5793

xtgmf]k; 3 19/01/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ ໂດຍ: ບຸນຊ້ອຍ: ພາບ: ອາຫວຸ້ນ gs]qj kIq [g7,u lkf sa fcv[xtlkolq ,mq [ da [gs]qj kIq [vnj o1j k'8A '|h k g,n v';P'r6 7k lqj 'glu ,vk-u [\A o7q ' grnj vs]5 fzj vodkome]kpxj kw,h ໂດຍ: ໄໝຄຳຍ້ອມສິນ rh v,da ogxa og9Q kdko8h kodko.-h 7;k,I5 ocI'8+ c,j py ' c]t gfa doh vp * ປັດຈຸບັນປ່າໄມ້ໃນແຕ່ລະທ້ອງ ຖິ່ນ ຫລື ຢູ່ປະເທດເຮົາເຫັນວ່ານັບມື້ ຫລຸດລົງຍ້ອນການທຳລາຍແບບຊະ ຊາຍ ແລະ ບຸກເບີກເພື່ອທຳການຜະລິດ ກະສິກຳ ແລະ ອື່ນໆ. ດ້ວຍເຫດນີ້ພັກ- ລັດຖະບານກໍຄືການນຳຫລາຍທ້ອງ ຖິ່ນ ໄດ້ຍາດແຍ່ງທຶນຮອນເພື່ອສຸມໃສ່ ສົ່ງເສີມການປູກ-ການລ້ຽງທີ່ເປັນອາ ຊີບໝັ້ນຄົງເພື່ອປົກປັກຮັກສາປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ໂດຍສະເພາະ ແມ່ນໃຫ້ບັນລຸຄາດໝາຍການປົກຫຸ້ມ ປ່າໄມ້ໃຫ້ໄດ້ 70% ເມື່ອຮອດປີ 2025. ດັ່ງຢູ່ເມືອງວຽງພູຄາ ແຂວງຫລວງ ນ້ຳທາ ໄດ້ມີໂຄງການສົ່ງເສີມປູກກາ ເຟອິນຊີ ຢູ່ບ້ານນໍ້າວາງ ເຊິ່ງເປັນໂຄງ ການໜຶ່ງທີ່ໄດ້ຈັດຕັ້ງປະຕິບັດເລີ່ມແຕ່ປີ 2018 ເປັນຕົ້ນມາ ໂດຍທາງໂຄງການ ໄດ້ຮັບທຶນສະໜັບສະໜູນຂອງອົງການ ສະຫະປະຊາຊາດ ກ່ຽວກັບການປົກ ປັກຮັກສາສິ່ງແວດລ້ອມ 50.000 ໂດ ລາ ໂດຍໄດ້ສຸມໃສ່ການປູກກາເຟ, ໄມ້ ໃຫ້ໝາກ, ກ້ວຍ, ລ້ຽງແບ້ ແລະ ລ້ຽງ ເຜິ້ງ ມາຮອດປີ 2020 ໄດ້ຮັບທຶນຊ່ວຍ ເຫລືອຈາກລັດຖະບານຝຣັ່ງ35.000 ໂດລາ, ໃນການສ້າງຄວາມເຂັ້ມແຂງ ແລະການຕະຫລາດໃນການປູກກາເຟ; ໃນປີ 2021 ໄດ້ຮັບທຶນຊ່ວຍເຫລືອ ຈາກສະຖານທູດອິນເດຍປະຈຳ ສປປ ລາວ ຈຳນວນ 35.000 ໂດລາ, ທຶນກໍ່ ສ້າງໂຮງງານປຸງແຕ່ງກາເຟອິນຊີ ຈົນ ໄດ້ຮັບຜົນສຳເລັດ. ຂະນະທີ່ມາໃນ ປີ 2024 ນີ້ ໄດ້ຮັບທຶນຈາກລັດຖະບານ ຝຣັ່ງ 50.000 ໂດລາ ເຊິ່ງທຶນດັ່ງກ່າວ ຈະໄດ້ສຸມໃສ່ການປູກຝັງ, ລ້ຽງສັດຢູ່ ເມືອງວຽງພູຄາ ໂດຍປັດຈຸບັນມີຄອບ ຄົວເປົ້າໝາຍໃນການປູກກາເຟອິນຊີ ແລ້ວ 30 ຄອບຄົວ, ໃນເນື້ອທີ່ 45 ເຮັກ ຕາ, ລ້ຽງແບ້ 16 ຄອບຄົວ, ນອກຈາກ ນີ້ ຍັງຈະໄດ້ປູກກ້ວຍ, ປູກໄມ້ໃຫ້ໝາກ ແລະ ໝາກແໜ່ງກວາງຕຸງຈຳນວນໜຶ່ງ. ທ່ານ ບຸນມາ ພິລາວົງ ຫົວໜ້າຫ້ອງ ການກະສິກໍາ ແລະ ປ່າໄມ້ເມືອງວຽງ ພູຄາກ່າວໃນ ພິທີມອບ-ຮັບໂຄງການກໍ່ ສ້າງໂຮງງານປຸງແຕ່ງກາເຟອິນຊີຢູ່ ບ້ານນ້ຳວາງເມື່ອບໍ່ດົນນີ້ວ່າ: ໂຄງການ ນີ້ເປັນໂຄງການຊ່ວຍເຫລືອກ່ຽວກັບ ການປົກປັກຮັກສາສິ່ງແວດລ້ອມ (SGP) ຂອງອົງການສະຫະປະຊາ ຊາດ, ພາຍໃຕ້ຂອບການຮ່ວມມືແມ່ນ້ຳ ຂອງ-ແມ່ນ້ຳຄົງຄາ ເຊິ່ງໃຫ້ທຶນສະໜັບ ສະໜູນໂດຍລັດຖະບານອິນເດຍ, ເປົ້າ ໝາຍ ເພື່ອສ້າງຄອບຄົວຕົວແບບໃນ ການຈັດສັນອາຊີບຄົງທີ່ທົດແທນການ ຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ການປູກຝິ່ນ, ພ້ອມທັງປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມ ໃຫ້ ມີຄວາມເຂັ້ມແຂງໃນທຸກດ້ານ ແລະ ກາຍເປັນບ້ານພັດທະນາຂອງເມືອງ ວຽງພູຄາ ທີ່ສອດຄ່ອງກັບແນວທາງ ຂອງພັກໂດຍສະເພາະການສ້າງອາຊີບ ຄົງທີ່ໃຫ້ປະຊາຊົນ ແມ່ນມາດຕະການ ຍຸດທະສາດ ແລະ ພື້ນຖານຍາວນານ ຂອງພັກ ແລະ ແມ່ນຄວາມຮັບຜິດຊອບ ຕົ້ນຕໍຂອງຄະນະພັກ ແລະ ອົງການປົກ ຄອງທຸກຂັ້ນ, ການສ້າງສາພັດທະນາ ເສດຖະກິດຄອບຄົວແມ່ນເລີ່ມຈາກບຸກ ຄົນ, ຄອບຄົວທີ່ມີຄວາມຕື່ນຕົວທາງ ດ້ານການເມືອງ, ເຂົ້າໃຈແຈ້ງຕໍ່ແນວ ທາງການນໍາພາຂອງພັກ, ປະຕິບັດ ແລະ ເຄົາລົບລະບຽບກົດໝາຍຂອງ ລັດ, ທຳມາຫາກິນຖືກຕ້ອງຕາມລະ ບຽບກົດໝາຍ, ຂະຫຍັນໝັ່ນພຽນ, ປະ ຢັດມັດທະຍັດສ້າງລາຍຮັບເຂົ້າສູ່ຄອບ ຄົວ ນັບມື້ເພີ່ມຂຶ້ນເຮັດໃຫ້ຄອບຄົວມີ ຄວາມອົບອຸ່ນ, ສະມາຊິກພາຍໃນຄອບ ຄົວມີສຸຂະພາບແຂງແຮງດີ, ມີເງິນສົ່ງ ລູກໃຫ້ໄດ້ຮັບການສຶກສາຮ່ຳຮຽນໃນ ລະດັບຕ່າງໆ. ຍາມເຈັບເປັນກໍມີເງິນຊື້ ຢາປິ່ນປົວ, ປ່ຽນແທນຈາກຄວາມອຶດ ຢາກ ຂາດເຂີນກາຍມາເປັນກິນອີ່ມນຸ່ງ ອຸ່ນ, ກິນແຊບນຸ່ງງາມ, ມີເວລາປະກອບ ສ່ວນເຂົ້າໃນວຽກງານການປົກປັກຮັກ ສາ ແລະ ພັດທະນາ ບ້ານຂອງຕົນ ກໍຄື ເມືອງວຽງພູຄາ ໃຫ້ມີຄວາມຮັ່ງມີເຂັ້ມ ແຂງຂຶ້ນເລື້ອຍໆ. * ເຫລົ່າຮົບເຄມີສາດເປັນອີກ ໜຶ່ງກົມກອງທີ່ສຳຄັນໃນກອງທັບ ປະຊາຊົນລາວ ກໍ່ຄືໃນບັ້ນເຂົ້າຮ່ວມ ສະເຫລີມສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໃນການເຮັດໜ້າທີ່ສະແດງ ປະສານສົມທົບກັບບັນດາເຫລົ່າຮົບ ອື່ນໆ, ໂດຍສະເພາະແມ່ນເຮັດໜ້າທີ່ ວຽກງານຮັບປະກັນເຄມີ-ລັງສີ-ຊີ ວະ, ກໍ່ສ້າງຮາກຖານການເມືອງແລະ ໃຫ້ຮູ້ວ່າ: ເຫລົ່າຮົບເຄມີຖືກສ້າງ ຕັ້ງຂຶ້ນໃນວັນທີ 26 ເດືອນຕຸລາ 1966 ຢູ່ເຂດທີ່ໝັ້ນຂອງການປະ ຕິວັດເມືອງວຽງໄຊ ແຂວງຫົວພັນ ເບື້ອງຕົ້ນມີຈຳນວນພົນ 63 ສະຫາຍ ປະກອບມີ 3 ພະແນກ ແລະ 1 ກອງ ຮ້ອຍຂຶ້ນກັບ. ພາຍຫລັງສ້າງຕັ້ງຂຶ້ນ ພະນັກງານນັກຮົບເຫລົ່າຮົບເຄມີ ກໍໄດ້ປະກອບສ່ວນເຂົ້າໃນພະລະ ກິດຕໍ່ສູ້ປົດປ່ອຍຊາດ ແລະ ເຮັດໜ້າ ທີ່ປ້ອງກັນຮັບປະກັນເຄມີ ສົມທົບ ກັບກຳລັງອື່ນໆ ເຄື່ອນໄຫວສູ້ຮົບ ຕໍ່ສູ້ກັບສັດຕູ. ໃນການເຂົ້າຮ່ວມຫັດແອບໃນ ຄັ້ງນີ້ເຫລົ່າຮົບເຄມີ ມີໜ້າທີ່ຮັບປະ ກັນເຄມີ ໃຫ້ແກ່ບັນດາເຫລົ່າຮົບທີ່ ເຂົ້າຮ່ວມຫັດແອບຊ້ອມຍິງສະແດງ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ທັບປະຊາຊົນລາວຄົບຮອບ 75 ປີ ຜ່ານການຫັດແອບໃນໄລຍະຜ່ານ ມານັ້ນ. ມາຮອດປັດຈຸບັນ, ເຫລົ່າ ຮົບເຄມີແມ່ນມີຄວາມ ພ້ອມແລ້ວ 100%. ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບຄົບຮອບ75ປີສະຫາຍ ຮອງຫົວໜ້າກົມເຄມີສາດຍັງໄດ້ ອວຍພອນໃຫ້ການນຳພັກ-ລັດ, ຄະ ນະນຳກະຊວງປ້ອງກັນປະເທດຈົ່ງ ມີສຸຂະພາບແຂງແຮງ ສືບຕໍ່ຊີ້ນໍາ- ນໍາພາກອງທັບປະຊາຊົນລາວໃຫ້ ເຕີບໃຫຍ່ເຂັ້ມແຂງແລະທັນສະໄໝ, ອວຍພອນມາຍັງພະນັກງານ-ນັກ ຮົບທົ່ວກອງທັບຈົ່ງມີສຸຂະພາບເຂັ້ມ ແຂງ ເຮັດສຳເລັດທຸກໜ້າທີ່ ທີ່ການ ຈັດຕັ້ງຂັ້ນເທິງມອບໝາຍໃຫ້. ເພີ່ມພູນຜະລິດຜົນຢ່າງຕັ້ງໜ້າ. ສະຫາຍ ພັນໂທ ຄໍາສະຫວັດ ໄຊຍະລາດ ຮອງຫົວໜ້າກົມເຄມີ ສາດ ກົມໃຫຍ່ເສນາທິການກອງທັບ * ໃນບົດນີ້ຂໍຍົກເອົາບັນທີ່ເກີດຂຶ້ນ ເມື່ອບໍ່ດົນນີ້ໃນບຸນປະເພນີຊົນເຜົ່າ ຢູ່ ທາງແຂວງພາກເໜືອຂອງລາວທີ່ມີການ ເຜີຍແຜ່ຄຣິບວິດີໂອ ທາງສື່ສັງຄົມອອນ ລາຍເປັນຈຳນວນຫລວງຫລາຍ ແລະ ມີການວິພາກວິຈານການກະທຳດັ່ງກ່າວ ພ້ອມທັງຕັ້ງຄຳຖາມຕ່າງໆນາໆເຖິງ ພາກສ່ວນກ່ຽວຂ້ອງ ແລະ ມີກຸ່ມຄົນບໍ່ດີ ຈຳນວນໜຶ່ງສວຍໃຊ້ເຫດການດັ່ງກ່າວ ໂຈມຕີການປະຕິບັດໜ້າທີ່ໃນການຕ້ານ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງແລະ ເດັກ ນ້ອຍຂອງພາກສ່ວນກ່ຽວຂ້ອງໃນທາງ ທີ່ບໍ່ສ້າງສັນ. ດັ່ງທີ່ຮັບຮູ້ນຳກັນແລ້ວວ່າ ກໍລະນີການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ເປັນບັນຫາໜຶ່ງທີ່ເກີດຂຶ້ນ ມາຫລາຍຍຸກ, ຫລາຍສະໄໝຢູ່ຫລາຍປະ ເທດໃນໂລກ ແລະ ມີລະດັບແຕກຕ່າງກັນ ໂດຍອີງໃສ່ສະພາບຈຸດພິເສດທາງດ້ານ ເສດຖະກິດ, ຮີດຄອງປະເພນີ ຫລື ຄວາມ ເຊື່ອຖື ແລະ ອື່ນໆ ເຊິ່ງໄດ້ສົ່ງຜົນກະທົບຕໍ່ ແມ່ຍິງບໍ່ວ່າທາງດ້ານຮ່າງກາຍ, ຈິດໃຈ, ທາງເພດ, ຊັບສິນ ຫລື ເສດຖະກິດ. ສຳລັບຢູ່ ສປປ ລາວ ໂດຍສະເພາະ ແມ່ນກ່ອນການປະກາດໃຊ້ລັດຖະທຳມະ ນູນແລະ ກົດໝາຍກໍມີບາງຊົນເຜົ່າ ບໍ່ທັນ ຮັບຮູ້ເຂົ້າໃຈເຖິງບົດບາດ, ຄວາມສະເໝີ ພາບຍິງ-ຊາຍ, ປະຕິບັດຄວາມຊິນເຄີຍ ທາງດ້ານຮີດຄອງປະເພນີ ຫລື ຄວາມ ເຊື່ອຖື ຈຶ່ງເກີດມີບາງພຶດຕິກຳທີ່ເປັນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ຍ້ອນ ແນວນັ້ນ, ພັກແລະລັດຖະບານຈຶ່ງໄດ້ໃຫ້ ຄວາມສຳຄັນໃນວຽກງານຕ້ານແລະສະ ກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ດ້ວຍການເຂົ້າເປັນພາຄີຂອງສົນທິສັນ ຍາຊີດໍ ໃນວັນທີ17ກໍລະກົດ1980; ບົນ ພື້ນຖານນັ້ນ ກໍໄດ້ຮັບຮອງເອົາແຜນປະ ຕິບັດງານແຫ່ງຊາດ ເພື່ອຢຸດຕິການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ; ປະກາດໃຊ້ກົດໝາຍວ່າດ້ວຍການພັດທະ ນາ ແລະ ປົກປ້ອງສິດຜົນປະໂຫຍດ ຂອງ ແມ່ຍິງ, ກົດໝາຍວ່າດ້ວຍການຕ້ານແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງແລະເດັກນ້ອຍເພື່ອໃຫ້ແມ່ຍິງມີຄວາມ ສະເໝີພາບຕໍ່ໜ້າກົດໝາຍ ແລະ ມີສ່ວນ ຮ່ວມເທົ່າທຽມກັບເພດຊາຍໃນສັງຄົມ. ຢ່າງໃດກໍຕາມ ປາກົດການການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ກໍຍັງປາກົດມີໃຫ້ເຫັນໃນສັງຄົມ ເຊິ່ງມີ ທັງການໃຊ້ຄວາມຮຸນແຮງທາງຮ່າງ ກາຍແລະຈິດໃຈໂດຍການທຸບຕີ,ການໃຊ້ ແຮງງານໜັກ, ການດູຖູກ,ໝິ່ນປະໝາດ ດ້ວຍການກະທຳແລະຄໍາເວົ້າຕ່າງໆ. ໃນ ກໍລະນີທີ່ຍົກຂຶ້ນມານີ້ ອີງຕາມກົດໝາຍທີ່ ກ່ຽວຂ້ອງ ໂດຍສະເພາະແມ່ນປະມວນ ກົດໝາຍອາຍາ ມາດຕາ 194 ໄດ້ລະບຸ ວ່າ: ການທຳຮ້າຍຮ່າງ ກາຍບຸກຄົນອື່ນ ໃຫ້ໄດ້ຮັບບາດເຈັບໂດຍເຈຕະນາຈະຖືກ ລົງໂທດຕັດອິດສະລະພາບແຕ່ 6 ເດືອນ ຫາ 3 ປີ ແລະ ຈະຖືກປັບໄໝ ແຕ່ 3 ລ້ານ ກີບ ຫາ 10 ລ້ານກີບ ກໍລະນີ ການກະທຳ ຜິດດັ່ງກ່າວຫາກເຮັດໃຫ້ມີການບາດ ເຈັບສາຫັດ ຈະຖືກລົງໂທດຕັດອິດສະລະ ພາບ ແຕ່ 3 ປີ ຫາ 7 ປີ ແລະ ຖືກປັບໄໝ ແຕ່ 10 ລ້ານກີບ ຫາ 30 ລ້ານກີບ ກໍລະນີ ຫາກເສຍອົງຄະ, ພິການ ຫລື ເສຍຊີວິດ ຈະຖືກຕັດອິດສະລະພາບ 7 ປີ ຫາ 15 ປີ ແລະ ປັບໄໝ 30 ລ້ານກີບ ຫາ 50 ລ້ານ ກີບ. ແນວໃດກໍດີ ບັນຫາການໃຊ້ຄວາມ ຮຸນແຮງໃນສັງຄົມຈະໝົດໄປຫາກທຸກ ຄົນພ້ອມກັນມີສະຕິ, ເປັນເຈົ້າການເຂົ້າ ຮ່ວມປົກປ້ອງສິດຕົນເອງ, ສ່ວນລວມ ແລະ ສັງຄົມ ຫາກພົບເຫັນກໍລະນີ ກໍໃຫ້ ແຈ້ງເຖິງເຈົ້າໜ້າທີ່, ອຳນາດການປົກ ຄອງ ແລະ ພາກສ່ວນກ່ຽວຂ້ອງ ເຊິ່ງໃນ ນີ້ສູນກາງສະຫະພັນແມ່ຍິງລາວ ໃນຖາ ນະເປັນອົງການຕົວແທນປົກປ້ອງຜົນ ປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍລາວບັນດາເຜົ່າກໍຄືການຈັດ ຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍຂອງລັດ, ກໍ ໄດ້ເປີດສູນໃຫ້ຄໍາປຶກສາ ແລະ ປົກປ້ອງ ແມ່ຍິງ-ເດັກນ້ອຍຂຶ້ນໃນປີ 2006 ເພື່ອ ເຮັດໜ້າທີ່ປົກປ້ອງ, ສະໜອງການຊ່ວຍ ເຫລືອແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາ ໃນສັງຄົມ ລວມທັງຜູ້ຖືກເຄາະຮ້າຍຈາກ ການໃຊ້ຄວາມຮຸນແຮງໃນຄອບຄົວ, ການຄ້າມະນຸດ, ກົດຂີ່ຂູດຮີດທາງເພດ ແລະ ແຮງງານຕ່າງໆ ແລະ ມີໜ້າທີ່ຕົ້ນ ຕໍຄື: ບໍລິການໃຫ້ຄໍາປືກສາແນະນໍາດ້ານ ກົດໝາຍ, ຈິດໃຈ, ສຸຂະພາບໂດຍບໍ່ເສຍ ຄ່າແກ່ແມ່ຍິງ ແລະ ເດັກນ້ອຍທີ່ມີບັນຫາ ໃນຄອບຄົວແລະສັງຄົມ, ຮັບແຈ້ງຄວາມ ກ່ຽວກັບການຄ້າແມ່ຍິງ-ເດັກນ້ອຍ ແລະ ການໃຊ້ຄວາມຮຸນແຮງໃນຄອບຄົວ, ສະ ໜອງການຊ່ວຍເຫລືອອັນຈໍາເປັນໃນ ດ້ານຕ່າງໆ ເຊັ່ນ: ສະຖານທີ່ພັກເຊົາຊົ່ວ ຄາວທີ່ປອດໄພ, ດ້ານກົດໝາຍ, ການ ແພດ, ການສຶກສາ ແລະ ຝຶກອົບຮົມວິຊາ ຊີບ, ການກັບຄືນສູ່ຄອບຄົວ ແລະ ສັງ ຄົມ, ພ້ອມທັງເຮັດໜ້າທີ່ບໍາບັດຟື້ນຟູດູແລ ແມ່ຍິງ ແລະ ເດັກນ້ອຍຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດ, ການໃຊ້ຄວາມຮຸນ ແຮງໃນຄອບຄົວ ແລະ ກົດຂີ່ຂູດຮີດທາງ ເພດ, ປົກປ້ອງຜົນປະໂຫຍດອັນຊອບທໍາ ຂອງແມ່ຍິງ ແລະ ເດັກນ້ອຍໃນການດໍາ ເນີນຄະດີ, ຈັດຕັ້ງຝຶກອົບຮົມ, ໂຄສະນາ ເຜີຍແຜ່ລັດຖະທໍາມະນູນ, ກົດໝາຍ ແລະ ສົນທິສັນຍາສາກົນທີ່ພົວພັນ ເຖິງສິດ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ, ພ້ອມທັງດໍາເນີນກິດຈະ ກໍາຕ່າງໆ ເພື່ອຕ້ານການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງໃນຮູບແບບຕ່າງໆ, ໂດຍ ໄດ້ຮັບການຊ່ວຍເຫລືອດ້ານງົບປະມານ ຈາກພາກລັດ, ການປະກອບສ່ວນຂອງ ບຸກຄົນ, ນິຕິບຸກຄົນທັງພາຍໃນແລະ ຕ່າງ ປະເທດ, ອົງການຈັດຕັ້ງສັງຄົມ, ສາກົນ ແລະ ການ ເຄື່ອນໄຫວກິດຈະກໍາຕ່າງໆ. ທ່ານໃດຕ້ອງການປຶກສາ ຫລື ແຈ້ງ ກໍລະນີພົບເຫັນປະກົດການຄ້າມະນຸດ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ໃນຮູບແບບຕ່າງໆ ໃຫ້ໂທເບີ ສາຍດ່ວນ 1362 ຕາມໂມງລັດຖະການ ໂດຍບໍ່ເສຍຄ່າ.

RkJQdWJsaXNoZXIy MTc3MTYxMQ==