lnj,;o-qo,u[qf[kfle7ao.odko x5d]tfq,.shla'7q,[=]y9kdg]nvf 40 x u lhk'8A'7tot lao8yrk[ c]t lk,ad7u0v']k; ltstra oc,j py 'dt-;'dko8j k'xtgmf lts]v';a olh k'8A 'ltstra oc,j py ']k; -k;r5 fIj ;,.lj [kf[5 og0Q kra olk xt9exu 2023 xtfa [s]Pow-,y f8trk[.sh m6 f9u o xt9e]k; lts]v';a olh k'8A 'dv'ma [xq fxj vpxt-k-q o9u o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 02.08.2023 ປີທີ 22 ສະບັບທີ 5.732 rda xt-k-oq xt8;y fa]k; mu,j du Pflts'k \oA pon K j ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 rvh ,doa l,5 .l9j fa 8'A xt8[y fa 2 ;k]tcs'j -kf .sgh xoa I[6 xtme ຂປລ. ໃນວັນທີ 1 ສິງຫາ 2023 ນີ້, ກົງກັບມື້ຂຶ້ນ 15 ຄ່ຳເດືອນ 8 ພສ 2566, ເປັນມື້ບຸນເຂົ້າພັນສາພຸດ ທະສາສະນິກະຊົນ ໄດ້ພ້ອມພຽງກັນ ໃສ່ບາດຖະຫວາຍສັງຄະທານແດ່ ພະສົງສາມະເນນ ຢູ່ຕາມວັດວາອາ ຮາມຕ່າງໆ ໃນຂອບເຂດທົ່ວປະ ເທດຕາມຮີດຄອງປະເພນີທີ່ສືບ ທອດກັນມາ. ສະເພາະຢູ່ນະຄອນຫລວງວຽງ ຈັນ ພຸດທະສາສະນິກະຊົນ ກໍໄດ້ຮ່ວມ ກັນໃສ່ບາດຢູ່ຕາມວັດແຫ່ງຕ່າງໆ ຢ່າງຄຶກຄື້ນຖືກຕ້ອງຕາມຮີດຄອງ ປະເພນີ, ວັດທະນະທຳອັນດີງາມ ທີ່ເຄີຍສືບທອດກັນມາແຕ່ບູຮານ ນະການ, ຮັກສາໄດ້ຄວາມເປັນລະ ຂປລ. ເມື່ອບໍ່ດົນມານີ້, ສະຫະພັນ ແມ່ຍິງກະຊວງການຕ່າງປະເທດ ຈັດກິດຈະກຳຕ່າງໆ ເພື່ອເປັນການ ຂປລ. ໃນວັນທີ 31 ກໍລະກົດ 2023 ນິ້, ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາ ລາຂອງ ສະຫາຍ ຈ່ຽງ ຈ້າຍຕຸ່ງ, ຂປລ. ເນື່ອງໃນວັນເສືອໂຄ່ງ ໂລກໃນວັນທີ 29 ກໍລະກົດ 2023 ຜ່ານມານີ້, ສປປ ລາວ ໃຫ້ຄໍາໝັ້ນ ສັນຍາວ່າ: ຈະຟື້ນຟູປະຊາກອນເສືອ ໂຄ່ງຕາມຖິ່ນອາໄສທາງທໍາມະ ຊາດ ເພື່ອເຮັດໃຫ້ປະເທດລາວມີ ເສືອໂຄ່ງ ຢູ່ຕາມຖິ່ນອາໄສທາງທໍາ ມະຊາດ ໃນເຂດອາຊີຕາເວັນອອກ ສ່ຽງໃຕ້ ອີກຄັ້ງໜຶ່ງ ເຊິ່ງລັດຖະບານ ລາວ ໄດ້ຮ່ວມກັບອົງການກອງທຶນ ອະນຸລັກທໍາມະຊາດໂລກ ປະຈໍາ ລາວ (WWF-Laos) ຜັນຂະຫຍາຍ ແຜນດໍາເນີນງານເສືອໂຄ່ງແຫ່ງ ສະຫາຍ ສະເຫລີມໄຊ ກົມມະສິດ (ຂວາ) ]k; 9t2N o26 xt-kdvogln v37j ' 8k,4y j ovkwlmk'me,t-kf ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ສະເຫລີມສະຫລອງວັນສ້າງຕັ້ງສະ ຫະພັນແມ່ຍິງລາວ ຄົບຮອບ 68 ຂປລ. ວັນທີ 31 ກໍລະກົດ 2023 ຜ່ານມາ, ຢູ່ກະຊວງການເງິນ, ໄດ້ ຈັດພິທີປະກາດການຈັດຕັ້ງຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບໜ້າທີ່ ໃໝ່ຢູ່ຄັງເງິນແຫ່ງຊາດ ກະຊວງ ການເງິນ ໂດຍການເປັນປະທານ ຂອງທ່ານ ນາງ ວັນພອນ ພົມມະ ສອນ ຫົວໜ້າຄັງເງິນແຫ່ງຊາດ, ມີຮອງຫົວໜ້າຄັງເງິນແຫ່ງຊາດ, ມີຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການຂອງຄັງເງິນ ແຫ່ງຊາດ ເຂົ້າຮ່ວມ. ໃນພິທີ, ທ່ານນາງ ຍອດ ແພງສົມບັດ ຮອງຫົວໜ້າຄັງເງິນ ແຫ່ງຊາດ ໄດ້ຜ່ານຂໍ້ຕົກລົງຂອງລັດ ຖະມົນຕີກະຊວງການເງິນສະບັບ ເລກທີ 2102/ກງ, ລົງວັນທີ 13 ກໍລະກົດ 2023 ວ່າດ້ວຍການຍົກ ຍ້າຍ ແລະ ແຕ່ງຕັ້ງພະນັກງານຮັບ ໜ້າທີ່ໃໝ່ຢູ່ຄັງເງິນແຫ່ງຊາດ, ລັດ ຖະມົນຕີກະຊວງການເງິນໄດ້ຕົກລົງ ຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ ຮັບໜ້າທີ່ໃໝ່ຢູ່ຄັງເງິນແຫ່ງຊາດ ເຊິ່ງປະກອບມີ: ພະແນກກວດກາ ພາຍໃນ: ແຕ່ງຕັ້ງທ່ານ ພອນສຸກ ສິດທິລາດວົງສາ ຫົວໜ້າພະແນກ ບັນຊີສັງລວມ ເປັນຫົວໜ້າພະແນກ ຂປລ. ສະຖາບັນເລືອດແຫ່ງ ຊາດ ຈັດສຳມະນາທາງວິຊາການ ບົດບາດຂອງສື່ມວນຊົນຕໍ່ການປຸກ ລະດົມບໍລິຈາກເລືອດ ໃນວັນທີ 1 ຕຸລາ 2023 ໂດຍມີຜູ້ຕາງໜ້າຈາກ ສື່ສິ່ງພິມ, ວິທະຍຸ ແລະ ໂທລະພາບ ເຂົ້າຮ່ວມ ເພື່ອແນໃສ່ໃຫ້ສື່ມວນຊົນ ເປັນກະບອກສຽງ, ໂຄສະນາຂໍ້ມູນ ຂ່າວສານທີ່ຖືກຕ້ອງກ່ຽວກັບການ ບໍລິຈາກເລືອດໃຫ້ສັງຄົມໄດ້ຮັບຮູ້ ຢ່າງກວ້າງຂວາງ ເຮັດແນວໃດໃຫ້ ຜູ້ທີ່ມີເງື່ອນໄຂ (ຜູ້ທີ່ສຸຂະພາບແຂງ ແຮງ) ແຕ່ບໍ່ເຄີຍບໍລິຈາກເລືອດໃຫ້ ຫັນມາບໍລິຈາກເລືອດແບບສະໝັກ ໃຈ ເພື່ອຊ່ວຍເຫລືອສັງຄົມຫລາຍ ຂຶ້ນ. ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ໄດ້ຍົກໃຫ້ເຫັນສະພາບລວມຂອງ ວຽກງານເລືອດ ໃນໄລຍະຜ່ານມາ, ການປຸກລະດົມຂົນຂວາຍບໍລິຈາກ ຂປລ. ໃນວັນທີ 1 ສິງຫາ 2023 ນີ້, ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ຈັດກອງປະຊຸມພົບປະ ເພື່ອຫວນຄືນມູນເຊື້ອວັນສ້າງ ເອກອັກຄະລັດຖະທູດວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ໃນໂອກາດທີ່ໄດ້ສໍາເລັດ ການປະຕິບັດໜ້າທີ່ການທູດຕະ ຫລອດໄລຍະ 4 ປີກວ່າ ຢູ່ ສປປ ລາວ. ພ້ອມນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະ ບານ ແຫ່ງ ສປປ ລາວ ປະດັບຫລຽນ ໄຊມິດຕະພາບ ໃຫ້ແກ່ສະຫາຍເອກ ອັກຄະລັດຖະທູດ ຈ່ຽງ ຈ້າຍຕຸ່ງ ເພື່ອເປັນການຍ້ອງຍໍຊົມເຊີຍ, ສັນ ສະເສີນ ແລະ ຈາລຶກຄຸນງາມຄວາມ ດີຕໍ່ຜົນງານໃນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ແລະ ການພົວ ພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດ ຂປລ. ສະຖານທູດຈີນປະຈຳ ລາວ ຈັດງານລ້ຽງ ເພື່ອສະເຫລີມ ສະຫລອງວັນສ້າງຕັ້ງກອງທັບປົດ ປ່ອຍປະຊາຊົນຈີນ ຄົບຮອບ 96 ປີ (1/8/1927-1/8/2023) ໃນ ວັນທີ 1 ສິງຫາ 2023 ທີ່ນະຄອນ ຫລວງວຽງຈັນ ໂດຍການເປັນກຽດ ເຂົ້າຮ່ວມຂອງ ທ່ານ ພົນເອກ ຕັ້ງຄະນະສັນຕິພາບ ແລະ ສາມັກ ຄີຂອງລາວ ຄົບຮອບ 40 ປີ ໂດຍການເລົ່າມູນເຊື້ອຂອງທ່ານ dt-;'dkog'o xtdkf dko9af8A'16 j 7a 'g'ocsj '-kf y y
lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 02/08/2023 xtgmf]k; ຊາວພຸດຮ່ວມໃສ່ບາດ... 40 ປີ... ສື່ມວນຊົນ... ປະດັບຫລຽນໄຊ... ສະຫລອງວັນສ້າງຕັ້ງ... ບຽບຮຽບຮ້ອຍ, ສະຫງົບ ແລະ ປອດໄພ ເຊິ່ງກ່ອນຈະໃສ່ບາດກໍໄດ້ ມີພິທີກຳທາງສາສະໜາ ເປັນຕົ້ນ ຟັງທຳມະເທສະໜາ ແລະ ອື່ນໆ. ນອກນັ້ນ, ຢູ່ບາງວັດ ຍັງມີຜູ້ໃຈບຸນ ນຳເອົານ້ຳຫວານ, ນ້ຳດື່ມ ແລະ ອາ ຫານປະເພດຕ່າງໆ ມາຕັ້ງເປັນໂຮງ ທານ ເພື່ອໃຫ້ມວນຊົນ ຜູ້ມາໃສ່ບາດ ໄດ້ຮັບປະທານ. ທຸກໆປີ ເມື່ອຮອດມື້ຂຶ້ນ 15 ຄ່ຳ ເດືອນ 8 ລາວ ຫລື ວັນເພັງ 15 ຄ່ຳ ເປັນວັນເຂົ້າພັນສາທາງສາສະໜາ ພຸດ ເຊິ່ງກາຍເປັນຮີດຄອງປະເພນີ ອັນດີງາມຂອງລາວ ເຮົາທີ່ເຄີຍ ປະຕິບັດສືບທອດກັນມາແຕ່ບູຮານ ນະການ, ປະຊາຊົນລາວບັນດາເຜົ່າ ໄດ້ປະຕິບັດກັນມາ ໃນທຸກໆປີເພື່ອ ອຸທິດສ່ວນບຸນສ່ວນກຸສົນ ໃຫ້ສຳພະ ເວສີ(ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນ ມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ. ນັບຈາກນີ້ໄປ ເປັນເວລາ 3 ເດືອນ, ພະສົງສຳມະເນນ ຈະໄດ້ບໍາ ເພັນກຸສົນຢູ່ແຕ່ໃນວັດ ແລະ ປົກປັກ ຮັກສາວັດວາອາຮາມ, ໄຫວ້ພະ ສວດມົນ, ເທສະໜາເຜີຍແຜ່ຫລັກ ຄຳສັ່ງສອນຂອງພະພຸດທະເຈົ້າ ໃຫ້ ແກ່ອອກຕົນນຍາດໂຍມໃຫ້ຕັ້ງໜ້າ ຢູ່ໃນສິນໃນທຳ, ໝັ່ນທຳຄວາມດີ ແລະ ສ້າງຜົນປະໂຫຍດໃຫ້ສັງຄົມ. ໂອກາດເຂົ້າພັນປີນີ້, ຂໍໃຫ້ຜູ້ມັກ ດື່ມສິ່ງມຶນເມົາ ຖືເອົາໂອກາດນີ້ເປັນ ປີແຫ່ງການເຊົາຢຸດການດື່ມເຫລົ້າດື່ມເບຍ ຫລື ສິ່ງມຶນເມົາຕ່າງໆ ໃຫ້ ໄດ້, ທັງນີ້ ກໍເພື່ອເປັນການຮັກສາ ສຸຂະພາບຂອງຕົວທ່ານເອງ, ທັງ ເປັນການປະຢັດງົບປະມານຂອງ ຕົນເອງ ແລະ ຄອບຄົວ ໃນໄລຍະທີ່ ມີຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ ໃນປັດຈຸບັນ. ຂ່າວ-ພາບ: ທະນູທອງ ຮອບດ້ານໝັ້ນຄົງຍາວນານ ຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊາ ຕາກໍາ ລາວ-ຈີນ ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຈີນ ໃຫ້ແຕກ ດອກອອກຜົນຢ່າງຕໍ່ເນື່ອງ. ໃນໂອກາດນີ້, ສະຫາຍ ສະເຫລີມ ໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນ ໄຫວວຽກງານຢ່າງຫ້າວຫັນຂອງ ສະຫາຍເອກອັກຄະລັດຖະທູດທີ່ ໄດ້ຊຸກຍູ້ການພົວພັນ ແລະ ການ ຮ່ວມມື ລະຫວ່າງ ສອງປະເທດໃນ ຫລາຍດ້ານ ເປັນຕົ້ນແມ່ນການປະ ກອບສ່ວນໃຫ້ແກ່ການລົງນາມ “ແຜນແມ່ບົດການສ້າງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ ຈີນ-ລາວ”; ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ ແກ່ການເດີນທາງຢ້ຽມຢາມ, ເຂົ້າ ຮ່ວມກອງປະຊຸມ ແລະ ສໍາມະນາ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ ຂອງການນໍາຂັ້ນສູງຂອງ ສອງປະເທດຈາກສູນກາງ ແລະ ທ້ອງຖິ່ນຢ່າງເປັນປົກກະຕິ; ຊຸກຍູ້ ແລະ ຈັດຕັ້ງປະຕິບັດໂຄງການກໍ່ ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ພົ້ນເດັ່ນທີ່ສຸດກໍແມ່ນໂຄງການທາງ ລົດໄຟ ລາວ-ຈີນ ຊຶ່ງເປັນໂຄງ ການໃຫຍທີ່ສຳຄັນ ແລະ ມີລັກສະ ນະປະຫວັດສາດຂອງການຮ່ວມມື ລາວ-ຈີນ ລວມທັງໂຄງການກໍ່ສ້າງ ທາງດ່ວນ ວຽງຈັນ-ວັງວຽງ, ໂຄງ ການກໍ່ສ້າງເຂດພັດທະນາກວມ ລວມໄຊເສດຖາ, ໂຄງການກໍ່ສ້າງ ໂຮງໝໍມະໂຫສົດ, ໂຄງການກໍ່ສ້າງ ເຂດພັດທະນາບຶງທາດຫລວງ, 8 ໂຄງການໃຫຍ່ ທີ່ລັດຖະບານ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫລືອ ສປປ ລາວ ເປັນຕົ້ນໂຄງການບ້ານ ຈັດສັນ 100 x 100, ໂຄງການເຂດ ເສດຖະກິດບໍ່ເຕັນ-ບໍ່ຫານ, ໂຄງ ການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່, ການສົ່ງອອກສິນຄ້າກະສິກໍາ ຈາກລາວໄປຈີນ ໃນນັ້ນລວມທັງ ການສົ່ງອອກງົວຈາກລາວໄປຈີນ. ນອກນັ້ນ, ຍັງໄດ້ປະກອບສ່ວນສຳ ຄັນໃນການຊູກຍູ້ນັກທ່ອງທ່ຽວ ຈີນ ໃຫ້ເຂົ້າມາທ່ຽວຢູ່ລາວບັນລຸ 1 ລ້ານເທື່ອຄົນໃນປິ 2019 ແລະ ໂຄງການອື່ນໆ ທີ່ພົ້ນເດັ່ນອີກຫລາຍ ໂຄງການ ເຊິ່ງທັງໝົດນີ້ໄດ້ນໍາ ເອົາຜົນປະໂຫຍດສູງສຸດມາສູ່ປະ ຊາຊົນລາວ ກໍຄື ໄດ້ປະກອບສ່ວນ ອັນໃຫຍ່ຫລວງເຂົ້າໃນການຮັດ ແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ. ພ້ອມນັ້ນ, ສະຫາຍ ຈຽງ ຈ້າຍຕຸ່ງ ໄດ້ເປັນຂົວຕໍ່ທີ່ສຳຄັນ ແລະ ຊຸກ ຍູ້ການຮ່ວມມືຂອງສອງປະເທດ ທາງດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ວັດທະນະທໍາ ແລະ ຂົງເຂດອື່ນໆ ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ. ນອກຈາກນັ້ນ, ໃນໄລຍະການເກີດສະພາບການ ແພ່ລະບາດຂອງເຊື້ອພະຍາດໂຄ ວິດ-19, ສະຫາຍເອກອັກຄະລັດ ຖະທູດຍັງໄດ້ຊຸກຍູ້ການຊ່ວຍເຫລືອ ອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ໃນການ ຕໍ່ຕ້ານການລະບາດຂອງພະຍາດ ໂຄວິດ-19, ເຊິ່ງໄດ້ຊຸກຍູ້ ແລະ ປະ ສານກັບຝ່າຍຈີນ ໃນການສົ່ງທີມ ແພດຊ່ຽວຊານມາຊ່ວຍ ສປປ ລາວ ໃນໄລຍະທໍາອິດ ພ້ອມທັງໄດ້ສະ ໜອງວັກຊິນ ຈໍານວນ 8,9 ລ້ານ ຫລອດ, ຜ້າອັດປາກ-ດັງ, ອຸປະກອນ ການແພດ ແລະ ການຊ່ວຍເຫລືອ ດ້ານອື່ນໆ ທີ່ຈໍາເປັນຈໍານວນຫລວງ ຫລາຍ. ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງໄປ ຍັງພັກ, ລັດຖະບານ ແລະ ປະຊາຊົນ ຈີນອ້າຍນ້ອງ ໂດຍສະເພາະແມ່ນ ສະຫາຍເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດທຸກຄົນທີ່ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າແກ່ພັກ, ລັດ ຖະບານ ແລະ ປະຊາຊົນລາວໃນ ດ້ານຕ່າງໆ ຕະຫລອດໄລຍະຜ່ານມາ ລວມທັງການຕ້ານ ແລະ ຄວບຄຸມ ການແພ່ລະບາດຂອງພະຍາດໂຄ ວິດ-19 ກໍຄື ການແກ້ໄຂສະພາບ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ຢູ່ ສປປ ລາວ ໃນ ປັດຈຸບັນ. ສະຫາຍ ເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈເປັນ ຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະ ຊາຊົນລາວ ໂດຍສະເພາະແມ່ນກະ ຊວງການຕ່າງປະເທດທີ່ໄດ້ໃຫ້ ການຮ່ວມມື, ສະໜັບສະໜູນ, ຊ່ວຍ ເຫລືອ ແລະ ອໍານວຍຄວາມສະດວກ ເປັນຢ່າງດີ ໃນຕະຫລອດໄລຍະ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງ ຈົບ ງາມ, ພ້ອມທັງໄດ້ສະແດງຄວາມປິ ຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຍ້ອງ ຍໍຊົມເຊີຍຜົນງານ ແລະ ປະດັບ ຫລຽນໄຊມິດຕະພາບອັນມີຄວາມ ໝາຍສໍາຄັນ ໃຫ້ແກ່ຕົນໃນຄັ້ງນີ້, ເຊິ່ງຈະເປັນສັນຍາລັກອັນມີຄວາມ ໝາຍຄວາມສໍາຄັນຕໍ່ການປະກອບ ສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ, ການຮ່ວມ ມືແບບຄູ່ຮ່ວມມືຍຸດທະສາດຮອບ ດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໃຫ້ຈະເລີນງອກ ງາມຍິ່ງໆຂຶ້ນ. ພ້ອມທັງໄດ້ສະແດງ ຄວາມໝາຍໝັ້ນວ່າ ພາຍຫລັງກັບ ຄືນປະເທດແລ້ວ ກໍຍັງຈະສືບຕໍ່ປະ ກອບສ່ວນເຂົ້າໃນການສົ່ງເສີມການ ພົວພັນຮ່ວມມື ທີ່ເປັນມູນເຊື້ອອັນດີ ລະຫວ່າງ ສອງປະເທດ ລາວ-ຈີນ ໃຫ້ພັດທະນາ ແລະ ຂະຫຍາຍຕົວ ຍິ່ງໆຂຶ້ນ ເຊິ່ງສະຫາຍເອກອັກຄະ ລັດຖະທູດ ໄດ້ມີຄວາມຊົງຈໍາທີ່ດີ ຫລາຍດ້ານຕໍ່ລາວ ແລະ ທັງຈະສືບ ຕໍ່ໂຄສະນາສິ່ງທີ່ດີງາມຂອງ ສປປ ລາວ ຕໍ່ ສປ ຈີນ ກໍຄື ຕໍ່ສາກົນ. ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີທ່ານ ພົນ ເອກ ວິໄລ ຫລ້າຄໍາຟອງ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ, ມີ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີທ່ານ ພັນເອກ ພິເສດ ຫລີປິ່ງ ທີ່ປຶກສາ ທູດປ້ອງກັນຊາດແຫ່ງ ສປ ຈີນ ປະ ຈໍາ ສປປ ລາວ ພ້ອມດ້ວຍນາຍ ແລະ ພົນທະຫານ ແລະ ແຂກຖືກເຊີນສອງ ຝ່າຍ ລາວ-ຈີນ ເຂົ້າຮ່ວມ. ທ່ານ ພັນເອກ ພິເສດ ຫລີປິ່ງ ໄດ້ກ່າວວ່າ: ກອງທັບປົດປ່ອຍປະ ຊາຊົນຈີນ ໄດ້ຍຶດໝັ້ນການນໍາພາ ຂອງພັກ, ປະຕິບັດໜ້າທີ່ວຽກງານ ຕາມຄໍາສັ່ງຂອງພັກ, ສູ້ຮົບດ້ວຍ ເລືອດເນື້ອ, ກ້າວໜ້າຢ່າງກ້າຫານ ຊຶ່ງໄດ້ຊະນະກັບສັດຕູທຸກຊັ້ນຄົນ, ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ ການພັດທະນາຊຸກຍູ້ນໍາພາປະເທດ ຈີນ ສູ່ການປົດປ່ອຍເຂັ້ມແຂງຂຶ້ນ ກວ່າເກົ່າ; ກອງທັບປົດປ່ອຍປະຊາ ຊົນຈີນ ຍຶດໝັ້ນການນໍາພາຂອງ ແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິ ຍົມທີ່ມີສີສັນພິເສດຂອງຈີນໃນຍຸກ ສະໄໝໃໝ່, ປະຕິບັດຕາມແນວຄິດ ສີຈິ້ນຜິງ ວ່າດ້ວຍການສ້າງກອງ ທັບໃຫ້ເຂັ້ມແຂງ, ຮັກສາລະບຽບ ການຂອງໂລກຢ່າງເດັດດ່ຽວໜຽວ ແໜ້ນ ແລະ ສະເໝີຕົ້ນສະເໝີປາຍ, ຍົກສູງບົດບາດຂອງຕົນຢ່າງຕໍ່ ເນື່ອງ, ຮ່ວມຈິດຮ່ວມໃຈຜ່ານຜ່າ ຄວາມຫຍຸ້ງຍາກ, ເພີ່ມທະວີການຝຶກ ຊ້ອມທະຫານກຽມພ້ອມສູ້ຮົບ, ສືບ ຕໍ່ລົງເລິກປະຕິວັດ, ກໍາລັງກ້າວໄປ ໜ້າໃນຂະບວນການຟື້ນຟູຄວາມ ຈະເລີນຄືນໃໝ່ຂອງປະເທດຈີນ. ທ່ານ ພັນເອກ ພິເສດ ຫລີປິ່ງ ຍັງໄດ້ກ່າວອີກວ່າ: ປະເທດລາວ ແລະ ປະເທດຈີນ ເປັນສອງປະເທດ ທີ່ມີສາຍນໍ້າ, ສາຍພູຕິດຈອດກັນ, ເປັນສອງປະເທດທີ່ມີຄວາມໄວ້ເນື້ອ ເຊື່ອໃຈກັນ ເປັນສະຫາຍທີ່ດີ, ເພື່ອນ ມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີກັບທັງ ສອງຝ່າຍ. ພາຍ ໃຕ້ການນໍາພາຂອງການນໍາຂອງ ສອງພັກ, ລັດ ລາວ-ຈີນ, ການສ້າງ ສາຍພົວພັນຄູ່ຮ່ວມຊາຕາກໍາລາວຈີນ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດ ຢັ້ງ ແລະ ໄດ້ປາກົດຜົນເປັນຈິງ; ການ ຮ່ວມມືລະຫວ່າງສອງກອງທັບ ໄດ້ມີການພັດທະນາໃນຂອບເຂດ ທີ່ກວ້າງຂວາງຂຶ້ນກວ່າເກົ່າ,ລະດັບ ສູງຂຶ້ນກວ່າເກົ່າ ແລະ ເລິກເຊິ່ງກວ່າ ເກົ່າ, ໂດຍສະເພາະແມ່ນດ້ານການ ເມືອງ, ການຮ່ວມຝຶກຊ້ອມທະຫານ, ການແພດ ແລະ ການຝຶກອົບຮົມພະ ນັກງານແມ່ນໄດ້ຮັບຜົນສໍາເລັດ ເປັນຢ່າງດີ. ໃນເດືອນພຶດສະພາ ປີ 2023 ຜ່ານມາ, ສອງປະເທດລາວ ແລະ ຈີນ ໄດ້ຈັດການຊ້ອມຮົບຮ່ວມ ຊຶ່ງເປັນ ການຊ້ອມຮົບຮ່ວມຄັ້ງທໍາອິດລະ ຫວ່າງກອງທະຫານທັງສອງຝ່າຍ ຊຶ່ງມີຄວາມໝາຍຄວາມສຳຄັນ ຫລາຍໃນການພັດທະນາສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອລະ ຫວ່າງສອງຝ່າຍ, ຍົກສູງຄວາມສາ ມາດໃນການສູ້ຮົບຮ່ວມກັນ ແລະ ຮັກສາຄວາມປອດໄພ ແລະ ສະ ຖຽນລະພາບໃນພາກພື້ນ. ສຳລັບ ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດ ໃຈທີ່ການນໍາຂອງສອງພັກ, ສອງ ປະເທດ ໄດ້ເຫັນດີເປັນເອກະພາບ ກັນ, ສືບຕໍ່ເພີ່ມທະວີການຮ່ວມມືໃນ ຂົງເຂດການປ້ອງກັນປະເທດ ເພື່ອ ໃຫ້ເກີດດອກອອກຜົນ, ສືບຕໍ່ສະໜັບ ສະໜູນຊຶ່ງກັນ ແລະ ກັນເພື່ອສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເຂົ້າ ສູ່ລວງເລິກ, ສືບຕໍ່ປະກອບສ່ວນເຂົ້າ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ຂ່າວ-ພາບ: ໜັງສືພິມປະຊາຊົນ ສົມມາດ ພົນເສນາ ກໍາມະການສູນ ກາງພັກ, ຮອງປະທານສະພາແຫ່ງ ຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ. ໂອກາດນີ້, ທ່ານ ສົມມາດ ພົນເສນາ ໃຫ້ຮູ້ວ່າ: ຄະນະສັນຕິ ພາບ ແລະ ສາມັກຄີຂອງລາວ ແຕ່ ກ່ອນເອີ້ນວ່າ ຄະນະກຳມະການ ລາວ ເພື່ອສັນຕິພາບ, ສາມັກຄີ ແລະ ມິດຕະພາບກັບປະຊາຊາດແມ່ນອົງ ການຈັດຕັ້ງສັງຄົມຂອງລາວ, ສ້າງ ຕັ້ງຂຶ້ນໃນວັນທີ 1 ສິງຫາ 1983 ໂດຍແມ່ນ ທ່ານ ສິງກະໂປ ສີໂຄດ ຈຸນລະມາລີ ເປັນປະທານຜູ້ທຳອິດ. ໃນເວລານັ້ນ, ຄະນະກຳມະການນີ້ ມີຖານະເປັນອົງການຈັດຕັ້ງທີ່ມີ ງົບປະມານ ແລະ ກົງຈັກສະເພາະ. ມາຮອດປີ 1999, ກົມການເມືອງ ສູນກາງພັກ ໄດ້ຕົກລົງໂອນຄະນະ ກຳມະການລາວ ເພື່ອສັນຕິພາບ,ສາ ມັກຄີ ແລະ ມິດຕະພາບ ກັບປະຊາ ຊາດ ມາຂຶ້ນກັບຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ປ່ຽນຊື່ ມາເປັນຄະນະສັນຕິພາບ ແລະ ສາ ມັກຄີຂອງລາວ ແລະ ແຕ່ງຕັ້ງທ່ານ ສິໂຫ ບັນນະວົງ ຮອງປະທານສູູນ ກາງແນວລາວສ້າງຊາດ ໃນເວລາ ນັ້ນ ເປັນປະທານ. ນັບແຕ່ນັ້ນມາ, ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໄດ້ມີການປັບປຸງກົງຈັກ ການຈັດຕັ້ງ 3 ຄັ້ງ, ຄັ້ງທີ 1 ແມ່ນ ທ່ານ ຄໍາພັນ ສິມມາລາວົງ (20082016), ນັກການທູດອາວຸໂສ ເປັນ ປະທານ, ຄັ້ງທີ 2 (2016-2022) ແມ່ນ ທ່ານ ສົມພັນ ແພງຄໍາມີ ກໍາ ມະການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ (ໃນເວລານັ້ນ) ເປັນປະທານ ແລະ ຄັ້ງທີ 3 (2022- ປັດຈຸບັນ) ແມ່ນ ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນ ປະທານ ແລະ ປະກອບມີຮອງປະ ທານ, ເລຂາທິການ ແລະ ກໍາມະການ ລວມທັງໝົດ 9 ທ່ານ, ແຕ່ລະທ່ານ ບໍ່ໄດ້ປະຈໍາການ, ສ່ວນຫ້ອງການ ແລະ ກອງເລຂາ ທີ່ເຮັດວຽກແມ່ນ ກົມການທູດປະຊາຊົນ ຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງປະສານງານ ແລະ ເຮັດວຽກປະຈຳ. ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ມີພາລະບົດບາດປະກອບ ສ່ວນສະໜັບສະໜູນເພື່ອສ້າງ ເງື່ອນໄຂ, ສະພາບແວດລ້ອມທີ່ເອື້ອ ອຳນວຍໃຫ້ແກ່ສັນຕິພາບ, ມິດຕະ ພາບ ແລະ ການພັດທະນາເພື່ອພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ເພື່ອຜົນປະ ໂຫຍດແຫ່ງສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືເພື່ອການ ພັດທະນາ ຂອງພາກພື້ນ ແລະ ຂອງ ໂລກ, ເຄື່ອນໄຫວພາຍໃຕ້ແນວ ທາງຂອງພັກ, ນະໂຍບາຍ ຂອງລັດ ໃນແຕ່ລະໄລຍະ ເປັນຕົ້ນ ແນວທາງ ການຕ່າງປະເທດ ສັນຕິພາບ, ເອກະ ລາດ, ມິດຕະພາບ, ການຮ່ວມມື ເພື່ອການພັດທະນາ ແລະ ຂະຫຍາຍ ການພົວພັນຮ່ວມມືຫລາຍທິດ, ຫລາຍຝ່າຍ, ຫລາຍຮູບແບບ, ຫລາຍ ລະດັບ ບົນພື້ນຖານເຄົາລົບເອກະ ລາດ, ອໍານາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ເຄື່ອນໄຫວປະກອບສ່ວນ ສ້າງສະພາບແວດລ້ອມ ເອື້ອອໍາ ນວຍໃຫ້ແກ່ການສ້າງສັນຕິພາບ, ມິດຕະພາບ ແລະ ການພັດທະນາທັງ ພາຍໃນ ກໍ່ຄືພາກພື້ນ ແລະ ໃນໂລກ. ຜົນສຳເລັດອັນພົ້ນເດັ່ນໃນໄລ ຍະຜ່ານມາ ຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແມ່ນການ ປະກອບສ່ວນເຄື່ອນໄຫວສ້າງສະ ພາບແວດລ້ອມ ເອື້ອອໍານວຍໃຫ້ ແກ່ການສ້າງສັນຕິພາບ ແລະ ການ ພັດ ທະນາທັງພາຍໃນ ແລະ ຕ່າງ ປະເທດ ເຮັດໃຫ້ສາກົນຮັບຮູ້ບົດ ບາດຂອງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ກໍຄືບົດບາດ ຂອງ ສປປ ລາວ. ສະນັ້ນ, ໃນປີ 2008, ຄະນະກຳມະການຄ້ອງສັນ ຕິພາບໂລກ ອິນໂດເນເຊຍ ໄດ້ມອບ ລາງວັນອັນຊົງກຽດຄື “ຄ້ອງສັນ ຕິພາບໂລກ (world Peace Gong)” ໃຫ້ແກ່ ສປປ ລາວ ເຊິ່ງ ເປັນປະເທດທໍາອິດໃນບັນດາປະ ເທດອາຊຽນ ແລະ ເປັນປະເທດທີ 4 ໃນໂລກ (ຖັດຈາກ ສປ ຈີນ, ອິນເດຍ, ໂມຊໍາບິກ) ທີ່ໄດ້ຮັບລາງ ວັນອັນຊົງກຽດດັ່ງກ່າວຈາກຄະ ນະກໍາມະການສັນຕິພາບໂລກອິນ ໂດເນເຊຍ. ປັດຈຸບັນຄ້ອງດັ່ງກ່າວ ປະດິດສະຖານໄວ້ຢູ່ສວນປະຕູໄຊ. ນອກນັ້ນ, ຜົນງານການເຄື່ອນ ໄຫວອັນພົ້ນເດັ່ນ ໄດ້ຈັດກິດຈະກຳ ລະດົມປັດໄຈ ເພື່ອຊ່ວຍເຫລືອຜູ້ ປະສົບໄພທຳມະຊາດທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຈັດຄອນ ເສີດລະດົມທຶນ ເພື່ອຊ່ວຍເຫລືອປະ ຊາຊົນທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມ ຢູ່ 3 ແຂວງພາກໃຕ້ ຂອງ ລາວປີ 2009 ໄດ້ 300 ກວ່າລ້ານ ກີບ, ຈັດຄອນເສີດລະດົມປັດໄຈ ຊ່ວຍເຫລືອ ປະຊາຊົນປະເທດໄຮຕິ ປະສົບແຜ່ນ ດິນໄຫວ ປີ 2010 ມູນຄ່າ 15.000 ໂດລາສະຫະລັດ ແລະ ຈັດຄອນເສີດລະດົມປັດໄຈ ຊ່ວຍເຫລືອປະຊາຊົນຍີ່ປຸ່ນ ປະສົບ ໄພສຶນາມິ ໃນເດືອນມີນາ ປີ 2011 ໄດ້ 500 ກວ່າລ້ານກີບ, ເປັນເຈົ້າ ພາບຈັດກອງປະຊຸມຂົງເຂດ ອາຊີ ປາຊີຟິກ ແລະ ກອງປະຊຸມຄະນະເລ ຂາຂອງ ສະພາສັນຕິພາບໂລກ ໃນປີ 2019. ພ້ອມນີ້, ຍັງໄດ້ຂົນຂວາຍ ທຶນຮອນນໍາຄູ່ຮ່ວມມືມາສ້າງສາ ພັດທະນາ ສປປ ລາວ, ນັບແຕ່ປີ 2013-2022 ໄດ້ລະດົມຂົນຂວາຍ ທຶນຈາກອົງການສັນຕິພາບເພື່ອນ ມິດ ມາສ້າງສາພັດທະນາຢູ່ ສປປ ລາວ ເປັນຕົ້ນ ສ້າງພື້ນຖານໂຄງ ລ່າງດ້ານການສຶກສາ ເຊິ່ງໄດ້ສ້າງ ໂຮງຮຽນປະຖົມ ແລະ ມັດທະຍົມ ໄດ້ທັງໝົດ 17 ຫລັງ ແລະ ອຸປະກອນ ການຮຽນການສອນ ລວມມູນຄ່າ 3 ລ້ານກວ່າໂດລາສະຫະລັດ ແລະ 15 ລ້ານກວ່າຢວນ. ພ້ອມນັ້ນ, ຍັງ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ເພື່ອຕ້ານການຊ່ວງເສັງການປະ ກອບອາວຸດ, ຕ້ານການໃຊ້ກຳລັງ ທະຫານ ແລະ ສະໜັບສະໜູນຖະ ແຫລງການຕ່າງໆ ຂອງສະພາສັນ ຕິພາບໂລກ, ອົງການຈັດຕັ້ງສັນຕິ ພາບພາກພື້ນຕ່າງໆ. ສຳລັບທິດທາງແຜນການ ເຄື່ອນໄຫວໃນຕໍ່ໜ້າຄະນະສັນຕິ ພາບ ແລະ ສາມັກຄີ ຂອງລາວຈະ ສືບຕໍ່ປະຕິບັດຕາມພາລະບົດບາດ ໃນການໂຄສະນາ, ເຜີຍແຜ່ກ່ຽວກັບ ສັນຕິພາບ ແລະ ການພັດທະນາ ແລະ ຜົນຮ້າຍຂອງສົງຄາມ, ສືບຕໍ່ ປະກອບສ່ວນສ້າງສະພາບແວດ ລ້ອມອັນເອື້ອອໍານວຍ ໃນການສ້າງ ສັນຕິພາບໃນພາກພື້ນ ແລະ ໃນ ໂລກຕາມເງື່ອນໄຂ ແລະ ຄວາມສາ ມາດຕົວຈິງຂອງຕົນ, ສືບຕໍ່ພົວພັນ ຮ່ວມມືຢ່າງໃກ້ຊິດກັບສະພາສັນ ຕິພາບໂລກ, ອົງການສັນຕິພາບ ເພື່ອນ ມິດຍຸດທະສາດ, ອົງການສັນ ຕິພາບພາກພື້ນປະກອບສ່ວນເຂົ້າ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພຶ້ນ ແລະ ສາກົນ, ສືບຕໍ່ເຂົ້າຮ່ວມກອງປະຊຸມ ສາກົນຕ່າງໆ ແລະ ສະໜັບສະໜູນ ວຽກງານສັນຕິພາບ ເພື່ອເສີມຂະ ຫຍາຍບົດບາດຂອງອົງການສັນຕິ ພາບ ຂອງລາວໃຫ້ເດັ່ນຂຶ້ນຕື່ມໃນ ເວທີສາກົນ ແລະ ສືບຕໍ່ລະດົມຂົນ ເລືອດ ແມ່ນໄດ້ຮັບການສະໜັບສະ ໜູນ ແລະ ເຂົ້າຮ່ວມຈາກທຸກພາກ ສ່ວນໃນສັງຄົມຢ່າງກວ້າງຂວາງ ນັບ ແຕ່ສູນກາງລົງຮອດທ້ອງ ຖິ່ນ, ໃນປີ 2022 ສະຖາບັນເລືອດ ແຫ່ງຊາດ ແລະ ສູນເລືອດແຂວງ ໃນຂອບເຂດທົ່ວປະເທດ ໄດ້ຮ່ວມ ກັບການຈັດຕັ້ງຂັ້ນຕ່າງໆທີ່ກ່ຽວ ຂ້ອງປຸກລະດົມ ແລະ ຈັດກິດຈະກຳ ຮັບ ບໍລິຈາກເລືອດ ໄດ້ຫລາຍກວ່າ 1.993 ຄັ້ງ, ມີຜູ້ເຂົ້າຮ່ວມຂະບວນ ປຸກລະດົມການບໍລິຈາກເລືອດ 190.318 ເທື່ອຄົນ ແລະ ໄດ້ຮັບ ເລືອດຕົວຈິງ 67.017 ເທື່ອຄົນ/ ຖົງ ຫລື ເທົ່າກັບ 99% ຂອງແຜນການ (ແຜນການແມ່ນ 68.000 ຖົງ), ເຊິ່ງເປີເຊັນຜູ້ບໍລິຈາກເລືອດແບບ ສະໝັກໃຈບໍ່ຮຽກຮ້ອງສິ່ງຕອບ ແທນກວມເອົາ 71% ຂອງການ ບໍລິ ຈາກເລືອດທັງໝົດ, ອີກ 29% ແມ່ນການບໍລິຈາກເລືອດແບບພີ່ ນ້ອງ, ສາມາດຕອບສະໜອງເລືອດ ແລະ ສ່ວນປະກອບຂອງເລືອດໄດ້ 78.523 ຖົງ, ຄົນເຈັບຫລາຍກວ່າ 45.000 ຄົນ ໄດ້ຮັບການໃສ່ເລືອດ ແລະ ຫລາຍຊີວິດໄດ້ຮັບການຊ່ວຍ ເຫລືອ. ສຳລັບສະຖາບັນເລືອດແຫ່ງ ຊາດ ໃນປີ 2022 ມີຜູ້ຕິດຕໍ່ພົວພັນ ທັງໝົດ 934 ຄັ້ງ, ອອກຮັບບໍລິຈາກ ໄດ້ 475 ຄັ້ງ, ມີຜູ້ເຂົ້າຮ່ວມ 18.051 ເທື່ອຄົນ, ມີຜູ້ບໍລິຈາກທັງໝົດ 15.510 ຄົນ, ບໍລິຈາກໃນສູນໄດ້ 16.033 ລວມທັງໝົດ 31.543 ເທື່ອຄົນ (ແຜນການ26.310ຖົງ, ລື່ນແຜນການ 5.233 ຖົງ). ສໍາລັບ ໃນໄລຍະ 6 ເດືອນຕົ້ນ ປີ 2023, ທົ່ວປະເທດ ສາມາດຮັບ ບໍລິຈາກເລືອດ ໄດ້ທັງໝົດ 34.614 ຖົງ, ເທົ່າກັບ 47% ຂອງແຜນການ ປີ, ໃນຂະນະທີ່ໝົດປີ 2023 ນີ້, ສະພາແຫ່ງຊາດ ມີມະຕິຕົກລົງຮັບ ຮອງເອົາແຜນການຄາດໝາຍສູ້ ຊົນໃນການປຸກລະດົມຮັບບໍລິຈາກ ເລືອດໃນທົ່ວປະເທດ ໃຫ້ບັນລຸ 73.000 ຖົງ. ໃນນີ້, ສູນກາງຕ້ອງ ໃຫ້ ບັນລຸ 30.520 ຖົງ ແລະ ທ້ອງ ຖິ່ນໃຫ້ບັນລຸ 42.480 ຖົງ ໂດຍໄດ້ ແບ່ງຕົວເລກໃຫ້ແຕ່ລະແຂວງນໍາ ໄປຈັດຕັ້ງປະຕິບັດ. ການສຳມະນາຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຜັດປ່ຽນກັນປະກອບຄຳ ຄິດຄຳເຫັນ ແລະ ຊອກຫາວິທີທາງ ຕ່າງໆ ເພື່ອຈະປຸກລະດົມໃຫ້ສັງຄົມ ຫັນມາບໍລິຈາກເລືອດແບບສະໝັກ ໃຈ ແລະ ຫັນມາສົນໃຈຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ນັບມື້ຫລາຍຂຶ້ນ ໂດຍສະເພາະ ເຊີນຊວນໃຫ້ຜູ້ທີ່ບໍ່ ເຄີຍບໍລິຈາກເລືອດ ແລະ ຜູ້ທີ່ເຄີຍບໍ ລິຈາກເລືອດມາແລ້ວ ຈົ່ງກັບຄືນມາ ບໍລິຈາກເລືອດຢ່າງສະໝໍ່າສະເໝີ ຕະຫລອດປີ ເພື່ອໃຫ້ມີເລືອດແຮ ໄວ້ຢ່າງພຽງພໍ. ຂ່າວ: ກິດຕາ ຂວາຍທຶນ ມາສ້າງສາພັດທະນາ ສປປ ລາວ ໃຫ້ນັບມື້ກວ້າງຂວາງ ແລະ ຫລາຍຂຶ້ນກວ່າເກົ່າ. ພາບ: ຂັນໄຊ
xtgmf]k; 3 02/08/2023 0kj ; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj 'wl gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ວັນເພັງ dyf9tdexa[x5'-u;yfdkogxao16j grnjvcdhw07;k,m5dpkd 16j[hkookdk' ໂດຍ: ທລຍ ເມືອງໃໝ່ ໂດຍ: ມາລີດາ ]af4t[ko g]aj'lqj'glu, dkozt]fy rkp.omfq cmodkooeg0kQ w0ph '5]kp gxoa rtpkf mujvao8t]kp8+7qogIqk * ບ້ານນາກາງ, ກຸ່ມເທສະບານ ເມືອງໃໝ່ ເປັນບ້ານໜຶ່ງທີ່ນອນໃນ 24 ບ້ານເປົ້າໜາຍຊຸດທີ 1 ຂອງໂຄງການ ຫລຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະເພີ່ມທຶນ ຢູ່ເມືອງໃໝ່, ແຂວງ ຜົ້ງສາລີ. ບ້ານນາກາງ ໄດ້ເຂົ້າຮ່ວມປະ ຕິບັດກິດຈະກຳການຊ່ວຍເຫລືອຂອງ ໂຄງການ ທລຍ 3 ໄລຍະເພີ່ມທຶນ ມາ ແຕ່ຕົ້ນປີ 2021 ເປັນຕົ້ນແມ່ນກິດຈະ ກໍາປັບປຸງຊີວິດການເປັນຢູ່ ຊຶ່ງໄດ້ ສ້າງຕັ້ງກຸ່ມຊ່ວຍເຫລືອກັນແກ້ໄຂ ຄວາມທຸກຍາກ (ກຊກ) ໄດ້ 5 ກຸ່ມ, ມີສະມາຊິກທັງໜົດ 72 ຄົນ (ຍິງ 60 ຄົນ) ແລະ ໄດ້ຄັດເລືອກເອົາຄະນະ ກຳມະການບໍລິຫານກອງທຶນ ກຊກ ບ້ານ ຈຳນວນ 5 ທ່ານ ແລະ ໄດ້ຮັບ ການຝຶກອົບຮົມດ້ານການບັນຊີ ແລະ ການເງິນ ຈາກ ທລຍ ເພື່ອໃຫ້ສາມາດ ຄຸ້ມຄອງເງິນຕົ້ນທຶນ ແລະ ເງິນຝາກ * ທ່ານ ລິນຄໍາ ດວງສະຫວັນ ໃຫ້ ສໍາພາດ ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ການຈັດຕັ້ງປະຕິບັດຜົນງານອັນພົ້ນ ເດັ່ນໃນຂົງເຂດ ຂອງກໍາມາທິການ ເສດຖະກິດ, ເຕັກໂນໂລຊີແລະສິ່ງແວດ ລ້ອມ ວຽກງານຕິດຕາມກວດກາແມ່ນ ໜຶ່ງ ໃນສາມພາລະບົດບາດຫລັກຂອງ ກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ການຕິດຕາມກວດ ກາແມ່ນໄດ້ຈັດຕັ້ງປະຕິບັດຕາມແຜນ ປະຈຳປີປົກກະຕິ ໂດຍສະເພາະຕິດຕາມ ກວດກາການຈັດຕັ້ງປະຕິບັດ ບັນດາ ກົດໝາຍ, ນະໂຍບາຍ, ແຜນພັດທະນາ ແລະ ມະຕິຕ່າງໆ ທີ່ກອງປະຊຸມສະພາ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ ຮັບຮອງ. ນອກນັ້ນ ຍັງໄດ້ຕິດຕາມ ກວດກາບັນ ຫາ ເຄັ່ງ ຮ້ອນ ແລະ ຮີບ ດ່ວນຂອງສັງຄົມ. ການຕິດຕາມກວດ ຂອງກໍາມາທິການ ໃນຫົກເດືອນຕົ້ນປີ ກໍ່ຄື ເລີ່ມແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດ ທີ IX ໄດ້ມີຫລາຍຫົວຂໍ້ຕິດພັນກັບຂົງ ເຂດ ເສດ ຖະ ກິດ, ເຕັກ ໂນ ໂລ ຊີ ແລະ ສິ່ງ ແວດ ລ້ອມ ໃນ ນັ້ນເຫັນ ໄດ້ບັນຫາ ພົ້ນເດັ່ນ ແລະ ເຄັ່ງຮ້ອນຫລາຍບັນຫາ ໃນນີ້, ຂໍຍົກໃຫ້ເຫັນສາມບັນຫາທີ່ຕິດ ພັນກັບ ມະຕິກອງປະຊຸມສະພາແຫ່ງ ຊາດວ່າດ້ວຍການຮັບຮອງເອົາ ວາລະ ແຫ່ງຊາດ ກ່ຽວກັບການແກ້ໄຂຄວາມ * ພະຍາດໄຂ້ຍຸງລາຍ ຫລື ພະ ຍາດໄຂ້ເລືອດອອກ ເປັນໜຶ່ງພະ ຍາດທີ່ອັນຕະລາຍຕໍ່ຄົນເຮົາ, ທັງ ເປັນພະຍາດຊໍ້າເຮື້ອເກີດຂຶ້ນມາດົນ ນານ ແລະ ເກີດຂຶ້ນໃນແຕ່ລະປີ ເຮັດ ໃຫ້ມີຜູ້ຕິດເຊື້ອພະຍາດດັ່ງກ່າວມີ ຈຳນວນຫລາຍ, ພະຍາດໄຂ້ຍຸງ ລາຍມັກເກີດຂຶ້ນໃນໄລຍະລະດູຝົນ ເລີ່ມແຕ່ເດືອນພຶດສະພາ ຫາ ເດືອນ ສິງຫາ, ແຕ່ພົບຫລາຍແມ່ນເດືອນ ກໍລະກົດ ແລະ ເດືອນສິງຫາ, ໃນປັດ ຈຸບັນ ເນື່ອງຈາກສະພາບອາກາດ ມີການປ່ຽນແປງ ເຮັດໃຫ້ຝົນຕົກບໍ່ ຖືກຕາມລະດູການຈຶ່ງເປັນສາເຫດ ໜຶ່ງທີ່ເຮັດໃຫ້ມີການແຜ່ພັນຂອງ ຍຸງລາຍເພີ່ມຂຶ້ນ. ຂໍ້ມູນຈາກ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາ ລະນະສຸກໃຫ້ຮູ້ວ່າ: ພະຍາດໄຂ້ຍຸງ ລາຍ ມັກເກີດຂຶ້ນໃນຊຸມຊົນແອອັດ ແລະ ເກີດຍ້ອນເຊື້ອພະຍາດ ໂດຍ ແມ່ນຍຸງລາຍເປັນພາຫະນໍາເຊື້ອ, ຍຸງລາຍນີ້ເປັນໂຕລາຍສີດໍາສະຫລັບ ສີຂາວຢູ່ຕາມຕົນຕົວຂອງມັນ, ຖ້າ ຍຸງລາຍໄປກັດຄົນທີ່ມີເຊື້ອໄຂ້ຍຸງ ລາຍມັນຈະຂະຫຍາຍຕົວຢູ່ໃນຍຸງ, ເມື່ອຍຸງໂຕນີ້ ໄປກັດຄົນອື່ນໆ ທີ່ມີ ສຸຂະພາບແຂງແຮງກໍຈະສົ່ງເຊື້ອ ພະຍາດໄຂ້ຍຸງລາຍໃສ່ຄົນອື່ນຕໍ່ໆ ໄປ. ສຳລັບຍຸງລາຍທີ່ມີເຊື້ອພະຍາດ ໄຂ້ຍຸງລາຍມາກັດ ສ່ວນຫລາຍແມ່ນ ກັດຄົນໃນເວລາກາງເວັນເຊັ່ນ: ເວ ລາໃກ້ຈະແຈ້ງ (6 ໂມງເຊົ້າ) ແລະ ເວລາ ຄໍ່າມືດ (6 ໂມງແລງ). ຖ້າຄົນ ເຈັບເປັນໄຂ້ເລືອດອອກຢູ່ໃນບ້ານ ໃດໜຶ່ງ ແລະ ຍຸງລາຍນັ້ນໄປກັດເອົາ ຄົນອື່ນໆ ກໍພາໃຫ້ເກີດມີຄົນເຈັບໄຂ້ ເລືອດອອກແຜ່ຂະຫຍາຍໄປໃນບ້ານ ເພາະຍຸງໂຕນັ້ນສາມາດບິນໄປໄດ້ 400 ແມັດ ຈຶ່ງພາໃຫ້ເກີດເປັນພະ ຍາດໄຂ້ຍຸງລາຍ ແລະ ຕິດຕໍ່ໄປໝູ່ບ້ານ ອື່ນໆ ເປັນໄຂ້ເລືອດອອກໃນບ້ານນັ້ນ ອີກຕໍ່ໆໄປ, ຍ້ອນວ່າຍຸງລາຍມີຢູ່ທຸກ ບ່ອນໃນເມື່ອຄົນເຈັບເປັນໄຂ້ເລືອດ ອອກຢູ່ບ່ອນໃດ, ຢູ່ ບ່ອນນັ້ນມັກຈະ ເກີດມີການແຜ່ຂະຫຍາຍໄວ ຖ້າບໍ່ມີ ມາດຕະການໃນການຄວບຄຸມພະ ຍາດດັ່ງກ່າວໃຫ້ດີ. ສະນັ້ນ, ອີກວິທີການປ້ອງກັນ ຕົນເອງບໍ່ໃຫ້ເປັນໄຂ້ຍຸງລາຍຄື: ການນອນໃນມຸ້ງທັງກາງເວັນ ແລະ ກາງຄືນ, ນຸ່ງໂສ້ງຂາຍາວ, ເສື້ອ ແຂນຍາວ ເພື່ອປ້ອງກັນບໍ່ໃຫ້ຍຸງ ກັດ, ທາຢາກັນຍຸງ, ຈູດທູບໄລ່ຍຸງ, ພົ່ນຢາຂ້າຍຸງ. ພ້ອມນັ້ນ, ຖ້າເປັນ ການດີໃນເຮືອນຄວນໃສ່ຕາໜ່າງ ກັນຍຸງໃນປະຕູ ແລະ ປ່ອງຢ້ຽມເພື່ອ ບໍ່ໃຫ້ຍຸງເຂົ້າມາໃນເຮືອນໄດ້ ແລະ ທີ່ສຳຄັນຕ້ອງປະຕິບັດຫລັກການ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກຢ່າງເຂັ້ມງວດ, ຖ້າຮູ້ສຶກ ບໍ່ສະບາຍບໍ່ຄວນຊື້ຢາມາກິນເອງ ຄວນໄປພົບແພດໝໍໃກ້ບ້ານທ່ານ ເຊັ່ນ: ໂຮງໝໍເມືອງ, ແຂວງ, ສູນ ກາງ ແລະ ສຸກສາລາ ເພື່ອຈະໄດ້ໃຫ້ ທ່ານໝໍກວດເບິ່ງ ແລະ ປິ່ນປົວ ໃຫ້ ທັນເວລາ. ສູນຂ່າວສານການແພດສຸຂະ ສຶກສາ ກະຊວງສາທາລະນະສຸກ ໄດ້ລາຍງານໂຕເລກຜູ້ຕິດເຊື້ອພະ ຍາດໄຂ້ຍຸງລາຍໃນທົ່ວປະເທດມາ ຮອດວັນທີ 30 ກໍລະກົດ 2023 ມີຜູ້ ຕິດເຊື້ອໄຂ້ຍຸງລາຍສະສົມ 16.065 ຄົນ, ຕິດເຊື້ອໃໝ່ 178 ຄົນ, ມີຜູ້ເສຍ ຊີວິດສະສົມ 7 ຄົນ, ບໍ່ມີຜູ້ເສຍຊີວິດ ໃໝ່, ສ່ວນແຂວງທີ່ຕິດເຊື້ອພະຍາດ ໄຂ້ຍຸງລາຍຫລາຍກວ່າໝູ່ ແຂວງ ອຸດົມໄຊ 3.313 ຄົນ, ຄຳມ່ວນ 2.635 ຄົນ, ນະຄອນຫລວງວຽງ ຈັນ 1.466 ຄົນ ແລະ ແຂວງອື່ນໆ ຕາມລຳດັບ. ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ສະບັບເລກທີ 03/ສພຊ, 10 ສິງຫາ 2021. ໂດຍສະເພາະຈຸດສຸມທີໜຶ່ງ ກ່ຽວກັບການສົົ່ງເສີມການຜະລິດ ເພື່ອ ທົດແທນການນໍາເຂົົ້າ ແລະ ເປັນສິນຄ້າ ສົົ່ງອອກເພື່ອ ສ້າງຖານລາຍຮັບທີ່ເຂັ້ມ ແຂງ ແລະ ຍືນຍົງ ຊຶ່ງບັນຫາພົ້ນເດັ່ນມີ 3 ຫົວຂໍ້ ເຊັ່ນ: ການສົ່ງເສີມການຜະລິດ ກະສິກຳເປັນສິນຄ້າທົດແທນການນຳ ເຂົ້າ ແລະ ການຄຸ້ມຄອງລາຄາສິນຄ້າ; ການຄຸ້ມຄອງທີ່ດິນກະສິກຳ, ການຈັດ ຕັ້ງປະຕິບັດໂຄງການສຳປະທານທີ່ ເພື່ອການພັດທະນາກະສິກຳ; ການຈັດ ຕັ້ງປະຕິບັດວຽກງານ ພັດທະນາທ່າ ບົກ ແລະ ເຂດໂລຈິດສະຕິກ ແລະ ບັນຫາ ທີ່ກ່າວມານີ້ ກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພວກ ເຮົາ ກໍໄດ້ເອົາໃຈໃສ່ ແກ້ໄຂໃນຫລາຍ ວິທີ ຄື: ຕິດຕາມກວດກາບັນຫາພົ້ນເດັ່ນ ດັ່ງກ່າວ ໂດຍ ມີ ການ ວິ ເຄາະ ວິ ໄຈໃຫ້ ເຫັນໄດ້ ບັນຫາ, ສາຍເຫດຂອງບັນຫາ ທັງນອກຕົວ ແລະ ໃນຕົວ ໂດຍອີງຕາມ ກົດໝາຍ ແລະ ນິຕິກຳກ່ຽວຂ້ອງ; ກອງ ປະຊຸມປຶກສາຫາລືຮ່ວມກັບ ພາກສ່ວນ ກ່ຽວຂ້ອງ ເພື່ອຄວາມເປັນເອກະພາບ; ລາຍງານຜົນການຕິດ ຕາມກວດກາຕໍ່ ກອງປະຊຸມຄະນະປະຈຳສະພາແຫ່ງ ຊາດ ເພື່ອຂໍທິດຊີ້ນຳ; ອອກແຈ້ງການ ໃຫ້ ພາກ ສ່ວນ ກ່ຽວ ຂ້ອງ ເພື່ອແກ້ໄຂ ຕາມ ພາ ລະ ບົດ ບາດ, ກອບສິດ ແລະ ໜ້າທີ່ ແລະ ຕາມກົດໝາຍ ແລະ ບຽບ ການກ່ຽວຂ້ອງຕາມທິດຊີ້ນຳຂອງ ກອງ ປະຊຸມຄະນະປະຈຳສະພາແຫ່ງ ຊາດ, ຕິດ ຕາມ ການ ແກ້ ໄຂ ບັນ ຫາ ດັ່ງ ກ່າວທີ່ ສະພາແຫ່ງຊາດ ໄດ້ອອກແຈ້ງ ການ; ຕົວຢ່າງ: ການ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານພັດທະ ນາທ່າບົກແລະເຂດໂລຈິດສະຕິກ ຊຶ່ງ ເຫັນ ໄດ້ຫລາຍ ບັນ ຫາ. ກຳມາທິການ ມີການລາຍງານຕໍ່ກອງປະຊຸມ ຄະນະ ປະຈຳ ສະ ພາ ແຫ່ງ ຊາດ ແລະ ກອງ ປະຊຸມຄະນະປະຈຳສະພາແຫ່ງຊາດ ກໍ່ໄດ້ຊີ້ນຳໃຫ້ໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂ. ອີງຕາມການລົງຕິດຕາມກວດ ກາກ່ຽວກັບການແກ້ໄຂບັນຫາຕ່າງໆ ທີ່ກອງປະຊຸມຄະນະປະຈຳໄດ້ຊີ້ນຳໄປ ນັ້ນ ກໍ່ເຫັນໄດ້ວ່າພາກສ່ວນກ່ຽວຂ້ອງ ສາມາດແກ້ໄຂໄດ້ຫລາຍອັນເປັນຕົ້ນ: ໄດ້ມີການກໍານົດໂຄງສ້າງລາຄາຄ່າ ບໍລິການຢູ່ທ່າບົກ; ໄດ້ກວດກາຄືນ ແລະ ປັບປຸງການເກັບຄ່າບໍລິການທີ່ຊໍ້າຊ້ອນ ແລະ ການບໍລິການໃຫ້ວ່ອງໄວຂຶ້ນ; ປັບປຸງ ແລະ ແກ້ໄຂການກວດກາຜູ້ບໍລິ ການແຈ້ງພາສີ (ບໍລິສັດຊິບປິງ) ທີ່ມີ ຫລາຍເກີນໄປ ແລະ ໃຫ້ໄດ້ມາດຕະ ຖານຂຶ້ນ; ໄດ້ແກ້ໄຂບັນຫາການແຈ້ງ ພາສີ ແລະ ການຈັດເກັບຄ່າທໍານຽມ ແລະ ຄ່າບໍລິການພາຫະນະຂົນສົ່ງ ແລະ ຕູ້ສິນຄ້າຈາກຕ່າງປະເທດ ຢູ່ທ່າ ບົກທ່ານາແລ້ງ. ນອກນັ້ນ, ຍັງໄດ້ສະ ເໜີໃຫ້ພາດສ່ວນກ່ຽວຂ້ອງປັບປຸງ ບັນດານິຕິກຳປິ່ນອ້ອມວຽກງານພັດ ທະນາທ່າບົກ ທີ່ຍັງບໍ່ສອດຕ່ອງກັບ ສະພາບ ແລະ ເງື່ອນໄຂຕົວຈິງ ແລະ ຈາກຜົນການລົງເຮັດວຽກຕິດຕາມ ກວດກາຮັບຟັງບັນຫາ ແລະ ຊອກວິທີ ການແກ້ໄຂຮ່ວມກັນກັບພາກສ່ວນ ກ່ຽວຂ້ອງ, ພາຍໃຕ້ການຊີ້ນຳ ຂອງຄະ ນະປະຈຳສະພາແຫ່ງຊາດ ເຫັນໄດ້ວ່າ ບັນຫາດັ່ງກ່າວພາກສ່ວນກ່ຽວຂ້ອງ ແມ່ນໄດ້ ແກ້ໄຂໃຫ້ດີຂຶ້ນຕາມລຳດັບ. ສຸດທ້າຍ ຂໍຝາກໃຫ້ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫລວດ ແລະ ພາກສ່ວນຕ່າງໆໃນສັງຄົມສິ່ງສຳຄັນ ແມ່ນຢຶດໝັ້ນໃນການປະຕິບັດສິດ, ໜ້າ ທີ່ ແລະ ພັນທະຂອງຄົນຕາມທີ່ນິຕິກຳ ກຳນົດໄວ້; ຂະນະດຽວກັນ, ເປັນເຈົ້າ ການໃນການສອດຊ່ອງສະພາບບັນ ຫາຢ່າງພາວະວິໄສ ແລະ ສ່ອງແສງ ຕາມຄວາມເປັນຈິງ ພ້ອມທັງ ຮ່ວມກັນ ແກ້ໄຂໃຫ້ຖືກຕ້ອງ ກົດໝາຍ ແລະ ລະ ບຽບການ ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ບັນຫາຕ່າງໆທີ່ເກີດຂຶ້ນໃນສັງຄົມ ຂອງພວກເຮົາຈະຫລຸດໜ້ອຍຖອຍລົງ ຢ່າງແນ່ນອນ. ຂອງສະມາຊິກ ໄດ້ຢ່າງມີປະສິດທິ ພາບ. ສະມາຊິກ ກຊກ ຍັງໄດ້ເຂົ້າຮ່ວມ ຝຶກອົບຮົມເຕັກນິກການປູກ ແລະ ການ ລ້ຽງສັດ ກ່ອນທີ່ໄດ້ຮັບສິດໃນການຂໍກູ້ ຢືມເງິນຕົ້ນທຶນ. ທລຍ ໄດ້ສະໜອງເງິນຕົ້ນທຶນ ໃຫ້ ກຊກ ຊຸດທີ 1 ໃນກາງປີ 2021 ແລະ ຊຸດທີ 2 ໃນກາງປີ 2022 ຊຶ່ງເປັນ ຈຳ ນວນເງິນທັງໝົດ 147.872.000 ກີບ ແລະ ເງິນຝາກຂອງສະມາຊິກ ກຊກ ມາ ຮອດເດືອນມິຖຸນາ 2023 ມີຈຳນວນ ທັງໝົດ 45.200.000 ກີບ. ໃນຮອບ ວຽນທີ 1 ປີ 2021, ສາມາດປ່ອຍກູ້ໄດ້ 79.000.000 ກີບ ໃຫ້ແກ່ສະມາຊິກ ກຊກ 28 ຄົນ ເພື່ອນໍາໃຊ້ເຂົ້າໃນການ ລົງທຶນໃສ່ກິດຈະກຳສ້າງລາຍຮັບ ເປັນ ຕົ້ນແມ່ນຄ້າຂາຍຍ່ອຍ ແລະ ການລ້ຽງ ສັດນ້ອຍ (ລ້ຽງສັດປີກ ແລະ ລ້ຽງໝູ) ໃນນີ້ ໄດ້ເອົາເງິນຝາກມາປ່ອຍກູ້ ຈໍາ ນວນ 16.000.000 ກີບ ຈາກເງິນຝາກ ທັງໝົດ 20.000.000 ກີບ ໂດຍໄລ ຍະການກູ້ ແມ່ນ 12 ເດືອນ ໃນອັດຕາ ດອກເບ້ຍ 1% ຕໍ່ເດືອນ.ໃນຮອບວຽນ ທີ 1 ຂອງການປ່ອຍກູ້, ສະມາຊິກ ກຊກ ສາມາດສົ່ງຕົ້ນທຶນຄືນ ແລະ ດອກເບ້ຍໄດ້ 100% (9.440.000 ກີບ). ສໍາລັບການປ່ອຍກູ້ໃນຮອບວຽນ ທີ 2 ແມ່ນ 98.000.000 ກີບ ໃຫ້ແກ່ ສະມຊິກ ກຊກ ຈໍານວນ 26 ຄົນ ໃນນີ້ ໄດ້ປ່ອຍກູ້ຈາກເງິນ ຝາກ 9.000.000 ກີບ ໂດຍໄດ້ນໍາໄປລົງທຶນໃສ່ກິດຈະກຳ ປັບປຸງຊີວິດການເປັນຢູ່ 5 ປະເພດ ຄື: ຕໍ່າຫູກ, ລ້ຽງໄກ່, ລ້ຽງເປັດ, ລ້ຽງໝູ ແລະ ລ້ຽງແບ້ ໃນໄລຍະການກູ້ຢືມ 12 ເດືອນ ແລະ ອັດຕາດອກເບ້ຍ 1% ຕໍ່ ເດືອນ. ໃນຮອບວຽນທີ 2 ຂອງການປ່ອຍ ກູ້, ສະມາຊິກ ກຊກ 4 ຄົນ ສາມາດສົ່ງທຶນ ກູ້ກ່ອນກຳນົດໄດ້ 100% ແລະ ອີກ 22 ຄົນ ໄດ້ຈ່າຍດອກເບ້ຍເປັນປະຈໍາ. ຜ່ານການຈັດຕັ້ງປະຕິບັດກິດຈະ ກຳສ້າງລາຍຮັບໃນໄລຍະຫລາຍກວ່າ 30 ເດືອນ ເຫັນວ່າ ສະມາຊິກ ກຊກ ບ້ານ ນາກາງ ມີລາຍຮັບເພີ່ມຂຶ້ນຫລາຍກວ່າ ໄລຍະກ່ອນການເຂົ້າຮ່ວມກິດຈະ ກຳ ປັບປຸງຊີວິດການເປັນຢູ່ ໂດຍສະເພາະ ມີລາຍຮັບເພີ່ມຂຶ້ນຈາກການຂາຍສັດ, ຂາຍສິ້ນ ແລະ ຄ້າຂາຍຍ່ອຍ ແລະ ເຮັດ ໃຫ້ຊີວິດການເປັນຢູ່ຂອງສະມາຊິກ ກຊກ ມີທ່າອ່ຽງດີຂຶ້ນເທື່ອລະກ້າວ.
RkJQdWJsaXNoZXIy MTc3MTYxMQ==