5626

lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 26/05/2023 xtgmf]k; ຖະແຫລງການແຫ່ງຊາດ... ປະກາດແຕ່ງຕັ້ງຫົວໜ້າ... ຄະນະພົວພັນຕ່າງປະເທດ... ເລັ່ງຟື້ນຟູການຮຽນຮູ້... ຮອງປະທານປະເທດ... ເປີດໂຄງການວິໄຈ... ຂປລ. ກອງປະຊຸມສຸດຍອດວ່າ ດ້ວຍຊັບສິນດ້ານມະນຸດ ຂອງ ສປປ ລາວ, ຄັ້ງທຳອິດ ພາຍໃຕ້ຫົວຂໍ້ “ການ ເລັ່ງຟື້ນຟູການຮຽນຮູ້ໃນສະພາບ ການຂອງໂຄວິດ-19” ຈັດຂຶ້ນ ໃນ ວັນທີ 25 ພຶດສະພາ 2023, ຢູ່ຫໍປະ ຊຸມແຫ່ງຊາດ ນະຄອນຫລວງວຽງ ຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ, ມີບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ ຕາງໜ້າຈາກບັນດາກະຊວງ, ຂະ ແໜງການຂັ້ນສູນກາງ ແລະ ທ້ອງ ຖິ່ນ, ຄູ່ຮ່ວມພັດທະນາ, ຜູ້ຕາງໜ້າ ຈາກທະນາຄານໂລກ ປະຈໍາປະເທດ ກໍາປູເຈຍ, ລາວ ແລະ ມຽນມາ, ມີ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ລາວ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວ ກັບການພັດທະນາຊັບສິນດ້ານມະ ນຸດ ໃນໄລຍະຜ່ານມາ ແລະ ຊອກ ຫາທິດທາງ, ວິທີການ ແລະ ມາດ ຕະການ ເພື່ອປັບປຸງໃນຕໍ່ໜ້າ ໂດຍ ການມີສ່ວນຮ່ວມຂອງທຸກພາກ ສ່ວນໃນສັງຄົມ ລວມທັງການສະ ໜັບສະໜູນຊ່ວຍເຫລືອຈາກສາ ກົນ ແລະ ຄູ່ຮ່ວມພັດທະນາຕ່າງໆ ໃ ນຫລາຍດ້ານ ເປັນຕົ້ນ ດ້ານເສດຖະ ກິດ, ການສຶກສາ, ການພັດທະນາ ຊັບພະຍາກອນມະນຸດ, ດ້ານວັດທະ ນະທຳ-ສັງຄົມ, ການປົກປັກຮັກສາ ສິ່ງແວດລ້ອມ ແລະ ອື່ນໆ. ທ່ານ ສອນໄຊ ສີພັນດອນ ໄດ້ ມີຄໍາເຫັນໃນໂອກາດເປີດກອງປະ ຊຸມວ່າ: ຊັບສິນດ້ານມະນຸດ ແມ່ນ ປັດໄຈຕັດສິນເຮັດໃຫ້ເສດຖະກິດສັງຄົມມີຄວາມເຂັ້ມແຂງ ແລະ ຍືນ ຍົງ ຕົວຢ່າງ: ບາງປະເທດໃນພາກ ພື້ນທີ່ມີຜົນສຳເລັດໃນການພັດທະ ນາຊັບສິນດ້ານມະນຸດ ເຊິ່ງໄດ້ປະ ກອບສ່ວນເຂົ້າໃນຜົນສຳເລັດລວມ ຂອງການພັດທະນາປະເທດ ເຊັ່ນ: ສ ເກົາຫລີ, ສິງກະໂປ, ລາຊະອານາ ຈັກໄທ ແລະ ສສ ຫວຽດນາມ. ສະເພາະ ສປປ ລາວ, ປັດຈຸບັນພວກ ຜົນຂຶ້ນໄປເລື້ອຍໆ, ພ້ອມທັງສະແດງ ຄວາມຂອບໃຈຕໍ່ລັດຖະບານ ກໍຄືປະ ຊາຊົນກູບາ ທີ່ໄດ້ໃຫ້ການສະໜັບ ສະໜູນ, ຊ່ວຍເຫລືອ ສປປ ລາວ ໃນ ໄລຍະຜ່ານມາໃນທຸກຂະແໜງການ ເປັນຕົ້ນ ດ້ານການສຶກສາ, ສາທາ, ພັດທະນາຊັບພະຍາກອນມະນຸດ ແລະ ອື່ນໆ ໃຫ້ໄດ້ຮັບການພັດທະນາ ຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມກັນນີ້, ທ່ານ ເຮຣາໂດ ເອຣນານເດັດສ ນໍຣເດໂລ ກໍໄດ້ສະ ແດງຄວາມຂອບໃຈ ແລະ ຕີລາຄາ ສູງຕໍ່ທ່ານນາງ ປານີ ຢາທໍ່ຕູ້ ທີ່ໄດ້ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງ ນີ້, ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະ ສົງຂອງການເດີນທາງມາຢ້ຽມ ຍາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ທັງຢືນຢັນວ່າຈະສືບ ຕໍ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນສາຍ ພົວພັນທີ່ເປັນມູນເຊື້ອ ມາແຕ່ດົນນານ ແລ້ວນັ້ນ, ໃຫ້ໝັ້ນຄົງຂະນົງແກ່ນ ແລະ ໄດ້ຮັບການພັດທະນາຕະ ຫລອດໄປ. ຂ່າວ-ພາບ: ອ່າຍຄຳ ເຮົາຍັງພົບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ. ດັ່ງນັ້ນ, ທຶນຮອນເພື່ອພັດທະນາຊັບສິນ ດ້ານມະນຸດ ຍັງມີຄວາມຈໍາກັດ ຫລາຍ ໂດຍລວມແລ້ວ, ສິ່ງທ້າທາຍ ໃນການຮັບປະກັນການຮຽນຮູ້ແມ່ນ ມີຫລາຍ ບໍ່ສະເພາະແຕ່ຢູ່ໃນ ສປປ ລາວ, ແຕ່ເກີດຂຶ້ນໃນທົ່ວໂລກ, ລວມ ທັງປະເທດທີ່ມີຄວາມຮັ່ງມີ. ສະນັ້ນ, ເພື່ອໃຫ້ເດັກນ້ອຍໄດ້ຮຽນໜັງສື, ພວກເຮົາມີຄວາມຈໍາເປັນທີ່ຕ້ອງ ມີຄູ ແລະ ມີສື່ການຮຽນ-ການສອນ ທີ່ມີຄຸນນະພາບສູງ, ໂຮງຮຽນຕ້ອງມີ ຄວາມເປັນເຈົ້າການຢ່າງເຂັ້ມແຂງ, ມີອາຄານຮຽນທີ່ປອດໄພ ເພື່ອດຶງ ດູດໃຫ້ເດັກຢາກມາຮຽນ ແລະ ມີ ການສະໜັບສະໜູນຈາກພາກລັດ, ພາກເອກະຊົນ, ບັນດາຄູ່ຮ່ວມພັດທະ ນາ, ທຸກພາກສ່ວນໃນສັງຄົມລວມ ທັງຊຸມຊົນ ແລະ ພໍ່ແມ່ຜູ້ປົກຄອງ ຢ່າງເປັນເຈົ້າການ ແລະ ແຂງແຮງ. ລັດຖະບານ ສປປ ລາວ ມີຄວາມ ໝາຍໝັ້ນຢ່າງເຕັມທີ່ ໃນການຮັບປະ ກັນການສຶກສາທີ່ມີຄຸນນະພາບ ສຳ ລັບເດັກນ້ອຍທຸກຄົນ ໃນ ສປປ ລາວ ເຊິ່ງໄດ້ກຳນົດໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ແຜນພັດທະນາຂະແໜງການສຶກ ສາທິການ ແລະ ກິລາ ຄັ້ງທີ IX ເຊິ່ງ ເປົ້າໝາຍລວມຂອງ ແຜນພັດທະ ນາດັ່ງກ່າວ ເພື່ອຮັບປະກັນວ່າ ສປປ ລາວ ມີລະບົບການສຶກສາທີ່ສາ ມາດພັດທະນາຊັບສິນດ້ານມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ, ມີທັກ ສະດ້ານຕ່າງໆ, ມີຄຸນສົມບັດສິນທໍາ ປະຕິວັດ, ຮັກປະເທດຊາດ, ມີລະ ບຽບວິໄນ, ມີສຸຂະພາບຮ່າງກາຍ ແລະ ຈິດໃຈ ທີ່ແຂງແຮງ ແລະ ຮັກ ການຮຽນຮູ້ຕະຫລອດຊີວິດ, ສ້າງ ຄົນໃຫ້ກາຍເປັນຊັບສິນດ້ານມະນຸດ ທີ່ມີຄຸນນະພາບ ເພື່ອປະກອບສ່ວນ ຢ່າງຕັ້ງໜ້າໃນການພັດທະນາເສດ ຖະກິດ-ສັງຄົມ ໃຫ້ເຂັ້ມແຂງ ແລະ ຍືນຍົງ. ໂອກາດນີ້,, ທ່ານ ສອນໄຊ ສີພັນດອນ ຍັງໄດ້ສະແດງຄວາມ ຂອບໃຈມາຍັງບັນດາກະຊວງ, ອົງ ການລັດທຽບເທົ່າກະຊວງ, ບັນດາ ແຂວງ, ນະຄອນຫລວງ, ບັນດາຄູ່ ຮ່ວມພັດທະນາ ແລະ ການຈັດຕັ້ງ ທຸກພາກສ່ວນໃນສັງຄົມທີ່ໄດ້ປະ ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາຊັບສິນດ້ານມະນຸດຂອງ ສປປ ລາວ, ເຮັດໃຫ້ ສປປ ລາວ ສາມາດຍາດໄດ້ຜົນສໍາເລັດ ແລະ ມີຄວາມຄືບໜ້າຫລາຍດ້ານ ເປັນຕົ້ນ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະ ຫງົບ, ຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການປັບປຸງໃຫ້ດີຂຶ້ນ ເທື່ອ ລະກ້າວ. ພ້ອມນີ້, ຍັງໄດ້ສະແດງ ຄວາມຂອບໃຈມາຍັງຄູ່ຮ່ວມພັດທະ ນາ ແລະ ທຸກພາກສ່ວນໃນສັງຄົມທີ່ ໄດ້ປະກອບສ່ວນເຂົ້າໃນການຄວບ ຄຸມການແພ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງໄດ້ເຮັດໃຫ້ພວກເຮົາ ສາມາດເປີດປະເທດໄດ້, ສາມາດກັບ ມາດຳລົງຊີວິດແບບປົກກະຕິ, ບັນ ດາໂຮງຈັກ, ໂຮງງານ ແລະ ຜູ້ປະ ກອບການຕ່າງໆ ໄດ້ດຳເນີນກິດຈະ ການຂອງຕົນຢ່າງເປັນປົກກະຕິ ໂດຍສະເພາະແມ່ນສາມາດຈັດການ ຮຽນ-ການສອນໃຫ້ນັກຮຽນໄດ້ ກັບມາຮຽນຄືນແບບເຊິ່ງໜ້າດ້ວຍ ຄວາມປອດໄພ. ຂ່າວ: ທະນູທອງ, ພາບ: ຂັນໄຊ ຊາຊົນສູງສຸດຈັດຂຶ້ນໃນວັນທີໃນ ວັນທີ 24 ພຶດສະພາ 2023 ທີ່ສານ ປະຊາຊົນສູງສຸດໃຫ້ກຽດມອບມະ ຕິຕົກລົງໂດຍ ທ່ານນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນ ກາງພັກ ເລຂາຄະນະບໍລິຫານງານ ພັກ, ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ, ມີຄະນະພັກ, ຄະ ນະນຳ ແລະ ຫົວໜ້າກົມເຂົ້າຮ່ວມ. ໂອກາດນີ້, ທ່ານນາງ ວຽງທອງ ສີພັນດອນ ໄດ້ເນັ້ນໃຫ້ຜູ້ໄດ້ຮັບການ ແຕ່ງຕັ້ງໃນຄັ້ງນີ້ ຈົ່ງສືບຕໍ່ເອົາໃຈ ໃສ່ສຶກສາອົບຮົມການເມືອງແນວ ຄິດ, ເຕົ້າໂຮມຄວາມສາມັກຄີພາຍ ໃນເພື່ອເຮັດໃຫ້ພະນັກງານ-ຜູ້້ພິ ພາກສາ ມີແນວຄິດເປັນເອກະພາບ ກັບແນວທາງຂອງພັກ, ອຸ່ນອ່ຽນ ທຸ່ນທ່ຽງປະຕິບັດໜ້າທີ່ຮັບໃຊ້ປະ ຊາຊົນ, ປົກປ້ອງກົດໝາຍ, ນໍາເອົາ ຄວາມຍຸຕິທໍາມາສູ່ສັງຄົມ, ເດັດດ່ຽວ ຕ້ານ ແລະ ສະກັດກັ້ນປາກົດການ ຫຍໍ້ທໍ້ໃນຖັນແຖວສະມາຊິກພັກ- ພະນັກງານ. ໃນນັ້ນ, ຕ້ອງເຂັ້ມງວດ ປະຕິບັດກົດຈັນຍາບັນ-ຈັນຍາທຳ ດ້ານວິຊາຊີບ; ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາການດຳເນີນຄະ ດີປົກຄອງຂັ້ນລຸ່ມ ເພື່ອຮັບປະກັນ ເຮັດໃຫ້ການດຳເນີນຄະດີປະຕິບັດ ຖືກຕ້ອງ, ເປັນທໍາ, ວ່ອງໄວ, ໂປ່ງໄສ, ຍົກລະດັບຄວາມເຊື່ອໝັ້ນຂອງປະ ຊາຊົນ ທີ່ມີຕໍ່ລະບົບການບໍລິຫານ ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍ ກົດໝາຍໃຫ້ສູງຂຶ້ນເທື່ອລະກ້າວ; ສືບ ຕໍ່ນໍາພາປັບປຸງແບບແຜນວິທີນໍາ ພາຂອງຄະນະໜ່ວຍພັກ, ການແບ່ງ ງານ, ແບ່ງຄວາມຮັບຜິດຊອບພາຍ ໃນຄະນະໜ່ວຍພັກຢ່າງຈະແຈ້ງ, ຂາດຕົວ, ນໍາພາ-ຊີ້ນໍາຕາມແຜນ ການ, ຈຸດສຸມ, ຄາດໝາຍທີ່ກໍານົດ ໄວ້, ພ້ອມທັງມີການຕິດຕາມກວດ ກາ, ປະເມີນຜົນ, ມີການສະຫລຸບ, ຖອດຖອນບົດຮຽນ, ສ່ອງແສງລາຍ ງານ, ເສີມຂະຫຍາຍຫົວຄິດປະດິດ ສ້າງຂອງບັນດາສະຫາຍສະມາຊິກ ພັກຕາມຫລັກການສຽງສ່ວນໜ້ອຍ ຂຶ້ນກັບສຽງສ່ວນຫລາຍ, ບຸກຄົນ ຂຶ້ນກັບການຈັດຕັ້ງເມື່ອຕົກລົງເປັນ ມະຕິແລ້ວ ຕ້ອງປະຕິບັດຕາມມະຕິ ຢ່າງເຂັ້ມງວດ. ພ້ອມນີ້, ຕ້ອງສືບຕໍ່ຄົ້ນຄວ້າ, ສ້າງນິຕິກຳໃຕ້ກົດໝາຍ, ລວມທັງ ສ້າງກົນໄກຮ່ວມມື ແລະ ປະສານ ງານກັບພາກສ່ວນທີ່ມີສ່ວນກ່ຽວ ຂ້ອງກັບການດຳເນີນຄະດີປົກຄອງ ໃຫ້ລະອຽດ, ຈະແຈ້ງ ເພື່ອຮັບປະກັນ ຄຸນນະພາບຂອງການດຳເນີນຄະ ດີປົກຄອງຕາມກົດໝາຍ, ຍົກສູງ ລະດັບການບໍລິການປະຊາຊົນ, ການ ຈັດຕັ້ງຕ່າງໆທີ່ພົວພັນ ໃຫ້ໂປ່ງໄສ, ຖືກຕ້ອງ ແລະ ເປັນທຳ; ເອົາໃຈໃສ່ ຊຸກຍູ້ອົງການຈັດຕັ້ງມະຫາຊົນ ໃຫ້ ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂໍ້ແຂ່ງຂັນຂອງແຕ່ລະ ອົງການວາງອອກໃຫ້ໄດ້ຮັບການ ຈັດຕັ້ງປະຕິບັດຢ່າງເປັນຂະບວນ ການຟົດຟື້ນ ແລະ ມີຜົນສຳເລັດ; ເຕົ້າໂຮມໄດ້ຄວາມສາມັກຄີ, ປະ ກອບສ່ວນເຂົ້າໃນການຈັດຕັ້ງປະ ຕິບັດໜ້າທີ່ວິຊາສະເພາະ, ວິຊາການ; ຖືເອົາຂະບວນການຂອງມະຫາຊົນ ເປັນບ່ອນຝຶກຝົນຫລໍ່ຫລອມ, ທົດ ສອບ, ເລືອກເຟັ້ນໄດ້ຜູ້ພົ້ນເດັ່ນ,ຫ້າວ ຫັນໃນຂະບວນການ ເພື່ອຂະຫຍາຍ ເຂົ້າພັກ ແລະຮັບໜ້າທີ່ວຽກງານສຳ ຄັນຂອງພັກ, ຂອງສານປະຊາຊົນ. ຂ່າວ-ພາບ: ອານຸພົນ ນະພາບຂອງການສຶກສາ ໂດຍລວມ ພາຍໃນປະເທດ. ດັ່ງນັ້ນ, ສິ່ງທີ່ສາ ມາດຊຸກຍູ້ທ່າແຮງບົ່ມຊ້ອນທີ່ຈະ ໄດ້ຈາກກຸ່ມປະຊາກອນໃນໄວອອກ ແຮງງານ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ກໍແມ່ນການຮຽນຮູ້ ຂັ້ນພື້ນຖານ ເຊິ່ງເປັນປັດໄຈຕົ້ນຕໍສຳ ລັບການຮຽນຮູ້ອື່ນໆ ແລະ ທັກສະທີ່ ສູງຂຶ້ນທີ່ເດັກນ້ອຍ ແລະ ໄວໝຸ່ມ ຕ້ອງມີໂດຍຜ່ານການສຶກສາ. ການ ຮຽນຮູ້ພື້ນຖານແມ່ນສຳຄັນ ເພື່ອ ເຮັດໃຫ້ເດັກນ້ອຍທຸກຄົນ ບັນລຸ ຄວາມສາມາດຂອງເຂົາເຈົ້າຢ່າງ ເຕັມທີ່ ແລະ ມີສ່ວນຮ່ວມໃນສັງຄົມ, ຮັບປະກັນໃຫ້ເດັກນ້ອຍໄດ້ມີການ ຮຽນຮູ້ພື້ນຖານ ໃຫ້ກາຍເປັນພົນລະ ເມືອງທີ່ດີຂອງຊາດ ເພື່ອເປັນເຈົ້າ ການພັດທະນາຕົນເອງ, ມີຄວາມສະ ເໝີພາບລະຫວ່າງຍິງ-ຊາຍ ແລະ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີຄວາມສົມດຸນ ແລະ ຍືນຍົງ. ພວກເຮົາໃຫ້ຄໍາໝັ້ນສັນຍາຈະສືບຕໍ່ ປັບປຸງການສຶກສາຂັ້ນພື້ນຖານໃຫ້ ມີຄຸນນະພາບສູງຂຶ້ນ ໂດຍສຸມໃສ່ປັບ ປຸງ ແລະ ພັດທະນາການຮຽນຮູ້ຂັ້ນ ພື້ນຖານ ເພື່ອເຮັດໃຫ້ສັດສ່ວນເດັກ ນ້ອຍທີ່ຮຽນຈົບຊັ້ນປະຖົມສຶກສາ ສາມາດອ່ານ ແລະ ເຂົ້າໃຈຂໍ້ຄວາມ ງ່າຍດາຍເພີ່ມຂຶ້ນ. ນັບແຕ່ໄດ້ຮັບຜົນກະທົບຈາກ ການລະບາດຂອງພະຍາດໂຄ ວິດ-19 ແລະ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການເຂົ້າຮຽນຂອງນັກຮຽນຫລຸດ ລົງ ແລະ ການປະລະການຮຽນ ໃນ ທຸກລະດັບແມ່ນເພີ່ມຂຶ້ນ, ເພື່ອຮັບ ປະກັນການຟື້ນຟູ ແລະ ເລັ່ງຟື້ນຟູ ການຮຽນຮູ້, ພວກເຮົາຈະຕ້ອງໄດ້ ຮີບຮ້ອນສຸມໃສ່ສົ່ງເສີມໃຫ້ເດັກ ນ້ອຍທຸກຄົນໄດ້ກັບເຂົ້າມາຮຽນຄືນ ແລະ ໃຫ້ເຂົາເຈົ້າສືບຕໍ່ຮຽນຈົນຈົບ, ຮັບປະກັນໃຫ້ນັກຮຽນໃຫ້ໄດ້ຮຽນ ບຳລຸງ ແລະ ຮຽນຄືນໃຫ້ຫລາຍຂຶ້ນ ແລະ ດຳເນີນການສິດສອນໃຫ້ເດັກ ນ້ອຍຕາມລະດັບການຮຽນຮູ້ຂອງ ເຂົາເຈົ້າໃນປັດຈຸບັນ, ສະໜັບສະໜູນ ແລະ ຊ່ວຍເຫລືອຄູອາຈານ ເພື່ອໃຫ້ ຄູມີເຄື່ອງມືໃຊ້ສໍາລັບການສິດສອນ ແລະ ສະໜັບສະໜູນຊຸກຍູ້ຊ່ວຍເຫລືອ ດ້ານສຸຂະພາບ, ໂພຊະນາການ ແລະ ຈິດຕະສັງຄົມ, ຊີວິດການເປັນ ຢູ່ທີ່ດີຂອງຄູ ແລະ ເດັກທຸກຄົນ. ລັດຖະບານ ຮັບຮູ້ວ່າການສະ ໜອງງົບປະມານ ໃຫ້ແກ່ຂະແໜງ ການສຶກສາຢ່າງເໝາະສົມ, ມີປະສິດ ທິພາບ ແລະ ມີຄວາມເທົ່າທຽມ ແມ່ນມີຄວາມສໍາຄັນຕໍ່ການເລັ່ງ ການຟື້ນຟູການຮຽນຮູ້ພາຍຫລັງ ສະພາບການລະບາດຂອງພະຍາດ ໂຄວິດ-19, ຄຽງຄູ່ກັບການຮັບປະ ກັນສິດທິຂອງເດັກທຸກຄົນ ໃນ ການສຶກສາທີ່ມີຄຸນນະພາບ ແລະ ມີ ຄວາມເທົ່າທຽມເພື່ອເສີມຂະຫຍາຍ ຊັບສິນດ້ານມະນຸດຂອງ ສປປ ລາວ ແລະ ບັນລຸໄດ້ວິໄສທັດຂອງປະເທດ ໃນການກ້າວໄປສູ່ການພັດທະນາ ເສດຖະກິດທີ່ທັນສະໄໝ ແລະ ເສດຖະກິດທີ່ມີການຂະຫຍາຍຕົວ ສູງຂຶ້ນ; ພວກເຮົາທຸກພາກສ່ວນທັງ ພາກລັດ, ຄູ່ຮ່ວມພັດທະນາ, ເອກະ ຊົນ ແລະ ທຸກພາກສ່ວນໃນສົງຄົມ ລວມທັງພໍ່ແມ່ຜູ້ປົກຄອງຈະຕ້ອງ ໄດ້ເຮັດວຽກຮ່ວມກັນ ເພື່ອປະກອບ ສ່ວນທາງດ້ານ ວິຊາການ ແລະ ທຶນ ຮອນ, ນຳໃຊ້ເຕັກໂນໂລຊີ ແລະ ຫັນ ປ່ຽນການສຶກສາ ໃຫ້ສອດຄ່ອງກັບ ສະພາບໃນປັດຈຸບັນ ແລະ ສາມາດ ຮັບມືໄດ້ກັບການປ່ຽນແປງທີ່ຈະ ເກີດຂຶ້ນໃນອະນາຄົດ ເພື່ອພັດທະນາ ຊັບສິນດ້ານມະນຸດ ໃຫ້ມີຄຸນນະພາບ ສູງຂຶ້ນ; ລັດຖະບານຢືນຢັນວ່າຈະ ພະຍາຍາມເພີ່ມສ່ວນແບ່ງງົບປະ ມານແຫ່ງຊາດ ໃຫ້ແກ່ຂະແໜງ ການສຶກສາ ໃຫ້ສອດຄ່ອງກັບຄາດ ໝາຍທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍການສຶກສາເທື່ອລະກ້າວ, ລວມທັງສ່ວນແບ່ງງົບປະມານບໍລິ ຫານທີ່ບໍ່ແມ່ນເງິນເດືອນ. ເຖິງວ່າກອງປະຊຸມສຸດຍອດ ວ່າດ້ວຍຊັບສິນດ້ານມະນຸດໃນຄັ້ງ ນີ້, ໄດ້ສໍາເລັດຢ່າງຈົບງາມກໍຕາມ ແຕ່ພາລະກິດໃນການສ້າງຊັບສິນ ດ້ານມະນຸດເຮົາ ຍັງສືບຕໍ່ເປັນພາລະ ກິດຂອງຊາດ. ດັ່ງນັ້ນຮຽກຮ້ອງໃຫ້ ທຸກພາກສ່ວນຈົ່ງສືບຕໍ່ຮ່ວມມືກັນໃນ ການພັດທະນາຄົນ ແລະ ພັດທະນາ ປະເທດຊາດໃຫ້ບັນລຸໄດ້ຕາມເປົ້າ ໝາຍທີ່ວາງໄວ້. ຂ່າວ: ທະນູທອງ ໃນ ແລະ ຕ່າງປະເທດໃຫ້ແກ່ປະຊາ ຊົນທີ່ເປັນສະມະຊິກ ເຊິ່ງກິດຈະກຳ ຕ່າງໆ ເຫັນວ່າມີຄວາມສອດຄ່ອງ ລາວຮັກຊາດ ຄົບຮອບ 63 ປີ (24/5/ 1960-24/5/2023) ໃນ ວັນທີ 25 ພຶດສະພາ 2023 ໂດຍ ມີຄະນະພັກ, ຄະນະກົມ, ພະແນກ ແລະ ພະນັກງານທົ່ວຄະນະພົວພັນ ຕ່າງປະເທດສູນກາງພັກເຂົ້າຮ່ວມ. ໃນພິທີ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວ ພັນຕ່າງປະເທດສູນກາງພັກ ໄດ້ ເລົ່າມູນເຊື້ອການສ້າງຕັ້ງສະຫະ ພາບໂຊວຽດ ໃນປີ 1922 ເປັນປະ ເທດສັງຄົມນິຍົມໝຸ່ມນ້ອຍທີ່ເກີດ ຂຶ້ນທໍາອິດຢູ່ໃນໂລກ ໂດຍໝູນໃຊ້ ລັດທິມາກ-ເລນິນ ເຊິ່ງເປັນທິດສະ ດີປະຕິວັດຂອງຊົນຊັ້ນກຳມະກອນ ມາເປັນເຂັ້ມທິດໃນການພັດທະນາ ປະເທດ, ສ ໂຊວຽດ ໄດ້ກາຍເປັນກຳ ລັງ ແລະ ບ່ອນອີງທີ່ສຳຄັນໃຫ້ຂະ ບວນການຕ້ານລັດທິລ່າເມືອງຂຶ້ນ ແລະ ລັດທິຈັກກະພັດໃນທົ່ວໂລກ. ດັ່ງນັ້ນ, ບັນດາຈັກກະພັດ ຈຶ່ງຫວັງ ດັບມອດ ສ ໂຊວຽດ ເຊິ່ງເປັນສາ ເຫດຕົ້ນຕໍຂອງສົງຄາມໂລກຄັ້ງທີ II; ໄຊຊະນະເໜືອຟາດຊິດເຢຍລະ ມັນ ຂອງ ສ ໂຊວຽດ ໄດ້ສົ່ງຜົນສະ ທ້ອນໃຫ້ແກ່ການປະຕິວັດຢູ່ໃນໂລກ ໄດ້ສ້າງເງື່ອນໄຂໃຫ້ແກ່ຂະບວນ ການປົດປ່ອຍຊາດ ຢູ່ບັນດາປະເທດ ທີ່ເປັນຫົວເມືອງຂຶ້ນ ຈັບມືກັນລຸກຂຶ້ນ ຕໍ່ສູ້ຍາດເອົາຄວາມເປັນເອກະລາດ ມາໃຫ້ຊາດຕົນ, ສະແດງໃຫ້ເຫັນ ເຖິງຄວາມສາມັກຄີອັນແໜ້ນແຟ້ນ, ເສຍສະລະ ແລະ ຄວາມຈົງຮັກພັກ ດີຕໍ່ຊາດ ກໍຄືພັນທະສາກົນຂອງກອງ ທັບແດງ ແລະ ປະຊາຊົນໂຊວຽດ. ພ້ອມນັ້ນ, ຍັງໄດ້ສົ່ງຜົນສະທ້ອນ ອັນໃຫຍ່ຫລວງໃຫ້ແກ່ການປະຕິ ວັດຢູ່ອິນດູຈີນ ແລະ ກ້າວຂຶ້ນຕີເອົາ ຊະນະກັບພວກລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່. ພ້ອມນີ້ ສະຫາຍ ໄດ້ຍົກໃຫ້ເຫັນ ເຖິງໄຊຊະນະດຽນບຽນຟູ ແມ່ນ ຄວາມອົງອາດກ້າຫານຂອງປະຊາ ຊົນ ຫວຽດນາມ ຕໍ່ສູ້ຕ້ານກັບພວກ ລ່າເມືອງຂື້ນແບບເກົ່າ, ແມ່ນໄຊຊະ ນະທີ່ສະຫວ່າງສະໄຫວທີ່ສຸດໃນ ປະຫວັດສາດການຕໍ່ສູ້ຂອງປະຊາ ຊົນຫວຽດນາມ ຕ້ານການຮຸກຮານ ຂອງຈັກກະພັດ ແລະ ໄດ້ຖືກບັນທຶກ ເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20; ຮູ້ໝູນໃຊ້ກຳລັງປະກອບອາວຸດ ທົ່ວປວງຊົນ ເພື່ອເຮັດສົງຄາມປະ ຊາຊົນ; ສະແດງໃຫ້ເຫັນຄວາມ ສາມັກຄີຮ່ວມສໍາພັນສູ້ຮົບຂອງ 3 ຊາດ ອິນດູຈີນ; ຮັບຮູ້ຄວາມເປັນ ເອກະລາດແຫ່ງຊາດ, ອໍານາດອະ ທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງຫວຽດນາມ, ລາວ ແລະ ກໍາປູເຈຍ; ໄຊຊະນະດຽນບຽນຟູ ແມ່ນໜຶ່ງໃນບັນດາປັດໄຈ ແລະ ໝາກ ຜົນຂອງຄວາມສາມັກຄີພິເສດ ແລະ ການຮ່ວມສໍາພັນສູ້ຮົບລະຫວ່າງ ລາວ-ຫວຽດນາມ ໃນການຕ້ານ ສັດຕູຕົວ ດຽວກັນ, ປະສານສົມທົບ ແລະ ຊ່ວຍໜູນເຊິ່ງກັນ ແລະ ກັນ. ໃນຕອນທ້າຍ, ສະຫາຍ ຫົວໜ້າ ຄຕພ ກໍໄດ້ຍົກໃຫ້ເຫັນປະຫວັດສາດ ແລະ ມູນເຊື້ອການຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ແລະ ການອອກຈາກຄຸກຢ່າງມະຫັດສະ ຈັນ ຂອງບັນດາຜູ້ນຳພັກ ເຊິ່ງສາມາດ ຖອດຖອນບົດຮຽນໄດ້ຄື: ຍ້ອນມີພັກ ປະຊາຊົນປະຕິວັດລາວ ພາຍໃຕ້ການ ນໍາພາອັນສະຫລາດສ່ອງໃສ ແລະ ປີຊາສາມາດຂອງພັກ ໂດຍມີປະ ທານ ໄກສອນ ພົມວິຫານ ເປັນເລຂາ ທິການໃຫຍ່, ມີຄວາມສາມັກຄີເປັນ ຈິດໜຶ່ງໃຈດຽວຂອງປະຊາຊົນລາວ ບັນດາເຜົ່າ, ມີນໍ້າໃຈຮັກຊາດອັນ ແຮງກ້າຂອງບັນດາຜູ້ນຳ, ມີຄວາມ ຕັດສິນໃຈຕໍ່ສູ້ຍອມເສຍສະລະ ເພື່ອ ຊາດ, ມີຄວາມປີຊາສາມາດຂົນ ຂວາຍ ກໍ່ສ້າງຮາກຖານການເມືອງ, ມີການຈັດຕັ້ງນໍາພາ-ບັນຊາທີ່ໜັກ ແໜ້ນ, ເດັດດ່ຽວ, ເສີມຂະ ຫຍາຍຫົວ ຄິດປະດິດສ້າງຂອງໝົດທຸກຄົນ, ກຳແໜ້ນກາລະໂອກາດອັນເໝາະ ສົມ ຈຶ່ງເຮັດໃຫ້ພະນັກງານ, ສະມາ ຊິກພັກ ແລະ ນັກຮົບກອງພັນທີ 2 ແລະ ບັນດາທ່ານຜູ້ນຳສາມາດໂຕນ ອອກຈາກຄຸກໄປສູ່ເຂດປະຕິວັດໄດ້ ຢ່າງປອດໄພ. ຂ່າວ: ສຸກສະຫວັດ,ພາບ: ຂັນໄຊ ກັບຫລັກສູດການຮຽນ-ການສອນ ຂອງຄະນະວິທະຍາສາດປ່າໄມ້ ໃນ 5 ສາຂາວິຊາ ເປັນຕົ້ນ ອຸດສະຫະ ກຳປຸງແຕ່ງ, ການຈັດສັນ ແລະ ປູກ ໄມ້, ການພັດນາຊົນນະບົດ, ການ ວາງແຜນນຳໃຊ້ທີ່ດິນ, ການທ່ອງ ທ່ຽວທຳມະຊາດ ແລະ ການອະນຸ ລັກສັດປ່າ. ທ່ານ ດວງຕາ ບົວພາວົງ ຫົວ ໜ້າໂຄງການຝ່າຍລາວ ໄດ້ໃຫ້ຮູ້ ວ່າ: ຄະນະວິທະຍາສາດປ່າໄມ້ ໄດ້ ຕົກລົງເຮັດບົດບັນທຶກສັນຍາຮ່ວມ ມື (MOA) ກັບມູນລະນິທິສີລາທໍາ ແລະ ບໍລິສັດ ລານພິລາໄລ ຈຳກັດ ໃນວັນທີ 4 ພະຈິກ 2022 ເພື່ອປະ ຕິບັດໂຄງການດັ່ງກ່າວ ໃນໄລຍະ 3 ປີ. ໂຄງການນີ້ເກີດຂຶ້ນໄດ້ເນື່ອງ ຈາກວ່າ ໃນປີ 2022 ຜ່ານມາ, ທ່ານ ຄຳພັນ ອັນລາວັນ ເອກອັກຄະລັດຖະ ທູດ ແຫ່ງ ສປປ ລາວ ໄດ້ເດີນທາງໄປ ຈັງຫວັດຊຽງໄໝ່ ເພື່ອໄປເປັນປະ ທານເປີດງານແລ່ນ ເພື່ອສຸຂະພາບ ແລະ ໄດ້ລົງຢ້ຽມຢາມປະຊາຊົນ ທີ່ເປັນເຄືອຂ່າຍຂອງມູນນິທິສິນລະ ທຳ ແລະ ບໍລິສັດ ລານພິລາໄລ ຈຳ ກັດ ເຊິ່ງເປັນການສຶກສາຄັ້ງສຳຄັນ ໂດຍ ທ່ານກ່າວວ່າຢາກໄດ້ໂຄງການ ການ ສ້າງສູນວິໄຈພືດ, ອາຫານເປັນ ຢາ ແລະ ພັດທະນາຜະລິດຕະພັນ ດັ່ງກ່າວ ມາໃຫ້ປະຊາຊົນລາວ ເພື່ອ ໃຫ້ເຂົານຳໃຊ້ພືດຜັກ, ຜົນລະປູກມາ ປັບປຸງຊີວິດການເປັນຢູ່ໃຫ້ດີຂຶ້ນ”. ຈາກນັ້ນ, ປະທານມູນລະນິທິດັ່ງ ກ່າວ ກໍໄດ້ເດີ່ນທາງມາຢ້ຽມຢາມຄະ ນະວິທະຍາສາດປ່າໄມ້ມະຫາວິ ທະຍາໄລແຫ່ງຊາດ ເພື່ອສຶກສາ ຄວາມເປັນໄປໄດ້ ແລະ ວາງແຜນ ຂອບເຂດການຮ່ວມມື ໂດຍຄະນະວິ ທະຍາສາດປ່າໄມ້ ກໍໄດ້ຕອບຮັບ ການຮ່ວມມືກັບມູນລະນິທິສິນລະ ທຳ ແລະ ບໍລິສັດລານພິລາໄລ ຈຳກັດ ເພື່ອເປັນຄູ່ຮ່ວມພັດທະນາຫລັກສູດ ແລະ ການສ້າງອາຊີບ. ພາຍຫລັງໄດ້ຕົກລົງຮ່ວມມື ແລ້ວ, ຄະນະວິທະຍາສາດປ່າໄມ້ ໄດ້ສົ່ງພະນັກງານຈຳນວນ 4 ທ່ານ ໄປຝຶກອົບຮົມຢູ່ຈັງຫວັດຊຽງໄໝ່ ເພື່ອທົດລອງການແປຮູບພືດມາ ເປັນຜະລິດຕະພັນ ແລະ ການລົງ ສຶກສາຄວາມເປັນໄປໄດ້ການທົດ ລອງການແປຮູບ ແລະ ສ້າງຜະ ລິດຕະພັນຂອງຄູອາຈານ, ຈາກນັ້ນ ກໍນຳເອົາຜະລິດຕະພັນທີ່ແປຮູບ ກັບຄືນປະເທດລາວພ້ອມທັງວາງ ສະແດງໃນງານສະເຫລີມສະຫລອງ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງ ຊາດ ຄົບຮອບ 25 ປີ ຜົນປາກົດວ່າ ໄດ້ຮັບການຕອບຮັບເປັນຢ່າງດີ. ຂ່າວ-ພາບ: ສຸກສະຫວັດ

RkJQdWJsaXNoZXIy MTc3MTYxMQ==