ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 30.12.2022 ປີທີ 21 ສະບັບທີ 5.528 xtmko wdlvo rq ,;y sko pn opq '.ork]tdy fxt8y ;a f 0v'r;dgIq k8ts]vfwx c9h 'ra d dkory , c]t 9e|j kp|a 'ln ry , lkov;prvo ;a o-kf lxx ]k; 7q [Iv[ 47 xu la '];,gsfdkogfaj o xt9exu 2022 sq ;|h k 79lr goA o.sh gvq k.9.lj 8nj , [k'[a osk.o;Pdd+ lh k'ra d{rtoa d'ko zq odkory 9k]tok ;Pd'kovq 'dko d;flv[ c]t vq 'dkod;fdkcsj ']a f lr- leg]a fdkory 9k]tok ;Pd'ko xt9exu 2022 7vlr lh k'czodeoq frtoa d'kooerk{75h ,7v'0A ol6 odk'75h ,7v' ປີໃໝ່ ໄຊໂຊກຊ້ອຍ ມະໂນມ່ວນມີມາ ສຸກໃຈສຸກກາຍາ ຜາສຸກມີ-ດີໄດ້ ໂລຄາ-ໄພໜີເວັ້ນ ເຄາະເຂັນໜີຫ່າງ ພ້ອມກັນສຸກຢູ່ສ້າງ ເມືອງລາວກ້າວສູ່ຈະເລີນ ນັ້ນແລ! * ໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຄະນະນຳພ້ອມ ດ້ວຍພະນັກງານລັດຖະກອນສຳນັກຂ່າວສານປະເທດລາວ ຂໍສົ່ງ ພອນໄຊອັນປະເສີດແດ່ ຜູ້ນຳພັກ-ລັດ, ປວງຊົນລາວບັນດາເຜົ່າ ຈົ່ງມີຄວາມຜາສຸກໃນຊີວິດ, ພອນໃດທີ່ສັກສິດ, ສິ່ງໃດທີ່ປະເສີດ, ສຸກໃດທີ່ແສນລໍ້າເລີດຂໍໃຫ້ບັງເກີດແກ່ທ່ານດ້ວຍເຖີ້ນ! * ອີງຕາມດຳລັດວ່າດ້ວຍ ວັນພັກສະບັບເລກທີ 386/ລບ ລົງວັນທີ 15 ທັນວາ 2017, ມາດຕາ 4 ວັນພັກລັດຖະການ ແລະ ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1859/ຫສນຍ ລົງວັນທີ 14 ທັນວາ 2022 ເນື່ອງໃນ ໂອກາດປີໃໝ່ສາກົນ ວັນທີ 1 ມັງກອນ 2023 ກົງກັບວັນອາທິດ ຊຶ່ງເປັນມື້ພັກປະຈຳອາທິດ ຈຶ່ງກຳນົດເອົາວັນຈັນທີ 2 ມັງກອນ ເປັນວັນພັກຊົດເຊີຍປີໃໝ່ສາກົນ 2023. ດັ່ງນັ້ນ, ສຳນັກຂ່າວສານປະເທດລາວ, ຄະນະ ບກ ໜັງສືພິມປະເທດລາວ ຈິ່ງແຈ້ງມາຍັງ ທ່ານຜູ້ຈອງ, ຜູ້ອ່ານຊາບວ່າ: ວັນຈັນທີ 2 ມັງກອນ 2023 ຈະບໍ່ໄດ້ ຈັດພິມ ແລະ ຈຳໜ່າຍໜັງສືພິມປະເທດລາວ, ໂດຍຈະສືບຕໍ່ພິມ ແລະ ຈຳໜ່າຍໃນ ວັນອັງຄານທີ 3 ມັງກອນ 2023. ໃນໄລຍະພັກທ່ານສາມາດຕິດຕາມຂ່າວສານໄດ້ທາງເວັບໄຊ: www.kpl. gov.la ແລະ ທາງ Facebook: ປະເທດລາວ pathedlao Lao ຕາມປົກກະຕິ. ດັ່ງນັ້ນ ຈຶ່ງແຈ້ງມາເພື່ອຊາບ. ບ.ກ ສະຫລຸບການປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ທົ່ວປະເທດ ພິທີວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ສະຫລອງປີສາມັກຄີ ມິດຕະພາບ ລາວ-ຫວຽດນາມ ປີ 2022 ຂປລ. ກອງປະຊຸມການສ້າງແຜນ ກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນ ສູນກາງຄຸ້ມຄອງ ຂອງຄະນະໂຄສະນາ ອົບຮົມສູນກາງພັກ (ຄອສພ) ຈັດຂຶ້ນ ໃນວັນທີ 29 ທັນວາ 2022 ໂດຍການ ເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນ ກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ, ມີບັນດາຄະນະປະ ຈຳພັກ, ຄະນະບໍລິຫານງານພັກ, ຄະ ນະນຳ, ບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານເຂົ້າຮ່ວມ. ຂປລ. ໃນໂອກາດດໍາເນີນກອງປະຊຸມສະຫລຸບວຽກ ງານກໍ່ສ້າງພັກ, ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງ ທົ່ວປະເທດ ປະຈຳປີ 2022 ໃນວັນທີ 28 ທັນວາ 2022, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການ ເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວ ໜ້າຄະນະຈັ້ງຕັ້ງສູນກາງພັກ (ຄຈສພ) ໄດ້ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມ ໃຫ້ເອົາໃຈໃສ່ຕື່ມບາງບັນຫາສຳຄັນ ໃນວຽກ ງານກໍ່ສ້າງພັກ-ພະນາກງານ. ພ້ອມນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ເນັ້ນອີກ ວ່າ: ຄະນະພັກ-ຄະນະຈັດຕັ້ງແລະ ກົມຈັດຕັ້ງ-ພະນັກງານ ທີ່ເປັນເສນາທິການຕ້ອງສືບຕໍ່ເອົາໃຈໃສ່ ສຶກສາອົບຮົມ ສະມາຊິກພັກ-ພະນັກງານທີ່ຢູ່ໃນຄວາມຮັບຜິດຊອບໃຫ້ ມີຄວາມຮູ້ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະ ໂຍບາຍຂອງພັກ, ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວໄດ້ຮັບສານອວຍພອນຈາກສົມເດັດພຣາຊາກາກກຸດາຕາບຟ໌ແຫ່ງຣາຊະ ອານາຈັກ ຊູແອດ ເນື່ອງໃນໂອກາດວັນ ຊາດ ແຫ່ງ ສປປ ລາວ ຄົບຮອບ 47 ປີ. ເນື້ອໃນສານລະບຸວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍຢ່າງຈິງໃຈ ແລະ ຂໍອວຍພອນໄຊອັນປະເສີດ ມາຍັງທ່ານ ແລະ ປະຊາຊົນລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ຄວາມ ຜາສຸກ. ຂປລ. ໃນວັນທີ 28 ທັນວາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກ ລັດຖະມົນຕີ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໄດ້ຮັບສານ ສະແດງຄວາມຊົມເຊີຍຈາກ ທ່ານ ມູຮຳມັດ ຊີບາດ ຊາຣິບຟ໌ ນາຍົກລັດ ຖະມົນຕີ ແຫ່ງ ສາທາລະນະລັດ ອິດສະລາມ ປາກິດສະຖານ ເນື່ອງໃນ ໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ. ເນື້ອໃນສານໄດ້ລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ປາກິດສະ ຖານ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຂປລ. ວັນທີ 29 ທັນວາ 2022 ນີ້, ທ່ານ ນາງ ສູນທອນ ໄຊຍະຈັກ, ເລ ຂາທິການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ ໄດ້ຖະແຫລງຂ່າວ ກ່ຽວກັບຜົນສຳເລັດການພິຈາລະນາ ການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການປະຈຳປີ 2023 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອ ເປັນຂໍ້ມູນໃນການໂຄສະນາ ໃຫ້ພະ ນັກງານ-ລັດຖະກອນ, ທະຫານ, ຕຳ ຫລວດ, ປະຊາຊົນລາວບັນດາເຜົ່າ ຂປລ. ເນື່ອງໃນໂອກາດສົ່ງທ້າຍ ປີເກົ່າ ປີ2022 ແລະ ຕ້ອນຮັບຕົ້ນປີໃໝ່ ປີ 2023, ສະຫາຍ ຈຽງຈ້າຍຕົງ ເອກ ອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຮັບການສຳພາດຂ່າວຕໍ່ໜັງ ສືພິມປະຊາຊົນ, ສຳນັກຂ່າວສານ ປະເທດລາວ, ສະຖານີໂທລະພາບ ແຫ່ງຊາດ, ສະຖານີວິທະຍຸກະຈາຍ ສຽງ ແຫ່ງຊາດລາວ ຊຶ່ງໄດ້ຕີລາຄາ ຂປລ. ໃນວັນທີ 28 ທັນວາ ນີ້ ທີ່ສະພາແຫ່ງຊາດ, ທ່ານ ສົມມາດ ພົນເສນາ ຮອງປະທານສະ ພາແຫ່ງ ຊາດ ໄດ້ຕາງໜ້າໃຫ້ ຄະນະປະຈຳ ສະພາແຫ່ງຊາດ ຖະແຫລງຂ່າວ ກ່ຽວ ກັບ ຜົນການພິຈາລະນາວຽກງານ ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ໃຫ້ ຮູ້ວ່າ: ກອງປະຊຸມການສ້າງແຜນກຳ ນົດພະນັກງານນຳພາ-ຄຸ້ມຄອງ ໃນຄັ້ງ ນີ້, ມີຄວາມໝາຍສຳຄັນຫລາຍເພາະ ພວກເຮົາ ຈະໄດ້ພ້ອມກັນເຊີດຊູຄວາມ ຮັບຜິດຊອບ ເພື່ອຄາດຄະເນໃນການ ກຳນົດເປົ້າໝາຍພະນັກງານ ທີ່ຈະຈັດ ເຂົ້າໃນຕໍາແໜ່ງຕ່າງໆ ໂດຍສະເພາະ ຕຳແໜ່ງນຳພາ-ຄຸ້ມຄອງຂັ້ນສູນກາງ ຄຸ້ມຄອງ ພາຍໃນຄະນະໂຄສະນາ ອົບຮົມສູນກາງພັກ ແນໃສ່ຮັບປະກັນ za o0tspkpdkorq ;ra oIj ;,,n grnj v-5 dp6h dkolh k'76j Ij ;,-k8kde]k;{9u o ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ໃນກອງ ປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ຊຸດທີ IX ວ່າ: ໃນ ວາລະດໍາເນີນກອງປະຊຸມ ລະຫວ່າງ lkoltcf'7;k,-q ,g-u p F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 ຂປລ. ໃນວາລະດຳເນີນກອງປະ ຊຸມສະໄໝສາມັນທີ 4 ຂອງສະພາ ແຫ່ງຊາດ ຊຸດທີ IX ວັນທີ 29 ທັນວາ 2022 ພາຍໃຕ້ການເປັນ ປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະ ltrkcsj '-kf Ia [Iv'gvq k dq f\kp 9eo;o 12 lt[a [ ທານສະພາແຫ່ງຊາດ, ບັນດາສະມາ ຊິກສະພາແຫ່ງຊາດ (ສສຊ) ໄດ້ເຫັນ ດີເປັນເອກະພາບລົງຄະແນນສຽງ ຮັບຮອງເອົາການສ້າງ ແລະ ປັບປຸງກົດ ສະຫາຍ ນາງ ສີໃສ ລືເດດມູນສອນ ສະຫາຍ ຄຳພັນ ເຜີຍຍະວົງ ທ່ານ ນາງ ສູນທອນ ໄຊຍະຈັກ ສະຫາຍ ຈຽງຈ້າຍຕົງ F ອ່ານຕໍ່ໜ້າ 4
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 30/12/2022 xtgmf]k; ຫົວໜ້າ ຄຈສພ... ສານອວຍພອນ... ພ້ອມກັນນີ້, ທ່ານ ອີກຣິລ ລີວິສ ປະທານປະເທດ ແຫ່ງ ສາທາລະນະລັດ ລັດວີ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ຂ້າພະເຈົ້າ ຂໍສະແດງຄໍາຊົມເຊີຍຢ່າງຈິງໃຈ ແລະ ອວຍພອນ ໄຊອັນປະ ເສີດ ມາຍັງທ່ານ, ຂໍໃຫ້ປະຊາຊົນ ແລະ ປະເທດຂອງທ່ານ ຈົ່ງປະສົບຜົນສໍາເລັດ ແລະ ມີຄວາມຈະເລີນຮຸ່ງເຮືອງ. ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ລະຫວ່າງ ລັດວີ ແລະ ສປປ ລາວ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ຂຶ້ນກວ່າເກົ່າ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດຂອງພວກເຮົາ. ສານສະແດງຄວາມຊົມເຊີຍ ຢ່າງຈິງໃຈເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດປະຊາທິປະໄຕປະຊາ ຊົນລາວ ຄົບຮອບ 47 ປີ. ປາກິດສະຖານ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ມີສາຍພົວພັນມິດຕະພາບບົນພື້ນຖານຄວາມເຂົ້າໃຈແລະຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ຂ້າພະເຈົ້າ, ເຊື່ອໝັ້ນວ່າ ການຮ່ວມມືດ້ານການ ເມືອງ, ເສດຖະກິດ ແລະ ການໄປມາຫາສູ່ຂອງ ປະຊາຊົນສອງຊາດພວກເຮົາ ຈະສືບຕໍ່ຂະຫຍາຍຕົວໃນຕໍ່ໜ້າ, ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ໃຫ້ທ່ານ ຈົ່ງມີຄວາມຜາສຸກ ແລະ ມີພະລານາໄມສົມບູນ ແລະ ຂໍໃຫ້ປະຊາຊົນ ແຫ່ງ ສປປ ລາວ ຈົ່ງສືບຕໍ່ມີສັນຕິພາບ ແລະ ຈະເລີນຮຸ່ງເຮືອງ. ໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ຮັບສານສະແດງຄວາມຊົມເຊີຍຈາກ ທ່ານ ບີລາວັນລ໌ ບຸດໂຕ ຊາຣ໌ດາຣີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມປາກິດສະຖານເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດປະຊາ ທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ເຊັ່ນດຽວກັນ. ເອົາໃຈໃສ່ສຶກສາອົບຮົມຄຸນທາດການ ເມືອງເຮັດໃຫ້ສະມາຊິກພັກ-ພະນັກ ງານຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນບຸກຄົນຜູ້ເຮັດແທ້ທຳຈິງ ແລະ ເປັນຜູ້ປອດໃສຂາວສະອາດ ເພື່ອ ຮັກສາ ແລະ ເສີມຂະຫຍາຍລັກສະນະ ນຳໜ້າຂອງພັກ ຢ່າງສະເໝີຕົ້ນສະເໝີ ປາຍ; ພວກເຮົາຈະຕ້ອງໄດ້ເພີ່ມທະວີ ກໍ່ສ້າງ, ປັບປຸງຄຸນນະພາບຂອງສະມາ ຊິກພັກ ໃຫ້ແຂງແຮງກວ່າເກົ່າ, ບັນດາ ສະຫາຍຄະນະຈັດຕັ້ງ ແລະ ກົມຈັດ ຕັ້ງ-ພະນັກງານຕ້ອງແນະນໍາສະຫາຍ ທີ່ເປັນຄະນະໜ່ວຍພັກເອົາໃຈໃສ່ຄຸ້ມ ຄອງ, ສຶກສາອົບຮົມ ແລະ ມອບວຽກ ງານຕົວຈິງ ໃຫ້ແກ່ບັນດາສະມາຊິກພັກ ແລະຄຸ້ມຄອງຕິດຕາມ, ກວດກາການ ປະຕິບັດໜ້າທີ່ວຽກງານ; ສໍາລັບວຽກ ພະນັກງານຕ້ອງເອົາໃຈໃສ່ສ້າງພະນັກ ງານໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ມີຄວາມອົດທົນຜ່ານຜ່າອຸປະ ສັກຄວາມຫຍຸ້ງຍາກ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມໂປ່ງໄສ, ທ່ຽງທໍາ ໃນການປະຕິບັດໜ້າທີ່ວຽກງານ; ສືບ ຕໍ່ປະຕິບັດຕາມກົດລະບຽບຂອງພັກ ໝາຍວ່າ ລະບົບການຈັດຕັ້ງຂອງພັກ ແມ່ນໃຫ້ສ້າງຕາມລະບົບກົງຈັກບໍລິ ຫານລັດ, ສ່ວນການຈັດຕັ້ງຮາກຖານ ພັກນອກຈາກສ້າງຢູ່ບ້ານ, ສຳນັກງານ ອົງການຍັງສ້າງຕາມຫົວໜ່ວຍວິຊາ ການ, ການຜະລິດ ຫລື ຕາມຫົວໜ່ວຍ ທຸລະກິດໃຫ້ມີໜ່ວຍພັກນໍາພາ. ສະຫາຍ ນາງ ສີໃສ ລືເດດມູນສອນ ຍັງເນັ້ນອີກວ່າ: ເພື່ອຮັບປະກັນໃຫ້ວຽກ ງານພວກເຮົາມີຜົນສໍາເລັດ ສິ່ງສໍາຄັນ ແມ່ນຂຶ້ນກັບທຸກສະຫາຍ ທີ່ເປັນເສນາ ທິການໃຫ້ຄະນະພັກແຕ່ລະຂັ້ນ, ພວກ ເຮົາຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າ, ກວດ ຄືນບັນດານິຕິກໍາວຽກພັກ-ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງ, ກໍາໃຫ້ ໄດ້ບັນດາກົດໝາຍທີ່ກ່ຽວຂ້ອງ, ບັນດາ ມະຕິ, ຂໍ້ຕົກລົງ, ດໍາລັດກ່ຽວກັບການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ບັນ ດາຄະນະຂອງພັກ, ກະຊວງ-ອົງການ ແລະ ທ້ອງຖິ່ນ, ລວມທັງນິຕິກໍາທີ່ຄະ ນະຈັດຕັ້ງສູນກາງພັກ ສົ່ງໃຫ້ແຕ່ລະ ພາກສ່ວນໃນ ແຕ່ລະໄລຍະ. ເອກະສານທີ່ກ່ຽວຂ້ອງກັບວຽກງານ ສ້າງແຜນກຳນົດພະນັກງານນໍາພາຄຸ້ມຄອງເຊັ່ນ: ມະຕິຂອງກົມການ ເມືອງ ສູນກາງພັກ ວ່າດ້ວຍການສ້າງແຜນ ກຳນົດພະນັກງານນຳພາ-ຄຸ້ມຄອງ, ມາດຕະຖານຂອງພະນັກ ງານນຳພາຄຸ້ມຄອງ, ບົດແນະນຳຂອງຄະນະຈັດ ຕັ້ງສູນກາງ ແລະ ມາດຕະຖານຂອງພະ ນັກງານນຳພາ-ຄຸ້ມຄອງ ຂອງຄະນະ ໂຄສະນາອົບຮົມສູນກາງພັກ. ຂ່າວ-ພາບ: ສຳນານ ຈໍານວນ3ສະບັບພ້ອມທັງຈັດຕັ້ງການ ລົງໂຄສະນາເຜີຍແຜ່ກົດໝາຍ, ນິຕິ ກໍາໃຕ້ກົດໝາຍ ຢູ່ສູນກາງ ແລະ ທ້ອງ ຖິ່ນ; ດ້ານການຕົກລົງບັນຫາສໍາຄັນພື້ນ ຖານຂອງປະເທດຊາດ: ການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາເນື້ອໃນຕ່າງໆ ຈຳນວນ 50 ເນື້ອໃນ ແລະ ອອກເປັນ ມະຕິກອງປະຊຸມສະພາແຫ່ງຊາດ ຈຳ ນວນ 40 ສະບັບ, ດຳເນີນກອງປະຊຸມ ຄະນະປະຈໍາສະພາແຫ່ງຊາດ ຈໍານວນ 15 ຄັ້ງ ຊຶ່ງພິຈາລະນາເນື້ອໃນຕ່າງໆ ຈໍານວນ 198 ເນື້ອໃນ ແລະ ອອກເປັນ ມະຕິຄະນະ ປະຈໍາສະພາແຫ່ງຊາດ ຈໍານວນ74ສະບັບ.ສ່ວນດ້ານການຕິດ ຕາມກວດກາ ໄດ້ເອົາໃຈໃສ່ຕິດຕາມ ກວດກາ ຜ່ານກົນໄກດຳເນີນກອງປະ ຊຸມສະພາແຫ່ງຊາດ ດ້ວຍການຮັບຟັງ ບົດລາຍງານ ພາກສ່ວນກ່ຽວຂ້ອງ ຕ່າງໆ; ຄົ້ນຄວ້າບັນຫາພົ້ນເດັ່ນຂອງ ສັງຄົມ; ໃຫ້ກະຊວງ, ອົງການ ຈຳນວນ 33 ພາກສ່ວນ ຊີ້ແຈງຕໍ່ກອງປະຊຸມ ສະ ພາແຫ່ງຊາດ ທັງໝົດ 54 ເທື່ອຄັ້ງ, ກວມເອົາ 140 ຄຳຖາມ. ໃນນີ້ ສະມາ ຊິກສະພາແຫ່ງຊາດ ໄດ້ປະກອບຄໍາ ເຫັນ, ຊັກຖາມທັງໝົດ502 ເທື່ອ/ທ່ານ, ກວມ 84,51%, ສະມາຊິກສະພາແຫ່ງ ຊາດ ໄດ້ໃຫ້ຄະແນນປະເມີນຕໍ່ການ ລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກ ຖາມ ທັງໝົດ 30 ທ່ານ, ຍິງ 6 ທ່ານ ຊຶ່ງຜູ້ທີ່ໄດ້ຄະແນນສູງສຸດ 7-8 ຈັດຢູ່ ປະເພດດີ ກວມເອົາ 98,63% ແລະ ຄະແນນຕໍ່າສຸດ 5-6 ຈັດຢູ່ໃນປະເພດ ກາງ ກວມເອົາ 1,37%. ພ້ອມນີ້, ໄດ້ ເອົາໃຈໃສ່ປະຕິບັດພາລະບົດບາດຕິດ ຄອສພ ລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ໃນສະເພາະໜ້າແລະຍາວນານທັງເປັນ ການບຳລຸງ-ກໍ່ສ້າງໃຫ້ມີຄວາມໜັກ ແໜ້ນທາງດ້ານຄຸນທາດການເມືອງ, ພຽບພ້ອມໄປດ້ວຍຄວາມຮູ້, ຄວາມ ສາມາດ ແລະ ຄຸນສົມບັດສິນທຳປະຕິ ວັດ; ກະກຽມບຸກຄະລາກອນໃນລັກສະ ນະເປີດກວ້າງ ປະກອບທາງດ້ານບຸກ ຄະລາກອນໃຫ້ຄົບຕາມຄວາມຮຽກ ຕ້ອງການ ຂອງຕຳແໜ່ງນຳພາ-ຄຸ້ມ ຄອງແຕ່ລະຂັ້ນ ຢູ່ພາຍໃນຄະນະໂຄສະ ນາອົບຮົມສູນກາງພັກ ສາມາດຈັດຕັ້ງ ປະຕິບັດໜ້າທີ່ການເມືອງໃນໄລຍະ ໃໝ່; ການສ້າງແຜນກຳນົດພະນັກງານ ເປັນການຄາດຄະເນເປົ້າໝາຍພະນັກ ງານ ທີ່ຈະຈັດເຂົ້າໃນຕຳແໜ່ງງານ ນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະ ແໜງການ ແນໃສ່ລັກສະນະສືບທອດ ປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ; ການສ້າງແຜນກຳນົດ ພະນັກງານເປັນວຽກງານທີ່ສຳຄັນພື້ນ ຖານຂອງວຽກພະນັກງານ ເພື່ອຮັບປະ ກັນຫັນວຽກງານດຳເນີນຕາມລະບຽບ ແບບແຜນຄາດຄະເນ, ນອກນັ້ນຍັງ ເປັນພື້ນຖານໃຫ້ແກ່ການກຳນົດແຜນ ການບຳລຸງ-ກໍ່ສ້າງພະນັກງານ, ການ ຄາດຄະເນການສັບຊ້ອນ ຈັດວາງພະ ນັກງານໃຫ້ມີຄວາມເໝາະສົມ. ກອງປະຊຸມຄັ້ງນີ້, ຍັງໄດ້ເຊື່ອມ ຊຶມ ສພຊ... ໃນຂອບເຂດທົ່ວປະເທດ ແລະ ພໍ່ແມ່ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຮັບຊາບ ກ່ຽວກັບຜົນສຳເລັດການພິ ຈາລະນາ ການເຄື່ອນໄຫວວຽກງານ ປະຈຳປີ2022ແລະແຜນການປະຈຳປີ 2023 ຂອງສະພາແຫ່ງຊາດ ຊຸດທີ IX. ສຳລັບ ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ປະຈໍາປີ 2022 ໃນດ້ານນິຕິບັນຍັດ: ໄດ້ສະເໜີປະ ທານປະເທດປະກາດໃຊ້ກົດໝາຍ ຈໍາ ນວນ 9 ສະບັບ ທີ່ຮັບຮອງເອົາຢູ່ກອງ ປະຊຸມສະໄໝສາມັນ ເທື່ອທີ 3 ຂອງ ສະພາແຫ່ງຊາດ ຊຸດທີ IX; ໄດ້ນຳເອົາ ບັນດາຮ່າງກົດໝາຍ ຈໍານວນ 12 ສະ ບັບເຂົ້າພິຈາລະນາຮັບຮອງໃນກອງ ປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນນັ້ນ, ມີກົດໝາຍສ້າງໃໝ່ 3 ແລະ ສະບັບ ປັບປຸງ 9 ສະບັບ; ໃຫ້ສັດຕະຍາບັນ ແກ່ ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຈໍານວນ 2 ສະບັບ ແລະ ໄດ້ຕີຄວາມໝາຍ, ອະທິບາຍກົດໝາຍ ສັງລວມເຫດການ... * ປີ 2022 ເປັນທີ່ທົ່ວໂລກ ກໍຄື ປະເທດເຮົາມີສະພາບຫຍຸ້ງຍາກດ້ານ ເສດຖະກິດ ລວມເຖິງການເຄື່ອນໄຫວ ທາງສັງຄົມ ອັນເນື່ອງຈາກການລະ ບາດຂອງພະຍາດໂຄວິດ-19 ຊຶ່ງມີ ຫລາຍເຫດການພົ້ນເດັ່ນເກີດຂຶ້ນຢູ່ປະ ເທດເຮົາ ທີ່ເປັນສິ່ງອຳນວຍຄວາມສະ ດວກແລະຂໍ້ຫຍຸ້ງຍາກໃນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແຕ່ໂດຍລວມ ແລ້ວພາຍໃຕ້ການນຳພາຂອງພັກແລະ ການບໍລິຫານຂອງລັດຖະບານ ກໍສາ ມາດເຮັດໃຫ້ປະເທດພວກເຮົາມີຄວາມ ສະຫງົບທາງດ້ານການເມືອງ, ດ້ານ ເສດຖະກິດ, ວັດທະນະສັງຄົມ ມີທ່າຂະ ຫຍາຍຕົວໄປຕາມກົນໄກທີ່ກຳນົດ. ເພື່ອເປັນການສະຫລຸບຖອດຖອນ ບົດຮຽນໃນການນຳພາ-ຊີ້ນຳນັ້ນພັກລັດຖະບານ ໄດ້ສະຫລຸບການຈັດຕັ້ງປະ ຕິບັດວຽກງານກໍ່ສ້າງຮາກຖານການ ເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ (2016-2021) ແລະ ທິດທາງຮອດປີ 2025 ທັງນີ້ກໍ ເພື່ອສືບຕໍ່ຜັນຂະຫຍາຍມະຕິ-ຄຳສັ່ງ ຕາມກວດກາ ດ້ວຍການດໍາເນີນກອງ ປະຊຸມຮ່ວມກັບຄະນະລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດ ສອບແຫ່ງລັດ, ອົງການກວດກາແຫ່ງ ລັດ, ສູນກາງແນວລາວສ້າງຊາດແລະ ອົງການພາຄີ ເພື່ອປຶກສາເປັນເອກະ ພາບໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງສັງຄົມ; ໄດ້ນຳພາການເຄື່ອນ ໄຫວຕິດຕາມກວດກາຫົວຂໍ້ຕ່າງໆ ຢູ່ ສູນກາງ ແລະ ທ້ອງຖິ່ນ ໄດ້ຈໍານວນ 35 ເທື່ອຄັ້ງ; ເອົາໃຈໃສ່ປະຕິບັດພາ ລະບົດບາດຕິດຕາມກວດກາ ໂດຍຜ່ານ ການຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມ ເປັນທໍາຂອງປະຊາຊົນ ລວມທັງໝົດ 921 ເລື່ອງ ແລະ ສາມາດຄົ້ນຄວ້າພິ ຈາລະນາໄດ້ຈໍານວນ320ເລື່ອງ;ຕ້ອນ ຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 287 ຄັ້ງ; ຄົ້ນຄວ້າສັງລວມວຽກງານ ສາຍດ່ວນກອງປະຊຸມຂອງສະພາແຫ່ງ ຊາດ ໄດ້ຈໍານວນ 487 ຫົວຂໍ້ ແລະ ນໍາ ສົ່ງໃຫ້ກະຊວງ, ອົງການ, ຂະແໜງ ການ, ພາກສ່ວນກ່ຽວຂ້ອງຈໍານວນ 26 ພາກສ່ວນ ເພື່ອຄົ້ນຄວ້າແກ້ໄຂ. ດ້ານການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ: ໄດ້ຊີ້ນໍາ-ນໍາ ພາການຈັດກອງປະຊຸມຝຶກອົບຮົມສໍາ ມະນາຫົວຂໍ້ຕ່າງໆ ໄດ້ຈຳນວນ 54 ຄັ້ງ. ໃນນີ້, ໃຫ້ແກ່ສະມາຊິກສະພາແຫ່ງ ຊາດ ແລະ ສະ ມາຊິກສະພາປະຊາຊົນ ຂັ້ນແຂວງຈໍານວນ8ຄັ້ງ, ຊີ້ນໍາ-ນໍາພາ ການສ້າງ ແລະ ປັບປຸງບັນດານິຕິກໍາ ໃຕ້ກົດໝາຍ ໄດ້ທັງໝົດ 53 ສະບັບ; ການປັບປຸງກົງຈັກ ສະພາແຫ່ງຊາດ, ປັບປຸງຂະແໜງວຽກງານຢູ່ບັນດາເຂດ ເລືອກຕັ້ງສຳເລັດໂດຍພື້ນຖານ; ດ້ານ ການເຄື່ອນໄຫວຂອງຄະນະສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ: ໄດ້ເອົາໃຈໃສ່ຊີ້ນຳການເຄື່ອນໄຫວປະ ຕິບັດສິດ ແລະ ໜ້າທີ່ ເປັນຕົ້ນ ເຂົ້າຮ່ວມ ກອງປະຊຸມສະໄໝສາມັນເທືີ່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ມີການເຜີຍແຜ່ຜົນສໍາເລັດ ກອງປະຊຸມສະພາແຫ່ງຊາດແລະກອງ ປະຊຸມສະພາປະຊາຊົນຂັ້ນແຂວງ ໄດ້ ທັງໝົດ 2.029 ຈຸດ, ລະດົມທຶນຊ່ວຍ ເຫລືອປະຊາຊົນ ເປັນເງິນ-ວັດຖຸ ລວມ ມູນຄ່າ 2 ຕື້ກວ່າກີບ; ໄດ້ຊີ້ນຳການນໍາ ເອົາຮ່າງກົດໝາຍ ລົງໄປທາບທາມປະ ຊາຊົນ, ການຮັບຮອງເອົານິຕິກໍາທີ່ສໍາ ຄັນຂອງທ້ອງຖິ່ນ ທັງໝົດ 38 ສະບັບ, ການຕົກລົງບັນຫາສໍາຄັນພື້ນຖານຂອງ ທ້ອງຖິ່ນ ແລະ ວຽກງານອື່ນໆ; ໄດ້ຊີ້ ນຳການປະສານສົມທົບ ໃນການຄົ້ນ ຄວ້າປັບປຸງກົງຈັກເສນາທິການຂັ້ນ ຂະແໜງການຊ່ວຍວຽກ ສໍາເລັດພື້ນ ຖານ ແລະ ການສ້າງຕັ້ງໜ່ວຍງານຊ່ວຍ ວຽກ ປະຈໍາເຂດເລືອກຕັ້ງຢູ່ເມືອງ. ດ້ານການເຄື່ອນໄຫວວຽກງານຕ່າງ ປະເທດ: ໄດ້ເຄື່ອນໄຫວວຽກງານການ ຕ່າງປະເທດຂອງຕົນ ສອດຄ່ອງຕາມ ແນວທາງການຕ່າງປະເທດຂອງພັກ ມີຜົນສຳເລັດເປັນຢ່າງດີ ເປັນຕົ້ນ ໄດ້ ຄົ້ນຄວ້າລົງນາມບົດບັນທຶກການຮ່ວມ ມືກັບຕ່າງປະເທດ (MOU) 7 ສະບັບ; ເອົາໃຈໃສ່ພົວພັນຮ່ວມມືໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍ ກັບບັນດາປະ ເທດເພື່ອນມິດຍຸດທະສາດ, ປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈຳນວນ 122 ເທື່ອຄັ້ງ, ຕ້ອນຮັບຄະ ນະຜູ້ແທນພາຍໃນ ແລະ ຕ່າງປະເທດ ຈໍານວນ 53 ຄະນະ. ຂອງພັກກ່ຽວກັບວຽກງານກໍ່ສ້າງຮາກ ຖານການເມືອງ, ວຽກງານພັດທະນາ ຊົນນະບົດຮອບດ້ານ ແກ້ໄຂຄວາມທຸກ ຍາກ ແລະ ວຽກງານ 3 ສ້າງໃນຕໍ່ໜ້າ ໃຫ້ເກີດຜົນເປັນຈິງຫລາຍຂຶ້ນ ແນໃສ່ ຍົກສູງຄຸນນະພາບການກກໍ່ສ້າງ-ປັບ ປຸງຮາກຖານການ ເມືອງຂອງລະບອບ ປະຊາທິປະໄຕ ປະຊາຊົນ ໃນໄລຍະໃໝ່ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະ ວີບົດບາດການນຳພາຮອບດ້ານຂອງ ຄະນະພັກ, ຕິດພັນກັບການເສີມຂະ ຫຍາຍຄວາມເປັນເຈົ້າການ ແລະ ຍົກ ສູງຄວາມຮັບຜິດຊອບໃນການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງຄົມຢູ່ທ້ອງ ຖິ່ນ-ຮາກຖານໃຫ້ດີຂຶ້ນກວ່າເກົ່າ. ສ່ວນດ້ານການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດສາກົນ ໄດ້ສືບ ຕໍ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີ ປາຍ; ເປັນເຈົ້າການໃນການເຊື່ອມໂຍງ ກັບພາກພື້ນແລະສາກົນ,ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາ ຄົມອາຊຽນ; ສົ່ງເສີມການຮ່ວມມືກັບ ຕ່າງປະເທດແບບຫລາຍທິດ, ຫລາຍ ລະດັບບົນພື້ນຖານເຄົາລົບ ເອກະລາດ, ອຳນາດອະທິປະໄຕ ເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ມາຮອດໃນປັດຈຸບັນນີ້ ລາວ ມີສາຍພົວ ພັນທາງການທູດ ກັບ 143 ປະເທດ. ປີ 2022 ຍັງເປັນປີທີ່ມີຄວາມໝາຍ ສຳຄັນຍິ່ງຂອງສອງປະເທດລາວຫວຽດນາມ ເພາະເປັນປີ ສະເຫລີມສະ ຫລອງ ປີສາມັກຄີມິດຕະພາບ ລາວ- ຫວຽດນາມ, ຫວຽດນາມ-ລາວ ຄື ວັນ ຄົບຮອບ 45 ປີ ແຫ່ງການເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມແລະ60ປີແຫ່ງການ ສ້າງຕັ້ງສາຍພົວພັນການທູດສອງປະ ເທດ. ດ້ວຍການ ຈັດ 8 ກິດຈະກຳໃຫຍ່ ສະເຫລີມສະຫລອງ ຄື: ການເປີດ ແລະ ປິດປີສາ ມັກຄີມິດຕະພາບ 2022; ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະສັງສັນ, ການຮ່ວມມືລະ ຫວ່າງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ແລະ ແລກປ່ຽນພົບປະມິດຕະພາບ ລະຫວ່າງ ປະຊາຊົນຂອງສອງປະເທດ. ເລີ່ມແຕ່ຕົ້ນປີ ປະເທດເຮົາຈະໄດ້ ຮັບຜົນກະທົບຈາກສະພາບເສດຖະກິດ ໂລກ, ບວກກັບການລະບາດຂອງພະ ຍາດໂຄວິດ-19 ສົ່ງຜົນໃຫ້ເກີດບັນຫາ ເງິນເຟີ້, ບັນຫານໍ້າມັນ, ລາຄາສິນຄ້າອຸ ປະໂພກ-ບໍລິໂພກສູງຂຶ້ນ ແຕ່ດ້ວຍມາດ ຕະການອັນແທດເໝາະຂອງລັດຖະ ບານ ກໍສາມາດເຮັດໃຫ້ບັນຫາເລົ່ານັ້ນ ໄດ້ຮັບການແກ້ໄຂ ໂດຍລັດຖະບານ ໄດ້ ສະໜອງເງິນຕາໃຫ້ວິສະຫະກິດນໍ້າມັນ ເຊື້ອໄຟແລ້ວ 102 ລ້ານໂດລາສະຫະ ລັດ ເພື່ອນໍາເຂົ້ານໍ້າມັນເຊື້ອໄຟແລ້ວ ຫລາຍກວ່າ 60 ລ້ານລິດ ແນໃສ່ແກ້ໄຂ ບັນຫາການຂາດນໍ້າມັນເຊື້ອໄຟ ໃນທົ່ວ ປະເທດ ແລະ ຕອບສະໜອງຄວາມ ຕ້ອງການຊົມໃຊ້ສັງຄົມໃຫ້ພຽງພໍ ໂດຍພື້ນຖານຈົນເຖິງປັດຈຸບັນ. ພ້ອມ ທັງວາງມາດຕະການຄວບຄຸມລາຄາ ສິນຄ້າຢູ່ຕາມທ້ອງຕະຫລາດຢ່າງໃກ້ ຊິດ ເພື່ອບໍ່ໃຫ້ມີການກັກຕຸນສິນຄ້າແລະ ຂຶ້ນລາຄາຕາມລຳພັງ ຫລື ຂຶ້ນລາຄາ ເພື່ອເອົາປຽບຜູ້ຊື້ ເຊິ່ງລາຄາຂາຍສິນ ຄ້ານັ້ນຕ້ອງສະທ້ອນໃຫ້ເຫັນໂຄງສ້າງ ລາຄາ ກໍຄືຕົ້ນທຶນຈະແຈ້ງ ແລະ ສ່ວນ ຕ່າງກຳໄລທີ່ເໝາະສົມຕາມລະບຽບ ການທີ່ກຳນົດໄວ້. ພ້ອມທັງປະຕິບັດ ມາດຕະການແກ້ໄຂບັນຫາອັດຕາແລກ ປ່ຽນ ໂດຍທະນາຄານແຫ່ງ ສປປ ລາວ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ແລະ ວ່າງ ມາດຕະການຄຸ້ມຄອງປະລິມານເງິນ ໃນລະບົບເສດຖະກິດ ດ້ວຍເຄື່ອງມືນະ ໂຍບາຍເງິນຕາ ຄື: ການດັດປັບອັດຕາ ດອກເບ້ຍພື້ນຖານຂອງທະນາຄານ ແຫ່ງສປປລາວ, ດັດປັບອັດຕາເງິນແຮ ຝາກບັງຄັບ ແລະ ອອກພັນທະບັດຂອງ ທະນາຄານແຫ່ງ ສປປ ລາວ ໃນລະດັບ ທີ່ເໝາະສົມ. ປັບປຸງຮ້ານອັດຕາແລກ ປ່ຽນ ໂດຍສະເພາະແມ່ນຈະຢຸດຕິ ການ ອະນຸຍາດໃຫ້ຮ້ານແລກປ່ຽນເງິນຕາ ຕົວແທນທີ່ມີການປະກາດອັດຕາແລກ ປ່ຽນ ແລະ ຊື້ຂາຍເງິນຕາແບບບໍ່ສອດ ຄ່ອງກັບລະບຽບກົດໝາຍ. ຜ່ານການຈັດຕັ້ງປະຕິບັດມາດຕະ ການດ້ານເສດຖະກິດຢ່າງເປັນລະບົບ ບວກກັບການເປີດຮັບນັກທ່ອງທ່ຽວ ເຂົ້າມາທ່ຽວໃນເຂດທ່ອງທ່ຽວສີ ຂຽວ ກໍເຮັດໃຫ້ເສດຖະກິດຄ່ອຍດີຂຶ້ນ. ໃນນັ້ນ, ສິ່ງທີ່ໜ້າປະທັບໃຈແມ່ນມີນັກ ທ່ອງທ່ຽວຈຳນວນຫລວງຫລາຍລັ່ງ ໄຫລເຂົ້າມາທ່ຽວປະເທດເຮົາ ເພີ່ມຂຶ້ນ ເພື່ອໃຊ້ບໍລິການລົດໄຟລາວ-ຈີນ ເຮັດ ໃຫ້ທາງບໍລິສັດຕ້ອງເພີ່ມຖ້ຽວລົດໄຟ ເພື່ອຕອບສະໜອງຄວາມຕ້ອງການ ເດີນທາງຂອງຜູ້ໂດຍສານ ໂດຍເລີ່ມ ແຕ່ວັນທີ 14 ກຸມພາ 2022 ໄດ້ນຳໃຊ້ ຂະບວນລົດໄຟ EMU 1 ຂະບວນ, ແລ່ນຈາກນະຄອນຫລວງວຽງຈັນ ຫາ ບໍ່ເຕ່ນ ຈໍານວນ 1 ຄູ່ ແລະ ແລ່ນຈາກ ນະຄອນຫລວງວຽງຈັນ ຫາ ຫລວງ ພະບາງຈຳນວນ1ຄູ່.ສະນັ້ນເພື່ອຮອງ ຮັບໃຫ້ແກ່ການເປີດຮັບທ່ອງທ່ຽວ ແລະ ກ້າວສູ່ການເປີດປະເທດຢ່າງເປັນ ທາງນັ້ນ ຂະແໜງສາທາລະນະສຸກກໍ ໄດ້ສຸມໃສ່ການສັກວັກຊິນປ້ອງກັນພະ ຍາດໂຄວິດ-19 ໃຫ້ທົ່ວປວງຊົນ ຊຶ່ງ ມາຮອດປັດຈຸການສັກວັກຊິນແມ່ນ ກວມປະມານ 87,25%. ເພື່ອສ້າງເງື່ອນໄຂອໍານວຍຄວາມ ສະດວກໃຫ້ແກ່ການສັນຈອນ ໄປ-ມາ ຫາສູ່ກັນ ຂອງປະຊາຊົນສອງຊາດ ລາວ-ໄທ ແລະ ການຂົນສົ່ງລະຫວ່າງ ປະເທດ ເພື່ອສົ່ງເສີມດ້ານການຄ້າການລົງທຶນ ແລະ ທ່ອງທ່ຽວ ກໍຄື ການ ນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງ ສອງປະເທດ ຢູ່ອະນຸພາກພື້ນລຸ່ມແມ່ນໍ້າ ຂອງ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃນການເຊື່ອມໂຍງ-ເຊື່ອມຈອດພື້ນ ຖານໂຄງລ່າງ ຕາມແລວເສດຖິກິດຕາ ເວັນອອກ-ຕາເວັນຕົກ ໂຄງການກໍ່ສ້າງ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ເລີ່ມຕົ້ນຂຶ້ນ ໃນວັນທີ 28 ຕຸລາ 2022. ຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊບຶງການ) ມີຄວາມຍາວ 1.350 ແມັດ ໂດຍບໍ່ລວມ ທາງເຂົ້າ-ອອກ ຂົວທັງ ສອງຟາກແມ່ນໍ້າຂອງ ແລະ ຈະກໍ່ສ້າງ ຂົວ, ອາຄານ ດ່ານເຂົ້າ-ອອກ ແລະ ສິ່ງ ອໍານວຍຄວາມສະດວກຕ່າງໆໃຫ້ສໍາ ເລັດໃນທ້າຍ ປີ 2023 ແລະ ເປີດນໍາໃຊ້ ໃນຕົ້ນປີ 2024. ທັງໝົດນັ້ນແມ່ນບັນດາເຫດການ ພົ້ນເດັ່ນໃນໄລຍະການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕະຫລອດໜຶ່ງປີ ຜ່ານມາຂອງປະເທດ ເຮົາ ຊຶ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກ. ແຕ່ຍ້ອນການນຳພາອັນຖືກຕ້ອງ ຂອງພັກ-ລັດຖະບານ, ຄວວາມສາມັກ ຄີປອງດອງຂອງປະຊາຊົນບັນເຜົ່າ ພວກເຮົາຈຶ່ງສາມາດພ້ອມກັນຜ່ານ ຜ່າຄວາມຫຍຸ້ງຍາກຕ່າງໆມາໄດ້ຢ່າງ ມີຜົນສຳເລັດອັນເປັນພື້ນຖານ ເພື່ອສືບ ຕໍ່ປະຕິວຽກງານປີ 2023 ໃຫ້ມີຜົນສຳ ເລັດ.
30/12/2022 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ມາລີດາ ]k;{s;Pfok, rq [xt c]dxj Po;Pd'ko-k;|5j , 7A 'mu VI ,q o]try f ທ່ານ ລີເບີ ລີບົວປາວ ປະທານ ກໍາມາທິການແຜນການການເງິນ ແລະ ການກວດສອບໄດ້ເວົ້າສູ່ຟັງ ວ່າ: ໃນໄລຍະ1 ປີຜ່ານມານັບແຕ່ ກອງປະຊຸມສະໄໝສາມັນ ເທື່ອທີ 3 ມາຮອດປັດຈຸບັນກຳມາທິການໄດ້ ປະຕິບັດພາລະບົດບາດຂອງກຳມາ ທິການໃນຫລາຍດ້ານເປັນຕົ້ນດ້ານ ການຕິດຕາມກວດກາຄື: ກຳມາ ທິການແຜນການ, ການເງິນ ແລະ ການກວດສອບໄດ້ລົງເຄື່ອນໄຫວ ຕິດຕາມກວດກາຕາມພາລະບົດ ບາດຂອງກຳມາທິການ 6 ເດືອນ ທ້າຍປີ ຢູ່ແຂວງຫລວງນໍ້າທາ, ຜົ້ງສາລີ, ໄຊສົມບູນ, ບໍ່ແກ້ວເພື່ອຈັດ ຕັ້ງປະຕິບັດມະຕິກອງປະຊຸມສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ບົດລາຍງານຜົນການຕິດຕາມ ກວດກາຄວາມຄືບໜ້າການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ການ ແກ້ໄຂບັນຫາຢາເສບຕິດໃນໄລຍະ ຜ່ານມາແລະທິດທາງແຜນການຕິດ ຕາມກວດກາ ໃນ 6 ເດືອນທ້າຍປີ 2022 ແລະ ປະຈໍາປີ 2023 ຂອງ ສະພາແຫ່ງຊາດ, ສະບັບເລກທີ 62/ສພຊ, ລົງວັນທີ 08/7/2022 ແລະ ຕິດຕາມກວດກາການຈັດຕັ້ງ ປະຕິບັດບັນດາມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບ ປະມານ, ແຜນເງິນຕາ 6 ເດືອນ ຕົ້ນປີ 2022 ແລະ ທິດທາງແຜນ ການ 6 ເດືອນທ້າຍ ປີ 2022, ສະບັບເລກທີ 55/ສພຊ ແລະ 56/ ສພຊ, ລົງວັນທີ 8 ກໍລະກົດ 2022, ເພື່ອຕິດຕາມກວດກາບັນດາໂຄງ ການລົງທຶນຂອງລັດ ຢູ່ບັນດາທ້ອງ ຖິ່ນທີ່ລົງຕິດຕາມກວດກາ, ເພື່ອເປັນ ຂໍ້ມູນຮັບໃຊ້ບົດປະກອບຄໍາເຫັນ ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ການຮ່າງມະຕິຂອງສະພາ ແຫ່ງຊາດ ໃນກອງປະຊຸມສະໄໝສາ ມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ເພື່ອສ້າງຄວາມເຂັ້ມແຂງ ວຽກງານຕິດຕາມກວດກາໃຫ້ແກ່ ກໍາມາທິການແຜນການ, ການເງິນ ແລະ ການກວດສອບ. ພ້ອມດຽວກັນນີ້ ຍັງໄດ້ເອົາໃຈ ໃສ່ເປັນເສນາທິການໃຫ້ແກ່ຄະນະ ປະຈຳສະພາແຫ່ງຊາດໃນການກະ ກຽມຂໍ້ມູນ ແລະ ເອກະສານຕ່າງໆ ຕາມພາລະບົດບາດ ເປັນຕົ້ນ: ຄົ້ນ ຄວ້າ ແລະ ຮ່າງມະຕິຄະນະປະຈໍາ ສະພາແຫ່ງຊາດວ່າດ້ວຍການອະນຸ ມັດໃຫ້ລັດຖະບານມອບສິດໃຫ້ທະ ນາຄານແຫ່ງ ສປປ ລາວ ໃນການ ສະໜັບສະໜູນການນໍາເຂົ້ານໍ້າມັນ ເຊື້ອໄຟຈາກຕ່າງປະເທດ, ຄົ້ນຄວ້າ ແລະ ຮ່າງບົດລາຍງານກ່ຽວກັບ ການສະເໜີິຂໍນະໂຍບາຍຍົກເວັ້ນພາ ສີ ແລະ ອາກອນມູນຄ່າເພີ່ມສຳລັບ ການນຳເຂົ້າວັດຖຸດິບແລະຊີ້ນສ່ວນ ອຸປະກອນເພື່ອຮັບໃຊ້ການຜະລິດ ແລະ ປະກອບລົດແລ້ວຈໍາໜ່າຍພາຍ ໃນປະເທດຂອງບໍລິສັດອໍໂຕ້ເວີນ (ໂຄລາວດີວີລົບພິງ) ຕາມການ ສະເໜີຂງລັດຖະບານ, ຄົ້ນຄວ້າໜັງ ສືສະເໜີຂອງລັດຖະບານ, ບົດລາຍ ງານ ແລະ ມະຕິຂອງຄະນະປະຈໍາ ສະພາແຫ່ງຊາດ ວ່າດ້ວຍການຮັບ ຮອງການສະເໜີຂອງລັດຖະບານ ກ່ຽວກັບການດັດແກ້ມູນຄ່າໂຄງ ການສະໜາມບິນໜອງຄ້າງ, ຮ່າງ ບົດລາຍງານແລະ ມະຕິຂອງຄະນະ ປະຈໍາສະພາແຫ່ງຊາດ ວ່າດ້ວຍ ການອະນຸມັດໃຫ້ລັດຖະບານຈັດຕັ້ງ ປະຕິບັດບ້ວງເງິນເກີນແຜນຂອງ ທ້ອງຖິ່ນປີ 2021 ແລະ ບ້ວງເງິນ ບໍາເນັດຈາກການແກ້ໄຂລົດນໍາເຂົ້າ ບໍ່ຖືກຕ້ອງ, ຄົ້ນຄວ້າຮ່າງບົດລາຍ ງານກ່ຽວກັບການຄົ້ນຄວ້າແຜນ ຈັດສັນງົບປະມານໂຄງການລົງ ທຶນຂອງລັດປະຈຳປີ 2023, ກວດ ຜ່ານ ແລະ ຈ້ຳກາຢັ້ງຢືນໃສ່ຕາ ຕະລາງບັນຊີໂຄງການລົງຂອງລັດ ບ້ວງກອງທຶນທາງ ປະຈໍາປີ 2022 ຕາມການສະເໜີ ຂອງລັດຖະບານ. * ແຫລ່ງຂ່າວຈາກແຂວງສາ ລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້,ຄະ ນະບໍລິຫານຊາວໜຸ່ມ ແຂວງສາລະ ວັນ, ແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງກວາງຈິ ສສ ຫວຽດນາມ ພົບປະແລກປ່ຽນວຽກ ງານຊາວໜຸ່ມຄັ້ງທີ 7I ກ່ຽວກັບ ການພັດທະນາວິຊາຊີບສ້າງວຽກ ເຮັດງານທໍາໃຫ້ແກ່ຊາວໜຸ່ມ ແລະ ເພື່ອທົບທວນຕີລາຄາການຮ່ວມ ມືໃນໄລຍະຊຸມປີຜ່ານມາ, ຕີລາຄາ ໃນດ້ານຕັ້ງໜ້າ, ຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້,ພ້ອມທັງ ວາງແຜນສືບຕໍ່ຮ່ວມມືຂອງວຽກ ງານຊາວໜຸ່ມໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້, ຄະນະບໍລິ ຫານງານຊາວໜຸ່ມ 3 ແຂວງ ກໍໄດ້ ຜັດປ່ຽນປະກອບຄຳຄິດເຫັນ, ແລກ ປ່ຽນບົດຮຽນ, ລາຍງານສະພາບ ລວມແຂວງຂອງຕົນການພັດທະ ນາເສດຖະກິດ-ສັງຄົມ, ວຽກງານ ຊາວໜຸ່ມ ໂດຍສະເພາະໃນດ້ານ ການສຶກສາອົບຮົມການເມືອງແນວ ຄິດໃຫ້ເຍົາວະຊົນ-ຊາວໜຸ່ມໃຫ້ມີ ຈິດໃຈທີ່ໝັກແໜ້ນ, ຮັກຊາດຮັກ ບ້ານເກີດເມືອງນອນ, ການຊຸກຍູ້ ພັດທະນາອາຊີບ, ຊຸກຍູ້ໃຫ້ມີນັກທຸ ລະກິດໜຸ່ມ ເປັນຕົວແບບທາງດ້ານ ການພັດທະນາອາຊີບດ້ານອື່ນໆ ຫລາຍຂຶ້ນ. ພ້ອມນີ້, ໄດ້ຕົກລົງເປັນ ເອກະພາບຮ່ວມມືກັນໃນຕໍ່ໜ້າ ໂດຍ ສະເພາະແມ່ນການເອົາໃຈໃສ່ສືບ ຕໍ່ສຶກສາອົບຮົມຊາວໜຸ່ມ-ເຍົາວະ ຊົນ ໃຫ້ຮູ້ໄດ້ເຖິງມູນເຊື້ອຄວາມສາ ມັກຄີມິດຕະພາບແບບພິເສດ, ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ-ສອງລັດ, ຊາວໜຸ່ມ 2 ປະ ເທດ ກໍຄື 3 ແຂວງ ໃຫ້ເພີ່ມພູນຄູນ ສ້າງໃຫ້ນັບມື້ນັບແໜ້ນແຟ້ນຍິ່ງ ຂຶ້ນ; ຈະເອົາໃຈໃສ່ຊີ້ນຳໆພາບັນດາ ຊາວໜຸ່ມເມືອງແລະຮາກຖານຊາວ ໜຸ່ມບ້ານມີສ່ວນຮ່ວມຢ່າງແຂງ ແຮງໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັກສາ ຄວາມເປັນລະບຽບຮຽບຮ້ອຍລຽບ ຕາມຊາຍແດນ 3 ແຂວງ; ສືບຕໍ່ ການພົບປະແລກປ່ຽນຮ່ວມມືຊຸກ ຍູ້ສົ່ງເສີມດ້ານວິຊາຊີບສ້າງວຽກ ເຮັດງານທຳໃຫ້ຊາວໜຸ່ມ-ໄວໜຸ່ມ, ຈັດກິດຈະກຳການຊ່ວຍເຫລືອສັງ ຄົມໃນທຸກໆປີ, ສົ່ງເສີມດ້ານເຕັກນິກ ວິຊາການດ້ານຕ່າງໆ ເຊັ່ນ: ຝືກ ອົບ ຮົມວິຊາຊີບໄລຍະສັ້ນຂອງວຽກ ງານກະສິກຳໃນແຕ່ລະປີ ແລະ ສົ່ງ ເສີມດ້ານການຊ່ວຍເຫລືອອຸປະ ກອນໄອທີຕ່າງໆເຊັ່ນ: ຄອມພິວເຕີ, ເຄື່ອງປິນເຕີ, ຊຸດແອວຊີດີ ເພື່ອຈະ ສະໜອງໃຫ້ບັນດາເມືອງທີ່ບໍ່ພຽງ ພໍກັບການນຳໃຊ້ເຂົ້າໃນການປະຕິ ບັດໜ້າທີ່ວຽກງານ; ສືບຕໍ່ຈັດງານ ພົບປະມິດຕະພາບ ໃຫ້ໄດ້ 2 ປີຕໍ່ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ; ສູ້ຊົນເພີ່ມທະວີການພົວພັນດ້ານ ການເມືອງ, ເສດຖະກິດ ແລະ ວັດ ທະນະທຳ-ສັງຄົມ, ການພັດທະນາ ຊາວໜຸ່ມ-ເຍົາວະຊົນ. ສຳລັບງານ ພົບປະມິດຕະພາບຄະນະບໍລິຫານ ງານຊາວໜຸ່ມ 3 ແຂວງຄັ້ງທີ 7II ແມ່ນຈະຈັດຂຶ້ນທີ່ແຂວງກວາງຈິ ສສ ຫວຽດນາມ ເປັນເຈົ້າພາບໃນ ປີ 2024. ໂອກາດນີ້, ກໍໄດ້ລົງນາມເຊັນ ບົດບັນທຶກການຮ່ວມມືໃນຕໍ່ໜ້າ ໂດຍສະຫາຍ ຈັນທະວອນ ສີຫາຈັກ ກຳມະການສູນກາງຊາວໜຸ່ມ, ເລ ຂາຄະນະບໍລິຫານງານຊາວໜຸ່ມ ແຂວງສາລະວັນ, ສະຫາຍນາງ ບັງອອນ ພິມມະສານ ຮັກສາການ ເລຂາ ຄະນະບໍລິຫານງານຊາວໜຸ່ມ ແຂວງສະຫວັນນະເຂດ ແລະ ສະ ຫາຍ ມາຍວັນນາມ ຮອງເລຂາຄະ ນະບໍລິຫານງານຊາວໜຸ່ມກອມມູ ນິດໂຮ່ຈ່ີມິງ ແຂວງກວາງຈິ ສສ ຫວຽດນາມ ໂດຍມີ ສະຫາຍນາງ ບຸນທະວີ ດວງລາສີ ຮອງເລຂາພັກ ແຂວງ, ຜູ້ຊີ້ນຳວຽກງານການ ເມືອງແນວຄິດ, ພັກ-ພະນັກງານ ແຂວງສາລະວັນ, ມີບັນດາຄະນະ ຊາວໜຸ່ມທັງ 3 ແຂວງ, ສະມາຊິກ ຊາວໝຸ່ມ, ເຍົາວະຊົນເຂົ້າຮ່ວມ. ໂດຍ: ວິໄລວອນ ສິດທິໄຊ xu zj ko,kde,kmy dkoczodkodkog'o c]t dkod;flv[,u zq o'korQ ogfaj o y *ມາພົບກັບຄໍລຳສິ່ງແວດລ້ອມ ມື້ນີ້, ຂໍຍົກເອົາບັນຫາມົນລະພິດທີ່ ສົ່ງຜົນກະທົບຕໍ່ດ້ານສິ່ງແວດລ້ອມ ລວມເຖິງດ້ານສຸຂະພາບຂອງ ຄົນເຮົາ ຊຶ່ງມົນລະພິດຕ່າງໆເກີດ ຈາກການນຳໃຊ້ສານເຄມີເຂົ້າໃນ ການຜະລິດກະສິກຳ, ອຸດສາຫະກຳ, ການພັດທະນາ, ການປ່ອຍນ້ຳເສຍ ຈາກການຂຸດຄົ້ນບໍ່ແຮ່ຕ່າງໆມາ ແລກປ່ຽນນຳທ່ານຜູ້ອ່ານ ເພື່ອເປັນ ບົດຮຽນໃຫ້ແກ່ພວກເຮົາໄດ້ມີສະຕິ ແລະ ຫລຸດຜ່ອນການນຳໃຊ້ສານ ເຄມີເຂົ້າໃນການຜະລິດອື່ນໆ... ປັດຈຸບັນນີ້, ເຫັນວ່າການປ່ຽນ ໂດຍ: ຢ່າຕົ່ງ ແປງຢ່າງໄວວາໃນການດຳເນີນ ການບໍລິຫານຈັດການດິນ ແລະ ການນຳໃຊ້ຊັບພະຍາກອນທຳມະ ຊາດໃນລາວໄດ້ນຳໄປສູ່ການນຳ ໃຊ້ສານເຄມີໃນການຜະລິດກະ ສິກຳ ເພື່ອຊ່ວຍເຂົ້າໃນການຂະ ຫຍາຍທີ່ດິນກະສິກຳ, ການປູກໄມ້ ອຸດສາຫະກຳ ແລະ ການຂຸດຄົ້ນບໍ່ ແຮ່ຕ່າງໆ. ຕົວຢ່າງ: ການພັດທະ ນາຢ່າງໄວວາຂອງອຸດສາຫະກຳ ສວນຢາງພາລາ ແລະ ສວນໄມ້ ເພື່ອ ຜະລິດເຈ້ຍຂະໜາດໃຫຍ່ປະກອບ ກັບແຮງງານທີ່ຈຳກັດເຮັດໃຫ້ມີ ການນຳໃຊ້ປຸຍ ແລະ ຢາຂ້າຫຍ້າ ຈຳນວນຫລວງຫລາຍ. ສານເຄມີ ນຳໃຊ້ເຂົ້າໃນການຜະລິດເຫລົ່ານີ້ ໄດ້ກໍ່ໃຫ້ເກີດບັນຫາດ້ານສຸຂະພາບ ຂອງຜູ້ອອກແຮງງານ ແລະ ແຫລ່ງ ນ້ຳດື່ມທີ່ປົນເປື້ອນມົນລະພິດ ເຊັ່ນ ຫ້ວຍນໍ້າຕ່າງໆ. ນອກນັ້ນການປ່ອຍ ຂອງເສຍຈາກການຂຸດຄົ້ນບໍ່ແຮ່ກໍ ມີການເຊື່ອມໂຍງກັບມົນລະພິດ ທາງດິນ ແລະ ນໍ້າ. ຕົວຢ່າງ: ການ ນຳໃຊ້ສານໄຊຍາໄນ (cZaOJde) ໃນການຂຸດຄົ້ນບໍ່ຄຳໄດ້ສົ່ງຜົນໃຫ້ ປາຕາຍ ແລະ ມີການປົນເປື້ອນໃນ ດິນ. ເຖິງແມ່ນວ່າການຂຸດຄົ້ນບໍ່ແຮ່ ຂະໜາດໃຫຍ່ຈະນຳໃຊ້ເຕັກໂນໂລ ຊີທີ່ທັນສະໄໝ ເພື່ອຊ່ວຍໃຫ້ການໃຊ້ ສານເຄມີອຸດສາຫະກຳມີຄວາມ ປອດໄພແລະມີປະສິດທິພາບຫລາຍ ຂຶ້ນ, ແຕ່ການຂຸດຄົ້ນ ດັ່ງກ່າວ ກໍ່ຍັງ ເຮັດໃຫ້ພື້ນທີ່ປ່າໄມ້ທີ່ກວ້າງໃຫຍ່ ເຊື່ອມໂຊມລົງໄດ້. ການຂຸດຄົ້ນບໍ່ ແຮ່ຂະໜາດນ້ອຍກໍມີຜົນກະທົບຕໍ່ ສິ່ງແວດລ້ອມ ໂດຍການຈຳກັດ ການນຳໃຊ້ທີ່ດິນທຳການຜະລິດ ແລະ ການປະມົງ ເນື່ອງຈາກການ ຂຸດຄົ້ນ ຫລື ການປົນເປື້ອນສານບາ ຫລອດ. ໂຄງການຂະໜາດກາງ ອື່ນໆທີ່ຈ້າງຜູ້ຮັບເໝົາຂະໜາດ ນ້ອຍ ໄດ້ເຮັດໃຫ້ເກີດມີມົນລະພິດ ທາງນໍ້າຍ້ອນໂລຫະໜັກ ແລະ ສົ່ງ ຜົນກະທົບຕໍ່ການໄຫລຂອງນໍ້າໃນ ແມ່ນໍ້ານ້ອຍ. ຢ່າງໃດກໍຕາມອີກດ້ານໜຶ່ງ ການຂະຫຍາຍຕົວຂອງຕົວເມືອງ ແລະ ຮູບແບບການບໍລິໂພກໄດ້ສົ່ງ ຜົນໃຫ້ການຜະລິດຂີ້ເຫຍື້ອໃນລາວ ເພີ່ມຂຶ້ນ ໂດຍສະເລ່ຍການສ້າງ ຂີ້ເຫຍື້ອໃນຕົວເມືອງແມ່ນ 0,70 ກິໂລກຣາມຕໍ່ຫົວຄົນຕໍ່ວັນ. ວິທີ ຫລັກໃນການກຳຈັດຂີ້ເຫຍື້ອເຫລົ່າ ນີ້ ແມ່ນການນຳໃຊ້ສະໜາມຝັງຂີ້ ເຫຍື້ອນອກຈາກນັ້ນ,ກໍຍັງມີການຈູດ ຂີ້ເຫຍື້ອຕາມສະຖານທີ່ຫວ່າງເປົ່າ. ໃນລາວມີສະໜາມຂີ້ເຫຍື້ອຫລັກ ສະເພາະແຕ່ໃນນະຄອນຫລວງວຽງ ຈັນແລະມີສະໜາມຂີ້ເຫຍື້ອສຳຮອງ ສີ່ແຫ່ງໃນເມືອງຫລວງພະບາງ, ທ່າແຂກ, ສະຫວັນນະເຂດ, ແລະ ປາກເຊ. ນອກນີ້ ກໍຍັງມີສະໜາມ ຂີ້ເຫຍື້ອຂະໜາດນ້ອຍຢູ່ໃນບັນດາ ເມືອງຕາມແຂວງຕ່າງໆ. ໃນຈຳ ນວນ 141 ເມືອງ, ມີສະໜາມຂີ້ ເຫຍື້ອພຽງ 14 ແຫ່ງ ທີ່ມີການຄວບ ຄຸມການຖີ້ມຂີ້ເຫຍື້ອໃນຊຸມຊົນ ແມ່ນຂາດການບໍລິຫານຈັດການທີ່ ດີ, ບາງແຫ່ງກໍທຳການຈູດຂີ້ເຫຍື້ອ ຫລື ຖີ້ມຂີ້ເຫຍື້ອແບບຊະຊາຍຢູ່ ຕາມສະຖານທີ່ເປົ່າຫວ່າງ, ຮ່ອງ ນ້ຳ ຫລື ແມ່ນ້ຳຕ່າງໆ. ຂີ້ເຫຍື້ອອັນ ຕະລາຍປະກອບມີຖ່ານໄຟສາຍ, ກະປÐ ອງສີ ແລະ ປÐ ອງສະເປຕ່າງໆ ກໍຖີ້ມປະປົນກັບຂີ້ເຫຍື້ອທົ່ວໄປ ແຕ່ວ່າບໍ່ມີມາດຕະການຕິດຕາມ ການໄຫລຊຶມຂອງນ້ຳເສຍທີ່ອາດ ເກີດຂຶ້ນຕໍ່ກັບທີ່ດິນ, ແຫລ່ງນ້ຳເທິງ ໜ້າດິນແລະນ້ຳບາດານ.ຍ້ອນຂໍ້ຈຳ ກັດດ້ານງົບປະມານ ແລະ ໂຄງສ້າງ ກົດໝາຍທີ່ບໍ່ພຽງພໍ,ຄວາມຮັບ ຜິດຊອບທາງສະຖາບັນ ແລະການ ຄຸ້ມຄອງ, ການບໍລິຫານຂີ້ເຫຍື້ອ ຈຶ່ງ ຕ້ອງເປັນຄວາມຮັບຜິດຊອບຂອງ ຄົວເຮືອນ ແລະ ຊຸມຊົນ ຊຶ່ງຕ້ອງອາ ໄສການສຶກສາອົບຮົມ ເພື່ອເຜີຍແຜ່ ຂໍ້ມູນຕໍ່ສາທາລະນະໃຫ້ຫລາຍຂຶ້ນ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==