5793

xtmkod;fdkra d{]a fg7nj vows; 1h P,1k,[= ]y la f-u 3ovkdiu 3x8kl dkovto5 ]a d75 o7j k,= ]tfq d3]d s];'rt[k' -j ;plh k' vk-u [.sh xt-k-q o ]a f4t[ko ,v[.[1A '1n oxtgrf fu gfa j o.sh 37'dko[+ 7e{mv'g-3xo dt-;' Ill s;o7n o;a olh k'8A 'dv'ma [ c]t ;a ogdu fxtmko 7ew8 lu ra ofvo lts]v';a ocI''kog7n j voph kplkdq o16 j o; Iv'okpq d]a f4t,q o8u 1h P,1k, c]t rq [xt3vh ]q ,rtoa d'ko{oa dIq [dv'rq omu 4 pj k'grnj vl5 0trk[ lts]v';a olh k'8A ' dv'ma [xt-k-q o]k; 7q [Iv[ 75 xu 75 xu csj 'dkodegou f c]t g8u [.spj 0tspkp8q ;0v'dv'ma [xt-k-q o]k; ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 19.01.2024 ປີທີ 23 ສະບັບທີ 5.854 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ oE.9;a omu 20 ,a 'dvo \A opn o K  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ຂປລ. ໃນວັນທີ 17 ມັງກອນ 2024, ຄະນະນໍາກະຊວງປ້ອງກັນ ປະເທດ ນໍາໂດຍ ສະຫາຍ ພົນໂທ ທອງລອຍ ສີລິວົງ ກຳມະການສູນ ກາງພັກ, ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ໄດ້ຕ້ອນຮັບການ ເຂົ້າອວຍພອນຈາກຫລາຍພາກ ສ່ວນທັງພາກລັດແລະພາກທຸລະກິດ ເນື່ອງໃນໂອກາດວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 75 ຂປລ.ໃນວັນທີ 18 ມັງກອນ 2024 ນີ້ ທີ່ເຂດເສດຖະກິດບຶງທາດ ຫລວງ, ນະຄອນຫລວງວຽງຈັນ, ກະຊວງປ້ອງກັນປະເທດ ໄດ້ຈັດໃຫ້ ມີຂະບວນການຍ່າງ ເພື່ອສຸຂະພາບ “ຄວາມສາມັກຄີເປັນປຶກແຜ່ນລະ ຫວ່າງກອງທັບ ແລະ ປະຊາຊົນ ລາວ” ເນື່ອງໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ (20/01/ 1949-20/01/ 2024) ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ, ມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງ ນາຍົກລັກຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີບັນດາ ຄະນະຮັບຜິດຊອບລະດັບຊາດ, ບັນ ຂປລ. ເມື່ອບໍ່ດົນມານີ້, ທ່ານນາງ ສຸດາພອນ ຄົມທະວົງ ຫົວໜ້າພະ ແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫລວງພະ ບາງ ໄດ້ລາຍງານຜົນສໍາເລັດຂອງ ການອະນຸລັກນະຄອນຫລວງພະ ບາງ ເຂົ້າເປັນເມືອງມໍລະດົກໂລກ ໂອກາດຄົບຮອບ 28 ປີ 09 ທັນວາ 1995-09 ທັນວາ 2023) ວ່າ: s]kprkdlj ;og0Q kv;prvodt-;' xh v'da oxtgmf 3vdkf;a olh k'8A 'dv'ma [7q [Iv[ 75 xu * ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະ ກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມພ້ອມກັນຜັນຂະ ຫຍາຍມະຕິ XI ຂອງພັກເຂົ້າສູ່ໃນວຽກງານຕົວຈິງ, ກໍພໍດີຄົບຮອບ 75 ປີ ແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ (20 ມັງກອນ 1949-20 ມັງກອນ 2024). ຕະຫລອດໄລຍະເວລາດັ່ງກ່າວ, ກອງ ທັບປະຊາຊົນລາວ ພວກເຮົາສາມາດຮັກສາ ແລະ ເສີມຂະຫຍາຍໄດ້ ທາດແທ້ມູນເຊື້ອອັນສະຫງ່າງາມຂອງຕົນຢ່າງບໍ່ຢຸດຢັ້ງ, ພ້ອມທັງ ສ້າງໄດ້ວິລະກຳອັນລໍ້າເລີດ ແລະ ຜົນງານອັນໃຫຍ່ຫລວງໃນພາລະ ກິດປົດປ່ອຍຊາດ ກໍ່ຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: “ ເວລາໃດ ກອງທັບກໍ່ນຳໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນ, ຜ່ານຜ່າອຸປະ ສັກ, ສຳເລັດທຸກໜ້າທີ່, ຕີຊະນະສັດຕູທຸກໂຕ, ສົມແລ້ວເປັນກຳລັງ ແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫລມຄົມ ຂອງພັກ”. ເມື່ອຫວນຄືນປະຫວັດສາດ, ໃນປີ 1930 ພັກກອມມູນິດອິນດູຈີນ ໄດ້ກຳເນີດເກີດຂຶ້ນ, ໂດຍແມ່ນປະທານໂຮ່ຈີ່ມິງ ເປັນຜູ້ສ້າງຕັ້ງຂຶ້ນ ໄດ້ ເປັນຂີດໝາຍແຫ່ງບາດລ້ຽວຂອງການປະຕິວັດໃນ 3 ປະເທດອິນດູ ຈີນ. ນັບແຕ່ນັ້ນມາ ພັກໄດ້ມີແນວທາງ, ມີຈຸດໝາຍ ແລະ ວິທີການອັນຖືກ ຕ້ອງຈຶ່ງເຮັດໃຫ້ຂະບວນການປະຕິວັດຂະຫຍາຍຕົວຂຶ້ນດ້ວຍຄຸນນະພາບ ຂປລ.ວັນທີ 18 ມັງກອນ 2024 ນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີ ກະຊວງປ້ອງກັນ ຄວາມສະຫງົບ,ສະຫາຍພົນຕີປະສິດ ທ່ຽງທຳ ຄະນະປະຈຳພັກກະຊວງ ປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ເຕັກນິກກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບ ປະ-ໂອ້ລົມພະນັກງານ-ນັກຮົບກອງ ພົນທີ 4 ເນື່ອງໃນໂອກາດວັນສ້າງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ຂປລ.ໃນວັນທີ 18 ມັງກອນ 2024ນີ້, ກະຊວງແຮງງານ ແລະ ທ່ານ ພົທ ແສງນວນ ໄຊຍະລາດ ສະຫວັດດີການສັງຄົມ(ຮສສ) ໄດ້ ຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ຫວນ ຄືນມູນເຊື້ອວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 75 ປີ (20/1/ 1949-20/1/2024) ແລະ ວັນ ເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ(8/2/19248/2/2024). ໃຫ້ກຽດເຜີຍແຜ່ໂດຍ ທ່ານ ພົທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງ ຊາດລາວ, ມີຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ-ລັດຖະ ຂປລ. ພິທີສະເຫລີມສະຫລອງ ວັນແຮງງານເຄື່ອນຍ້າຍໄດ້ຈັດຂຶ້ນ ໃນວັນທີ 18 ມັງກອນ 2024 ຢູ່ ສະຖາບັນພັດທະນາສີມືແຮງງານ, ນະຄອນຫລວງວຽງຈັນ(ນວ)ໂດຍ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 19/01/2024 xtgmf]k; ປະທານກວດກາພັກ-ລັດ... ຍ່າງເພື່ອສຸຂະພາບ... ຮອງນາຍົກລັດຖະມົນຕີ... ກະຊວງ ຮສສ... 75 ປີແຫ່ງການກຳເນີດ... ຂປລ. ວັນທີ 17 ມັງກອນ 2024, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງ ພັກ, ເລຂາທິການສູນກາງພັກ, ປະ ທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ ຫລາດບັງຫລວງຂັ້ນສູນກາງ ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວເຮັດ ວຽກຢູ່ບໍລິສັດ ຊີໂນ-ອາກຣີ ໂປຕາສ ຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງ ຄໍາມ່ວນ ໂດຍມີທ່ານ ວັນໄຊ ພອງ ສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມ ດ້ວຍຄະນະພະແນກການ ແລະ ພາກ ສ່ວນກ່ຽວຂ້ອງຂັ້ນແຂວງຮ່ວມ ຕິດຕາມ. ທ່ານ ຈູ່ ຊຽງລີ່ ຮອງອຳນວຍ ການບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ລາຍງານສະພາບລວມການ ເຄື່ອນໄຫວຈັດຕັ້ງປະຕິບັດ ແລະ ດຳເນີນໂຄງການ ເຊິ່ງໃນປີ 2021 ໄດ້ເລີ່ມຜະລິດທົດລອງ ແລະ ກາຍ ເປັນໂຄງການເກືອໂປຕາສ ລະດັບ 1 ລ້ານໂຕນ ທຳອິດໃນຂົງເຂດໃໝ່ ຂອງການຜະລິດເກືອໂປຕາສ ໃນ ໂລກ. ຜະລິດຕະພັນເກືອໂປຕາສ ຂອງບໍລິສັດ ຊີໂນ-ອາກຣີ ໂປຕາສ ແມ່ນໄດ້ສົ່ງອອກຈໍາໜ່າຍໃນຫລາຍ ປະເທດ ເຊັ່ນ: ຈີນ, ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ອິນເດຍ, ນິວຊີແລນ ແລະ ຍີ່ປຸ່ນ ເຊິ່ງໄດ້ພົ້ນ ເດັ່ນໃນຕະຫລາດສາກົນ ໂດຍສະ ເພາະແມ່ນຕະຫລາດອາຊີຕາເວັນ ອອກສຽງໃຕ້. ປັດຈຸບັນກຳລັງ ການຜະລິດແມ່ນບັນລຸ 3 ລ້ານໂຕນ ຕໍ່ປີ, ໃນປີ 2025 ຈະບັນລຸ 5 ລ້ານ ໂຕນຕໍ່ປີ ແລະ ອະນາຄົດຈະບັນລຸ 7-10 ລ້ານໂຕນຕໍ່ປີ ເພື່ອຕອບສະ ໜອງການບໍລິການຜະລິດຕະພັນທີ່ ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກ. ຂະນະດຽວກັນຍັງໄດ້ຊຸກ ຍູ້ການສ້າງວຽກເຮັດງານທຳໃຫ້ ແກ່ທ້ອງຖິ່ນ, ບໍລິສັດຍັງໄດ້ຈັດຕັ້ງ ດຳເນີນຫລາກຫລາຍກິດຈະກຳວິ ສາຫະກິດ ເພື່ອເສີມສ້າງທີມງານ ທີ່ສາມັກຄີກົມກຽວ ເພື່ອພ້ອມກັນພະ ຍາຍາມສູ້ຊົນໃຫ້ບັນລຸຄາດໝາຍ ໂຄງການປອດໄພ, ສີຂຽວ, ເປັນມິດ ກັບສິ່ງແວດລ້ອມ ແລະ ພັດທະນາ ຍືນຍົງ. ນອກນີ້ ໃນເຂດດັ່ງກ່າວ, ຍັງຈະໄດ້ສ້າງເປັນນິຄົມອຸດສາຫະ ກຳໝູນວຽນ ອັດສະລິຍະ ອາຊີ ໂປ ຕາສ ສາກົນ ໂດຍຈະແບ່ງອອກເປັນ 3ພາກສ່ວນໃຫຍ່ຄື: ສວນອຸດສາຫະ ກຳໂປຕາສ, ສວນອຸດສາຫະກຳອະ ໂປຕາສ ແລະ ເມືອງອັດສະລິຍະ, ມີ ເນື້ອທີ່ລວມປະມານ 2.000 ເຮັກ ຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາສະຫະລັດ. ໃນໂອກາດນີ້, ທ່ານຮອງຜູ້ອຳ ນວຍການ ບໍລິສັດ ຍັງໄດ້ສະເໜີຕໍ່ ທ່ານປະທານຄະນະກວດກາສູນ ກາງພັກ ຜ່ານໄປຍັງລັດຖະບານ ຊ່ວຍພິຈາລະນາອອກນະໂຍບາຍພິ ເສດໃຫ້ແກ່ນິຄົມອຸດສາຫະກຳ ເພື່ອ ສ້າງໂອກາດໃຫ້ແກ່ວິສາຫະກິດທີ່ ຈະມາລົງທຶນໃນເຂດດັ່ງກ່າວ, ພິ ຈາລະນາການຮັກສາທາງດ້ານອາ ກອນ ໂດຍບໍ່ໃຫ້ມີການປ່ຽນແປງສະ ເພາະໂຄງການທີ່ໄດ້ມີການກໍ່ສ້າງ ເປີດທຳການຜະລິດ ແລະ ໄດ້ເຊັນ ສັນຍາກັບລັດຖະບານແລ້ວ, ພິຈາ ລະນາໃນການຍົກເວັ້ນອາກອນກຳ ໃໝ່. ລະຫວ່າງປີ 1947-1948 ກຳລັງຮາກຖານການເມືອງໄດ້ຮັບການ ປັບປຸງ ແລະ ຂະຫຍາຍຕົວ, ກອງກຳລັງປະກອບອາວຸດທ້ອງຖິ່ນຢູ່ເຂດໃຕ້, ກາງ ແລະ ເໜືອຂອງປະເທດເຮົາ ໄດ້ປະກົດຕົວຂຶ້ນຢ່າງຕໍ່ເນື່ອງ, ອັນເປັນ ການສ້າງທ່າ ແລະ ກຳລັງແຮງໃຫ້ແກ່ການຕໍ່ສູ້ແບບກອງຫລອນ ແລະ ການປະສານສົມທົບກັບກອງທະຫານອາສາສະໝັກຫວຽດນາມ ຍາດ ເອົາໄຊຊະນະເປັນຂັ້ນໆມາ. ດ້ວຍທ່າຂະຫຍາຍຕົວໃນການຕໍ່ສູ້ໄດ້ມີຫລາຍ ທ້ອງຖິ່ນ ຈັດຕັ້ງກຳລັງປະກອບອາວຸດໃນລະດັບກອງຮ້ອຍຂຶ້ນຄື: ກອງປັດ ໃຈຢູ່ຊຽງຂວາງ, ກອງຟ້າງຸ່ມ ແຂວງວຽງຈັນ, ກອງໄຊເສດຖາ ຢູ່ພາກກາງ ແລະ ກອງຈັກກະພັດຢູ່ພາກໃຕ້. ໂດຍປະຕິບັດຕາມມະຕິຕົກລົງຂອງສູນ ກາງພັກກອມມູນິດອິນດູຈີນ ໃນວັນທີ 20 ມັງກອນ ປີ1949 ກອງທະຫານ ປະຕິວັດ “ກອງລາດຊະວົງ” ໄດ້ຮັບການສ້າງຕັ້ງຂຶ້ນເປັນທາງການຢູ່ເຂດ ລາວຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາໂດຍກົງ. ນັບແຕ່ນັ້ນ ມາ, ວັນທີ 20 ມັງກອນ 1949 ໄດ້ກາຍເປັນປະຫວັດສາດໃນການສ້າງ ຕັ້ງກອງທັບປະຕິວັດຂອງປະຊາຊົນລາວບັນດາເຜົ່າຢ່າງເປັນທາງການ ຊຶ່ງຖືເປັນບາດກ້າວກະໂດດ ທີ່ສຳຄັນໃນພາລະກິດຕໍ່ສູ້ຕ້ານການຮຸກຮານ ກໍ່ຄື ໃນການຂະຫຍາຍໄຊຊະນະຂອງກຳລັງປະກອບອາວຸດປະຊາຊົນເຮົາ. ໃນໄລຍະດຳເນີນພາລະກິດຕໍ່ສູ້ກູ້ຊາດ, ກອງທັບເຮົາ ເສີມຂະຫຍາຍໄດ້ ທາດແທ້ປະຕິວັດອັນສູງສົ່ງ, ສາມາດຕີເອົາຊະນະສັດຕູ ຈາກບັ້ນຮົບນີ້ສູ່ ບັ້ນຮົບໃໝ່ ແລະ ເຕີບໃຫຍ່ຂຶ້ນເລື້ອຍໆ ຈົນສາມາດປົດປ່ອຍໃນທົ່ວປະເທດ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ. ໃນໄລຍະປະຕິບັດສອງ ໜ້າທີ່ຍຸດທະສາດ ແລະ ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ; ກອງ ທັບເຮົາກໍ່ໄດ້ປະຕິບັດແນວທາງປ້ອງກັນຊາດ ທົ່ວປວງຊົນຮອບດ້ານຂອງ ພັກ, ອອກແຮງປັບປຸງກໍ່ສ້າງທັງ 3 ປະເພດກຳລັງໃຫ້ເຕີບໃຫຍ່ ເຂັ້ມແຂງ ໃນທຸກດ້ານ ເປັນຕົ້ນ ໄດ້ສ້າງກອງພັນນ້ອຍ, ກອງພັນໃຫຍ່, ກອງພົນ ແລະ ເຫລົ່າຮົບຕ່າງໆ ຂຶ້ນຫລາຍກົມກອງຢ່າງ ຕໍ່ເນື່ອງ. ພ້ອມກັນນັ້ນ, ກໍ່ໄດ້ສ້າງ ຕັ້ງວິທະຍາຄານ, ໂຮງຮຽນ ເພື່ອເປັນການຍົກລະດັບພະນັກງານນັກຮົບ ໃຫ້ມີຄວາມຮູ້ວິຊາສະເພາະທີ່ແນ່ນອນ; ສ່ວນກຳລັງທ້ອງຖິ່ນ ກໍ່ໄດ້ຮັບການ ປັບປຸງຍົກສູ່ຄຸນນະພາບທຸກດ້ານ ໃຫ້ໜັກແໜ້ນເຂັ້ມແຂງເປັນກ້າວໆມາ, ສາມາດປົກປັກຮັກສາປະເທດຊາດ ໄວ້ຢ່າງໝັ້ນຄົງ ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ກອງທັບເຮົາ ໄດ້ຫັນທິດລົງຮາກ ຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ປະ ກອບສ່ວນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ເປັນ ຢ່າງດີ; ພ້ອມທັງໄດ້ເປັນແບບຢ່າງໃນການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ, ຊ່ວຍຫລຸດຜ່ອນການແບກ ຫາບຂອງຂັ້ນເທິງ; ເສີມຂະຫຍາຍສາຍພົວພັນ ຄວາມສາມັກຄີພິເສດອັນ ເປັນມູນເຊື້ອ ໃນການຮ່ວມມືຮອບດ້ານກັບກອງທັບບັນດາປະເທດສັງ ຄົມນິຍົມ, ຕັ້ງໜ້າພົວພັນຮ່ວມມືກັບກອງທັບບັນດາປະເທດອາຊຽນ ແລະ ກອງທັບບັນດາປະເທດເພື່ອນມິດອື່ນໆ. ສືບຕໍ່ປະຕິບັດທິດບຳລຸງກໍ່ສ້າງ ພະນັກງານແຕ່ລະປະເພດ ໂດຍເລີ່ມຈາກຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງຂອງພັກ, ຂອງກອງທັບ, ຮັບປະກັນລັກສະນະຊົນຊັ້ນ ຂອງພັກ ໂດຍຖືເອົາຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຈັນຍາ ທຳເປັນກົກ, ຍົກລະດັບການສຶກສາ, ຄວາມສາມາດຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ ແລະ ສຸຂະພາບ ເປັນສຳຄັນ. ພ້ອມດຽວກັນກໍ່ສຸມ ໃສ່ປະຕິບັດວຽກງານດ້ານການທະຫານ, ດ້ານພະລາທິການ, ເພີ່ມທະວີ ການນຳພາຂອງພັກຕໍ່ກອງທັບ ໂດຍກົງ, ເດັດຂາດ ແລະ ຮອບດ້ານ. 75 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງປະ ກອບອາວຸດ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ແມ່ນ ການທົດສອບອັນໃຫຍ່ຫລວງ, ການຕໍ່ສູ້ອັນລະອິດລະອ້ຽວ, ຫຍຸ້ງຍາກ ລໍາບາກທີ່ສຸດ, ແຕ່ກໍປ່ຽມລົ້ນໄປດ້ວຍໄຊຊະນະ ສາມາດປົດປ່ອຍປະ ເທດຊາດຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ, ຢຶດອໍານາດ ໂດຍ ບໍ່ໃຊ້ສຽງປືນ ນັ້ນແມ່ນສິ່ງມະຫັດສະຈັນ ແລະ ບໍ່ແມ່ນເລື່ອງໄຝ່ຝັນທີ່ຈະ ໄດ້ມາຢ່າງງ່າຍດາຍ ແຕ່ມັນແມ່ນການຕໍ່ສູ້ອັນທໍລະຫົດອົດທົນ. ຕະຫລອດ ໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ, ກໍາລັງປະຕິວັດ ແລະ ກໍາລັງປະກອບ ອາວຸດຂອງປະຊາຊົນລາວ ຫລາຍເທື່ອໄດ້ຢືນຢູ່ບົນເສັ້ນດ້າຍທີ່ສ່ຽງເປັນ ສ່ຽງຕາຍ ທີ່ຖືກສັດຕູທໍາລາຍ ເພື່ອຫວັງດັບມອດກໍາລັງປະຕິວັດແຕ່ກໍ ຖືກກອງທັບ ແລະ ປະຊາຊົນເຮົາຕີຕ້ານໃຫ້ປະລາໄຊ ແລະ ຍິ່ງເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆ. ທັງໝົດນັ້ນ ແມ່ນຍ້ອນຄວາມເສຍສະລະ, ຄວາມພິລະອາດຫານ ບໍ່ຍອມຈໍານົນ ຂອງກອງທັບເຮົາ, ນໍ້າໃຈຮັກຊາດ ອັນດູດດື່ມ ຂອງກອງທັບ, ຂອງກໍາລັງປະຕິວັດ, ຄວາມຈົງຮັກພັກດີຕໍ່ປະ ຊາຊົນ, ຕໍ່ປະເທດຊາດ ຂອງກອງທັບ, ການສະໜັບສະໜູນຊ່ວຍເຫລືອອຸ້ມ ຊູ, ດູແລເບິ່ງແຍງຂອງປະຊາຊົນລາວບັນດາ ເຜົ່າທີ່ຍາມໃດທະຫານກັບປະ ຊາຊົນກໍປຽບເໝືອນ “ປາກັບນໍ້າ”. ປະເທດຊາດ, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນເຮົາ, ຄົນຮຸ່ນນີ້ ແລະ ຮຸ່ນຕໍ່ໆໄປ ຈົງຮັບຮູ້ ແລະ ຊາບຊຶ້ງ ຄວາມເສຍສະລະອັນໃຫຍ່ຫລວງ, ຄວາມຈົງຮັກພັກດີຕໍ່ພັກ, ຄວາມເຄົາລົບນັບຖືຂອງກອງທັບຕໍ່ປະຊາຊົນ ກໍຄື ປະຊາຊົນລາວບັນດາເຜົ່າ ສືບຕໍ່ເຄົາລົບນັບຖືກອງທັບ ແລະ ຢູ່ອ້ອມຂ້າງ ກອງທັບເຮົາຕະຫລອດໄປ. ນໍ້າໃຈວັນທີ 20 ມັງກອນ ໝັ້ນຍືນ! ກ້າວຂຶ້ນຍາດເອົາໄຊຊະນະຢ່າງ ເນື່ອງນິດລຽນຕິດ, ຍິ່ງຕີຍິ່ງເຕີບ ໃຫຍເຂັ້ມແຂງ. ພັກເຮົາເວລາໃດກໍ ໄດ້ຖືເອົາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເປັນໜ້າທີ່ ຕົ້ນຕໍ ແລະ ຖືສໍາຄັນເປັນອັນດັບໜຶ່ງ, ກອງທັບປະຊາຊົນລາວ ໄດ້ຕັ້ງໜ້າ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ປົກປັກຮັກສາຜືນ ແຜ່ນດິນອັນຄົບຖ້ວນຂອງຊາດ ໄວ້ ໄດ້ຢ່າງໝັ້ນຄົງ. ກອງທັບປະຊາຊົນ ລາວຍາມໃດ ກໍມີຄວາມຈົ່ງຮັກພັກ ດີຕໍ່ພັກ, ຕໍ່ປະຊາຊົນ,ຕໍ່ອຸດົມການ ສັງຄົມນິຍົມ, ໃນພຶດຕິກໍາແຫ່ງການ ຕໍ່ສູ້ກູ້ຊາດຍືດເຍື້ອຍາວນານໄດ້ຢັ້ງ ຢືນຢ່າງຈະແຈ້ງວ່າ ກອງທັບປະຊາ ຊົນລາວ ແມ່ນມາຈາກປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະ ໂຫຍດປະຊາຊົນ, ມີຄວາມຈົ່ງຮັກພັກ ດີ, ມີຄວາມບໍລິສຸດຜຸດຜ່ອງ, ມີ ຄວາມເດັດດ່ຽວໜຽວແໜ້ນ, ມີລະ ບຽບແບບແຜນທີ່ເຂັ້ມງວດ, ມີ ຄວາມອົງອາດກ້າຫານ, ມີນ້ຳໃຈ ເສຍສະຫລະອັນສູງສົ່ງ ພ້ອມທັງ ຍອມເສຍສະຫລະຊີວິດ ເພື່ອຊາດ ແລະ ປະຊາຊົນ. ນອກນັ້ນ, ກອງທັບ ປະຊາຊົນລາວ ກໍມີຄວາມສາມັກຄີ ກັບກອງທັບປະຊາຊົນບັນດາປະ ເທດ ເພື່ອນມິດທີ່ກ້າວໜ້າໃນໂລກ ໂດຍສະເພາະ ຄວາມສາມັກຄີຮ່ວມ ສໍາພັນສູ້ຮົບແບບພິເສດກັບເພື່ອນ ມິດຍຸດທະສາດ ເຊິ່ງສິ່ງເຫລົ່ານີ້ມັນ ໄດ້ກາຍເປັນມູນເຊື້ອອັນສະຫງ່າ ອົງອາດຂອງກອງທັບ ແລະ ກໍາລັງ ປະກອບອາວຸດ ຂອງປະຊາຊົນເຮົາ ຕະຫລອດມາ. ໂອກາດດັ່ງກ່າວ: ທ່ານ ພົທ ແສງນວນ ໄຊຍະລາດ ຍັງໄດ້ຍົກ ໃຫ້ເຫັນຊີີວິດ, ການເຄື່ອນໄຫວປະຕິ ວັດທີ່ພົ້ນເດັ່ນ, ຜົນງານອັນຍິ່ງໃຫຍ່ ແລະ ແບບຢ່າງອັນດີເລີດຂອງປະ ທານ ຄຳໄຕ ສີພັນດອນ ເຊິ່ງໃນໄລ ຍະການເຄື່ອນໄຫວຂອງທ່ານເພິ່ນ ໄດ້ເຂົ້າຮ່ວມຂະບວນການຕໍ່ສູ້ຕ້ານ ພວກລ່າເມືອງຂຶ້ນແບບເກົ່າຢູ່ພາກ ໃຕ້ ໃນການເປັນຜູ້ຊ່ວຍລັດຖະບານ ລາວຕໍ່ຕ້ານໃນການນຳພາທະຫານ ລາວອິດສະຫລະ, ຕໍ່ມາຖືກແຕ່ງຕັ້ງ ເປັນຫົວໜ້າເສນາທິການທະຫານ ລາວອິດສະຫລະແລະຖືກມອບໝາຍ ໃຫ້ຊີ້ນຳທະຫານກອງໄຊຈັກກະພັດ ໃນຖານະທະຫານລາວຕໍ່ຕ້ານ, ແຕ່ ລະໜ້າວຽກທີ່ຖືກມອບໝາຍທ່ານ ໄດ້ເອົາໃຈໃສ່ນຳພາ, ຊີ້ນຳຈັດຕັ້ງ ປະຕິບັດເປັນຢ່າງດີ ໂດຍສະເພາະ ແມ່ນການກໍ່ສ້າງ ແລະ ປັບປຸງທະ ຫານລາວອິດສະຫລະ ໃຫ້ມີຄວາມ ເຂັ້ມແຂງຂຶ້ນ. ປະທານ ຄຳໄຕ ສີພັນດອນ ແມ່ນໜຶ່ງໃນບັນດາຜູ້ນຳ ຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນຳຄົນອື່ນໆນຳພາ ເພື່ອພາລະກິດການຕໍ່ສູ້ປົດປ່ອຍປະ ເທດຊາດ ອອກຈາກແອກປົກຄອງ ຂອງຈັກກະພັດຕ່າງດ້າວ ກໍຄືພາລະ ກິດປົກປັກຮັກສາ ແລະ ສ້າງສາປະ ເທດຊາດ, ເພິ່ນເປັນຜູ້ນຳທີ່ມີນໍ້າໃຈ ຮັກຊາດອັນສູງສົ່ງ, ເສຍສະລະ ທຸກສິ່ງທຸກຢ່າງອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ ເມື່ອຍຄຽງບ່າຄຽງໄຫລ່ ກັບປະ ທານໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ຜູ້ນຳຄົນອື່ນໆ ຈັດ ຕັ້ງນຳພາຂະບວນການປະຕິວັດເຕີບ ໃຫຍ່ຂະຫຍາຍຕົວ, ຍາດໄດ້ໄຊຊະ ນະຢ່າງຕໍ່ເນື່ອງ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຂ່າວ-ພາບ: ທະນູທອງ ດາການນໍາພັກ-ລັດ; ພະນັກງານປະ ຕິວັດອາວຸໂສບໍານານ, ພະນັກງານ- ລັດຖະກອນ, ທະຫານ, ຕໍາຫລວດ ແລະ ມວນຊົນນະຄອນຫລວງວຽງ ຈັນ ເຂົ້າຮ່ວມ. ໃນໂອກາດດັ່ງກ່າວ, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາ ມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ ທັງ ເປັນຄະນະຮັບຜິດຊອບລະດັບຊາດ ກ່າວວ່າ: 20 ມັງກອນ 1949 ແມ່ນວັນສ້າງຕັ້ງກອງທັບປະຊາ ຊົນລາວ ເຊິ່ງເປັນວັນປະຫວັດສາດ ສໍາຄັນຂອງຊາດ, ຂອງພັກ, ຂອງ ກອງທັບລາວ ທີ່ໝູນວຽນມາຄົບ ຮອບ 75 ປີ. ບົນເສັ້ນທາງ ແຫ່ງ ການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບ ໃຫຍ່ຂະຫຍາຍຕົວ, ກອງທັບໄດ້ ຜ່ານຜ່າຄວາມຫຍຸ້ງຍາກ, ເສຍສະ ລະນາໆປະການຕໍ່ສູ້ ເພື່ອປະຊາຊົນ ຕີເອົາຊະນະສັດຕູທີ່ໃຫຍ່ໂຕ, ເຂັ້ມ ແຂງກວ່າພວກເຮົາບໍ່ຈັກວ່າເທົ່າໃດ ທົບ, ຈົນສາມາດປົດປ່ອຍປະເທດ ຊາດ, ສືບຕໍ່ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ສົມຊື່ ວ່າ “ກອງທັບວິລະຊົນ, ຊາດລາວ ວິລະຊົນ, ຄົນລາວພິລະອາດຫານ“ ດ້ວຍຄວາມເອກອ້າງທະນົງໃຈຕໍ່ ມູນເຊື້ອແຫ່ງການກຳເນີດ, ເຕີບໃຫຍ່ ເຂັ້ມແຂງ, ສູ້ຮົບມີໄຊຂອງກອງທັບ ປະຊາຊົນລາວ. ຕະຫລອດໄລຍະ 75 ປີ ຜ່ານມາກອງທັບພວກເຮົາ ໄດ້ເຮັດສຳເລັດພາລະກິດອັນຍິ່ງ ໃຫຍ່ ແລະ ໜັກໜ່ວງທີ່ປະເທດຊາດ ແລະ ປະຊາຊົນ ມອບໝາຍໃຫ້ຢ່າງ ສະຫງ່າງາມ, ສ້າງຜົນງານດີເດັ່ນ, ວິລະກຳອັນລໍ້າເລີດປະດັບໄວ້ໃນໜ້າ ປະຫວັດສາດຢ່າງສົມກຽດສົມແລ້ວ ທີ່ເປັນກອງທັບວິລະຊົນ, ຊາດລາວ ວິລະຊົນ ເຊິ່ງໄດ້ຮັບການຍ້ອງຍໍ ສັນລະເສີນ ຈາກພັກ ແລະ ລັດວ່າ: “ກອງທັບຍາມໃດກໍນໍາໜ້າໃນທຸກ ວຽກງານ, ເດັດດ່ຽວຜ່ານຜ່າອຸປະ ສັກຕີເອົາຊະນະສັດຕູທຸກໂຕ, ເຮັດ ສຳເລັດໜ້າທີ່, ສົມເປັນກຳລັງແກ່ນ ສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫລມຄົມ ຂອງ ພັກ”. ກອງທັບກັບປະຊາຊົນບັນດາ ເຜົ່ານັ້ນຄື “ປາກັບນໍ້າ” ເຊິ່ງເປັນປັດ ໄຈສໍາຄັນກວ່າໝູ່ໃນພາລະກິດຕໍ່ສູ້ ຂອງກອງທັບເຮົາ ໂດຍອີງໃສ່ປະຊາ ຊົນ ເປັນກໍາລັງໜູນຊ່ວຍຢ່າງໜັກ ແໜ້ນ ເພື່ອຕໍ່ສູ້ປົກປ້ອງປະເທດຊາດ ກໍຄື ໝາກຜົນຂອງການປະຕິວັດໄວ້ ໃຫ້ໝັ້ນຄົງ. ໃນຂະບວນອັນມີຄວາມໝາຍ ສໍາຄັນນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະ ຍາໄດ້ໃຫ້ກຽດຕາງໜ້າປະຊາຊົນ ລາວ ບັນດາເຜົ່າຂຶ້ນຕັດແຖບຜ້າ, ຈາກນັ້ນ ຂະບວນການກໍໄດ້ເລີ່ມຕົ້ນ ດ້ວຍການຍ່າງ ແລະ ຮັບຊົມການສະ ແດງເຮືອບິນກິລາ ຈາກກອງທັບ ປະຊາຊົນລາວ ແລະ ສປ ຈີນ ຈໍາ ນວນ 8 ລໍາ ໂດຍໄດ້ມີການສະ ແດງເຮືອບິນປ່ອຍຄວັນສີ ຮອບທີ 1 ມີ 7 ສີ ໝາຍເຖິງເລກ 7 ແລະ ຮອບທີ 2 ປ່ອຍຄວັນສີ ອອກ 5 ສີ ໝາຍເຖິງເລກ 5 ຄວາມໝາຍວ່າ 75 ປີ. ຂ່າວ: ສົມຫວັງ, ພາບ: ຂັນໄຊ ໄລ ແລະ ມີໄລຍະໃນການເກັບອາ ກອນກຳໄລ ໃນໂຄງການພາກຂະ ຫຍາຍຂອງ ເກືອໂປຕາສ ເພື່ອຊຸກ ຍູ້ໃຫ້ບໍລິສັດມີການຂະຫຍາຍຕົວໄວ ຂຶ້ນ, ສະເໜີລັດຖະບານຊ່ວຍຄົ້ນ ຄວ້າ ໃນການກໍ່ສ້າງໂຮງງານໄຟຟ້າ ໃນເຂດໂຄງການ ເພື່ອຜະລິດໄຟຟ້າ ຮັບໃຊ້ໃຫ້ພຽງພໍ ກັບຄວາມຕ້ອງ ການຂອງບໍລິສັດ ແລະ ສະເໜີໃຫ້ ລັດຖະບານຊ່ວຍຕິດຕາມ ແລະ ສະ ໜັບສະໜູນ ອຳນວຍຄວາມສະດວກ ທາງດ້ານຕ່າງໆໃນຂັ້ນຕໍ່ໄປ. ໃນໂອກາດນີ້, ທ່ານປະທານຄະ ນະ ກວດກາສູນກາງພັກ ໄດ້ຕີລາຄາ ສູງຕໍ່ຜົນງານການເຄື່ອນໄຫວດຳ ເນີນທຸລະກິດຂອງໂຄງການໂດຍສະ ເພາະແມ່ນການຊຸກຍູ້ສົ່ງເສີມການ ສ້າງວຽກເຮັດງານທຳ ໃຫ້ແກ່ແຮງ ງານລາວໃນທ້ອງຖິ່ນລວມເຖິງ ການປະກອບສ່ວນຊ່ວຍເຫລືອສັງ ຄົມ ໃນດ້ານຕ່າງໆ ເພາະໂຄງການ ເກືອໂປຕາສ ແມ່ນມີຄວາມສຳຄັນ ໃນການປະກອບສ່ວນທາງດ້ານ ລາຍຮັບເຮັດໃຫ້ລັດຖະບານກໍຄື ແຂວງຄໍາມ່ວນ ມີລາຍຮັບທີ່ສູງ ຂຶ້ນ. ຄຽງຄູ່ກັບການຂະຫຍາຍ ແລະ ພັດທະນາ ໃຫ້ບໍລິສັດສືບຕໍ່ເສີມຂະ ຫຍາຍບົດບາດໃນການປະກອບ ສ່ວນທາງດ້ານການພັດທະນາ ສປປ ລາວ ກໍຄືແຂວງຄໍາມ່ວນ ໃນດ້ານ ຕ່າງໆ, ເອົາໃຈໃສ່ເພີ່ມທະວີໃນການ ຮັກສາຄວາມປອດໄພ, ມີການປະ ສານສົມທົບ ແລະ ປຶກສາຫາລືກັບ ຂະແໜງການກ່ຽວຂ້ອງຂອງພາກ ລັດ ເພື່ອວາງແຜນໃນການກຳນົດ ການຄຸ້ມຄອງຄວາມເປັນລະບຽບ ຮຽບຮ້ອຍທາງສັງຄົມ, ຄຸ້ມຄອງ ຄວາມປອດໄພຈາກອຸບັດຕິໄພ ຕ່າງໆ. ສຳລັບບັນຫາ ທີ່ທາງບໍລິສັດ ສະເໜີລວມເຖິງດ້ານນະໂຍບາຍ ຕ່າງໆແມ່ນຈະໄດ້ນຳໄປສະເໜີຕໍ່ຄະ ນະລັດຖະບານ ເພື່ອຄົ້ນຄວ້າຊອກ ຫາວິທີທາງແກ້ໄຂຢ່າງເໝາະສົມ ໃນຕໍ່ໜ້າ. ຂ່າວ-ພາບ: ກອງຄຳ ຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ (20/1/1949-20/1/ 2024) ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະ ການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມ ດ້ວຍຄະນະນໍາແຂວງ, ຄະນະນຳກະ ຊວງປ້ອງກັນປະເທດ, ຄະນະນຳ ຂອງສອງກຳລັງ ປກຊ-ປກສ ພ້ອມ ດ້ວຍຄະນະພັກ-ຄະນະບັນຊາ,ນາຍ ແລະ ພົນທະຫານ, ພະນັກງານປະ ຕິວັດອາວຸໂສ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງ ກອງພົນທີ 4 ໄດ້ລາຍງານໂດຍ ຫຍໍ້ສະພາບຈຸດພິເສດ, ທີ່ຕັ້ງ, ພາ ລະບົດບາດ ແລະ ໜ້າທີ່ການເມືອງ ຂອງກົມກອງລວມທັງຜົນງານທີ່ ຍາດມາໄດ້ ໃນໄລຍະຜ່ານມາ ເຊິ່ງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການຈັດຕັ້ງປະຕິບັດມະຕິກອງກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະ ຕິກອງປະຊຸມໃຫຍ່ຄັ້ງທີ Vຂອງອົງ ຄະນະພັກກະຊວງປ້ອງກັນປະເທດ ສາມາດປະຕິບັດບັນດາຄາດໝາຍ ສູ້ຊົນ ເຮັດໃຫ້ປະ ເທດຊາດມີສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມ ມີຄວາມສະຫງົບໂດຍສະເພາະ ການປ້ອງກັນບັນດາເປົ້າໝາຍສຳ ຄັນ, ວັນບຸນປະຫວັດສາດແລະກອງ ປະຊຸມຕ່າງໆລະດັບຊາດ ແລະ ສາ ກົນມີຄວາມສະຫງົບ. ໄປຄຽງຄູ່ກັນ ນັ້ນ, ຄະນະພັກ ຄະນະບັນຊາຍັງໄດ້ ຖືເອົາວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບເປັນສໍາຄັນ, ຫັນເອົາກໍາລັງລົງກໍ່ສ້າງຮາກຖານ ການເມືອງພັດທະນາຊົນນະບົດ ຮອບດ້ານຕາມ 4 ເນື້ອໃນ 4 ຄາດ ໝາຍ, ສຸມໃສ່ສ້າງບ້ານປ້ອງກັນ ຊາດເຂັ້ມແຂງ, ກຸ່ມບ້ານປ້ອມໝັ້ນສູ້ ຮົບເຂັ້ມແຂງໃຫ້ເພີ່ມຂຶ້ນທາງດ້ານ ຈໍານວນ ແລະ ຄຸນນະພາບ, ຍູ້ແຮງ ການອົບຮົມ-ຫັດແອບການເມືອງ ການ-ການທະຫານ, ພະລາທິການ, ເຕັກນິກ, ສິລະປະຍຸດ-ຍຸດທະວິທີ ຂອງທະຫານຮາບ ແລະ ເຫລົ່າຮົບ ວິຊາສະເພາະໃຫ້ມີຄວາມຊໍານິຊໍາ ນານ, ເປັນກໍາລັງຫລັກແຫລ່ງໃຫ້ກະ ຊວງປ້ອງກັນປະເທດທາງດ້ານ ວຽກງານຮັບປະກັນເຮັດໃຫ້ສະພາບ ໃນ 3 ແຂວງພາກກາງ ມີຄວາມສະ ຫງົບ, ໄປຄວບຄູ່ກັບການຍົກສູງນໍ້າ ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂທ່າແຮງບົ່ມຊ້ອນ ຂອງກົມກອງ.ນອກນັ້ນ,ຍັງເປັນເຈົ້າ ການປ້ອງກັນ, ກວດກາ, ຕິດຕາມ ເຂດຫລັກໝາຍຊາຍແດນຕ່າງໆ ແລະ ສັງຄົມທົ່ວໄປຮັບປະກັນສ້າງ ເງື່ອນໄຂໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ ໄດ້ຂະ ຫຍາຍຕົວຢ່າງຕໍ່ເນື່ອງ. ໂອກາດນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ມີຄໍາເຫັນໂອ້ ລົມ ແລະ ເນັ້ນໃຫ້ຄະນະພັກ- ຄະນະ ບັນຊາກອງພົນທີ 4, ພະນັກງານນັກຮົບສືບຕໍ່ຮັກສາມູນເຊື້ອ, ທາດ ແທ້ປະຕິວັດຂອງກອງທັບ, ຕໍ່ສູ້ເດັດ ດ່ຽວ, ພິລະອາດຫານ, ບໍ່ຍອມຈໍາ ນົນຍາກປານໃດກໍບຸກ, ທຸກປານໃດ ກໍສູ້, ເຖິງຈະເສຍສະລະກໍບໍ່ຫວາດ ຫວັ່ນ, ຍາມໃດກໍສະໜອງຕາມ ຄວາມຮຽກຮ້ອງຕ້ອງການຂອງພັກ ດ້ວຍຄວາມຈົງຮັກພັກດີ, ບໍລິສຸດ ແລະ ເດັດດ່ຽວໜຽວແໜ້ນ, ກອງ ທັບເຮົາຍາມໃດກໍອີງໃສ່ປະຊາຊົນ, ເຮັດທຸກສິ່ງທຸກຢ່າງເພື່ອຜົນປະ ໂຫຍດຂອງປະຊາຊົນດ້ວຍຄວາມ ບໍລິສຸດໃຈ. ຍ້ອນແນວນັ້ນ ຈຶ່ງໄດ້ຮັບ ຄວາມເອົາໃຈໃສ່ເບິ່ງແຍງດູແລ, ຖະໜອນຫອມຮັກ ແລະ ອຸ້ມຊູຊ່ວຍ ເຫລືອຈາກປະຊາຊົນບັນດາເຜົ່າ, ອັນໄດ້ເປັນບໍ່ເກີດຂອງກໍາລັງແຮງ ທີ່ບໍ່ເຫືອດແຫ້ງຈັກເທື່ອ; ກອງທັບ ປະຊາຊົນລາວ ສົມແລ້ວທີ່ ເປັນກອງ ທັບວິລະຊົນຂອງຊາດລາວຢ່າງ ແທ້ຈິງ. ຈາກນັ້ນ, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ພ້ອມດ້ວຍຄະ ນະໄດ້ລົງຢ້ຽມຢາມພະນັກງານ-ນັກ ຮົບຢູ່ກອງພັນນ້ອຍ 619, ກອງພັນ ນ້ອຍ 634 ໂຮງງານນໍ້າມັງກອນ ຄຳຂອງກອງພົນ ພ້ອມທັງມອບວັດ ຖຸປັດໄຈຈຳນວນໜຶ່ງ ໃຫ້ກອງພົນ ທີ 4 ອີກດ້ວຍ. ໂດຍ: ບົວລາ ກອນພາຍໃນກະຊວງ ຮສສ ເຂົ້າ ຮ່ວມ. ທ່ານ ພົທ ແສງນວນ ໄຊຍະລາດ ໄດ້ຍົກໃຫ້ເຫັນປະຫວັດການກຳ ເນີດ, ຜົນງານ, ມູນເຊື້ອອັນສະຫງ່າ ອົງອາດກ້າຫານ ແລະ ການເຕີບ ໃຫຍ່ຂະຫຍາຍຕົວ ຂອງກອງທັບ ປະຊາຊົນລາວ ເຊິ່ງຕະຫລອດໄລຍະ 75 ປີຜ່ານມາ, ກອງທັບປະຊາຊົນ ລາວ ໄດ້ເຕີບໃຫຍ່ເຂັ້ມແຂງ ແລະ

xtgmf]k; 3 19/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ ໂດຍ: ບຸນຊ້ອຍ: ພາບ: ອາຫວຸ້ນ gs]qj kIq [g7,u lkf sa fcv[xtlkolq ,mq [ da [gs]qj kIq [vnj o1j k'8A '|h k g,n v';P'r6 7k lqj 'glu ,vk-u [\A o7q ' grnj vs]5 fzj vodkome]kpxj kw,h ໂດຍ: ໄໝຄຳຍ້ອມສິນ rh v,da ogxa og9Q kdko8h kodko.-h 7;k,I5 ocI'8+ c,j py ' c]t gfa doh vp * ປັດຈຸບັນປ່າໄມ້ໃນແຕ່ລະທ້ອງ ຖິ່ນ ຫລື ຢູ່ປະເທດເຮົາເຫັນວ່ານັບມື້ ຫລຸດລົງຍ້ອນການທຳລາຍແບບຊະ ຊາຍ ແລະ ບຸກເບີກເພື່ອທຳການຜະລິດ ກະສິກຳ ແລະ ອື່ນໆ. ດ້ວຍເຫດນີ້ພັກ- ລັດຖະບານກໍຄືການນຳຫລາຍທ້ອງ ຖິ່ນ ໄດ້ຍາດແຍ່ງທຶນຮອນເພື່ອສຸມໃສ່ ສົ່ງເສີມການປູກ-ການລ້ຽງທີ່ເປັນອາ ຊີບໝັ້ນຄົງເພື່ອປົກປັກຮັກສາປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ໂດຍສະເພາະ ແມ່ນໃຫ້ບັນລຸຄາດໝາຍການປົກຫຸ້ມ ປ່າໄມ້ໃຫ້ໄດ້ 70% ເມື່ອຮອດປີ 2025. ດັ່ງຢູ່ເມືອງວຽງພູຄາ ແຂວງຫລວງ ນ້ຳທາ ໄດ້ມີໂຄງການສົ່ງເສີມປູກກາ ເຟອິນຊີ ຢູ່ບ້ານນໍ້າວາງ ເຊິ່ງເປັນໂຄງ ການໜຶ່ງທີ່ໄດ້ຈັດຕັ້ງປະຕິບັດເລີ່ມແຕ່ປີ 2018 ເປັນຕົ້ນມາ ໂດຍທາງໂຄງການ ໄດ້ຮັບທຶນສະໜັບສະໜູນຂອງອົງການ ສະຫະປະຊາຊາດ ກ່ຽວກັບການປົກ ປັກຮັກສາສິ່ງແວດລ້ອມ 50.000 ໂດ ລາ ໂດຍໄດ້ສຸມໃສ່ການປູກກາເຟ, ໄມ້ ໃຫ້ໝາກ, ກ້ວຍ, ລ້ຽງແບ້ ແລະ ລ້ຽງ ເຜິ້ງ ມາຮອດປີ 2020 ໄດ້ຮັບທຶນຊ່ວຍ ເຫລືອຈາກລັດຖະບານຝຣັ່ງ35.000 ໂດລາ, ໃນການສ້າງຄວາມເຂັ້ມແຂງ ແລະການຕະຫລາດໃນການປູກກາເຟ; ໃນປີ 2021 ໄດ້ຮັບທຶນຊ່ວຍເຫລືອ ຈາກສະຖານທູດອິນເດຍປະຈຳ ສປປ ລາວ ຈຳນວນ 35.000 ໂດລາ, ທຶນກໍ່ ສ້າງໂຮງງານປຸງແຕ່ງກາເຟອິນຊີ ຈົນ ໄດ້ຮັບຜົນສຳເລັດ. ຂະນະທີ່ມາໃນ ປີ 2024 ນີ້ ໄດ້ຮັບທຶນຈາກລັດຖະບານ ຝຣັ່ງ 50.000 ໂດລາ ເຊິ່ງທຶນດັ່ງກ່າວ ຈະໄດ້ສຸມໃສ່ການປູກຝັງ, ລ້ຽງສັດຢູ່ ເມືອງວຽງພູຄາ ໂດຍປັດຈຸບັນມີຄອບ ຄົວເປົ້າໝາຍໃນການປູກກາເຟອິນຊີ ແລ້ວ 30 ຄອບຄົວ, ໃນເນື້ອທີ່ 45 ເຮັກ ຕາ, ລ້ຽງແບ້ 16 ຄອບຄົວ, ນອກຈາກ ນີ້ ຍັງຈະໄດ້ປູກກ້ວຍ, ປູກໄມ້ໃຫ້ໝາກ ແລະ ໝາກແໜ່ງກວາງຕຸງຈຳນວນໜຶ່ງ. ທ່ານ ບຸນມາ ພິລາວົງ ຫົວໜ້າຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງວຽງ ພູຄາກ່າວໃນ ພິທີມອບ-ຮັບໂຄງການກໍ່ ສ້າງໂຮງງານປຸງແຕ່ງກາເຟອິນຊີຢູ່ ບ້ານນ້ຳວາງເມື່ອບໍ່ດົນນີ້ວ່າ: ໂຄງການ ນີ້ເປັນໂຄງການຊ່ວຍເຫລືອກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ (SGP) ຂອງອົງການສະຫະປະຊາ ຊາດ, ພາຍໃຕ້ຂອບການຮ່ວມມືແມ່ນ້ຳ ຂອງ-ແມ່ນ້ຳຄົງຄາ ເຊິ່ງໃຫ້ທຶນສະໜັບ ສະໜູນໂດຍລັດຖະບານອິນເດຍ, ເປົ້າ ໝາຍ ເພື່ອສ້າງຄອບຄົວຕົວແບບໃນ ການຈັດສັນອາຊີບຄົງທີ່ທົດແທນການ ຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ການປູກຝິ່ນ, ພ້ອມທັງປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມ ໃຫ້ ມີຄວາມເຂັ້ມແຂງໃນທຸກດ້ານ ແລະ ກາຍເປັນບ້ານພັດທະນາຂອງເມືອງ ວຽງພູຄາ ທີ່ສອດຄ່ອງກັບແນວທາງ ຂອງພັກໂດຍສະເພາະການສ້າງອາຊີບ ຄົງທີ່ໃຫ້ປະຊາຊົນ ແມ່ນມາດຕະການ ຍຸດທະສາດ ແລະ ພື້ນຖານຍາວນານ ຂອງພັກ ແລະ ແມ່ນຄວາມຮັບຜິດຊອບ ຕົ້ນຕໍຂອງຄະນະພັກ ແລະ ອົງການປົກ ຄອງທຸກຂັ້ນ, ການສ້າງສາພັດທະນາ ເສດຖະກິດຄອບຄົວແມ່ນເລີ່ມຈາກບຸກ ຄົນ, ຄອບຄົວທີ່ມີຄວາມຕື່ນຕົວທາງ ດ້ານການເມືອງ, ເຂົ້າໃຈແຈ້ງຕໍ່ແນວ ທາງການນໍາພາຂອງພັກ, ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງ ລັດ, ທຳມາຫາກິນຖືກຕ້ອງຕາມລະ ບຽບກົດໝາຍ, ຂະຫຍັນໝັ່ນພຽນ, ປະ ຢັດມັດທະຍັດສ້າງລາຍຮັບເຂົ້າສູ່ຄອບ ຄົວ ນັບມື້ເພີ່ມຂຶ້ນເຮັດໃຫ້ຄອບຄົວມີ ຄວາມອົບອຸ່ນ, ສະມາຊິກພາຍໃນຄອບ ຄົວມີສຸຂະພາບແຂງແຮງດີ, ມີເງິນສົ່ງ ລູກໃຫ້ໄດ້ຮັບການສຶກສາຮ່ຳຮຽນໃນ ລະດັບຕ່າງໆ. ຍາມເຈັບເປັນກໍມີເງິນຊື້ ຢາປິ່ນປົວ, ປ່ຽນແທນຈາກຄວາມອຶດ ຢາກ ຂາດເຂີນກາຍມາເປັນກິນອີ່ມນຸ່ງ ອຸ່ນ, ກິນແຊບນຸ່ງງາມ, ມີເວລາປະກອບ ສ່ວນເຂົ້າໃນວຽກງານການປົກປັກຮັກ ສາ ແລະ ພັດທະນາ ບ້ານຂອງຕົນ ກໍຄື ເມືອງວຽງພູຄາ ໃຫ້ມີຄວາມຮັ່ງມີເຂັ້ມ ແຂງຂຶ້ນເລື້ອຍໆ. * ເຫລົ່າຮົບເຄມີສາດເປັນອີກ ໜຶ່ງກົມກອງທີ່ສຳຄັນໃນກອງທັບ ປະຊາຊົນລາວ ກໍ່ຄືໃນບັ້ນເຂົ້າຮ່ວມ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໃນການເຮັດໜ້າທີ່ສະແດງ ປະສານສົມທົບກັບບັນດາເຫລົ່າຮົບ ອື່ນໆ, ໂດຍສະເພາະແມ່ນເຮັດໜ້າທີ່ ວຽກງານຮັບປະກັນເຄມີ-ລັງສີ-ຊີ ວະ, ກໍ່ສ້າງຮາກຖານການເມືອງແລະ ໃຫ້ຮູ້ວ່າ: ເຫລົ່າຮົບເຄມີຖືກສ້າງ ຕັ້ງຂຶ້ນໃນວັນທີ 26 ເດືອນຕຸລາ 1966 ຢູ່ເຂດທີ່ໝັ້ນຂອງການປະ ຕິວັດເມືອງວຽງໄຊ ແຂວງຫົວພັນ ເບື້ອງຕົ້ນມີຈຳນວນພົນ 63 ສະຫາຍ ປະກອບມີ 3 ພະແນກ ແລະ 1 ກອງ ຮ້ອຍຂຶ້ນກັບ. ພາຍຫລັງສ້າງຕັ້ງຂຶ້ນ ພະນັກງານນັກຮົບເຫລົ່າຮົບເຄມີ ກໍໄດ້ປະກອບສ່ວນເຂົ້າໃນພະລະ ກິດຕໍ່ສູ້ປົດປ່ອຍຊາດ ແລະ ເຮັດໜ້າ ທີ່ປ້ອງກັນຮັບປະກັນເຄມີ ສົມທົບ ກັບກຳລັງອື່ນໆ ເຄື່ອນໄຫວສູ້ຮົບ ຕໍ່ສູ້ກັບສັດຕູ. ໃນການເຂົ້າຮ່ວມຫັດແອບໃນ ຄັ້ງນີ້ເຫລົ່າຮົບເຄມີ ມີໜ້າທີ່ຮັບປະ ກັນເຄມີ ໃຫ້ແກ່ບັນດາເຫລົ່າຮົບທີ່ ເຂົ້າຮ່ວມຫັດແອບຊ້ອມຍິງສະແດງ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 75 ປີ ຜ່ານການຫັດແອບໃນໄລຍະຜ່ານ ມານັ້ນ. ມາຮອດປັດຈຸບັນ, ເຫລົ່າ ຮົບເຄມີແມ່ນມີຄວາມ ພ້ອມແລ້ວ 100%. ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບຄົບຮອບ75ປີສະຫາຍ ຮອງຫົວໜ້າກົມເຄມີສາດຍັງໄດ້ ອວຍພອນໃຫ້ການນຳພັກ-ລັດ, ຄະ ນະນຳກະຊວງປ້ອງກັນປະເທດຈົ່ງ ມີສຸຂະພາບແຂງແຮງ ສືບຕໍ່ຊີ້ນໍາ- ນໍາພາກອງທັບປະຊາຊົນລາວໃຫ້ ເຕີບໃຫຍ່ເຂັ້ມແຂງແລະທັນສະໄໝ, ອວຍພອນມາຍັງພະນັກງານ-ນັກ ຮົບທົ່ວກອງທັບຈົ່ງມີສຸຂະພາບເຂັ້ມ ແຂງ ເຮັດສຳເລັດທຸກໜ້າທີ່ ທີ່ການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້. ເພີ່ມພູນຜະລິດຜົນຢ່າງຕັ້ງໜ້າ. ສະຫາຍ ພັນໂທ ຄໍາສະຫວັດ ໄຊຍະລາດ ຮອງຫົວໜ້າກົມເຄມີ ສາດ ກົມໃຫຍ່ເສນາທິການກອງທັບ * ໃນບົດນີ້ຂໍຍົກເອົາບັນທີ່ເກີດຂຶ້ນ ເມື່ອບໍ່ດົນນີ້ໃນບຸນປະເພນີຊົນເຜົ່າ ຢູ່ ທາງແຂວງພາກເໜືອຂອງລາວທີ່ມີການ ເຜີຍແຜ່ຄຣິບວິດີໂອ ທາງສື່ສັງຄົມອອນ ລາຍເປັນຈຳນວນຫລວງຫລາຍ ແລະ ມີການວິພາກວິຈານການກະທຳດັ່ງກ່າວ ພ້ອມທັງຕັ້ງຄຳຖາມຕ່າງໆນາໆເຖິງ ພາກສ່ວນກ່ຽວຂ້ອງ ແລະ ມີກຸ່ມຄົນບໍ່ດີ ຈຳນວນໜຶ່ງສວຍໃຊ້ເຫດການດັ່ງກ່າວ ໂຈມຕີການປະຕິບັດໜ້າທີ່ໃນການຕ້ານ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະ ເດັກ ນ້ອຍຂອງພາກສ່ວນກ່ຽວຂ້ອງໃນທາງ ທີ່ບໍ່ສ້າງສັນ. ດັ່ງທີ່ຮັບຮູ້ນຳກັນແລ້ວວ່າ ກໍລະນີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເປັນບັນຫາໜຶ່ງທີ່ເກີດຂຶ້ນ ມາຫລາຍຍຸກ, ຫລາຍສະໄໝຢູ່ຫລາຍປະ ເທດໃນໂລກ ແລະ ມີລະດັບແຕກຕ່າງກັນ ໂດຍອີງໃສ່ສະພາບຈຸດພິເສດທາງດ້ານ ເສດຖະກິດ, ຮີດຄອງປະເພນີ ຫລື ຄວາມ ເຊື່ອຖື ແລະ ອື່ນໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ ແມ່ຍິງບໍ່ວ່າທາງດ້ານຮ່າງກາຍ, ຈິດໃຈ, ທາງເພດ, ຊັບສິນ ຫລື ເສດຖະກິດ. ສຳລັບຢູ່ ສປປ ລາວ ໂດຍສະເພາະ ແມ່ນກ່ອນການປະກາດໃຊ້ລັດຖະທຳມະ ນູນແລະ ກົດໝາຍກໍມີບາງຊົນເຜົ່າ ບໍ່ທັນ ຮັບຮູ້ເຂົ້າໃຈເຖິງບົດບາດ, ຄວາມສະເໝີ ພາບຍິງ-ຊາຍ, ປະຕິບັດຄວາມຊິນເຄີຍ ທາງດ້ານຮີດຄອງປະເພນີ ຫລື ຄວາມ ເຊື່ອຖື ຈຶ່ງເກີດມີບາງພຶດຕິກຳທີ່ເປັນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ຍ້ອນ ແນວນັ້ນ, ພັກແລະລັດຖະບານຈຶ່ງໄດ້ໃຫ້ ຄວາມສຳຄັນໃນວຽກງານຕ້ານແລະສະ ກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ດ້ວຍການເຂົ້າເປັນພາຄີຂອງສົນທິສັນ ຍາຊີດໍ ໃນວັນທີ17ກໍລະກົດ1980; ບົນ ພື້ນຖານນັ້ນ ກໍໄດ້ຮັບຮອງເອົາແຜນປະ ຕິບັດງານແຫ່ງຊາດ ເພື່ອຢຸດຕິການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ; ປະກາດໃຊ້ກົດໝາຍວ່າດ້ວຍການພັດທະ ນາ ແລະ ປົກປ້ອງສິດຜົນປະໂຫຍດ ຂອງ ແມ່ຍິງ, ກົດໝາຍວ່າດ້ວຍການຕ້ານແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງແລະເດັກນ້ອຍເພື່ອໃຫ້ແມ່ຍິງມີຄວາມ ສະເໝີພາບຕໍ່ໜ້າກົດໝາຍ ແລະ ມີສ່ວນ ຮ່ວມເທົ່າທຽມກັບເພດຊາຍໃນສັງຄົມ. ຢ່າງໃດກໍຕາມ ປາກົດການການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກໍຍັງປາກົດມີໃຫ້ເຫັນໃນສັງຄົມ ເຊິ່ງມີ ທັງການໃຊ້ຄວາມຮຸນແຮງທາງຮ່າງ ກາຍແລະຈິດໃຈໂດຍການທຸບຕີ,ການໃຊ້ ແຮງງານໜັກ, ການດູຖູກ,ໝິ່ນປະໝາດ ດ້ວຍການກະທຳແລະຄໍາເວົ້າຕ່າງໆ. ໃນ ກໍລະນີທີ່ຍົກຂຶ້ນມານີ້ ອີງຕາມກົດໝາຍທີ່ ກ່ຽວຂ້ອງ ໂດຍສະເພາະແມ່ນປະມວນ ກົດໝາຍອາຍາ ມາດຕາ 194 ໄດ້ລະບຸ ວ່າ: ການທຳຮ້າຍຮ່າງ ກາຍບຸກຄົນອື່ນ ໃຫ້ໄດ້ຮັບບາດເຈັບໂດຍເຈຕະນາຈະຖືກ ລົງໂທດຕັດອິດສະລະພາບແຕ່ 6 ເດືອນ ຫາ 3 ປີ ແລະ ຈະຖືກປັບໄໝ ແຕ່ 3 ລ້ານ ກີບ ຫາ 10 ລ້ານກີບ ກໍລະນີ ການກະທຳ ຜິດດັ່ງກ່າວຫາກເຮັດໃຫ້ມີການບາດ ເຈັບສາຫັດ ຈະຖືກລົງໂທດຕັດອິດສະລະ ພາບ ແຕ່ 3 ປີ ຫາ 7 ປີ ແລະ ຖືກປັບໄໝ ແຕ່ 10 ລ້ານກີບ ຫາ 30 ລ້ານກີບ ກໍລະນີ ຫາກເສຍອົງຄະ, ພິການ ຫລື ເສຍຊີວິດ ຈະຖືກຕັດອິດສະລະພາບ 7 ປີ ຫາ 15 ປີ ແລະ ປັບໄໝ 30 ລ້ານກີບ ຫາ 50 ລ້ານ ກີບ. ແນວໃດກໍດີ ບັນຫາການໃຊ້ຄວາມ ຮຸນແຮງໃນສັງຄົມຈະໝົດໄປຫາກທຸກ ຄົນພ້ອມກັນມີສະຕິ, ເປັນເຈົ້າການເຂົ້າ ຮ່ວມປົກປ້ອງສິດຕົນເອງ, ສ່ວນລວມ ແລະ ສັງຄົມ ຫາກພົບເຫັນກໍລະນີ ກໍໃຫ້ ແຈ້ງເຖິງເຈົ້າໜ້າທີ່, ອຳນາດການປົກ ຄອງ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງໃນ ນີ້ສູນກາງສະຫະພັນແມ່ຍິງລາວ ໃນຖາ ນະເປັນອົງການຕົວແທນປົກປ້ອງຜົນ ປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍລາວບັນດາເຜົ່າກໍຄືການຈັດ ຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ, ກໍ ໄດ້ເປີດສູນໃຫ້ຄໍາປຶກສາ ແລະ ປົກປ້ອງ ແມ່ຍິງ-ເດັກນ້ອຍຂຶ້ນໃນປີ 2006 ເພື່ອ ເຮັດໜ້າທີ່ປົກປ້ອງ, ສະໜອງການຊ່ວຍ ເຫລືອແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາ ໃນສັງຄົມ ລວມທັງຜູ້ຖືກເຄາະຮ້າຍຈາກ ການໃຊ້ຄວາມຮຸນແຮງໃນຄອບຄົວ, ການຄ້າມະນຸດ, ກົດຂີ່ຂູດຮີດທາງເພດ ແລະ ແຮງງານຕ່າງໆ ແລະ ມີໜ້າທີ່ຕົ້ນ ຕໍຄື: ບໍລິການໃຫ້ຄໍາປືກສາແນະນໍາດ້ານ ກົດໝາຍ, ຈິດໃຈ, ສຸຂະພາບໂດຍບໍ່ເສຍ ຄ່າແກ່ແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາ ໃນຄອບຄົວແລະສັງຄົມ, ຮັບແຈ້ງຄວາມ ກ່ຽວກັບການຄ້າແມ່ຍິງ-ເດັກນ້ອຍ ແລະ ການໃຊ້ຄວາມຮຸນແຮງໃນຄອບຄົວ, ສະ ໜອງການຊ່ວຍເຫລືອອັນຈໍາເປັນໃນ ດ້ານຕ່າງໆ ເຊັ່ນ: ສະຖານທີ່ພັກເຊົາຊົ່ວ ຄາວທີ່ປອດໄພ, ດ້ານກົດໝາຍ, ການ ແພດ, ການສຶກສາ ແລະ ຝຶກອົບຮົມວິຊາ ຊີບ, ການກັບຄືນສູ່ຄອບຄົວ ແລະ ສັງ ຄົມ, ພ້ອມທັງເຮັດໜ້າທີ່ບໍາບັດຟື້ນຟູດູແລ ແມ່ຍິງ ແລະ ເດັກນ້ອຍຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ການໃຊ້ຄວາມຮຸນ ແຮງໃນຄອບຄົວ ແລະ ກົດຂີ່ຂູດຮີດທາງ ເພດ, ປົກປ້ອງຜົນປະໂຫຍດອັນຊອບທໍາ ຂອງແມ່ຍິງ ແລະ ເດັກນ້ອຍໃນການດໍາ ເນີນຄະດີ, ຈັດຕັ້ງຝຶກອົບຮົມ, ໂຄສະນາ ເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ສົນທິສັນຍາສາກົນທີ່ພົວພັນ ເຖິງສິດ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງດໍາເນີນກິດຈະ ກໍາຕ່າງໆ ເພື່ອຕ້ານການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງໃນຮູບແບບຕ່າງໆ, ໂດຍ ໄດ້ຮັບການຊ່ວຍເຫລືອດ້ານງົບປະມານ ຈາກພາກລັດ, ການປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນທັງພາຍໃນແລະ ຕ່າງ ປະເທດ, ອົງການຈັດຕັ້ງສັງຄົມ, ສາກົນ ແລະ ການ ເຄື່ອນໄຫວກິດຈະກໍາຕ່າງໆ. ທ່ານໃດຕ້ອງການປຶກສາ ຫລື ແຈ້ງ ກໍລະນີພົບເຫັນປະກົດການຄ້າມະນຸດ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໃນຮູບແບບຕ່າງໆ ໃຫ້ໂທເບີ ສາຍດ່ວນ 1362 ຕາມໂມງລັດຖະການ ໂດຍບໍ່ເສຍຄ່າ.

RkJQdWJsaXNoZXIy MTc3MTYxMQ==