5626

xtgmf]k; 6 26/05/2023 glf4tdfy {l'a 7,q glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ ໂດຍ: ເກີດຂວັນໃຈ ມາລີຈັນສີ dko38h8v[dko]t[kf 0v'rtpkf8yf8+ dkogxufxtgmf -j;p.sh glf4tdyf]k; 0tspkp8q; [k[U c]t xjkg1A'-k ]+ Ij;,gmltdkoI6[g'qklkdqo16j/iaj' ກອງທຶນດ້ານການເງິນສາ ກົນ ຫລື IM' ແລະ ທະນາຄານແຫ່ງ ສປປ ລາວ ຄາດຄະເນວ່າເສດຖະ ກິດຂອງ ສປປ ລາວ ໃນປີ 2023 ແລະ ໃນປີ 2024 ຈະເຕີບໂຕຂຶ້ນ ສະ ເລ່ຍປະມານ 4 ພາຍຫລັງເປີດ ປະເທດນັບແຕ່ຕົ້ນປີ 2022 ເຊິ່ງ ເປັນສ່ວນສໍາຄັນເຮັດໃຫ້ເສດຖະ ກິດຂອງລາວຄ່ອຍໆຟື້ນຕົວ ແລະ ໄດ້ຮັບຜົນປະໂຫຍດໂດຍກົງຈາກ ພາກອຸດສາຫະກໍາທ່ອງທ່ຽວ. ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ ທີ່ ໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19. ແຕ່ເມື່ອ ລັດຖະບານລາວ ໄດ້ປະກາດເປີດ ປະເທດໃນຕົ້ນປີ 2022 ບວກກັບ ການເປີດໃຫ້ບໍລິການເສັ້ນທາງລົດ ໄຟລາວ-ຈີນ ໃນເວລາໄລ່ເລ່ຍກັນ ໄດ້ກາຍເປັນພະລັງຂັບເຄື່ອນສໍາ ຄັນທີ່ສຸດເຊື່ອມໂຍງເຊື່ອມຈອດ ໃນບົດຜ່ານມາຄໍລຳຊີວິດ ແລະ ກົດໝາຍ ໄດ້ນຳສະເໜີຫລາຍ ມາດຕະການ ໃນການກັນ ແລະ ຄວບ ຄຸມພະຍາດຕິດຕໍ່ໄປແລ້ວ ສືບຕໍ່ບົດ ນີ້ກໍຍັງນຳສະເໜີອີກມາດຕະການ ໜຶ່ງທີ່ລະບຸໄວ້ໃນຫລາຍມາດຕາ 33 ຂອງກົດໝາຍ ກ່ຽວກັບການໂຕ້ຕອບ ຕໍ່ການລະບາດຂອງພະຍາດຕິດຕໍ່ ຊຶ່ງແມ່ນການນໍາໃຊ້ມາດຕະການ ດ້ານສາທາລະນະສຸກ, ວິທີການ ດ້ານການແພດ ແລະ ລະບຽບການ ສາກົນ ດ້ານສາທາລະນະສຸກໃດ ໜຶ່ງ ເພື່ອໂຕ້ຕອບການລະບາດຂອງ ພະຍາດ. ໃນການໂຕ້ຕອບນີ້ ໃຫ້ນໍາໃຊ້ ມາດຕະການ ດັ່ງນີ້: 1) ສັງເກດ ອາການ, ກັກກັນ ແລະ ແຍກປ່ຽວ ຄົນທີ່ສົງໄສ ຫລື ຕິດເຊື້ອພະຍາດ; 2) ວິເຄາະ ແລະ ກວດຢັ້ງຢືນ ການ ຕິດເຊື້ອພະຍາດ; 3) ປິ່ນປົວຄົນທີ່ ຕິດເຊື້ອພະຍາດ; 4) ອະນາໄມ ແລະ ຂ້າເຊື້ອພະຍາດ ຢູ່ຕາມສະຖານທີ່ ແລະ ວັດຖຸປະກອນ ທີ່ປົນເປື້ອນ ເຊື້ອພະຍາດ; 5) ທໍາລາຍວັດຖຸອຸປະ ກອນ ທີ່ມີຄວາມສ່ຽງນໍາເຊື້ອພະ ຍາດແພ່ລາມໄປສູ່ເຂດອື່ນ; 6) ພົ່ນ ຢາຂ້າເຊື້ອພະຍາດໃສ່ພາຫະນະ ເຂົ້າ-ອອກ ເຂດລະບາດຂອງພະ ຍາດ; 7) ແຈ້ງເຕືອນ ແລະ ຄວບ ຄຸມການເຄື່ອນຍ້າຍຄົນ, ສັດ, ວັດ ຖຸປະກອນ ເຂົ້າ-ອອກ ເຂດທີ່ເກີດ ລະບາດພະຍາດ; 8) ນໍາໃຊ້ຢາ, ເຄມີ, ອຸປະກອນ ຮັບໃຊ້ ແລະ ໃຫ້ວັກ ຊີນກັນພະຍາດ; 9)ເຝົ້າລະວັງ ພະຍາດ ແລະ ນໍາໃຊ້ມາດຕະການ ສຸຂານາໄມໃດໜຶ່ງ ໂດຍອີງຕາມ ຜົນການປະເມີນຄວາມສ່ຽງ ໃນ ເຂດລະບາດຂອງພະຍາດ ຫລື ເຂດທີ່ມີຄວາມສ່ຽງ ເພື່ອຮັບປະກັນ ໃຫ້ຢຸດເຊົາການລະບາດຂອງພະ ຍາດ; 10) ຈັດຕັ້ງການໂຄສະນາ, ສຶກສາອົບຮົມໃຫ້ທຸກພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມຂະບວນການ ໂຕ້ຕອບ; 11) ປະກາດ ຫລື ແຈ້ງ ເຕືອນ ກ່ຽວກັບສະພາບການເກີດ ລະບາດຂອງພະຍາດ ຢ່າງເປັນ ທາງການ ໃນແຕ່ລະໄລຍະ ໂດຍ ຜ່ານສື່ຕ່າງໆ ໃຫ້ສາທາລະນະ ຊົນຮັບຊາບ; 12) ນໍາໃຊ້ມາດຕະ ການອື່ນ ທີ່ມີຄວາມຈໍາເປັນ ແລະ ເໝາະສົມ. ກາຍເປັນປະຫວັດສາດ ຂອງ ວົງ ການ ບັນ ເທີ ງລາວ ເມື່ອສອງ ສາວງາມ ບາບີ້ ປິຍະມາດ MJTT IOUFSOBUJPOBM -BPT 2018 ແລະ ປ່າເຢັ້ງຊາລໍ່ MJTT 6OJWFSTF -BPT 2022 ຖືກເຊີນໄປ ຍ່າງສະແດງເທິງເວທີພົມແດງ ເທສະການໜັງ ນານາຊາດ ເມືອງ ຄານຄັ້ງທີ 76 ($BOOFT 'JMN 'FTUJWBM 2023) ທີ່ຈັດຂຶ້ນ ຢູ່ປະເທດຝຣັ່ງ ໃນວັນທີ 16- 27 ພຶດສະພາ 2023 ນີ້ ສອງສາວ ງາມຕົວແທນ ແມ່ຍິງ ລາວ ກໍບໍ່ ໄດ້ ເຮັດ ໃຫ້ຄົນ ລາວຜິດຫວັງ ບໍ່ ວ່າຈະ ເປັນເຄື່ອງ ແຕ່ງ ກາຍ , ຊົງ ຜົມ, ເຄື່ອງປະດັບ ທີ່ສະແດງເຖິງສິລະ ປະວັດ ທະນະ ທໍາ ແລະ ການ ນຸ່ງ ຖື ຂອງ ແມ່ ຍິງ ລວມ ເຖິງ ຄວາມ ເປັນ ລາວ ອວດ ສາຍຕາ ຊາວ ໂລກ ເພື່ອ ເຮັດໃຫ້ຊາວໂລກໄດ້ຮູ້ຈັກປະເທດ ລາວຫລາຍຂຶ້ນ. ໂດຍການຍ່າງແບບເທື່ອນີ້ ບາບີ້ ປິຍະມາດ ໄດ້ຂຶ້ນຍ່າງສະຫງ່າງາມ ດ້ວຍ ຊຸດກະໂປງສີມ່ວງຊົງຜົມ ປະດັບ ດ້ວຍດອກ ຈໍາປາ ເພື່ອ ບົ່ງ ບອກ ຄວາມ ເປັນ ລາວ ເພາະດອກ ຈໍາປາ ແມ່ນດອກໄມ້ປະຈຳຊາດ ຂອງລາວ. ສ່ວນ ປ່າເຢັ້ງຊາ ລໍ່ ມາໃນຊຸດລາວ ແບບປະຍຸກ ທີ່ເຮັດ ມາຈາກແພໄໝລາວ ແລະ ໝວກ ບວກກັບ ຫາງກະໂປ່ງທີ່ເປັນແພ ລາຍຂອງຊົນເຜົ່າມົ້ງ ເພື່ອສະແດງ ເຖິງຄວາມເປັນລາວປະສົມປະສານ ກັບຄວາມເປັນ ເຜົ່າມົ້ງ ໂດຍ ຊຸດມີ ຄວາມໝາຍເລິກເຊິ່ງ ສະແດງເຖິງ ເອກະລັກເຄື່ອງແຕ່ງກາຍຂອງແມ່ ຍິງຊົນເຜົ່າມົ້ງນັ້ນເອງ. ນີ້ຖື ວ່າ ເປັນ ອີກໜຶ່ງບາດ ກ້າວ ທີ່ ດີ ຂອງ ວົງ ການບັນ ເທີ ງລາວ ທີ່ ໄດ້ ຮັບ ເຊີນ ໄປ ຮ່ວມ ງານ ທີ່ ມີ ຄວາມໝາຍຄວາມ ສໍາຄັນ ແບ ບນີ້ ເພື່ອ ນຳເອົາວັດທະນະທຳລາວ ຄວາມເປັນລາວ ໄປເຜີຍແຜ່ໃຫ້ ຕ່າງຊາດໄດ້ ເຫັນ ເຖິງ ຄວາມ ເປັນ ລາວຫລາຍຂຶ້ນທັງເປັນການເປີດ ປະຕູສູ່ສາກົນຂອງແມ່ຍິງລາວ ເພາະວ່າ ງານ ນີ້ ມີນັກສະແດງ, ນາງແບບ - ນາຍແບບ, ຜູ້ກຳກັບ ຊື່ດັງຈາກທົ່ວໂລກ ມາອວດໂສມ ຊຸດ ປະ ຈໍາ ຊາ ດ ທີ່ ບົ່ງ ບອກ ຄວາມ ເປັນຊາດນັ້ນໆ ສູ່ສາຍຕາຊາວໂລກ ຫລາຍ ຂຶ້ນ. ກັບອາຊຽນ, ສປ ຈີນ ແລະ ສາກົນ ເພື່ອການປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ, ການຄົມມະນາຄົມຂົນສົ່ງ, ການ ຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມນີ້, ໃນລາຍງານ ສະພາບເສດຖະກິດໂລກຂອງ IM' ເມື່ອບໍ່ດົນມານີ້ ໄດ້ລະບຸວ່າ ທ່າມ ກາງຄວາມບໍ່ໝັ້ນຄົງທາງເສດຖະ ກິດໂລກ, ເສດຖະກິດຂອງ ສປປ ລາວ ມີທ່າຈະເຕີບໂຕຂຶ້ນພາຍຫລັງ ການຍົກເລີກຂໍ້ຈຳກັດໃນການເດີນ ທາງ ແລະ ການເປີດປະເທດຂອງ ຈີນ ເຊິ່ງເປັນຄູ່ ຮ່ວມມືສຳຄັນຂອງ ສປປ ລາວ ເຊິ່ງຈະຊ່ວຍຊຸກຍູ້ ແລະ ປະກອບສ່ວນເຂົ້າໃນການເຕີບໂຕ ທາງເສດຖະກິດທັງໃນ ພາກພື້ນ ແລະ ສປປ ລາວ. ການເປີດປະເທດ ຄືນໃໝ່ ແລະ ການເຕີບໂຕທາງເສດ ຖະກິດຂອງ ສປ ຈີນ ຈະສ້າງຜົນ ປະໂຫຍດໃຫຍ່ຫລວງ ກັບບັນດາປະ ເທດໃກ້ຄຽງ ແລະ ປະເທດທີ່ມີການ ເຊື່ອມໂຍງດ້ານການຄ້າທີ່ເຂັ້ມ ແຂງ ແລະ ປະເທດທີ່ມີການເພິ່ງພາ ການທ່ອງທ່ຽວຈາກຈີນ. ນອກ ຈາກນີ້ IM' ໄດ້ຄາດຄະເນການ ເຕີບໂຕຂອງໄທ ຄູ່ການຄ້າຫລັກ ຂອງລາວ ແມ່ນ 3,4 ໃນປີນີ້ ແລະ 3,6 ໃນປີ 2024; ຫວຽດນາມ 5,8 ສຳລັບ 2023 ແລະ 6,9 ສຳລັບ 2024; ກຳປູເຈຍ 5,8 ໃນປີ 2023 ແລະ 6,2 ໃນປີ 2024; ອິນໂດເນເຊຍ 5 ໃນປີ 2023 ແລະ 5,1 ໃນປີ 2024; ມາເລເຊຍ 4,5 ໃນປີ 2023 ແລະ 2024; ສ່ວນປະເທດມຽນມາ ແມ່ນ 2,6 ໃນປີນີ້ ແລະ ປີ 2024. ຂະນະທີ່ ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມນະໂຍບາຍເງິນຕາ ທະ ນາຄານແຫ່ງ ສປປ ລາວ ກໍໄດ້ ກ່າວ ໃນກອງປະຊຸມ ລາຍງານສະພາບ ເສດຖະກິດການເງິນ-ເງິນຕາ ໃນ ໄລຍະໄຕມາດທີ 1 ຂອງປີ 2023 ເມື່ອບໍ່ດົນນີ້ວ່າ: ທ່າມກາງແຮງ ກົດດັນຈາກສະພາບເສດຖະກິດ ໂລກ ແຕ່ສະພາບເສດຖະກິດພາຍ ໃນກໍຄ່ອຍໆມີທ່າອ່ຽງດີຂຶ້ນຈາກ ການເປີດປະເທດ ແລະ ການເອົາ ໃຈໃສ່ແກ້ໄຂບັນຫາໃນຊຸມປີຜ່ານ ມາ ເຊິ່ງເຫັນໄດ້ຈາກອັດຕາການ ຂະຫຍາຍຕົວຂອງເສດຖະກິດ ທີ່ ຄາດວ່າຈະຂະຫຍາຍຕົວຂຶ້ນຢູ່ ໃນ ລະດັບ 4,5 ໃນປີ 2023 ຈາກ ລະດັບ 4,4 ໃນປີ 2022. ແຕ່ເຖິງແນວໃດກໍດີ ເພື່ອປະ ກອບສ່ວນເຮັດໃຫ້ເສດຖະກິດໃນ ຂົງເຂດອາຊີຕາເວັນອອກສຽງ ໃຕ້ມີການເຕີບໂຕຢ່າງໝັ້ນທ່ຽງ ແລະ ກ້າວໄປຕໍ່ໜ້າຢ່າງເຂັ້ມແຂງ ຫລ້າສຸດ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈໍາກັດ ສາຂານະ ຄອນຫÌ ວງວຽງຈັນໄດ້ປະກາດວ່າ ຈະເລັ່ງຈັດຕັ້ງປະຕິບັດເປີດໃຫ້ ບໍລິການຂອງສູນຊໍາລະສະສາງ ເງິນຢວນຢູ່ ສປປ ລາວໃນໄວໆນີ້. ມາຮອດປັດຈຸບັນ, ສປປ ລາວ ກາຍເປັນປະເທດທີ 5 ໃນອາຊຽນ ທີ່ໄດ້ຮັບອະນຸຍາດສ້າງຕັ້ງເປັນ ສູນຊໍາລະສະສາງ ເງິນຢວນຖັດ ຈາກ ສິງກະໂປ, ມາເລເຊຍ, ໄທ ແລະ ຟິລິບປິນ. ຕາມຂໍ້ມູນໃຫ້ຮູ້ຕື່ມວ່າ, ສູນຊໍາລະສະສາງເງິນຢວນ ແມ່ນ ສະຖາບັນຕ່າງປະເທດທີ່ໃຫ້ບໍລິ ການຊໍາລະສະສາງເງິນຢວນໃຫ້ ແກ່ທະນາຄານຢູ່ໃນຂົງເຂດ ຫລື ປະເທດ ທີ່ສາມາດຊໍາລະສະສາງ ເງິນຢວນ ໄດ້ໃນປັດຈຸບັນ, ໄດ້ສ້າງ ຕັ້ງສູນຊໍາລະສະສາງເງິນຢວນ ຕ່າງປະເທດ ລວມທັງໝົດ 31 ແຫ່ງໃນ 29 ປະເທດ ແລະ ຂົງເຂດ ທົ່ວໂລກ ເຊິ່ງໄດ້ກວມເອົາທະວີບ ອາເມລິກາ, ເອີຣົບ, ອາຊີຕາເວັນ ອອກ, ອາຊີຕາເວັນອອກສຽງໃຕ້, ໂອເຊອານີ ແລະ ອາຟຣິກາ. ທ້າຍປີ 2021, ທົ່ວໂລກມີສະຖາບັນການ ເງິນທີ່ຮ່ວມມືກັບສູນຊໍາລະສະສາງ ເງິນຢວນ ເຖິງ 950 ແຫ່ງ.

RkJQdWJsaXNoZXIy MTc3MTYxMQ==