gsfdko{dkora fmtok xtgmf]k; ( vq '7totra dg,n v'w-pt[6 ]u fegou odv'xt-5 ,dk'ltw\mu IX 30/12/2022 Iv'g9Q kc0;' d;fdkzq oleg]a f37'dko lh v,cx'glA omk' 2 2 4 3 xkdmksksh ;pcvo g,n v'9a omt[6 ]u fegou odv'xt-5 ,7q [7tot [= ]y sko'kora dg,n v'dk'ltw\ g9Q kc0;'7e,j ;o 8y f8k,7;k,rh v, lt|k,c0j '0a o,;pokM-kf gxu fl6 o[= ]y dko9a fsk'ko16 j g,n v'9ervo *ແຫລ່ງຂ່າວຈາກ ແຂວງຄຳ ມ່ວນໃຫ້ຮູ້ວ່າ:ເມື່ອບໍ່ດົນມານີ້,ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ພ້ອມພາກສ່ວນກ່ຽວຂ້ອງ ໃນການຈັດການແຂ່ງຂັນລົງຕິດ ຕາມເບິ່ງຄວາມພ້ອມຂອງສະໜາມ ໃນການແຂ່ງຂັນກິລາມວຍນາໆ ຊາດ ເຊື່ອມສາຍສໍາພັນ ລາວ-ໄທ ເຊິ່ງການແຂ່ງຂັນຈະໄດ້ຈັດຂຶ້ນໃນ ເວລາ18:30ໂມງວັນທີ30ທັນວາ 2022 ຢູ່ສະໜາມກິລາແຂວງ. ໂອກາດນີ້, ທ່ານເຈົ້າແຂວງ ຄໍາມ່ວນ ກໍໄດ້ແນະນໍາໃຫ້ພາກສ່ວນ ກ່ຽວຂ້ອງ ພ້ອມກັນເອົາໃຈໃສ່ກວດ ກາເບິ່ງຄວາມພ້ອມດ້ານຕ່າງໆ ໃນໜ້າວຽກງານຂອງຕົນ ເພື່ອ ເຮັດໃຫ້ການຈັດງານບັນລຸຕາມຈຸດ ປະສົງ ແລະ ເປົ້າໝາຍທີ່ວາງໄວ້, ພ້ອມທັງຮັບປະກັນໄດ້ຄວາມສະ ຫງົບ, ຄວາມເປັນລະບຽບຮ້ອຍ ພາຍໃນງານ. ສໍາລັບມື້ແຂ່ງຂັນໃນ ວັນທີ 30 ທັນວາ 2022 ຈະມີນັກ ມວຍມາຈາກ 4 ປະເທດ ເຂົ້າຮ່ວມ ແລະ ການຊົກມວຍມິດຕະພາບ ລາວ-ໄທ ອີກ 7 ຄູ່ ໂດຍຈະມີການ ຖ່າຍທອດສົດຈາກໂທລະພາບລາວ ສະຕຣາ ແລະ ໂທລະພາບຊ່ອງ +, 18 ແຫ່ງປະເທດໄທ ເລີ່ມແຕ່ເວລາ 18:15 ໂມງ ເປັນຕົ້ນໄປ. ທັງນີ້, ກໍເພື່ອເປັນການໂຄສະນາດ້ານການ ທ່ອງທ່ຽວຂອງແຂວງຄໍາມ່ວນ ໃຫ້ຄົນພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ດ້ານວັດທະນະທໍາ, ຮີດ ຄອງປະເພນີ, ວິຖີການດໍາລົງຂອງ ປະຊາຊົນບັນດາເຜົ່າພາຍໃນແຂວງ ລວມເຖິງສະຖານທີ່ທ່ອງທ່ຽວ ຕ່າງໆອອກສູ່ສາຍຕາຂອງຕ່າງປະ ເທດ ໄດ້ຮັບຮູ້ຢ່າງກວ້າງຂວາງ. ໂດຍ: ແດງສະຫວັດ ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ກອງປະຊຸມ ກາງສະໄໝທີ IX ຂອງອົງຄະນະ ພັກເມືອງໄຊຍະບູລີ ຈັດຂຶ້ນໃນວັນ ທີ 29 ທັນວາ 2022 ພາຍຫລັງທີ່ ໄດ້ດໍາເນີນຊີວິດການເມືອງ, ສໍາ ຫລວດກວດກາ ແລະ ຕໍານິສົ່ງຂ່າວ ເຊິ່ງກັນ ແລະ ກັນຂອງບັນດາສະ ຫາຍໃນຄະນະບໍລິຫານງານພັກ ເມືອງໄຊຍະບູລີ ສະໄໝທີ IX ໄລຍະ 2 ວັນຜ່ານມາ ໂດຍການເປັນປະ ທານຂອງສະຫາຍບຸນແທນທີແກ້ວ ກໍາມະການພັກແຂວງ, ເລຂາພັກ ເມືອງ, ເຈົ້າເມືອງໄຊຍະບູລີ ໂດຍມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ,ເລຂາພັກ ແຂວງ, ເຈົ້າແຂວງໄຊຍະບູລີ, ມີ ສະຫາຍ ດວງຕາ ໄຊວຸດ ຮອງເລ ຂາພັກແຂວງ, ມີໜ່ວຍປະຕິບັດ ງານຂອງແຂວງ, ມີບັນດາສະຫາຍ ໃນຄະນະບໍລິຫານງານພັກເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບ ຄຳຄິດຄຳເຫັນໃສ່ຮ່າງບົດສະຫລຸບ ຕີລາຄາການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງ ຄະນະພັກ ເມືອງໄຊຍະບູລີ, ແຜນ ພັດທະນາເສດຖະກິດ-ສັງຄົມແຕ່ປີ 2020-2022 ແລະ ທິດທາງແຜນ ການແຕ່ປີ 2023- 2024; ກອງ ປະຊຸມໄດ້ຕີລາຄາການຈັດຕັ້ງປະ ຕິບັດວຽກງານຮອບດ້ານໃນໄລຍະ ຜ່ານມາເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດທີ່ ພາໃຫ້ມີຈຸດອ່ອນ, ບົດຮຽນທີ່ຖອດ ຖອນໄດ້ໃນການນໍາ ພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ຂອງອົງຄະນະພັກເມືອງ. ພ້ອມນີ້, ກອງປະຊຸມຍັງໄດ້ເປັນ ເອກະພາບຮັບຮອງເອົາຜົນສຳເລັດ ໃນການນຳພາ-ຊີ້ນຳ 3 ປີຜ່ານ ມາ ໂດຍລວມແລ້ວໄລຍະຜ່ານມາ ເມືອງໄຊຍະບູລີ ໄດ້ສຸມໃສ່ນໍາພາຂຸດ ຄົ້ນທ່າແຮງບົ່ມຊ້ອນ ແລະ ຈຸດພິ ເສດຂອງເມືອງ ເຂົ້າໃນການພັດທະ ນາເສດຖະກິດຢ່າງຕັ້ງໜ້າເຮັດໃຫ້ ເສດຖະກິດຂອງເມືອງຂະຫຍາຍ ຕົວໃນລະດັບ 7% ຕໍ່ປີ, ລວມຍອດ ລາຍຮັບພາຍໃນເມືອງ2,7ຕື້ກີບ,ສະ ເລ່ຍ ໃສ່ຫົວຄົນ ໄດ້ 32,8 ລ້ານກີບ, ເທົ່າ1.930ໂດລາຕໍ່ຄົນຕໍ່ປີ, ທຽບໃສ່ ມະຕິກອງປະຊຸມໃຫຍ່ຍັງບໍ່ທັນບັນລຸ 1,6%; ເອົາໃຈໃສ່ແກ້ໄຂຄວາມ ທຸກຍາກຕາມດຳລັດ 348/ລບມາ ຮອດປັດຈຸບັນບັນລຸ 15.115 ຄອບ ຄົວ ເທົ່າກັບ 96,50%,ບ້ານພົ້ນ ທຸກຕາມ 8 ມາດຖານໄດ້ 75 ບ້ານ ເທົ່າກັບ 96,2%,ຄອບຄົວພັດທະ ນາຕາມ 19 ຕົວຊີ້ບອກບັນລຸແລ້ວ 14.203 ຄອບຄົວ ແລະ ສ້າງບ້ານ ພັດທະນາຕາມມາດຕະຖານ 88 ຕົວ ຊີ້ບອກ ໄດ້ 2 ບ້ານ. ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 28 ທັນວາ 2022 ນີ້, ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ, ພ້ອມຄະ ນະກຳມະການກວດກາຄວາມຄືບ ໜ້າຂັ້ນແຂວງ, ພະແນກໂຍທາທິ ການ ແລະ ຂົນສົ່ງແຂວງ ແລະພາກ ສ່ວນກ່ຽວຂ້ອງລົງຕິດຕາມກວດ ກາຜົນສຳເລັດ 100% ການສ້ອມ ແປງເສັ້ນທາງຫລັງລະດູຝົນຢູ່ເສັ້ນ ທາງ 2243 ປາກທາ ຫາຫ້ວຍແອ່ນ ຂອງບໍລິສັດ 14$ ກໍ່ສ້າງເຄຫາ ສະຖານ ແລະ ຂົວທາງ. ໂອກາດນີ້, ທ່ານ ອ່ອງຄຳ ໄຊຍະລາດຫົວໜ້າຫ້ອງການໂຍທາ ທິການ ແລະ ຂົນສົ່ງເມືອງປາກທາ ໄດ້ລາຍງານຜົນສຳເລັດໃນການ ຈັດຕັ້ງປະຕິບັດວຽກຟື້ນຟູ, ປັບປຸງ ໜ້າທາງຫລັງຝົນ, ກໍ່ສ້າງທໍ່ດາໂລ ເສັ້ນທາງເລກທີ 2243 ປາກທາ ຫາ ຫ້ວຍແອ່ນ ເມືອງປາກທາຂອງ ບໍລິສັດຜູ້ຮັບເໜົາ(14$) ທີ່ລົງ ມືຈັດຕັ້ງປະຕິບັດມາແຕ່ເດືອນ 11 ປີ 2021 ມາຮອດປັດຈຸບັນແມ່ນ ສຳເລັດ 100% ເຊິ່ງໜ້າວຽກທີ່ຈັດ ຕັ້ງປະຕິບັດມີຖົມໜ້າທາງດ້ວຍຫີນ ແຮ່, ຖົມດິນດີວັດສະດຸຂັດເລືອກ ຈາກບໍ່, ຕັດດິນຂະຫຍາຍໜ້າທາງ ບາງຈຸດ, ອະນາໄມປ່າແຄມທາງ, ວ່າງທໍ່ຟີ 60 ພ້ອມຝາປີກ ໄດ້ 60 ແຫ່ງ, ຈຳນວນ 435 ເເມັດ, ວ່າງ ທໍ່ຟີ 80 ພ້ອມຝາປີກ ໄດ້ 6 ແຫ່ງ, ຈຳນວນ 64 ແມັດ ແລະ ວ່າງທໍ່ຟີ 100 ພ້ອມຝາປີກ ໄດ້ 4 ແຫ່ງ ຈຳນວນ 64 ແມັດ ແລະ ສຳເລັດ ການກໍ່ສ້າງທໍ່ດາໂລ່ (ທໍ່ບÐ ອກ) 7 ແຫ່ງ ເຊິ່ງມີຄວາມຍາວທັງໝົດ 34,5 ກິໂລແມັດ, ລວມມູນຄ່າການ ກໍ່ສ້າງທັງໝົດ 5,7 ຕື້ກີບ. ຈາກນັ້ນ, ຄະນະກຳມການກວດ ກາຂັ້ນແຂວງ, ພະແນກໂຍທາທິ ການ ແລະ ຂົນສົ່ງແຂວງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງກວດ ກາ ການຈັດຕັ້ງປະຕິບັດຜົນສຳເລັດ ວຽກຕົວຈິງ ຢູ່ພາກສະໜາມ ເພື່ອ ຍັ້ງຍືນບໍລິມາດຜົນສຳເລັດ 100% ຂ່າວ-ພາບ: ວັນນະເດດ ຂປລ. ກອງປະຊຸມຄົບຄະນະ ບໍລິຫານງານພັກ ເມືອງຈັນທະບູລີ ກາງສະໄໝທີ 7 ຈັດຂຶ້ນໃນວັນທີ 28 ທັນວາ 2022 ໂດຍການເປັນ ປະທານຂອງ ສະຫາຍ ດວງຕາ ສຸລິວົງ ເລຂາພັກເມືອງເຈົ້າເມືອງ, ເມືອງຈັນທະບູລີ ໂດຍມີສະຫາຍ ວິລະສັກ ນາມມຸນຕີ ຄະນະປະຈຳ ພັກ, ປະທານກວດກາພັກ, ອົງການ ກວດກາລັດ ນະຄອນຫລວງວຽງ ຈັນ, ມີບັນດາຄະນະປະຈຳພັກ, ຄະ ນະພັກຮາກຖານ, ໜ່ວຍພັກ ແລະ ສະມາມາຊິກພັກ ເຂົ້າຮ່ວມ. ສະຫາຍພຸດທະພອນໂຄດປັນຍາ ຮອງເລຂາພັກເມືອງ, ຮອງເຈົ້າ ເມືອງຈັນທະບູລີ ໄດ້ໃຫ້ຮູ້ວ່າ: ໃນ ໄລຍະຜ່ານມາ ຄະນະພັກເມືອງໄດ້ ຕິດຕາມກວດກາການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ 7 ຂອງ ອົງຄະນະພັກເມືອງ ໂດຍຖືເອົາ ການດໍາເນີນຊີວິດການເມືອງ ແລະ ປະເມີນການກໍ່ສ້າງໜ່ວຍພັກ ປອດ ໃສ ເຂັ້ມແຂງ ໜັກແໜ້ນສາມາດປະ ຕິບັດໄດ້ສຳເລັດ 78 ໜ່ວຍພັກ, ຂະ ຫຍາຍພັກໄດ້ 296 ສະຫາຍ,ທຽບ ໃສ່ຄາດສູ້ຊົນຂອງກອງປະຊຸມໃຫຍ່ ແມ່ນລື່ນຄາດໝາຍ91,33%,ກວດ ກາການນຳພາຂອງຄະນະພັກ, ອົງ ການປົກຄອງ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນໃນການ ຈັດຕັ້ງພາລະບົດບາດ, ສິດ, ໜ້າທີ່ ຂອງຕົນ, ສຳເລັດການແຈ້ງຊັບສິນ ຂອງພະນັກງານ-ລັດຖະກອນ 554 ສະບັບ, ໂຄງການລົງທຶນຂອງລັດ 3 ໂຄງການ ມູນຄ່າ 5,2 ຕື້ກວ່າກີບ. ໃນນີ້ ສຳເລັດ 1 ໂຄງການມູນຄ່າ 249 ລ້ານກວ່າກີບ, ຕິດຕາມລາຍ ຮັບ-ລາຍຈ່າຍງົບປະມານຂອງລັດ ຖືກຕ້ອງຕາມລະບຽບກົດໝາຍ, ລົງກວດກາໂຮງງານ ແລະ ຮ້ານ ຂາຍເຄື່ອງເຟີນີເຈີ 17 ແຫ່ງ, ເກັບ ກຳຫົວໜ່ວຍທຸລະກິດທີ່ມີຢູ່ຕົວຈິງ ທັງໝົດ 4.302 ຫົວໜ່ວຍ, ຫົວ ໜ່ວຍທຸລະກິດເປີດໃໝ່ 687 ຫົວ ໜ່ວຍ, ຈົດທະບຽນວິສາຫະກິດໄດ້ 927 ຫົວໜ່ວຍ, ວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບໄດ້ ສ້າງຕັ້ງຂອງກຳລັງກອງຫລອນ ຄືນໃໝ່ 30 ບ້ານ, ສ້າງຕັ້ງໄດ້ 5 ກອງຮ້ອຍ, ມີ 193 ສະຫາຍ. ພ້ອມກັນນັ້ນ, ໃນກອງປະຊຸມ ຍັງໄດ້ຮັບຟັງລາຍງານການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ລົງເລິກການສຳຫລວດແລະຂຸດຄົ້ນ ລາຍຮັບປະຈຳປີ, ການປ້ອງກັນ, ຄວບຄຸມ, ແກ້ໄຂການແພ່ລະບາດ ພະຍາດໂຄວິດ-19, ດໍາເນີນຊີວິດ ການເມືອງ ແລະ ສຳຫລວດບຸກຄົນ ໃນຄະນະບໍລິຫານງານພັກເມືອງ ເພື່ອພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດ-ຄຳເຫັນໃນ ການນຳພາ-ຊີ້ນຳຂອງອົງຄະນະ ພັກເມືອງຊອກໄດ້ເຖິງດ້ານດີ, ດ້ານ ອ່ອນ, ຂໍ້ຄົງຄ້າງພ້ອມກັນແກ້ໄຂບັນ ດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍ ໃນເມືອງ ທີ່ເປັນບັນຫາກົດໜ່ວງ ການພັດທະນາເສດຖະກິດ-ສັງ ຄົມ, ໄດ້ຄົ້ນຄວ້າຊອກຫາ ແລະ ກຳ ນົດວິທີການທີ່ເທດເໝາະຂອງແຕ່ ລະຂົງເຂດວຽກງານ ເພື່ອເປັນພື້ນ ຖານໃຫ້ແກ່ການພັດທະນາ ເພື່ອ ຍົກລະດັບຊີວິດການເປັນຢູ່ຂອງປະ ຊາຊົນພາຍໃນເມືອງໃຫ້ນັບມື້ນັບ ດີຂຶ້ນ, ກ້າວໄປສູ່ຄວາມມັ່ງຄັ່ງເຂັ້ມ ແຂງ ສັງຄົມມີຄວາມຍຸຕິທຳສີວິໄລ. ຂ່າວ: ລິນດາ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີເປີດ ສູນບໍລິການຈັດຫາງານທັງພາຍໃນ ແລະ ຕ່າງປະເທດ ຢູ່ຫ້ອງການແຮງ ງານ ແລະ ສະຫວັດດີການສັງຄົມ ເມືອງຈຳພອນ ຈັດຂຶ້ນໃນວັນທີ 27 ທັນວາ 2022 ໂດຍມີທ່ານ ຄຳຕາ ສິນນະສອນ ຮອງເຈົ້າເມືອງ ຈຳພອນ, ມີຄູຝຶກ ແລະ ຫົວໜ້າຮອງຫົວໜ້າຫ້ອງການ ແລະ ນາຍ ບ້ານເທສະບານເມືອງ ເຂົ້າຮ່ວມ. ໃນພິທີ, ທ່ານ ແກ້ວພູວັງ ສຸວັນດີ ຮອງຫົວໜ້າພະແນກແຮງງານ ພາຍໃນກົມການຈັດຫາງານຂອງ ກະຊວງແຮງງານສະຫວັດດີການ ສັງຄົມໄດ້ມີຄຳເຫັນແນະນຳໃນ ຂອດອຳນວຍຄວາມສະດວກໃຫ້ ແກ່ບັນດາຫົວໜ່ວຍແຮງງານຢູ່ບັນ ດາເມືອງ ທີ່ຕ້ອງການແຮງງານ ແລະ ຜູ້ອອກແຮງງານໄດ້ເຂົ້າເຖິງ ການບໍລິການຈັດຫາງານຢ່າງເປັນ ລະບົບ. ສະນັ້ນ, ກະຊວງແຮງງານ ກໍຄື ພະແນກແຮງງານ ແລະ ສະ ຫວັດດີການສັງຄົມແຂວງ ຈຶ່ງໄດ້ ເລືອກເອົາເມືອງ ເພື່ອໃຫ້ຜູ້ອອກ ແຮງງານທີ່ຕ້ອງການສະໝັກງານ ແລະ ຕ້ອງການໄປເຮັດວຽກຢູ່ພາຍ ໃນປະເທດ ແລະ ຕ່າງປະເທດທີ່ຖືກ ຕ້ອງຕາມກົດໜາຍ ແລະ ປອດໄພ ເພື່ອໃຫ້ເຂົ້າເຖິງວ່ອງໄວ ແລະ ທັນ ເວລາ, ພ້ອມນີ້ກໍເພື່ອຫລຸດຜ່ອນອັດ ຕາການຫວ່າງງານລົງ. ພ້ອມນີ້, ທ່ານຍັງໄດ້ເນັ້ນຈຸດບໍລິ ການຈັດຫາງານດັ່ງກ່າວ ຕ້ອງໄດ້ ເຮັດໜ້າທີ່ໃນການຂຶ້ນທະບຽນຜູ້ ຕ້ອງການມີວຽກເຮັດງານທຳໃນ ລະບົບປະກັນສັງຄົມ ແລະ ຜູ້ຫວ່າງ ງານທົ່ວໄປ, ຂຶ້ນທະບຽນຕໍາແໜ່ງ ຫວ່າງງານ ແລະ ຊອກຫາຕະ ຫລາດແຮງງານພາຍແຂວງ ຫລື ພາຍໃນ ແລະ ຕ່າງປະເທດ (ໃນລະ ບົບຂໍ້ມູນຂ່າວສານ ເວັບບາວເຊີ, htt: www. LNJ. (ov. la). ໂອກາດດຽວກັນ, ທ່ານ ຄຳຕາ ສິນນະສອນ ຮອງເຈົ້າເມືອງ ກໍໄດ້ ສະແດງຄວາມຍິນດີຕໍ່ສູນບໍລິການ ຈັດຫາງານທີ່ໄດ້ໃຫ້ຄວາມສຳຄັນ ຕໍ່ຜູ້ທີ່ຫວ່າງງານຫລືຕ້ອງການເຮັດ ວຽກພາຍໃນແລະມີອາຊີບ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ສູນແຮງງານ ເອົາໃຈໃສ່ໃນການລົງເຜີຍແຜ່ໃນ ກຸ່ມບ້ານ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານ ແລະ ສາມາດສະໝັກດ້ວຍຕົນເອງ.
RkJQdWJsaXNoZXIy MTc3MTYxMQ==