5871

xy f,tstdedy ]k,tsk;y mtpkw]]k; 7A 'mu 2 1j k'gxa omk'dko ]k;{vq 'dko lx- grn j vdkora fmtok mq [m;odkoxt8y [a fczoIj ;,,n xt9exu 2023 c0;'-5 '-v'oe3f l gdq ks]u ,v[]q fve[6 ]a ' 17 7a o .sh lxx ]k; vk-Po sk]n dkoxa [x5 ' c]t 0tspkp 75 ootrk[dkolb dlkgfa ddj vow;IPo gxu fmq f]v'c]j o]q fw2 ]k;{wm ms] lh k'7;k,g0A ,c0';Pd 75 h ,7v'vy og8u goa fcsj '-kf vkg,]y dk rh v,lt|a [lt|6 o lxx ]k; gxa oxtmkovk-Po dl8l 8y f8k,d;fdk37'dkog-q j k{lextmko mu j fy o0v'37'dkocIj mkf c]t g0n j vow22h k ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 16.05.2024 ປີທີ 23 ສະບັບທີ 5.930 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ຂປລ. ກອງປະຊຸມເປີດກວ້າງ ເພື່ອທາບທາມຮ່າງຂໍ້ຕົກລົງເຈົ້າ ຄອງນະຄອນຫລວງວຽງຈັນ ວ່າ ດ້ວຍກອງທຶນຄຸ້ມຄອງໄພພິບັດນະ ຄອນຫລວງວຽງຈັນ (ນວ) ຈັດ ຂຶ້ນວັນທີ 14 ພຶດສະພາ 2024 ຂປລ. ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດສໍາມະນາພາຍ ໃຕ້ຫົວຂໍ້: “ສ້າງຄວາມເຂັ້ມແຂງ ວຽກງານຄຸ້ມຄອງອິນເຕີເນັດແຫ່ງ ຊາດ ແລະ ວຽກງານຂ່າວສານ ທຫລ” ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ຂັນແກ້ວ ຫລ້າມະນີ ເງົາ ຮອງຜູ້ວ່າການ ທຫລ, ຫົວໜ້າ ຄະນະຮັບຜິດຊອບວຽກຂ່າວສານ, ຕິດຕາມ, ຕອບໂຕ້ຂ່າວ ແລະ ທ່ານ ແກ້ວວີສຸກ ໂສລະພົນ ຮອງລັດຖະ ມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານຄະນະກໍາ ມະການຄຸ້ມຄອງອິນເຕີເນັດ ແຫ່ງ ຂປລ. ພິທີມອບ-ຮັບລົດອຳບູລັງ (Ambulance) ຈາກແຂວງ ຊຸງຊອງນໍາໂດ ສ ເກົາຫລີ ຈໍານວນ 17 ຄັນພ້ອມດ້ວຍອຸປະກອນໂປ ເຈັກເຕີ ແລະ ເຄື່ອງດັບເພີງລວມມູນ ຄ່າທັງໝົດ 498.226 ໂດລາສະ ຫະລັດ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຂະ ແໜງການ, ອົງການປົກຄອງທ້ອງ ຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອ ນໍາໄປຮັບໃຊ້ວຽກງານຂອງແຕ່ລະ ຂປລ. ໃນລະຫວ່າງວັນທີ 5-14 ພຶດສະພາ 2024, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກໍາ ມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມຄະນະໄດ້ລົງເຄື່ອນໄຫວຕິດ ຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງ ປະຕິບັດໂຄງການເຊົ່າ ແລະ ສໍາປະ ທານທີ່ດິນຂອງບັນດາໂຄງການພັດ ທະນາແຮ່ທາດ ແລະ ເຂື່ອນໄຟຟ້າ ຢູ່ແຂວງອັດຕະປື, ແຂວງເຊກອງ ແລະ ແຂວງບໍລິຄໍາໄຊ. ທັງນີ້ ກໍເພື່ອ ຊອກໃຫ້ເຫັນດ້ານດີທີ່ຄວນເສີມ ຂະຫຍາຍ, ດ້ານອ່ອນຂໍ້ຄົງຄ້າງທີ່ mk[mk,Ij k'0= 8q d]q 'g9Q k7v' o; ;j kfh ;pdv'mb o75 h ,7v'wrry [a f h ໂດຍເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນ ຫລວງວຽງຈັນ, ປະທານຄະນະ ກຳມະການຄຸ້ມຄອງໄພພິບັດ ນວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ພູວົງ ວົງຄຳຊາວ ໃຫ້ຮູ້ ວ່າ: ວຽກງານຄຸ້ມຄອງໄພພິບັດ ແມ່ນໜ້າທີ່ຂອງພົນລະເມືອງລາວ ທຸກຄົນໃນສັງຄົມຕ້ອງມີພັນທະໃນ ການຈໍາກັດ ແລະ ສະກັດກັ້ນໄພພິ ບັດດ້ວຍການຕິດຕາມ, ລາຍງານ ສະພາບຄວາມສ່ຽງໄພພິບັດ ແລະ ມີສ່ວນຮ່ວມໃນການກຽມພ້ອມ ຕອບໂຕ້, ຫລຸດຜ່ອນຄວາມເສຍ ຫາຍ ລວມທັງໃຫ້ການຊ່ວຍເຫລືອ ທ່ານ ພູວົງ ວົງຄຳຊາວ ຂປລ. ໃນໂອກາດທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2024 ນີ້, ລັດຖະບານສະຫະລັດອາເມລິກາ ພ້ອມຈະສະໜັບສະໜູນ ແລະ ໃຫ້ ການຊ່ວຍເຫລືອ ສປປ ລາວ ຢ່າງ ເຕັມສ່ວນກໍຄືບັນດາບຸລິມະສິດຂອງ ການພັດທະນາອາຊຽນ. ທ່ານ ນາງ ແຮັດເຕີ ວາເຣຍອາ ວາ ເອກອັກຄະລັດຖະທູດສະຫະ ລັດ ອາເມລິກາ ປະຈຳລາວ ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນ ໃນໂອກາດມາ ດຳລົງຕຳແໜ່ງເປັນເອກອັກຄະລັດ ຖະທູດປະຈຳ ສປປລາວ ຄົນໃໝ່ໃນ ວັນທີ14ພຶດສະພາ2024ນີ້ວ່າ: ສະ ຫະລັດອາເມລິກາ ມີຄວາມປະທັບ ໃຈຫລາຍທີ່ໄດ້ມີໂອກາດເຮັດວຽກ ຮ່ວມກັບບັນດາປະເທດອາຊຽນ ຈະຕ້ອງຊອກວິທີແກ້ໄຂໃນການ ຈັດຕັ້ງປະຕິບັດໂຄງການ; ເພື່ອຮູ້ ເຖິງຜົນປະໂຫຍດທີ່ລັດຖະບານຈະ ໄດ້ຮັບຈາກການເຊົ່າ ແລະ ສຳປະ ທານທີ່ດິນຈາກການຂຸດຄົ້ນແຮ່ທາດ ແລະ ໂຄງການພັດທະນາເຂື່ອນ ໄຟຟ້າ, ທັງເປັນຂໍ້ມູນພື້ນຖານໃນ ການສ້າງ ແລະ ປັບປຸງກົດໝາຍວ່າ ດ້ວຍແຮ່ທາດ ແລະ ກົດໝາຍວ່າ ດ້ວຍໄຟຟ້າ ທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອ ທີ 8 ຂອງສະພາແຫ່ງຊາດ(ສພຊ) ຊຸດທີ IX, ເປັນຂໍ້ມູນພື້ນຖານ ແລະ ຂປລ. ກອງປະຊຸມທົບທວນການ ຈັດຕັ້ງປະຕິບັດແຜນງານການ ຮ່ວມມື ລະຫວ່າງ ລັດຖະບານ ລາວ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳປີ 2023 ແລະ ແຜນປີ 2024 ຈັດຂຶ້ນໃນວັນ ທີ 15 ພຶດສະພາ 2024 ພາຍໃຕ້ ການເປັນປະທານຂອງ ທ່ານ ນາງ ພອນວັນ ອຸທາວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງ ທຶນ, ທ່ານ ນາງ ມາຕິນ ເທີເຣີ ຜູ້ ຕາງໜ້າອົງການ ສປຊ ເພື່ອການ ພັດທະນາ ປະຈຳ ສປປ ລາວ ແລະ ພາກ ສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ພອນວັນ ອຸທາວົງໄດ້ມີຄຳເຫັນວ່າ: ແຜນງານ ການຮ່ວມມືລະຫວ່າງລັດຖະບານ ລາວແລະອົງການສະຫະປະຊາຊາດ ເພື່ອການພັດທະນາ(UNDP) ສ້າງຂຶ້ນພາຍໃຕ້ຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສະຫະປະຊາຊາດ(UNDCF) ໄລ ຍະປີ2022-2026 ແຜນງານການ ຮ່ວມມືລະຫວ່າງລັດຖະບານລາວ ແລະ ອົງການສະຫະປະຊາຊາດ ເພື່ອການພັດທະນາປະກອບມີ 3

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 16/05/2024 xtgmf]k; ເປີດທົດລອງແລ່ນ... ກສຕສ ຕິດຕາມກວດກາ... ລາວ-ອົງການ ສປຊ... ທາບທາມຮ່າງຂໍ້ຕົກລົງ... ອາຊຽນ ຫາລືການປັບປຸງ... ທຫລ ສ້າງຄວາມເຂັ້ມແຂງ... ຂປລ. ລັດວິສາຫະກິດລົດໄຟ ແຫ່ງຊາດລາວ, ກະຊວງໂຍທາທິ ການ ແລະ ຂົນສົ່ງຮ່ວມກັບການລົດ ໄຟແຫ່ງປະເທດໄທ ໄດ້ເປີດທົດລອງ ແລ່ນລົດໄຟຈາກສະຖານີທ່ານາ ແລ້ງ ຫາ ສະຖານີວຽງຈັນຄຳສະ ຫວາດ ເພື່ອກວດກາດ້ານເຕັກນິກ ໃນລະຫວ່າງວັນທີ 14-17 ພຶດສະ ພາ 2024 ເພື່ອເປັນການກະກຽມ ຄວາມພ້ອມໃຫ້ແກ່ການເປີດໃຫ້ບໍລິ ການແຕ່ສະຖານີໜອງຄາຍ ລາຊະ ອາຈັກໄທ ຫາ ສະຖານີວຽງຈັນຄໍາ ສະຫວາດສປປລາວຢ່າງເປັນທາງ ການໂດຍຈະແລ່ນທົດລອງ 9 ຖ້ຽວ ຕໍ່ວັນ ເຊິ່ງເລີ່ມແຕ່ເວລາ 08:3015:30 ໂມງ. ສ່ວນວັນທີ 18-20 ພຶດສະພາ 2024 ແມ່ນຈະທົດລອງແລ່ນຂະ ບວນລົດໄຟ ຈາກສະຖານີອຸດອນ ທານີ-ສະຖານີໜອງຄາຍ-ສະຖານີ ທ່ານາແລ້ງ ແລະ ສະຖານີວຽງຈັນ ຄຳສະຫວາດ. ທັງນີ້ ກໍເພື່ອຮັບປະ ຂປລ. ກອງປະຊຸມລັດຖະມົນຕີ ສຶກສາອາຊຽນ ກ່ຽວກັບການກຽມ ຄວາມພ້ອມ ຕໍ່ສະພາບການປ່ຽນ ແປງຂອງດິນຟ້າອາກາດຕັ້ງແຕ່ ເຍົາໄວ: ການສຶກສາເດັກກ່ອນໄວ ຮຽນເພື່ອຄວາມຍືນຍົງໃນອະນາຄົດ ໂດຍການເປັນປະທານຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະ ຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ, ມີທ່ານ ກາວ ຄິມ ຮຸນ ເລຂາທິການອາຊຽນ, ພ້ອມດ້ວຍ ບັນດາລັດຖະມົນຕີສຶກສາອາຊຽນ, ຕີມໍແລັດສະເຕ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ ເຊິ່ງກອງປະຊຸມໃນ ຄັ້ງນີ້, ເປັນເວທີການແລກປ່ຽນບົດ ຮຽນ, ພ້ອມກັນເບິ່ງບັນຫາ, ວາງ ແນວທາງໃນການປັບປຸງ ແລະ ຂະ ຫຍາຍເຂົ້າສູ່ຄຸນນະພາບຕໍ່ກັບການ ສຶກສາເດັກກ່ອນໄວຮຽນ. ໂອກາດນີ້, ທ່ານ ພຸດ ສິມມາລາ ວົງ ໄດ້ກ່າວວ່າ: ນັບແຕ່ການເປັນ ປະທານອາຊຽນໃນປີ 2012 ຂອງ ສປປ ລາວ, ການຮ່ວມມືອາຊຽນ ພວກເຮົາໄດ້ຮັບຜົນສໍາເລັດເປັນ ກ້າວໆ ໂດຍສະເພາະວຽກງານການ ສຶກສາ ກໍຄືການດູແລ ແລະ ການສຶກ ສາເດັກກ່ອນໄວຮຽນ. ໃນນີ້, ໄດ້ປະ ຕິບັດ ແລະ ສືບຕໍ່ຕາມຄໍາໝາຍໝັ້ນ ໃນການຈັດຕັ້ງປະຕິບັດຖະແຫລງ ການຜູ້ນໍາອາຊຽນວ່າດ້ວຍການດູ ແລ ແລະ ການສຶກສາເດັກກ່ອນໄວ ຮຽນທີ່ໄດ້ຮັບຮອງໃນເດືອນກໍລະ ກົດ 2023 ທີ່ນະຄອນຫລວງ ຈາກາຕາ ປະເທດອິນໂດເນເຊຍ. ນອກຈາກນີ້, ສປປ ລາວ ຍັງໄດ້ເຂົ້າ ຮ່ວມຮັບຮອງບັນດາຖະແຫລງການ ອື່ນໆ ທີ່ໄດ້ຮັບຮອງຮ່ວມກັນຂອງ ບັນດາປະເທດອາຊີຕາເວັນອອກ ສ່ຽງໃຕ້ ກ່ຽວກັບການດູແລ ແລະ ການສຶກສາເດັກກ່ອນໄວຮຽນ. ພ້ອມ ນີ້, ໄດ້ຮ່ວມມືກັນແລະ ຈະສືບຕໍ່ຮ່ວມ ມືກັນ ເພື່ອກ້າວໄປຂ້າງໜ້າພ້ອມກັນ ຕາມວິໄສທັດຂອງປະຊາຄົມອາ ຊຽນ 2025 ແລະ ແຜນການຮ່ວມ ມືສຶກສາອາຊຽນ 2021-2025 ແລະ ຕ້ອງສືບຕໍ່ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ເພື່ອສ້າງຄວາມເຂັ້ມ ແຂງ ແລະ ຄວາມສົມບູນພູນສຸກໃຫ້ ແກ່ປະຊາຄົມຂອງພວກເຮົາ, ຂະ ແໜງການສຶກສາ ໃນພາກພື້ນອາ ຊຽນຂອງພວກເຮົາ ພວມຟື້ນຕົວ ຈາກຜົນກະທົບຈາກການແຜ່ລະ ບາດຂອງພະຍາດໂຄວິດ-19, ເຖິງ ວ່າຈະມີສິ່ງທ້າທາຍ ແລະ ໂອກາດທີ່ ເກີດຂຶ້ນຈາກຜົນກະທົບຂອງໂລກ ລະບາດຕໍ່ການສຶກສາພາກພື້ນ ແລະ ສາກົນ, ພວກເຮົາໄດ້ຮັບຄວາມເຂົ້າ ໃຈ ແລະ ບົດຮຽນທີ່ມີຄຸນຄ່າຢ່າງ ຫລວງຫລາຍ. ນອກຈາກນີ້, ການ ປ່ຽນແປງຂອງດິນຟ້າອາກາດຍັງ ເປັນບັນຫາທີ່ສໍາຄັນທີ່ກະທົບຕໍ່ ການພັດທະນາທາງດ້ານການສຶກ ສາ, ສິ່ງເຫລົ່ານີ້ຊີ້ໃຫ້ເຫັນເຖິງ ຄວາມຈໍາເປັນສໍາລັບການຍົກລະ ດັບຄວາມພ້ອມ ແລະ ການຮ່ວມມືທີ່ ສົມບູນແບບ ເພື່ອແກ້ໄຂການປ່ຽນ ແປງໃນອະນາຄົດໃນດ້ານຕ່າງໆ. ທ່ານ ພຸດ ສິມມາລາວົງ ຍັງໃຫ້ຮູ້ ອີກວ່າ: ກອງປະຊຸມໃນມື້ນີ້, ເປັນ ໂອກາດສໍາຄັນ ເພື່ອໃຫ້ພວກເຮົາ ຊອກຫາຊ່ອງທາງ ແລະ ວິທີການ ຕ່າງໆເພື່ອຮັດແໜ້ນ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ປະຊາຄົມ ອາຊຽນ ໂດຍຜ່ານການຈັດຕັ້ງປະຕິ ບັດແຜນການຮ່ວມມືດ້ານການສຶກ ສາອາຊຽນ 2021-2025, ວິໄສ ທັດປະຊາຄົມອາຊຽນ 2025 ແລະ ແຜນແມ່ບົດ 3 ເສົາຄໍ້າປະຊາຄົມ ອາຊຽນ ຢ່າງມີປະສິດຕິພາບ. ໃນ ຂະນະດຽວກັນ, ກໍເປັນໂອກາດໃຫ້ ພວກເຮົາໄດ້ປຶກສາຫາລື ແລະ ແລກ ປ່ຽນທັດສະນະ ກ່ຽວກັບບັນຫາພາກ ພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ຄວາມເປັນຫ່ວງ. ຂ່າວ-ພາບ: ສົມຫວັງ ກັນຄວາມພ້ອມຮອບດ້ານໃຫ້ແກ່ມື້ ເປີດໃຫ້ບໍລິການເຊິ່ງມື້ເປີດໃຫ້ບໍລິ ການຢ່າງເປັນທາງການພາກສ່ວນ ກ່ຽວຂ້ອງຈະແຈ້ງໃຫ້ຊາບຕາມ ພາຍຫລັງ. ທ່ານ ຄອນສະຫວັນ ຄໍາພິວົງ ຫົວໜ້າສະຖານີລົດໄຟທ່ານາແລ້ງ ໃຫ້ໄດ້ຮູ້ໃນວັນທີ 14 ພຶດສະພາ 2024 ນີ້ວ່າ: ມື້ນີ້, ເປັນມື້ທີ່ພວກເຮົາ ເລີ່ມທົດລອງການແລ່ນລົດໄຟຈາກ ສະຖານີທ່ານາແລ້ງ ຫາສະຖານີຄຳ ສະຫວາດ ເປັນຄັ້ງທໍາອິດ ທີ່ໃຊ້ຄົນ ຂັບລົດໄຟຄົນລາວ ໂດຍໄດ້ສະຫລັບ ກັນລະຫວ່າງຄົນຂັບຝ່າຍໄທ ແລະ ຝ່າຍລາວ ເຊິ່ງຄົນຂັບລົດໄຟໄທມາ ຈອດຢູ່ສະຖານີທ່ານາແລ້ງແລ້ວ ປ່ຽນໃຫ້ຄົນຂັບຝ່າຍລາວຂັບຕໍ່ໄປ ສະຖານີວຽງຈັນຄຳສະຫວາດ. ຜ່ານການທົດລອງໃນມື້ນີ້, ເຫັນວ່າ ດຳເນີນໄປດ້ວຍດີ, ທາງດ້ານເຕັກ ນິກ ແລະ ເສັ້ນທາງບໍ່ມີຫຍັງຂັດຂ້ອງ ແລະ ຈະສືບຕໍ່ທົດລອງແລ່ນໄປຈົນ ເຖິງວັນທີ 20 ພຶດສະພາ 2024. ຊາດ ໂດຍມີບັນດາຄະນະກົມ-ຄະ ນະສາຂາ ທຫລ ປະຈໍາພາກ ແລະ ຄະນະພະແນກກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອ ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ສໍາມະ ນາກອນ ໃນການຈັດຕັ້ງເຄື່ອນໄຫວ ວຽກງານຕິດຕາມ ແລະ ຕອບໂຕ້ ຂ່າວໃຫ້ທັນສະພາບການ ເຊິ່ງສຳມະ ນາກອນໄດ້ຮຽນຮູ້ວິທີການຕ່າງໆ ເປັນຕົ້ນ, ການປະຕິບັດວຽກງານ ການຄຸ້ມຄອງຂອງຄະນະກໍາມະ ການຄຸ້ມຄອງອິນເຕີເນັດແຫ່ງຊາດ; ການຄຸ້ມຄອງຂໍ້ມູນຂ່າວສານຜ່ານ ອິນເຕີເນັດ; ການກະກຽມເນື້ອໃນ ຂ່າວ, ຂັ້ນຕອນໃນການຖະແຫລງ ຂ່າວ; ການໂຄສະນານໍາພາຫາງ ສຽງສັງຄົມ ຜ່ານສື່ມວນຊົນ; ການ ຄົ້ນຫາຂໍ້ມູນ, ແກ້ໄຂບັນຫາທາງສື່ ສັງ ຄົມອອນລາຍ ແລະ ອາດຊະຍາ ກຳທາງລະບົບໂທລະຄົມ (Cyber crime). ໂອກາດດັ່ງກ່າວ, ທ່ານປະທານ ກອງປະຊຸມໄດ້ເນັ້ນໃຫ້ສຳມະນາ ກອນທີ່ເຂົ້າຮ່ວມສຸມທຸກຄວາມພະ ຍາຍາມ, ຕັ້ງໃຈສຶກສາ, ຮ່ຳຮຽນ ຍາດເອົາຄວາມຮູ້ດ້ານຕ່າງໆຈາກວິ ທະຍາກອນ ເພື່ອນຳໄປໝູນໃຊ້ເຂົ້າ ໃນໜ້າທີ່ວຽກງານຂອງຕົນຮັບ ຜິດຊອບ ກໍຄື ໜ້າທີ່, ວິຊາສະເພາະ ຂອງຕົນ ໃຫ້ເກີດດອກອອກຜົນ, ປະສົບຜົນສຳເລັດຕາມລະດັບຄາດ ໝາຍທີ່ວາງໄວ້ ກໍຄືເຮັດໃຫ້ວຽກ ງານພາຍໃນ ທຫລ ດຳເນີນໄປ ຢ່າງ ໂລ່ງລ່ຽນ, ວ່ອງໄວ, ຖືກຕ້ອງ ຕາມ ແນວທາງນະໂຍບາຍຂອງພັກ, ລັດ ວາງອອກ. ຂໍ້ມູນ-ພາບ: ທຫລ ບັນເທົາທຸກ ແລະ ການຟື້ນຟູຫລັງ ໄພພິບັດ ພ້ອມທັງປະກອບສ່ວນເຂົ້າ ໃນກອງທຶນຄຸ້ມຄອງໄພພິບັດໃຫ້ ຫລາຍຂຶ້ນ. ໄລຍະຜ່ານມາເຫດການ ໄພພິບັດທີ່ເກີດຂຶ້ນຢູ່ ນວ ສ່ວນ ຫລາຍມີສາເຫດເກີດຈາກຝົນຕົກ ໜັກເຮັດໃຫ້ນໍ້າຖ້ວມຂັງ, ນໍ້າໄຫລຊຸ, ດິນເຊາະເຈື່ອນ, ລົມພະຍຸພັດ, ໄຟ ໄໝ້ເຮືອນ, ໄຟໄໝ້ປ່າ ແລະ ອື່ນໆ ອັນໄດ້ສ້າງຜົນກະທົບ ແລະ ຜົນເສຍ ຫາຍຕໍ່ກັບຊີວິດ, ຊັບສິນຂອງລັດ ແລະ ຂອງປະຊາຊົນບັນດາເຜົ່າໃນ ນວ. ຄຽງຄູ່ກັນນີ້, ການແກ້ໄຂສຸກ ເສີນໄລຍະຜ່ານມາແມ່ນຍັງມີຄວາມ ຫຍຸ້ງຍາກສັບສົນ ເນື່ອງຈາກບໍ່ທັນມີ ກອງທຶນຄຸ້ມຄອງໄພພິບັດເຂົ້າໃນ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວຢ່າງເປັນລະບົບ ເພື່ອຈັດຕັ້ງຜັນ ຂະຫຍາຍບັນດາກົດໝາຍ,ນິຕິກໍາ ລຸ່ມກົດໝາຍເປັນຕົ້ນກົດໝາຍສະບັບ ເລກທີ 71/ສພຊ ວ່າດ້ວຍການຄຸ້ມ ຄອງໄພພິບັດ, ດໍາລັດສະບັບເລກທີ 631/ລບ ວ່າດ້ວຍກອງທຶນຄຸ້ມຄອງ ໄພພິບັດ, ເຈົ້າຄອງ ນວ ຈຶ່ງໄດ້ອອກ ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ຮ່າງເນື້ອໃນສ້າງຕັ້ງກອງທຶນຄຸ້ມ ຄອງໄພພິບັດ ນວ. ມາຮອດປັດຈຸ ບັນ, ຮ່າງຂໍ້ຕົກລົງດັ່ງກ່າວ, ແມ່ນໄດ້ ສໍາເລັດໂດຍພື້ນຖານ ເຊິ່ງປະກອບ ມີ 8 ໝວດ, 29 ມາດຕາ. ດັ່ງນັ້ນ, ເພື່ອເຮັດໃຫ້ຮ່າງຂໍ້ຕົກລົງສະບັບນີ້ມີ ເນື້ອໃນຄົບຖ້ວນສົມບູນສອດຄ່ອງ ຕາມລະບຽບກົດໝາຍ ຈຶ່ງຮຽກ ຮ້ອງມາຍັງຜູ້ເຂົ້າຮ່ວມ ຈົ່ງພ້ອມກັນ ປະກອບຄຳຄິດເຫັນແລກປ່ຽນເຂົ້າ ໃນເນື້ອໃນຂອງຮ່າງຂໍ້ຕົກລົງໃຫ້ ເລິກເຊິ່ງ. ຖ້າຮ່າງຂໍ້ຕົກລົງສະບັບນີ້, ໄດ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງ ເປັນທາງການ ຈະເຮັດໃຫ້ການຄຸ້ມ ຄອງລັດ, ຄຸ້ມຄອງສັງຄົມໄປຕາມ ລະບົບກົດໝາຍ ທັງຈະກາຍເປັນ ເຄື່ອງມືທີ່ສຳຄັນ ໃຫ້ແກ່ນະຄອນ ຫລວງວຽງຈັນ ໃນການຈັດຕັ້ງປະ ຕິບັດວຽກງານປ້ອງກັນ ແລະ ຄຸ້ມ ຄອງໄພພິບັດ, ຮັບປະກັນໃຫ້ມີງົບ ປະມານໃນການປ້ອງກັນ ແລະ ການ ຫລຸດຜ່ອນຄວາມສ່ຽງຈາກໄພພິບັດ ການປະຕິບັດການສຸກເສີນ ເພື່ອສາ ມາດຊອກຄົ້ນ, ຄົ້ນຫາ ແລະ ກູ້ໄພ ເອົາຊີວິດ ແລະ ຊັບສິນຂອງລັດ ແລະ ຂອງປະຊາຊົນທັນເວລາ, ສາ ມາດສະໜອງການຊ່ວຍເຫລືອບັນ ເທົາທຸກແກ່ຜູ້ປະສົບໄພພິບັດ ເຊັ່ນ: ການຊ່ວຍເຫລືອສຸກເສີນດ້ານທີ່ຢູ່ ອາໄສຊົ່ວຄາວ, ອາຫານ, ນໍ້າດື່ມ, ນໍ້າໃຊ້, ການບໍລິການແພດສຸກເສີນ, ເຄື່ອງນຸ່ງຫົ່ມ, ການສ້າງຕັ້ງສູນບັນ ຊາການສຸກເສີນບ່ອນເກີດໄພພິບັດ ແລະ ອື່ນໆ. ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່ ເປົ້າໝາຍຫລັກຄື: ການປັບປຸງຊີວິດ ການເປັນຢູ່ ແລະ ຄວາມສົມບູນພູນ ສຸກເພື່ອທຸກຄົນ; ການຄຸ້ມຄອງຊັບ ພະຍາກອນທໍາມະຊາດ, ການຫລຸດ ຜ່ອນຄວາມສ່ຽງດ້ານໄພພິບັດ ແລະ ການປ່ຽນແປງສະພາບດິນຟ້າອາ ກາດ; ການຄຸ້ມຄອງບໍລິຫານລັດ ແລະ ການປົກຄອງ ລັດດ້ວຍກົດ ໝາຍ. ຜ່ານຈັດຕັ້ງປະຕິບັດເຫັນວ່າ ແຕ່ລະແຜນງານໄດ້ເອົາໃຈໃສ່ສູ້ ຊົນຈັດຕັ້ງປະຕິບັດແຜນປະຈຳປີ 2023 ເປັນຂະບວນຟົດຟື້ນ ແລະ ໄດ້ຮັບຜົນສຳເລັດເປັນກ້າວໆເຊັ່ນ: ການປັບປຸງການເຂົ້າເຖິງໂອກາດ ຕ່າງໆ ດ້ານການລ້ຽງຊີບ ສໍາລັບ ຊຸມຊົນສ່ຽງຖືກກະທົບຈາກລະເບີດ ບໍ່ທັນແຕກ; ສ້າງຄວາມເຂັ້ມແຂງໃຫ້ ຂອບນິຕິກໍາ; ສ້າງຄວາມເຂັ້ມແຂງ ໃຫ້ນິຕິກໍາລຸ່ມກົດໝາຍ ແລະ ນະໂຍ ບາຍ ທີ່ພົວພັນກັບການຄຸ້ມຄອງຊັບ ພະຍາກອນທໍາມະຊາດ, ການຫລຸດ ຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການປ່ຽນແປງສະພາບດິນຟ້າອາ ກາດ; ເພີ່ມຄວາມທົນທານຂອງປະ ຊາຊົນຕໍ່ການປ່ຽນແປງສະພາບ ດິນຟ້າອາກາດ; ປັບປຸງການມີສ່ວນ ຮ່ວມຂອງຊຸມຊົນ ໃນການຄຸ້ມຄອງ ຊັບພະຍາກອນທໍາມະຊາດ; ປົກປ້ອງ ພົນລະເມືອງ ແລະ ສ້າງຄວາມເຂັ້ມ ແຂງ ໃຫ້ການປົກຄອງລັດດ້ວຍ ກົດໝາຍ. ສຳລັບແຜນວຽກຈຸດສຸມ ແລະ ບູລິມະສິດ ສໍາລັບ ປີ 2024 ຂະ ຫຍາຍວຽກການປົກປ້ອງສັງຄົມ ແລະ ກິດຈະກຳຊ່ວຍເຫລືອທີ່ພົວພັນ ກັບການປັບປຸງຊີວິດການເປັນຢູ່ ເພື່ອປັບປຸງຄວາມຢູ່ດີກິນດີຂອງປະ ຊາຊົນ, ກຽມຈັດຕັ້ງປະຕິບັດໂຄງ ການລິເລີ່ມ ໃນການຄຸມຄອງການ ນຳໃຊ້ເຄມີກະສິກຳເພື່ອສົ່ງເສີມຜະ ລິດຕະພັນກະສິກຳໃຫ້ມີຄຸນນະພາບ, ກຽມຈັດຕັ້ງປະຕິບັດວຽກງານອະ ນຸລັກປ່າໄມ້ ແລະ ຊີວະນາໆພັນ. ຂ່າວ: ກິດຕາ, ພາບ: ເກດສະໜາ ແລະ ບໍລິຄໍາໄຊ ແລະ ພະແນກການ ທີ່ກ່ຽວຂ້ອງຂອງແຂວງ ຄື: ແຜນ ການ ແລະ ການລົງທຶນ, ຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ພະລັງງານ ແລະ ບໍ່ແຮ່, ກະສິ ກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ແລະ ການເງິນເພື່ອຮັບຟັງ ການລາຍງານກ່ຽວກັບການຈັດ ຕັ້ງປະຕິບັດໂຄງການເຊົ່າ ແລະ ສໍາ ປະທານທີ່ດິນ ຂອງບັນດາໂຄງການ ພັດທະນາແຮ່ທາດ ແລະ ເຂື່ອນ ໄຟຟ້າ, ສະພາບການຈັດຕັ້ງປະຕິ ບັດການລົງທຶນດ້ານພະລັງງານ ແລະ ແຮ່ທາດ; ການຫັນປ່ຽນທີ່ດິນ ປ່າໄມ້, ການຟື້ນຟູປ່າ ແລະ ປູກປ່າ ທົດແທນຄືນພື້ນທີ່ປ່າໄມ້ທາງທໍາ ມະຊາດ ແລະ ການຂຶ້ນທະບຽນ ອອກໃບຕາດິນ; ຜົນກະທົບຕໍ່ສິ່ງ ແວດລ້ອມ, ທໍາມະຊາດແລະສັງຄົມ; ການຟື້ນຟູຊີວິດການເປັນຢູ່, ການ ຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນ; ການສົ່ງອອກແຮ່ທາດລວມທັງ ການເກັບລາຍຮັບຄ່າເຊົ່າ ແລະ ສໍາ ປະທານຈາກໂຄງການພັດທະນາ ດ້ານພະລັງງານ ແລະ ບໍ່ແຮ່ ໃນຮູບ ແບບປົກກະຕິ ແລະ ແບບທົດລອງ ແລະ ວຽກງານອື່ນໆຕາມທີ່ໄດ້ກຳ ນົດໄວ້ໃນມະຕິຂອງສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ເພື່ອຊອກໃຫ້ ເຫັນດ້ານດີທີ່ຄວນເສີມຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຕ້ອງໄດ້ ຊອກຫາວິທີແກ້ໄຂແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວມີປະສິດທິພາບ ແລະ ປະສິດ ທິຜົນດີຂຶ້ນ. ໂອກາດນີ້, ທ່ານ ຄໍາມ່ວນ ຊົມ ສີຫາປັນຍາ ໄດ້ມີຄໍາເຫັນຊີ້ນໍາໃຫ້ ພາກສ່ວນກ່ຽວຂ້ອງ ສືບຕໍ່ຈັດຕັ້ງ ປະຕິບັດວຽກງານທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນໃຫ້ເຂັ້ມງວດ ຂຶ້ນຕື່ມ ເປັນຕົ້ນ ໃຫ້ຮີບຮ້ອນປະ ເມີນຜົນການຈັດຕັ້ງປະຕິບັດໂຄງ ການທົດລອງຂຸດຄົ້ນແຮ່ທາດທີ່ກໍາ ລັງຈັດຕັ້ງປະຕິບັດຢູ່ພາຍໃນແຂວງ ໃຫ້ມີປະສິດທິພາບ, ປະສິດທິຜົນ, ພ້ອມທັງມີມາດຕະການຢ່າງເຂັ້ມ ງວດຕໍ່ໂຄງການທີ່ບໍ່ມີປະສິດທິພາບ, ສົ່ງຜົນກະທົບຕໍ່ສິ່ງແວດລ້ອມສັງ ຄົມ ແລະ ທຳມະຊາດຄວນໂຈະ ຫລື ຢຸດເຊົາກິດຈະການ, ໂຄງການໃດທີ່ ມີປະສິດທິຜົນຄວນໃຫ້ສືບຕໍ່ຈັດຕັ້ງ ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ໂດຍຫັນເຂົ້າສູ່ການດຳເນີນໂຄງ ການໃນຮູບແບບປົກກະຕິ; ການຄົ້ນ ຄວ້າອະນຸມັດໂຄງການຂຸດຄົ້ນແຮ່ ທາດໃນຕໍ່ໜ້າຕ້ອງໃຫ້ສອດຄ່ອງ ກັບຍຸດທະສາດການພັດທະນາແຮ່ ທາດທີ່ໄດ້ຮັບຮອງໃນກອງປະຊຸມ ສະໄໝສາມັນເທື່ອທີ 5 ຂອງສະພາ ແຫ່ງຊາດຊຸດທີ IX ແລະ ແຈ້ງການ ຂອງຄະນະເລຂາທິການສະພາແຫ່ງ ຊາດ ກ່ຽວກັບການພິຈາລະນາການ ອະນຸມັດໂຄງການຂຸດຄົ້ນແຮ່ທາດ ສະບັບເລກທີ 647/ຄລສ, ລົງວັນທີ 27 ທັນວາ 2023; ເອົາໃຈໃສ່ຄຸ້ມ ຄອງ, ຕິດຕາມກວດກາບັນດາໂຄງ ການຊອກຄົ້ນ, ສໍາຫລວດ ແລະ ຂຸດຄົ້ນແຮ່ທາດ ໃຫ້ມີປະສິດທິພາບ, ປະສິດທິຜົນ, ຍືນຍົງ, ປະຢັດ, ນໍາເອົາ ຜົນປະໂຫຍດມາສູ່ປະເທດຊາດ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ເກີນກວ່າ ມາດຕະຖານກຳນົດໄວ້; ເອົາໃຈໃສ່ ຄົ້ນຄວ້າ, ປັບປຸງນະໂຍບາຍ ແລະ ນິຕິກຳກ່ຽວກັບການສົ່ງເສີມວຽກ ງານການຟື້ນຟູແລະປູກໄມ້ທົດແທນ ໂດຍການມີສ່ວນຮ່ວມລະຫວ່າງ ພາກລັດ, ຜູ້ປະກອບການ ແລະ ປະ ຊາຊົນ ໃຫ້ມີຄວາມຊັດເຈນ ແລະ ຮັດກຸມ; ສ້າງແຜນຟື້ນຟູປ່າ, ປູກໄມ້ ທົດແທນ ແລະ ປົກປັກຮັກສາໃນ ແຕ່ ລະຂົງເຂດ ເພື່ອໃຫ້ສອດຄ່ອງກັບ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ທີ່ກຳນົດໃຫ້ມີເນື້ອທີ່ປ່າປົກຫຸ້ມ ກວມ 70%; ສຸມໃສ່ຕິດຕາມ, ກວດ ກາ ແລະ ສັງລວມການປະຕິບັດພັນ ທະຕ່າງໆກ່ຽວກັບວຽກງານຟື້ນຟູ ປ່າໄມ້ ແລະ ປູກໄມ້ທົດແທນຕາມ ສັນຍາສຳປະທານ, ກົດໝາຍ, ມະຕິ ສະພາແຫ່ງຊາດ ແລະ ນິຕິກຳອື່ນ ທີ່ກ່ຽວຂ້ອງ ຂອງບັນດາໂຄງການ ກໍ່ສ້າງເຂື່ອນໄຟຟ້າ, ບໍ່ແຮ່, ໂຄງລ່າງ ພື້ນຖານ ທີ່ໄດ້ຮັບອະນຸຍາດຈາກລັດ ຖະບານ ແລະ ຊຸກຍູ້ສົ່ງເສີມການຜະ ລິດ, ຫລຸດຜ່ອນການນໍາເຂົ້າພາຍ ໃນທີ່ເປັນບຸລິມະສິດ ແລະ ທ່າແຮງ ຂອງແຂວງ; ໃຫ້ຮີບຮ້ອນເອົາໃຈ ໃສ່ກວດກາ, ສຳຫລວດ, ວັດແທກ, ຂຶ້ນທະບຽນອອກ ໃບຕາດິນຂອງລັດ ໃຫ້ແກ່ໂຄງການເຊົ່າ ແລະ ສໍາປະ ທານ ເພື່ອເປັນບ່ອນອີງໃຫ້ແກ່ການ ເກັບຄ່າເຊົ່າສຳປະທານທີ່ດິນຕາມ ກົດໝາຍ ແລະ ເອົາໃຈໃສ່ເກັບກຳຂໍ້ ມູນເພື່ອຂຶ້ນທະບຽນອອກໃບຕາດິນ ແລະ ການຈັດສັນທີ່ດິນ ໃຫ້ສຳເລັດ ແລະ ບັນລຸຕາມແຜນການທີ່ວາງໄວ້ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງ ດີຂຶ້ນກວ່າເກົ່າ, ພ້ອມທັງຮັບປະກັນ ບໍ່ໃຫ້ມີບັນຫາການຮ້ອງຟ້ອງຂໍ ຄວາມເປັນທໍາໃນອະນະຄົດ; ສືບຕໍ່ ຜັນຂະຫຍາຍແຜນແມ່ບົດຈັດສັນ ທີ່ດິນແຫ່ງຊາດ ແລະ ແຜນຈັດສັນ ທີ່ດິນຂອງແຂວງ, ຄຸ້ມຄອງຊັບພະ ຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມຂັ້ນແຂວງ ໂດຍຕິດພັນກັບ ການຊຸກຍູ້ຢ່າງແຂງແຮງໃນການ ຈັດຕັ້ງຜັນຂະຫຍາຍກົດໝາຍວ່າ ດ້ວຍທີ່ດິນ ໃຫ້ເຂົ້າສູ່ຊີວິດຕົວຈິງ ຂອງສັງຄົມໃຫ້ທົ່ວເຖິງ ແລະ ມີຜົນ ສັກສິດ; ສືບຕໍ່ຕິດຕາມຢ່າງໃກ້ຊິດບັ ນຫາຜົນກະທົບຕໍ່ສິ່ງແວດລ້ອມສັງ ຄົມ ແລະ ທໍາມະຊາດ ທີ່ອາດຈະເກີດ ຂຶ້ນຈາກໂຄງການພັດທະນາຕ່າງໆ ເປັນຕົ້ນ ໂຄງການພັດທະນາໄຟຟ້າ, ໂຄງການຂຸດຄົ້ນແຮ່ທາດ (ແບບ ທົດລອງ), ໂຄງການພັດທະນາພື້ນ ຖານໂຄງລ່າງອື່ນໆ. ຂ່າວ: ສຸດສາຄອນ ໄຊທະມາດ ບ່ອນອີງໃນການສັງລວມລາຍງານ ຕໍ່ກອງປະຊຸມສະພາແຫ່ງຊາດ, ຄະ ນະປະຈຳສະພາແຫ່ງຊາດ ຄົ້ນຄວ້າ ພິຈາລະນາ. ການລົງເຄື່ອນໄຫວຄັ້ງນີ້, ໄດ້ ຈັດກອງປະຊຸມຮ່ວມກັບສະພາປະ ຊາຊົນແຂວງອັດຕະປື, ເຊກອງ

xtgmf]k; 3 16/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ຮິບໂຮມໂດຍ: ພະກາ mq o c]t mq omko .orklk]k; ໂດຍ: ຄ້ອງໃໝ່ (ເນື່ອງໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 65 ປີ ວັນທີ 18/5/1959-18/5/2024) xa fw9rN o4ko gIa f.sh dv'ra omu 2 zj k;q 'xy f]h v,1j k',u wpq dl6 '9y f.9gvdt]kf gxa og9Q k8q ogv'DDD * ການຜ່າວົງປິດລ້ອມຂອງສັດ ຕູໄດ້ຢ່າງມີໄຊຂອງກອງພັນທີ 2 ໃນວັນທີ18ພຶດສະພາ 1959ແມ່ນ ໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ ປົດປ່ອຍປະເທດຊາດ ພາຍໃຕ້ການ ນຳພາອັນສະຫລາດ ສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ຖືເປັນ ການເປີດສັງກາດໃໝ່ແຫ່ງການຕໍ່ ສູ້ປົດປ່ອຍປະເທດຊາດອອກຈາກ ແອກປົກຄອງຂອງພວກຈັກກະພັດ ແລະ ກ້າວສູ່ການປົດປ່ອຍປະເທດ ຊາດໄດ້ຢ່າງມີໄຊ ໃນວັນທທີ 2 ທັນ ວາ1975.ການຕໍ່ສູ້ດັ່ງກ່າວສາມາດ ຍາດໄຊຊະນະໄດ້ຢ່າງມີໄຊ ນັ້ນມີ ຫລາຍປັດໄຈພື້ນຖານທີ່ເປັນອັນຕັດ ສິນ. ໃນນັ້ນ ສິ່ງທີ່ເປັນປັດໄຈຕົ້ນຕໍ ແມ່ນຍ້ອນມີການນຳພາອັນຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ. ບວກກັບພະນັກງານ, ສະມາຊິກພັກ ແລະ ນັກຮົບກອງພັນທີ 2 ໄດ້ຮັບ ການສຶກສາອົບຮົມການເມືອງແນວ ຄິດເປັນຢ່າງດີ. ອັນໄດ້ເຮັດໃຫ້ທຸກ ຄົນມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະ ເທດຊາດ, ຕໍ່ປະຊາຊົນ, ບໍ່ຫວັນໄຫວ ຄອນແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫລາຍປະ ການ. ພາຍໃນມີຄວາມສາມັກຄີເປັນ ເອກະພາບມີນໍ້າໃຈສູ້ຮົບເດັດດ່ຽວ ອາດຫານ, ປະຕິບັດລະບຽບວິໄນ ແລະ ຄໍາສັງເຂັ້ມງວດ, ຮັກສາ ຄວາມລັບຢ່າງເດັດຂາດ. ທິດທາງການນຳພາຂອງພັກ ໃນການຕໍ່ສູ້ກອບກູ້ເອົາປະເທດຊາດ ນັ້ນນອກຈາກຈະຕໍ່ສູ້ດ້ວຍອາວຸດ ຍຸດໂທປະກອນແລ້ວຍັງມີການປະ ສານສົທທົບກັບການປຸກລະດົມຂົນ ຂວາຍ ໂດຍຍາມໃດກໍໄດ້ເອົາໃຈໃສ່ ເຮັດວຽກງານລົງກໍ່ສ້າງຮາກຖານ ການເມືອງ, ປຸກລະດົມຂົນຂວາຍ ປະຊາຊົນກໍຄືຂົນຂວາຍກໍາລັງຂອງ ຝ່າຍກົງກັນຂ້າມ.ສະນັ້ນ,ຈິ່ງໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອ ຈາກອໍານາດການປົກຄອງທ້ອງ ຖິ່ນ ແລະ ປະຊາຊົນ. ການຜ່າວົງປິດ ລ້ອມຂອງກອງພັນທີ 2 ມີການຈັດ ຕັ້ງນໍາພາ-ບັນຊາທີ່ໜັກແໜ້ນ, ເດັດ ດ່ຽວເດັດຂາດ, ເສີມຂະຫຍາຍຫົວ ຄິດປະດິດສ້າງຂອງໝົດທຸກຄົນ, ກໍາແໜ້ນກາລະໂອກາດອັນເໝາະ ສົມ ແລະ ມີວິທີຫລອກຫລວງສັດຕູ ຢ່າງມີໄຫວພິບ ພ້ອມນີ້ຍັງໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອຢ່າງ ໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ສັງລວມແລ້ວ, ການຕໍ່ສູ້ຢ່າງພິ ລະອາດຫານແລະບໍ່ຍອມຈຳນົນດັ່ງ ກ່າວສະແດງໃຫ້ເຫັນເຖິງຄວາມບໍ ລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນ ແຄນຕໍ່ການນາບຂູ່, ຫລອກຫລວງ ຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດ ຫານ ແລະ ມີໄຫວພິບຂອງກອງພັນ ທີ 2 ໄດ້ເປັນແວ່ນແຍງ, ເປັນການ ປຸກລະດົມອັນແຮງກ້າໃຫ້ແກ່ຂະ ບວນການປະຕິວັດ ເພື່ອຕີຊະນະກັບ ຈັກກະພັດຜູ້ຮຸກຮານ. ພ້ອມດຽວກັນ ນັ້ນກໍເຮັດໃຫ້ກໍາລັງປະຕິວັດ, ໂດຍ ສະເພາະແມ່ນກໍາລັງປະກອບອາ ວຸດປະຊາຊົນນັບມື້ເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງ. ພາບປະກອບ ພາບປະກອບ ເສດຖະກິດ, ການຮ່ວມມືດ້ານເສດ ຖະກິດກັບພາຍນອກ ແລະ ການ ເຊື່ອມໂຍງສາກົນ, ທັງເປັນການ ສ້າງເງື່ອນໄຂ, ຄວາມເຊື່ອໝັ້ນອັນ ໜັກແໜ້ນ ໃນການຍາດແຍ່ງ ແລະ ຮັບເອົາການສະໜັບສະໜູນຊ່ວຍ ເຫລືອຈາກເພື່ອນມິດສາກົນ ໃຫ້ ກາຍເປັນແຫລ່ງທຶນຮອນ ເພື່ອພັດ ທະນາ ຫລື ນໍາໃຊ້ຢ່າງມີປະສິດທິ ຜົນສູງສຸດ”. ບົນຈິດໃຈດັ່ງກ່າວ, ການຍົກ ສູງຈິດໃຈເອກະລາດ, ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ...ແມ່ນສໍາ ຄັນ ດ້ວຍມູນເຊື້ອທີ່ພວກເຮົາມີຢູ່ ແລ້ວ, ຂໍພຽງຕ້ອງຕັ້ງໜ້າຍົກສູງ ຂຶ້ນ ຕື່ມໃນຈິດໃຈດັ່ງກ່າວບົນພື້ນ ຖານໃນການເສີມຂະຫຍາຍຄວາມ ບາກບັ່ນສູ້ຊົນໃຫ້ສູງທີ່ສຸດ. ທັງນີ້ ກໍ່ເພາະວ່າ ພັກປະຊາຊົນປະຕິວັດ ລາວ ຢືນຢັນມາແຕ່ຕົ້ນແລ້ວວ່າດໍາ ເນີນການປະຕິວັດຊາດ-ປະຊາທິ ປະໄຕ ເພື່ອຕໍ່ສູ້ຍາດເອົາເອກະລາດ ແຫ່ງຊາດ, ອິດສະຫລະພາບ, ສິດ ປະຊາທິປະໄຕ ແລະ ຄວາມເປັນເຈົ້າ ຂອງປະເທດຊາດ ອັນແທ້ຈິງ ມາ ສູ່ກໍາມື ຂອງປະຊາຊົນລາວ ບັນດາ ເຜົ່າ, ຈາກນັ້ນ ກໍ່ຢຶດຫມັ້ນການເຊີດ ຊູຄວາມເປັນເອກະລາດ, ເປັນເຈົ້າ ຕົນເອງ, ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີ ຄວາມໜັກແໜ້ນ ເປັນແນວທາງພັດ ທະນາອັນເປັນພື້ນຖານຂອງພັກ ເຮົາ... ເຖິງຢ່າງໃດກໍ່ດີ, ຜ່ານໄລຍະ ແຫ່ງການພັດທະນາ, ພັກເຮົາໄດ້ຕີ ລາຄາຢ່າງພາວະວິໄສວ່າ: “ໃນໄລ ຍະ 10 ກວ່າປີຜ່ານມາ, ພັກເຮົາໄດ້ ວາງແນວທາງການພັດທະນາທີ່ ຢືນຢູ່ບົນພື້ນຖານການຂຸດຄົ້ນ, ນໍາ ໃຊ້ກາລະໂອກາດ ແລະ ກໍາລັງແຮງ ສັງລວມ ເພື່ອສ້າງບາດກ້າວບຸກທະ ລຸໃນການພັດທະນາ, ຮັບປະກັນໃຫ້ ການເຕີບໂຕຂອງເສດຖະກິດ ດ້ວຍ ຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ, ເຂັ້ມ ແຂງ, ຮັບປະກັນການພັດທະນາ ແບບຍືນຍົງ ແລະ ເປັນເຈົ້າຕົນເອງ ຜ່ານພຶດຕິກໍາຕົວຈິງໃນການກໍ່ສ້າງ, ພັດທະນາ ແລະ ຍົກລະດັບພື້ນຖານ ເສດຖະກິດແຫ່ງຊາດ ໄປຕາມທິດ ດັ່ງກ່າວ, ເຫັນວ່າຄວາມເປັນເຈົ້າ ຕົນເອງດ້ານເສດຖະກິດ ເມື່ອທຽບ ກັບເງື່ອນໄຂ, ຈຸດພິເສດ, ຄວາມສາ ມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຢູ່ ຂອງປະເທດເຮົາ ແມ່ນບໍ່ທັນຢູ່ໃນ ທ່ວງທ່າທີ່ຕັ້ງໜ້າ ແລະ ໜັກແໜ້ນ ເທື່ອ; ຍັງເພິ່ງພາ, ເອື່ອຍອີງໃສ່ການ ກູ້ຢືມ, ການຊ່ວຍເຫລືອລ້າ, ອາໄສ ການຂຸດຄົ້ນຊັບພະຍາກອນທໍາມະ ຊາດ ທີ່ສົ່ງອອກວັດຖຸດິບເປັນຕົ້ນຕໍ, ຂາດການປຸງແຕ່ງ ແລະ ບໍ່ຖືກທິດ ຍືນຍົງ, ປະເທດເຮົາ ຍັງປະເຊີນໜ້າ ກັບການຂາດດຸນໃນຫລາຍດ້ານ ເຊັ່ນ:ດ້ານການຄ້າ, ພະລັງງານ, ງົບ ປະມານ, ເງິນຕາ ແລະ ແຮງງານ. ນອກນັ້ນ ສັງຄົມເຮົາ ຍັງນັບມື້ນັບ ກາຍເປັນສັງຄົມບໍລິໂພກ, ຄົນໃນ ຊາດ ມີຄ່ານິຍົມຊົມໃຊ້ສິນຄ້າຈາກ ຕ່າງປະເທດເປັນຕົ້ນຕໍ ແລະ ອື່ນໆ... ເຮັດໃຫ້ຄວາມສາມາດຮັບມືກັບບັນ ຫາຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຜົນສະທ້ອນຈາກສະພາບແວດ ລ້ອມພາຍນອກ ຍັງຈໍາກັດຫລາຍ ດ້ານ, ກໍ່ໃຫ້ເກີດມີຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ເງິນຕາ ທີ່ສະສົມຢ່າງຕໍ່ເນື່ອງ ມາຮອດປັດ ຈຸບັນ ເຊັ່ນ: ບັນຫາໜີ້ສິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະ ເທດຜັນຜວນ, ລາຄາສິນຄ້າ ແລະ ຄ່າຄອງຊີບ ຖີບຕົວສູງຂຶ້ນ ກະທົບ ຕໍ່ການພັດທະນາ ກໍ່ຄືສ້າງຄວາມ ຫຍຸ້ງຍາກ, ຝືດເຄືອງຕໍ່ຊີວິດການ ເປັນຢູ່ ຂອງປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫລວດ ແລະ ອື່ນໆ. ສາເຫດ ຫລື ປັດໄຈຕົ້ນ ຕໍທີ່ເຮັດໃຫ້ເກີດມີສະພາບດັ່ງກ່າວ ແມ່ນຍ້ອນການຄຸ້ມຄອງມະຫາ ພາກ ຂອງລັດ ຍັງບໍ່ທັນເຂັ້ມງວດ, ເຂັ້ມແຂງ, ຍັງມີການລະເມີດວິໄນ ແຜນການ-ການເງິນ ທີ່ຮ້າຍແຮງ, ປະສິດທິພາບການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມ ດ້ວຍກົດ ໝາຍ ຍັງບໍ່ທັນສູງ, ຂາດຈຸດສຸມໃນ ການພັດທະນາ, ການສ້າງຖານການ ນິດຄໍາຕ່າງກັນ ຄື: ທົນ ເປັນຄໍາກິລິ ຍາ ໝາຍເຖິງ ບໍ່ເສື່ອມສະຫລາຍໄປ ງ່າຍ, ສາມາດສູ້ຢູ່ໄດ້ດົນນານ. ຄໍາ ນີ້ມັກໃຊ້ກັບສິ່ງຂອງ ຫລື ກັບຈິດໃຈ ຂອງຄົນ ໄດ້ເຊັ່ນ: ເກີບຄູ່ນີ້ທົນທີ່ສຸດ ຖືຕັ້ງສິບປີຍັງບໍ່ຂາດ; ລາວເປັນຄົນ ທົນທຸກທົນຍາກທີ່ສຸດ ຜູ້ດຽວລ້ຽງ ລູກຕັ້ງຫ້າຄົນກໍ່ລ້ອນ; ໃຜກໍ່ທົນຕໍ່ ສຽງນັ້ນບໍ່ໄດ້. ທົນທານ ເປັນຄໍາຄຸນນາມ ໝາຍ ເຖິງ ໝັ້ນໜຽວ, ຄົງຢູ່ໄດ້ດົນ, ສາ ມາດຮັບສິ່ງທີ່ມາກະທົບຢ່າງແຮງ ໃສ່ໄດ້ຢ່າງດົນນານ. ຄໍານີ້ ໃຊ້ກັບສິ່ງຂອງເປັນສໍາຄັນ ເຊັ່ນ: ກະເບື້ອງກາໜັງແຂ້ນີ້ ຈັ່ງ ແມ່ນທົນທານໃຊ້ຕັ້ງຫ້າສິບປີຍັງດີ ຢູ່ຄືເກົ່າ; ຂົວແຫ່ງນັ້ນ ສ້າງແຕ່ສະ ໄໝປີ 1900 ດຽວນີ້ກໍ່ຍັງໃຊ້ໄດ້ຈັ່ງ ແມ່ນທົນທານອີຫລີ. ຄໍາທັງສອງມີຄວາມໝາຍຄ້າຍ ກັນ ແລະ ໃຊ້ນໍາກັນໄດ້ໃນບາງບໍລິ ບົດ ໂດຍສະເພາະໃນທາງວັນນະຄະ ດີ ເຊັ່ນ: ອົດທົນວຽກງານຈິງແລ້ວ, ແຕ່ທົນມັກໃຊ້ກັບຈິດໃຈ ແລະ ວັດ ຖຸ, ບາງເທື່ອຄໍາວ່າ ທົນ ເຄີຍໃຊ້ປະ ກອບກັບຄໍາວ່າ ອົດ ເປັນ ອົດທົນ ໃຊ້ ກັບການບອກຄຸນະພາບທາງຈິດໃຈ ຂອງຄົນ ເຊັ່ນ: ລາວ ເປັນຄົນອົດທົນ ໃນການຮໍ່າຮຽນ, ສ່ວນທົນທານ ແມ່ນໃຊ້ໄດ້ກັບສິ່ງທີ່ເປັນວັດຖືເປັນ ສໍາຄັນ. ຂໍ້ມູນທີ່ເກັບກໍາຮິບໂຮມມາສະ ເໜີແມ່ນອ້າງອີງວັດຈະນານຸກົມຄໍາ ພ້ອງຄວາມໝາຍ ແລະ ສໍານວນ ລາວ ຈັດພິມໂດຍສະຖາບັນຄົ້ນ ຄວ້າວິທະຍາສາດສັງຄົມແຫ່ງຊາດ ຊຶ່ງຜູ້ຈັດທໍາແມ່ນ ທ່ານ ສົມແສງ ໄຊຍະວົງ. ດັ່ງນັ້ນ ຈຶ່ງໄດ້ນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. ຜະລິດ ແລະ ການບໍລິການທີ່ ເປັນ ຕົວຂັບເຄື່ອນເສດຖະກິດ ຍັງຊັກຊ້າ, ບໍ່ທ່ວງທັນກັບກາລະໂອກາດທີ່ມີ ແລະ ສະພາບແວດລ້ອມ ທີ່ເອື້ອອໍາ ນວຍໄດ້ຢ່າງເປັນເຈົ້າການ”. ບັນຫາທີ່ຖືກຕັ້ງຂຶ້ນ ໃນພຶດຕິກໍາ ຕົວຈິງ ກໍ່ຍັງແມ່ນຄວາມຕ້ອງການ ອັນແຮງກ້າ ທີ່ຢາກເຫັນຄົນລາວ ທຸກຖ້ວນໜ້າພ້ອມກັນຍົກສູງຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ບົນພື້ນຖານມູນເຊື້ອອັນດີ ງາມທີ່ພວກເຮົາມີ ແລະ ປະຕິບັດ ໃຫ້ໄດ້ຢ່າງສຸດກົກສຸດປາຍ, ມີ ຄວາມຍືນຍົງ. ການຍົກສູງຈິດໃຈ ເອກະລາດ ເປັນເຈົ້າຕົນເອງ, ເພິ່ງ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ບໍ່ອາດເຮັດແຕ່ມື້ໜຶ່ງ ຍາມດຽວ, ເຮັດແບບຢຸດໆຢ່ອນໆ... ມັນຮຽກຮ້ອງໃຫ້ຄົນລາວ ທຸກຄົນ ຕ້ອງເສີມຂະຫຍາຍຄວາມບາກ ບັ່ນສູ້ຊົນສູງສຸດຂອງຕົນເອງ ເປັນ ສິ່ງຕັດສິນຕົ້ນຕໍໃນການຮັບປະກັນ ຄວາມເປັນເອກະລາດ, ເປັນເຈົ້າ ຕົນເອງ ໃຫ້ສະແດງອອກຢ່າງເປັນ ຮູບປະທໍາ ທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດກັບ ພາຍນອກ ແລະ ການເຊື່ອມໂຍງ ສາກົນ... * ຫລາຍບົດຜ່ານມາ ໄດ້ນໍາເອົາ ຄວາມຮູ້ພື້ນຖານອັນເປັນປະໂຫຍດ ກ່ຽວກັບຄໍາສັບໃນພາສາແມ່ (ພາ ສາລາວ) ຈໍານວນໜຶ່ງ ມາເພື່ອທົບ ທວນ ແລະ ສຶກສານໍາກັນ. ໃນຄັງ ສາງວັດຈະນະພາສາລາວ ມີຄວາມ ອຸດົມຮັ່ງມີທາງຄໍາສັບ...ຜ່ານພຶດຕິ ກໍາສັງຄົມ ແລະ ກະແສຟອງຂອງ ການພັດທະນາມາຫລາຍພັນປີ ເຊິ່ງ ບໍ່ນ້ອຍໜ້າພາສາໃດໃນໂລກ. ບົດນີ້ ຈຶ່ງນໍາເອົາຄໍາສັບທີ່ມີຄວາມໝາຍ ຄ້າຍຄືກັນ ຫລື ຕາມການຄົ້ນຄວ້າ ຂອງສະຖາບັນວິທະຍາສາດສັງຄົມ ແຫ່ງຊາດ ເອີ້ນວ່າ ຄໍາພ້ອງຄວາມ ໝາຍ. ວັນນີ້ ສະເໜີຄໍາວ່າ ທົນ ແລະ ທົນທານ. ທົນ ແລະ ທົນທານ ຄໍາທັງສອງ ມີຄວາມໝາຍໃກກັນແຕ່ເປັນຊະ * ຈິດໃຈເອກະລາດ ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງແມ່ນສໍາຄັນແລະ ມີຄວາມຈໍາເປັນໃນການພັດທະນາ. ທັງນີ້ກໍ່ເພາະວ່າ ເຖິງແມ່ນສະພາບ ຫຍຸ້ງຍາກຕ່າງໆນາໆອັນມີສາເຫດ ມາຈາກສະພາບພາຍນອກກະທົບ, ກໍ່ຈະບໍ່ໜັກໜ່ວງຮ້າຍແຮງ ຍ້ອນ ເຮົາມີຄວາມເຂັ້ມແຂງພຽງພໍເປັນ ພື້ນຖານ ໂດຍບໍ່ຈໍາເປັນອາໄສຜູ້ອື່ນ ກໍ່ຄືການນໍາເຂົ້າສິນຄ້າຕ່າງໆນາໆ. ແນວຄິດຊີ້ນໍາການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ(ສອຈ) ແມ່ນຖືກຕ້ອງທີ່ສຸດ ຊຶ່ງພວກເຮົາ ຕ້ອງສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ເລິກເຊິ່ງ ເພື່ອນໍາໄປຈັດຕັ້ງຜັນ ຂະຫຍາຍຢ່າງຖືກທິດ ເຮັດໃຫ້ເສດ ຖະກິດຂອງປະເທດເຮົາ ມີຄວາມ ເຂັ້ມແຂງ ບົນພື້ນຖານແຫ່ງຄວາມ ເປັນເອກະລາດ ເປັນເຈົ້າຕົນເອງ ໂດຍແທ້ຈິງ. ແນວຄິດຊີ້ນໍາ ສອຈ ອີກເນື້ອໃນ ໜຶ່ງແມ່ນ: “ຕ້ອງຕັ້ງໜ້າຍົກສູງ ຈິດໃຈເອກະລາດ, ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ເສີມຂະຫຍາຍ ຄວາມບາກບັ່ນສູ້ຊົນສູງສຸດຂອງ ຕົນເອງ ເປັນສິ່ງຕັດສິນຕົ້ນຕໍໃນ ການຮັບປະກັນຄວາມເປັນເອກະ ລາດ, ເປັນເຈົ້າຕົນເອງໃຫ້ສະແດງ ອອກຢ່າງເປັນຮູບປະທໍາ ທາງດ້ານ

RkJQdWJsaXNoZXIy MTc3MTYxMQ==