xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 16/05/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp g]ju ,lb dlkdkod;fxj vply o7h k 0v']k; xt9exu 2024 fj kolkdq o0q ;,y f8trk[ 3 xa [x5 ' 0vfc9h 'gvdtlko.sh ,u 7;k,ltf;d;j v'w; c0;'va f8txn ,u gfa dd5 j ,gxQ k\kp la d;a d-y o xh v'da ortpkf\kdcf' 17.000 d;j k7q o ຂປລ. ເມື່ອບໍ່ດົນມານີ້, ກົມການ ຄ້າຕ່າງປະເທດ ກະຊວງອຸດສາຫະ ກຳ ແລະ ການຄ້າ ໃນນາມເປັນກອງ ເລຂາຄະນະກໍາມະການອໍານວຍ ຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງຈັດ ກອງປະຊຸມປຶກສາຫາລືຄັ້ງທຳອິດ ກ່ຽວກັບການສຶກສາເວລາກວດ ປ່ອຍສິນຄ້າ (Time Release Study ຫລື TRS) ຂອງ ສປປ ລາວ ປະຈຳປີ 2024 ໂດຍການ ເປັນປະທານຂອງທ່ານ ມົວວິໄຊ ປາລີ ຮອງຫົວໜ້າກົມການຄ້າຕ່າງ ປະເທດ, ພ້ອມດ້ວຍຂະແໜງການທີ່ ກ່ຽວຂ້ອງທັງພາກລັດ ແລະ ເອກກະ ຊົນເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ອອນລາຍໃນຂອບເຂດທົ່ວປະເທດ. ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ເຫັນດີເປັນເອກະພາບຕໍ່ຮ່າງຂໍ້ ຕົກລົງ ຄະນະຮັບຜິດຊອບສຶກສາ TRS, ແຜນການ ແລະ ວິທີການສຶກ ສາທີ່ຈະດໍາເນີນການໃນຕໍ່ໜ້າຂອງ ບັນດາຂະແໜງການກ່ຽວຂ້ອງທີ່ ຈະເຂົ້າຮ່ວມການສຶກສາ ແລະ ເປັນ ຜູ້ຄຸ້ມຄອງ ໃນການສຶກສາ ເຊິ່ງການ ສຶກສາ TRS ປະຈໍາປີ 2024 ຈະ ເລີ່ມສຶກສາ ໃນເດືອນພຶດສະພາເປັນ ຕົ້ນໄປ ແລະ ຄາດວ່າຈະຂະຫຍາຍ ຂອບເຂດການສຶກສາເວລາໃນການ ອອກອະນຸຍາດ ນໍາເຂົ້າສິນຄ້າຂອງ ບາງຂະແໜງການ ທັງຢູ່ສູນກາງ ແລະ ແຂວງ ຕື່ມອີກ. ໃນໄລຍະຜ່ານມາ, ກົມພາສີໄດ້ ເປັນເຈົ້າການສົມທົບກັບຂະແໜງ ການທີ່ກ່ຽວຂ້ອງ ປະຈໍາດ່ານດໍາ ເນີນການສຶກສາ TRS ທັງ ໝົດ 5 ຄັ້ງນັບແຕ່ປີ2009, 2012, 2016, 2017 ແລະ 2019 ເຊິ່ງໃນຕອນ ນັ້ນ, ໄດ້ສຶກສາພຽງແຕ່ເວລາໃນ ການດໍາເນີນການກວດປ່ອຍສິນຄ້າ ຢູ່10 ດ່ານສາກົນເທົ່ານັ້ນ. ມາຮອດ ປີ 2020 ກົມການຄ້າຕ່າງປະເທດ ແລະ ກົມພາສີ ໄດ້ຮ່ວມກັນສຶກສາ TRS ແລະ ໄດ້ຂະຫຍາຍຂອບເຂດ ການສຶກສາກວມເອົາ 6 ຂະແໜງ ການກ່ຽວຂ້ອງ ທີ່ອອກອະນຸຍາດ ແລະ ຢັ້ງຢືນ ຄື: ກົມການຄ້າຕ່າງປະ ເທດ, ກົມຂົນສົ່ງ, ກົມອາຫານ ແລະ ຢາ, ກົມລ້ຽງສັດ ແລະການ ປະມົງ, ກົມມາດຕະຖານແລະວັດແທກແລະ ກົມຄຸ້ມຄອງບໍ່ແຮ່ ເຊິ່ງກວມເອົາ 12 ໃບອະນຸຍາດ ແລະ ຢັ້ງຢືນທີ່ຕິດ ພັນກັບຂະແໜງການດັ່ງກ່າວ. ສຳລັບການສຶກສາເວລາກວດ ປ່ອຍສິນຄ້າ ຄັ້ງລ່າສຸດ ໃນປີ 2022 ໄດ້ຂະຫຍາຍຂອບເຂດການສຶກສາ ເພີ່ມອີກ 3 ຂະແໜງການ ໂດຍລວມ ທັງໝົດເປັນ 9 ຂະແໜງການ ແລະ ມີທັງໝົດ 19 ໃບອະນຸຍາດ ແລະ ຢັ້ງຢືນ. ສໍາລັບດ່ານແມ່ນເພີ່ມເຕີມ 4 ດ່ານ, ລວມທັງໝົດເປັນ 14 ດ່ານ ເຊິ່ງການສຶກສາໄດ້ສໍາເລັດ ແລະ ເຜີຍແຜ່ບົດສຶກສາ TRS ປະຈໍາປີ 2022 ໃນຂອບເຂດທົ່ວປະເທດ ໃນເດືອນກຸມພາ 2024, ຜ່ານການ ສຶກສາ ແລະ ປະເມີນ ຜົນການຈັດຕັ້ງ ປະຕິບັດວຽກງານຫລຸດຜ່ອນເວລາ ຂອງການອອກອະນຸຍາດແມ່ນປະ ຕິບັດໄດ້ 38% ໂດຍຍັງອີກພຽງ 12% ຈະບັນລຸເປົ້າໝາຍທີ່ວາງໄວ້ ຄື 50%. ຂໍ້ມູນ-ພາບ: ສູນຂໍ້ມູນຂ່າວສານທາງ ການຄ້າຂອງລາວ ແຂວງຊຸງຊອງນຳໂດ... ອາເມລິກາ ພ້ອມ... ພາກສ່ວນໃຫ້ເກີດປະໂຫຍດສູງ ສຸດ. ຈັດຂຶ້ນໃນວັນທີ 13 ພຶດສະພາ 2024ທີ່ກະຊວງແຮງງານແລະສະ ຫວັດດີການສັງຄົມ(ຮສສ) ໂດຍມີ ທ່ານ ດຣ ຢູ ຮຽນຊຸກ ປະທານສະ ມາຄົມສິລະປະ ແລະ ແລກປ່ຽນວັດ ທະນະທຳແຊຣິງ, ທ່ານ ໂກກ ວັງ ຈອງ ຫົວໜ້າພະແນກດັບເພີງແຂວງ ຊູງຊອງນຳໂດ ແຫ່ງ ສ ເກົາ ຫລີ, ມີພາກສ່ວນກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ທ່ານລີປ່າວຢ່າງໄດ້ ຕາງໜ້າໃຫ້ກະຊວງແຮງງານ ແລະ ສະຫວັດດການສັງຄົມກໍຄືລັດຖະ ບານ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີນ ແລະ ຕີລາ ຄາສູງຕໍ່ການຊ່ວຍເຫລືອຂອງສະ ມາຄົມສິລະປະ ແລະ ແລກປ່ຽນວັດ ທະນະທຳແຊຣິງ ແຫ່ງ ສ ເກົາຫລີ ແລະ ສະຖານີປ້ອງກັນ ແລະ ຄວບ ຄຸມດັບເພີງ ແຂວງຊູງຊອງນຳໂດ ແຫ່ງ ສ ເກົາຫລີ ທີ່ໃຫ້ການຊ່ວຍ ແລະ ໄດ້ມີສ່ວນຮ່ວມໃນການສະ ໜັບສະໜູນ ສປປ ລາວ ໃນການ ເປັນປະທານອາຊຽນ ໃນປີ 2024 ເຫລືອໃນຄັ້ງນີ້ ກໍຄືໄລຍະຜ່ານມາ ເຊິ່ງເປັນປະກອບສ່ວນອັນສໍາຄັນ ເຂົ້າໃນການອໍານວຍຄວາມສະດວກ ໃຫ້ແກ່ການບໍລິການ ແລະ ໃຫ້ການ ຊ່ວຍເຫລືອປະຊາຊົນ ແລະ ສັງຄົມ ໃຫ້ມີປະສິດທິຜົນດີກວ່າເກົ່າ ແລະ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າພວກ ເຮົາຈະປົກປັກຮັກສາ, ຄຸ້ມຄອງ ແລະ ນໍາໃຊ້ພາຫະນະພ້ອມອຸບປະ ກອນເຫລົ່ານີ້ ໃຫ້ມີປະສິດທິຜົນ ສູງສຸດ. ໃນໄລຍະຜ່ານມາສະມາຄົມສິ ລະປະ ແລະ ແລກປ່ຽນວັດທະນະທຳ ແຊຣິງ ແລະ ຂະແໜງການດັບເພີງ ແຂວງຊູງຊອງນຳໂດ ແຫ່ງ ສ ເກົາ ຫລີ ກໍເຄີຍໃຫ້ການຊ່ວຍລົດອໍາບູລັງ ຈໍານວນ 15 ຄັນ ໃນປີ 2023 ແລະ ອຸປະກອນເຄື່ອງໃຊ້ຫ້ອງການຄອມ ພິວເຕີ ຈໍໍານວນໜຶ່ງ ໃຫ້ແກ່ ສປປ ລາວ, ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ກໍໄດ້ປະຕິບັດ ບົດບາດເປັນຈຸດປະສານງານໃນ ການປະສານສົມທົບກັບບັນດາຂະ ແໜງການຂັ້ນສູນກາງ ແລະ ອົງ ການປົກຄອງທ້ອງຖິ່ນ ເພື່ອແຈກ ຢາຍພາຫະນະ ແລະ ອຸປະກອນດັ່ງ ກ່າວ ໄປໃຫ້ພາກສ່ວນກ່ຽວຂ້ອງນໍາ ເອົາໄປນໍາໃຊ້ຕາມສະພາບ ແລະ ເງື່ອນໄຂຂອງແຕ່ລະພາກສ່ວນບົນ ພື້ນຖານເຈດຕະນາລົມຂອງແຂວງ ຊູງຊອງນຳໂດ. ຂໍ້ມູນ: ຂ່າວສານ ຮສສ ພາຍໃຕ້ຄໍາຂວັນ “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງອາຊຽນ” ໂດຍລັດຖະບານ ສະຫະລັດອາເມລິກາ ໄດ້ມອບຄອມ ພິວເຕີຈຳນວນ 50 ໜ່ວຍ ເປັນມູນ ຄ່າຫລາຍກວ່າ 145.000 ໂດລາ ສະຫະລັດ ໃຫ້ກະຊວງການຕ່າງປະ ເທດ ເພື່ອຊຸກຍູ້ສົ່ງເສີມການເປັນປະ ທານອາຊຽນຂອງ ສປປ ລາວ, ໄດ້ ປະກອບສ່ວນຊ່ວຍພັດທະນາດ້ານ ຊັບພະຍາກອນມະນຸດ ແລະ ອື່ນໆ. ພ້ອມກັນນີ້, ຍັງໄດ້ດໍາເນີນໂຄງ ການຮຽນພາສາອັງກິດໄລຍະພັກ ແລ້ງ ເປັນເວລາ 3-4 ອາທິດ ສໍາລັບ ນັກຮຽນທີ່ມີອາຍຸລະຫວ່າງ 15-17 ປີ ຢູ່ສູນອາເມລິກາທາດດຳຕື່ມອີກ. ຂ່າວ-ພາບ: ສຸກທະວີ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ດ່ານສາກົນຂົວ ມິດຕະພາບ 3 ໄດ້ເອົາໃຈໃສ່ປັບປຸງ ຂອດການບໍລິການແຈ້ງເອກະສານ ໃຫ້ມີຄວາມສະດວກວ່ອງໄວ, ຂະ ຫຍາຍປ່ອງບໍລິການ, ຮັກສາຄວາມ ສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍ ເພື່ອບໍລິການຮອງຮັບ ແກ່ນັກທ່ອງທ່ຽວໃນປີທ່ອງທ່ຽວ ລາວ 2024 ໂດຍໄດ້ຈັດວາງກຳ ລັງ ປະຈຳແຕ່ລະຈຸດພາຍໃນດ່ານ ເພື່ອກວດກາຄວາມເປັນລະບຽບ ຮຽບຮ້ອຍ ຂອງກຸ່ມນັກທ່ອງ ທ່ຽວ ແລະ ຜູ້ໂດຍສານທີ່ເດີ່ນທາງເຂົ້າມາ ສປປ ລາວ ຕາມປະຕູດ່ານໃຫ້ຖືກ ຕ້ອງຕາມຂັ້ນຕອນ, ຕາມລະບຽບ ການ ພ້ອມທັງໄດ້ເອົາໃຈໃສ່ກວດ ກາເອກະສານ ເດີ່ນທາງຂອງນັກ ທ່ອງທ່ຽວຢ່າງເຂັ້ມງວດ ເພື່ອແນ ໃສ່ປ້ອງກັນບໍ່ໃຫ້ມີການເຂົ້າ-ອອກ ທີ່ຜິດລະບຽບການ. ທ່ານ ພັທ ສຸກທອງ ວົງສາ ຫົວໜ້າຕຳຫລວດກວດຄົນເຂົ້າອອກເມືອງ ປະຈຳດ່ານສາກົນຂົວ ມິດຕະພາບ 3 ລາຍງານເມື່ອບໍ່ດົນ ມານີ້ວ່າ: ນັບແຕ່ເດືອນມັງກອນ 2024ມາຮອດປັດຈຸບັນມີຄົນເຂົ້າອອກດ່ານສາກົນຂົວມິດຕະພາບ 3 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທົ່ວແຂວງອັດຕະ ປື ມີເດັກນ້ອຍກຸ່ມເປົ້າໝາຍໃນເກນ ອາຍຸ 9 ເດືອນ ຫາ 59 ເດືອນທີ່ຈະ ໄດ້ຮັບການສັກວັກຊິນປ້ອງກັນພະ ຍາດໝາກແດງໃຫຍ່-ໝາກແດງ ນ້ອຍທັງໝົດ 17.154 ຄົນ ແລະ ທົ່ວແຂວງ ໄດ້ກໍານົດຈຸດບໍລິການ ໃຫ້ວັກຊິນ ມີໂຮງໝໍແຂວງ 1 ແຫ່ງ, ໂຮງໝໍເມືອງ 4 ຕົວເມືອງ, ໂຮງ ໝໍນ້ອຍ 33 ແຫ່ງ ພ້ອມນັ້ນ, ຍັງມີ ຈຸດ ເຄື່ອນທີ່ລົງແຕ່ລະບ້ານຈໍານວນ 253 ຈຸດ ແລະ ຈຸດບໍລິການຢູ່ໂຮງ ຮຽນອະນຸບານທົ່ວແຂວງອີກຈໍາ ນວນ 129 ຈຸດ. ທ່ານ ອີນປັນ ອິນທີລາດ ຫົວໜ້າ ພະແນກສາທາລະນະສຸກແຂວງ ອັດຕະປື ໄດ້ໃຫ້ສຳພາດ ໃນວັນທີ 15 ພຶດສະພາ 2024 ນີ້ວ່າ: ເພື່ອ ເປັນການກະກຽມດ້ານຄວາມພ້ອມ ແກ່ການສັກວັກຊິນປ້ອງກັນພະ ຍາດໝາກແດງໃຫຍ່-ໝາກແດງ ນ້ອຍ ທີ່ຈະມີຂຶ້ນໃນລະຫວ່າງວັນທີ 20-31 ພຶດສະພາ 2024 ນີ້, ປັດຈຸ ບັນແຂວງອັດຕະປື ໄດ້ສໍາເລັດການ ອອກຂໍ້ຕົກລົງ ແຕ່ງຕັ້ງທີມງານຮັບ ຜິດຊອບແຕ່ລະໜ້າວຽກແກ່ວັນສັກ ຢາກັນພະຍາດແຫ່ງຊາດກໍຄືການ ສັກວັກຊິນປ້ອງກັນພະຍາດໝາກ ແດງໃຫຍ່-ໝາກແດງນ້ອຍ,ໄດ້ສໍາ ເລັດການຈັດສົ່ງວັກຊິນ ແລະ ອຸປະ ກອນຕ່າງໆ ໃຫ້ 5 ເມືອງພາຍໃນ ແຂວງ, ໄດ້ສົ່ງແຈ້ງການການຈັດ ຕັ້ງປະຕິບັດວັນສັກຢາກັນພະຍາດ ແຫ່ງຊາດໃຫ້ຂັ້ນແຂວງ, ຂັ້ນເມືອງ, ສຸກສາລາ ແລະ ສົ່ງໜັງສືສະເໜີພົວ ພັນຫາພະແນກສຶກສາທິການ ແລະ ແຂວງຄຳມ່ວນ 85.871 ຄົນ ໃນ ນີ້, ເປັນຄົນລາວ 31.222 ຄົນ, ຍິງ 17.882 ຄົນ, ເດັກ 3.630 ຄົນ; ຄົນຕ່າງປະເທດ 54.649 ຄົນ, ຍິງ 11.920 ຄົນ,ເດັກ 1.536 ຄົນ ແລະມີພາຫະນະ ເຂົ້າ-ອອກ 67.059 ຄັນ, ຖ້າທຽບໃສ່ໃນໄລຍະ ດຽວກັນຂອງປີຜ່ານມາແມ່ນເພີ່ມ ຂຶ້ນ 3.937 ຄົນ, ສ່ວນຫລາຍແມ່ນ ກຸ່ມນັກທ່ອງທ່ຽວ ທີ່ເປັນຄົນໄທ. ທ່ານ ພັທ ສຸກທອງ ວົງສາ ຍັງ ໃຫ້ຮູ່ອີກວ່າ: ພື້ນຖານໂຄງລ່າງ ພາຍໃນດ່ານ ໄດ້ຮັບການປັບປຸງໃຫ້ ດີຂຶ້ນ ເປັນຕົ້ນອາຄານສະຖານທີ່ ເຮັດວຽກ ໄດ້ຮັບການປັບປຸງ, ປົວ ແປງທາສີຕາມສຳນັກງານແລະອາ ຄານ, ປັບປຸງລະບົບໄຟຟ້າຢູ່ໃນອາ ຄານ, ໄຟເຍືອງທາງໃຫ້ມີຄວາມສະ ຫວ່າງ. ນອກນີ້, ຍັງໄດ້ມີການປັບ ປຸງ, ປະດັບປະດາພາຍໃນອາຄານ, ເດີ່ນພາຍໃນບໍລິເວນດ່ານໃຫ້ມີ ຄວາມສະດວກ, ມີຄວາມສະອາດ ສວຍງາມ ເພື່ອແນໃສ່ດຶງດູດນັກ ທ່ອງທ່ຽວ ໃຫ້ເຂົ້າມາທ່ຽວແຂວງ ຄຳມ່ວນຫລາຍຂຶ້ນ. ຂ່າວ-ພາບ: ກອງຄຳ ກິລາ ເພື່ອຂໍການຮ່ວມມືປະຕິບັດສັກ ວັກຊິນກັນພະຍາດໝາກແດງ. ພ້ອມ ນັ້ນ ໄດ້ສໍາເລັດການຝຶກອົບຮົມ ແລະ ວາງແຜນທີມງານຂັ້ນແຂວງ, ຂັ້ນເມືອງ, ການສ້າງແຜນກິດຈະ ກຳໃນການຈັດຕັ້ງປະຕິບັດຂະບວນ ການສັກຢາກັນພະຍາດໝາກແດງ ໃຫຍ່-ໝາກແດງນ້ອຍ ເປັນຕົ້ນຈະ ມີການເປີດຂະບວນການຢ່າງເປັນ ທາງການ ຢູ່ໂຮງຮຽນອະນຸບານ2 ເຊໃຫຍ່ ໃນວັນທີ 20 ພຶດສະພາ 2024ແລະຈະສືບຕໍ່ເກັບກຳຜູ້ທີ່ຕົກ ຫລົ່ນ ໃນໄລຍະວັນທີ 20-30 ພຶດ ສະພາ 2024, ພ້ອມທັງລົງຕິດຕາມ ການສັກວັກຊິນ ຢູ່ຂັ້ນເມືອງ, ສຸກສາ ລາ ເພື່ອສັງລວມລາຍງານຜົນການ ຈັດຕັ້ງປະຕິບັດປະຈຳແຕ່ລະວັນ. ທ່ານ ອີນປັນ ອິນທີລາດ ໃຫ້ຮູ້ ຕື່ມວ່າ: ພະຍາດໝາກແດງໃຫຍ່- ໝາກແດງນ້ອຍ ເກີດຈາກໄວລັດຊະ ນິດໜຶ່ງທີ່ສາມາດຕິດຕໍ່ຈາກຄົນສູ້ ຄົນໄດ້, ຜູ້ຕິດຕໍ່ເຊື້ອສາມາດແຜ່ ເຊື້ອໃຫ້ຄົນອື່ນຜ່ານລົມຫາຍ, ການ ໄອ ຫລື ການຈາມ, ທຸກຄົນສາມາດ ເປັນພະຍາດໝາກແດງໄດ້ແຕ່ພົບ ຫລາຍໃນເດັກນ້ອຍ, ພະຍາດໝາກ ແດງຈະແຜ່ເຊື້ອພາຍໃນລະບົບ ຫາຍໃຈ ແລະ ແຜ່ລາມໄປທົ່ວຮ່າງ ກາຍ, ອາການທີ່ສະແດງອອກມີ: ໄຂ້ສູງ, ໄອ, ຂີ້ມູກຍ້ອຍ ແລະ ມີຕຸ່ມ ຜື່ນທົ່ວຮ່າງກາຍ, ເປັນພະຍາດ ທີ່ອັນຕະລາຍຫລາຍ, ແຕ່ສາມາດ ປ້ອງກັນດ້ວຍວັກຊິນ, ຖ້າຄົນເຮົາບໍ່ ໄດ້ຮັບວັກຊິນຄົບມາກ່ອນ ເມື່ອຕິດ ເຊື້ອພະຍາດແລ້ວສາມາດເຈັບປ່ວຍ ໜັກ ແລະ ເສຍຊີວິດໄດ້, ການສັກ ວັກຊິນປ້ອງກັນພະຍາດໝາກແດງ ໃຫ້ຄົບເປັນວິທີປ້ອງກັນທີ່ດີທີ່ສຸດ ແລະ ເພື່ອບໍ່ໃຫ້ແຜ່ເຊື້ອໄປສູ່ຄົນອື່ນ ແລະ ຮຽກຮ້ອງໃຫ້ພໍ່ແມ່ຜູ້ປົກຄອງ ເດັກໃນທົ່ວແຂວງອັດຕະປື ຈົ່ງໃຫ້ ຄວາມຮ່ວມມື ໂດຍການນໍາເອົາລູກ ຫລານຂອງຕົນ ມາຮັບການສັກວັກ ຊິນກັນພະຍາດໝາກແດງໃຫຍ່- ໝາກແດງນ້ອຍ ໃນສະຖານທີ່ບໍລິ ການຕ່າງໆ ທີ່ຢູ່ໃກ້ບ້ານທ່ານ ເຊິ່ງ ຈະເລີ່ມແຕ່ວັນທີ 20-31 ພຶດສະພາ 2024, ເຖິງວ່າຜ່ານມາລູກຫລານ ຂອງທ່ານ ໄດ້ສັກໄປແລ້ວກໍ່ຕາມ ແມ່ນຕ້ອງໄດ້ຮັບວັກຊິນເຂັມກະຕຸ້ນ ຕື່ມອີກ ເພື່ອໃຫ້ມີພູມຄຸ້ມກັນຂຶ້ນຕື່ມ. ຂ່າວ: ວັດທະນາ
RkJQdWJsaXNoZXIy MTc3MTYxMQ==