30/12/2022 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ມາລີດາ ]k;{s;Pfok, rq [xt c]dxj Po;Pd'ko-k;|5j , 7A 'mu VI ,q o]try f ທ່ານ ລີເບີ ລີບົວປາວ ປະທານ ກໍາມາທິການແຜນການການເງິນ ແລະ ການກວດສອບໄດ້ເວົ້າສູ່ຟັງ ວ່າ: ໃນໄລຍະ1 ປີຜ່ານມານັບແຕ່ ກອງປະຊຸມສະໄໝສາມັນ ເທື່ອທີ 3 ມາຮອດປັດຈຸບັນກຳມາທິການໄດ້ ປະຕິບັດພາລະບົດບາດຂອງກຳມາ ທິການໃນຫລາຍດ້ານເປັນຕົ້ນດ້ານ ການຕິດຕາມກວດກາຄື: ກຳມາ ທິການແຜນການ, ການເງິນ ແລະ ການກວດສອບໄດ້ລົງເຄື່ອນໄຫວ ຕິດຕາມກວດກາຕາມພາລະບົດ ບາດຂອງກຳມາທິການ 6 ເດືອນ ທ້າຍປີ ຢູ່ແຂວງຫລວງນໍ້າທາ, ຜົ້ງສາລີ, ໄຊສົມບູນ, ບໍ່ແກ້ວເພື່ອຈັດ ຕັ້ງປະຕິບັດມະຕິກອງປະຊຸມສະພາ ແຫ່ງຊາດ ວ່າດ້ວຍການຮັບຮອງ ບົດລາຍງານຜົນການຕິດຕາມ ກວດກາຄວາມຄືບໜ້າການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກດ້ານ ເສດຖະກິດ-ການເງິນ ແລະ ການ ແກ້ໄຂບັນຫາຢາເສບຕິດໃນໄລຍະ ຜ່ານມາແລະທິດທາງແຜນການຕິດ ຕາມກວດກາ ໃນ 6 ເດືອນທ້າຍປີ 2022 ແລະ ປະຈໍາປີ 2023 ຂອງ ສະພາແຫ່ງຊາດ, ສະບັບເລກທີ 62/ສພຊ, ລົງວັນທີ 08/7/2022 ແລະ ຕິດຕາມກວດກາການຈັດຕັ້ງ ປະຕິບັດບັນດາມະຕິກອງປະຊຸມສະ ພາແຫ່ງຊາດ ວ່າດ້ວຍແຜນພັດທະ ນາເສດຖະກິດ-ສັງຄົມ, ແຜນງົບ ປະມານ, ແຜນເງິນຕາ 6 ເດືອນ ຕົ້ນປີ 2022 ແລະ ທິດທາງແຜນ ການ 6 ເດືອນທ້າຍ ປີ 2022, ສະບັບເລກທີ 55/ສພຊ ແລະ 56/ ສພຊ, ລົງວັນທີ 8 ກໍລະກົດ 2022, ເພື່ອຕິດຕາມກວດກາບັນດາໂຄງ ການລົງທຶນຂອງລັດ ຢູ່ບັນດາທ້ອງ ຖິ່ນທີ່ລົງຕິດຕາມກວດກາ, ເພື່ອເປັນ ຂໍ້ມູນຮັບໃຊ້ບົດປະກອບຄໍາເຫັນ ຂອງຄະນະປະຈໍາສະພາແຫ່ງຊາດ ແລະ ການຮ່າງມະຕິຂອງສະພາ ແຫ່ງຊາດ ໃນກອງປະຊຸມສະໄໝສາ ມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX, ເພື່ອສ້າງຄວາມເຂັ້ມແຂງ ວຽກງານຕິດຕາມກວດກາໃຫ້ແກ່ ກໍາມາທິການແຜນການ, ການເງິນ ແລະ ການກວດສອບ. ພ້ອມດຽວກັນນີ້ ຍັງໄດ້ເອົາໃຈ ໃສ່ເປັນເສນາທິການໃຫ້ແກ່ຄະນະ ປະຈຳສະພາແຫ່ງຊາດໃນການກະ ກຽມຂໍ້ມູນ ແລະ ເອກະສານຕ່າງໆ ຕາມພາລະບົດບາດ ເປັນຕົ້ນ: ຄົ້ນ ຄວ້າ ແລະ ຮ່າງມະຕິຄະນະປະຈໍາ ສະພາແຫ່ງຊາດວ່າດ້ວຍການອະນຸ ມັດໃຫ້ລັດຖະບານມອບສິດໃຫ້ທະ ນາຄານແຫ່ງ ສປປ ລາວ ໃນການ ສະໜັບສະໜູນການນໍາເຂົ້ານໍ້າມັນ ເຊື້ອໄຟຈາກຕ່າງປະເທດ, ຄົ້ນຄວ້າ ແລະ ຮ່າງບົດລາຍງານກ່ຽວກັບ ການສະເໜີິຂໍນະໂຍບາຍຍົກເວັ້ນພາ ສີ ແລະ ອາກອນມູນຄ່າເພີ່ມສຳລັບ ການນຳເຂົ້າວັດຖຸດິບແລະຊີ້ນສ່ວນ ອຸປະກອນເພື່ອຮັບໃຊ້ການຜະລິດ ແລະ ປະກອບລົດແລ້ວຈໍາໜ່າຍພາຍ ໃນປະເທດຂອງບໍລິສັດອໍໂຕ້ເວີນ (ໂຄລາວດີວີລົບພິງ) ຕາມການ ສະເໜີຂງລັດຖະບານ, ຄົ້ນຄວ້າໜັງ ສືສະເໜີຂອງລັດຖະບານ, ບົດລາຍ ງານ ແລະ ມະຕິຂອງຄະນະປະຈໍາ ສະພາແຫ່ງຊາດ ວ່າດ້ວຍການຮັບ ຮອງການສະເໜີຂອງລັດຖະບານ ກ່ຽວກັບການດັດແກ້ມູນຄ່າໂຄງ ການສະໜາມບິນໜອງຄ້າງ, ຮ່າງ ບົດລາຍງານແລະ ມະຕິຂອງຄະນະ ປະຈໍາສະພາແຫ່ງຊາດ ວ່າດ້ວຍ ການອະນຸມັດໃຫ້ລັດຖະບານຈັດຕັ້ງ ປະຕິບັດບ້ວງເງິນເກີນແຜນຂອງ ທ້ອງຖິ່ນປີ 2021 ແລະ ບ້ວງເງິນ ບໍາເນັດຈາກການແກ້ໄຂລົດນໍາເຂົ້າ ບໍ່ຖືກຕ້ອງ, ຄົ້ນຄວ້າຮ່າງບົດລາຍ ງານກ່ຽວກັບການຄົ້ນຄວ້າແຜນ ຈັດສັນງົບປະມານໂຄງການລົງ ທຶນຂອງລັດປະຈຳປີ 2023, ກວດ ຜ່ານ ແລະ ຈ້ຳກາຢັ້ງຢືນໃສ່ຕາ ຕະລາງບັນຊີໂຄງການລົງຂອງລັດ ບ້ວງກອງທຶນທາງ ປະຈໍາປີ 2022 ຕາມການສະເໜີ ຂອງລັດຖະບານ. * ແຫລ່ງຂ່າວຈາກແຂວງສາ ລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້,ຄະ ນະບໍລິຫານຊາວໜຸ່ມ ແຂວງສາລະ ວັນ, ແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງກວາງຈິ ສສ ຫວຽດນາມ ພົບປະແລກປ່ຽນວຽກ ງານຊາວໜຸ່ມຄັ້ງທີ 7I ກ່ຽວກັບ ການພັດທະນາວິຊາຊີບສ້າງວຽກ ເຮັດງານທໍາໃຫ້ແກ່ຊາວໜຸ່ມ ແລະ ເພື່ອທົບທວນຕີລາຄາການຮ່ວມ ມືໃນໄລຍະຊຸມປີຜ່ານມາ, ຕີລາຄາ ໃນດ້ານຕັ້ງໜ້າ, ຜົນສຳເລັດ ແລະ ບົດຮຽນທີ່ຖອດຖອນໄດ້,ພ້ອມທັງ ວາງແຜນສືບຕໍ່ຮ່ວມມືຂອງວຽກ ງານຊາວໜຸ່ມໃນຕໍ່ໜ້າ. ກອງປະຊຸມຄັ້ງນີ້, ຄະນະບໍລິ ຫານງານຊາວໜຸ່ມ 3 ແຂວງ ກໍໄດ້ ຜັດປ່ຽນປະກອບຄຳຄິດເຫັນ, ແລກ ປ່ຽນບົດຮຽນ, ລາຍງານສະພາບ ລວມແຂວງຂອງຕົນການພັດທະ ນາເສດຖະກິດ-ສັງຄົມ, ວຽກງານ ຊາວໜຸ່ມ ໂດຍສະເພາະໃນດ້ານ ການສຶກສາອົບຮົມການເມືອງແນວ ຄິດໃຫ້ເຍົາວະຊົນ-ຊາວໜຸ່ມໃຫ້ມີ ຈິດໃຈທີ່ໝັກແໜ້ນ, ຮັກຊາດຮັກ ບ້ານເກີດເມືອງນອນ, ການຊຸກຍູ້ ພັດທະນາອາຊີບ, ຊຸກຍູ້ໃຫ້ມີນັກທຸ ລະກິດໜຸ່ມ ເປັນຕົວແບບທາງດ້ານ ການພັດທະນາອາຊີບດ້ານອື່ນໆ ຫລາຍຂຶ້ນ. ພ້ອມນີ້, ໄດ້ຕົກລົງເປັນ ເອກະພາບຮ່ວມມືກັນໃນຕໍ່ໜ້າ ໂດຍ ສະເພາະແມ່ນການເອົາໃຈໃສ່ສືບ ຕໍ່ສຶກສາອົບຮົມຊາວໜຸ່ມ-ເຍົາວະ ຊົນ ໃຫ້ຮູ້ໄດ້ເຖິງມູນເຊື້ອຄວາມສາ ມັກຄີມິດຕະພາບແບບພິເສດ, ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ-ສອງລັດ, ຊາວໜຸ່ມ 2 ປະ ເທດ ກໍຄື 3 ແຂວງ ໃຫ້ເພີ່ມພູນຄູນ ສ້າງໃຫ້ນັບມື້ນັບແໜ້ນແຟ້ນຍິ່ງ ຂຶ້ນ; ຈະເອົາໃຈໃສ່ຊີ້ນຳໆພາບັນດາ ຊາວໜຸ່ມເມືອງແລະຮາກຖານຊາວ ໜຸ່ມບ້ານມີສ່ວນຮ່ວມຢ່າງແຂງ ແຮງໃນວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ຮັກສາ ຄວາມເປັນລະບຽບຮຽບຮ້ອຍລຽບ ຕາມຊາຍແດນ 3 ແຂວງ; ສືບຕໍ່ ການພົບປະແລກປ່ຽນຮ່ວມມືຊຸກ ຍູ້ສົ່ງເສີມດ້ານວິຊາຊີບສ້າງວຽກ ເຮັດງານທຳໃຫ້ຊາວໜຸ່ມ-ໄວໜຸ່ມ, ຈັດກິດຈະກຳການຊ່ວຍເຫລືອສັງ ຄົມໃນທຸກໆປີ, ສົ່ງເສີມດ້ານເຕັກນິກ ວິຊາການດ້ານຕ່າງໆ ເຊັ່ນ: ຝືກ ອົບ ຮົມວິຊາຊີບໄລຍະສັ້ນຂອງວຽກ ງານກະສິກຳໃນແຕ່ລະປີ ແລະ ສົ່ງ ເສີມດ້ານການຊ່ວຍເຫລືອອຸປະ ກອນໄອທີຕ່າງໆເຊັ່ນ: ຄອມພິວເຕີ, ເຄື່ອງປິນເຕີ, ຊຸດແອວຊີດີ ເພື່ອຈະ ສະໜອງໃຫ້ບັນດາເມືອງທີ່ບໍ່ພຽງ ພໍກັບການນຳໃຊ້ເຂົ້າໃນການປະຕິ ບັດໜ້າທີ່ວຽກງານ; ສືບຕໍ່ຈັດງານ ພົບປະມິດຕະພາບ ໃຫ້ໄດ້ 2 ປີຕໍ່ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ; ສູ້ຊົນເພີ່ມທະວີການພົວພັນດ້ານ ການເມືອງ, ເສດຖະກິດ ແລະ ວັດ ທະນະທຳ-ສັງຄົມ, ການພັດທະນາ ຊາວໜຸ່ມ-ເຍົາວະຊົນ. ສຳລັບງານ ພົບປະມິດຕະພາບຄະນະບໍລິຫານ ງານຊາວໜຸ່ມ 3 ແຂວງຄັ້ງທີ 7II ແມ່ນຈະຈັດຂຶ້ນທີ່ແຂວງກວາງຈິ ສສ ຫວຽດນາມ ເປັນເຈົ້າພາບໃນ ປີ 2024. ໂອກາດນີ້, ກໍໄດ້ລົງນາມເຊັນ ບົດບັນທຶກການຮ່ວມມືໃນຕໍ່ໜ້າ ໂດຍສະຫາຍ ຈັນທະວອນ ສີຫາຈັກ ກຳມະການສູນກາງຊາວໜຸ່ມ, ເລ ຂາຄະນະບໍລິຫານງານຊາວໜຸ່ມ ແຂວງສາລະວັນ, ສະຫາຍນາງ ບັງອອນ ພິມມະສານ ຮັກສາການ ເລຂາ ຄະນະບໍລິຫານງານຊາວໜຸ່ມ ແຂວງສະຫວັນນະເຂດ ແລະ ສະ ຫາຍ ມາຍວັນນາມ ຮອງເລຂາຄະ ນະບໍລິຫານງານຊາວໜຸ່ມກອມມູ ນິດໂຮ່ຈ່ີມິງ ແຂວງກວາງຈິ ສສ ຫວຽດນາມ ໂດຍມີ ສະຫາຍນາງ ບຸນທະວີ ດວງລາສີ ຮອງເລຂາພັກ ແຂວງ, ຜູ້ຊີ້ນຳວຽກງານການ ເມືອງແນວຄິດ, ພັກ-ພະນັກງານ ແຂວງສາລະວັນ, ມີບັນດາຄະນະ ຊາວໜຸ່ມທັງ 3 ແຂວງ, ສະມາຊິກ ຊາວໝຸ່ມ, ເຍົາວະຊົນເຂົ້າຮ່ວມ. ໂດຍ: ວິໄລວອນ ສິດທິໄຊ xu zj ko,kde,kmy dkoczodkodkog'o c]t dkod;flv[,u zq o'korQ ogfaj o y *ມາພົບກັບຄໍລຳສິ່ງແວດລ້ອມ ມື້ນີ້, ຂໍຍົກເອົາບັນຫາມົນລະພິດທີ່ ສົ່ງຜົນກະທົບຕໍ່ດ້ານສິ່ງແວດລ້ອມ ລວມເຖິງດ້ານສຸຂະພາບຂອງ ຄົນເຮົາ ຊຶ່ງມົນລະພິດຕ່າງໆເກີດ ຈາກການນຳໃຊ້ສານເຄມີເຂົ້າໃນ ການຜະລິດກະສິກຳ, ອຸດສາຫະກຳ, ການພັດທະນາ, ການປ່ອຍນ້ຳເສຍ ຈາກການຂຸດຄົ້ນບໍ່ແຮ່ຕ່າງໆມາ ແລກປ່ຽນນຳທ່ານຜູ້ອ່ານ ເພື່ອເປັນ ບົດຮຽນໃຫ້ແກ່ພວກເຮົາໄດ້ມີສະຕິ ແລະ ຫລຸດຜ່ອນການນຳໃຊ້ສານ ເຄມີເຂົ້າໃນການຜະລິດອື່ນໆ... ປັດຈຸບັນນີ້, ເຫັນວ່າການປ່ຽນ ໂດຍ: ຢ່າຕົ່ງ ແປງຢ່າງໄວວາໃນການດຳເນີນ ການບໍລິຫານຈັດການດິນ ແລະ ການນຳໃຊ້ຊັບພະຍາກອນທຳມະ ຊາດໃນລາວໄດ້ນຳໄປສູ່ການນຳ ໃຊ້ສານເຄມີໃນການຜະລິດກະ ສິກຳ ເພື່ອຊ່ວຍເຂົ້າໃນການຂະ ຫຍາຍທີ່ດິນກະສິກຳ, ການປູກໄມ້ ອຸດສາຫະກຳ ແລະ ການຂຸດຄົ້ນບໍ່ ແຮ່ຕ່າງໆ. ຕົວຢ່າງ: ການພັດທະ ນາຢ່າງໄວວາຂອງອຸດສາຫະກຳ ສວນຢາງພາລາ ແລະ ສວນໄມ້ ເພື່ອ ຜະລິດເຈ້ຍຂະໜາດໃຫຍ່ປະກອບ ກັບແຮງງານທີ່ຈຳກັດເຮັດໃຫ້ມີ ການນຳໃຊ້ປຸຍ ແລະ ຢາຂ້າຫຍ້າ ຈຳນວນຫລວງຫລາຍ. ສານເຄມີ ນຳໃຊ້ເຂົ້າໃນການຜະລິດເຫລົ່ານີ້ ໄດ້ກໍ່ໃຫ້ເກີດບັນຫາດ້ານສຸຂະພາບ ຂອງຜູ້ອອກແຮງງານ ແລະ ແຫລ່ງ ນ້ຳດື່ມທີ່ປົນເປື້ອນມົນລະພິດ ເຊັ່ນ ຫ້ວຍນໍ້າຕ່າງໆ. ນອກນັ້ນການປ່ອຍ ຂອງເສຍຈາກການຂຸດຄົ້ນບໍ່ແຮ່ກໍ ມີການເຊື່ອມໂຍງກັບມົນລະພິດ ທາງດິນ ແລະ ນໍ້າ. ຕົວຢ່າງ: ການ ນຳໃຊ້ສານໄຊຍາໄນ (cZaOJde) ໃນການຂຸດຄົ້ນບໍ່ຄຳໄດ້ສົ່ງຜົນໃຫ້ ປາຕາຍ ແລະ ມີການປົນເປື້ອນໃນ ດິນ. ເຖິງແມ່ນວ່າການຂຸດຄົ້ນບໍ່ແຮ່ ຂະໜາດໃຫຍ່ຈະນຳໃຊ້ເຕັກໂນໂລ ຊີທີ່ທັນສະໄໝ ເພື່ອຊ່ວຍໃຫ້ການໃຊ້ ສານເຄມີອຸດສາຫະກຳມີຄວາມ ປອດໄພແລະມີປະສິດທິພາບຫລາຍ ຂຶ້ນ, ແຕ່ການຂຸດຄົ້ນ ດັ່ງກ່າວ ກໍ່ຍັງ ເຮັດໃຫ້ພື້ນທີ່ປ່າໄມ້ທີ່ກວ້າງໃຫຍ່ ເຊື່ອມໂຊມລົງໄດ້. ການຂຸດຄົ້ນບໍ່ ແຮ່ຂະໜາດນ້ອຍກໍມີຜົນກະທົບຕໍ່ ສິ່ງແວດລ້ອມ ໂດຍການຈຳກັດ ການນຳໃຊ້ທີ່ດິນທຳການຜະລິດ ແລະ ການປະມົງ ເນື່ອງຈາກການ ຂຸດຄົ້ນ ຫລື ການປົນເປື້ອນສານບາ ຫລອດ. ໂຄງການຂະໜາດກາງ ອື່ນໆທີ່ຈ້າງຜູ້ຮັບເໝົາຂະໜາດ ນ້ອຍ ໄດ້ເຮັດໃຫ້ເກີດມີມົນລະພິດ ທາງນໍ້າຍ້ອນໂລຫະໜັກ ແລະ ສົ່ງ ຜົນກະທົບຕໍ່ການໄຫລຂອງນໍ້າໃນ ແມ່ນໍ້ານ້ອຍ. ຢ່າງໃດກໍຕາມອີກດ້ານໜຶ່ງ ການຂະຫຍາຍຕົວຂອງຕົວເມືອງ ແລະ ຮູບແບບການບໍລິໂພກໄດ້ສົ່ງ ຜົນໃຫ້ການຜະລິດຂີ້ເຫຍື້ອໃນລາວ ເພີ່ມຂຶ້ນ ໂດຍສະເລ່ຍການສ້າງ ຂີ້ເຫຍື້ອໃນຕົວເມືອງແມ່ນ 0,70 ກິໂລກຣາມຕໍ່ຫົວຄົນຕໍ່ວັນ. ວິທີ ຫລັກໃນການກຳຈັດຂີ້ເຫຍື້ອເຫລົ່າ ນີ້ ແມ່ນການນຳໃຊ້ສະໜາມຝັງຂີ້ ເຫຍື້ອນອກຈາກນັ້ນ,ກໍຍັງມີການຈູດ ຂີ້ເຫຍື້ອຕາມສະຖານທີ່ຫວ່າງເປົ່າ. ໃນລາວມີສະໜາມຂີ້ເຫຍື້ອຫລັກ ສະເພາະແຕ່ໃນນະຄອນຫລວງວຽງ ຈັນແລະມີສະໜາມຂີ້ເຫຍື້ອສຳຮອງ ສີ່ແຫ່ງໃນເມືອງຫລວງພະບາງ, ທ່າແຂກ, ສະຫວັນນະເຂດ, ແລະ ປາກເຊ. ນອກນີ້ ກໍຍັງມີສະໜາມ ຂີ້ເຫຍື້ອຂະໜາດນ້ອຍຢູ່ໃນບັນດາ ເມືອງຕາມແຂວງຕ່າງໆ. ໃນຈຳ ນວນ 141 ເມືອງ, ມີສະໜາມຂີ້ ເຫຍື້ອພຽງ 14 ແຫ່ງ ທີ່ມີການຄວບ ຄຸມການຖີ້ມຂີ້ເຫຍື້ອໃນຊຸມຊົນ ແມ່ນຂາດການບໍລິຫານຈັດການທີ່ ດີ, ບາງແຫ່ງກໍທຳການຈູດຂີ້ເຫຍື້ອ ຫລື ຖີ້ມຂີ້ເຫຍື້ອແບບຊະຊາຍຢູ່ ຕາມສະຖານທີ່ເປົ່າຫວ່າງ, ຮ່ອງ ນ້ຳ ຫລື ແມ່ນ້ຳຕ່າງໆ. ຂີ້ເຫຍື້ອອັນ ຕະລາຍປະກອບມີຖ່ານໄຟສາຍ, ກະປÐ ອງສີ ແລະ ປÐ ອງສະເປຕ່າງໆ ກໍຖີ້ມປະປົນກັບຂີ້ເຫຍື້ອທົ່ວໄປ ແຕ່ວ່າບໍ່ມີມາດຕະການຕິດຕາມ ການໄຫລຊຶມຂອງນ້ຳເສຍທີ່ອາດ ເກີດຂຶ້ນຕໍ່ກັບທີ່ດິນ, ແຫລ່ງນ້ຳເທິງ ໜ້າດິນແລະນ້ຳບາດານ.ຍ້ອນຂໍ້ຈຳ ກັດດ້ານງົບປະມານ ແລະ ໂຄງສ້າງ ກົດໝາຍທີ່ບໍ່ພຽງພໍ,ຄວາມຮັບ ຜິດຊອບທາງສະຖາບັນ ແລະການ ຄຸ້ມຄອງ, ການບໍລິຫານຂີ້ເຫຍື້ອ ຈຶ່ງ ຕ້ອງເປັນຄວາມຮັບຜິດຊອບຂອງ ຄົວເຮືອນ ແລະ ຊຸມຊົນ ຊຶ່ງຕ້ອງອາ ໄສການສຶກສາອົບຮົມ ເພື່ອເຜີຍແຜ່ ຂໍ້ມູນຕໍ່ສາທາລະນະໃຫ້ຫລາຍຂຶ້ນ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==