5793

ແຂວງ, ລົງວັນທີ 28 ກັນຍາ 2023 ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມ ງວດໃນການຄຸ້ມຄອງ, ປົກປັກຮັກ ສາປ່າໄມ້. ທ່ານ ພົນໂທ ວັນທອງ ກອງມະນີ ຍັງໃຫ້ຮູ້ອີກວ່າ: ສຳລັບທິດທາງ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2024. ນອກຈາກຈະໄດ້ ຢຸດຕິການຂຸດຄົ້ນຄໍາຕົກຂ້ອນໃນ ທົ່ວແຂວງ, ຈະສູ້ຊົນໃຫ້ ລວມຍອດ ຜະລິດຕະພັນພາຍໃນ(GDP) ເພີ່ມ ຂຶ້ນບໍ່ຫລຸດ 6,92% ໂດຍອີງໃສ່ທ່າ ແຮງບົ່ມຊ້ອນ ແລະ ສະພາບເອື້ອ ອຳນວຍທາງດ້ານການຊອກແຫລ່ງ ລາຍຮັບເຂົ້າງົບມານແຫ່ງລັດ. ໃນນີ້, ຂະແໜງກະສິກຳ ເພີ່ມຂຶ້ນ 8,49% ກວມເອົາ48,43%ຂອງGDP;ຂະ ແໜງອຸດສາຫະກຳ ເພີ່ມຂຶ້ນ4,27% ກວມເອົາ 23,27% ແລະ ຂະແໜງ ບໍລິການ ເພີ່ມຂຶ້ນ 5,05% ກວມ ເອົາ 28,29% ຂອງ GDP, ລວມ ຍອດຜະລິດຕະພັນພາຍໃນ ຄິດເປັນ ມູນຄ່າຕາມລາຄາໃນປີ 6.61 ຕື້ກີບ; ສະເລ່ຍຕໍ່ຫົວຄົນ 40,28 ລ້ານກີບ ຫລື ເທົ່າກັບ 2.120 ໂດລາ. ພ້ອມ ທັງເກັບລາຍຮັບງົບປະມານ ໃຫ້ໄດ້ 750 ຕື້ກີບ ເພີ່ມຂຶ້ນ 29%. ໃນນີ້, ລາຍຮັບສູນກາງປະຕິບັດຢູ່ແຂວງ 116,4 ຕື້ກີບ, ລາຍຮັບທ້ອງຖິ່ນ 576,74 ຕື້ກີບ; ເລັ່ງທວງເກັບກູ້ໜີ້ ສິນ ໃຫ້ໄດ້ 9,16 ລ້ານໂດລາ ແລະ 14,46 ຕື້ກີບ; ດຸ່ນດ່ຽງໃຫ້ສູນກາງ 259,15 ຕື້ກີບ ແລະ ລາຍຈ່າຍ 317,59 ຕື້ກີບ(ບໍ່ທັນໄລ່ຄ່າເພີ່ມ ເງິນເດືອນໃຫ້ພະນັກງານ-ລັດຖະ ກອນ); ຄວບຄຸມອັດຕາເງິນເຟີ້ ສະ ເລ່ຍໝົດປີ ໃຫ້ເພີ່ມຂຶ້ນຢູ່ໃນລະດັບ 1 ຕົວເລກ ແລະ ຄວບຄຸມອັດຕາສ່ວນ ໜີ້ບໍ່ເກີດດອກອອກຜົນ ໃຫ້ຢູ່ໃນ ລະດັບບໍ່ເກີນ3%ຂອງຍອດສິນເຊື່ອ ທັງໝົດ. ສ່ວນມູນຄ່າການນຳເຂົ້າ ແລະ ສົ່ງອອກຈະປະຕິບັດໃຫ້ໄດ້179,45 ລ້ານໂດລາ. ໃນນີ້, ມູນຄ່າການສົ່ງ ອອກ ໃຫ້ໄດ້ 163,45 ລ້ານໂດລາ ແລະ ນຳເຂົ້າ 16 ລ້ານໂດລາ; ການ ຄ້າເກີນດູນ 147,45 ລ້ານໂດລາ; ສູ້ຊົນລະດົມການລົງທຶນທົ່ວສັງຄົມ ໃຫ້ໄດ້ 3.084,5 ຕື້ກີບ ຫລື ເທົ່າກັບ 47%ຂອງGDP.ໃນນີ້,ການລົງທຶນ ຈາກງົບປະມານລັດ ປະມານ 38,5 ຕື້ກີບ ກວມເອົາ 1,25% ຂອງການ ລົງທຶນລວມທັງໝົດ; ການລົງທຶນ ຈາກການຊ່ວຍເຫລືອທາງການເພື່ອ ການພັດທະນາ(ODA) ປະມານ 215 ຕື້ກີບກວມເອົາ 6,97%, ການ ລົງທຶນຈາກພາກເອກະຊົນພາຍໃນ ແລະ ຕ່າງປະເທດປະມານ 1.258 ຕື້ກີບ, ກວມເອົາ 40,78% ແລະ ການສະໜອງສິນເຊື່ອຂອງທະນາ ຄານປະມານ 1.573 ຕື້ກີບ, ກວມ ເອົາ 51%, ກໍານົດເປົ້າໝາຍການ ລົງທຶນຢ່າງລະອຽດ ໂດຍສະເພາະ ໂຄງການໃໝ່ແລະ ຈັດໂຄງການໃຫ້ ເປັນຈຸດສຸມບູລິມະສິດ. 07 xtgmf]k; gsfdko{dkora fmtok a 19/01/2024 ,v[{Ia [37'dkozt]y fdkg2vy o-u .sh xt-k-q o16 j [h ko oE;k' g,n v';P'r6 7k ltrkxt-k-q oc0;'-P'0;k' w0dv'xt-5 ,ltw\lk,a ogmn j vmu 6 xu 2024 gxa o8Q owx c0;' va f8txn 9t15 f8y dko05 f7Q o7e8q d0h vo ຂປລ. ແຫລ່ງຂ່າວຈາກ ແຂວງ ອັດຕະປືໃຫ້ຮູ້ວ່າ: ຕາມການຕົກລົງ ຂອງຄະນະປະຈຳພັກແຂວງ, ນັບ ແຕ່ປີ 2024 ເປັນຕົ້ນໄປ ແຂວງອັດ ຕະປື ຈະໄດ້ຢຸດຕິການຂຸດຄົ້ນຄໍາຕົກ ຂ້ອນໃນທົ່ວແຂວງ ຊຶ່ງລາຍລະອຽດ ໄດ້ມອບໃຫ້ພະແນກພະລັງງານແລະ ບໍ່ແຮ່ແຂວງ ຮ່າງຄຳສັ່ງດັ່ງກ່າວ, ຄາດວ່າຈະໄດ້ລົງລາຍເຊັນ ແລະ ເລີ່ມຈັດຕັ້ງປະຕິບັດໃນໄວໆນີ້. ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າ ແຂວງອັດຕະປື ໄດ້ລາຍງານ ໃນກອງປະຊຸມສະໄໝສາມັນເທື່ອ ທີ 6 ຂອງສະພາປະຊາຊົນ ແຂວງ ອັດຕະປື ຊຸດທີ II ໃນວັນທີ 16-18 ມັງກອນ 2024 ກ່ຽວກັບແຜນພັດ ທະນາເສດຖະກິດ-ສັງຄົມ ຂອງອົງ ການປົກຄອງແຂວງວ່າ: ຕໍ່ກັບ ການຕັດສິນໃຈ ແລະ ການຕົກລົງ ຂອງຄະນະປະຈຳພັກແຂວງ ຕໍ່ກັບ ການໄດ້ຢຸດຕິການຂຸດຄົ້ນຄໍາຕົກ ຂ້ອນໃນທົ່ວແຂວງ ໄດ້ສ້າງຄວາມ ປະທັບໃຈ ແລະ ໃຫ້ການສະໜັບ ສະໜູນຈາກສະມາຊິກສະພາປະ ຊາຊົນແຂວງເປັນຈຳນວນຫລາຍ ໂດຍຢຶດໝັ້ນກຳນົດເອົາຫລັກການ ນຳພາຂອງພັກ ແລະ ລະບຽບກົດ ໝາຍຂອງລັດເປັນທີ່ຕັ້ງ, ການ ລົງທຶນຕ້ອງຮັບປະກັນໄດ້ຕໍ່ໜ້າ ກົດໜາຍ ແລະ ລະບຽບການຂອງ ລັດວາງອອກຢ່າງເຄັ່ງຄັດ ເພາະ ວ່າການຢຸດຕິການຂຸດຄົ້ນຄຳຕົກ ຂ້ອນ ທີ່ຕັ້ງຈຸດຂຸດຄົ້ນຕາມແຄມ ສາຍນ້ຳເຊກອງ, ເຊກະໜານ ແລະ ຕາມຫ້ວຍຮ່ອງຕ່າງໆໃນໄລຍະຜ່ານ ມາແມ່ນມີຜົນກະທົບ ທີ່ຕິດພັນກັບ ການດຳລົງຊີວິດຂອງປະຊາຊົນຢູ່ ບາງທ້ອງຖິ່ນ ແລະ ບາງຈຸດບໍ່ຮັບປະ ກັນຄວາມປອດໄພທາງດ້ານສະ ພາບແວດລ້ອມ ແລະ ບັນຫາອື່ນໆ ທີ່ອາດຈະເກີດຂຶ້ນ. ສ່ວນບັນຫາກ່ຽວກັບການຂຸດ ຄົ້ນໄມ້ ແມ່ນໃຫ້ເຂັ້ມງວດການປະຕິ ບັດຄໍາສັ່ງ ເລກທີ 16 ຂອງເຈົ້າ ຂປລ. ພິທີມອບ-ຮັບ ໂຄງການ ການຜະລິດກາເຟອິນຊີ, ການສ້າງ ຄວາມຫລາກຫລາຍທາງເສດຖະ ກິດ ແລະ ການສ້າງຄວາມອາດ ສາມາດໃຫ້ປະຊາຊົນຢູ່ບ້ານນ້ຳວາງ ເມືອງວຽງພູຄາ, ແຂວງຫລວງ ນ້ຳທາ ໃນທ້າຍອາທິດຜ່ານມາໂດຍ ການເຂົ້າຮ່ວມຂອງ ທ່ານ ປຣາ ຊານ ອາກຣໍວາລ ເອກອັກຄະລັດຖະ ທູດ ອິນເດຍປະຈຳ ສປປ ລາວ ພ້ອມ ດ້ວຍຜູ້ຕ່າງໜ້າຈາກພາກສ່ວນກ່ຽວ ຂ້ອງ ແລະ ພະແນກຂອງແຂວງ ເຂົ້າຮ່ວມ. ໂຄງການດັ່ງກ່າວເປັນໂຄງການ ຊ່ວຍເຫລືອລ້າຂະໜາດນ້ອຍກັບ ການປົກປັກຮັກສາສິ່ງແວດລ້ອມ ຂອງອົງການ ສະຫະປະຊາຊາດ ພາຍໃຕ້ຂອບການຮ່ວມມືແມ່ນ້ຳ ຂອງ-ແມ່ນ້ຳຄົງຄາ, ໃຫ້ທຶນສະໜັບ ສະໜູນໂດຍລັດຖະບານອິນເດຍ ໃນ ມູນຄ່າ 50.000 ໂດລາສະຫະລັດ ເພື່ອກໍ່ສ້າງໂຮງງານປຸງແຕ່ງກາເຟ ອິນຊີ, ປູກກາເຟ, ໄມ້ໃຫ້ໝາກ, ກ້ວຍ, ລ້ຽງແບ້ ແລະ ລ້ຽງເຜິ້ງ, ເປົ້າໝາຍ ຂປລ. ແຫລ່ງຂ່າວຈາກ ແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາ ປະຊາຊົນແຂວງຊຽງຂວາງ ຊຸດທີ II ໄຂຂຶ້ນໃນວັນທີ 16-18 ມັງກອນ 2024 ໂດຍການເປັນປະທານຂອງ ທ່ານ ບຸນໂຮມ ເທດທານີ ສະມາຊິກ ສະພາແຫ່ງຊາດເຂດ 9 ແຂວງຊຽງ ຂວາງ, ປະທານສະພາປະຊາຊົນ ແຂວງຊຽງຂວາງ, ມີທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຊຽງ ຂວາງ ພ້ອມດ້ວຍສະມາຊິກ ສສຊ ແລະ ສສຂ ແລະ ບັນດາພະແນກ ການ ເຂົ້າຮ່ວມ. ທ່ານ ບຸນໂຮມ ເທດທານີ ໄດ້ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ຊຸດທີ II ຄັ້ງນີ້, ສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກ ສະພາປະຊາຊົນແຂວງຈະໄດ້ຮັບ ຟັງການລາຍງານການຈັດຕັ້ງປະຕິ ບັດແຜນການ ແລະ ໜ້າວຽກຂອງ ແຕ່ລະພາກສ່ວນ ພ້ອມທັງຄົ້ນຄວ້າ ແລະ ຮັບຮອງເອົາບາງໜ້າວຽກ ທີ່ສຳຄັນຂອງແຂວງເຊັ່ນ: ຮັບຟັງ ແລະ ຄົ້ນຄວ້າໃສ່ຮ່າງບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານພົ້ນເດັ່ນຮອບດ້ານ ປະຈໍາປີ 2023 ແລະ ທິດທາງແຜນການ ປີ 2024 ຂອງອົງການປົກຄອງ ແຂວງ, ການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງປະຈໍາປີ2023ແລະທິດທາງ ແຜນການປະຈໍາປີ 2024; ບົດ ລາຍງານການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດຂອງແຂວງປະ ຈໍາປີ2023ແລະທິດທາງແຜນການ ປີ 2024; ບົດລາຍງານການປະ ເມີນຄືນການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 01/ຊຂ ວ່າດ້ວຍການຫ້າມ ຈັບຈອງ,ບຸກລຸກແລະຊື້ຂາຍສິດນຳ ໃຊ້ທີ່ດິນບໍ່ຖືກຕ້ອງ ຢູ່ພາຍໃນແຂວງ ຊຽງຂວາງ, ບົດລາຍງານການປະ ເມີນການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 18/ຊຂ ວ່າດ້ວຍການແກ້ໄຂ ການລັກລອບຂຸດຄົ້ນ ແລະ ປຸງແຕ່ງ ແຮ່ຄຳ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຢູ່ແຂວງຊຽງຂວາງ, ບົດລາຍງານ ກ່ຽວກັບການຄຸ້ມຄອງທະນາຄານ ທຸລະກິດ, ສະຖາບັນການເງິນຈຸລະ ພາກ ແລະ ຕີລາຄາສະພາບການ ແລກປ່ຽນເງິນຕາຢູ່ແຂວງຊຽງ ຂວາງ; ບົດລາຍງານການກະກຽມ rtcod8es];f9t]k9vo [= ]y 7ewwfh Ia [v5 xtdvoIa [.-h ;Pd;y -kltgrkt ຄວາມພ້ອມຕ້ອນຮັບປີທ່ອງທ່ຽວ ລາວ ປີ 2024, ບົດລາຍງານຂອງ ອົງການກວດສອບປະຈຳພາກເໜືອ ໃນການເຄື່ອນໄຫວວຽກງານ ປະຈຳປີ 2023, ທິດທາງແຜນການ ປະຈຳປີ 2024 ແລະ ບົດລາຍງານ ຜົນການກວດສອບ ບົດສະຫລຸບ ຂາດຕົວ ການຈັດຕັ້ງປະຕິບັັດ ແຜນ ງົບປະມານແຫ່ງລັດປະຈຳປີ2022 ຂອງແຂວງຊຽງຂວາງ; ບົດລາຍ ງານຂອງອົງການກວດກາລັດ ໄລ ຍະກາງສະໄໝ5ປີ(2021-2023), ທິດທາງແຜນການທ້າຍສະໄໝ ຮອດປີ 2025; ບົດລາຍງານການ ເຄື່ອນໄຫວວຽກງານປະຈໍາປີ2023 ແລະ ທິດທາງແຜນການປະຈໍາປີ 2024; ບົດລາຍງານຜົນການກວດ ກາຕາມຜົນການກວດສອບປີ2021; ບົດລາຍງານກ່ຽວກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ວາ ລະແຫ່ງຊາດ ວ່າດ້ວຍ ການແກ້ໄຂ ບັນຫາຢາເສບຕິດ ໄລຍະ 3 ປີຜ່ານ ມາ(2021-2023)ແລະທິດທາງ ແຜນການ 2024-2025; ບົດລາຍ ງານວຽກງານອົງການໄອຍະການ ແລະ ສານປະຊາຊົນແຂວງກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ແລະ ທິດທາງແຜນ ການ ປະຈຳປີ 2024. ພ້ອມນີ້, ບັນດາສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາປະ ຊາຊົນແຂວງ ຈະໄດ້ຊັກຖາມບາງ ໜ້າວຽກໃນການຈັດຕັ້ງປະຕິບັດ ຜ່ານມາ ແລະ ທິດທາງແຜນການ ໃນຕໍ່ໜ້າ. ເພື່ອສ້າງຄອບຄົວຕົວແບບໃນການ ຈັດສັນອາຊີບຄົງທີ່ ທົດແທນການ ຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ການປູກຝິ່ນພ້ອມທັງປົກປັກ ຮັກສາ ແລະ ພັດທະນາເສດຖະກິດ- ສັງຄົມໃຫ້ມີຄວາມເຂັ້ມແຂງ ໃນທຸກ ດ້ານ ແລະ ກາຍເປັນບ້ານພັດທະນາ ຂອງເມືອງວຽງພູຄາແຂວງຫລວງ ນໍ້າທາ. ໂອກາດນີ້, ທ່ານ ປຣາຊານ ອາກຣໍວາລ ຍັງໄດ້ເຂົ້າພົບປະກັບ ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນ້ຳທາ ເພື່ອ ຂປລ. ແຫລ່ງຂ່າວຈາກແຂວງບໍ ລິຄຳໄຊໃຫ້ຮູ້ວ່າ: ວັນທີ16ມັງກອນ 2024 ຜ່ານມາ, ທ່ານພອນສະຫວັນ ບານຸວົງ ປະທານບໍລິສັດ ສຸພາພອນ ກໍ່ສ້າງສຳຫລວດ, ອອກແບບເຄຫາ ສະຖານແລະຂົວທາງຈໍາກັດ(ຜູ້ຮັບ ເໝົາກໍ່ສ້າງເສັ້ນທາງເລກທີ13 ໃຕ້) ປະຈໍາ ແຂວງ ບໍລິຄໍາໄຊ ພ້ອມດ້ວຍ ທີມງານໄດ້ມອບອຸປະກອນຮັບໃຊ້ ວຽກງານວິຊາສະເພາະ ໃຫ້ພະ ແນກຕຳຫລວດຈະລາຈອນ ປກສ ແຂວງບໍລິຄໄຊ, ຕາງໜ້າຮັບໂດຍ ທ່ານ ພັນໂທທິບຊົມພູ ຈັນທະລັງສີ ຮອງຫົວໜ້າພະເເນກຕໍາຫລວດຈະ ລາຈອນ ປກສ ແຂວງ ບໍລິຄໍາໄຊ ໂດຍມີພາກສ່ວນກ່ຽວຂ້ອງສອງ ຝ່າຍເຂົ້າຮ່ວມ. ອຸປະກອນທີ່ນໍາມາມອບໃນຄັ້ງ ນີ້, ປະກອບມີ: ຈວຍ ສະທ້ອນແສງ 20ໜວ່ຍ,ກະບອງໄຟ10ອັນ,ໄຟກະ ພິບສັນຍານເຕືອນ 10 ດວງ, ໝວກ ກັນກະທົບ 10 ໜ່ວຍ, ຕູ້ລໍາໂພງ ຍີ່ຫໍ້ Q8 ຈຳນວນ 1 ຊຸດ ລວມມູນຄ່າທັງ ໝົດ 10 ລ້ານກີບ. ທັງນີ້ກໍເພື່ອເປັນ ການປະກອບສ່ວນຊຸກຍູ້ເຂົ້າໃນ ວຽກງາານວິຊາສະເພາະ ຂອງພະ ແນກຕຳຫລວດຈະລາຈອນ ປກສ ແຂວງ ເພື່ອຮັບໃຊ້ປະຊາຊົນໃຫ້ມີ ຄວາມວ່ອງໄວ, ພຽງພໍກັບຄວາມ ຮຽກຮ້ອງຕ້ອງການວິຊາສະເພາະ. ໂອກາດນີ້, ທ່ານ ພັນໂທ ທິບ ຊົມພູ ຈັນທະລັງສີ ກໍໄດ້ສະແດງ ຄວາມຂອບໃຈມາຍັງທ່ານ ພອນສະ ຫວັນ ບານຸວົງ ປະທານບໍລິສັດ ສຸພາ ພອນ ກໍ່ສ້າງສຳຫລວດ, ອອກແບບ ເຄຫາສະຖານ ແລະ ຂົວທາງ ຈໍາກັດ ທີ່ເຫັນໄດ້ຄວາມໝາຍຄວາມສຳ ຄັນ, ຄວາມຂາດເຂີນທາງດ້ານອຸ ປະກອນຮັບໃຊ້ໃນການປະຕິບັດໜ້າ ທີ່ ຂອງພະແນກຕຳຫລວດຈະລາ ຈອນ ໂດຍໄດ້ປະກອບສ່ວນໃຫ້ການ ຊ່ວຍເຫລືອໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນສຳຄັນເຂົ້າໃນການ ປະຕິບັດວຽກງານໃຫ້ມີປະສິດທິຜົນ ຫລາຍຂຶ້ນ. ລາຍງານ ແລະ ແຈ້ງຈຸດປະສົງຂອງ ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຫລວງນ້ຳທາໃນຄັ້ງນີ້. ພ້ອມທັງຢືນຢັນວ່າຈະໄດ້ໃຫ້ ການສະໜັບສະໜູນຊ່ວຍເຫລືອລ້າ ແກ່ແຂວງຫລວງນໍ້າທາ ເປັນຕົ້ນຍົກ ລະດັບສະພາບການສຶກສາ, ການ ພັດທະນາຊັບພະຍາກອນມະນຸດ, ກໍ່ ສ້າງໂຮງຮຽນ,ສຸກສາລາແລະການ ກໍ່ສ້າງໂຮງຮຽນລະບົບໄອຊີທີ, ເຂົ້າ ຮ່ວມໂຄງການຮ່ວມມືເສດຖະກິດ ອິນເດຍ, ຊ່ວຍເຫລືອທຶນໄລຍະສັ້ນ ໄປແລກປ່ຽນບົດຮຽນຢູ່ປະເທດອິນ ເດຍ, ທຶນການສຶກສາໄລຍະຍາວ ລະບົບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກຢູ່ປະເທດອິນເດຍ. ນອກຈາກນີ້, ທາງໂຄງການຍັງ ມີເງິນກູ້ຢືມດອກເບ້ຍຕໍ່າເຂົ້າໃນ ການພັດທະນາພື້ນຖານໂຄງລ່າງ ໃຫ້ແຂວງຫລວງນໍ້າທາ ຕື່ມອີກ.

RkJQdWJsaXNoZXIy MTc3MTYxMQ==