5626

m78] lk0kc0;'g-dv' xt8[y fa ;Pd'ko;-y kltgrkt wf]h noj czo xtgmf]k; 3 26/05/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດຍ «°¦ຍ້ອມສິນ ©ດຍ ພËດທະສອນ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍ: ຢາຕົ້ງ rhv,dao,ult8y oe.-h llj n 'a 7,q vvo]kp1kj 'lkh 'loa dP,rvh ,xd6 8oQ w, h .o0v[g0f m;j q xtgmf .sgh xoa 0t[;o2fq 2oN ສະຫາຍ ໄຊຍະເດດ ເພັດຈໍາ ປາ ຄະນະໜ່ວຍພັກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ)ສາຂາແຂວງເຊກອງ ໄດ້ຍົກໃຫ້ເຫັນໃນກອງປະຊຸມດໍາ ເນີນຊີວິດການເມືອງກາງສະໄໝ ເພື່ອສະຫລຸບຕີລາຄາການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ II ຂອງໜ່ວຍພັກ ໃນໄລຍະ 2 ວ່າ: ຄະນະໜ່ວຍພັກໄດ້ຖືເອົາການນໍາ ພາ-ຊີ້ນໍາ ແລະ ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ສະມາຊິກພັກພະນັກງານເປັນບັນຫາສໍາຄັນ ຕິດ ພັນກັບການນໍາພາປະຕິບັດວຽກ ງານວິຊາສະເພາະຕາມແຜນດໍາ ເນີນທຸລະກິດປະຈໍາຂອງສາຂາ, ເອົາໃຈໃສ່ປັບປຸງການບໍລິການ ແລະ ການຕະຫລາດ ແນໃສ່ການລະ ດົມທຶນ ແລະ ຂະຫຍາຍຜະລິດຕະ ພັນ ເປັນຕົ້ນແມ່ນຜະລິດຕະພັນບັດ ແລະ ຜະລິດຕະພັນເອເລັກໂຕນິກ, ເອົາໃຈໃສ່ຊີ້ນໍາ-ນໍາພາການປ່ອຍ ສິນເຊື່ອ ແລະ ຄຸ້ມຄອງສິນເຊື່ອໃຫ້ ມີປະສິດທິພາບ ແລະ ຕິດຕາມແກ້ໄຂ ໜີ້ ທີ່ບໍ່ເກີດດອກອອກຜົນ ເຮັດໃຫ້ ຜົນການດໍາເນີນທຸລະກິດໃນໄລຍະ ຜ່ານມາ ຮອດໄຕມາດ I ປີ 2023 ມີຕົວເລກເພິິ່ມຂຶ້ນ. ສຳລັບຜົນງານດ້ານວິຊາສະ ເພາະສະແດງອອກ (ທຽບໃສ່ແຜນ ການ 5 ປີ2020-2025) ຄື: ຊັບສິນ/ ໜີ້ສິນ ປະຕິບັດ 257 ຕື້ກີບ ທຽບ ໃສ່ແຜນການ ປະຕິບັດໄດ້ 101 , ການລະດົມເງິນຝາກ ປະຕິບັດໄດ້ 247 ຕື້ກີບ ທຽບໃສ່ແຜນການ ປະ ຕິບັດໄດ້ 83 , ການຂະຫຍາຍສິນ ເຊືິ່ອ ປະຕິບັດໄດ້ 60 ຕື້ກີບ ທຽບ ໃສ່ແຜນການ ປະຕິບັດໄດ້ 106 , ການຂະຫຍາຍຕົວແທນຊຸມຊົນ (#-$OM&) ປະຕິບັດໄດ້ 12 ຕົວແທນທຽບໃສ່ແຜນການປະຕິ ບັດໄດ້ 240 , ການຂະຫຍາຍ ຕູ້ເອທີເອັມ ໄດ້ທັງໝົດ 4 ໜ່ວຍ ທຽບໃສ່ແຜນການ ປະຕິບັດໄດ້ 66 , ບັດ A5M 6OJPO1BZ (ບັດລູກຄ້າທົ່ວໄປ) ປະຕິບັດໄດ້ 13.622 ບັດ ທຽບໃສ່ແຜນການ ປະຕິບັດໄດ້ 247 , ບັດ A5M (O7 (ບັດລັດຖະກອນ) ປະຕິບັດ ໄດ້ 4.945 ບັດ ທຽບໃສ່ ແຜນການ ປະຕິບັດໄດ້ 989 , ບັດ 7I4A $SFEJU ປະຕິບັດໄດ້ 30 ບັດ ທຽບ ໃສ່ແຜນການປະຕິບັດໄດ້ 33 , ບັດ 7I4A EFCJU ປະຕິບັດໄດ້ 33 ບັດ ທຽບໃສ່ແຜນການປະຕິບັດ ໄດ້ 82 , #$&- OOF ປະຕິບັດ ໄດ້ 18.797 ລາຍການທຽບໃສ່ ແຜນການປະຕິບັດໄດ້ 341 , #$&- OOFQBZ ປະຕິບັດໄດ້ 800 ລາຍການ ທຽບໃສ່ແຜນການ ປະຕິບັດໄດ້ 444 , I-#BOL ປະຕິ ບັດໄດ້ 374 ລາຍການ ທຽບໃສ່ ແຜນການປະຕິບັດໄດ້ 415 , 4M4 #BOLJOH ປະຕິບັດໄດ້ 618 ລາຍການ ທຽບໃສ່ແຜນການ ປະຕິບັດໄດ້ 343 . ສະຫາຍ ໄຊຍະເດດ ເພັດຈໍາປາ ໃຫ້ຮູ້ຕື່ມວ່າ: ສໍາລັບແຜນການທ້າຍ ສະໄໝ ຈະສືບຕໍ່ນໍາພາການປະຕິບັດ ວຽກງານວິຊາສະເພາະໂດຍອີງ ໃສ່ທິດທາງລວມຂອງຂັ້ນເທິງ, ປະຕິບັດຕາມແຜນ ,1I ຂອງສາ ຂາ, ແຜນດໍາເນີນທຸລະກິດປະຈໍາ ປີຄື: ດ້ານຊັບສິນ/ໜີ້ສິນ ຄາດໝາຍ ໃຫ້ໄດ້ 254 ຕື້ກີບ, ດ້ານເງິນຝາກ ຄາດໝາຍໃຫ້ໄດ້ 295 ຕື້ກີບ, ດ້ານ ສິນເຊື່ອຄາດໝາຍໃຫ້ໄດ້ 252 ຕື້ກີບ ແລະຈະສືບຕໍ່ສູ້ຊົນຂະຫຍາຍ ທຸກຜະລິດຕະພັນໃຫ້ໄດ້ຕາມແຜນ ທີ່ວາງໄວ້. ມີເຫດການປະຊາຊົນ ຢູ່ເມືອງສະ ໝາມໄຊ ແລະ ເມືອງໄຊເສດຖາ ໄດ້ ໂພສຄຣິບພາບ-ສຽງ ທີ່ເວົ້າເຖິງ ເຫດການຄວາມບໍ່ເຂົ້າໃຈກັນ ລະ ຫວ່າງ ນັກລົງທຶນທີ່ໄດ້ສໍາປະທານ ດິນລັດ ແລະ ປະຊາຊົນທີ່ທໍາການຜະ ລິດປູກມັນຕົ້ນ, ຄວາມບໍ່ເຂົ້າໃຈກັນ ດັ່ງກ່າວ ຈຶ່ງໄດ້ມີປະຊາຊົນຖ່າຍ ຮູບພາບ ແລະ ຄຣິບສຽງ ໂພສລົງ ໃນເຟສບຸກສ່ວນຕົວຕາມຄວາມ ຮູ້ສຶກຂອງຕົນ ທີ່ມີເນື້ອຫາສາລະ ບິດເບືອນຄວາມເປັນຈິງ ທັງແຕະ ຕ້ອງບົດບາດການນໍາພາ-ຄຸ້ມຄອງ ຂອງອໍານາດການປົກຄອງທ້ອງ ຖິ່ນ ແຕ່ລະຂັ້ນພາໃຫ້ສັງຄົມເກີດມີ ສຽງວິພາກວິຈານ, ມີທັດສະນະ ຕ່າງໆນາໆ ທັງດ້ານບວກ ແລະ ດ້ານ ລົບ ຈົນກາຍເປັນບັນຫາຄວາມບໍ່ ສະຫງົບໃນສັງຄົມ. ອີງຕາມຂໍ້ມູນ ຈາກນັກຂ່າວແຂວງອັດຕະປື ໃຫ້ ຮູ້ວ່າ: ຕໍ່ເຫດຫານທີ່ເກີດຂຶ້ນສື່ມວນ ຊົນແຂວງອັດຕະປື ໃນຖານະທີ່ເປັນ ສື່ກາງ ກໍໄດ້ໄປພື້ນທີ່ຕົວຈິງ ເພື່ອພົບ ກັບອໍານາດການປົກຄອງເມືອງ, ບ້ານ ແລະ ປະຊາຊົນທີ່ຢູ່ໃນເຫດ ການ ລວມທັງຜູ້ຖ່າຍຮູບ-ພາບສຽງ ໂພສລົງເຟດບຸກ ເຊິ່ງຈາກການ ສອບຖາມຂໍ້ມູນຄວາມເປັນຈິງ ແມ່ນມີເຫດການຄວາມບໍ່ເຂົ້າໃຈ ກັນ ລະຫວ່າງ ນັກລົງທຶນທີ່ໄດ້ຮັບ ສິດສໍາປະທານດິນລັດ ກັບປະຊາ ຊົນ ໂດຍບໍ່ຜ່ານການສະເໜີແກ້ໄຂ ຂອງອໍານາດການປົກຄອງແຕ່ລະ ຂັ້ນ ຈຶ່ງພາໃຫ້ມີຄວາມເຂົ້າໃຈຄົນ ລະແງ່ມູມ ແລະ ມີເຫດການປາກ- ສຽງເກີດຂຶ້ນແທ້. ຍ້ອນຄວາມຮູ້ເທົ່າ ບໍ່ເຖິງການ ຜູ້ໄດ້ຮັບຜົນກະທົບ ຈຶ່ງ ຂາດສະຕິຕັດສິນໃຈຖ່າຍຮູບພາບສຽງ ໂພສລົງເຟສບຸກ ທັງມີເນື້ອ ຫາລະເມີດລະບຽບການຄຸ້ມຄອງ ຂໍ້ມູນຂ່າວສານຜ່ານອິນເຕີເນັດ, ການເຄື່ອນໄຫວຕ້ານ ແລະ ສະກັດ ກັ້ນການນໍາໃຊ້ຂໍ້ມູນຂ່າວສານຜ່ານ ອິນເຕີເນັດ ທີ່ເປັນໄພແກ່ສັງຄົມ ແລະ ຄວາມໝັ້ນຄົງຂອງຊາດ. ມາ ຮອດປັດຈຸບັນ ບຸກຄົນທີ່ຖ່າຍຮູບ ພາບ ໂພສລົງເຟດທີ່ ພາໃຫ້ມີຄວາມ ສັບສົນໃນສື່ສັງຄົມອອນລາຍ ນັ້ນ ໄດ້ອອກມາສະແດງຄວາມສໍານຶກ ຜິດ, ຂໍໂທດຕໍ່ການຈັດຕັ້ງ ແລະ ສັງ ຄົມຜ່ານສື່ມວນຊົນແລ້ວ ທັງຕັກ ເຕືອນໃຫ້ສັງຄົມມີສະຕິ ເພື່ອບໍ່ໃຫ້ ເຫດການຄ້າຍຄືລັກສະນະດັ່ງກ່າວ ເກີດຂຶ້ນອີກ. ແນວໃດກໍດີຕໍ່ກັບເຫດການທີ່ ຍົກຂຶ້ນມານັ້ນ ເປັນອີກໜຶ່ງເຫດທີ່ ເກີດຂຶ້ນ ແລະ ສັງຄົມໃຫ້ຄວາມສົນ ໃຈພໍສົມຄວນ. ແຕ່ທາງພາກສ່ວນ ກ່ຽວຂ້ອງກໍໄດ້ແກ້ໄຂຕາມລະບຽບ ກົດໝາຍແລ້ວ ເຊິ່ງອີງຕາມດໍາລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວ ສານ ຜ່ານອິນເຕີເນັດ ເລກທີ 327/ ລບ, ລົງວັນທີ 16 ກັນຍາ 2014, ໝວດທີ 3 ມາດຕາ 10 ໄດ້ລະບຸບາງ ເນື້ອໃນບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານ ອີນເຕີເນັດດັ່ງນີ້: ຂໍ້ມູນຕົວະຍົວະ, ຫລອກລວງ ແລະ ຊວນເຊື່ອປະຊາ ຊົນທີ່ຢູ່ໃນ ແລະ ຕ່າງປະເທດ ຕໍ່ຕ້ານ ພັກ-ລັດ, ຍຸຍົງສົ່ງເສີມ ການເຄື່ອນ ໄຫວທີ່ເປັນການກໍ່ການຮ້າຍ, ຄາດ ຕະກໍາ ແລະ ປັ່ນປ່ວນສັງຄົມ, ໂຄສະ ນາບິດເບືອນ ແລະ ປ່າວຂ່າວອະກຸ ສົນ ເພື່ອສ້າງຄວາມແບ່ງແຍກ, ເຜີຍແຜ່ຂໍ້ມູນຂ່າວສານບໍ່ຖືກຕ້ອງ ແລະ ບິດເບືອນຄວາມເປັນຈິງ ເພື່ອ ຈຸດປະສົງສ້າງຄວາມເຊື່ອມເສຍ ຕໍ່ກຽດສັກສີ ຫລື ສິດທິສ່ວນບຸກຄົນ ຂອງຄົນອື່ນ, ພາກສ່ວນ, ສະຖາບັນ ອື່ນໆ. ສະນັ້ນ, ພວກເຮົາຄວນມີສະຕິ ຕ້ອງຫລີກລ່ຽງກັບຄໍາວ່າ: ຮູ້ເທົ່າ ບໍ່ເຖິງການ, ຜູ້ທີ່ຈະໂພສ ພາບ-ສຽງ ຄວນຄິດເຖິງໜ້າຕາ, ກຽດສັກສີ ຂອງຕົນເອງ, ຄອບຄົວ ແລະ ການ ຈັດຕັ້ງທຸກສາຍພົວພັນທີ່ຕົນເຂົ້າ ຮ່ວມ ແນໃສ່ເພື່ອເຮັດໃຫ້ທຸກຄົນ ນໍາໃຊ້ສື່ຢ່າງມີສະຕິ, ສ້າງສັນ ແລະ ເກີດປະໂຫຍດຕໍ່ຕົນເອງ ແລະ ສັງ ຄົມ. ກ່ອນຈະໂພສຂໍ້ມູນ, ມີຄໍາເຫັນ ລົງໃນສື່ອອນລາຍຄວນພິຈະລະນາ ເຖິງຄຸນນະພາບ ຂອງຂໍ້ມູນຂ່າວ ສານວ່າມີປະໂຫຍດຕໍ່ຜູ້ຈະຮັບນັ້ນ ຫລື ບໍ່, ຄວນຫລີກລ່ຽງຂໍ້ມູນ ຂ່າວ ສານທີ່ເປັນພິດໄພ, ປັ່ນປວນ, ຕັ້ງ ຂໍ້ສົງໃສ ຫລື ຕັ້ງບັນຫາໃຫ້ແກ່ສັງ ຄົມມາແກ້ໄຂ, ສິ່ງສໍາຄັນທຸກຄົນ ຕ້ອງມີຄວາມຮັບຜິດຊອບຕໍ່ຂໍ້ມູນ ຂ່າວສານທີ່ຕົນເອງເຜີຍແຜ່. ປັດຈຸບັນ ໃນໂລກ ຫລື ໃນສັງ ຄົມລາວ ພວມຢູ່ໃນຍຸກດີຈິຕອນ ຍຸກ ແຫ່ງຂໍ້ມູນຂ່າວສານ ເນື່ອງຈາກ ເຕັກໂນໂລຊີທີ່ນໍາໃຊ້ເຂົ້າໃນການ ສື່ສານ ມີຄວາມກ້າວໜ້າທັນສະໄໝ ພາໃຫ້ການສື່ສານກ້າວໜ້າ, ສະ ດວກວ່ອງໄວ ແລະ ເຊື່ອມຕໍ່ຄົນທັງ ໂລກຫາກັນໄດ້ ໂດຍມີສື່ສັງຄົມອອນ ລາຍ (4PDJBM NFEJB) ເປັນຕົວ ຂັບເຄື່ອນສໍາຄັນ ເຮັດໃຫ້ຂໍ້ມູນຂ່າວ ສານ ໄດ້ເຜີຍແຜ່ຢ່າງວ່ອງໄວ, ທັນ ເຫດການ ແລະ ກວ້າງຂວາງໃນ ທົ່ວໂລກ. ດັ່ງທີ່ຮູ້ກັນດີວ່າ ຍຸກເຕັກໂນໂລຊີ ຂໍ້ມູນຂ່າວສານ ບໍ່ພຽງແຕ່ບົດບາດ ອໍານວຍຄວາມສະດວກ ໃນການດໍາ ລົງຊິວິດເທົ່ານັ້ນ, ຍັງມີບົດບາດເຂົ້າ ມາປ່ຽນແປງພຶດຕິກໍາຂອງຄົນເຮົາ ໄປຫລາຍທິດທາງ ລວມທັງແບບ ແຜນການດໍາລົງຊີວິດ, ການຄ້າ ຂາຍ, ການປະຊາສໍາພັນ, ວິທີຄິດ ແລະ ຄ່ານິຍົມຂອງຄົນໃນສັງຄົມ ເຮັດ ໃຫ້ທຸກພາກສ່ວນໃນສັງຄົມໄດ້ ຮັບຜົນກະທົບທາງກົງ ແລະ ທາງ ອ້ອມ. ການບໍລິໂພກຂ່າວສານ ກໍຫັນ ໄປນຳໃຊ້ສື່ແບບໃໝ່ ເປັນຕົ້ນເຟສ ບຸກ, ຢູທູບ, ເອັບພຣີເຄຊັນ ອື່ນໆ ນັບມື້ເພີ່ມຂຶ້ນ ຍ້ອນວ່າມັນໄດ້ໃຫ້ ຂໍ້ມູນວ່ອງໄວ ແລະ ທັນເຫດການ ເຖິງວ່າມີຄວາມສ່ຽງສູງ ຕໍ່ການ ບິດເບືອນຄວາມຈິງກໍ່ຕາມ. ສື່ສັງ ຄົມອອນລາຍ ແມ່ນຮູບແບບການ ສື່ສານ ແລະ ການເຜີຍແຜ່ຂໍ້ມູນຂ່າວ ສານ ຜ່ານອິນເຕີເນັດ ເຊິ່ງບຸກຄົນ ທົ່ວໄປສາມາດນໍາສະເໜີ, ສົ່ງ, ຮັບ, ສົ່ງຕໍ່, ມີຄໍາເຫັນຕໍ່ເນື້ອໃນຂໍ້ມູນຂ່າວ ສານ ເປັນຕົ້ນ: ເຟສບຸກ, ທະວິດເຕີ, ຢູທູບ ແລະ ອື່ນໆ. ການນໍາໃຊ້ສື່ສັງ ຄົມອອນລາຍ ແມ່ນບໍ່ຫຍຸ້ງຍາກ ພຽງແຕ່ຜູ້ໃຊ້ບໍລິການເຊື່ອມຕໍ່ເຂົ້າ ຫາອິນເຕີເນັດ, ຈາກນັ້ນ ຜູ້ໃຊ້ໂທລະ ສັບສາມາດອ່ານ, ຂຽນ, ສົ່ງຕໍ່ຂໍ້ມູນ ຂ່າວສານຜ່ານອິນເຕີເນັດໄດ້. ແຕ່ບາງຄັ້ງການບໍລິໂພກສື່ ອອນລາຍໄດ້ກໍ່ໃຫ້ເກີດມີປະກົດ ການຫຍໍ້ທໍ້ຂຶ້ນໃນສັງຄົມ ດັ່ງຕົວ ຢ່າງກໍລະນີ ຢູ່ແຂວງອັດຕະປື ໄດ້ ວັນປູກຕົ້ນໄມ້ແຫ່ງຊາດກໍ່ຫຍັບ ຈໍ້ມໍ່ເຂົ້າມາຢ່າງເຕັມທີ່ ເຊິ່ງທົ່ວພັກລັດ, ທົ່ວກຳລັງປະກອບອາວຸດ, ທົ່ວ ສັງຄົມຕ່າງກໍ່ໃຈຈົດໃຈຈໍ່ທັງຫ້າງ ຫາກະກຽມເບ້ຍໄມ້, ທຶນຮອນ, ເນື້ອ ທີ່, ປັດໄຈອື່ນໆ ສຸມໃສ່ສະເຫລີມ ສະຫລອງວັນດັ່ງກ່າວໃຫ້ມີຄວາມ ໝາຍສຳຄັນ ເພື່ອການປົກຫຸ້ມຂອງ ປ່າໄມ້ເຖິງ 70 ຂອງເນື້ອທີ່ທົ່ວ ປະເທດ ເຊິ່ງຈະບັນລຸເປົ້າໝາຍດັ່ງ ກ່າວນັ້ນໄດ້ ພວກເຮົາບໍ່ພຽງແຕ່ປູກ ປ່າຄືນໃໝ່ໃນແຕ່ລະປີ, ແຕ່ຕ້ອງໄດ້ ເອົາໃຈໃສ່ການປົກປັກຮັກສາຕື່ມ ອີກໃຫ້ຕົ້ນໄມ້ທີ່ປູກແລ້ວ ມີອັດຕາ ການລອດຕາຍຫລາຍທີ່ສຸດ. ຄືພວກເຮົາຮູ້ນຳກັນແລ້ວວ່າ: ປ່າໄມ້ເປັນຊັບສົມບັດອັນມີຄ່າຢ່າງ ຫລວງຫລາຍຂອງພວກເຮົາ, ໃນ ເບື້ອງຕົ້ນລັດຖະບານໄດ້ຕັ້ງເປົ້າ ໝາຍວ່າ ປີ 2020 ພວກເຮົາຈະ ສູ້ຊົນໃຫ້ການປົກຫຸ້ມຂອງປ່າໄມ້ ໃຫ້ໄດ້ 70 ຂອງເນື້ອທີ່ປະເທດ, ແຕ່ການບັນລຸເປົ້າໝາຍດັ່ງກ່າວນັ້ນ ໄດ້ຕໍ່ເວລາອອກໄປຈົນຮອດປີ 2025 ຍ້ອນຫລາຍປັດໄຈທີ່ຍັງເປັນສິ່ງທ້າ ທາຍ. ໜຶ່ງໃນຫລາຍສິ່ງທ້າທາຍ ຂອງການບັນລຸເປົ້າໝາຍນີ້ ກໍ່ແມ່ນ ບັນ ຫາໄຟໄໝ້ລາມປ່າ ແລະ ອື່ນໆ ເຊິ່ງເປັນບັນຫາຊຳເຮື້ອມາຫລາຍ ປີ, ໃນໄລຍະຜ່ານມາ ປະເທດລາວ ຂອງພວກເຮົາ ໄດ້ສູນເສຍເນື້ອທີ່ ການປົກຫຸ້ມຂອງປ່າໄມ້ໄປຫລາຍ ພັນເຮັກຕາຍ້ອນບັນຫາໄຟໄໝ້ລາມ ປ່າ ອັນນຳມາສູ່ການສູນເສຍບໍ່ສະ ເພາະແຕ່ປ່າໄມ້ເທົ່ານັ້ນ ຍັງລວມ ເຖິງຊີວະນາໆພັນທີ່ເປັນສິ່ງມີຄ່າ ປະດັບປ່າທີ່ໜ້າອອນຊອນຂອງ ລາວເຮົາຕື່ມອີກ. ຢ່າງໃດກໍ່ດີສຳລັບວັນປູກໄມ້ ແຫ່ງຊາດປີນີ້, ກະຊວງກະສິກຳ ແລະ ປ່າໄມ້ກໍ່ໄດ້ອອກແຈ້ງການ ສະບັບເລກທີ 2623/ກປ ລົງວັນທີ 24/5/2023 ເຊິ່ງມີເນື້ອໃນບາງ ຕອນກໍ່ໄດ້ເຊີນຊວນທົ່ວສັງຄົມເປັນ ເຈົ້າການປະກອບສ່ວນເຂົ້າຮ່ວມ ເປັນຂະບວນປູກຕົ້ນໄມ້ແຫ່ງຊາດ ປີນີ້ໃຫ້ມີບັນດາຍາກາດຟົດຟື້ນ, ໂດຍສະເພາະໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນ ຫລວງວຽງຈັນເປັນເຈົ້າການປະ ສານສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້, ນະຄອນພາກສ່ວນ ທີ່ກ່ຽວຂ້ອງພ້ອມທັງບໍລິສັດ ແລະ ຜູ້ປະກອບການເອົາໃຈໃສ່ກຳນົດ ເນື້ອທີ່ດິນປ່າໄມ້ຊຸດໂຊມ ແລະ ປອກ ໂລ້ນໃນເຂດປ່າຜະລິດແຫ່ງຊາດ ເພື່ອຈັດສັນ ແລະ ສົ່ງເສີມການປູກ ໄມ້ອຸດສາຫະກຳ ແລະ ກຳນົດເນື້ອທີ່ ດິນປ່າໄມ້ຊຸດໂຊມ ແລະ ປອກໂລ້ນ ໃນເຂດປ່າປ້ອງກັນ ແລະ ປ່າສະ ຫງວນ ເພື່ອຈັດສັນການປູກໄມ້ ແລະ ກຳນົດເປັນເຂດຟື້ນຟູປ່າທຳມະ ຊາດ ເພື່ອປົກປັກຮັກສາເຂດຍອດ ນ້ຳ, ແຫລ່ງນ້ຳໃຫ້ແກ່ໂຄງການ ເຂື່ອນໄຟຟ້ານ້ຳຕົກ ແລະ ປົກປັກຮັກ ສາສິ່ງແວດລ້ອມ; ສົມທົບກັບຂະ ແໜງການທີ່ກ່ຽວຂ້ອງຕິດຄຳຂວັນ ກ່ຽວກັບວັນປູກຕົ້ນໄມ້ແຫ່ງຊາດ ຕາມສະຖານທີ່ຕ່າງໆ ເພື່ອເປັນການ ໂຄສະນາເຜີຍແຜ່, ລະດົມໃຫ້ທົ່ວສັງ ຄົມເຂົ້າຮ່ວມ ແລະ ເປັນເຈົ້າການປູກ ໄມ້ໃຫ້ເປັນຂະບວນຟົດຟື້ນ ເຊິ່ງມີ ຄຳຂວັນດັ່ງນີ້: “ຊົມເຊີຍວັນປູກຕົ້ນ ໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຄົບ ຮອບ 43 ປີຢ່າງສຸດໃຈ”, “ປູກຕົ້ມ ໄມ້ໃນວັນນີ້ ເພື່ອລູກຫລານໃນວັນ ໜ້າ” ແລະ “ ຈົ່ງຊ່ວຍກັນປູກຕົ້ນໄມ້ ໃຫ້ເປັນປ່າ ເພື່ອເປັນສິນຄ້າ ແລະ ປົກ ປັກຮັກສາສິ່ງແວດລ້ອມ, ຫລຸດຜ່ອນ ການປ່ຽນແປງດິນຟ້າອາກາດ”. ປັດຈຸບັນນີ້ ຫລາຍທ້ອງ ຖິ່ນກໍ່ໄດ້ກະກຽມໃຫ້ແກ່ວັນປູກຕົ້ນ ໄມ້ແຫ່ງຊາດປີໃຫ້ເປັນຂະບວນຟົດ ຟື້ນ. ໜຶ່ງໃນນີ້ ກໍ່ແມ່ນເມືອງພູວົງ ແຂວງອັດຕະປື ໂດຍຕາມການໃຫ້ ຮູ້ຂອງ ທ່ານ ເພັດສະຫວັນ ສີກຸນ ລະບຸດ ຮອງຫົວໜ້າຫ້ອງການກະ ສິກຳ ແລະ ປ່າໄມ້ວ່າ: ວັນປູກຕົ້ນໄມ້ ແຫ່ງຊາດ ທີ 1 ມິຖຸນາ 2023 ທີ່ຈະ ມາເຖິງນີ້ ທາງເມືອງພູວົງໄດ້ກະ ກຽມຄວາມພ້ອມດ້ານຕ່າງໆ ເປັນ ຕົ້ນແມ່ນເບ້ຍໄມ້ໄດ້ຫລາຍ ກວ່າ 27.000 ເບັ້ຍ. ໃນນັ້ນ, ມີໄມ້ໃຫ້ ໝາກກວ່າ 10.000 ເບ້ຍ, ໄມ້ ເສດ ຖະກິດກວ່າ 16.000 ເບ້ຍ ແລະ ໄມ້ດອກໄມ້ປະດັບກວ່າ 800 ເບ້ຍ ແລະ ໄດ້ກໍານົດເນື້ອທີ່ປູກໄມ້ເປັນ ແບບຢ່າງໃນວັນດັ່ງກ່າວ ຢູ່ບ້ານ ວັງແຄນ. ນອກຈາກວັນປູກຕົ້ນໄມ້ ແລ້ວ, ຍັງໄດ້ເອົາໃຈໃສ່ເຄື່ອນໄຫວ ເຜີຍແຜ່ລະບຽບກົດໝາຍ, ການ ຄຸ້ມຄອງ ແລະ ການຊົມໃຊ້ປ່າໄມ້ຢູ່ ຮາກຖານບ້ານພາຍໃນເມືອງ ເພື່ອ ໃຫ້ພໍ່ແມ່ປະຊາຊົນ, ນັກຮຽນ, ນັກ ສຶກສາ ຮັບຮູ້ເຂົ້າໃຈເຖິງຄວາມ ໝາຍຄວາມສຳຄັນຂອງປ່າໄມ້ຕະ ຫລອດຮອດການປົກປັກຮັກສາ ແບບມີສ່ວນຮ່ວມ ເພື່ອເພີ່ມເນື້ອທີ່ ປົກຫຸ້ມຂອງປ່າໄມ້ ຫລາຍຂຶ້ນກາຍ ເປັນບ່ອນເພິ່ງພາອາໃສຂອງສັດປ່າ ນາໆຊະນິດ ແລະ ຍັງເປັນແຫລ່ງ ອາຫານຈາກທຳມະຊາດອີກດ້ວຍ. ມາຮອດດຽວນີ້ ທົ່ວເມືອງພູວົງ ມີເນື້ອທີ່ປ່າໄມ້ທັງໝົດ 400 ກວ່າ ເຮັກຕາ, ທຽບໃສ່ເນື້ອທີ່ປົກຫຸ້ມ ເທົ່າກັບ 78 , ຂອງເນື້ອທີ່ທົ່ວ ເມືອງ ແລະ ທຽບໃສ່ຫລາຍປີຜ່ານ ມາເນື້ອທີ່ປ່າໄມ້ ໄດ້ຫລຸດລົງ ເນື່ອງຈາກປະຊາກອນ ນັບມື້ເພີ່ມ ຂຶ້ນ, ການຂະຫຍາຍເນື້ອທີ່ທຳການ ຜະລິດດ້ານກະສິກຳໄດ້ ເພີ່ມຂຶ້ນ ຈຶ່ງ ເຮັດໃຫ້ເນື້ອທີ່ຂອງປ່າໄມ້ຫລຸດລົງ.

RkJQdWJsaXNoZXIy MTc3MTYxMQ==