໃຫ້ໂປ່ງໄສ, ຖືກຕ້ອງ ແລະ ເປັນທຳ; ເອົາໃຈໃສ່ ຊຸກຍູ້ອົງການຈັດຕັ້ງມະຫາຊົນ ໃຫ້ ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂໍ້ແຂ່ງຂັນຂອງແຕ່ລະ ອົງການວາງອອກໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເປັນຂະບວນ ການຟົດຟື້ນ ແລະ ມີຜົນສຳເລັດ; ເຕົ້າໂຮມໄດ້ຄວາມສາມັກຄີ, ປະ ກອບສ່ວນເຂົ້າໃນການຈັດຕັ້ງປະ ຕິບັດໜ້າທີ່ວິຊາສະເພາະ, ວິຊາການ; ຖືເອົາຂະບວນການຂອງມະຫາຊົນ ເປັນບ່ອນຝຶກຝົນຫລໍ່ຫລອມ, ທົດ ສອບ, ເລືອກເຟັ້ນໄດ້ຜູ້ພົ້ນເດັ່ນ,ຫ້າວ ຫັນໃນຂະບວນການ ເພື່ອຂະຫຍາຍ ເຂົ້າພັກ ແລະຮັບໜ້າທີ່ວຽກງານສຳ ຄັນຂອງພັກ, ຂອງສານປະຊາຊົນ. ຂ່າວ-ພາບ: ອານຸພົນ ນະພາບຂອງການສຶກສາ ໂດຍລວມ ພາຍໃນປະເທດ. ດັ່ງນັ້ນ, ສິ່ງທີ່ສາ ມາດຊຸກຍູ້ທ່າແຮງບົ່ມຊ້ອນທີ່ຈະ ໄດ້ຈາກກຸ່ມປະຊາກອນໃນໄວອອກ ແຮງງານ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ກໍແມ່ນການຮຽນຮູ້ ຂັ້ນພື້ນຖານ ເຊິ່ງເປັນປັດໄຈຕົ້ນຕໍສຳ ລັບການຮຽນຮູ້ອື່ນໆ ແລະ ທັກສະທີ່ ສູງຂຶ້ນທີ່ເດັກນ້ອຍ ແລະ ໄວໝຸ່ມ ຕ້ອງມີໂດຍຜ່ານການສຶກສາ. ການ ຮຽນຮູ້ພື້ນຖານແມ່ນສຳຄັນ ເພື່ອ ເຮັດໃຫ້ເດັກນ້ອຍທຸກຄົນ ບັນລຸ ຄວາມສາມາດຂອງເຂົາເຈົ້າຢ່າງ ເຕັມທີ່ ແລະ ມີສ່ວນຮ່ວມໃນສັງຄົມ, ຮັບປະກັນໃຫ້ເດັກນ້ອຍໄດ້ມີການ ຮຽນຮູ້ພື້ນຖານ ໃຫ້ກາຍເປັນພົນລະ ເມືອງທີ່ດີຂອງຊາດ ເພື່ອເປັນເຈົ້າ ການພັດທະນາຕົນເອງ, ມີຄວາມສະ ເໝີພາບລະຫວ່າງຍິງ-ຊາຍ ແລະ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີຄວາມສົມດຸນ ແລະ ຍືນຍົງ. ພວກເຮົາໃຫ້ຄໍາໝັ້ນສັນຍາຈະສືບຕໍ່ ປັບປຸງການສຶກສາຂັ້ນພື້ນຖານໃຫ້ ມີຄຸນນະພາບສູງຂຶ້ນ ໂດຍສຸມໃສ່ປັບ ປຸງ ແລະ ພັດທະນາການຮຽນຮູ້ຂັ້ນ ພື້ນຖານ ເພື່ອເຮັດໃຫ້ສັດສ່ວນເດັກ ນ້ອຍທີ່ຮຽນຈົບຊັ້ນປະຖົມສຶກສາ ສາມາດອ່ານ ແລະ ເຂົ້າໃຈຂໍ້ຄວາມ ງ່າຍດາຍເພີ່ມຂຶ້ນ. ນັບແຕ່ໄດ້ຮັບຜົນກະທົບຈາກ ການລະບາດຂອງພະຍາດໂຄ ວິດ-19 ແລະ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການເຂົ້າຮຽນຂອງນັກຮຽນຫລຸດ ລົງ ແລະ ການປະລະການຮຽນ ໃນ ທຸກລະດັບແມ່ນເພີ່ມຂຶ້ນ, ເພື່ອຮັບ ປະກັນການຟື້ນຟູ ແລະ ເລັ່ງຟື້ນຟູ ການຮຽນຮູ້, ພວກເຮົາຈະຕ້ອງໄດ້ ຮີບຮ້ອນສຸມໃສ່ສົ່ງເສີມໃຫ້ເດັກ ນ້ອຍທຸກຄົນໄດ້ກັບເຂົ້າມາຮຽນຄືນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບ, ຮັບປະກັນໃຫ້ນັກຮຽນໃຫ້ໄດ້ຮຽນ ບຳລຸງ ແລະ ຮຽນຄືນໃຫ້ຫລາຍຂຶ້ນ ແລະ ດຳເນີນການສິດສອນໃຫ້ເດັກ ນ້ອຍຕາມລະດັບການຮຽນຮູ້ຂອງ ເຂົາເຈົ້າໃນປັດຈຸບັນ, ສະໜັບສະໜູນ ແລະ ຊ່ວຍເຫລືອຄູອາຈານ ເພື່ອໃຫ້ ຄູມີເຄື່ອງມືໃຊ້ສໍາລັບການສິດສອນ ແລະ ສະໜັບສະໜູນຊຸກຍູ້ຊ່ວຍເຫລືອ ດ້ານສຸຂະພາບ, ໂພຊະນາການ ແລະ ຈິດຕະສັງຄົມ, ຊີວິດການເປັນ ຢູ່ທີ່ດີຂອງຄູ ແລະ ເດັກທຸກຄົນ. ລັດຖະບານ ຮັບຮູ້ວ່າການສະ ໜອງງົບປະມານ ໃຫ້ແກ່ຂະແໜງ ການສຶກສາຢ່າງເໝາະສົມ, ມີປະສິດ ທິພາບ ແລະ ມີຄວາມເທົ່າທຽມ ແມ່ນມີຄວາມສໍາຄັນຕໍ່ການເລັ່ງ ການຟື້ນຟູການຮຽນຮູ້ພາຍຫລັງ ສະພາບການລະບາດຂອງພະຍາດ ໂຄວິດ-19, ຄຽງຄູ່ກັບການຮັບປະ ກັນສິດທິຂອງເດັກທຸກຄົນ ໃນ ການສຶກສາທີ່ມີຄຸນນະພາບ ແລະ ມີ ຄວາມເທົ່າທຽມເພື່ອເສີມຂະຫຍາຍ ຊັບສິນດ້ານມະນຸດຂອງ ສປປ ລາວ ແລະ ບັນລຸໄດ້ວິໄສທັດຂອງປະເທດ ໃນການກ້າວໄປສູ່ການພັດທະນາ ເສດຖະກິດທີ່ທັນສະໄໝ ແລະ ເສດຖະກິດທີ່ມີການຂະຫຍາຍຕົວ ສູງຂຶ້ນ; ພວກເຮົາທຸກພາກສ່ວນທັງ ພາກລັດ, ຄູ່ຮ່ວມພັດທະນາ, ເອກະ ຊົນ ແລະ ທຸກພາກສ່ວນໃນສົງຄົມ ລວມທັງພໍ່ແມ່ຜູ້ປົກຄອງຈະຕ້ອງ ໄດ້ເຮັດວຽກຮ່ວມກັນ ເພື່ອປະກອບ ສ່ວນທາງດ້ານ ວິຊາການ ແລະ ທຶນ ຮອນ, ນຳໃຊ້ເຕັກໂນໂລຊີ ແລະ ຫັນ ປ່ຽນການສຶກສາ ໃຫ້ສອດຄ່ອງກັບ ສະພາບໃນປັດຈຸບັນ ແລະ ສາມາດ ຮັບມືໄດ້ກັບການປ່ຽນແປງທີ່ຈະ ເກີດຂຶ້ນໃນອະນາຄົດ ເພື່ອພັດທະນາ ຊັບສິນດ້ານມະນຸດ ໃຫ້ມີຄຸນນະພາບ ສູງຂຶ້ນ; ລັດຖະບານຢືນຢັນວ່າຈະ ພະຍາຍາມເພີ່ມສ່ວນແບ່ງງົບປະ ມານແຫ່ງຊາດ ໃຫ້ແກ່ຂະແໜງ ການສຶກສາ ໃຫ້ສອດຄ່ອງກັບຄາດ ໝາຍທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການສຶກສາເທື່ອລະກ້າວ, ລວມທັງສ່ວນແບ່ງງົບປະມານບໍລິ ຫານທີ່ບໍ່ແມ່ນເງິນເດືອນ. ເຖິງວ່າກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດໃນຄັ້ງ ນີ້, ໄດ້ສໍາເລັດຢ່າງຈົບງາມກໍຕາມ ແຕ່ພາລະກິດໃນການສ້າງຊັບສິນ ດ້ານມະນຸດເຮົາ ຍັງສືບຕໍ່ເປັນພາລະ ກິດຂອງຊາດ. ດັ່ງນັ້ນຮຽກຮ້ອງໃຫ້ ທຸກພາກສ່ວນຈົ່ງສືບຕໍ່ຮ່ວມມືກັນໃນ ການພັດທະນາຄົນ ແລະ ພັດທະນາ ປະເທດຊາດໃຫ້ບັນລຸໄດ້ຕາມເປົ້າ ໝາຍທີ່ວາງໄວ້. ຂ່າວ: ທະນູທອງ ໃນ ແລະ ຕ່າງປະເທດໃຫ້ແກ່ປະຊາ ຊົນທີ່ເປັນສະມະຊິກ ເຊິ່ງກິດຈະກຳ ຕ່າງໆ ເຫັນວ່າມີຄວາມສອດຄ່ອງ ລາວຮັກຊາດ ຄົບຮອບ 63 ປີ (24/5/ 1960-24/5/2023) ໃນ ວັນທີ 25 ພຶດສະພາ 2023 ໂດຍ ມີຄະນະພັກ, ຄະນະກົມ, ພະແນກ ແລະ ພະນັກງານທົ່ວຄະນະພົວພັນ ຕ່າງປະເທດສູນກາງພັກເຂົ້າຮ່ວມ. ໃນພິທີ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ ເລົ່າມູນເຊື້ອການສ້າງຕັ້ງສະຫະ ພາບໂຊວຽດ ໃນປີ 1922 ເປັນປະ ເທດສັງຄົມນິຍົມໝຸ່ມນ້ອຍທີ່ເກີດ ຂຶ້ນທໍາອິດຢູ່ໃນໂລກ ໂດຍໝູນໃຊ້ ລັດທິມາກ-ເລນິນ ເຊິ່ງເປັນທິດສະ ດີປະຕິວັດຂອງຊົນຊັ້ນກຳມະກອນ ມາເປັນເຂັ້ມທິດໃນການພັດທະນາ ປະເທດ, ສ ໂຊວຽດ ໄດ້ກາຍເປັນກຳ ລັງ ແລະ ບ່ອນອີງທີ່ສຳຄັນໃຫ້ຂະ ບວນການຕ້ານລັດທິລ່າເມືອງຂຶ້ນ ແລະ ລັດທິຈັກກະພັດໃນທົ່ວໂລກ. ດັ່ງນັ້ນ, ບັນດາຈັກກະພັດ ຈຶ່ງຫວັງ ດັບມອດ ສ ໂຊວຽດ ເຊິ່ງເປັນສາ ເຫດຕົ້ນຕໍຂອງສົງຄາມໂລກຄັ້ງທີ II; ໄຊຊະນະເໜືອຟາດຊິດເຢຍລະ ມັນ ຂອງ ສ ໂຊວຽດ ໄດ້ສົ່ງຜົນສະ ທ້ອນໃຫ້ແກ່ການປະຕິວັດຢູ່ໃນໂລກ ໄດ້ສ້າງເງື່ອນໄຂໃຫ້ແກ່ຂະບວນ ການປົດປ່ອຍຊາດ ຢູ່ບັນດາປະເທດ ທີ່ເປັນຫົວເມືອງຂຶ້ນ ຈັບມືກັນລຸກຂຶ້ນ ຕໍ່ສູ້ຍາດເອົາຄວາມເປັນເອກະລາດ ມາໃຫ້ຊາດຕົນ, ສະແດງໃຫ້ເຫັນ ເຖິງຄວາມສາມັກຄີອັນແໜ້ນແຟ້ນ, ເສຍສະລະ ແລະ ຄວາມຈົງຮັກພັກ ດີຕໍ່ຊາດ ກໍຄືພັນທະສາກົນຂອງກອງ ທັບແດງ ແລະ ປະຊາຊົນໂຊວຽດ. ພ້ອມນັ້ນ, ຍັງໄດ້ສົ່ງຜົນສະທ້ອນ ອັນໃຫຍ່ຫລວງໃຫ້ແກ່ການປະຕິ ວັດຢູ່ອິນດູຈີນ ແລະ ກ້າວຂຶ້ນຕີເອົາ ຊະນະກັບພວກລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່. ພ້ອມນີ້ ສະຫາຍ ໄດ້ຍົກໃຫ້ເຫັນ ເຖິງໄຊຊະນະດຽນບຽນຟູ ແມ່ນ ຄວາມອົງອາດກ້າຫານຂອງປະຊາ ຊົນ ຫວຽດນາມ ຕໍ່ສູ້ຕ້ານກັບພວກ ລ່າເມືອງຂື້ນແບບເກົ່າ, ແມ່ນໄຊຊະ ນະທີ່ສະຫວ່າງສະໄຫວທີ່ສຸດໃນ ປະຫວັດສາດການຕໍ່ສູ້ຂອງປະຊາ ຊົນຫວຽດນາມ ຕ້ານການຮຸກຮານ ຂອງຈັກກະພັດ ແລະ ໄດ້ຖືກບັນທຶກ ເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20; ຮູ້ໝູນໃຊ້ກຳລັງປະກອບອາວຸດ ທົ່ວປວງຊົນ ເພື່ອເຮັດສົງຄາມປະ ຊາຊົນ; ສະແດງໃຫ້ເຫັນຄວາມ ສາມັກຄີຮ່ວມສໍາພັນສູ້ຮົບຂອງ 3 ຊາດ ອິນດູຈີນ; ຮັບຮູ້ຄວາມເປັນ ເອກະລາດແຫ່ງຊາດ, ອໍານາດອະ ທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງຫວຽດນາມ, ລາວ ແລະ ກໍາປູເຈຍ; ໄຊຊະນະດຽນບຽນຟູ ແມ່ນໜຶ່ງໃນບັນດາປັດໄຈ ແລະ ໝາກ ຜົນຂອງຄວາມສາມັກຄີພິເສດ ແລະ ການຮ່ວມສໍາພັນສູ້ຮົບລະຫວ່າງ ລາວ-ຫວຽດນາມ ໃນການຕ້ານ ສັດຕູຕົວ ດຽວກັນ, ປະສານສົມທົບ ແລະ ຊ່ວຍໜູນເຊິ່ງກັນ ແລະ ກັນ. ໃນຕອນທ້າຍ, ສະຫາຍ ຫົວໜ້າ ຄຕພ ກໍໄດ້ຍົກໃຫ້ເຫັນປະຫວັດສາດ ແລະ ມູນເຊື້ອການຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ແລະ ການອອກຈາກຄຸກຢ່າງມະຫັດສະ ຈັນ ຂອງບັນດາຜູ້ນຳພັກ ເຊິ່ງສາມາດ ຖອດຖອນບົດຮຽນໄດ້ຄື: ຍ້ອນມີພັກ ປະຊາຊົນປະຕິວັດລາວ ພາຍໃຕ້ການ ນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກ ໂດຍມີປະ ທານ ໄກສອນ ພົມວິຫານ ເປັນເລຂາ ທິການໃຫຍ່, ມີຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວຂອງປະຊາຊົນລາວ ບັນດາເຜົ່າ, ມີນໍ້າໃຈຮັກຊາດອັນ ແຮງກ້າຂອງບັນດາຜູ້ນຳ, ມີຄວາມ ຕັດສິນໃຈຕໍ່ສູ້ຍອມເສຍສະລະ ເພື່ອ ຊາດ, ມີຄວາມປີຊາສາມາດຂົນ ຂວາຍ ກໍ່ສ້າງຮາກຖານການເມືອງ, ມີການຈັດຕັ້ງນໍາພາ-ບັນຊາທີ່ໜັກ ແໜ້ນ, ເດັດດ່ຽວ, ເສີມຂະ ຫຍາຍຫົວ ຄິດປະດິດສ້າງຂອງໝົດທຸກຄົນ, ກຳແໜ້ນກາລະໂອກາດອັນເໝາະ ສົມ ຈຶ່ງເຮັດໃຫ້ພະນັກງານ, ສະມາ ຊິກພັກ ແລະ ນັກຮົບກອງພັນທີ 2 ແລະ ບັນດາທ່ານຜູ້ນຳສາມາດໂຕນ ອອກຈາກຄຸກໄປສູ່ເຂດປະຕິວັດໄດ້ ຢ່າງປອດໄພ. ຂ່າວ: ສຸກສະຫວັດ,ພາບ: ຂັນໄຊ ກັບຫລັກສູດການຮຽນ-ການສອນ ຂອງຄະນະວິທະຍາສາດປ່າໄມ້ ໃນ 5 ສາຂາວິຊາ ເປັນຕົ້ນ ອຸດສະຫະ ກຳປຸງແຕ່ງ, ການຈັດສັນ ແລະ ປູກ ໄມ້, ການພັດນາຊົນນະບົດ, ການ ວາງແຜນນຳໃຊ້ທີ່ດິນ, ການທ່ອງ ທ່ຽວທຳມະຊາດ ແລະ ການອະນຸ ລັກສັດປ່າ. ທ່ານ ດວງຕາ ບົວພາວົງ ຫົວ ໜ້າໂຄງການຝ່າຍລາວ ໄດ້ໃຫ້ຮູ້ ວ່າ: ຄະນະວິທະຍາສາດປ່າໄມ້ ໄດ້ ຕົກລົງເຮັດບົດບັນທຶກສັນຍາຮ່ວມ ມື (MOA) ກັບມູນລະນິທິສີລາທໍາ ແລະ ບໍລິສັດ ລານພິລາໄລ ຈຳກັດ ໃນວັນທີ 4 ພະຈິກ 2022 ເພື່ອປະ ຕິບັດໂຄງການດັ່ງກ່າວ ໃນໄລຍະ 3 ປີ. ໂຄງການນີ້ເກີດຂຶ້ນໄດ້ເນື່ອງ ຈາກວ່າ ໃນປີ 2022 ຜ່ານມາ, ທ່ານ ຄຳພັນ ອັນລາວັນ ເອກອັກຄະລັດຖະ ທູດ ແຫ່ງ ສປປ ລາວ ໄດ້ເດີນທາງໄປ ຈັງຫວັດຊຽງໄໝ່ ເພື່ອໄປເປັນປະ ທານເປີດງານແລ່ນ ເພື່ອສຸຂະພາບ ແລະ ໄດ້ລົງຢ້ຽມຢາມປະຊາຊົນ ທີ່ເປັນເຄືອຂ່າຍຂອງມູນນິທິສິນລະ ທຳ ແລະ ບໍລິສັດ ລານພິລາໄລ ຈຳ ກັດ ເຊິ່ງເປັນການສຶກສາຄັ້ງສຳຄັນ ໂດຍ ທ່ານກ່າວວ່າຢາກໄດ້ໂຄງການ ການ ສ້າງສູນວິໄຈພືດ, ອາຫານເປັນ ຢາ ແລະ ພັດທະນາຜະລິດຕະພັນ ດັ່ງກ່າວ ມາໃຫ້ປະຊາຊົນລາວ ເພື່ອ ໃຫ້ເຂົານຳໃຊ້ພືດຜັກ, ຜົນລະປູກມາ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ”. ຈາກນັ້ນ, ປະທານມູນລະນິທິດັ່ງ ກ່າວ ກໍໄດ້ເດີ່ນທາງມາຢ້ຽມຢາມຄະ ນະວິທະຍາສາດປ່າໄມ້ມະຫາວິ ທະຍາໄລແຫ່ງຊາດ ເພື່ອສຶກສາ ຄວາມເປັນໄປໄດ້ ແລະ ວາງແຜນ ຂອບເຂດການຮ່ວມມື ໂດຍຄະນະວິ ທະຍາສາດປ່າໄມ້ ກໍໄດ້ຕອບຮັບ ການຮ່ວມມືກັບມູນລະນິທິສິນລະ ທຳ ແລະ ບໍລິສັດລານພິລາໄລ ຈຳກັດ ເພື່ອເປັນຄູ່ຮ່ວມພັດທະນາຫລັກສູດ ແລະ ການສ້າງອາຊີບ. ພາຍຫລັງໄດ້ຕົກລົງຮ່ວມມື ແລ້ວ, ຄະນະວິທະຍາສາດປ່າໄມ້ ໄດ້ສົ່ງພະນັກງານຈຳນວນ 4 ທ່ານ ໄປຝຶກອົບຮົມຢູ່ຈັງຫວັດຊຽງໄໝ່ ເພື່ອທົດລອງການແປຮູບພືດມາ ເປັນຜະລິດຕະພັນ ແລະ ການລົງ ສຶກສາຄວາມເປັນໄປໄດ້ການທົດ ລອງການແປຮູບ ແລະ ສ້າງຜະ ລິດຕະພັນຂອງຄູອາຈານ, ຈາກນັ້ນ ກໍນຳເອົາຜະລິດຕະພັນທີ່ແປຮູບ ກັບຄືນປະເທດລາວພ້ອມທັງວາງ ສະແດງໃນງານສະເຫລີມສະຫລອງ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງ ຊາດ ຄົບຮອບ 25 ປີ ຜົນປາກົດວ່າ ໄດ້ຮັບການຕອບຮັບເປັນຢ່າງດີ. ຂ່າວ-ພາບ: ສຸກສະຫວັດ

m78] lk0kc0;'g-dv' xt8[y fa ;Pd'ko;-y kltgrkt wf]h noj czo xtgmf]k; 3 26/05/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດຍ «°¦ຍ້ອມສິນ ©ດຍ ພËດທະສອນ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ: ຢາຕົ້ງ rhv,dao,ult8y oe.-h llj n 'a 7,q vvo]kp1kj 'lkh 'loa dP,rvh ,xd6 8oQ w, h .o0v[g0f m;j q xtgmf .sgh xoa 0t[;o2fq 2oN ສະຫາຍ ໄຊຍະເດດ ເພັດຈໍາ ປາ ຄະນະໜ່ວຍພັກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ)ສາຂາແຂວງເຊກອງ ໄດ້ຍົກໃຫ້ເຫັນໃນກອງປະຊຸມດໍາ ເນີນຊີວິດການເມືອງກາງສະໄໝ ເພື່ອສະຫລຸບຕີລາຄາການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ II ຂອງໜ່ວຍພັກ ໃນໄລຍະ 2 ວ່າ: ຄະນະໜ່ວຍພັກໄດ້ຖືເອົາການນໍາ ພາ-ຊີ້ນໍາ ແລະ ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກພັກພະນັກງານເປັນບັນຫາສໍາຄັນ ຕິດ ພັນກັບການນໍາພາປະຕິບັດວຽກ ງານວິຊາສະເພາະຕາມແຜນດໍາ ເນີນທຸລະກິດປະຈໍາຂອງສາຂາ, ເອົາໃຈໃສ່ປັບປຸງການບໍລິການ ແລະ ການຕະຫລາດ ແນໃສ່ການລະ ດົມທຶນ ແລະ ຂະຫຍາຍຜະລິດຕະ ພັນ ເປັນຕົ້ນແມ່ນຜະລິດຕະພັນບັດ ແລະ ຜະລິດຕະພັນເອເລັກໂຕນິກ, ເອົາໃຈໃສ່ຊີ້ນໍາ-ນໍາພາການປ່ອຍ ສິນເຊື່ອ ແລະ ຄຸ້ມຄອງສິນເຊື່ອໃຫ້ ມີປະສິດທິພາບ ແລະ ຕິດຕາມແກ້ໄຂ ໜີ້ ທີ່ບໍ່ເກີດດອກອອກຜົນ ເຮັດໃຫ້ ຜົນການດໍາເນີນທຸລະກິດໃນໄລຍະ ຜ່ານມາ ຮອດໄຕມາດ I ປີ 2023 ມີຕົວເລກເພິິ່ມຂຶ້ນ. ສຳລັບຜົນງານດ້ານວິຊາສະ ເພາະສະແດງອອກ (ທຽບໃສ່ແຜນ ການ 5 ປີ2020-2025) ຄື: ຊັບສິນ/ ໜີ້ສິນ ປະຕິບັດ 257 ຕື້ກີບ ທຽບ ໃສ່ແຜນການ ປະຕິບັດໄດ້ 101 , ການລະດົມເງິນຝາກ ປະຕິບັດໄດ້ 247 ຕື້ກີບ ທຽບໃສ່ແຜນການ ປະ ຕິບັດໄດ້ 83 , ການຂະຫຍາຍສິນ ເຊືິ່ອ ປະຕິບັດໄດ້ 60 ຕື້ກີບ ທຽບ ໃສ່ແຜນການ ປະຕິບັດໄດ້ 106 , ການຂະຫຍາຍຕົວແທນຊຸມຊົນ (#-$OM&) ປະຕິບັດໄດ້ 12 ຕົວແທນທຽບໃສ່ແຜນການປະຕິ ບັດໄດ້ 240 , ການຂະຫຍາຍ ຕູ້ເອທີເອັມ ໄດ້ທັງໝົດ 4 ໜ່ວຍ ທຽບໃສ່ແຜນການ ປະຕິບັດໄດ້ 66 , ບັດ A5M 6OJPO1BZ (ບັດລູກຄ້າທົ່ວໄປ) ປະຕິບັດໄດ້ 13.622 ບັດ ທຽບໃສ່ແຜນການ ປະຕິບັດໄດ້ 247 , ບັດ A5M (O7 (ບັດລັດຖະກອນ) ປະຕິບັດ ໄດ້ 4.945 ບັດ ທຽບໃສ່ ແຜນການ ປະຕິບັດໄດ້ 989 , ບັດ 7I4A $SFEJU ປະຕິບັດໄດ້ 30 ບັດ ທຽບ ໃສ່ແຜນການປະຕິບັດໄດ້ 33 , ບັດ 7I4A EFCJU ປະຕິບັດໄດ້ 33 ບັດ ທຽບໃສ່ແຜນການປະຕິບັດ ໄດ້ 82 , #$&- OOF ປະຕິບັດ ໄດ້ 18.797 ລາຍການທຽບໃສ່ ແຜນການປະຕິບັດໄດ້ 341 , #$&- OOFQBZ ປະຕິບັດໄດ້ 800 ລາຍການ ທຽບໃສ່ແຜນການ ປະຕິບັດໄດ້ 444 , I-#BOL ປະຕິ ບັດໄດ້ 374 ລາຍການ ທຽບໃສ່ ແຜນການປະຕິບັດໄດ້ 415 , 4M4 #BOLJOH ປະຕິບັດໄດ້ 618 ລາຍການ ທຽບໃສ່ແຜນການ ປະຕິບັດໄດ້ 343 . ສະຫາຍ ໄຊຍະເດດ ເພັດຈໍາປາ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການທ້າຍ ສະໄໝ ຈະສືບຕໍ່ນໍາພາການປະຕິບັດ ວຽກງານວິຊາສະເພາະໂດຍອີງ ໃສ່ທິດທາງລວມຂອງຂັ້ນເທິງ, ປະຕິບັດຕາມແຜນ ,1I ຂອງສາ ຂາ, ແຜນດໍາເນີນທຸລະກິດປະຈໍາ ປີຄື: ດ້ານຊັບສິນ/ໜີ້ສິນ ຄາດໝາຍ ໃຫ້ໄດ້ 254 ຕື້ກີບ, ດ້ານເງິນຝາກ ຄາດໝາຍໃຫ້ໄດ້ 295 ຕື້ກີບ, ດ້ານ ສິນເຊື່ອຄາດໝາຍໃຫ້ໄດ້ 252 ຕື້ກີບ ແລະຈະສືບຕໍ່ສູ້ຊົນຂະຫຍາຍ ທຸກຜະລິດຕະພັນໃຫ້ໄດ້ຕາມແຜນ ທີ່ວາງໄວ້. ມີເຫດການປະຊາຊົນ ຢູ່ເມືອງສະ ໝາມໄຊ ແລະ ເມືອງໄຊເສດຖາ ໄດ້ ໂພສຄຣິບພາບ-ສຽງ ທີ່ເວົ້າເຖິງ ເຫດການຄວາມບໍ່ເຂົ້າໃຈກັນ ລະ ຫວ່າງ ນັກລົງທຶນທີ່ໄດ້ສໍາປະທານ ດິນລັດ ແລະ ປະຊາຊົນທີ່ທໍາການຜະ ລິດປູກມັນຕົ້ນ, ຄວາມບໍ່ເຂົ້າໃຈກັນ ດັ່ງກ່າວ ຈຶ່ງໄດ້ມີປະຊາຊົນຖ່າຍ ຮູບພາບ ແລະ ຄຣິບສຽງ ໂພສລົງ ໃນເຟສບຸກສ່ວນຕົວຕາມຄວາມ ຮູ້ສຶກຂອງຕົນ ທີ່ມີເນື້ອຫາສາລະ ບິດເບືອນຄວາມເປັນຈິງ ທັງແຕະ ຕ້ອງບົດບາດການນໍາພາ-ຄຸ້ມຄອງ ຂອງອໍານາດການປົກຄອງທ້ອງ ຖິ່ນ ແຕ່ລະຂັ້ນພາໃຫ້ສັງຄົມເກີດມີ ສຽງວິພາກວິຈານ, ມີທັດສະນະ ຕ່າງໆນາໆ ທັງດ້ານບວກ ແລະ ດ້ານ ລົບ ຈົນກາຍເປັນບັນຫາຄວາມບໍ່ ສະຫງົບໃນສັງຄົມ. ອີງຕາມຂໍ້ມູນ ຈາກນັກຂ່າວແຂວງອັດຕະປື ໃຫ້ ຮູ້ວ່າ: ຕໍ່ເຫດຫານທີ່ເກີດຂຶ້ນສື່ມວນ ຊົນແຂວງອັດຕະປື ໃນຖານະທີ່ເປັນ ສື່ກາງ ກໍໄດ້ໄປພື້ນທີ່ຕົວຈິງ ເພື່ອພົບ ກັບອໍານາດການປົກຄອງເມືອງ, ບ້ານ ແລະ ປະຊາຊົນທີ່ຢູ່ໃນເຫດ ການ ລວມທັງຜູ້ຖ່າຍຮູບ-ພາບສຽງ ໂພສລົງເຟດບຸກ ເຊິ່ງຈາກການ ສອບຖາມຂໍ້ມູນຄວາມເປັນຈິງ ແມ່ນມີເຫດການຄວາມບໍ່ເຂົ້າໃຈ ກັນ ລະຫວ່າງ ນັກລົງທຶນທີ່ໄດ້ຮັບ ສິດສໍາປະທານດິນລັດ ກັບປະຊາ ຊົນ ໂດຍບໍ່ຜ່ານການສະເໜີແກ້ໄຂ ຂອງອໍານາດການປົກຄອງແຕ່ລະ ຂັ້ນ ຈຶ່ງພາໃຫ້ມີຄວາມເຂົ້າໃຈຄົນ ລະແງ່ມູມ ແລະ ມີເຫດການປາກ- ສຽງເກີດຂຶ້ນແທ້. ຍ້ອນຄວາມຮູ້ເທົ່າ ບໍ່ເຖິງການ ຜູ້ໄດ້ຮັບຜົນກະທົບ ຈຶ່ງ ຂາດສະຕິຕັດສິນໃຈຖ່າຍຮູບພາບສຽງ ໂພສລົງເຟສບຸກ ທັງມີເນື້ອ ຫາລະເມີດລະບຽບການຄຸ້ມຄອງ ຂໍ້ມູນຂ່າວສານຜ່ານອິນເຕີເນັດ, ການເຄື່ອນໄຫວຕ້ານ ແລະ ສະກັດ ກັ້ນການນໍາໃຊ້ຂໍ້ມູນຂ່າວສານຜ່ານ ອິນເຕີເນັດ ທີ່ເປັນໄພແກ່ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ມາ ຮອດປັດຈຸບັນ ບຸກຄົນທີ່ຖ່າຍຮູບ ພາບ ໂພສລົງເຟດທີ່ ພາໃຫ້ມີຄວາມ ສັບສົນໃນສື່ສັງຄົມອອນລາຍ ນັ້ນ ໄດ້ອອກມາສະແດງຄວາມສໍານຶກ ຜິດ, ຂໍໂທດຕໍ່ການຈັດຕັ້ງ ແລະ ສັງ ຄົມຜ່ານສື່ມວນຊົນແລ້ວ ທັງຕັກ ເຕືອນໃຫ້ສັງຄົມມີສະຕິ ເພື່ອບໍ່ໃຫ້ ເຫດການຄ້າຍຄືລັກສະນະດັ່ງກ່າວ ເກີດຂຶ້ນອີກ. ແນວໃດກໍດີຕໍ່ກັບເຫດການທີ່ ຍົກຂຶ້ນມານັ້ນ ເປັນອີກໜຶ່ງເຫດທີ່ ເກີດຂຶ້ນ ແລະ ສັງຄົມໃຫ້ຄວາມສົນ ໃຈພໍສົມຄວນ. ແຕ່ທາງພາກສ່ວນ ກ່ຽວຂ້ອງກໍໄດ້ແກ້ໄຂຕາມລະບຽບ ກົດໝາຍແລ້ວ ເຊິ່ງອີງຕາມດໍາລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວ ສານ ຜ່ານອິນເຕີເນັດ ເລກທີ 327/ ລບ, ລົງວັນທີ 16 ກັນຍາ 2014, ໝວດທີ 3 ມາດຕາ 10 ໄດ້ລະບຸບາງ ເນື້ອໃນບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານ ອີນເຕີເນັດດັ່ງນີ້: ຂໍ້ມູນຕົວະຍົວະ, ຫລອກລວງ ແລະ ຊວນເຊື່ອປະຊາ ຊົນທີ່ຢູ່ໃນ ແລະ ຕ່າງປະເທດ ຕໍ່ຕ້ານ ພັກ-ລັດ, ຍຸຍົງສົ່ງເສີມ ການເຄື່ອນ ໄຫວທີ່ເປັນການກໍ່ການຮ້າຍ, ຄາດ ຕະກໍາ ແລະ ປັ່ນປ່ວນສັງຄົມ, ໂຄສະ ນາບິດເບືອນ ແລະ ປ່າວຂ່າວອະກຸ ສົນ ເພື່ອສ້າງຄວາມແບ່ງແຍກ, ເຜີຍແຜ່ຂໍ້ມູນຂ່າວສານບໍ່ຖືກຕ້ອງ ແລະ ບິດເບືອນຄວາມເປັນຈິງ ເພື່ອ ຈຸດປະສົງສ້າງຄວາມເຊື່ອມເສຍ ຕໍ່ກຽດສັກສີ ຫລື ສິດທິສ່ວນບຸກຄົນ ຂອງຄົນອື່ນ, ພາກສ່ວນ, ສະຖາບັນ ອື່ນໆ. ສະນັ້ນ, ພວກເຮົາຄວນມີສະຕິ ຕ້ອງຫລີກລ່ຽງກັບຄໍາວ່າ: ຮູ້ເທົ່າ ບໍ່ເຖິງການ, ຜູ້ທີ່ຈະໂພສ ພາບ-ສຽງ ຄວນຄິດເຖິງໜ້າຕາ, ກຽດສັກສີ ຂອງຕົນເອງ, ຄອບຄົວ ແລະ ການ ຈັດຕັ້ງທຸກສາຍພົວພັນທີ່ຕົນເຂົ້າ ຮ່ວມ ແນໃສ່ເພື່ອເຮັດໃຫ້ທຸກຄົນ ນໍາໃຊ້ສື່ຢ່າງມີສະຕິ, ສ້າງສັນ ແລະ ເກີດປະໂຫຍດຕໍ່ຕົນເອງ ແລະ ສັງ ຄົມ. ກ່ອນຈະໂພສຂໍ້ມູນ, ມີຄໍາເຫັນ ລົງໃນສື່ອອນລາຍຄວນພິຈະລະນາ ເຖິງຄຸນນະພາບ ຂອງຂໍ້ມູນຂ່າວ ສານວ່າມີປະໂຫຍດຕໍ່ຜູ້ຈະຮັບນັ້ນ ຫລື ບໍ່, ຄວນຫລີກລ່ຽງຂໍ້ມູນ ຂ່າວ ສານທີ່ເປັນພິດໄພ, ປັ່ນປວນ, ຕັ້ງ ຂໍ້ສົງໃສ ຫລື ຕັ້ງບັນຫາໃຫ້ແກ່ສັງ ຄົມມາແກ້ໄຂ, ສິ່ງສໍາຄັນທຸກຄົນ ຕ້ອງມີຄວາມຮັບຜິດຊອບຕໍ່ຂໍ້ມູນ ຂ່າວສານທີ່ຕົນເອງເຜີຍແຜ່. ປັດຈຸບັນ ໃນໂລກ ຫລື ໃນສັງ ຄົມລາວ ພວມຢູ່ໃນຍຸກດີຈິຕອນ ຍຸກ ແຫ່ງຂໍ້ມູນຂ່າວສານ ເນື່ອງຈາກ ເຕັກໂນໂລຊີທີ່ນໍາໃຊ້ເຂົ້າໃນການ ສື່ສານ ມີຄວາມກ້າວໜ້າທັນສະໄໝ ພາໃຫ້ການສື່ສານກ້າວໜ້າ, ສະ ດວກວ່ອງໄວ ແລະ ເຊື່ອມຕໍ່ຄົນທັງ ໂລກຫາກັນໄດ້ ໂດຍມີສື່ສັງຄົມອອນ ລາຍ (4PDJBM NFEJB) ເປັນຕົວ ຂັບເຄື່ອນສໍາຄັນ ເຮັດໃຫ້ຂໍ້ມູນຂ່າວ ສານ ໄດ້ເຜີຍແຜ່ຢ່າງວ່ອງໄວ, ທັນ ເຫດການ ແລະ ກວ້າງຂວາງໃນ ທົ່ວໂລກ. ດັ່ງທີ່ຮູ້ກັນດີວ່າ ຍຸກເຕັກໂນໂລຊີ ຂໍ້ມູນຂ່າວສານ ບໍ່ພຽງແຕ່ບົດບາດ ອໍານວຍຄວາມສະດວກ ໃນການດໍາ ລົງຊິວິດເທົ່ານັ້ນ, ຍັງມີບົດບາດເຂົ້າ ມາປ່ຽນແປງພຶດຕິກໍາຂອງຄົນເຮົາ ໄປຫລາຍທິດທາງ ລວມທັງແບບ ແຜນການດໍາລົງຊີວິດ, ການຄ້າ ຂາຍ, ການປະຊາສໍາພັນ, ວິທີຄິດ ແລະ ຄ່ານິຍົມຂອງຄົນໃນສັງຄົມ ເຮັດ ໃຫ້ທຸກພາກສ່ວນໃນສັງຄົມໄດ້ ຮັບຜົນກະທົບທາງກົງ ແລະ ທາງ ອ້ອມ. ການບໍລິໂພກຂ່າວສານ ກໍຫັນ ໄປນຳໃຊ້ສື່ແບບໃໝ່ ເປັນຕົ້ນເຟສ ບຸກ, ຢູທູບ, ເອັບພຣີເຄຊັນ ອື່ນໆ ນັບມື້ເພີ່ມຂຶ້ນ ຍ້ອນວ່າມັນໄດ້ໃຫ້ ຂໍ້ມູນວ່ອງໄວ ແລະ ທັນເຫດການ ເຖິງວ່າມີຄວາມສ່ຽງສູງ ຕໍ່ການ ບິດເບືອນຄວາມຈິງກໍ່ຕາມ. ສື່ສັງ ຄົມອອນລາຍ ແມ່ນຮູບແບບການ ສື່ສານ ແລະ ການເຜີຍແຜ່ຂໍ້ມູນຂ່າວ ສານ ຜ່ານອິນເຕີເນັດ ເຊິ່ງບຸກຄົນ ທົ່ວໄປສາມາດນໍາສະເໜີ, ສົ່ງ, ຮັບ, ສົ່ງຕໍ່, ມີຄໍາເຫັນຕໍ່ເນື້ອໃນຂໍ້ມູນຂ່າວ ສານ ເປັນຕົ້ນ: ເຟສບຸກ, ທະວິດເຕີ, ຢູທູບ ແລະ ອື່ນໆ. ການນໍາໃຊ້ສື່ສັງ ຄົມອອນລາຍ ແມ່ນບໍ່ຫຍຸ້ງຍາກ ພຽງແຕ່ຜູ້ໃຊ້ບໍລິການເຊື່ອມຕໍ່ເຂົ້າ ຫາອິນເຕີເນັດ, ຈາກນັ້ນ ຜູ້ໃຊ້ໂທລະ ສັບສາມາດອ່ານ, ຂຽນ, ສົ່ງຕໍ່ຂໍ້ມູນ ຂ່າວສານຜ່ານອິນເຕີເນັດໄດ້. ແຕ່ບາງຄັ້ງການບໍລິໂພກສື່ ອອນລາຍໄດ້ກໍ່ໃຫ້ເກີດມີປະກົດ ການຫຍໍ້ທໍ້ຂຶ້ນໃນສັງຄົມ ດັ່ງຕົວ ຢ່າງກໍລະນີ ຢູ່ແຂວງອັດຕະປື ໄດ້ ວັນປູກຕົ້ນໄມ້ແຫ່ງຊາດກໍ່ຫຍັບ ຈໍ້ມໍ່ເຂົ້າມາຢ່າງເຕັມທີ່ ເຊິ່ງທົ່ວພັກລັດ, ທົ່ວກຳລັງປະກອບອາວຸດ, ທົ່ວ ສັງຄົມຕ່າງກໍ່ໃຈຈົດໃຈຈໍ່ທັງຫ້າງ ຫາກະກຽມເບ້ຍໄມ້, ທຶນຮອນ, ເນື້ອ ທີ່, ປັດໄຈອື່ນໆ ສຸມໃສ່ສະເຫລີມ ສະຫລອງວັນດັ່ງກ່າວໃຫ້ມີຄວາມ ໝາຍສຳຄັນ ເພື່ອການປົກຫຸ້ມຂອງ ປ່າໄມ້ເຖິງ 70 ຂອງເນື້ອທີ່ທົ່ວ ປະເທດ ເຊິ່ງຈະບັນລຸເປົ້າໝາຍດັ່ງ ກ່າວນັ້ນໄດ້ ພວກເຮົາບໍ່ພຽງແຕ່ປູກ ປ່າຄືນໃໝ່ໃນແຕ່ລະປີ, ແຕ່ຕ້ອງໄດ້ ເອົາໃຈໃສ່ການປົກປັກຮັກສາຕື່ມ ອີກໃຫ້ຕົ້ນໄມ້ທີ່ປູກແລ້ວ ມີອັດຕາ ການລອດຕາຍຫລາຍທີ່ສຸດ. ຄືພວກເຮົາຮູ້ນຳກັນແລ້ວວ່າ: ປ່າໄມ້ເປັນຊັບສົມບັດອັນມີຄ່າຢ່າງ ຫລວງຫລາຍຂອງພວກເຮົາ, ໃນ ເບື້ອງຕົ້ນລັດຖະບານໄດ້ຕັ້ງເປົ້າ ໝາຍວ່າ ປີ 2020 ພວກເຮົາຈະ ສູ້ຊົນໃຫ້ການປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70 ຂອງເນື້ອທີ່ປະເທດ, ແຕ່ການບັນລຸເປົ້າໝາຍດັ່ງກ່າວນັ້ນ ໄດ້ຕໍ່ເວລາອອກໄປຈົນຮອດປີ 2025 ຍ້ອນຫລາຍປັດໄຈທີ່ຍັງເປັນສິ່ງທ້າ ທາຍ. ໜຶ່ງໃນຫລາຍສິ່ງທ້າທາຍ ຂອງການບັນລຸເປົ້າໝາຍນີ້ ກໍ່ແມ່ນ ບັນ ຫາໄຟໄໝ້ລາມປ່າ ແລະ ອື່ນໆ ເຊິ່ງເປັນບັນຫາຊຳເຮື້ອມາຫລາຍ ປີ, ໃນໄລຍະຜ່ານມາ ປະເທດລາວ ຂອງພວກເຮົາ ໄດ້ສູນເສຍເນື້ອທີ່ ການປົກຫຸ້ມຂອງປ່າໄມ້ໄປຫລາຍ ພັນເຮັກຕາຍ້ອນບັນຫາໄຟໄໝ້ລາມ ປ່າ ອັນນຳມາສູ່ການສູນເສຍບໍ່ສະ ເພາະແຕ່ປ່າໄມ້ເທົ່ານັ້ນ ຍັງລວມ ເຖິງຊີວະນາໆພັນທີ່ເປັນສິ່ງມີຄ່າ ປະດັບປ່າທີ່ໜ້າອອນຊອນຂອງ ລາວເຮົາຕື່ມອີກ. ຢ່າງໃດກໍ່ດີສຳລັບວັນປູກໄມ້ ແຫ່ງຊາດປີນີ້, ກະຊວງກະສິກຳ ແລະ ປ່າໄມ້ກໍ່ໄດ້ອອກແຈ້ງການ ສະບັບເລກທີ 2623/ກປ ລົງວັນທີ 24/5/2023 ເຊິ່ງມີເນື້ອໃນບາງ ຕອນກໍ່ໄດ້ເຊີນຊວນທົ່ວສັງຄົມເປັນ ເຈົ້າການປະກອບສ່ວນເຂົ້າຮ່ວມ ເປັນຂະບວນປູກຕົ້ນໄມ້ແຫ່ງຊາດ ປີນີ້ໃຫ້ມີບັນດາຍາກາດຟົດຟື້ນ, ໂດຍສະເພາະໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນ ຫລວງວຽງຈັນເປັນເຈົ້າການປະ ສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້, ນະຄອນພາກສ່ວນ ທີ່ກ່ຽວຂ້ອງພ້ອມທັງບໍລິສັດ ແລະ ຜູ້ປະກອບການເອົາໃຈໃສ່ກຳນົດ ເນື້ອທີ່ດິນປ່າໄມ້ຊຸດໂຊມ ແລະ ປອກ ໂລ້ນໃນເຂດປ່າຜະລິດແຫ່ງຊາດ ເພື່ອຈັດສັນ ແລະ ສົ່ງເສີມການປູກ ໄມ້ອຸດສາຫະກຳ ແລະ ກຳນົດເນື້ອທີ່ ດິນປ່າໄມ້ຊຸດໂຊມ ແລະ ປອກໂລ້ນ ໃນເຂດປ່າປ້ອງກັນ ແລະ ປ່າສະ ຫງວນ ເພື່ອຈັດສັນການປູກໄມ້ ແລະ ກຳນົດເປັນເຂດຟື້ນຟູປ່າທຳມະ ຊາດ ເພື່ອປົກປັກຮັກສາເຂດຍອດ ນ້ຳ, ແຫລ່ງນ້ຳໃຫ້ແກ່ໂຄງການ ເຂື່ອນໄຟຟ້ານ້ຳຕົກ ແລະ ປົກປັກຮັກ ສາສິ່ງແວດລ້ອມ; ສົມທົບກັບຂະ ແໜງການທີ່ກ່ຽວຂ້ອງຕິດຄຳຂວັນ ກ່ຽວກັບວັນປູກຕົ້ນໄມ້ແຫ່ງຊາດ ຕາມສະຖານທີ່ຕ່າງໆ ເພື່ອເປັນການ ໂຄສະນາເຜີຍແຜ່, ລະດົມໃຫ້ທົ່ວສັງ ຄົມເຂົ້າຮ່ວມ ແລະ ເປັນເຈົ້າການປູກ ໄມ້ໃຫ້ເປັນຂະບວນຟົດຟື້ນ ເຊິ່ງມີ ຄຳຂວັນດັ່ງນີ້: “ຊົມເຊີຍວັນປູກຕົ້ນ ໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບ ຮອບ 43 ປີຢ່າງສຸດໃຈ”, “ປູກຕົ້ມ ໄມ້ໃນວັນນີ້ ເພື່ອລູກຫລານໃນວັນ ໜ້າ” ແລະ “ ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປົກ ປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນ ການປ່ຽນແປງດິນຟ້າອາກາດ”. ປັດຈຸບັນນີ້ ຫລາຍທ້ອງ ຖິ່ນກໍ່ໄດ້ກະກຽມໃຫ້ແກ່ວັນປູກຕົ້ນ ໄມ້ແຫ່ງຊາດປີໃຫ້ເປັນຂະບວນຟົດ ຟື້ນ. ໜຶ່ງໃນນີ້ ກໍ່ແມ່ນເມືອງພູວົງ ແຂວງອັດຕະປື ໂດຍຕາມການໃຫ້ ຮູ້ຂອງ ທ່ານ ເພັດສະຫວັນ ສີກຸນ ລະບຸດ ຮອງຫົວໜ້າຫ້ອງການກະ ສິກຳ ແລະ ປ່າໄມ້ວ່າ: ວັນປູກຕົ້ນໄມ້ ແຫ່ງຊາດ ທີ 1 ມິຖຸນາ 2023 ທີ່ຈະ ມາເຖິງນີ້ ທາງເມືອງພູວົງໄດ້ກະ ກຽມຄວາມພ້ອມດ້ານຕ່າງໆ ເປັນ ຕົ້ນແມ່ນເບ້ຍໄມ້ໄດ້ຫລາຍ ກວ່າ 27.000 ເບັ້ຍ. ໃນນັ້ນ, ມີໄມ້ໃຫ້ ໝາກກວ່າ 10.000 ເບ້ຍ, ໄມ້ ເສດ ຖະກິດກວ່າ 16.000 ເບ້ຍ ແລະ ໄມ້ດອກໄມ້ປະດັບກວ່າ 800 ເບ້ຍ ແລະ ໄດ້ກໍານົດເນື້ອທີ່ປູກໄມ້ເປັນ ແບບຢ່າງໃນວັນດັ່ງກ່າວ ຢູ່ບ້ານ ວັງແຄນ. ນອກຈາກວັນປູກຕົ້ນໄມ້ ແລ້ວ, ຍັງໄດ້ເອົາໃຈໃສ່ເຄື່ອນໄຫວ ເຜີຍແຜ່ລະບຽບກົດໝາຍ, ການ ຄຸ້ມຄອງ ແລະ ການຊົມໃຊ້ປ່າໄມ້ຢູ່ ຮາກຖານບ້ານພາຍໃນເມືອງ ເພື່ອ ໃຫ້ພໍ່ແມ່ປະຊາຊົນ, ນັກຮຽນ, ນັກ ສຶກສາ ຮັບຮູ້ເຂົ້າໃຈເຖິງຄວາມ ໝາຍຄວາມສຳຄັນຂອງປ່າໄມ້ຕະ ຫລອດຮອດການປົກປັກຮັກສາ ແບບມີສ່ວນຮ່ວມ ເພື່ອເພີ່ມເນື້ອທີ່ ປົກຫຸ້ມຂອງປ່າໄມ້ ຫລາຍຂຶ້ນກາຍ ເປັນບ່ອນເພິ່ງພາອາໃສຂອງສັດປ່າ ນາໆຊະນິດ ແລະ ຍັງເປັນແຫລ່ງ ອາຫານຈາກທຳມະຊາດອີກດ້ວຍ. ມາຮອດດຽວນີ້ ທົ່ວເມືອງພູວົງ ມີເນື້ອທີ່ປ່າໄມ້ທັງໝົດ 400 ກວ່າ ເຮັກຕາ, ທຽບໃສ່ເນື້ອທີ່ປົກຫຸ້ມ ເທົ່າກັບ 78 , ຂອງເນື້ອທີ່ທົ່ວ ເມືອງ ແລະ ທຽບໃສ່ຫລາຍປີຜ່ານ ມາເນື້ອທີ່ປ່າໄມ້ ໄດ້ຫລຸດລົງ ເນື່ອງຈາກປະຊາກອນ ນັບມື້ເພີ່ມ ຂຶ້ນ, ການຂະຫຍາຍເນື້ອທີ່ທຳການ ຜະລິດດ້ານກະສິກຳໄດ້ ເພີ່ມຂຶ້ນ ຈຶ່ງ ເຮັດໃຫ້ເນື້ອທີ່ຂອງປ່າໄມ້ຫລຸດລົງ.

RkJQdWJsaXNoZXIy MTc3MTYxMQ==