5871

xtgmf]k; 6 16/05/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d lqj 'glu ,xt-k-q ox6 d\kd3,gxa oly o7h k ​ໂດຍ: ​ມາລີ​ດາ g0fmj v'mj P;su o|k,|+ 9tdkpgxa o ,= ]tfq d3]dcsj 'mu 4 0v']k; ໂດຍ: ເກີດຂວັນໃຈ ມາລີຈັນສີ ຕໍ່າກວ່າ 1 ລ້ານຄົນຕໍ່ປີ ເຊິ່ງບໍ່ພຽງ ສ້າງລາຍຮັບເຂົ້າປະເທດມະຫາ ສານແຕ່ຫາກຍັງສ້າງອາຊີບໝັ້ນຄົງ ແລະ ແກ້ໄຂຄວາມທຸກຍາກໄດ້ຈິງ. * ພາກອຸດສາຫະກໍາທ່ອງທ່ຽວ ແມ່ນໜຶ່ງໃນບຸລິມະສິດສໍາຄັນ ຂອງ ພັກ-ລັດຖະບານເພື່ອສົ່ງເສີມການ ພັດທະນາຍືນຍົງສີຂຽວຮອດ ປີ 2030 ແລະ ປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງ ຄົມ, ສ້າງວຽກເຮັດງານທໍາ ແລະ ແກ້ໄຂ ຄວາມທຸກຍາກຂອງຊາດ ຂະນະທີ່ ອຸທິຍານແຫ່ງຊາດ ຫີນໜາມໜໍ່ ຄາດວ່າຈະກາຍເປັນແຫລ່ງມໍລະ ດົກແຫ່ງທີ 4 ຂອງລາວ ຖັດຈາກມໍ ລະດົກໂລກຫລວງພະບາງ, ມໍລະ ດົກໂລກຜາສາດຫີນວັດພູ, ມໍລະດົກ ໂລກທົ່ງໄຫຫີນ. ດັ່ງທີ່ຮູ້ນໍາກັນ, ສະຖານທີ່ທ່ອງ ທ່ຽວທີ່ເປັນມໍລະດົກໂລກ 3 ແຫ່ງ ຂອງລາວນັ້ນແມ່ນທ່າແຮງສໍາຄັນ ໃນການດຶງດູດນັກທ່ອງທ່ຽວເຂົ້າ ມາພາຍໃນປະເທດໂດຍສະເລ່ຍບໍ່ ລາວ ເພື່ອກວດກາອົງປະກອບມໍລະ ດົກໂລກຢູ່ແຫຼ່ງມໍລະດົກອຸທິຍານ ແຫ່ງຊາດຫີນໜາມໜໍ່ຕາມທີ່ໄດ້ກຳ ນົດໄວ້ໃນເອກະສານຄຳຮ້ອງ ຊຶ່ງ ຄະນະຊ່ຽວຊານດັ່ງກ່າວອາດເດີນ ທາງມາ ສປປ ລາວ ໃນລະຫວ່າງ ເດືອນສິງຫາ ຫາ ເດືອນຕຸລາ 2024 ນີ້ ແລະ ຖ້າແຫລ່ງມໍລະດົກ ຜ່ານ ການກວດກາຂອງຄະນະກຳມະ ການທີ່ປຶກສາແລະບັນດາຄະນະກຳ ມະການມໍລະດົກໂລກ ໃນກອງປະ ຊຸມຄະນະກຳມະການມໍລະດົກໂລກ ຄັ້ງທີ 47 ທີ່ຈະຈັດຂຶ້ນໃນເດືອນມິຖຸ ນາ-ກໍລະກົດ 2025, ອຸທິຍານແຫ່ງ ຊາດຫີນໜາມໜໍ່ຈະກາຍເປັນແຫລ່ງ ມໍລະດົກໂລກທາງທຳມະຊາດ ແບບ ຮ່ວມຊາຍແດນກັບອຸທິຍານແຫ່ງ ຊາດຟອງຫຍາ-ແກບາງ ມໍລະດົກ ໂລກທາງທຳມະຊາດຂອງ ສສ ຫວ່າງບໍ່ດົນມານີ້ ໄດ້ພິທີສະ ຫລຸບລາຍງານຜົນສຳເລັດເບື້ອງ ຕົ້ນຂະບວນການນໍາສົ່ງເອກະສານ ຄໍາຮ້ອງສະເໜີອຸທິຍານແຫ່ງຊາດ ຫີນໜາມໜໍ່ ແຂວງຄຳມ່ວນ ເຂົ້າ ເປັນມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງ ຊາດຟອງຫຍາ-ແກບາງມໍລະດົກ ໂລກທາງທຳມະຊາດ ແຂວງກວາງ ບິ່ງ ສສ ຫວຽດນາມ. ທ່ານ ວັນສີ ກົວມົວ ຮອງລັດ ຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນ ນາມຜູ້ປະຈຳການ ຂອງຄະນະກຳ ມະການຄຸ້ມຄອງມໍລະດົກແຫ່ງຊາດ ລາວໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸ ບັນສູນມໍລະດົກໂລກກຳລັງຄົ້ນຄວ້າ ເພື່ອສົ່ງໃຫ້ຄະນະຊ່ຽວຊານກ່ຽວ ຂ້ອງເດີນທາງມາເຮັດວຽກຢູ່ ສປປ ຫວຽດນາມ. ທ່ານ ວັນສີ ກົວມົວກ່າວຕື່ມວ່າ: “ຜົນສໍາເລັດຄັ້ງນີ້ແມ່ນບາດກ້າວ ທີ່ສຳຄັນອັນໜຶ່ງໃນການອະນຸລັກ ແລະ ການຮັບຮູ້ຄຸນຄ່າອັນໂດດເດັ່ນ ຂອງອຸທິຍານແຫ່ງຊາດ ຫີນໜາມ ໜໍ່ ຂອງ ສປປ ລາວ.” ອຸທິຍານ ແຫ່ງຊາດ ຫີນໜາມໜໍ່ ໄດ້ຖືກຮັບ ຮູ້ໃຫ້ເປັນສະຖານທີ່ສຳຄັນລະດັບ ໂລກແຫ່ງໜຶ່ງ ດ້ານການອະນຸລັກຊີ ວະນາພັນໂດຍອີງຕາມຄຸນລັກສະນະ ຂອງທີ່ຢູ່ອາໄສຂອງສັດປ່າ ແລະ ປ່າໄມ້, ຄຸນລັກສະນະອັນໂດດເດັ່ນ ທາງທໍລະນີວິທະຍາ ແລະ ຄວາມ ຫລາກຫລາຍຂອງບັນດາສັດ ແລະ ພັນພືດລວມທັງສາຍພັນທີ່ຖືກຄຸກ ຄາມໃກ້ຈະສູນພັນ, ສາຍພັນທີ່ມີສະ ເພາະຖິ່ນ ແລະ ສາຍພັນສັດສະເພາະ ທີ່ມີໃນເຂດປ່າຫີນປູນ. ດັ່ງນັ້ນ, ການ ຍົກລະດັບຂຶ້ນເປັນສະຖານທີ່ມໍລະ ດົກໂລກຂອງອົງການອຸຍແນັສໂກ ຈະເປັນການປະກອບສ່ວນອັນໃຫຍ່ ຫລວງໃຫ້ແກ່ການອະນຸລັກລະບົບນິ ເວດວິທະຍາທີ່ມີເອກະລັກສະເພາະ ແຫ່ງນີ້. * ບໍລິສັດໂຢປັງ ເຕັກນິກກະສີ ກໍາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ​ ໄດ້ຊຸ​ ກຍູ້ສົ່​ ງເ​ສີມ​ປະຊາຊົນ ຢູ່ເມືອງ ວຽງພູຄາ ແຂວງຫລວງນໍ້າທາ ລວມຈໍານວນ 26 ບ້ານ ​ໃນເ​ນື້ອທ່ີ 400 ກວ່າເ​ຮັກຕາ ເພື່ອຜະລິດໝາກ​ ໂມ ​ແລະ ໝາກຖົ່ວເ​ບີ ​ເປັນສິ​ ນຄ້າ​ ຕອບສະໜອງ​ໃຫ້​ຕະຫລາດ ໂດຍ​ ບໍລິສັດໄດ້ສະໜອງທຶນ ທັງໝົດ ລວມ​ເຖິງ​ນໍາເອົາ​ວິຊາ​ການທີ່ມີປະ ສົບກ​ ານຈາກ​ສປປ ຈີນ ມາ​ໃຫ້ຄໍ​ າ ແນະນໍ​ າໃ​ ນແ​ ຕ່ລະຂັ້​ ນແ​ ຕ່ນັ​ ບຕັ້​ ງແຕ່ ການວິ​ໄຈ​ດິນ​, ການ​ໃສ່​ຝຸ່ນ, ປຸ໋ຍ​ ແລະ ອື່ນໆ ​ເພື່ອ​ເຮັດ​ໄດ້ຜົນ​ຜະລິດ ທີ່​ດີ​ຕາມ​ຄວາມ​ຕ້ອງການ. ທ່ານ ນາງ ແສງວອນ ໄຊຍະລີ ປະທານບໍລິສັດໂຢປັງ ເຕັກນິກກະສີ ກໍາ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ບໍລິສັດໂຢປັງເປັນ ບໍລິ ສັດທີ່ສົ່ງເສີມການປູກພືດລະດູແລ້ງ ເປັນຕົ້ນແມ່ນການປູກໝາກໂມ ແລະ ໝາກຖົ່ວເບີ ຢູ່ເມືອງວຽງພູຄາ ແຂວງຫລວງນໍ້າທາ, ໄດ້ສໍາປະ ທານທີ່ດິນນໍາປະຊາຊົນໃນໄລຍະ ເວລາ 5 ປີ, ໃນນີ້ທາງບໍລິສັດໄດ້ລົງ ທຶນ 100 ​ເປີເ​ຊັນ ​ໃນ 26 ບ້ານ ມີ ເນື້ອທີ່ 400 ກວ່າເຮັກຕາ, ໂດຍໄດ້ ນໍາເອົາວິຊາການ ຈາກ ສປ ຈີນ ທີ່ມ ປະສົບການຫລາຍປີມາໃ​ ຫ້ຄໍ​ າແນະ ນໍາປະຊາຊົນ ເລີ່ມແຕ່ການວິໄຈດີນ, ການໃຊ້ຝຸ່ນ, ປຸ໋ຍແລະແນວພັນຂອງ ໝາກແຕງໂມ, ປີນີ້ໄດ້ນໍາເອົາແນວ ພັນຖຽນວັງມີຈືຕູ້ ຫລື ວ່າໝາກໂມ ຫວານ ມາ​ປູກ​ໃນ​ເນື້ອທີ່ທີ່​ສໍາປະ ທານ ​ເຊິ່ງຄາດວ່​ າ ປີ 2024 ນີ້້ຈະ​ ໄດ້ຜົນຜະລິດ 25-30 ພັນໂຕນ. ສໍາ ລັບແຮງງານຕົ້ນຕໍ​ກໍ່ແມ່ນປະຊາ ຊົນຢູ່ເມືອງວຽງພູຄາ ໜ້າວຽກເລີ່ມ ແຕ່ປູກຈົນເຖິງຍາມເກັບກູ້ສ່ວນຄ່າ ແຮງງານເລີ່ມຕົ້ນແຕ່ 130 ພັນກີບ ຫາ 200 ແ​ ສນກີບຕໍ່ມື້. ທ່ານ ນາງ ແສງວອນ ​ເວົ້າ​ຕື່ມ​ ວ່າ: ສໍາລັບແ​ ຜນປີ​ 2025 ບໍລິສັດ ຈະຂະຫຍາຍພື້ນທີ່ຕື່ມອີກ, ພ້ອມນີ້ ທາງບໍລິສັດກໍ່ໄດ້ສົ່ງເສີມປະຊາຊົນ ປູກໝາກຖົ່ວເບີ ໂດຍແມ່ນບໍລິສັດ ເປັນຜູ້ລົງທຶນ 100 ​ເປີເ​ຊັນ ໂດຍບໍ່ ໄດ້ຈ່າຍຄ່າເຊົ່າດິນ, ສ່ວນແຮງງານ ແລະ ເນື້ອທ່ີດິນແມ່ນຂອງປະຊາຊົນ ພາຍຫລັງທີ່ປະຊາຊົນເກັບກູ້ແລ້ວ ທາງບໍລິສັດຈະເກັບຊື້ ໃນລາຄາທີ່ ໄດ້ສັນຍາກັນໄວ້. ຈາກນັ້ນຖ້າຫາກ ປະຊາຊົນ ມີພື້ນທີ່ເຂດສູງທີ່ເໝາະ ສົມກໍ່ສາມາດພົວພັນທາງບໍລິສັດ ເພື່ອສົ່ງເສີມການປູກໝາກເດືອຍ ແລະ ສາລີ. ພ້ອມ​ດຽວກັນກໍ່ຮຽກ ຮ້ອງມາຍັງປະຊາຊົນຊາວຢູ່ເມືອງ ວຽງພູຄາ ໃຫ້ອໍານວຍຄວາມສະ ດວກໃຫ້ແກ່ບໍລິສັດຜູ້ມາລົງທຶນໃນ ການສໍາປະທານເນື້ອທີ່ປູກໝາກ ໂມ ແລະ ຖົ່ວເບີ ເພື່ອເຮັດໃຫ້ປະຊາ ຊົນໄດ້ມີລາຍຮັບມີວຽກເຮັດງານ ທໍາ ແລະ ສະເໜີໃຫ້ພັກ-ລັດຂັ້ນເທິງ ໃຫ້ມີການອໍານວຍຄວາມສະດວກ ໃຫ້ແກ່ບໍລິສັດໃຫ້ຊ່ວຍລົງຊຸກຍູ້ປະ ຊາຊົນໃຫ້ມີຄວາມຮ່ວມມືກັບ ບໍລິ ສັດໃຫ້ຫລາຍຂຶ້ນ ແລະ ອໍານວຍ ຄວາມສະດວກໃນການສົ່ງອອກ ໝາກໂມ ໄປ ສປ ຈີນ ໃຫ້ມີຄວາມ ວ່ອງໄວຂຶ້ນຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==