lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 30/12/2022 xtgmf]k; ຫົວໜ້າ ຄຈສພ... ສານອວຍພອນ... ພ້ອມກັນນີ້, ທ່ານ ອີກຣິລ ລີວິສ ປະທານປະເທດ ແຫ່ງ ສາທາລະນະລັດ ລັດວີ ກໍໄດ້ສົ່ງສານອວຍພອນເຖິງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ວ່າ: ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ, ຂ້າພະເຈົ້າ ຂໍສະແດງຄໍາຊົມເຊີຍຢ່າງຈິງໃຈ ແລະ ອວຍພອນ ໄຊອັນປະ ເສີດ ມາຍັງທ່ານ, ຂໍໃຫ້ປະຊາຊົນ ແລະ ປະເທດຂອງທ່ານ ຈົ່ງປະສົບຜົນສໍາເລັດ ແລະ ມີຄວາມຈະເລີນຮຸ່ງເຮືອງ. ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນມິດຕະພາບ ລະຫວ່າງ ລັດວີ ແລະ ສປປ ລາວ ຈະສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ ຂຶ້ນກວ່າເກົ່າ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດຂອງພວກເຮົາ. ສານສະແດງຄວາມຊົມເຊີຍ ຢ່າງຈິງໃຈເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດປະຊາທິປະໄຕປະຊາ ຊົນລາວ ຄົບຮອບ 47 ປີ. ປາກິດສະຖານ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ມີສາຍພົວພັນມິດຕະພາບບົນພື້ນຖານຄວາມເຂົ້າໃຈແລະຄວາມ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ. ຂ້າພະເຈົ້າ, ເຊື່ອໝັ້ນວ່າ ການຮ່ວມມືດ້ານການ ເມືອງ, ເສດຖະກິດ ແລະ ການໄປມາຫາສູ່ຂອງ ປະຊາຊົນສອງຊາດພວກເຮົາ ຈະສືບຕໍ່ຂະຫຍາຍຕົວໃນຕໍ່ໜ້າ, ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ໃຫ້ທ່ານ ຈົ່ງມີຄວາມຜາສຸກ ແລະ ມີພະລານາໄມສົມບູນ ແລະ ຂໍໃຫ້ປະຊາຊົນ ແຫ່ງ ສປປ ລາວ ຈົ່ງສືບຕໍ່ມີສັນຕິພາບ ແລະ ຈະເລີນຮຸ່ງເຮືອງ. ໂອກາດດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ຮັບສານສະແດງຄວາມຊົມເຊີຍຈາກ ທ່ານ ບີລາວັນລ໌ ບຸດໂຕ ຊາຣ໌ດາຣີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິດສະລາມປາກິດສະຖານເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດປະຊາ ທິປະໄຕ ປະຊາຊົນລາວ ຄົບຮອບ 47 ປີ ເຊັ່ນດຽວກັນ. ເອົາໃຈໃສ່ສຶກສາອົບຮົມຄຸນທາດການ ເມືອງເຮັດໃຫ້ສະມາຊິກພັກ-ພະນັກ ງານຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນບຸກຄົນຜູ້ເຮັດແທ້ທຳຈິງ ແລະ ເປັນຜູ້ປອດໃສຂາວສະອາດ ເພື່ອ ຮັກສາ ແລະ ເສີມຂະຫຍາຍລັກສະນະ ນຳໜ້າຂອງພັກ ຢ່າງສະເໝີຕົ້ນສະເໝີ ປາຍ; ພວກເຮົາຈະຕ້ອງໄດ້ເພີ່ມທະວີ ກໍ່ສ້າງ, ປັບປຸງຄຸນນະພາບຂອງສະມາ ຊິກພັກ ໃຫ້ແຂງແຮງກວ່າເກົ່າ, ບັນດາ ສະຫາຍຄະນະຈັດຕັ້ງ ແລະ ກົມຈັດ ຕັ້ງ-ພະນັກງານຕ້ອງແນະນໍາສະຫາຍ ທີ່ເປັນຄະນະໜ່ວຍພັກເອົາໃຈໃສ່ຄຸ້ມ ຄອງ, ສຶກສາອົບຮົມ ແລະ ມອບວຽກ ງານຕົວຈິງ ໃຫ້ແກ່ບັນດາສະມາຊິກພັກ ແລະຄຸ້ມຄອງຕິດຕາມ, ກວດກາການ ປະຕິບັດໜ້າທີ່ວຽກງານ; ສໍາລັບວຽກ ພະນັກງານຕ້ອງເອົາໃຈໃສ່ສ້າງພະນັກ ງານໃຫ້ມີຄຸນທາດການເມືອງໜັກ ແໜ້ນ, ມີຄວາມອົດທົນຜ່ານຜ່າອຸປະ ສັກຄວາມຫຍຸ້ງຍາກ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມໂປ່ງໄສ, ທ່ຽງທໍາ ໃນການປະຕິບັດໜ້າທີ່ວຽກງານ; ສືບ ຕໍ່ປະຕິບັດຕາມກົດລະບຽບຂອງພັກ ໝາຍວ່າ ລະບົບການຈັດຕັ້ງຂອງພັກ ແມ່ນໃຫ້ສ້າງຕາມລະບົບກົງຈັກບໍລິ ຫານລັດ, ສ່ວນການຈັດຕັ້ງຮາກຖານ ພັກນອກຈາກສ້າງຢູ່ບ້ານ, ສຳນັກງານ ອົງການຍັງສ້າງຕາມຫົວໜ່ວຍວິຊາ ການ, ການຜະລິດ ຫລື ຕາມຫົວໜ່ວຍ ທຸລະກິດໃຫ້ມີໜ່ວຍພັກນໍາພາ. ສະຫາຍ ນາງ ສີໃສ ລືເດດມູນສອນ ຍັງເນັ້ນອີກວ່າ: ເພື່ອຮັບປະກັນໃຫ້ວຽກ ງານພວກເຮົາມີຜົນສໍາເລັດ ສິ່ງສໍາຄັນ ແມ່ນຂຶ້ນກັບທຸກສະຫາຍ ທີ່ເປັນເສນາ ທິການໃຫ້ຄະນະພັກແຕ່ລະຂັ້ນ, ພວກ ເຮົາຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າ, ກວດ ຄືນບັນດານິຕິກໍາວຽກພັກ-ພະນັກງານ ແລະປັບປຸງກົງຈັກການຈັດຕັ້ງ, ກໍາໃຫ້ ໄດ້ບັນດາກົດໝາຍທີ່ກ່ຽວຂ້ອງ, ບັນດາ ມະຕິ, ຂໍ້ຕົກລົງ, ດໍາລັດກ່ຽວກັບການ ຈັດຕັ້ງ ແລະ ການເຄື່ອນໄຫວຂອງ ບັນ ດາຄະນະຂອງພັກ, ກະຊວງ-ອົງການ ແລະ ທ້ອງຖິ່ນ, ລວມທັງນິຕິກໍາທີ່ຄະ ນະຈັດຕັ້ງສູນກາງພັກ ສົ່ງໃຫ້ແຕ່ລະ ພາກສ່ວນໃນ ແຕ່ລະໄລຍະ. ເອກະສານທີ່ກ່ຽວຂ້ອງກັບວຽກງານ ສ້າງແຜນກຳນົດພະນັກງານນໍາພາຄຸ້ມຄອງເຊັ່ນ: ມະຕິຂອງກົມການ ເມືອງ ສູນກາງພັກ ວ່າດ້ວຍການສ້າງແຜນ ກຳນົດພະນັກງານນຳພາ-ຄຸ້ມຄອງ, ມາດຕະຖານຂອງພະນັກ ງານນຳພາຄຸ້ມຄອງ, ບົດແນະນຳຂອງຄະນະຈັດ ຕັ້ງສູນກາງ ແລະ ມາດຕະຖານຂອງພະ ນັກງານນຳພາ-ຄຸ້ມຄອງ ຂອງຄະນະ ໂຄສະນາອົບຮົມສູນກາງພັກ. ຂ່າວ-ພາບ: ສຳນານ ຈໍານວນ3ສະບັບພ້ອມທັງຈັດຕັ້ງການ ລົງໂຄສະນາເຜີຍແຜ່ກົດໝາຍ, ນິຕິ ກໍາໃຕ້ກົດໝາຍ ຢູ່ສູນກາງ ແລະ ທ້ອງ ຖິ່ນ; ດ້ານການຕົກລົງບັນຫາສໍາຄັນພື້ນ ຖານຂອງປະເທດຊາດ: ການດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາເນື້ອໃນຕ່າງໆ ຈຳນວນ 50 ເນື້ອໃນ ແລະ ອອກເປັນ ມະຕິກອງປະຊຸມສະພາແຫ່ງຊາດ ຈຳ ນວນ 40 ສະບັບ, ດຳເນີນກອງປະຊຸມ ຄະນະປະຈໍາສະພາແຫ່ງຊາດ ຈໍານວນ 15 ຄັ້ງ ຊຶ່ງພິຈາລະນາເນື້ອໃນຕ່າງໆ ຈໍານວນ 198 ເນື້ອໃນ ແລະ ອອກເປັນ ມະຕິຄະນະ ປະຈໍາສະພາແຫ່ງຊາດ ຈໍານວນ74ສະບັບ.ສ່ວນດ້ານການຕິດ ຕາມກວດກາ ໄດ້ເອົາໃຈໃສ່ຕິດຕາມ ກວດກາ ຜ່ານກົນໄກດຳເນີນກອງປະ ຊຸມສະພາແຫ່ງຊາດ ດ້ວຍການຮັບຟັງ ບົດລາຍງານ ພາກສ່ວນກ່ຽວຂ້ອງ ຕ່າງໆ; ຄົ້ນຄວ້າບັນຫາພົ້ນເດັ່ນຂອງ ສັງຄົມ; ໃຫ້ກະຊວງ, ອົງການ ຈຳນວນ 33 ພາກສ່ວນ ຊີ້ແຈງຕໍ່ກອງປະຊຸມ ສະ ພາແຫ່ງຊາດ ທັງໝົດ 54 ເທື່ອຄັ້ງ, ກວມເອົາ 140 ຄຳຖາມ. ໃນນີ້ ສະມາ ຊິກສະພາແຫ່ງຊາດ ໄດ້ປະກອບຄໍາ ເຫັນ, ຊັກຖາມທັງໝົດ502 ເທື່ອ/ທ່ານ, ກວມ 84,51%, ສະມາຊິກສະພາແຫ່ງ ຊາດ ໄດ້ໃຫ້ຄະແນນປະເມີນຕໍ່ການ ລາຍງານ, ຊີ້ແຈງ ແລະ ຕອບຄໍາຊັກ ຖາມ ທັງໝົດ 30 ທ່ານ, ຍິງ 6 ທ່ານ ຊຶ່ງຜູ້ທີ່ໄດ້ຄະແນນສູງສຸດ 7-8 ຈັດຢູ່ ປະເພດດີ ກວມເອົາ 98,63% ແລະ ຄະແນນຕໍ່າສຸດ 5-6 ຈັດຢູ່ໃນປະເພດ ກາງ ກວມເອົາ 1,37%. ພ້ອມນີ້, ໄດ້ ເອົາໃຈໃສ່ປະຕິບັດພາລະບົດບາດຕິດ ຄອສພ ລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ໃນສະເພາະໜ້າແລະຍາວນານທັງເປັນ ການບຳລຸງ-ກໍ່ສ້າງໃຫ້ມີຄວາມໜັກ ແໜ້ນທາງດ້ານຄຸນທາດການເມືອງ, ພຽບພ້ອມໄປດ້ວຍຄວາມຮູ້, ຄວາມ ສາມາດ ແລະ ຄຸນສົມບັດສິນທຳປະຕິ ວັດ; ກະກຽມບຸກຄະລາກອນໃນລັກສະ ນະເປີດກວ້າງ ປະກອບທາງດ້ານບຸກ ຄະລາກອນໃຫ້ຄົບຕາມຄວາມຮຽກ ຕ້ອງການ ຂອງຕຳແໜ່ງນຳພາ-ຄຸ້ມ ຄອງແຕ່ລະຂັ້ນ ຢູ່ພາຍໃນຄະນະໂຄສະ ນາອົບຮົມສູນກາງພັກ ສາມາດຈັດຕັ້ງ ປະຕິບັດໜ້າທີ່ການເມືອງໃນໄລຍະ ໃໝ່; ການສ້າງແຜນກຳນົດພະນັກງານ ເປັນການຄາດຄະເນເປົ້າໝາຍພະນັກ ງານ ທີ່ຈະຈັດເຂົ້າໃນຕຳແໜ່ງງານ ນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະ ແໜງການ ແນໃສ່ລັກສະນະສືບທອດ ປ່ຽນແທນຕໍ່ເນື່ອງໃນສະເພາະໜ້າ ແລະ ຍາວນານ; ການສ້າງແຜນກຳນົດ ພະນັກງານເປັນວຽກງານທີ່ສຳຄັນພື້ນ ຖານຂອງວຽກພະນັກງານ ເພື່ອຮັບປະ ກັນຫັນວຽກງານດຳເນີນຕາມລະບຽບ ແບບແຜນຄາດຄະເນ, ນອກນັ້ນຍັງ ເປັນພື້ນຖານໃຫ້ແກ່ການກຳນົດແຜນ ການບຳລຸງ-ກໍ່ສ້າງພະນັກງານ, ການ ຄາດຄະເນການສັບຊ້ອນ ຈັດວາງພະ ນັກງານໃຫ້ມີຄວາມເໝາະສົມ. ກອງປະຊຸມຄັ້ງນີ້, ຍັງໄດ້ເຊື່ອມ ຊຶມ ສພຊ... ໃນຂອບເຂດທົ່ວປະເທດ ແລະ ພໍ່ແມ່ພີ່ ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຮັບຊາບ ກ່ຽວກັບຜົນສຳເລັດການພິ ຈາລະນາ ການເຄື່ອນໄຫວວຽກງານ ປະຈຳປີ2022ແລະແຜນການປະຈຳປີ 2023 ຂອງສະພາແຫ່ງຊາດ ຊຸດທີ IX. ສຳລັບ ການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ປະຈໍາປີ 2022 ໃນດ້ານນິຕິບັນຍັດ: ໄດ້ສະເໜີປະ ທານປະເທດປະກາດໃຊ້ກົດໝາຍ ຈໍາ ນວນ 9 ສະບັບ ທີ່ຮັບຮອງເອົາຢູ່ກອງ ປະຊຸມສະໄໝສາມັນ ເທື່ອທີ 3 ຂອງ ສະພາແຫ່ງຊາດ ຊຸດທີ IX; ໄດ້ນຳເອົາ ບັນດາຮ່າງກົດໝາຍ ຈໍານວນ 12 ສະ ບັບເຂົ້າພິຈາລະນາຮັບຮອງໃນກອງ ປະຊຸມສະໄໝສາມັນ ເທື່ອທີ 4 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນນັ້ນ, ມີກົດໝາຍສ້າງໃໝ່ 3 ແລະ ສະບັບ ປັບປຸງ 9 ສະບັບ; ໃຫ້ສັດຕະຍາບັນ ແກ່ ສົນທິສັນຍາ-ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ຈໍານວນ 2 ສະບັບ ແລະ ໄດ້ຕີຄວາມໝາຍ, ອະທິບາຍກົດໝາຍ ສັງລວມເຫດການ... * ປີ 2022 ເປັນທີ່ທົ່ວໂລກ ກໍຄື ປະເທດເຮົາມີສະພາບຫຍຸ້ງຍາກດ້ານ ເສດຖະກິດ ລວມເຖິງການເຄື່ອນໄຫວ ທາງສັງຄົມ ອັນເນື່ອງຈາກການລະ ບາດຂອງພະຍາດໂຄວິດ-19 ຊຶ່ງມີ ຫລາຍເຫດການພົ້ນເດັ່ນເກີດຂຶ້ນຢູ່ປະ ເທດເຮົາ ທີ່ເປັນສິ່ງອຳນວຍຄວາມສະ ດວກແລະຂໍ້ຫຍຸ້ງຍາກໃນການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແຕ່ໂດຍລວມ ແລ້ວພາຍໃຕ້ການນຳພາຂອງພັກແລະ ການບໍລິຫານຂອງລັດຖະບານ ກໍສາ ມາດເຮັດໃຫ້ປະເທດພວກເຮົາມີຄວາມ ສະຫງົບທາງດ້ານການເມືອງ, ດ້ານ ເສດຖະກິດ, ວັດທະນະສັງຄົມ ມີທ່າຂະ ຫຍາຍຕົວໄປຕາມກົນໄກທີ່ກຳນົດ. ເພື່ອເປັນການສະຫລຸບຖອດຖອນ ບົດຮຽນໃນການນຳພາ-ຊີ້ນຳນັ້ນພັກລັດຖະບານ ໄດ້ສະຫລຸບການຈັດຕັ້ງປະ ຕິບັດວຽກງານກໍ່ສ້າງຮາກຖານການ ເມືອງ ພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ທົ່ວປະເທດ (2016-2021) ແລະ ທິດທາງຮອດປີ 2025 ທັງນີ້ກໍ ເພື່ອສືບຕໍ່ຜັນຂະຫຍາຍມະຕິ-ຄຳສັ່ງ ຕາມກວດກາ ດ້ວຍການດໍາເນີນກອງ ປະຊຸມຮ່ວມກັບຄະນະລັດຖະບານ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ອົງການກວດ ສອບແຫ່ງລັດ, ອົງການກວດກາແຫ່ງ ລັດ, ສູນກາງແນວລາວສ້າງຊາດແລະ ອົງການພາຄີ ເພື່ອປຶກສາເປັນເອກະ ພາບໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງສັງຄົມ; ໄດ້ນຳພາການເຄື່ອນ ໄຫວຕິດຕາມກວດກາຫົວຂໍ້ຕ່າງໆ ຢູ່ ສູນກາງ ແລະ ທ້ອງຖິ່ນ ໄດ້ຈໍານວນ 35 ເທື່ອຄັ້ງ; ເອົາໃຈໃສ່ປະຕິບັດພາ ລະບົດບາດຕິດຕາມກວດກາ ໂດຍຜ່ານ ການຮັບຄໍາສະເໜີ, ຄໍາຮ້ອງຂໍຄວາມ ເປັນທໍາຂອງປະຊາຊົນ ລວມທັງໝົດ 921 ເລື່ອງ ແລະ ສາມາດຄົ້ນຄວ້າພິ ຈາລະນາໄດ້ຈໍານວນ320ເລື່ອງ;ຕ້ອນ ຮັບ ແລະ ໃຫ້ຄໍາປຶກສາແກ່ປະຊາຊົນ 287 ຄັ້ງ; ຄົ້ນຄວ້າສັງລວມວຽກງານ ສາຍດ່ວນກອງປະຊຸມຂອງສະພາແຫ່ງ ຊາດ ໄດ້ຈໍານວນ 487 ຫົວຂໍ້ ແລະ ນໍາ ສົ່ງໃຫ້ກະຊວງ, ອົງການ, ຂະແໜງ ການ, ພາກສ່ວນກ່ຽວຂ້ອງຈໍານວນ 26 ພາກສ່ວນ ເພື່ອຄົ້ນຄວ້າແກ້ໄຂ. ດ້ານການສ້າງຄວາມເຂັ້ມແຂງ ໃຫ້ແກ່ສະພາແຫ່ງຊາດ: ໄດ້ຊີ້ນໍາ-ນໍາ ພາການຈັດກອງປະຊຸມຝຶກອົບຮົມສໍາ ມະນາຫົວຂໍ້ຕ່າງໆ ໄດ້ຈຳນວນ 54 ຄັ້ງ. ໃນນີ້, ໃຫ້ແກ່ສະມາຊິກສະພາແຫ່ງ ຊາດ ແລະ ສະ ມາຊິກສະພາປະຊາຊົນ ຂັ້ນແຂວງຈໍານວນ8ຄັ້ງ, ຊີ້ນໍາ-ນໍາພາ ການສ້າງ ແລະ ປັບປຸງບັນດານິຕິກໍາ ໃຕ້ກົດໝາຍ ໄດ້ທັງໝົດ 53 ສະບັບ; ການປັບປຸງກົງຈັກ ສະພາແຫ່ງຊາດ, ປັບປຸງຂະແໜງວຽກງານຢູ່ບັນດາເຂດ ເລືອກຕັ້ງສຳເລັດໂດຍພື້ນຖານ; ດ້ານ ການເຄື່ອນໄຫວຂອງຄະນະສະມາຊິກ ສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ: ໄດ້ເອົາໃຈໃສ່ຊີ້ນຳການເຄື່ອນໄຫວປະ ຕິບັດສິດ ແລະ ໜ້າທີ່ ເປັນຕົ້ນ ເຂົ້າຮ່ວມ ກອງປະຊຸມສະໄໝສາມັນເທືີ່ອທີ 3 ແລະ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ມີການເຜີຍແຜ່ຜົນສໍາເລັດ ກອງປະຊຸມສະພາແຫ່ງຊາດແລະກອງ ປະຊຸມສະພາປະຊາຊົນຂັ້ນແຂວງ ໄດ້ ທັງໝົດ 2.029 ຈຸດ, ລະດົມທຶນຊ່ວຍ ເຫລືອປະຊາຊົນ ເປັນເງິນ-ວັດຖຸ ລວມ ມູນຄ່າ 2 ຕື້ກວ່າກີບ; ໄດ້ຊີ້ນຳການນໍາ ເອົາຮ່າງກົດໝາຍ ລົງໄປທາບທາມປະ ຊາຊົນ, ການຮັບຮອງເອົານິຕິກໍາທີ່ສໍາ ຄັນຂອງທ້ອງຖິ່ນ ທັງໝົດ 38 ສະບັບ, ການຕົກລົງບັນຫາສໍາຄັນພື້ນຖານຂອງ ທ້ອງຖິ່ນ ແລະ ວຽກງານອື່ນໆ; ໄດ້ຊີ້ ນຳການປະສານສົມທົບ ໃນການຄົ້ນ ຄວ້າປັບປຸງກົງຈັກເສນາທິການຂັ້ນ ຂະແໜງການຊ່ວຍວຽກ ສໍາເລັດພື້ນ ຖານ ແລະ ການສ້າງຕັ້ງໜ່ວຍງານຊ່ວຍ ວຽກ ປະຈໍາເຂດເລືອກຕັ້ງຢູ່ເມືອງ. ດ້ານການເຄື່ອນໄຫວວຽກງານຕ່າງ ປະເທດ: ໄດ້ເຄື່ອນໄຫວວຽກງານການ ຕ່າງປະເທດຂອງຕົນ ສອດຄ່ອງຕາມ ແນວທາງການຕ່າງປະເທດຂອງພັກ ມີຜົນສຳເລັດເປັນຢ່າງດີ ເປັນຕົ້ນ ໄດ້ ຄົ້ນຄວ້າລົງນາມບົດບັນທຶກການຮ່ວມ ມືກັບຕ່າງປະເທດ (MOU) 7 ສະບັບ; ເອົາໃຈໃສ່ພົວພັນຮ່ວມມືໃນຂອບສອງ ຝ່າຍ ແລະ ຫລາຍຝ່າຍ ກັບບັນດາປະ ເທດເພື່ອນມິດຍຸດທະສາດ, ປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຈຳນວນ 122 ເທື່ອຄັ້ງ, ຕ້ອນຮັບຄະ ນະຜູ້ແທນພາຍໃນ ແລະ ຕ່າງປະເທດ ຈໍານວນ 53 ຄະນະ. ຂອງພັກກ່ຽວກັບວຽກງານກໍ່ສ້າງຮາກ ຖານການເມືອງ, ວຽກງານພັດທະນາ ຊົນນະບົດຮອບດ້ານ ແກ້ໄຂຄວາມທຸກ ຍາກ ແລະ ວຽກງານ 3 ສ້າງໃນຕໍ່ໜ້າ ໃຫ້ເກີດຜົນເປັນຈິງຫລາຍຂຶ້ນ ແນໃສ່ ຍົກສູງຄຸນນະພາບການກກໍ່ສ້າງ-ປັບ ປຸງຮາກຖານການ ເມືອງຂອງລະບອບ ປະຊາທິປະໄຕ ປະຊາຊົນ ໃນໄລຍະໃໝ່ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະ ວີບົດບາດການນຳພາຮອບດ້ານຂອງ ຄະນະພັກ, ຕິດພັນກັບການເສີມຂະ ຫຍາຍຄວາມເປັນເຈົ້າການ ແລະ ຍົກ ສູງຄວາມຮັບຜິດຊອບໃນການຄຸ້ມຄອງ ລັດ, ຄຸ້ມຄອງເສດຖະກິດ-ສັງຄົມຢູ່ທ້ອງ ຖິ່ນ-ຮາກຖານໃຫ້ດີຂຶ້ນກວ່າເກົ່າ. ສ່ວນດ້ານການພົວພັນຮ່ວມມືກັບ ບັນດາປະເທດເພື່ອນມິດສາກົນ ໄດ້ສືບ ຕໍ່ຍຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີ ປາຍ; ເປັນເຈົ້າການໃນການເຊື່ອມໂຍງ ກັບພາກພື້ນແລະສາກົນ,ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນການສ້າງປະຊາ ຄົມອາຊຽນ; ສົ່ງເສີມການຮ່ວມມືກັບ ຕ່າງປະເທດແບບຫລາຍທິດ, ຫລາຍ ລະດັບບົນພື້ນຖານເຄົາລົບ ເອກະລາດ, ອຳນາດອະທິປະໄຕ ເຊິ່ງກັນ ແລະ ກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ມາຮອດໃນປັດຈຸບັນນີ້ ລາວ ມີສາຍພົວ ພັນທາງການທູດ ກັບ 143 ປະເທດ. ປີ 2022 ຍັງເປັນປີທີ່ມີຄວາມໝາຍ ສຳຄັນຍິ່ງຂອງສອງປະເທດລາວຫວຽດນາມ ເພາະເປັນປີ ສະເຫລີມສະ ຫລອງ ປີສາມັກຄີມິດຕະພາບ ລາວ- ຫວຽດນາມ, ຫວຽດນາມ-ລາວ ຄື ວັນ ຄົບຮອບ 45 ປີ ແຫ່ງການເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມແລະ60ປີແຫ່ງການ ສ້າງຕັ້ງສາຍພົວພັນການທູດສອງປະ ເທດ. ດ້ວຍການ ຈັດ 8 ກິດຈະກຳໃຫຍ່ ສະເຫລີມສະຫລອງ ຄື: ການເປີດ ແລະ ປິດປີສາ ມັກຄີມິດຕະພາບ 2022; ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະສັງສັນ, ການຮ່ວມມືລະ ຫວ່າງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ແລະ ແລກປ່ຽນພົບປະມິດຕະພາບ ລະຫວ່າງ ປະຊາຊົນຂອງສອງປະເທດ. ເລີ່ມແຕ່ຕົ້ນປີ ປະເທດເຮົາຈະໄດ້ ຮັບຜົນກະທົບຈາກສະພາບເສດຖະກິດ ໂລກ, ບວກກັບການລະບາດຂອງພະ ຍາດໂຄວິດ-19 ສົ່ງຜົນໃຫ້ເກີດບັນຫາ ເງິນເຟີ້, ບັນຫານໍ້າມັນ, ລາຄາສິນຄ້າອຸ ປະໂພກ-ບໍລິໂພກສູງຂຶ້ນ ແຕ່ດ້ວຍມາດ ຕະການອັນແທດເໝາະຂອງລັດຖະ ບານ ກໍສາມາດເຮັດໃຫ້ບັນຫາເລົ່ານັ້ນ ໄດ້ຮັບການແກ້ໄຂ ໂດຍລັດຖະບານ ໄດ້ ສະໜອງເງິນຕາໃຫ້ວິສະຫະກິດນໍ້າມັນ ເຊື້ອໄຟແລ້ວ 102 ລ້ານໂດລາສະຫະ ລັດ ເພື່ອນໍາເຂົ້ານໍ້າມັນເຊື້ອໄຟແລ້ວ ຫລາຍກວ່າ 60 ລ້ານລິດ ແນໃສ່ແກ້ໄຂ ບັນຫາການຂາດນໍ້າມັນເຊື້ອໄຟ ໃນທົ່ວ ປະເທດ ແລະ ຕອບສະໜອງຄວາມ ຕ້ອງການຊົມໃຊ້ສັງຄົມໃຫ້ພຽງພໍ ໂດຍພື້ນຖານຈົນເຖິງປັດຈຸບັນ. ພ້ອມ ທັງວາງມາດຕະການຄວບຄຸມລາຄາ ສິນຄ້າຢູ່ຕາມທ້ອງຕະຫລາດຢ່າງໃກ້ ຊິດ ເພື່ອບໍ່ໃຫ້ມີການກັກຕຸນສິນຄ້າແລະ ຂຶ້ນລາຄາຕາມລຳພັງ ຫລື ຂຶ້ນລາຄາ ເພື່ອເອົາປຽບຜູ້ຊື້ ເຊິ່ງລາຄາຂາຍສິນ ຄ້ານັ້ນຕ້ອງສະທ້ອນໃຫ້ເຫັນໂຄງສ້າງ ລາຄາ ກໍຄືຕົ້ນທຶນຈະແຈ້ງ ແລະ ສ່ວນ ຕ່າງກຳໄລທີ່ເໝາະສົມຕາມລະບຽບ ການທີ່ກຳນົດໄວ້. ພ້ອມທັງປະຕິບັດ ມາດຕະການແກ້ໄຂບັນຫາອັດຕາແລກ ປ່ຽນ ໂດຍທະນາຄານແຫ່ງ ສປປ ລາວ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ແລະ ວ່າງ ມາດຕະການຄຸ້ມຄອງປະລິມານເງິນ ໃນລະບົບເສດຖະກິດ ດ້ວຍເຄື່ອງມືນະ ໂຍບາຍເງິນຕາ ຄື: ການດັດປັບອັດຕາ ດອກເບ້ຍພື້ນຖານຂອງທະນາຄານ ແຫ່ງສປປລາວ, ດັດປັບອັດຕາເງິນແຮ ຝາກບັງຄັບ ແລະ ອອກພັນທະບັດຂອງ ທະນາຄານແຫ່ງ ສປປ ລາວ ໃນລະດັບ ທີ່ເໝາະສົມ. ປັບປຸງຮ້ານອັດຕາແລກ ປ່ຽນ ໂດຍສະເພາະແມ່ນຈະຢຸດຕິ ການ ອະນຸຍາດໃຫ້ຮ້ານແລກປ່ຽນເງິນຕາ ຕົວແທນທີ່ມີການປະກາດອັດຕາແລກ ປ່ຽນ ແລະ ຊື້ຂາຍເງິນຕາແບບບໍ່ສອດ ຄ່ອງກັບລະບຽບກົດໝາຍ. ຜ່ານການຈັດຕັ້ງປະຕິບັດມາດຕະ ການດ້ານເສດຖະກິດຢ່າງເປັນລະບົບ ບວກກັບການເປີດຮັບນັກທ່ອງທ່ຽວ ເຂົ້າມາທ່ຽວໃນເຂດທ່ອງທ່ຽວສີ ຂຽວ ກໍເຮັດໃຫ້ເສດຖະກິດຄ່ອຍດີຂຶ້ນ. ໃນນັ້ນ, ສິ່ງທີ່ໜ້າປະທັບໃຈແມ່ນມີນັກ ທ່ອງທ່ຽວຈຳນວນຫລວງຫລາຍລັ່ງ ໄຫລເຂົ້າມາທ່ຽວປະເທດເຮົາ ເພີ່ມຂຶ້ນ ເພື່ອໃຊ້ບໍລິການລົດໄຟລາວ-ຈີນ ເຮັດ ໃຫ້ທາງບໍລິສັດຕ້ອງເພີ່ມຖ້ຽວລົດໄຟ ເພື່ອຕອບສະໜອງຄວາມຕ້ອງການ ເດີນທາງຂອງຜູ້ໂດຍສານ ໂດຍເລີ່ມ ແຕ່ວັນທີ 14 ກຸມພາ 2022 ໄດ້ນຳໃຊ້ ຂະບວນລົດໄຟ EMU 1 ຂະບວນ, ແລ່ນຈາກນະຄອນຫລວງວຽງຈັນ ຫາ ບໍ່ເຕ່ນ ຈໍານວນ 1 ຄູ່ ແລະ ແລ່ນຈາກ ນະຄອນຫລວງວຽງຈັນ ຫາ ຫລວງ ພະບາງຈຳນວນ1ຄູ່.ສະນັ້ນເພື່ອຮອງ ຮັບໃຫ້ແກ່ການເປີດຮັບທ່ອງທ່ຽວ ແລະ ກ້າວສູ່ການເປີດປະເທດຢ່າງເປັນ ທາງນັ້ນ ຂະແໜງສາທາລະນະສຸກກໍ ໄດ້ສຸມໃສ່ການສັກວັກຊິນປ້ອງກັນພະ ຍາດໂຄວິດ-19 ໃຫ້ທົ່ວປວງຊົນ ຊຶ່ງ ມາຮອດປັດຈຸການສັກວັກຊິນແມ່ນ ກວມປະມານ 87,25%. ເພື່ອສ້າງເງື່ອນໄຂອໍານວຍຄວາມ ສະດວກໃຫ້ແກ່ການສັນຈອນ ໄປ-ມາ ຫາສູ່ກັນ ຂອງປະຊາຊົນສອງຊາດ ລາວ-ໄທ ແລະ ການຂົນສົ່ງລະຫວ່າງ ປະເທດ ເພື່ອສົ່ງເສີມດ້ານການຄ້າການລົງທຶນ ແລະ ທ່ອງທ່ຽວ ກໍຄື ການ ນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງ ສອງປະເທດ ຢູ່ອະນຸພາກພື້ນລຸ່ມແມ່ນໍ້າ ຂອງ ແລະ ອາຊີຕາເວັນອອກສ່ຽງໃຕ້ ໃນການເຊື່ອມໂຍງ-ເຊື່ອມຈອດພື້ນ ຖານໂຄງລ່າງ ຕາມແລວເສດຖິກິດຕາ ເວັນອອກ-ຕາເວັນຕົກ ໂຄງການກໍ່ສ້າງ ຂົວມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ເລີ່ມຕົ້ນຂຶ້ນ ໃນວັນທີ 28 ຕຸລາ 2022. ຂົວມິດຕະ ພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊບຶງການ) ມີຄວາມຍາວ 1.350 ແມັດ ໂດຍບໍ່ລວມ ທາງເຂົ້າ-ອອກ ຂົວທັງ ສອງຟາກແມ່ນໍ້າຂອງ ແລະ ຈະກໍ່ສ້າງ ຂົວ, ອາຄານ ດ່ານເຂົ້າ-ອອກ ແລະ ສິ່ງ ອໍານວຍຄວາມສະດວກຕ່າງໆໃຫ້ສໍາ ເລັດໃນທ້າຍ ປີ 2023 ແລະ ເປີດນໍາໃຊ້ ໃນຕົ້ນປີ 2024. ທັງໝົດນັ້ນແມ່ນບັນດາເຫດການ ພົ້ນເດັ່ນໃນໄລຍະການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຕະຫລອດໜຶ່ງປີ ຜ່ານມາຂອງປະເທດ ເຮົາ ຊຶ່ງມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງ ຍາກ. ແຕ່ຍ້ອນການນຳພາອັນຖືກຕ້ອງ ຂອງພັກ-ລັດຖະບານ, ຄວວາມສາມັກ ຄີປອງດອງຂອງປະຊາຊົນບັນເຜົ່າ ພວກເຮົາຈຶ່ງສາມາດພ້ອມກັນຜ່ານ ຜ່າຄວາມຫຍຸ້ງຍາກຕ່າງໆມາໄດ້ຢ່າງ ມີຜົນສຳເລັດອັນເປັນພື້ນຖານ ເພື່ອສືບ ຕໍ່ປະຕິວຽກງານປີ 2023 ໃຫ້ມີຜົນສຳ ເລັດ.
RkJQdWJsaXNoZXIy MTc3MTYxMQ==