xtgmf]k; 3 16/05/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ຮິບໂຮມໂດຍ: ພະກາ mq o c]t mq omko .orklk]k; ໂດຍ: ຄ້ອງໃໝ່ (ເນື່ອງໃນໂອກາດລະນຶກວັນປະຫວັດສາດ ກອງພັນທີ 2 ຜ່າວົງປິດລ້ອມຂອງສັດຕູ ຄົບຮອບ 65 ປີ ວັນທີ 18/5/1959-18/5/2024) xa fw9rN o4ko gIa f.sh dv'ra omu 2 zj k;q 'xy f]h v,1j k',u wpq dl6 '9y f.9gvdt]kf gxa og9Q k8q ogv'DDD * ການຜ່າວົງປິດລ້ອມຂອງສັດ ຕູໄດ້ຢ່າງມີໄຊຂອງກອງພັນທີ 2 ໃນວັນທີ18ພຶດສະພາ 1959ແມ່ນ ໄຊຊະນະອັນຍິ່ງໃຫຍ່ແຫ່ງການຕໍ່ສູ້ ປົດປ່ອຍປະເທດຊາດ ພາຍໃຕ້ການ ນຳພາອັນສະຫລາດ ສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ ຖືເປັນ ການເປີດສັງກາດໃໝ່ແຫ່ງການຕໍ່ ສູ້ປົດປ່ອຍປະເທດຊາດອອກຈາກ ແອກປົກຄອງຂອງພວກຈັກກະພັດ ແລະ ກ້າວສູ່ການປົດປ່ອຍປະເທດ ຊາດໄດ້ຢ່າງມີໄຊ ໃນວັນທທີ 2 ທັນ ວາ1975.ການຕໍ່ສູ້ດັ່ງກ່າວສາມາດ ຍາດໄຊຊະນະໄດ້ຢ່າງມີໄຊ ນັ້ນມີ ຫລາຍປັດໄຈພື້ນຖານທີ່ເປັນອັນຕັດ ສິນ. ໃນນັ້ນ ສິ່ງທີ່ເປັນປັດໄຈຕົ້ນຕໍ ແມ່ນຍ້ອນມີການນຳພາອັນຖືກຕ້ອງ ຂອງພັກປະຊາຊົນປະຕິວັດລາວ. ບວກກັບພະນັກງານ, ສະມາຊິກພັກ ແລະ ນັກຮົບກອງພັນທີ 2 ໄດ້ຮັບ ການສຶກສາອົບຮົມການເມືອງແນວ ຄິດເປັນຢ່າງດີ. ອັນໄດ້ເຮັດໃຫ້ທຸກ ຄົນມີຄວາມຈົງຮັກພັກດີຕໍ່ພັກຕໍ່ປະ ເທດຊາດ, ຕໍ່ປະຊາຊົນ, ບໍ່ຫວັນໄຫວ ຄອນແຄນຕໍ່ອຸປະສັກຫຍຸ້ງຍາກ, ສິ່ງທົດສອບທ້າທາຍຫລາຍປະ ການ. ພາຍໃນມີຄວາມສາມັກຄີເປັນ ເອກະພາບມີນໍ້າໃຈສູ້ຮົບເດັດດ່ຽວ ອາດຫານ, ປະຕິບັດລະບຽບວິໄນ ແລະ ຄໍາສັງເຂັ້ມງວດ, ຮັກສາ ຄວາມລັບຢ່າງເດັດຂາດ. ທິດທາງການນຳພາຂອງພັກ ໃນການຕໍ່ສູ້ກອບກູ້ເອົາປະເທດຊາດ ນັ້ນນອກຈາກຈະຕໍ່ສູ້ດ້ວຍອາວຸດ ຍຸດໂທປະກອນແລ້ວຍັງມີການປະ ສານສົທທົບກັບການປຸກລະດົມຂົນ ຂວາຍ ໂດຍຍາມໃດກໍໄດ້ເອົາໃຈໃສ່ ເຮັດວຽກງານລົງກໍ່ສ້າງຮາກຖານ ການເມືອງ, ປຸກລະດົມຂົນຂວາຍ ປະຊາຊົນກໍຄືຂົນຂວາຍກໍາລັງຂອງ ຝ່າຍກົງກັນຂ້າມ.ສະນັ້ນ,ຈິ່ງໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອ ຈາກອໍານາດການປົກຄອງທ້ອງ ຖິ່ນ ແລະ ປະຊາຊົນ. ການຜ່າວົງປິດ ລ້ອມຂອງກອງພັນທີ 2 ມີການຈັດ ຕັ້ງນໍາພາ-ບັນຊາທີ່ໜັກແໜ້ນ, ເດັດ ດ່ຽວເດັດຂາດ, ເສີມຂະຫຍາຍຫົວ ຄິດປະດິດສ້າງຂອງໝົດທຸກຄົນ, ກໍາແໜ້ນກາລະໂອກາດອັນເໝາະ ສົມ ແລະ ມີວິທີຫລອກຫລວງສັດຕູ ຢ່າງມີໄຫວພິບ ພ້ອມນີ້ຍັງໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອຢ່າງ ໝົດຈິດໝົດໃຈຈາກກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. ສັງລວມແລ້ວ, ການຕໍ່ສູ້ຢ່າງພິ ລະອາດຫານແລະບໍ່ຍອມຈຳນົນດັ່ງ ກ່າວສະແດງໃຫ້ເຫັນເຖິງຄວາມບໍ ລິສຸດພຸດຜ່ອງ, ຄວາມຈົງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນໝັ້ນໜຽວບໍ່ຄອນ ແຄນຕໍ່ການນາບຂູ່, ຫລອກຫລວງ ຂອງສັດຕູ. ນໍ້າໃຈສູ້ຮົບພິລະອາດ ຫານ ແລະ ມີໄຫວພິບຂອງກອງພັນ ທີ 2 ໄດ້ເປັນແວ່ນແຍງ, ເປັນການ ປຸກລະດົມອັນແຮງກ້າໃຫ້ແກ່ຂະ ບວນການປະຕິວັດ ເພື່ອຕີຊະນະກັບ ຈັກກະພັດຜູ້ຮຸກຮານ. ພ້ອມດຽວກັນ ນັ້ນກໍເຮັດໃຫ້ກໍາລັງປະຕິວັດ, ໂດຍ ສະເພາະແມ່ນກໍາລັງປະກອບອາ ວຸດປະຊາຊົນນັບມື້ເຕີບໃຫຍ່ຂະ ຫຍາຍຕົວ ແລະ ເຂັ້ມແຂງ. ພາບປະກອບ ພາບປະກອບ ເສດຖະກິດ, ການຮ່ວມມືດ້ານເສດ ຖະກິດກັບພາຍນອກ ແລະ ການ ເຊື່ອມໂຍງສາກົນ, ທັງເປັນການ ສ້າງເງື່ອນໄຂ, ຄວາມເຊື່ອໝັ້ນອັນ ໜັກແໜ້ນ ໃນການຍາດແຍ່ງ ແລະ ຮັບເອົາການສະໜັບສະໜູນຊ່ວຍ ເຫລືອຈາກເພື່ອນມິດສາກົນ ໃຫ້ ກາຍເປັນແຫລ່ງທຶນຮອນ ເພື່ອພັດ ທະນາ ຫລື ນໍາໃຊ້ຢ່າງມີປະສິດທິ ຜົນສູງສຸດ”. ບົນຈິດໃຈດັ່ງກ່າວ, ການຍົກ ສູງຈິດໃຈເອກະລາດ, ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ...ແມ່ນສໍາ ຄັນ ດ້ວຍມູນເຊື້ອທີ່ພວກເຮົາມີຢູ່ ແລ້ວ, ຂໍພຽງຕ້ອງຕັ້ງໜ້າຍົກສູງ ຂຶ້ນ ຕື່ມໃນຈິດໃຈດັ່ງກ່າວບົນພື້ນ ຖານໃນການເສີມຂະຫຍາຍຄວາມ ບາກບັ່ນສູ້ຊົນໃຫ້ສູງທີ່ສຸດ. ທັງນີ້ ກໍ່ເພາະວ່າ ພັກປະຊາຊົນປະຕິວັດ ລາວ ຢືນຢັນມາແຕ່ຕົ້ນແລ້ວວ່າດໍາ ເນີນການປະຕິວັດຊາດ-ປະຊາທິ ປະໄຕ ເພື່ອຕໍ່ສູ້ຍາດເອົາເອກະລາດ ແຫ່ງຊາດ, ອິດສະຫລະພາບ, ສິດ ປະຊາທິປະໄຕ ແລະ ຄວາມເປັນເຈົ້າ ຂອງປະເທດຊາດ ອັນແທ້ຈິງ ມາ ສູ່ກໍາມື ຂອງປະຊາຊົນລາວ ບັນດາ ເຜົ່າ, ຈາກນັ້ນ ກໍ່ຢຶດຫມັ້ນການເຊີດ ຊູຄວາມເປັນເອກະລາດ, ເປັນເຈົ້າ ຕົນເອງ, ເພິ່ງຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ມີ ຄວາມໜັກແໜ້ນ ເປັນແນວທາງພັດ ທະນາອັນເປັນພື້ນຖານຂອງພັກ ເຮົາ... ເຖິງຢ່າງໃດກໍ່ດີ, ຜ່ານໄລຍະ ແຫ່ງການພັດທະນາ, ພັກເຮົາໄດ້ຕີ ລາຄາຢ່າງພາວະວິໄສວ່າ: “ໃນໄລ ຍະ 10 ກວ່າປີຜ່ານມາ, ພັກເຮົາໄດ້ ວາງແນວທາງການພັດທະນາທີ່ ຢືນຢູ່ບົນພື້ນຖານການຂຸດຄົ້ນ, ນໍາ ໃຊ້ກາລະໂອກາດ ແລະ ກໍາລັງແຮງ ສັງລວມ ເພື່ອສ້າງບາດກ້າວບຸກທະ ລຸໃນການພັດທະນາ, ຮັບປະກັນໃຫ້ ການເຕີບໂຕຂອງເສດຖະກິດ ດ້ວຍ ຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສ້າງໃຫ້ມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ, ເຂັ້ມ ແຂງ, ຮັບປະກັນການພັດທະນາ ແບບຍືນຍົງ ແລະ ເປັນເຈົ້າຕົນເອງ ຜ່ານພຶດຕິກໍາຕົວຈິງໃນການກໍ່ສ້າງ, ພັດທະນາ ແລະ ຍົກລະດັບພື້ນຖານ ເສດຖະກິດແຫ່ງຊາດ ໄປຕາມທິດ ດັ່ງກ່າວ, ເຫັນວ່າຄວາມເປັນເຈົ້າ ຕົນເອງດ້ານເສດຖະກິດ ເມື່ອທຽບ ກັບເງື່ອນໄຂ, ຈຸດພິເສດ, ຄວາມສາ ມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຢູ່ ຂອງປະເທດເຮົາ ແມ່ນບໍ່ທັນຢູ່ໃນ ທ່ວງທ່າທີ່ຕັ້ງໜ້າ ແລະ ໜັກແໜ້ນ ເທື່ອ; ຍັງເພິ່ງພາ, ເອື່ອຍອີງໃສ່ການ ກູ້ຢືມ, ການຊ່ວຍເຫລືອລ້າ, ອາໄສ ການຂຸດຄົ້ນຊັບພະຍາກອນທໍາມະ ຊາດ ທີ່ສົ່ງອອກວັດຖຸດິບເປັນຕົ້ນຕໍ, ຂາດການປຸງແຕ່ງ ແລະ ບໍ່ຖືກທິດ ຍືນຍົງ, ປະເທດເຮົາ ຍັງປະເຊີນໜ້າ ກັບການຂາດດຸນໃນຫລາຍດ້ານ ເຊັ່ນ:ດ້ານການຄ້າ, ພະລັງງານ, ງົບ ປະມານ, ເງິນຕາ ແລະ ແຮງງານ. ນອກນັ້ນ ສັງຄົມເຮົາ ຍັງນັບມື້ນັບ ກາຍເປັນສັງຄົມບໍລິໂພກ, ຄົນໃນ ຊາດ ມີຄ່ານິຍົມຊົມໃຊ້ສິນຄ້າຈາກ ຕ່າງປະເທດເປັນຕົ້ນຕໍ ແລະ ອື່ນໆ... ເຮັດໃຫ້ຄວາມສາມາດຮັບມືກັບບັນ ຫາຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຜົນສະທ້ອນຈາກສະພາບແວດ ລ້ອມພາຍນອກ ຍັງຈໍາກັດຫລາຍ ດ້ານ, ກໍ່ໃຫ້ເກີດມີຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ເງິນຕາ ທີ່ສະສົມຢ່າງຕໍ່ເນື່ອງ ມາຮອດປັດ ຈຸບັນ ເຊັ່ນ: ບັນຫາໜີ້ສິນ, ເງິນເຟີ້, ອັດຕາແລກປ່ຽນເງິນຕາຕ່າງປະ ເທດຜັນຜວນ, ລາຄາສິນຄ້າ ແລະ ຄ່າຄອງຊີບ ຖີບຕົວສູງຂຶ້ນ ກະທົບ ຕໍ່ການພັດທະນາ ກໍ່ຄືສ້າງຄວາມ ຫຍຸ້ງຍາກ, ຝືດເຄືອງຕໍ່ຊີວິດການ ເປັນຢູ່ ຂອງປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫລວດ ແລະ ອື່ນໆ. ສາເຫດ ຫລື ປັດໄຈຕົ້ນ ຕໍທີ່ເຮັດໃຫ້ເກີດມີສະພາບດັ່ງກ່າວ ແມ່ນຍ້ອນການຄຸ້ມຄອງມະຫາ ພາກ ຂອງລັດ ຍັງບໍ່ທັນເຂັ້ມງວດ, ເຂັ້ມແຂງ, ຍັງມີການລະເມີດວິໄນ ແຜນການ-ການເງິນ ທີ່ຮ້າຍແຮງ, ປະສິດທິພາບການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມ ດ້ວຍກົດ ໝາຍ ຍັງບໍ່ທັນສູງ, ຂາດຈຸດສຸມໃນ ການພັດທະນາ, ການສ້າງຖານການ ນິດຄໍາຕ່າງກັນ ຄື: ທົນ ເປັນຄໍາກິລິ ຍາ ໝາຍເຖິງ ບໍ່ເສື່ອມສະຫລາຍໄປ ງ່າຍ, ສາມາດສູ້ຢູ່ໄດ້ດົນນານ. ຄໍາ ນີ້ມັກໃຊ້ກັບສິ່ງຂອງ ຫລື ກັບຈິດໃຈ ຂອງຄົນ ໄດ້ເຊັ່ນ: ເກີບຄູ່ນີ້ທົນທີ່ສຸດ ຖືຕັ້ງສິບປີຍັງບໍ່ຂາດ; ລາວເປັນຄົນ ທົນທຸກທົນຍາກທີ່ສຸດ ຜູ້ດຽວລ້ຽງ ລູກຕັ້ງຫ້າຄົນກໍ່ລ້ອນ; ໃຜກໍ່ທົນຕໍ່ ສຽງນັ້ນບໍ່ໄດ້. ທົນທານ ເປັນຄໍາຄຸນນາມ ໝາຍ ເຖິງ ໝັ້ນໜຽວ, ຄົງຢູ່ໄດ້ດົນ, ສາ ມາດຮັບສິ່ງທີ່ມາກະທົບຢ່າງແຮງ ໃສ່ໄດ້ຢ່າງດົນນານ. ຄໍານີ້ ໃຊ້ກັບສິ່ງຂອງເປັນສໍາຄັນ ເຊັ່ນ: ກະເບື້ອງກາໜັງແຂ້ນີ້ ຈັ່ງ ແມ່ນທົນທານໃຊ້ຕັ້ງຫ້າສິບປີຍັງດີ ຢູ່ຄືເກົ່າ; ຂົວແຫ່ງນັ້ນ ສ້າງແຕ່ສະ ໄໝປີ 1900 ດຽວນີ້ກໍ່ຍັງໃຊ້ໄດ້ຈັ່ງ ແມ່ນທົນທານອີຫລີ. ຄໍາທັງສອງມີຄວາມໝາຍຄ້າຍ ກັນ ແລະ ໃຊ້ນໍາກັນໄດ້ໃນບາງບໍລິ ບົດ ໂດຍສະເພາະໃນທາງວັນນະຄະ ດີ ເຊັ່ນ: ອົດທົນວຽກງານຈິງແລ້ວ, ແຕ່ທົນມັກໃຊ້ກັບຈິດໃຈ ແລະ ວັດ ຖຸ, ບາງເທື່ອຄໍາວ່າ ທົນ ເຄີຍໃຊ້ປະ ກອບກັບຄໍາວ່າ ອົດ ເປັນ ອົດທົນ ໃຊ້ ກັບການບອກຄຸນະພາບທາງຈິດໃຈ ຂອງຄົນ ເຊັ່ນ: ລາວ ເປັນຄົນອົດທົນ ໃນການຮໍ່າຮຽນ, ສ່ວນທົນທານ ແມ່ນໃຊ້ໄດ້ກັບສິ່ງທີ່ເປັນວັດຖືເປັນ ສໍາຄັນ. ຂໍ້ມູນທີ່ເກັບກໍາຮິບໂຮມມາສະ ເໜີແມ່ນອ້າງອີງວັດຈະນານຸກົມຄໍາ ພ້ອງຄວາມໝາຍ ແລະ ສໍານວນ ລາວ ຈັດພິມໂດຍສະຖາບັນຄົ້ນ ຄວ້າວິທະຍາສາດສັງຄົມແຫ່ງຊາດ ຊຶ່ງຜູ້ຈັດທໍາແມ່ນ ທ່ານ ສົມແສງ ໄຊຍະວົງ. ດັ່ງນັ້ນ ຈຶ່ງໄດ້ນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. ຜະລິດ ແລະ ການບໍລິການທີ່ ເປັນ ຕົວຂັບເຄື່ອນເສດຖະກິດ ຍັງຊັກຊ້າ, ບໍ່ທ່ວງທັນກັບກາລະໂອກາດທີ່ມີ ແລະ ສະພາບແວດລ້ອມ ທີ່ເອື້ອອໍາ ນວຍໄດ້ຢ່າງເປັນເຈົ້າການ”. ບັນຫາທີ່ຖືກຕັ້ງຂຶ້ນ ໃນພຶດຕິກໍາ ຕົວຈິງ ກໍ່ຍັງແມ່ນຄວາມຕ້ອງການ ອັນແຮງກ້າ ທີ່ຢາກເຫັນຄົນລາວ ທຸກຖ້ວນໜ້າພ້ອມກັນຍົກສູງຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ ບົນພື້ນຖານມູນເຊື້ອອັນດີ ງາມທີ່ພວກເຮົາມີ ແລະ ປະຕິບັດ ໃຫ້ໄດ້ຢ່າງສຸດກົກສຸດປາຍ, ມີ ຄວາມຍືນຍົງ. ການຍົກສູງຈິດໃຈ ເອກະລາດ ເປັນເຈົ້າຕົນເອງ, ເພິ່ງ ຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ບໍ່ອາດເຮັດແຕ່ມື້ໜຶ່ງ ຍາມດຽວ, ເຮັດແບບຢຸດໆຢ່ອນໆ... ມັນຮຽກຮ້ອງໃຫ້ຄົນລາວ ທຸກຄົນ ຕ້ອງເສີມຂະຫຍາຍຄວາມບາກ ບັ່ນສູ້ຊົນສູງສຸດຂອງຕົນເອງ ເປັນ ສິ່ງຕັດສິນຕົ້ນຕໍໃນການຮັບປະກັນ ຄວາມເປັນເອກະລາດ, ເປັນເຈົ້າ ຕົນເອງ ໃຫ້ສະແດງອອກຢ່າງເປັນ ຮູບປະທໍາ ທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດກັບ ພາຍນອກ ແລະ ການເຊື່ອມໂຍງ ສາກົນ... * ຫລາຍບົດຜ່ານມາ ໄດ້ນໍາເອົາ ຄວາມຮູ້ພື້ນຖານອັນເປັນປະໂຫຍດ ກ່ຽວກັບຄໍາສັບໃນພາສາແມ່ (ພາ ສາລາວ) ຈໍານວນໜຶ່ງ ມາເພື່ອທົບ ທວນ ແລະ ສຶກສານໍາກັນ. ໃນຄັງ ສາງວັດຈະນະພາສາລາວ ມີຄວາມ ອຸດົມຮັ່ງມີທາງຄໍາສັບ...ຜ່ານພຶດຕິ ກໍາສັງຄົມ ແລະ ກະແສຟອງຂອງ ການພັດທະນາມາຫລາຍພັນປີ ເຊິ່ງ ບໍ່ນ້ອຍໜ້າພາສາໃດໃນໂລກ. ບົດນີ້ ຈຶ່ງນໍາເອົາຄໍາສັບທີ່ມີຄວາມໝາຍ ຄ້າຍຄືກັນ ຫລື ຕາມການຄົ້ນຄວ້າ ຂອງສະຖາບັນວິທະຍາສາດສັງຄົມ ແຫ່ງຊາດ ເອີ້ນວ່າ ຄໍາພ້ອງຄວາມ ໝາຍ. ວັນນີ້ ສະເໜີຄໍາວ່າ ທົນ ແລະ ທົນທານ. ທົນ ແລະ ທົນທານ ຄໍາທັງສອງ ມີຄວາມໝາຍໃກກັນແຕ່ເປັນຊະ * ຈິດໃຈເອກະລາດ ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງແມ່ນສໍາຄັນແລະ ມີຄວາມຈໍາເປັນໃນການພັດທະນາ. ທັງນີ້ກໍ່ເພາະວ່າ ເຖິງແມ່ນສະພາບ ຫຍຸ້ງຍາກຕ່າງໆນາໆອັນມີສາເຫດ ມາຈາກສະພາບພາຍນອກກະທົບ, ກໍ່ຈະບໍ່ໜັກໜ່ວງຮ້າຍແຮງ ຍ້ອນ ເຮົາມີຄວາມເຂັ້ມແຂງພຽງພໍເປັນ ພື້ນຖານ ໂດຍບໍ່ຈໍາເປັນອາໄສຜູ້ອື່ນ ກໍ່ຄືການນໍາເຂົ້າສິນຄ້າຕ່າງໆນາໆ. ແນວຄິດຊີ້ນໍາການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ(ສອຈ) ແມ່ນຖືກຕ້ອງທີ່ສຸດ ຊຶ່ງພວກເຮົາ ຕ້ອງສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ເລິກເຊິ່ງ ເພື່ອນໍາໄປຈັດຕັ້ງຜັນ ຂະຫຍາຍຢ່າງຖືກທິດ ເຮັດໃຫ້ເສດ ຖະກິດຂອງປະເທດເຮົາ ມີຄວາມ ເຂັ້ມແຂງ ບົນພື້ນຖານແຫ່ງຄວາມ ເປັນເອກະລາດ ເປັນເຈົ້າຕົນເອງ ໂດຍແທ້ຈິງ. ແນວຄິດຊີ້ນໍາ ສອຈ ອີກເນື້ອໃນ ໜຶ່ງແມ່ນ: “ຕ້ອງຕັ້ງໜ້າຍົກສູງ ຈິດໃຈເອກະລາດ, ເປັນເຈົ້າຕົນ ເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ເສີມຂະຫຍາຍ ຄວາມບາກບັ່ນສູ້ຊົນສູງສຸດຂອງ ຕົນເອງ ເປັນສິ່ງຕັດສິນຕົ້ນຕໍໃນ ການຮັບປະກັນຄວາມເປັນເອກະ ລາດ, ເປັນເຈົ້າຕົນເອງໃຫ້ສະແດງ ອອກຢ່າງເປັນຮູບປະທໍາ ທາງດ້ານ
RkJQdWJsaXNoZXIy MTc3MTYxMQ==