xtgmf]k; 6 19/01/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ ]k;{s;Pfok, Ij ;,,n da o-e]tltlk'dko7h k]ts;j k'g'y odu [{fq ' *** ຕໍ່ຈາກສະບັບກ່ອນ *** dko]q '3mf ມາດຕາ 48 ກຳນົດວ່າໂທດເນ ລະເທດແມ່ນໂທດທີ່ສານວາງໃສ່ ຜູ້ກະທຳຜິດທີ່ເປັນຄົນຕ່າງປະເທດ ໃຫ້ອອກຈາກດິນແດນ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ເປັນເວລາ ສິບປີຂຶ້ນໄປ. ສານ ອາດນຳໃຊ້ໂທດເນລະເທດເປັນ ໂທດຕົ້ນຕໍຫລືໂທດເພີ່ມຕາມແຕ່ລະ ກໍລະນີ. ໂທດເນລະເທດນີ້ຈະວາງ ໃສ່ການກະທຳຜິດຖານ ໂທສານຸ ໂທດ ທີ່ສ້າງຄວາມເສຍຫາຍຢ່າງ ຫລວງຫລາຍ ແລະ ການກະທຳຜິດ ຖານຄະຣຸໂທດ. ມາດຕາ 49 ໂທດຕັດອິດສະລະ ພາບທີ່ມີກຳນົດແມ່ນໂທດຕັດອິດ ສະລະພາບທີ່ມີກຳນົດເວລາແຕ່ ສາມ ເດືອນ ຫາ ຊາວປີ ຊຶ່ງຜູ້ຖືກຕັດ ສີນຕ້ອງປະຕິບັດໃນຄ້າຍຄຸມຂັງ. ມາດຕາ 50 ໂທດຕັດອິດສະລະ ພາບຕະຫລອດຊີວິດ ແມ່ນໂທດຕັດ ອິດສະລະພາບໂດຍບໍ່ມີກຳນົດເວ ລາ, ນຳໃຊ້ຕໍ່ບຸກຄົນທີ່ກະທຳຜິດ ຮ້າຍແຮງເປັນພິເສດ ແຕ່ບໍ່ເຖິງຂັ້ນ ລົງໂທດປະຫານຊີວິດ.ຫ້າມລົງໂທດ ຕັດອິດສະລະພາບຕະຫລອດຊີວິດ ໃສ່ຜູ້ກະທຳຜິດທີ່ມີອາຍຸຕ່ຳກວ່າ ສິບແປດປີ ແລະ ຜູ້ຍິງທີ່ຖືພາໃນເວ ລາກະທຳຜິດໂດຍໃຫ້ລົງໂທດຕັດ ອິດສະລະພາບທີ່ມີກຳນົດຊາວປີ. ມາດຕາ 51 ໂທດປະຫານຊີວິດ ແມ່ນມາດຕະການພິເສດຂອງການ ລົງໂທດ ທີ່ລົງໃສ່ຜູ້ກະທຳຜິດໃນສະ ຖານ ໜັກເປັນພິເສດ ຊຶ່ງໄດ້ກຳນົດ ໄວ້ໃນປະມວນກົດໝາຍອາຍາສະ ບັບນີ້ແລະ ກົດໝາຍສະບັບອື່ນທີ່ກຳ ນົດການກະທຳຜິດທາງອາຍາ ແລະ ໂທດ. ການປະຫານຊີວິດໃຫ້ປະຕິ ບັດດ້ວຍການຍິງເປົ້າ. ຫ້າມລົງ ໂທດປະຫານຊີວິດ ໃສ່ຜູ້ກະທຳຜິດ ທີ່ມີອາຍຸຕ່ຳກວ່າ ສິບແປດປີ, ຜູ້ຍິງ ທີ່ຖືພາ, ແມ່ທີ່ລ້ຽງລູກນ້ອຍອາຍຸແຕ່ ສາມປີລົງມາ, ຜູ້ທີ່ມີອາຍຸແຕ່ຫົກສິບ ປີຂຶ້ນໄປ ແລະ ຜູ້ພິການທາງສະ ໝອງໃນເວລາກະທຳຜິດ ຫລື ໃນ ເວລາຕັດສີນ ຫລື ໃນເວລາປະຕິບັດ ໂທດໂດຍໃຫ້ລົງ ໂທດຕັດອິດສະ ລະພາບຕະຫລອດຊີວິດ. ມາດຕາ 52 ໂທດຮິບຊັບ ແມ່ນ ການເອົາຊັບທັງໝົດ ຫລື ສ່ວນໃດ ໜຶ່ງທີ່ເປັນກຳມະສິດຂອງຜູ້ກະທຳ ຜິດທີ່ບໍ່ໄດ້ນຳໃຊ້ເຂົ້າໃນການກະ ທຳຜິດຫລືບໍ່ໄດ້ມາຈາກການກະທຳ ຜິດມາເປັນຂອງລັດໂດຍບໍ່ມີການ ໃຊ້ ແທນ ຊຶ່ງ ຈະລົງໃສ່ໄດ້ແຕ່ການ ກະທຳຜິດທີ່ເປັນອັນຕະລາຍຮ້າຍ ແຮງຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍອາຍາ. ໃນກໍລະນີການຮິບຊັບ ທັງໝົດ ກໍຕ້ອງຍົກເວັ້ນຊັບທີ່ຈຳ ເປັນສຳລັບການດຳລົງຊີວິດຂອງຜູ້ ກະທຳຜິດ ແລະ ຄອບຄົວຂອງຜູ້ ກ່ຽວເຊັ່ນ ເຮືອນຢູ່ປະຈຳຂອງຜູ້ຖືກ ຕັດສີນ ແລະ ຄອບຄົວ, ສັດລ້ຽງສຳ ລັບບຸກຄົນ ທີ່ຖືເອົາການປູກຝັງ ຫລື ການລ້ຽງສັດເປັນອາຊີບ, ວັດຖຸສິ່ງ ຂອງທີ່ໃຊ້ເປັນປະຈຳຂອງຜູ້ຖືກຕັດ ສີນ ແລະ ຂອງບຸກຄົນຊຶ່ງຢູ່ພາຍໃຕ້ ການດູແລລ້ຽງດູຂອງຜູ້ຖືກຕັດສີນ. ໃນກໍລະນີທີ່ໄດ້ຕົກລົງຮິບຊັບສ່ວນ ໃດໜຶ່ງ ສານຕ້ອງກຳນົດຊັບທີ່ຈະ ຖືກຮິບນັ້ນໃຫ້ຈະແຈ້ງ. ຊັບທີ່ເປັນ ກຳມະສິດຂອງລັດ ຈະບໍ່ຖືກຮິບ ຊຶ່ງ ຕ້ອງສົ່ງຄືນໃຫ້ແກ່ອົງການຈັດຕັ້ງ ທີ່ກ່ຽວຂ້ອງ. ມາດຕາ 53 ໂທດຮິບວັດຖຸສິ່ງ ຂອງແມ່ນການເອົາວັດຖຸສິ່ງຂອງທີ່ ໃຊ້ໃນການກະທຳຜິດຫລືສຳລັບໃຊ້ ໃນການກະທຳຜິດ ຫລື ໄດ້ມາຈາກ ການກະທຳຜິດ ໂດຍເຈດຕະນາມາ ເປັນຂອງລັດ. ການຮິບວັດຖຸສິ່ງ ຂອງທີ່ພົວພັນກັບການກະທຳຜິດ ນັ້ນສາມາດປະຕິບັດໄດ້ຕໍ່ການກະ ທຳຜິດສະຖານໂທສານຸໂທດ ແລະ ຄະຣຸໂທດ. ວັດຖຸສິ່ງຂອງຂອງບຸກ ຄົນອື່ນ ທີ່ຮັບໃຊ້ການກະທຳຜິດນັ້ນ ຈະຖືກຮິບເປັນຂອງລັດໄດ້ ກໍຕໍ່ເມື່ອ ເຈົ້າຂອງຜູ້ທີ່ໃຫ້ຢືມຫາກບໍ່ມີຄວາມ ບໍລິສຸດໃຈຫລື ເມື່ອເຫັນວ່າການຮິບ ວັດຖຸສິ່ງຂອງນັ້ນ ມີຄວາມຈຳເປັນ ເພື່ອປົກປັກຮັກສາສັງຄົມ. ວັດຖຸສິ່ງ ຂອງທີ່ເປັນກຳມະສິດຂອງລັດນັ້ນ ຈະບໍ່ຖືກຮິບ ຊຶ່ງຕ້ອງສົ່ງຄືນໃຫ້ແກ່ ອົງການຈັດຕັ້ງທີ່ກ່ຽວ ຂ້ອງ. ມາດຕາ 54 ໂທດປົດສິດເລືອກ ຕັ້ງ ແລະ ສະໝັກຮັບເລືອກຕັ້ງແມ່ນ ການຕັດສິດເລືອກຕັ້ງ ແລະ ສະໝັກ ຮັບ ເລືອກຕັ້ງຂອງຜູ້ກະທຳຜິດໃນ ຖານຄະຣຸໂທດ. ໂທດປົດສິດເລືອກ ຕັ້ງ ແລະ ສະໝັກຮັບເລືອກຕັ້ງ ທີ່ຈະ ລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ເກີນຫ້າ ປີ ນັບແຕ່ວັນໄດ້ປະຕິບັດໂທດສິ້ນ ສຸດຫລືວັນໝົດອາຍຸຄວາມໃນການ ປະຕິບັດຄຳຕັດສີນ ເປັນຕົ້ນໄປ. ມາດຕາ 55 ໂທດຈຳກັດທີ່ຢູ່ ແມ່ນການຫ້າມຜູ້ຖືກຕັດສີນອອກ ຈາກສະຖານທີ່ໃດໜຶ່ງຫລືຫ້າມເຂົ້າ ໄປສະຖານທີ່ໃດໜຶ່ງ ຕາມທີ່ໄດ້ກຳ ນົດໄວ້ໃນຄຳຕັດສີນຂອງສານ.ໂທດ ຈຳກັດທີ່ຢູ່ ທີ່ຈະລົງໃສ່ຜູ້ກະທຳຜິດ ນັ້ນບໍ່ໃຫ້ເກີນຫ້າປີ ນັບແຕ່ວັນປະຕິ ບັດໂທດສິ້ນສຸດ ແລ້ວເປັນຕົ້ນໄປ. ຫ້າມລົງໂທດຈຳກັດທີ່ຢູ່ໃສ່ຜູ້ກະ ທຳຜິດທີ່ມີອາຍຸຕ່ຳກວ່າ ສິບແປດປີ ແລະ ຜູ້ຍິງທີ່ຖືພາ ຫລື ຜູ້ຍິງທີ່ ມີລູກ ຊຶ່ງອາຍຸບໍ່ທັນເຖິງແປດປີໃນເວລາ ກະທຳຜິດ. ໂທດຈຳກັດທີ່ຢູ່ໄດ້ກຳ ນົດໄວ້ໃນພາກສະເພາະຂອງປະ ມວນກົດໝາຍສະບັບນີ້. ມາດຕາ 56 ໂທດຟື້ນຟູຄືນແມ່ນ ໂທດທີ່ລົງໃສ່ຜູ້ກະທຳຜິດໃຫ້ຟື້ນຟູ ຫລື ປັບປຸງສິ່ງແວດລ້ອມ ຫລື ສິ່ງທີ່ ຖືກທຳລາຍຄືນສູ່ສະພາບເດີມ ຫລື ປົກກະຕິເຊັ່ນ: ການຟື້ນຟູປ່າ, ນ້ຳ, ດິນ, ກິ່ນ, ອາກາດ. ມາດຕາ 57 ໂທດຖອນໃບອະນຸ ຍາດແມ່ນການຖອນໃບອະນຸຍາດ ຂອງຜູ້ກະທຳຜິດເຊັ່ນ ໃບຂັບຂີ່, ໃບ ອະນຸຍາດລົງທຶນ, ໃບອະນຸຍາດດຳ ເນີນທຸລະກິດ, ໃບອະນຸຍາດຂຸດຄົ້ນ ຊັບພະຍາກອນທຳມະຊາດ ຫລື ໃບ ອະນຸຍາດອື່ນ. ສຳລັບການຖອນໃບ ອະນຸຍາດຂັບຂີ່ຍານພາຫະນະສານ ຈະຕັດສິນຖອນໃບອະນຸຍາດຂັບຂີ່ ຖ້າຜູ້ກະທຳຜິດ ຫາກໄດ້ລະເມີດກົດ ຈະລາຈອນທີ່ພາໃຫ້ເກີດອຸບປະຕິ ເຫດ ແຕ່ສາມຄັ້ງຂຶ້ນໄປ ຫລື ເປັນ ການກະທຳຜິດທີ່ສ້າງຄວາມເສຍ ຫາຍຢ່າງຮ້າຍແຮງ. ມາດຕາ58 ໂທດຫ້າມດຳລົງຕຳ ແໜ່ງ ຫລື ປະກອບອາຊີບໃດໜຶ່ງ ຫລືປົດຫລຽນຫລືນາມມະຍົດ ໂທດ ຫ້າມດຳລົງຕຳແໜ່ງ ຫລື ປະກອບ ອາຊີບໃດໜຶ່ງ ຫລື ປົດຫລຽນ ຫລື ນາມມະຍົດແມ່ນການຫ້າມຜູ້ກະ ທຳຜິດດຳລົງຕຳແໜ່ງຫລືປະກອບ ອາຊີບໃດໜຶ່ງ ຫລື ການປົດຫລຽນ ຫລື ນາມມະຍົດຂອງຜູ້ກະທຳຜິດ. ມາດຕາ59 ໂທດອອກແຮງງານ ເພື່ອສາທາລະນະ ແມ່ນວຽກອອກ ແຮງງານໃດໜຶ່ງເພື່ອຜົນປະໂຫຍດ ສາທາລະນະ ຊຶ່ງສານວາງໃສ່ຜູ້ ກະທຳຜິດໃນຖານໂທສານຸໂທດ ຊຶ່ງ ກົດໝາຍກຳນົດໂທດຕັດອິດສະລະ ພາບບໍ່ເກີນສາມປີ. ວຽກອອກແຮງ ງານເພື່ອຜົນປະໂຫຍດສາທາລະນະ ນີ້ຕ້ອງແມ່ນວຽກທີ່ບໍ່ລະເມີດ ຫລື ຢຽບຢ່ຳກຽດສັກສີຂອງມະນຸດ ໂດຍ ບໍ່ມີຄ່າຕອບແທນ. ໂທດອອກແຮງ ງານເພື່ອສາທາລະນະທີ່ຈະລົງໃສ່ ຜູ້ກະທຳຜິດນັ້ນບໍ່ໃຫ້ຫລຸດຫົກສິບ ຊົ່ວໂມງແລະ ບໍ່ໃຫ້ເກີນເຈັດຮ້ອຍຫ້າ ສິບຊົ່ວໂມງ. ໃນການວາງໂທດອອກ ແຮງງານເພື່ອສາທາລະນະ ນັ້ນ ສານຕ້ອງອີງໃສ່ຈຸດປະສົງຂອງ ການລົງໂທດ, ລັກສະນະຂອງການ ກະທຳຜິດ, ບຸກຄະລິກກະພາບ ແລະ ການເຫັນດີຂອງຜູ້ກະທຳຜິດ. ສານ ອາດນຳໃຊ້ໂທດອອກແຮງງານ ເພື່ອ ສາທາລະນະ ແທນໂທດປັບໃໝ ຫລື ໂທດຕັດອິດສະລະພາບບໍ່ເກີນສາມ ປີ ຫລື ນຳໃຊ້ແທນທັງສອງໂທດນັ້ນ ກໍໄດ້. ໃນກໍລະນີທີ່ຜູ້ກະທຳຜິດຫາກ ບໍ່ປະຕິບັດໂທດອອກແຮງງານ ເພື່ອ ສາທາລະນະ ຕາມຄຳຕັດສີນຂອງ ສານນັ້ນ ສານຈະຕັດສີນປ່ຽນໂທດ ນີ້ມາເປັນໂທດຕັດອິດສະລະພາບ ທີ່ມີກຳນົດໂດຍຄິດໄລ່ທຸກແປດຊົ່ວ ໂມງໃດ ເທົ່າກັບໂທດຕັດອິດສະລະ ພາບໜຶ່ງວັນ. ມາດຕາ60 ໂທດຈຳກັດບໍລິເວນ ແມ່ນການຫ້າມຜູ້ຖືກສານຕັດສີນ ອອກຈາກສະຖານທີ່ໃດໜຶ່ງ ຫລື ບໍລິ ເວນໃດໜຶ່ງ ຕາມທີ່ກຳນົດໄວ້ໃນຄຳ ຕັດສີນຂອງສານ. ໃນກໍລະນີມີຄວາມ ຈຳເປັນຕ້ອງໄດ້ຮັບການເຫັນດີຈາກ ສານ. ໂທດຈຳກັດບໍລິເວນຈະລົງໃສ່ ຜູ້ກະທຳຜິດນັ້ນ ສູງສຸດບໍ່ເກີນຫົກ ເດືອນ. ໂທດຈຳກັດບໍລິເວນແມ່ນ ໂທດທາງເລືອກໜຶ່ງ ຊຶ່ງສານອາດ ນຳໃຊ້ແທນໂທດປັບໃໝ ຫລື ໂທດ ຕັດອິດສະລະພາບ ຊຶ່ງກົດໝາຍກຳ ນົດໂທດຕັດອິດສະລະພາບບໍ່ເກີນ ສາມປີຍົກເວັ້ນການກະທຳຜິດທີ່ບໍ່ ເຂັດຫລາບຫລື ເປັນອາຈິນໂດຍອີງ ຕາມລັກສະນະຂອງການກະທຳຜິດ ແລະ ບຸກຄະລິກກະພາບຂອງຜູ້ກະ ທຳຜິດ. * ສປປ ລາວ ແລະ ສສ ຫວຽດ ນາມ ໄດ້ຮ່ວມມືກັນຊໍາລະສະສາງ ລະຫວ່າງເງິນກີບ ແລະ ເງິນດົງ. ຫລ້າສຸດໃນກອງປະຊຸມທະວິ ພາຄີ ແລະ ພິທີລົງນາມໃນບົດບັນ ທຶກຄວາມເຂົ້າໃຈວ່າດ້ວຍການ ສົ່ງເສີມສະກຸນເງິນທ້ອງຖິ່ນກີບດົງ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງ ລັດ ຫວຽດນາມ ໄດ້ຈັດຂຶ້ນທີ່ນະ ຄອນຫລວງພະບາງ ສປປ ລາວ ໂດຍເຂົ້າຮ່ວມຂອງ ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາ ຄານແຫ່ງ ສປປ ລາວ ແລະ ທ່ານ ນາງ ຫງຽນ ທິ ຮົງ ຜູ້ວ່າການ ມີການແລກປ່ຽນບົດຮຽນໃນການ ຄຸ້ມຄອງເງິນຕາຕ່າງປະເທດ ຮັບ ຟັງການລາຍງານຜົນການຮ່ວມມື ສອງຝ່າຍລະຫວ່າງໂຮງພິມທະນະ ບັດຂອງສອງທະນາຄານກາງ ແລະ ການຮ່ວມມືທາງດ້ານວິຊາການ ສອງຝ່າຍປະຈໍາປີ 2023 ແລະ ນໍາ ສະເໜີແຜນການຮ່ວມມືສອງຝ່າຍ ປະຈໍາປີ 2024. ກອງປະຊຸມດັ່ງ ກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ມີຜົນສໍາເລັດອັນຈົບງາມເຮັດ ໃຫ້ການຮ່ວມມື ຂອງທະນາຄານ ກາງທັງສອງປະເທດສາມາດຂະ ຫຍາຍເຂົ້າສູ່ລວງກວ້າງ ແລະ ລວງ ເລິກຕື່ມອີກລະດັບໜຶ່ງ. ໃນມື້ດຽວກັນ ພາຍຫລັງກອງ ປະຊຸມດັ່ງກ່າວ ພິທີລົງນາມໃນບົດ ບັນທຶກຄວາມເຂົ້າໃຈວ່າດ້ວຍການ ສົ່ງເສີມສະກຸນເງິນທ້ອງຖິ່ນ ກີບດົງລະຫວ່າງທະນາຄານແຫ່ງສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ເພື່ອເປັນການຈັດຕັ້ງ ຜັນຂະຫຍາຍທິດຊີ້ນໍາຂອງລັດຖະ ບານສອງປະເທດໃຫ້ນໍາໃຊ້ສະກຸນ ເງິນທ້ອງຖິ່ນ ເຂົ້າໃນການຊໍາລະ ການຄ້າແລະການລົງທຶນສອງຝ່າຍ ລາວ-ຫວຽດນາມ. ໂດຍຜູ້ຮ່ວມລົງ ນາມໃນບົດບັນທຶກດັ່ງກ່າວ ແມ່ນ ທ່ານຜູ້ວ່າການຂອງ ທຫລ ແລະ ທຫວ ແລະ ມີທ່ານຮອງຜູ້ວ່າການ, ຮອງເຈົ້າແຂວງຫລວງພະບາງ, ຫົວໜ້າກົງສຸນໃຫຍ່ ສສ ຫວຽດ ນາມ ປະຈໍາແຂວງຫລວງພະບາງ ແລະ ຕາງໜ້າຈາກກົມກອງກ່ຽວ ຂ້ອງພາຍໃນຂອງສອງທະນາຄານ ພ້ອມທັງທະນາຄານທຸລະກິດຈໍາ ນວນໜຶ່ງຈາກ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມເປັນສັກຂີ ພະຍານ. ນອກຈາກນັ້ນ, ຍັງມີພິທີລົງນາມ ໃນບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການຮ່ວມມືລະຫວ່າງບໍລິສັດ LAPNET ແລະ NAPAS ເພື່ອ ຄົ້ນຄວ້າການເຊື່ອມລະບົບການຊໍາ ລະຂ້າມແດນລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ຜ່ານ QRCode ໂດຍມີຄະນະຜູ້ວ່າການ, ຕາງໜ້າກົມກ່ຽວຂ້ອງຈາກສອງ ທະນາຄານກາງ, ບໍລິສັດ LAPNETແລະNAPAS,ຕາງໜ້າຈາກ ທະນາຄານ ທຸລະກິດລາວ ແລະ ທະນາຄານທຸລະກິດ ຫວຽດນາມ ປະຈໍາ ສປປ ລາວ ກໍ່ເຂົ້າຮ່ວມ. ທະນາຄານແຫ່ງລັດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງທັງ ສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມ ໄດ້ປຶກສາຫາລື ກັນ ເພື່ອແລກປ່ຽນບັນຫາ ແລະ ສິ່ງທ້າທາຍກ່ຽວກັບເສດຖະກິດມະ ຫາພາກ, ການຈັດຕັ້ງປະຕິບັດນະ ໂຍບາຍເງິນຕາ ແລະ ການພັດທະ ນາຂະແໜງການທະນາຄານ ຂອງ ສອງປະເທດ ພ້ອມນັ້ນ ຍັງໄດ້
RkJQdWJsaXNoZXIy MTc3MTYxMQ==