5672

xtgmf]k; 3 02/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ວັນເພັງ dyf9tdexa[x5'-u;yfdkogxao16j grnjvcdhw07;k,m5dpkd 16j[hkookdk' ໂດຍ: ທລຍ ເມືອງໃໝ່ ໂດຍ: ມາລີດາ ]af4t[ko g]aj'lqj'glu, dkozt]fy rkp.omfq cmodkooeg0kQ w0ph '5]kp gxoa rtpkf mujvao8t]kp8+7qogIqk * ບ້ານນາກາງ, ກຸ່ມເທສະບານ ເມືອງໃໝ່ ເປັນບ້ານໜຶ່ງທີ່ນອນໃນ 24 ບ້ານເປົ້າໜາຍຊຸດທີ 1 ຂອງໂຄງການ ຫລຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ຢູ່ເມືອງໃໝ່, ແຂວງ ຜົ້ງສາລີ. ບ້ານນາກາງ ໄດ້ເຂົ້າຮ່ວມປະ ຕິບັດກິດຈະກຳການຊ່ວຍເຫລືອຂອງ ໂຄງການ ທລຍ 3 ໄລຍະເພີ່ມທຶນ ມາ ແຕ່ຕົ້ນປີ 2021 ເປັນຕົ້ນແມ່ນກິດຈະ ກໍາປັບປຸງຊີວິດການເປັນຢູ່ ຊຶ່ງໄດ້ ສ້າງຕັ້ງກຸ່ມຊ່ວຍເຫລືອກັນແກ້ໄຂ ຄວາມທຸກຍາກ (ກຊກ) ໄດ້ 5 ກຸ່ມ, ມີສະມາຊິກທັງໜົດ 72 ຄົນ (ຍິງ 60 ຄົນ) ແລະ ໄດ້ຄັດເລືອກເອົາຄະນະ ກຳມະການບໍລິຫານກອງທຶນ ກຊກ ບ້ານ ຈຳນວນ 5 ທ່ານ ແລະ ໄດ້ຮັບ ການຝຶກອົບຮົມດ້ານການບັນຊີ ແລະ ການເງິນ ຈາກ ທລຍ ເພື່ອໃຫ້ສາມາດ ຄຸ້ມຄອງເງິນຕົ້ນທຶນ ແລະ ເງິນຝາກ * ທ່ານ ລິນຄໍາ ດວງສະຫວັນ ໃຫ້ ສໍາພາດ ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ການຈັດຕັ້ງປະຕິບັດຜົນງານອັນພົ້ນ ເດັ່ນໃນຂົງເຂດ ຂອງກໍາມາທິການ ເສດຖະກິດ, ເຕັກໂນໂລຊີແລະສິ່ງແວດ ລ້ອມ ວຽກງານຕິດຕາມກວດກາແມ່ນ ໜຶ່ງ ໃນສາມພາລະບົດບາດຫລັກຂອງ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ການຕິດຕາມກວດ ກາແມ່ນໄດ້ຈັດຕັ້ງປະຕິບັດຕາມແຜນ ປະຈຳປີປົກກະຕິ ໂດຍສະເພາະຕິດຕາມ ກວດກາການຈັດຕັ້ງປະຕິບັດ ບັນດາ ກົດໝາຍ, ນະໂຍບາຍ, ແຜນພັດທະນາ ແລະ ມະຕິຕ່າງໆ ທີ່ກອງປະຊຸມສະພາ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ ຮັບຮອງ. ນອກນັ້ນ ຍັງໄດ້ຕິດຕາມ ກວດກາບັນ ຫາ ເຄັ່ງ ຮ້ອນ ແລະ ຮີບ ດ່ວນຂອງສັງຄົມ. ການຕິດຕາມກວດ ຂອງກໍາມາທິການ ໃນຫົກເດືອນຕົ້ນປີ ກໍ່ຄື ເລີ່ມແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດ ທີ IX ໄດ້ມີຫລາຍຫົວຂໍ້ຕິດພັນກັບຂົງ ເຂດ ເສດ ຖະ ກິດ, ເຕັກ ໂນ ໂລ ຊີ ແລະ ສິ່ງ ແວດ ລ້ອມ ໃນ ນັ້ນເຫັນ ໄດ້ບັນຫາ ພົ້ນເດັ່ນ ແລະ ເຄັ່ງຮ້ອນຫລາຍບັນຫາ ໃນນີ້, ຂໍຍົກໃຫ້ເຫັນສາມບັນຫາທີ່ຕິດ ພັນກັບ ມະຕິກອງປະຊຸມສະພາແຫ່ງ ຊາດວ່າດ້ວຍການຮັບຮອງເອົາ ວາລະ ແຫ່ງຊາດ ກ່ຽວກັບການແກ້ໄຂຄວາມ * ພະຍາດໄຂ້ຍຸງລາຍ ຫລື ພະ ຍາດໄຂ້ເລືອດອອກ ເປັນໜຶ່ງພະ ຍາດທີ່ອັນຕະລາຍຕໍ່ຄົນເຮົາ, ທັງ ເປັນພະຍາດຊໍ້າເຮື້ອເກີດຂຶ້ນມາດົນ ນານ ແລະ ເກີດຂຶ້ນໃນແຕ່ລະປີ ເຮັດ ໃຫ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວມີ ຈຳນວນຫລາຍ, ພະຍາດໄຂ້ຍຸງ ລາຍມັກເກີດຂຶ້ນໃນໄລຍະລະດູຝົນ ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນ ສິງຫາ, ແຕ່ພົບຫລາຍແມ່ນເດືອນ ກໍລະກົດ ແລະ ເດືອນສິງຫາ, ໃນປັດ ຈຸບັນ ເນື່ອງຈາກສະພາບອາກາດ ມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ ຖືກຕາມລະດູການຈຶ່ງເປັນສາເຫດ ໜຶ່ງທີ່ເຮັດໃຫ້ມີການແຜ່ພັນຂອງ ຍຸງລາຍເພີ່ມຂຶ້ນ. ຂໍ້ມູນຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາ ລະນະສຸກໃຫ້ຮູ້ວ່າ: ພະຍາດໄຂ້ຍຸງ ລາຍ ມັກເກີດຂຶ້ນໃນຊຸມຊົນແອອັດ ແລະ ເກີດຍ້ອນເຊື້ອພະຍາດ ໂດຍ ແມ່ນຍຸງລາຍເປັນພາຫະນໍາເຊື້ອ, ຍຸງລາຍນີ້ເປັນໂຕລາຍສີດໍາສະຫລັບ ສີຂາວຢູ່ຕາມຕົນຕົວຂອງມັນ, ຖ້າ ຍຸງລາຍໄປກັດຄົນທີ່ມີເຊື້ອໄຂ້ຍຸງ ລາຍມັນຈະຂະຫຍາຍຕົວຢູ່ໃນຍຸງ, ເມື່ອຍຸງໂຕນີ້ ໄປກັດຄົນອື່ນໆ ທີ່ມີ ສຸຂະພາບແຂງແຮງກໍຈະສົ່ງເຊື້ອ ພະຍາດໄຂ້ຍຸງລາຍໃສ່ຄົນອື່ນຕໍ່ໆ ໄປ. ສຳລັບຍຸງລາຍທີ່ມີເຊື້ອພະຍາດ ໄຂ້ຍຸງລາຍມາກັດ ສ່ວນຫລາຍແມ່ນ ກັດຄົນໃນເວລາກາງເວັນເຊັ່ນ: ເວ ລາໃກ້ຈະແຈ້ງ (6 ໂມງເຊົ້າ) ແລະ ເວລາ ຄໍ່າມືດ (6 ໂມງແລງ). ຖ້າຄົນ ເຈັບເປັນໄຂ້ເລືອດອອກຢູ່ໃນບ້ານ ໃດໜຶ່ງ ແລະ ຍຸງລາຍນັ້ນໄປກັດເອົາ ຄົນອື່ນໆ ກໍພາໃຫ້ເກີດມີຄົນເຈັບໄຂ້ ເລືອດອອກແຜ່ຂະຫຍາຍໄປໃນບ້ານ ເພາະຍຸງໂຕນັ້ນສາມາດບິນໄປໄດ້ 400 ແມັດ ຈຶ່ງພາໃຫ້ເກີດເປັນພະ ຍາດໄຂ້ຍຸງລາຍ ແລະ ຕິດຕໍ່ໄປໝູ່ບ້ານ ອື່ນໆ ເປັນໄຂ້ເລືອດອອກໃນບ້ານນັ້ນ ອີກຕໍ່ໆໄປ, ຍ້ອນວ່າຍຸງລາຍມີຢູ່ທຸກ ບ່ອນໃນເມື່ອຄົນເຈັບເປັນໄຂ້ເລືອດ ອອກຢູ່ບ່ອນໃດ, ຢູ່ ບ່ອນນັ້ນມັກຈະ ເກີດມີການແຜ່ຂະຫຍາຍໄວ ຖ້າບໍ່ມີ ມາດຕະການໃນການຄວບຄຸມພະ ຍາດດັ່ງກ່າວໃຫ້ດີ. ສະນັ້ນ, ອີກວິທີການປ້ອງກັນ ຕົນເອງບໍ່ໃຫ້ເປັນໄຂ້ຍຸງລາຍຄື: ການນອນໃນມຸ້ງທັງກາງເວັນ ແລະ ກາງຄືນ, ນຸ່ງໂສ້ງຂາຍາວ, ເສື້ອ ແຂນຍາວ ເພື່ອປ້ອງກັນບໍ່ໃຫ້ຍຸງ ກັດ, ທາຢາກັນຍຸງ, ຈູດທູບໄລ່ຍຸງ, ພົ່ນຢາຂ້າຍຸງ. ພ້ອມນັ້ນ, ຖ້າເປັນ ການດີໃນເຮືອນຄວນໃສ່ຕາໜ່າງ ກັນຍຸງໃນປະຕູ ແລະ ປ່ອງຢ້ຽມເພື່ອ ບໍ່ໃຫ້ຍຸງເຂົ້າມາໃນເຮືອນໄດ້ ແລະ ທີ່ສຳຄັນຕ້ອງປະຕິບັດຫລັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກຢ່າງເຂັ້ມງວດ, ຖ້າຮູ້ສຶກ ບໍ່ສະບາຍບໍ່ຄວນຊື້ຢາມາກິນເອງ ຄວນໄປພົບແພດໝໍໃກ້ບ້ານທ່ານ ເຊັ່ນ: ໂຮງໝໍເມືອງ, ແຂວງ, ສູນ ກາງ ແລະ ສຸກສາລາ ເພື່ອຈະໄດ້ໃຫ້ ທ່ານໝໍກວດເບິ່ງ ແລະ ປິ່ນປົວ ໃຫ້ ທັນເວລາ. ສູນຂ່າວສານການແພດສຸຂະ ສຶກສາ ກະຊວງສາທາລະນະສຸກ ໄດ້ລາຍງານໂຕເລກຜູ້ຕິດເຊື້ອພະ ຍາດໄຂ້ຍຸງລາຍໃນທົ່ວປະເທດມາ ຮອດວັນທີ 30 ກໍລະກົດ 2023 ມີຜູ້ ຕິດເຊື້ອໄຂ້ຍຸງລາຍສະສົມ 16.065 ຄົນ, ຕິດເຊື້ອໃໝ່ 178 ຄົນ, ມີຜູ້ເສຍ ຊີວິດສະສົມ 7 ຄົນ, ບໍ່ມີຜູ້ເສຍຊີວິດ ໃໝ່, ສ່ວນແຂວງທີ່ຕິດເຊື້ອພະຍາດ ໄຂ້ຍຸງລາຍຫລາຍກວ່າໝູ່ ແຂວງ ອຸດົມໄຊ 3.313 ຄົນ, ຄຳມ່ວນ 2.635 ຄົນ, ນະຄອນຫລວງວຽງ ຈັນ 1.466 ຄົນ ແລະ ແຂວງອື່ນໆ ຕາມລຳດັບ. ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 03/ສພຊ, 10 ສິງຫາ 2021. ໂດຍສະເພາະຈຸດສຸມທີໜຶ່ງ ກ່ຽວກັບການສົົ່ງເສີມການຜະລິດ ເພື່ອ ທົດແທນການນໍາເຂົົ້າ ແລະ ເປັນສິນຄ້າ ສົົ່ງອອກເພື່ອ ສ້າງຖານລາຍຮັບທີ່ເຂັ້ມ ແຂງ ແລະ ຍືນຍົງ ຊຶ່ງບັນຫາພົ້ນເດັ່ນມີ 3 ຫົວຂໍ້ ເຊັ່ນ: ການສົ່ງເສີມການຜະລິດ ກະສິກຳເປັນສິນຄ້າທົດແທນການນຳ ເຂົ້າ ແລະ ການຄຸ້ມຄອງລາຄາສິນຄ້າ; ການຄຸ້ມຄອງທີ່ດິນກະສິກຳ, ການຈັດ ຕັ້ງປະຕິບັດໂຄງການສຳປະທານທີ່ ເພື່ອການພັດທະນາກະສິກຳ; ການຈັດ ຕັ້ງປະຕິບັດວຽກງານ ພັດທະນາທ່າ ບົກ ແລະ ເຂດໂລຈິດສະຕິກ ແລະ ບັນຫາ ທີ່ກ່າວມານີ້ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພວກ ເຮົາ ກໍໄດ້ເອົາໃຈໃສ່ ແກ້ໄຂໃນຫລາຍ ວິທີ ຄື: ຕິດຕາມກວດກາບັນຫາພົ້ນເດັ່ນ ດັ່ງກ່າວ ໂດຍ ມີ ການ ວິ ເຄາະ ວິ ໄຈໃຫ້ ເຫັນໄດ້ ບັນຫາ, ສາຍເຫດຂອງບັນຫາ ທັງນອກຕົວ ແລະ ໃນຕົວ ໂດຍອີງຕາມ ກົດໝາຍ ແລະ ນິຕິກຳກ່ຽວຂ້ອງ; ກອງ ປະຊຸມປຶກສາຫາລືຮ່ວມກັບ ພາກສ່ວນ ກ່ຽວຂ້ອງ ເພື່ອຄວາມເປັນເອກະພາບ; ລາຍງານຜົນການຕິດ ຕາມກວດກາຕໍ່ ກອງປະຊຸມຄະນະປະຈຳສະພາແຫ່ງ ຊາດ ເພື່ອຂໍທິດຊີ້ນຳ; ອອກແຈ້ງການ ໃຫ້ ພາກ ສ່ວນ ກ່ຽວ ຂ້ອງ ເພື່ອແກ້ໄຂ ຕາມ ພາ ລະ ບົດ ບາດ, ກອບສິດ ແລະ ໜ້າທີ່ ແລະ ຕາມກົດໝາຍ ແລະ ບຽບ ການກ່ຽວຂ້ອງຕາມທິດຊີ້ນຳຂອງ ກອງ ປະຊຸມຄະນະປະຈຳສະພາແຫ່ງ ຊາດ, ຕິດ ຕາມ ການ ແກ້ ໄຂ ບັນ ຫາ ດັ່ງ ກ່າວທີ່ ສະພາແຫ່ງຊາດ ໄດ້ອອກແຈ້ງ ການ; ຕົວຢ່າງ: ການ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານພັດທະ ນາທ່າບົກແລະເຂດໂລຈິດສະຕິກ ຊຶ່ງ ເຫັນ ໄດ້ຫລາຍ ບັນ ຫາ. ກຳມາທິການ ມີການລາຍງານຕໍ່ກອງປະຊຸມ ຄະນະ ປະຈຳ ສະ ພາ ແຫ່ງ ຊາດ ແລະ ກອງ ປະຊຸມຄະນະປະຈຳສະພາແຫ່ງຊາດ ກໍ່ໄດ້ຊີ້ນຳໃຫ້ໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂ. ອີງຕາມການລົງຕິດຕາມກວດ ກາກ່ຽວກັບການແກ້ໄຂບັນຫາຕ່າງໆ ທີ່ກອງປະຊຸມຄະນະປະຈຳໄດ້ຊີ້ນຳໄປ ນັ້ນ ກໍ່ເຫັນໄດ້ວ່າພາກສ່ວນກ່ຽວຂ້ອງ ສາມາດແກ້ໄຂໄດ້ຫລາຍອັນເປັນຕົ້ນ: ໄດ້ມີການກໍານົດໂຄງສ້າງລາຄາຄ່າ ບໍລິການຢູ່ທ່າບົກ; ໄດ້ກວດກາຄືນ ແລະ ປັບປຸງການເກັບຄ່າບໍລິການທີ່ຊໍ້າຊ້ອນ ແລະ ການບໍລິການໃຫ້ວ່ອງໄວຂຶ້ນ; ປັບປຸງ ແລະ ແກ້ໄຂການກວດກາຜູ້ບໍລິ ການແຈ້ງພາສີ (ບໍລິສັດຊິບປິງ) ທີ່ມີ ຫລາຍເກີນໄປ ແລະ ໃຫ້ໄດ້ມາດຕະ ຖານຂຶ້ນ; ໄດ້ແກ້ໄຂບັນຫາການແຈ້ງ ພາສີ ແລະ ການຈັດເກັບຄ່າທໍານຽມ ແລະ ຄ່າບໍລິການພາຫະນະຂົນສົ່ງ ແລະ ຕູ້ສິນຄ້າຈາກຕ່າງປະເທດ ຢູ່ທ່າ ບົກທ່ານາແລ້ງ. ນອກນັ້ນ, ຍັງໄດ້ສະ ເໜີໃຫ້ພາດສ່ວນກ່ຽວຂ້ອງປັບປຸງ ບັນດານິຕິກຳປິ່ນອ້ອມວຽກງານພັດ ທະນາທ່າບົກ ທີ່ຍັງບໍ່ສອດຕ່ອງກັບ ສະພາບ ແລະ ເງື່ອນໄຂຕົວຈິງ ແລະ ຈາກຜົນການລົງເຮັດວຽກຕິດຕາມ ກວດກາຮັບຟັງບັນຫາ ແລະ ຊອກວິທີ ການແກ້ໄຂຮ່ວມກັນກັບພາກສ່ວນ ກ່ຽວຂ້ອງ, ພາຍໃຕ້ການຊີ້ນຳ ຂອງຄະ ນະປະຈຳສະພາແຫ່ງຊາດ ເຫັນໄດ້ວ່າ ບັນຫາດັ່ງກ່າວພາກສ່ວນກ່ຽວຂ້ອງ ແມ່ນໄດ້ ແກ້ໄຂໃຫ້ດີຂຶ້ນຕາມລຳດັບ. ສຸດທ້າຍ ຂໍຝາກໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ແລະ ພາກສ່ວນຕ່າງໆໃນສັງຄົມສິ່ງສຳຄັນ ແມ່ນຢຶດໝັ້ນໃນການປະຕິບັດສິດ, ໜ້າ ທີ່ ແລະ ພັນທະຂອງຄົນຕາມທີ່ນິຕິກຳ ກຳນົດໄວ້; ຂະນະດຽວກັນ, ເປັນເຈົ້າ ການໃນການສອດຊ່ອງສະພາບບັນ ຫາຢ່າງພາວະວິໄສ ແລະ ສ່ອງແສງ ຕາມຄວາມເປັນຈິງ ພ້ອມທັງ ຮ່ວມກັນ ແກ້ໄຂໃຫ້ຖືກຕ້ອງ ກົດໝາຍ ແລະ ລະ ບຽບການ ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ ຂອງພວກເຮົາຈະຫລຸດໜ້ອຍຖອຍລົງ ຢ່າງແນ່ນອນ. ຂອງສະມາຊິກ ໄດ້ຢ່າງມີປະສິດທິ ພາບ. ສະມາຊິກ ກຊກ ຍັງໄດ້ເຂົ້າຮ່ວມ ຝຶກອົບຮົມເຕັກນິກການປູກ ແລະ ການ ລ້ຽງສັດ ກ່ອນທີ່ໄດ້ຮັບສິດໃນການຂໍກູ້ ຢືມເງິນຕົ້ນທຶນ. ທລຍ ໄດ້ສະໜອງເງິນຕົ້ນທຶນ ໃຫ້ ກຊກ ຊຸດທີ 1 ໃນກາງປີ 2021 ແລະ ຊຸດທີ 2 ໃນກາງປີ 2022 ຊຶ່ງເປັນ ຈຳ ນວນເງິນທັງໝົດ 147.872.000 ກີບ ແລະ ເງິນຝາກຂອງສະມາຊິກ ກຊກ ມາ ຮອດເດືອນມິຖຸນາ 2023 ມີຈຳນວນ ທັງໝົດ 45.200.000 ກີບ. ໃນຮອບ ວຽນທີ 1 ປີ 2021, ສາມາດປ່ອຍກູ້ໄດ້ 79.000.000 ກີບ ໃຫ້ແກ່ສະມາຊິກ ກຊກ 28 ຄົນ ເພື່ອນໍາໃຊ້ເຂົ້າໃນການ ລົງທຶນໃສ່ກິດຈະກຳສ້າງລາຍຮັບ ເປັນ ຕົ້ນແມ່ນຄ້າຂາຍຍ່ອຍ ແລະ ການລ້ຽງ ສັດນ້ອຍ (ລ້ຽງສັດປີກ ແລະ ລ້ຽງໝູ) ໃນນີ້ ໄດ້ເອົາເງິນຝາກມາປ່ອຍກູ້ ຈໍາ ນວນ 16.000.000 ກີບ ຈາກເງິນຝາກ ທັງໝົດ 20.000.000 ກີບ ໂດຍໄລ ຍະການກູ້ ແມ່ນ 12 ເດືອນ ໃນອັດຕາ ດອກເບ້ຍ 1% ຕໍ່ເດືອນ.ໃນຮອບວຽນ ທີ 1 ຂອງການປ່ອຍກູ້, ສະມາຊິກ ກຊກ ສາມາດສົ່ງຕົ້ນທຶນຄືນ ແລະ ດອກເບ້ຍໄດ້ 100% (9.440.000 ກີບ). ສໍາລັບການປ່ອຍກູ້ໃນຮອບວຽນ ທີ 2 ແມ່ນ 98.000.000 ກີບ ໃຫ້ແກ່ ສະມຊິກ ກຊກ ຈໍານວນ 26 ຄົນ ໃນນີ້ ໄດ້ປ່ອຍກູ້ຈາກເງິນ ຝາກ 9.000.000 ກີບ ໂດຍໄດ້ນໍາໄປລົງທຶນໃສ່ກິດຈະກຳ ປັບປຸງຊີວິດການເປັນຢູ່ 5 ປະເພດ ຄື: ຕໍ່າຫູກ, ລ້ຽງໄກ່, ລ້ຽງເປັດ, ລ້ຽງໝູ ແລະ ລ້ຽງແບ້ ໃນໄລຍະການກູ້ຢືມ 12 ເດືອນ ແລະ ອັດຕາດອກເບ້ຍ 1% ຕໍ່ ເດືອນ. ໃນຮອບວຽນທີ 2 ຂອງການປ່ອຍ ກູ້, ສະມາຊິກ ກຊກ 4 ຄົນ ສາມາດສົ່ງທຶນ ກູ້ກ່ອນກຳນົດໄດ້ 100% ແລະ ອີກ 22 ຄົນ ໄດ້ຈ່າຍດອກເບ້ຍເປັນປະຈໍາ. ຜ່ານການຈັດຕັ້ງປະຕິບັດກິດຈະ ກຳສ້າງລາຍຮັບໃນໄລຍະຫລາຍກວ່າ 30 ເດືອນ ເຫັນວ່າ ສະມາຊິກ ກຊກ ບ້ານ ນາກາງ ມີລາຍຮັບເພີ່ມຂຶ້ນຫລາຍກວ່າ ໄລຍະກ່ອນການເຂົ້າຮ່ວມກິດຈະ ກຳ ປັບປຸງຊີວິດການເປັນຢູ່ ໂດຍສະເພາະ ມີລາຍຮັບເພີ່ມຂຶ້ນຈາກການຂາຍສັດ, ຂາຍສິ້ນ ແລະ ຄ້າຂາຍຍ່ອຍ ແລະ ເຮັດ ໃຫ້ຊີວິດການເປັນຢູ່ຂອງສະມາຊິກ ກຊກ ມີທ່າອ່ຽງດີຂຶ້ນເທື່ອລະກ້າວ.

RkJQdWJsaXNoZXIy MTc3MTYxMQ==