5228

ry mu [klu l6j 0;a o xtgrou ]k; muj ,u ,kc8j [6 Iko 30/12/2022 xtgmf]k; 4 3]d c]t gsfdko gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ສະພາຮັບຮອງ... ຕໍ່ຈາກໜ້າ ໝາຍ ຈຳນວນ 12 ສະບັບ. ໃນນັ້ນ, ກົດ ໝາຍສະບັບປັບປຸງ9ສະບັບແລະສ້າງ ໃໝ່ ຈຳນວນ 3 ສະບັບ ທີ່ສະເໝີໂດຍ ບັນດາຂະແໜງການທີ່ກ່ຽວຂ້ອງ. ກົດໝາຍ 12 ສະບັບ ທີ່ສະພາແຫ່ງ ຊາດຮັບຮອງເອົາໃນຄັ້ງນີ້, ປະກອບມີ ກົດໝາຍສະບັບປັບປຸງ 9 ສະບັບຄື: ກົດໝາຍວ່າດ້ວຍທະນາຍຄວາມ, ກົດ ໝາຍວ່າດ້ວຍ ທະບຽນສານ, ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະ ຍາດຕິດຕໍ່, ກົດໝາຍວ່າດ້ວຍວິສາຫະ ກິດ, ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ, ກົດໝາຍວ່າດ້ວຍ ອົງການໄອຍະການທະຫານ, ກົດໝາຍ ວ່າດ້ວຍ ທຸລະກຳທາງເອເລັກໂຕຣນິກ, ກົດໝາຍວ່າດ້ວຍ ການກວດສອບແຫ່ງ ລັດ ແລະ ກົດໝາຍວ່າດ້ວຍການກວດ ກາລັດ. ສ່ວນກົດໝາຍສ້າງໃໝ່ມີ3ສະ ບັບຄື: ກົດໝາຍວ່າດ້ວຍຫໍພິພິທະພັນ, ກົດໝາຍວ່າດ້ວຍການທາງນໍ້າ, ກົດ ໝາຍວ່າດ້ວຍໜັງສືຜ່ານແດນ. ກົດໝາຍດັ່ງກ່າວ, ລ້ວນແລ້ວ ແຕ່ມີ ຄວາມສຳຄັນ ແລະ ຈຳເປັນໃນຊຸກຍູ້ ການຈັດຕັ້ງປະຕິບັດແນວທາງ, ນະໂຍ ບາຍຂອງພັກ, ລັດ. ພາຍຫລັງກົດໝາຍ ດັ່ງກ່າວ, ໄດ້ຖືກຮັບຮອງແລະ ປະກາດ ໃຊ້ຢ່າງເປັນທາງການແລ້ວ ຈະກາຍ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະ ຕິບັດວຽກງານຕ່າງໆ ຂອງແຕ່ລະຂະ ແໜງການ ໃຫ້ແທດເໝາະກັບສະພາບ ຕົວຈິງ, ສອດຄ່ອງກັບແຜນພັດທະນາ ເສດຖະກິດ-ສັງຄົມ ຕາມແຕ່ລະໄລຍະ ໃຫ້ດຳເນີນໄປຢ່າງໂລງລ່ຽນຖືກຕ້ອງ, ສອດຄ່ອງກັບແນວທາງທີ່ພັກ ແລະ ລັດຖະບານ ວາງອອກ. ຂ່າວ: ກິດຕາ; ພາບ: ເກດສະໜາ ວັນທີ22-23 ທັນວາ 2022 ໂດຍການ ເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ກອງປະຊຸມໄດ້ຮັບຟັງການລາຍງານ ຂອງອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ຊຶ່ງໄດ້ສະ ຫລຸບການເຄື່ອນໄຫວວຽກງານປະຈຳ ປີ 2022 ແລະ ທິດທາງແຜນການ ເຄື່ອນໄຫວ ປະຈໍາປີ 2023, ບົດລາຍ ງານຜົນການກວດສອບບົດສະຫລຸບ ຂາດຕົວການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດ ປະຈຳປີ 2021 ແລະ ບົດລາຍງານຜົນການກວດກາ ຕາມມະຕິສະພາແຫ່ງຊາດ ຈາກທ່ານ ປະທານຂອງສອງອົງການດັ່ງກ່າວ ແລະ ຄະນະປະຈໍາສະພາແຫ່ງຊາດ ກໍໄດ້ປະກອບຄໍາເຫັນ. ຈາກນັ້ນ, ບັນດາທ່ານ ສສຊ ໄດ້ປະ ກອບຄຳຄິດຄຳເຫັນຢ່າງກົງໄປກົງ ມາ, ລົງເລິກຄົ້ນຄວ້າ, ວິເຄາະ-ວິໄຈດ້ວຍ ຄວາມຮັບຜິດຊອບສູງ, ມີບັນຍາກາດ ທີ່ຟົດຟື້ນ, ມີຈຸດສຸມ, ຍົກໃຫ້ເຫັນດ້ານ ດີ, ດ້ານອ່ອນ-ຂໍ້ຄົງຄ້າງແລະ ບົດຮຽນ ທີ່ຖອດຖອນໄດ້ ເພື່ອໃຫ້ອົງການກວດ ກາແຫ່ງລັດ ແລະ ອົງການກວດສອບ ແຫ່ງລັດ ນໍາໄປປັບປຸງແກ້ໄຂ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ກວ່າເກົ່າ ເຊິ່ງສາມາດສັງ ລວມໂດຍ ຫຍໍ້ບັນຫາທີ່ພົ້ນເດັ່ນ ຄື: ກອງປະຊຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ອົງການກວດສອບແຫ່ງ ລັດ ແລະ ອົງການກວດກາແຫ່ງລັດ ທີ່ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍ ໃນການຈັດຕັ້ງປະຕິບັດວຽກງານ ປີ ແລະ ຫວນຄືນສາຍພົວພັນ ຈີນ-ລາວ ໃນປີ 2022 ແລະ ແຈ້ງສະພາບການ ແລະ ຂໍ້ຄິດເຫັນກ່ຽວກັບການຈັດຕັ້ງ ຜັນຂະຫຍາຍຜົນການພົບປະກັນ ລະ ຫວ່າງ ການນຳຂັ້ນສູງສຸດ ລາວ-ຈີນ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ຢ່າງຮອບດ້ານ. ສະຫາຍ ຈຽງຈ້າຍຕົງ ໄດ້ກ່າວວ່າ: ປີທີຜ່ານມາ ສາຍພົວພັນ ລາວ-ຈີນ ໄດ້ ດຳເນີນງານໄປໃນລະດັບສູງ ການສ້າງ ຄູ່ຮ່ວມຊາຕາກຳໄດ້ຮັບການຊຸກຍູ້ຢ່າງ ເລິກເຊິງ, ໂດຍຕອບສະໜອງຕາມການ ເຊື້ອເຊີນຂອງ ສະຫາຍ ສີ ຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງ ພັກ ແລະ ປະທານປະເທດ ແຫ່ງ ສປ ຈີນ, ສະຫາຍ ທອງລຸນ ສີສຸລິດ, ເລຂາ ທິການໃຫຍ່ຄະນະບໍລິຫານງານສູນ ກາງພັກ ແລະ ປະທານປະເທດ ແຫ່ງ ສປປ ລາວ ໄດ້ດຳເນີນການຢ້ຽມຢາມ ລັດຖະກິດຢູ່ ສປ ຈີນ ໃນວັນ 29 ພະຈິກ ຫາ ວັນທີ 1 ທັນວາ 2022, ການ ຢ້ຽມ ຢາມຄັ້ງນີ້ ໄດ້ສືບຕໍ່ກຳນົດທິດທາງ ແລະ ເພີ່ມພະລັງຊີວິດຊີວາໃຫ້ແກ່ການ ພັດທະນາຂະຫຍາຍຕົວຂອງສາຍພົວ ພັນ ລາວ-ຈີນ. ທຸກຂະແໜງການຂອງ ສອງປະເທດ ໄດ້ຕັ້ງໜ້າປະຕິບັດຄວາມ ຮັບຮູ້ເອກກະພາບກັນ ລະຫວ່າງ ການ ນຳຂັ້ນສູງສອງຝ່າຍ, ຊຸກຍູ້ໃຫ້ການ ຮ່ວມມືທຸກຂົງເຂດມີໝາກຜົນອັນອຸ ດົມສົມບູນ. ລວມຍອດການຄ້າສອງ ຝ່າຍ ໄດ້ເພີ່ມຂຶ້ນ 6.9% ເມື່ອທຽບໃສ່ ປີ 2021, ສປປ ລາວ ໄດ້ເປັນປະເທດ 2022ດ້ວຍຜົນສໍາເລັດ,ທັນເວລາແລະ ສາມາດລາຍງານຕໍ່ກອງປະຊຸມສະພາ ແຫ່ງຊາດ; ກອງປະຊຸມໄດ້ເປັນເອກະ ພາບ ແລະ ຕີລາຄາວ່າ ການລະເມີດ ກົດໝາຍ ທີ່ກ່ຽວຂ້ອງຂອງບັນດາຫົວ ໜ່ວຍງົບປະມານມີລັກສະນະຊຳເຮື້ອ, ເປັນບັນຫາເກົ່າ ຊຶ່ງການແກ້ໄຂຜົນ ການກວດສອບ-ກວດກາ ຍັງແກ້ໄຂໄດ້ ໜ້ອຍ, ແກ້ໄຂບໍ່ເດັດຂາດ, ບໍ່ທັນຂາດ ຕົວ, ບໍ່ທັນການ ແລະ ແກ່ຍາວເວລາ ຫລາຍປີ ເປັນຕົ້ນການເກັບກູ້ລາຍຮັບທີ່ ກວດເຫັນເພີ່ມ, ການເກັບກູ້ໜີ້ຕ້ອງ ຮັບ, ການຊຳລະສະສາງເງິນຈ່າຍລ່ວງ ໜ້າໃນຄັງເງິນແຫ່ງຊາດ ແລະ ບັນຫາ ອື່ນໆ; ກອງປະຊຸມໄດ້ສະເໜີໃຫ້ອົງ ການກວດສອບແຫ່ງລັດ ແລະ ອົງການ ກວດກາແຫ່ງລັດ ເອົາໃຈໃສ່ຄົ້ນຄວ້າ, ວິເຄາະ, ວິໄຈບັນຫາ ໃຫ້ລະອຽດເລິກ ເຊິ່ງ ເພື່ອໃຫ້ເຫັນໄດ້ສາເຫດຂອງການ ລະເມີດ ແລະ ມີມາດຕະການແກ້ໄຂທີ່ ຖືກຕ້ອງ, ເຂັ້ມງວດ, ເດັດຂາດຕໍ່ຫົວ ໜ່ວຍງົບປະມານທີ່ລະເມີດ. ພ້ອມກັນ ນັ້ນ, ໃຫ້ເອົາໃຈໃສ່ວຽກການສ້າງຄວາມ ເຂັ້ມແຂງດ້ານວິຊາສະເພາະ, ຍົກສູງ ຈັນຍາບັນຈັນຍາທໍາ ຂອງພະນັກ ງານ ແລະ ນັກກວດສອບ-ກວດກາ ໃຫ້ມີ ຄວາມເດັດຂາດ, ເປັນມືອາຊີບ ແລະ ຫັນເປັນທັນສະໄໝ ຮັບປະກັນການສະ ໜອງຂໍ້ມູນໃຫ້ເປັນລະບົບ, ຄົບຖ້ວນ ແລະ ທັນເວລາ. ສຳລັບການກຳນົດເປົ້າໝາຍກວດ ສອບ-ກວດກາ ໃນປີ 2023, ກອງປະ ຊຸມໄດ້ ສະເໜີໃຫ້ 2 ອົງການດັ່ງກ່າວ ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມແຜນ ກໍານົດ ໂດຍມີຈຸດສຸມ ແລະ ສຸມໃສ່ເປົ້າ ໝາຍທີ່ຕິດພັນກັບການສະຫລຸບຂາດ ຕົວການຈັດຕັ້ງປະຕິບັດແຜນງົບປະ ມານແຫ່ງລັດ ປີ 2022, ເປົ້າໝາຍທີ່ ຕິດພັນກັບວາລະແຫ່ງຊາດ, ກອງທຶນ ທາງ, ໂຄງການລົງທຶນຕາມເປົ້າໝາຍ ພັດທະນາແບບຍືນຍົງ, ໂຄງການລົງ ທຶນຂອງລັດຂະໜາດໃຫຍ່, ການພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກແລະການແກ້ໄຂໄພພິບັດທາງ ທຳມະຊາດ; ກອງປະຊຸມສະເໜີໃຫ້ເອົາ ໃຈໃສ່ການປະສານສົມທົບ ແລະ ປັບ ປຸງກົນໄກການປະສານງານ ລະຫວ່າງ ອົງການກວດສອບແຫ່ງລັດ, ອົງການ ກວດກາແຫ່ງລັດ ກັບ ພາກສ່ວນກ່ຽວ ຂ້ອງ ເປັນຕົ້ນ ສະພາແຫ່ງຊາດ, ສະພາ ປະຊາຊົນຂັ້ນແຂວງ ໃຫ້ມີຄວາມກົມ ກຽວ, ຄ່ອງຕົວ, ການສະໜອງ, ແລກ ປ່ຽນຂໍ້ມູນ-ຂ່າວສານ ເປັນລະບົບ, ຄົບ ຖ້ວນ ແລະ ທັນການ ເພື່ອຮັບປະກັນໃຫ້ ວຽກງານກວດສອບ-ກວດກາ ມີປະ ສິດທິພາບ, ປະສິດທິຜົນ ແລະ ມີຜົນສັກ ສິດ; ກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກ ໃສ່ຄວາມເດັດຂາດ ໃນການແກ້ໄຂຜົນ ການກວດສອບ-ກວດກາ ໂດຍໄດ້ເປັນ ເອກະພາບ ສະເໜີໃຫ້ລັດຖະບານເອົາ ໃຈໃສ່ນຳພາ-ຊີ້ນໍາ ຫົວໜ່ວຍງົບປະ ມານແກ້ໄຂຜົນການກວດສອບ-ກວດ ກາຢ່າງຈິງຈັງ, ເດັດຂາດ ແລະ ຂາດ ຕົວ ໂດຍໃຫ້ຖືເອົາການແກ້ໄຂຜົນການ ກວດສອບ-ກວດກາ ເປັນເງື່ອນໄຂ ແລະບ່ອນອີງໃນການຕີລາຄາ, ປະເມີນ ຜົນງານ ຫລື ປະຕິບັດນະໂຍບາຍຕໍ່ ການຈັດຕັ້ງ ແລະ ພະນັກງານ-ລັດຖະ ກອນ. ພ້ອມນີ້, ໃຫ້ລັດຖະບານຈັດສັນ ງົບປະມານແລະສະໜອງເຄື່ອງມືອຸປະ ກອນທີ່ຈຳເປັນຕໍ່ວຽກງານກວດສອບກວດກາ ເພື່ອຍົກສູງຄຸນນະພາບ, ເຕັກ ນິກ ແລະ ມາດຕະຖານຕ່າງໆ ຂອງ ວຽກງານກວດສອບ-ກວດກາ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ. ຜົນພິຈາລະນາ... ຕໍ່ຈາກໜ້າ za o0tspkpdkorq ;ra oIj ;,,n grnj v-5 dp6h dkolh k'76j Ij ;,-k8kde]k;{9u o ຕໍ່ຈາກໜ້າ ແຂກຫລັກໃນງານຕະຫລາດສິນຄ້າ ລະຫວ່າງ ຈີນ-ອາຊີໃຕ້, ການຂົນສົ່ງ ສິນຄ້າ ແລະ ຜູ້ໂດຍສານຂອງຂະບວນ ລົດໄຟ ລາວ-ຈີນ ກຳລັງຟົດຟຶ້ນ, ເສັ້ນ ທາງດ່ວນ ລະຫວ່າງ ວຽງຈັນ ຫາ ວັງ ວຽງ ໄດ້ດຳເນີນງານເປັນຢ່າງດີ, ສະ ຖານີເຂື່ອນໄຟຟ້ານໍ້າທາ ໄດ້ຂາຍສົ່ງໄຟ ຟ້າໄປແຂວງຢຸນນານ ສປ ຈີນ ຊຶ່ງໄດ້ ບັນລຸການເຊື່ອມໂຍງເຂົ້າກັນເປັນຕາ ໜ່າງໄຟຟ້າ ແລະ ຈັດສົ່ງໄຟຟ້າກັນ ລະ ຫວ່າງ ຈີນ-ລາວ ເປັນຄັ້ງທຳອິດ ໃນ ຮອບ 12 ປີ ຜ່ານມາ,ໂຄງການຊ່ວຍ ເຫລືອລ້າຂອງຈີນ ຕໍ່ລາວມີ 3 ໂຄງ ການໄດ້ເລິ່ມປະຕິບັດ, 2 ໂຄງການໄດ້ ສ້າງສຳເລັດ ແລະ ມອບໂອນໃຫ້ຝ່າຍ ລາວ, 6 ໂຄງການໄດ້ເຊັນສານແລກ ປ່ຽນນຳກັນ. ກອງທັບສອງປະເທດ ໄດ້ ຈັດການແລກປ່ຽນສັນທະວະໄມຕີ ຕາມ ເຂດຊາຍແດນ, ການຊ້ອມຮົບຮ່ວມກັນ ກ່ຽວກັບການກອບກູ້ທາງແພດ (ຂະ ບວນລົດໄຟສັນຕິພາບ) ໄດ້ດຳເນີນ ເປັນປົກກະຕິ, ວຽກງານການຮ່ວມມື ກັນຂອງສູນຮ່ວມມືວຽກງານຕຳຫລວດ ລະຫວ່າງລາວ-ຈີນໄດ້ດຳເນີນໄປຢ່າງ ປົກກະຕິ, ທັງສອງຝ່າຍໄດ້ຮ່ວມກັນ ດຳເນີນວຽກງານປ້ອງກັນຄວາມປອດ ໄພຕາມເສັ້ນທາງລົດໄຟ ລາວ-ຈີນ. ໝາກຜົນທີ່ກ່າວມາ ເປັນພຽງບາງ ດ້ານຂອງສາຍພົວພັນສອງປະເທດ ເຖິງຈະບໍ່ສາມາດສ່ອງແສງເຖິງທຸກໆ ຂົງເຂດຂອງການຮ່ວມມືລາວ-ຈີນແຕ່ ກໍສາມາດສ່ອງແສງເຖິງສະພາບລວມ ຂອງສາຍພົວພັນສອງຝ່າຍ ທັງໄດ້ສະ ແດງເຖິງຄວາມມຸ່ງມາດປາດຖະໜາ ຮ່ວມກັນຂອງສອງຝ່າຍ ທີ່ຈະຜ່ານຜ່າ ການກະທົບທີ່ມາຈາກພະຍາດໂຄວິດ- 19 ແລະ ຕອບໂຕ້ກັບສິ່ງທ້າທາຍພາຍ ນອກທີ່ກຳລັງຜັນແປໄປຢ່າງສັບສົນ. ນີ້ແມ່ນໝາກຜົນທີ່ມາຈາກຄວາມມາ ນະພະຍາຍາມຮ່ວມກັນຂອງສອງຝ່າຍ, ສຳຄັນກ່ອນແມ່ນໄດ້ມີການນຳພາ ກຳ ກັບແບບຍຸດທະສາດຈາກການນຳຂັ້ນ ສູງສຸດຂອງສອງພັກ ແລະ ລັດ ລາວຈີນ, ສະນັ້ນ ການທີ່ໄດ້ພົບປະກັນແບບ ເຊິງໜ້າກັນລະຫວ່າງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກ ແລະ ປະທານ ປະເທດ ແຫ່ງ ສປປ ລາວ ກັບ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກຳ ມະການສູນກາງພັກ ແລະ ປະທານປະ ເທດ ແຫ່ງ ສປ ຈີນ ກໍ່ແມ່ນໝາກຜົນທີ່ ສຳຄັນກວ່າໝູ່ແລະມີຄວາມສຳຄັນໃຫ້ ແກ່ສາຍພົວພັນສອງປະເທດ ລາວ-ຈີນ ໃນປີ 2022. ການຢ້ຽມຢາມ ສປ ຈີນ ຄັ້ງນີ້ແມ່ນການຢ້ຽມຢາມ ສປ ຈີນ ຄັ້ງ ທຳອິດ ພາຍຫລັງທີ່ ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບເລືອກຕັ້ງເປັນການນຳ ຂັ້ງສູງສຸດຂອງລາວ ແລະ ເພິ່ນກໍ່ເປັນຜູ້ ນຳຜູ້ທຳອິດທີ່ຢ້ຽມຢາມ ສປ ຈີນ ດ້ວຍ ຖານະເລຂາທິການໃຫຍ່ ແລະ ປະທານ ປະເທດພາຍຫລັງກອງປະຊຸມໃຫຍ່ຄັ້ງ ທີ XX ຂອງພັກກອມມູນິດຈີນ ຊຶ່ງໄດ້ ສະແດງລັກສະນະພິ ເສດຂອງສາຍພົວ ພັນ ລາວ-ຈີນ. ຖະແຫລງການຮ່ວມທີ່ ປະກາດໃນການຢ້ຽມຢາມຄັ້ງນີ້ ໄດ້ຊີ້ ອອກວ່າຢືນຢູ່ຕໍ່ໜ້າການປ່ຽນແປງທີ່ມາ ຈາກໂລກຍຸກສະໄໝແລະປະຫວັດສາດ, ອ່ານຕໍ່ສະບັບໜ້າ * hບາສີi ເປັນພິທີການໜຶ່ງຂອງ ປະເພນີລາວເຊິ່ງຊາວລາວມັກເອີ້ນກັນ ວ່າ hສູ່ຂວັນi. ເພິ່ນຈັດບາສີ ຂຶ້ນເພື່ອ ສະເຫລີມສະຫລອງເຫດການ ຫລື ວັນ ສຳຄັນຕ່າງໆ ໂດຍສະເພາະເປັນວັນທີ່ ມີຄວາມໝາຍ ແລະ ປຶ້ມປິຕິຍິນດີຂອງ ເຈົ້າພາບຜູ້ທີ່ຈັດພິທີເຊັ່ນໃນວັນຂຶ້ນປີໃໝ່ ລາວ, ສູ່ຂວັນນາກ ກ່ອນຈະເຂົ້າສູ່ວັດ, ຮັບຂັວນຄົນທີ່ຟື້ນຈາກການເຈັບໄຂ້ໄດ້ ປ່ວຍໃໝ່ໆ, ພິທີແຕ່ງດອງ, ຂຶ້ນເຮືອນ ໃໜ່, ເດັກເກີດໃໝ່ ຫລື ອອກກຳ, ຕ້ອນ ຮັບແຂກບ້ານແຂກເມືອງ ຫລື ຍາດພີ່ ນ້ອງທີ່ເດີນທາງມາແຕ່ໄກ ເພື່ອມາຢ້ຽມ ຢາມ ຫລື ກຳລັງຈະເດີນທາງໄປໄກ. ການຈັດພິທີບາສີ ແມ່ນຈັດຂຶ້ນວັນ ໃດກໍໄດ້ຕະຫລອດປີ, ແຕ່ໂດຍສ່ວນ ໃຫຍ່ແລ້ວ ເພິ່ນຈະອີງຕາມການຄິດໄລ່ ຂອງຜູ້ເຖົ້າຜູ້ແກ່ ເພື່ອຫາມື້ສັນວັນດີ ເຊິງອີງຕາມປະຕິທິນທາງສາສະໜາ ຄືອີງຕາມເດືອນແຮມ ຫລື ເດືອນ ອອກ ໃໝ່. ສ່ວນຫລາຍ ມັກຈັດຂຶ້ນກ່ອນທ່ຽງ ຫລື ກ່ອນຕາເວັນຕົກດິນເພາະມີຄວາມ ເຊື່ອວ່າ ຊີວິດຈະໄດ້ຮຸ່ງເຮືອງບໍ່ທົດ ຖອຍລົງເໝືອນດັ່ງດວງຕາເວັນ ທ່ີກຳ ລັງຈະຕົກດິນ. ຄວາມໝາຍຂອງການ ຈັດບາສີສູ່ຂວັນມີຢູ່ວ່າ: ປະຊາຊົນຄົນ ລາວມີຄວາມເຊື່ອກັນວ່າ ທຸກຄົນເກີດ ມາ ຕ້ອງມີອະໄວຍະວະຄົບຖ້ວນ 32 ປະການ ພ້ອມທັງມີຂັວນປະຈຳຢູ່ນຳ ແຕ່ລະສ່ວນ ຈິ່ງຖືວ່າເປັນຄົນທີ່ສົມບູນ ແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ; ຖ້າຂວັນຂອງອະໄວຍະວະ ໃດໜຶ່ງຫາກ ຫາຍ ຫລື ອອກຈາກໄປທີ່ອື່ນກໍອາດ ເຮັດໃຫ້ຄົນໆນັ້ນ ບໍ່ສະບາຍເຈັບໄຂ້ໄດ້ ປ່ວຍຫລືອາດໄດ້ຮັບເຄາະຮ້າຍຫລືບໍ່ມີ ໂຊກດັ່ງນີ້ເປັນຕົ້ນ. ດັ່ງນັ້ນການສູ່ຂວັນ ຈຶ່ງເປັນພິທີອັນໜຶ່ງ ເພື່ອເອີ້ນຂວັນກັບ ຄືນມາຢູ່ນຳພາກສ່ວນຕ່າງໆ ຂອງຮ່າງ ກາຍຢ່າງຄົບຖ້ວນເໝືອນເດີມ ເພື່ອ ໃຫ້ຄົນໆ ນັ້ນມີສຸຂະພາບແຂງແຮງ, ມີໂຊກໄຊ ມີຄວາມສຳເລັດ ໃນການປະ ຕິບັດວຽກງານ ຫລື ມີຄວາມປອດໄພ ໃນການເດີນທາງ. ເຄື່ອງປະກອບໃນງານບາສີ ມີພາ ຂວັນ, ເຂົ້າຕົ້ມ ເຂົ້າໜົມ, ໄຂ່ຕົ້ມ, ໄກ່ ຕົ້ມ, ເຫລົ້າ, ນ້ຳ ແລະ ຕິບເຂົ້າ,Ž ດັ່ງ ນີ້ເປັນຕົ້ນ. ການກະກຽມພາຂວັນສ່ວນ ຫລາຍ ແມ່ນຜູ້ເຖົ້າຜູ້ແກ່ ເຊິ່ງເລີ້ມດ້ວຍ ການຫຍິບໝາກເບັງຈາກໃບຕອງກວ້ຍ ເຊິ່ງເພິ່ນນຳມາຈີບໃຫ້ເປັນຮູບ ລັກສະ ນະສາມ ລ່ຽມຫລາຍໆອັນ ແລ້ວຫຍິບ ຄັດຕິດ ແລະ ຊ້ອນເຫລື່ອມກັນ ໃຫ້ເປັນ ຮູບຈວຍ ຕາມຂະໜາດທີ່ຕ້ອງການ ແລ້ວເອ້ດ້ວຍດອກໄມ້ ຫລາກຫລາຍ ຊະນິດ ພ້ອມທັງໃບໄມ້ທີ່ເປັນມຸງຄຸນ. ດອກໄມ້ທີ່ໃຊ້ປະດັບ ພາຂວັນຈະແຕກ ຕ່າງກັນຕາມເຫດການ ແລະ ກໍຂຶ້ນກັບ ລະດູຂອງດອກໄມ້ອີກ ເຊັ່ນວ່າ ໃນງານ ສູ່ຂວັນ ປີໃໜ່ລາວ ເພ່ິນກໍມັກໃຊ້ດອກ ຈຳປາ, ດອກດາວເຮືອງ, ດອກສາມປີ, ດອກຄູນ, ໃບເງິນໃບຄຳ ເປັນຕົ້ນ. ສ່ວນວ່າໃນພິທີແຕ່ງງານດອກໄມ້ ທີ່ເພິ່ນມັກໃຊ້ ແມ່ນດອກຮັກ, ດອກ ດາວເຮືອງ, ໃບເງິນໃບຄຳແລະ ໃບຄູນ ເປັນສ່ວນໃຫຍ່ ໂດຍອີງຕາມຄວາມ ໝາຍເຊິ່ງມາຈາກ ຊ່ືຂອງດອກໄມ້ທ່ີ ສະແດງເຖິງຄວາມຮັກ ແລະ ຄວາມຮຸ່ງ ເຮືອງຕະຫລອດຊີວິດຄູ່ນັ້ນເອງ. ນອກຈາກນັ້ນ ເພິ່ນຍັງເອົາຝ້າຍສີ ຂາວ ທ່ີມີຄວາມຍາວປະມານ ພໍມັດ ຮອບແຂນໄດ້ມາຮ້ອຍຮຽງເປັນແຖວ ໃສ່ໄມ້ດິ້ວນ້ອຍໆ ແລ້ວປັກສຽບອ້ອມ ຕາມໝາກເບັງ ແລະ ຝ້າຍຂາວເສັ້ນ ຍາວ ຈຳນວນໜຶ່ງພາດຜ່ານຈອມໝາກ ເບັງ. ຝ້າຍຂາວນີ້ ເພິ່ນເອີ້ນວ່າ ຝ້າຍຜູກ ແຂນ. ຊົນເຜົ່າລາວລຸ່ມ ຖືວ່າສີຂາວ ແມ່ນສະແດງເຖິງຄວາມສົດໃສ, ຊື່ສັດ ບໍລິສຸດຜຸດຜ່ອງ. ຢູ່ທີ່ຈອມຂອງໝາກ ເບັງມີທຽນໄຂມັດຕິດຢູ່. ໝາກເບັງ ທີ່ເພິ່ນເອ້ແລ້ວ ກໍຖືກນຳມາຕັ້ງລົງເທິງ ໂອເງິນ ເຊິ່ງມີເຂົ້າສານບັນຈຸຢູ່ ແລະ ມີ ແກ້ວເຫລົ້າຂາວ ຫລື ເຫລົ້າຊະນິດ ອື່ນ ກໍໄດ້ຕັ້ງຢູ່ໃຈກາງ. ສຸດທ້າຍເພິ່ນຈຶ່ງເອົາ ໂອພາຂວັນມາວາງໃສ່ໃຈກາງພານ ຫລື ພາເຂົ້າໄມ້ເຊ່ິງປູດ້ວຍແຜ່ນຜ້າທີ່ ສວຍງາມ. ເທິງພາເຂົ້າ ມີຖ້ວຍນ້ອຍ 4 ຫາ 6 ໃບ ວາງອ້ອມຢູ່ ເພື່ອໃສ່ໄຂ່ຕົ້ມ, ເຂົ້າຕົ້ມ, ເຂົ້າໜົມ ແລະ ໝາກໄມ້. ຢູ່ ຂ້າງໆພາຂວັນ ມີໄກ່ຕົ້ມ ເຊິ່ງເພິ່ນເອິ້ີ້ນ ວ່າ ໄກ່ຂວັນ ນັ້ນເອງ. ເມື່ອພາຂວັນພ້ອມແລ້ວແລະພໍເຖິງ ເວລາທີ່ຊາວພຸດເຊ່ືອວ່າ ເປັນເລີກງາມ ຍາມດີ ທຸກຄົນກໍຖືຜ້າບ່ຽງພາດບ່າ ເຂົ້າມານັ່ງອ້ອມພາຂັວນ ເພ່ືອເລີ່ມ ພິທີ ສູ່ຂັວນ. ຜູ້ທີ່ນຳພາພິທີສູ່ຂວັນ ເອີ້ນວ່າ hໝໍພອນi. ຂ້າງໜ້າຂອງໝໍພອນ ມີ ຂັນ ພ້ອມບ້າງທີ່ເຮັດດ້ວຍໃບຕອງໃສ່ ດອກໄມ້ 1 ຄູ່, ທຽນ 1 ຄູ່ ແລະ ເງິນຈຳ ນວນໜຶ່ງ ຕາມແຕ່ເຈົ້າສັດທາພ້ອມ ດ້ວຍຈອກເຫລົ້ານ້ອຍອັນໜຶ່ງ. ໝໍພອນ ກ່າວຄຳຄ້າຍກັບຄຳເທດ ເຊິ່ງມີເນື້ອໃນ ສຳຄັນ ກໍຄືເອີ້ນຂວັນຕ່າງໆຂອງຮ່າງ ກາຍທີ່ຫລົງຫາຍໄປໃຫ້ກັບ ເຂົ້າມາສູ່ ເນື້ອສູ່ຄີງ ເພື່ອໃຫ້ມີສຸຂະພາບແຂງ ແຮງ, ມີແຕ່ຄວາມຮຸ່ງເຮືອງ ໂຊກລາບ, ປະສົບຄວາມສຳເລັດໃນຊີວິດ. ເມື່ອໝໍພອນກ່າວສິ້ນສຸດແລ້ວ ກໍໃຊ້ ຝ້າຍຜູກແຂນ ຜູກໃຫ້ຜູ້ທີ່ຖືກສູ່ຂັວນນັ້ນ ກ່ອນ ໂດຍວາງເຂົ້າຕົ້ມເຂົ້າໜົມ ແລະ ໄກ່ຂວັນໃສ່ໃນມື ຂອງຜູ້ນັ້ນ ແລະ ຫລັງ ຈາກນັ້ນ ຄົນອື່ນກໍຜູກຕາມ. ຫລັງຈາກ ພິທີສູ່ຂວັນຈົບແລ້ວ ຄອບຄົວກໍ່ຍົກພາ ຂວັນໄປວາງໄວ້ບໍລິເວນເທິງຫົວບ່ອນ ນອນເປັນເວລາສາມວັນ ເພື່ອເປັນສິລິ ມົງຄຸນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==