5626

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 26/05/2023 xtgmf]k; 4 3]d c]t gsfdko ຕໍ່າ‹ໜ້າ ຕໍ່າ‹ໜ້າ ]k;{,q'3d]u gruj,mt;udkoIj;,,n ;Pd'ko[=]ydkolt4kom6f ຂປລ. ໃນວັນທີ 22 ພຶດສະພາ 2023, ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (I$5$), ທ່ານ ຄໍາພອນ ວົງສັນຕິ ຫົວໜ້າ ຫ້ອງການບໍລິການສະຖານທູດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະພົບປະ ສອງຝ່າຍ ກັບ ທ່ານ ນາງ ອິຈິນຫໍລໍ ບັດສຸກ (IDIJOLIPSMPP#BUTVLI), ຫົວໜ້າຫ້ອງການບໍລິການ ສະຖານທູດ, ກະຊວງການຕ່າງປະ ເທດ ມົງໂກລີ ພ້ອມຄະນະໃນໂອກາດ ທີ່ເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 21-23 ພຶດສະພາ 2023. ໃນການພົບປະ, ທ່ານ ຄໍາພອນ ວົງສັນຕິ ໄດ້ກ່າວສະແດງຄວາມ ຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະ ນະຜູ້ແທນ ຈາກຫ້ອງການບໍລິການ ສະຖານທູດ, ກະຊວງການຕ່າງປະ ເທດ ມົງໂກລີ ໃນຄັ້ງນີ້, ເຊິ່ງຈະ ເປັນການປະກອບສ່ວນສຳຄັນເຂົ້າ ໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມື ອັນດີ ລະຫວ່າງ ສອງປະເທດ ລາວມົງໂກລີ ໂດຍສະເພາະແມ່ນການ ສືບຕໍ່ຮັດແໜ້ນການຮ່ວມມືລະ ຫວ່າງ ຫ້ອງການບໍລິການສະຖານ ທູດ ຂອງທັງສອງກ ະຊວງການຕ່າງ ປະເທດ ລາວ-ມົງໂກລີ ໃຫ້ມີບາດ ກ້າວອັນໃໝ່ໃນອະນາຄົດ. ໃນໂອ ກາດນີ້, ສອງຝ່າຍ ເຫັນດີຈະສືບຕໍ່ ເພີ່ມທະວີການຮ່ວມມືກັນໃຫ້ຫລາຍ ຂຶ້ນ ເປັນຕົ້ນ ການພົບປະແລກປ່ຽນ ການຢ້ຽມຢາມສອງຝ່າຍ, ການ ຖ່າຍຖອດ-ແລກປ່ຽນບົດຮຽນຮ່ວມ ກັນ, ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນດ້ານຕ່າງໆ ໃນອະນາຄົດ. ຂະນະດຽວກັນ, ທ່ານ ນາງ ອິຈິນຫໍລໍ ບັດສຸກ ກໍໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ຢືນຢັນຄືນຈະສືບ ຕໍ່ຊຸກຍູ້ພາກສ່ວນກ່ຽວຂ້ອງຂອງ ມົງໂກລີ ເພື່ອປະສານສົມທົບກັນ ຢ່າງໃກ້ຊິດກັບຝ່າຍລາວ ໃນການ ສົ່ງເສີມການຮ່ວມມືທີ່ສອງຝ່າຍມີ ທ່າແຮງຮ່ວມກັນ ເພື່ອປະກອບສ່ວນ ເຂົ້າໃນການເສີມຂະຫຍາຍການ ພົວພັນຮ່ວມມື ລະຫວ່າງມົງໂກລີ- ລາວ ໃຫ້ໄດ້ຮັບໝາກຜົນອັນໃໝ່ ຍິ່ງ ໃຫຍ່ກວ່າເກົ່າ. ພ້ອມນີ້, ກໍໄດ້ເຊື້ອ ເຊີນຝ່າຍລາວ ໄປຢ້ຽມຢາມມົງໂກລີ ໃນໂອກາດທີ່ເໝາະສົມ, ອວຍພອນ ໃຫ້ສາຍພົວພັນມິດຕະພາບມົງໂກ ລີ-ລາວ ຈົ່ງສືບຕໍ່ໄດ້ຮັບການເພີ່ມ ພູນຄູນສ້າງ, ມີຜົນສຳເລັດ ແລະ ນຳ ເອົາຜົນປະໂຫຍດສູງສຸດມາສູ່ປະ ຊາຊົນສອງປະເທດ. ໃນຕອນບ່າຍວັນດຽວກັນ, ຄະ ນະຜູ້ແທນຈາກບໍລິການສະຖານ ທູດມົງໂກລີ ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຕິ່ງ ສຸກສັນ ຮອງລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ພ້ອມທັງໄດ້ແຈ້ງໃຫ້ຊາບ ເຖິງຜົນການພົບປະເຮັດວຽກສອງ ຝ່າຍລະຫວ່າງ ສອງຫ້ອງການບໍ ລິການສະຖານທູດ ມົງໂກລີ-ສປປ ລາວ ເຊິ່ງການພົບປະໄດ້ດໍາເນີນ ໄປດ້ວຍບັນຍາກາດແຫ່ງໄມຕີຈິດ ມິດຕະພາບ ແລະ ມີຜົນສຳເລັດຢ່າງ ຈົບງາມ. ການມາຢ້ຽມຢາມເຮັດ ວຽກຢູ່ ສປປ ລາວ ຄັ້ງນີ້, ກໍເພື່ອປະ ຕິບັດຕາມເຈດຈຳນົງຂອງລັດຖະ ບານ ມົງໂກລີ ທີ່ມີຄວາມຍິນດີຈະສືບ ຕໍ່ຍົກສູງການພົວພັນຮ່ວມມືກັບ ສປປ ລາວ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະການຊຸກຍູ້ສະໜັບສະ ໜູນວຽກງານຂອງສອງພາກສ່ວນ ດັ່ງກ່າວໃຫ້ກ້າວເຂົ້າສູ່ຜົນສຳເລັດ ອັນໃໝ່ໃນອະນາຄົດ. 7totz6hcmolt,k7q,,yf8trk[ ]k;{iafg-p leg]afdko1hP,1k, iafg-p m6f]k; pnjolko8k8A' 8+xtmkokmy[=fucsj' -vd-u ຂປລ.ໂດຍຕອບສະໜອງຕາມ ຄຳເຊີນ ຂອງຄະນະສະມາຄົມມິດ ຕະພາບ ຣັດເຊຍ-ລາວ, ສະຫາຍ ສັນຕິສຸກ ສິມມາລາວົງ ຮອງລັດຖະ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານສະມາ ຄົມມິດຕະພາບ ລາວ-ຣັດເຊຍ ພ້ອມ ດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມ ພິທີເປີດງານວາງສະແດງຮູບພາບ ກ່ຽວກັບປະເທດລາວ ພາຍໃຕ້ຄຳ ຂວັນ: “ປະເທດລາວ ປະເທດລ້ານ ຊ້າງ ແລະ ຄັນຮົ່ມສີຂາວ” ທີ່ນະ ຄອນຫລວງມົດສະກູ, ສ ຣັດເຊຍ. ສະຫາຍ ສັນຕິສຸກ ສິມມາລາວົງ ໄດ້ສະແດງຄວາມຂອບໃຈຕໍ່ການ ເຊື້ອເຊີນ ແລະ ຕີລາຄາສູງຕໍ່ການ ເອົາ ໃຈໃສ່ ແລະ ໃຫ້ກຽດ ຂອງສະມາ ຄົມມິດຕະພາບ ຣັດເຊຍ-ລາວ ແລະ ມຽດສະດູນາໂຣດນາຢາ ຄະຍີກາ (M,). ຈາກນັ້ນ, ຄະນະຜູ້ແທນສະ ມາຄົມມິດຕະພາບ ລາວ-ຣັດເຊຍ ໄດ້ເດີນທາງຢ້ຽມຢາມສາຂາຂອງ ສະມາຄົມມິດຕະພາບ ຣັດເຊຍລາວ ທີ່ນະຄອນເຊັນປີເຕີສະເບີກ ເພື່ອເສີມຂະຫຍາຍສາຍພົວພັນມິດ ຕະພາບ ລະຫວ່າງ ສອງສະມາຄົມ ມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ ໃຫ້ມີຄວາມແໜ້ນ ແຟ້ນຍິ່ງຂຶ້ນ, ຊຸກຍູ້ໃຫ້ປະຊາຊົນ ສອງ ຊາດ ລາວ-ຣັດເຊຍ ມີຄວາມເຂົ້າ ໃຈອັນດີຕໍ່ກັນ ແລະ ໄປມາຫາສູ່ກັນ ຫລາຍຂຶ້ນ. ນອກນັ້ນ, ຄະນະຜູ້ແທນ ສະມາຄົມມິດຕະພາບ ລາວ-ຣັດເຊຍ ຍັງໄດ້ຢ້ຽມຢາມລັດວິສາຫະກິດ ລຽນປາລິກຣາຟມັ ດສ (-FOQPMJHSB GNBTI) ເພື່ອສຶກສາຄວາມ ເປັນໄປໄດ້ໃນການສົ່ງເສີມການ ຮ່ວມມືດ້ານການຄ້າ, ທຸລະກິດ 4UBSUVQ, ເຕັກໂນໂລຊີ ແລະ ນະວັດ ຕະກໍາ ພ້ອມທັງຊຸກຍູ້ໃຫ້ພາກທຸລະ ກິດຂອງ ນະຄອນເຊັນປີເຕີສະເບີກ ເພີ່ມທະວີການລົງທຶນ ໃນຂະແໜງ ການທີ່ສອງຝ່າຍມີຄວາມສົນໃຈ ແລະ ມີຜົນປະໂຫຍດຮ່ວມກັນ ໂດຍ ສະເພາະແມ່ນຂະແໜງການທີ່ ສປປ ລາວ ມີທ່າແຮງ. ຂປລ. ເມື່ອບໍ່ດົນມານີ້, ທີ່ທຳນຽບ ປະທານາທິບໍດີ, ນະຄອນຫລວງ ຕີບິລິຊີ ປະເທດ ຊອກຊີ, ທ່ານ ຄອນ ເພັງ ທຳມະວົງໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ນາງ ຊາລົມເມ ຊູຣາບິສວິລີ ().&. 4BMPNF ;PVSBCJDIWJMJ) ປະທານາທິບໍດີ ແຫ່ງ ຊອກຊີ ເພື່ອ ດຳລົງຕຳແໜ່ງເປັນເອກອັກຄະ ລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຊອກຊີ ຊຶ່ງມີສຳນັກງານຕັ້ງຢູ່ນະ ຄອນຫລວງວຽນ, ປະເທດ ໂອຕຣິດ. ພາຍຫລັງສຳເລັດພິທີ, ທ່ານເອກ ອັກຄະລັດຖະທູດລາວ ຄົນໃໝ່ ໄດ້ ພົບປະໂອ້ລົມກັບ ທ່ານປະທານາທິ ບໍດີ ຊຶ່ງສອງຝ່າຍໄດ້ຕີລາຄາສູງຕໍ່ ການພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ຊອກຊີ ທີ່ມີມາແຕ່ດົນນານ ນັບແຕ່ສອງປະເທດ ໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນໃນວັນທີ 6 ພະຈິກ 1998 ເປັນ ຕົ້ນມາ, ຕະ ຫລອດໄລຍະຜ່ານມາ ແລະ ປັດຈຸບັນ ສອງປະເທດ ໄດ້ມີຄວາມພະຍາຍາມ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຢູ່ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະການພົວພັນ ສອງຝ່າຍ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ. ພ້ອມນັ້ນ, ທ່ານເອກອັກຄະລັດຖະ ທູດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ພອນໄຊອັນປະເສີດ ຈາກ ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ທ່ານ ນາງ ຊາລົມເມ ຊູຣາບິສວິລີ ແລະ ຜ່ານທ່ານໄປຍັງລັດຖະບານ ແລະ ປະຊາຊົນ ຊອກຊີ ທຸກທົ່ວໜ້າ. ທ່ານເອກອັກຄະລັດຖະທູດຍັງໄດ້ ນໍາເອົາຄໍາເຊື້ອເຊີນຈາກທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ປະທານາ ທິບໍດີ ຊອກຊີ ເພື່ອໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນໂອ ກາດທີ່ເໝາະສົມ. ໃນໂອກາດດັ່ງກ່າວ, ທ່ານ ນາງ ຊາລົມເມ ຊູຣາບິສວິລີ ກໍໄດ້ສະແດງ ຄວາມຍິນດີ ແລະ ຊົມເຊີຍ ທ່ານ ຄອນເພັງ ທຳມະວົງ ໃນການດໍາລົງ ຕໍາແໜ່ງ ເປັນເອກອັກຄະລັດຖະ ທູດ ສປປ ລາວ ຄົນໃໝ່ ປະຈຳຊອກຊີ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ຄໍາອວຍພອນ ແລະ ການເຊື້ອເຊີນ ຈາກປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງສົ່ງຄຳຢື້ຢາມຖາມ ຂ່າວ ອັນອົບອຸ່ນ ແລະ ອວຍພອນໄຊ ອັນປະເສີດມາຍັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ລັດຖະບານ ແລະ ປະຊາຊົນລາວ ທຸກທົ່ວໜ້າ ແລະ ອວຍພອນໃຫ້ທ່ານເອກອັກ ຄະ ລັດຖະທູດ ແຫ່ງ ສປປ ລາວ ຄົນ ໃໝ່ ປະຕິບັດໜ້າທີ່ການທູດຂອງຕົນ ດ້ວຍຜົນສຳເລັດໃນການສົ່ງເສີມ ສາຍພົວພັນມິດຕະພາບ ແລະ ການ ຮ່ວມມື ລະຫວ່າງ ສອງປະເທດໃຫ້ ຂະຫຍາຍຕົວໃນຕໍ່ໜ້າ. ປີນີ້ທົ່ວປະເທດ.... ແລກປ່ຽນບົດຮຽນ... ຂປລ. ໃນໂອກາດວັນປູກຕົ້ນ ໄມ້ ແຫ່ງຊາດ 1 ມິຖຸນາ 2023 ທີ່ ຈະມາເຖິງນີ້, ທົ່ວປະເທດມີແຜນ ຈະສ້າງຂະບວນການປູກຕົ້ນໄມ້ ໃຫ້ໄດ້ 3.480 ເຮັກຕາ, ເບ້ຍໄມ້ 3.484.000 ກວ່າເບ້ຍ. ໃນນັ້ນ, ປະ ກອບມີ: ໄມ້ດູ່, ໄມ້ແຕ້ຄ່າ, ໄມ້ສັກ, ໄມ້ແຄນ, ໄມ້ສົ້ມຝາດ, ໄມ້ຂະຍຸງ, ໄມ້ແຕ້ຮໍ, ໄມ້ສະຟາງ, ໄມ້ກາກະເລົາ ແລະ ໄມ້ອື່ນໆ. ໃນຂະນະທີ່ກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ກໍາ ນົດຕົວເລກ ເຂົ້າໃນແຜນການ 5 ປີ (2021-2025) ແມ່ນຈະປູກ ໃຫ້ໄດ້ 200.000 ເຮັກຕາ, ສະເລ່ຍ ປີໜຶ່ງຈະປູກປະມານ 40.000 ເຮັກຕາ ແນໃສ່ເຮັດໃຫ້ອັດຕາປົກ ຕະພັນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການສຳມະນາໃນຄັ້ງນີ້, ຜູ້ປະ ກອບການດ້ານການທ່ອງທ່ຽວຂອງ ມາເລເຊຍ ໄດ້ນຳສະເໜີກ່ຽວກັບ ລາຍການທ່ອງທ່ຽວຂອງຕົນເປັນ ຕົ້ນ ສະຖານທີ່ທ່ອງທ່ຽວ ທີ່ມີສື່ສຽງ ແລະ ສວຍງາມຂອງມາເລເຊຍ ບໍ່ວ່າ ຈະເປັນສະຖານທີ່ທ່ອງທ່ຽວທາງ ທຳມະຊາດ, ວັດທະນະທຳ, ເຮືອນ ພັກ, ໂຮງແຮມ, ອາຫານ-ເຄື່ອງດື່ມ ແລະ ອື່ນໆ. ນອກນັ້ນ, ຜູ້ປະກອບ ການດ້ານການທ່ອງທ່ຽວ ກໍຄືບໍລິສັດ ທ່ອງທ່ຽວຕ່າງໆຂອງ ມາເລເຊຍ ຍັງໄດ້ຕັ້ງຮ້ານໂຄສະນາ, ແນາະນຳ ລາຍການທ່ອງທ່ຽວຂອງຕົນ, ພ້ອມ ທັງແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ແນໃສ່ດຶງດູດເອົານັກ ທ່ອງທ່ຽວຈາກ ສປປ ລາວ ໄປທ່ຽວ ມາເລເຊຍ ໃຫ້ຫລາຍຂຶ້ນ, ທັງເປັນ ການຮັດແໜ້ນການຮ່ວມມືດ້ານ ການທ່ອງທ່ຽວ ລະຫວ່າງ ລາວມາເລເຊຍ ໃຫ້ໄດ້ຮັບການພັດທະນາ ຂຶ້ນໄປເລື້ອຍໆ. ທ່ານນາງ ຊາລີນ້າ ອາໝັດ ໄດ້ ກ່າວວ່າ: ການຈັດສຳມະນາດັ່ງ ກ່າວ, ຢູ່ ສປປ ລາວ ເປັນການສະ ແດງໃຫ້ເຫັນວ່າການທ່ອງທ່ຽວມາ ເລເຊຍ ມີຄວາມໝັ້ນໝາຍໃນການ ສ້າງສາຍພົວພັນທາງທຸລະກິດທີ່ ເຂັ້ມແຂງ ກັບຕົວແທນການທ່ອງ ທ່ຽວຂອງລາວ ເພື່ອຕອບສະໜອງ ຄວາມສົນໃຈຂອງຊາວລາວ ທີ່ຢາກ ຮູ້ກ່ຽວກັບມາເລເຊຍຫລາຍຂຶ້ນ ແລະ ມາເລເຊຍ ມີຄວາມຕັ້ງໃຈທີ່ຈະດຶງ ດູດເອົານັກທ່ອງທ່ຽວລາວໃຫ້ມາ ທ່ຽວປະເທດມາເລເຊຍ ໃຫ້ຫລາຍ ຂຶ້ນ ແລະ ຫວັງວ່າຄວາມພະຍາຍາມ ເຫລົ່ານີ້ຈະກະຕຸ້ນຊຸກຍູ້ໃຫ້ຄູ່ຄ້າ ແລະ ເພື່ອສົ່ງເສີມໃຫ້ມາເລເຊຍ ເປັນ ຈຸດໝາຍປາຍທາງເມື່ອທ່ານຄິດ ຢາກຈະໄປທ່ຽວໃນວັນພັກຜ່ອນ ແລະ ຫວັງວ່າຈະໄດ້ເຫັນບັນດາບໍລິ ສັດທ່ອງທ່ຽວ ໃນປະເທດລາວສ້າງ ລາຍການທ່ອງທ່ຽວແບບໃໝ່ໆຂຶ້ນ ມາ ເພື່ອດຶງດູດລູກຄ້າຂອງທ່ານໃຫ້ ໄປທ່ຽວມາເລເຊຍ ຫລາຍ ຂຶ້ນ. ປັດຈຸບັນ, ການເດີນທາງທ່ອງ ທ່ຽວ ຫລື ເດີນທາງໄປມາຫາສູ່ ເຊິ່ງກັນ ແລະ ກັນ ລະຫວ່າງ ລາວມາເລເຊຍ ຍັງພົບຄວາມຫຍຸ້ງຍາກ, ຍັງໄດ້ຕໍ່ສາຍການບິນຫລາຍສາຍ ເນື່ອງຈາກວ່າ ລາວ-ມາເລເຊຍ ຍັງ ບໍ່ມີສາຍການບິນກົງ, ຢ່າງໃດກໍຕາມ ໃນຕົ້ນເດືອນສິງຫາ 2023 ທີ່ຈະມາ ເຖິງນີ້, ຈະມີຖ້ຽວບິນ ໂດຍກົງລາວມາເລເຊຍ, ບິນຈາກນະຄອນຫລວງ ວຽງຈັນ ໄປ ກວາລາລຳເປີດ້ວຍ 3 ຖ້ຽວບິນຕໍ່ອາທິດ(ວັນຈັນ, ວັນສຸກ, ວັນອາທິດ), ໃນປີ 2023 ນີ້, ມາເລເຊຍ ວາງເປົ້າໝາຍ ເພື່ອ ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ປະມານ 16,1 ລ້ານຄົນ. ຂ່າວ: ທະນູທອງ ຫຸ້ມຂອງປ່າໄມ້ໃນແຕ່ລະປີເພີ່ມຂຶ້ນ ເພື່ອບັນລຸຕາມເປົ້າໝາຍທີ່ວາງໄວ້ 70 . ທ່ານ ບຸນປອນ ແສງທອງ ຮອງ ຫົວໜ້າກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 24 ພຶດສະພາ 2023 ນີ້ ວ່າ: ໃນໂອກາດວັນປູກ ຕົ້ນໄມ້ແຫ່ງ ຊາດປີນີ້, ກະຊວງກະສິກຳ ແລະ ປ່າ ໄມ້ ກໍຄື ກົມປ່າໄມ້ ຈະປຸກລະດົມ,ຊຸກ ຍູ້, ສົ່ງເສີມ ຂະແໜງການຕ່າງໆ ທີ່ກ່ຽວຂ້ອງທັງສູນກາງ ແລະ ທ້ອງ ຖິ່ນ ປູກຕົ້ນໄມ້ ໃຫ້ໄດ້ຕາມແຜນການ ທີ່ວາງໄວ້ 3.480 ເຮັກຕາ. ໃນນີ້, ນະຄອນຫລວງວຽງຈັນ ປູກໃຫ້ໄດ້ 101 ເຮັກຕາ, ຜົ້ງສາລີ 65 ເຮັກ ຕາ, ຫລວງນ້ຳທາ 8 ເຮັກຕາ, ອຸດົມໄຊ 38 ເຮັກຕາ, ບໍ່ແກ້ວ 35 ເຮັກຕາ, ໄຊຍະບູລີ 40 ເຮັກຕາ, ຫລວງພະ ບາງ 655 ເຮັກຕາ, ຫົວພັນ 300 ເຮັກຕາ, ຊຽງຂວາງ 18 ເຮັກຕາ, ແຂວງວຽງຈັນ 1.956 ເຮັກຕາ, ບໍລິຄຳໄຊ 8 ເຮັກຕາ, ຄຳມ່ວນ 18 ເຮັກຕາ, ສະຫວັນນະເຂດ 75 ເຮັກຕາ, ສາລະວັນ 14 ເຮັກຕາ, ຈຳປາສັກ 85 ເຮັກຕາ, ເຊກອງ 20 ເຮັກຕາ, ອັດຕະປື 14 ເຮັກຕາ ແລະ ແຂວງໄຊສົມບູນ 30 ເຮັກຕາ. ສະເພາະ ກະຊວງກະສິກຳ ແລະ ປ່າໄມ້ ຈະປູກໄມ້ໃຫ້ໄດ້ ປະມານ 4 ເຮັກຕາ ຢູ່ເຂດສວນພຶກສາສາດດົງ ໝາກຄາຍ ເຊິ່ງຈະປູກໄມ້ພັນພື້ນ ເມືອງ ເປັນຕົ້ນ ໄມ້ຂະຍຸງ, ໄມ້ດູ່ ເລືອດ, ໄມ້ແຕ້ຂ່າ ແລະ ໄມ້ຍາງລວມ ທັງໝົດ 3.200 ຕົ້ນ ເພື່ອປະ ກອບສ່ວນຟື້ນຟູສະພາບປ່າໄມ້ ໃຫ້ມີ ຄວາມດົກໜາ ແລະ ອຸດົມສົມບູນໄປ ດ້ວຍຊະນິດພັນໄມ້ພື້ນເມືອງ ແລະ ພັນໄມ້ຕ່າງປະເທດນາໆຊະນິດແນ ໃສ່ເຮັດໃຫ້ສວນພຶກສາສາດ ແຫ່ງ ນີ້ ກາຍເປັນສະຖານທີ່ສຶກສາຄົ້ນ ຄວ້າດ້ານປ່າໄມ້, ເປັນແຫລ່ງແນວ ພັນໄມ້, ເປັນເຂດສຶກສານິເວດວິທະ ຍາ, ເປັນແຫລ່ງທ່ອງທ່ຽວທຳມະ ຊາດ ແລະ ເປັນບ່ອນພັກຜ່ອນຂອງ ຄົນໃນສັງຄົມໃນອະນາຄົດ. ທ່ານ ບຸນປອນ ແສງທອງ ຍັງໃຫ້ຮູ້ອີກວ່າ: ພາຍຫລັງປູກຕົ້ນ ໄມ້ແລ້ວ ຈະມອບໝາຍຄວາມຮັບ ຜິດຊອບໃຫ້ບຸກຄົນ, ການຈັດຕັ້ງ ຫລື ອົງການຈັດຕັ້ງມະຫາຊົນພາຍ ໃນ ທ້ອງຖິ່ນ ທີ່ມີເງື່ອນໄຂ ເປັນຜູ້ຮັບຜິດ ຊອບຄຸ້ມຄອງ, ບົວລະບັດ ແລະ ປົກ ປັກຮັກສາປ່າປູກ, ເຂດປ່າຟື້ນຟູເພື່ອ ໃຫ້ຕົ້ນໄມ້ທີ່ປູກແລ້ວນັ້ນຈະເລີນ ເຕີບໂຕ, ພ້ອມທັງເອົາໃຈໃສ່ການ ປູກສ້ອມຄືນຕົ້ນໄມ້ທີ່ຕາຍ ເພື່ອບໍ່ ໃຫ້ບ່ອນທີ່ປູກນັ້ນເປົ່າຫວ່າງ ແລະ ໃຫ້ກາຍເປັນປ່າໄມ້ ທີ່ອຸດົມສົມບູນ ໃນອະນາຄົດ ໂດຍໄດ້ມີການຕິດ ປ້າຍ, ປັກຫລັກໝາຍຊີ້ບອກ ແລະ ອອກກົດລະບຽບຫ້າມບຸກຄົນ, ນິຕິ ບຸກຄົນ ແລະ ການຈັດຕັ້ງທຳລາຍປ່າ ໄມ້ ດ້ວຍການບຸກລຸກ, ບຸກເບີກຖາກ ຖາງປ່າໄມ້, ຈູດປ່າ, ຕັດໄມ້ ຫລື ນຳ ໃຊ້ສານເຄມີ ໃຫ້ຕົ້ນໄມ້ຕາຍ ຫລື ດ້ວຍ ການກະທຳອື່ນໆທີ່ບໍ່ຖືກຕ້ອງຕາມ ກົດໝາຍ. ສ່ວນການຄຸ້ມຄອງປ່າ ທີ່ປູກໃໝ່ ແມ່ນຈະເນັ້ນໃສ່ການມີ ສ່ວນຮ່ວມຂອງປະຊາຊົນ ໂດຍ ການມອບໝາຍໃຫ້ປະຊາຊົນເປັນ ເຈົ້າການພາຍໃຕ້ການນໍາພາ- ຊີ້ ນໍາ ຂອງອໍານາດການປົກຄອງບ້ານ, ກຸ່ມບ້ານພັດທະນາ ແລະ ເມືອງໃນ ການປ້ອງກັນ, ຄຸ້ມຄອງ ແລະ ປົກ ປັກຮັກສາ ເຊັ່ນ: ປ້ອງກັນ ແລະ ສະ ກັດກັ້ນໄຟໄໝ້ລາມປ່າ, ກວດກາ ລາດຕະເວນ, ການບຸກລຸກທໍາລາຍ, ການລັກລອບເຂົ້າໄປເຮັດກິດຈະ ກໍາຕ່າງໆ ທີ່ເປັນຜົນກະທົບອັນບໍ່ດີ ຕໍ່ພື້ນທີ່ປ່າທີ່ປູກໃໝ່. ໂອກາດນີ້, ທ່ານ ບຸນປອນ ແສງທອງ ຍັງໄດ້ຮຽກຮ້ອງເຖິງ ປວງຊົນລາວທັງຊາດ ໃຫ້ມີນ້ຳໃຈ ຮັກປ່າໄມ້, ປົກປັກຮັກສາປ່າໄມ້ ແລະ ຖະນຸບຳລຸງປ່າໄມ້, ສ້າງຂະບວນ ການໃນການຄຸ້ມຄອງ, ປົກປັກຮັກ ສາຊັບພະຍາກອນປ່າໄມ້ ອັນເປັນ ມໍລະດົກຂອງຊາດ ໃຫ້ນັບມື້ອຸດົມ ສົມບູນ ແລະ ສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການວັດຖຸດິບ ດ້ານໄມ້ ແລະ ຜະລິດຕະຜົນປ່າໄມ້ ໄດ້ຢ່າງຍືນນານ ບໍ່ມີວັນບົກແຫ້ງ, ເຮັດໃຫ້ຊັບພະຍາກອນປ່າໄມ້ ເຊິ່ງ ເປັນສ່ວນປະກອບສຳຄັນເຂົ້າໃນ ການພັດທະນາເສດຖະກິດຂອງຊາດ ແລະ ເປັນການປົກປັກຮັກສາສິ່ງ ແວດລ້ອມ ນັບມື້ນັບຂະຫຍາຍຕົວ ຂຶ້ນເລື້ອຍໆ. ຂ່າວ-ພາບ: ທະນູທອງ ກອງທຶນສັນຕິພາບຣັດເຊຍ ໂດຍ ສະເພາະການປະກອບສ່ວນອັນສຳ ຄັນຂອງ ທ່ານ ອາເລັກຊານເດີ ລະ ວົບ (AMFYBOEFS -WPW), ຊ່າງ ຖ່າຍຮູບຜູ້ມີຊື່ສຽງຂອງ ຣັດເຊຍ ທີ່ ໄດ້ເດີນທາງຖ່າຍທໍາຮູບພາບສະ ຖານທີ່ສຳຄັນຕ່າງໆ ຂອງລາວນັບ ແຕ່ວັນທີ 4 ກຸມພາ-3 ມີນາ 2023 ຜ່ານມາ ແລະ ໄດ້ຖືກນໍາມາວາງ ສະແດງ ທີ່ ນະ ຄອນຫລວງມົດສະກູ ເພື່ອເປັນການໂຄສະນາເຜີຍແຜ່ສະ ຖານທີ່ທ່ອງທ່ຽວສຳຄັນຂອງລາວ ໃຫ້ປະຊາຊົນ ຣັດເຊຍ ແລະ ບັນດາ ນັກທ່ອງທ່ຽວທົ່ວໂລກ ໄດ້ຮັບຮູ້ ກ່ຽວກັບການທ່ອງທ່ຽວ ໃນລາວ. ຄະນະຜູ້ແທນລາວ ຍັງໄດ້ຢ້ຽມ ຢາມສູນວິທະຍາສາດ ແລະ ວັດທະ ນະທຳລາວ ທີ່ນະຄອນຫລວງມົດ ສະກູ ແລະ ເຂົ້າຮ່ວມງານພິທີປະທັບ ຕາໃສ່ສະແຕັມໄປສະນີເນື່ອງໃນໂອ ກາດຄົບຮອບ 100 ປີ ຂອງບໍລິສັດ

RkJQdWJsaXNoZXIy MTc3MTYxMQ==