lkmk]tot]fa xt-kmxy tw8 xt-k-oq ]k; \oA pon K @ 0kj ; c]t gsfdko 02/08/2023 xtgmf]k; ຊາວພຸດຮ່ວມໃສ່ບາດ... 40 ປີ... ສື່ມວນຊົນ... ປະດັບຫລຽນໄຊ... ສະຫລອງວັນສ້າງຕັ້ງ... ບຽບຮຽບຮ້ອຍ, ສະຫງົບ ແລະ ປອດໄພ ເຊິ່ງກ່ອນຈະໃສ່ບາດກໍໄດ້ ມີພິທີກຳທາງສາສະໜາ ເປັນຕົ້ນ ຟັງທຳມະເທສະໜາ ແລະ ອື່ນໆ. ນອກນັ້ນ, ຢູ່ບາງວັດ ຍັງມີຜູ້ໃຈບຸນ ນຳເອົານ້ຳຫວານ, ນ້ຳດື່ມ ແລະ ອາ ຫານປະເພດຕ່າງໆ ມາຕັ້ງເປັນໂຮງ ທານ ເພື່ອໃຫ້ມວນຊົນ ຜູ້ມາໃສ່ບາດ ໄດ້ຮັບປະທານ. ທຸກໆປີ ເມື່ອຮອດມື້ຂຶ້ນ 15 ຄ່ຳ ເດືອນ 8 ລາວ ຫລື ວັນເພັງ 15 ຄ່ຳ ເປັນວັນເຂົ້າພັນສາທາງສາສະໜາ ພຸດ ເຊິ່ງກາຍເປັນຮີດຄອງປະເພນີ ອັນດີງາມຂອງລາວ ເຮົາທີ່ເຄີຍ ປະຕິບັດສືບທອດກັນມາແຕ່ບູຮານ ນະການ, ປະຊາຊົນລາວບັນດາເຜົ່າ ໄດ້ປະຕິບັດກັນມາ ໃນທຸກໆປີເພື່ອ ອຸທິດສ່ວນບຸນສ່ວນກຸສົນ ໃຫ້ສຳພະ ເວສີ(ຜີເຜດ) ຫລື ໃຫ້ຍາດຕິພີ່ນ້ອງ, ເຈົ້າກຳນາຍເວນ, ຜີບໍ່ມີຍາດ, ເພື່ອນ ມິດສະຫາຍ ທີ່ໄດ້ລ່ວງລັບໄປແລ້ວ. ນັບຈາກນີ້ໄປ ເປັນເວລາ 3 ເດືອນ, ພະສົງສຳມະເນນ ຈະໄດ້ບໍາ ເພັນກຸສົນຢູ່ແຕ່ໃນວັດ ແລະ ປົກປັກ ຮັກສາວັດວາອາຮາມ, ໄຫວ້ພະ ສວດມົນ, ເທສະໜາເຜີຍແຜ່ຫລັກ ຄຳສັ່ງສອນຂອງພະພຸດທະເຈົ້າ ໃຫ້ ແກ່ອອກຕົນນຍາດໂຍມໃຫ້ຕັ້ງໜ້າ ຢູ່ໃນສິນໃນທຳ, ໝັ່ນທຳຄວາມດີ ແລະ ສ້າງຜົນປະໂຫຍດໃຫ້ສັງຄົມ. ໂອກາດເຂົ້າພັນປີນີ້, ຂໍໃຫ້ຜູ້ມັກ ດື່ມສິ່ງມຶນເມົາ ຖືເອົາໂອກາດນີ້ເປັນ ປີແຫ່ງການເຊົາຢຸດການດື່ມເຫລົ້າດື່ມເບຍ ຫລື ສິ່ງມຶນເມົາຕ່າງໆ ໃຫ້ ໄດ້, ທັງນີ້ ກໍເພື່ອເປັນການຮັກສາ ສຸຂະພາບຂອງຕົວທ່ານເອງ, ທັງ ເປັນການປະຢັດງົບປະມານຂອງ ຕົນເອງ ແລະ ຄອບຄົວ ໃນໄລຍະທີ່ ມີຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ ໃນປັດຈຸບັນ. ຂ່າວ-ພາບ: ທະນູທອງ ຮອບດ້ານໝັ້ນຄົງຍາວນານ ຕາມ ທິດ 4 ດີ ແລະ ການເປັນຄູ່ຮ່ວມຊາ ຕາກໍາ ລາວ-ຈີນ ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຈີນ ໃຫ້ແຕກ ດອກອອກຜົນຢ່າງຕໍ່ເນື່ອງ. ໃນໂອກາດນີ້, ສະຫາຍ ສະເຫລີມ ໄຊ ກົມມະສິດ ໄດ້ສະແດງຄວາມຊົມ ເຊີຍ ແລະ ຕີລາຄາສູງຕໍ່ການເຄື່ອນ ໄຫວວຽກງານຢ່າງຫ້າວຫັນຂອງ ສະຫາຍເອກອັກຄະລັດຖະທູດທີ່ ໄດ້ຊຸກຍູ້ການພົວພັນ ແລະ ການ ຮ່ວມມື ລະຫວ່າງ ສອງປະເທດໃນ ຫລາຍດ້ານ ເປັນຕົ້ນແມ່ນການປະ ກອບສ່ວນໃຫ້ແກ່ການລົງນາມ “ແຜນແມ່ບົດການສ້າງຄູ່ຮ່ວມຊາ ຕາກໍາ ລາວ-ຈີນ ຈີນ-ລາວ”; ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ ແກ່ການເດີນທາງຢ້ຽມຢາມ, ເຂົ້າ ຮ່ວມກອງປະຊຸມ ແລະ ສໍາມະນາ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ ຂອງການນໍາຂັ້ນສູງຂອງ ສອງປະເທດຈາກສູນກາງ ແລະ ທ້ອງຖິ່ນຢ່າງເປັນປົກກະຕິ; ຊຸກຍູ້ ແລະ ຈັດຕັ້ງປະຕິບັດໂຄງການກໍ່ ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ”, ພົ້ນເດັ່ນທີ່ສຸດກໍແມ່ນໂຄງການທາງ ລົດໄຟ ລາວ-ຈີນ ຊຶ່ງເປັນໂຄງ ການໃຫຍທີ່ສຳຄັນ ແລະ ມີລັກສະ ນະປະຫວັດສາດຂອງການຮ່ວມມື ລາວ-ຈີນ ລວມທັງໂຄງການກໍ່ສ້າງ ທາງດ່ວນ ວຽງຈັນ-ວັງວຽງ, ໂຄງ ການກໍ່ສ້າງເຂດພັດທະນາກວມ ລວມໄຊເສດຖາ, ໂຄງການກໍ່ສ້າງ ໂຮງໝໍມະໂຫສົດ, ໂຄງການກໍ່ສ້າງ ເຂດພັດທະນາບຶງທາດຫລວງ, 8 ໂຄງການໃຫຍ່ ທີ່ລັດຖະບານ ສປ ຈີນ ໄດ້ປະກາດໃຫ້ການຊ່ວຍເຫລືອ ສປປ ລາວ ເປັນຕົ້ນໂຄງການບ້ານ ຈັດສັນ 100 x 100, ໂຄງການເຂດ ເສດຖະກິດບໍ່ເຕັນ-ບໍ່ຫານ, ໂຄງ ການຮ່ວມມືດ້ານພະລັງງານ ແລະ ບໍ່ແຮ່, ການສົ່ງອອກສິນຄ້າກະສິກໍາ ຈາກລາວໄປຈີນ ໃນນັ້ນລວມທັງ ການສົ່ງອອກງົວຈາກລາວໄປຈີນ. ນອກນັ້ນ, ຍັງໄດ້ປະກອບສ່ວນສຳ ຄັນໃນການຊູກຍູ້ນັກທ່ອງທ່ຽວ ຈີນ ໃຫ້ເຂົ້າມາທ່ຽວຢູ່ລາວບັນລຸ 1 ລ້ານເທື່ອຄົນໃນປິ 2019 ແລະ ໂຄງການອື່ນໆ ທີ່ພົ້ນເດັ່ນອີກຫລາຍ ໂຄງການ ເຊິ່ງທັງໝົດນີ້ໄດ້ນໍາ ເອົາຜົນປະໂຫຍດສູງສຸດມາສູ່ປະ ຊາຊົນລາວ ກໍຄື ໄດ້ປະກອບສ່ວນ ອັນໃຫຍ່ຫລວງເຂົ້າໃນການຮັດ ແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ຈີນ ຈີນ-ລາວ ໃຫ້ເຂົ້າສູ່ລວງເລິກ. ພ້ອມນັ້ນ, ສະຫາຍ ຈຽງ ຈ້າຍຕຸ່ງ ໄດ້ເປັນຂົວຕໍ່ທີ່ສຳຄັນ ແລະ ຊຸກ ຍູ້ການຮ່ວມມືຂອງສອງປະເທດ ທາງດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ, ວັດທະນະທໍາ ແລະ ຂົງເຂດອື່ນໆ ນັບແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ. ນອກຈາກນັ້ນ, ໃນໄລຍະການເກີດສະພາບການ ແພ່ລະບາດຂອງເຊື້ອພະຍາດໂຄ ວິດ-19, ສະຫາຍເອກອັກຄະລັດ ຖະທູດຍັງໄດ້ຊຸກຍູ້ການຊ່ວຍເຫລືອ ອັນລໍ້າຄ່າ ໃຫ້ແກ່ ສປປ ລາວ ໃນການ ຕໍ່ຕ້ານການລະບາດຂອງພະຍາດ ໂຄວິດ-19, ເຊິ່ງໄດ້ຊຸກຍູ້ ແລະ ປະ ສານກັບຝ່າຍຈີນ ໃນການສົ່ງທີມ ແພດຊ່ຽວຊານມາຊ່ວຍ ສປປ ລາວ ໃນໄລຍະທໍາອິດ ພ້ອມທັງໄດ້ສະ ໜອງວັກຊິນ ຈໍານວນ 8,9 ລ້ານ ຫລອດ, ຜ້າອັດປາກ-ດັງ, ອຸປະກອນ ການແພດ ແລະ ການຊ່ວຍເຫລືອ ດ້ານອື່ນໆ ທີ່ຈໍາເປັນຈໍານວນຫລວງ ຫລາຍ. ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງໄປ ຍັງພັກ, ລັດຖະບານ ແລະ ປະຊາຊົນ ຈີນອ້າຍນ້ອງ ໂດຍສະເພາະແມ່ນ ສະຫາຍເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດທຸກຄົນທີ່ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າແກ່ພັກ, ລັດ ຖະບານ ແລະ ປະຊາຊົນລາວໃນ ດ້ານຕ່າງໆ ຕະຫລອດໄລຍະຜ່ານມາ ລວມທັງການຕ້ານ ແລະ ຄວບຄຸມ ການແພ່ລະບາດຂອງພະຍາດໂຄ ວິດ-19 ກໍຄື ການແກ້ໄຂສະພາບ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ຢູ່ ສປປ ລາວ ໃນ ປັດຈຸບັນ. ສະຫາຍ ເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈເປັນ ຢ່າງສູງຕໍ່ພັກ, ລັດຖະບານ ແລະ ປະ ຊາຊົນລາວ ໂດຍສະເພາະແມ່ນກະ ຊວງການຕ່າງປະເທດທີ່ໄດ້ໃຫ້ ການຮ່ວມມື, ສະໜັບສະໜູນ, ຊ່ວຍ ເຫລືອ ແລະ ອໍານວຍຄວາມສະດວກ ເປັນຢ່າງດີ ໃນຕະຫລອດໄລຍະ ການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຈົນໄດ້ຮັບຜົນສໍາເລັດຢ່າງ ຈົບ ງາມ, ພ້ອມທັງໄດ້ສະແດງຄວາມປິ ຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຍ້ອງ ຍໍຊົມເຊີຍຜົນງານ ແລະ ປະດັບ ຫລຽນໄຊມິດຕະພາບອັນມີຄວາມ ໝາຍສໍາຄັນ ໃຫ້ແກ່ຕົນໃນຄັ້ງນີ້, ເຊິ່ງຈະເປັນສັນຍາລັກອັນມີຄວາມ ໝາຍຄວາມສໍາຄັນຕໍ່ການປະກອບ ສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດ ຕະພາບອັນເປັນມູນເຊື້ອ, ການຮ່ວມ ມືແບບຄູ່ຮ່ວມມືຍຸດທະສາດຮອບ ດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໃຫ້ຈະເລີນງອກ ງາມຍິ່ງໆຂຶ້ນ. ພ້ອມທັງໄດ້ສະແດງ ຄວາມໝາຍໝັ້ນວ່າ ພາຍຫລັງກັບ ຄືນປະເທດແລ້ວ ກໍຍັງຈະສືບຕໍ່ປະ ກອບສ່ວນເຂົ້າໃນການສົ່ງເສີມການ ພົວພັນຮ່ວມມື ທີ່ເປັນມູນເຊື້ອອັນດີ ລະຫວ່າງ ສອງປະເທດ ລາວ-ຈີນ ໃຫ້ພັດທະນາ ແລະ ຂະຫຍາຍຕົວ ຍິ່ງໆຂຶ້ນ ເຊິ່ງສະຫາຍເອກອັກຄະ ລັດຖະທູດ ໄດ້ມີຄວາມຊົງຈໍາທີ່ດີ ຫລາຍດ້ານຕໍ່ລາວ ແລະ ທັງຈະສືບ ຕໍ່ໂຄສະນາສິ່ງທີ່ດີງາມຂອງ ສປປ ລາວ ຕໍ່ ສປ ຈີນ ກໍຄື ຕໍ່ສາກົນ. ຈັນສະໝອນ ຈັນຍາລາດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ມີທ່ານ ພົນ ເອກ ວິໄລ ຫລ້າຄໍາຟອງ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ, ມີ ຮອງລັດຖະມົນຕີກະຊວງປ້ອງກັນ ປະເທດ, ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ, ຫົວໜ້າກົມ ໃຫຍ່ເສນາທິການກອງທັບ, ມີທ່ານ ພັນເອກ ພິເສດ ຫລີປິ່ງ ທີ່ປຶກສາ ທູດປ້ອງກັນຊາດແຫ່ງ ສປ ຈີນ ປະ ຈໍາ ສປປ ລາວ ພ້ອມດ້ວຍນາຍ ແລະ ພົນທະຫານ ແລະ ແຂກຖືກເຊີນສອງ ຝ່າຍ ລາວ-ຈີນ ເຂົ້າຮ່ວມ. ທ່ານ ພັນເອກ ພິເສດ ຫລີປິ່ງ ໄດ້ກ່າວວ່າ: ກອງທັບປົດປ່ອຍປະ ຊາຊົນຈີນ ໄດ້ຍຶດໝັ້ນການນໍາພາ ຂອງພັກ, ປະຕິບັດໜ້າທີ່ວຽກງານ ຕາມຄໍາສັ່ງຂອງພັກ, ສູ້ຮົບດ້ວຍ ເລືອດເນື້ອ, ກ້າວໜ້າຢ່າງກ້າຫານ ຊຶ່ງໄດ້ຊະນະກັບສັດຕູທຸກຊັ້ນຄົນ, ຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ ການພັດທະນາຊຸກຍູ້ນໍາພາປະເທດ ຈີນ ສູ່ການປົດປ່ອຍເຂັ້ມແຂງຂຶ້ນ ກວ່າເກົ່າ; ກອງທັບປົດປ່ອຍປະຊາ ຊົນຈີນ ຍຶດໝັ້ນການນໍາພາຂອງ ແນວຄິດ ສີຈິ້ນຜິງ ວ່າດ້ວຍສັງຄົມນິ ຍົມທີ່ມີສີສັນພິເສດຂອງຈີນໃນຍຸກ ສະໄໝໃໝ່, ປະຕິບັດຕາມແນວຄິດ ສີຈິ້ນຜິງ ວ່າດ້ວຍການສ້າງກອງ ທັບໃຫ້ເຂັ້ມແຂງ, ຮັກສາລະບຽບ ການຂອງໂລກຢ່າງເດັດດ່ຽວໜຽວ ແໜ້ນ ແລະ ສະເໝີຕົ້ນສະເໝີປາຍ, ຍົກສູງບົດບາດຂອງຕົນຢ່າງຕໍ່ ເນື່ອງ, ຮ່ວມຈິດຮ່ວມໃຈຜ່ານຜ່າ ຄວາມຫຍຸ້ງຍາກ, ເພີ່ມທະວີການຝຶກ ຊ້ອມທະຫານກຽມພ້ອມສູ້ຮົບ, ສືບ ຕໍ່ລົງເລິກປະຕິວັດ, ກໍາລັງກ້າວໄປ ໜ້າໃນຂະບວນການຟື້ນຟູຄວາມ ຈະເລີນຄືນໃໝ່ຂອງປະເທດຈີນ. ທ່ານ ພັນເອກ ພິເສດ ຫລີປິ່ງ ຍັງໄດ້ກ່າວອີກວ່າ: ປະເທດລາວ ແລະ ປະເທດຈີນ ເປັນສອງປະເທດ ທີ່ມີສາຍນໍ້າ, ສາຍພູຕິດຈອດກັນ, ເປັນສອງປະເທດທີ່ມີຄວາມໄວ້ເນື້ອ ເຊື່ອໃຈກັນ ເປັນສະຫາຍທີ່ດີ, ເພື່ອນ ມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີກັບທັງ ສອງຝ່າຍ. ພາຍ ໃຕ້ການນໍາພາຂອງການນໍາຂອງ ສອງພັກ, ລັດ ລາວ-ຈີນ, ການສ້າງ ສາຍພົວພັນຄູ່ຮ່ວມຊາຕາກໍາລາວຈີນ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດ ຢັ້ງ ແລະ ໄດ້ປາກົດຜົນເປັນຈິງ; ການ ຮ່ວມມືລະຫວ່າງສອງກອງທັບ ໄດ້ມີການພັດທະນາໃນຂອບເຂດ ທີ່ກວ້າງຂວາງຂຶ້ນກວ່າເກົ່າ,ລະດັບ ສູງຂຶ້ນກວ່າເກົ່າ ແລະ ເລິກເຊິ່ງກວ່າ ເກົ່າ, ໂດຍສະເພາະແມ່ນດ້ານການ ເມືອງ, ການຮ່ວມຝຶກຊ້ອມທະຫານ, ການແພດ ແລະ ການຝຶກອົບຮົມພະ ນັກງານແມ່ນໄດ້ຮັບຜົນສໍາເລັດ ເປັນຢ່າງດີ. ໃນເດືອນພຶດສະພາ ປີ 2023 ຜ່ານມາ, ສອງປະເທດລາວ ແລະ ຈີນ ໄດ້ຈັດການຊ້ອມຮົບຮ່ວມ ຊຶ່ງເປັນ ການຊ້ອມຮົບຮ່ວມຄັ້ງທໍາອິດລະ ຫວ່າງກອງທະຫານທັງສອງຝ່າຍ ຊຶ່ງມີຄວາມໝາຍຄວາມສຳຄັນ ຫລາຍໃນການພັດທະນາສາຍພົວ ພັນມິດຕະພາບທີ່ເປັນມູນເຊື້ອລະ ຫວ່າງສອງຝ່າຍ, ຍົກສູງຄວາມສາ ມາດໃນການສູ້ຮົບຮ່ວມກັນ ແລະ ຮັກສາຄວາມປອດໄພ ແລະ ສະ ຖຽນລະພາບໃນພາກພື້ນ. ສຳລັບ ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດ ໃຈທີ່ການນໍາຂອງສອງພັກ, ສອງ ປະເທດ ໄດ້ເຫັນດີເປັນເອກະພາບ ກັນ, ສືບຕໍ່ເພີ່ມທະວີການຮ່ວມມືໃນ ຂົງເຂດການປ້ອງກັນປະເທດ ເພື່ອ ໃຫ້ເກີດດອກອອກຜົນ, ສືບຕໍ່ສະໜັບ ສະໜູນຊຶ່ງກັນ ແລະ ກັນເພື່ອສ້າງ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ເຂົ້າ ສູ່ລວງເລິກ, ສືບຕໍ່ປະກອບສ່ວນເຂົ້າ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ. ຂ່າວ-ພາບ: ໜັງສືພິມປະຊາຊົນ ສົມມາດ ພົນເສນາ ກໍາມະການສູນ ກາງພັກ, ຮອງປະທານສະພາແຫ່ງ ຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ. ໂອກາດນີ້, ທ່ານ ສົມມາດ ພົນເສນາ ໃຫ້ຮູ້ວ່າ: ຄະນະສັນຕິ ພາບ ແລະ ສາມັກຄີຂອງລາວ ແຕ່ ກ່ອນເອີ້ນວ່າ ຄະນະກຳມະການ ລາວ ເພື່ອສັນຕິພາບ, ສາມັກຄີ ແລະ ມິດຕະພາບກັບປະຊາຊາດແມ່ນອົງ ການຈັດຕັ້ງສັງຄົມຂອງລາວ, ສ້າງ ຕັ້ງຂຶ້ນໃນວັນທີ 1 ສິງຫາ 1983 ໂດຍແມ່ນ ທ່ານ ສິງກະໂປ ສີໂຄດ ຈຸນລະມາລີ ເປັນປະທານຜູ້ທຳອິດ. ໃນເວລານັ້ນ, ຄະນະກຳມະການນີ້ ມີຖານະເປັນອົງການຈັດຕັ້ງທີ່ມີ ງົບປະມານ ແລະ ກົງຈັກສະເພາະ. ມາຮອດປີ 1999, ກົມການເມືອງ ສູນກາງພັກ ໄດ້ຕົກລົງໂອນຄະນະ ກຳມະການລາວ ເພື່ອສັນຕິພາບ,ສາ ມັກຄີ ແລະ ມິດຕະພາບ ກັບປະຊາ ຊາດ ມາຂຶ້ນກັບຄະນະພົວພັນຕ່າງ ປະເທດສູນກາງພັກ ແລະ ປ່ຽນຊື່ ມາເປັນຄະນະສັນຕິພາບ ແລະ ສາ ມັກຄີຂອງລາວ ແລະ ແຕ່ງຕັ້ງທ່ານ ສິໂຫ ບັນນະວົງ ຮອງປະທານສູູນ ກາງແນວລາວສ້າງຊາດ ໃນເວລາ ນັ້ນ ເປັນປະທານ. ນັບແຕ່ນັ້ນມາ, ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ໄດ້ມີການປັບປຸງກົງຈັກ ການຈັດຕັ້ງ 3 ຄັ້ງ, ຄັ້ງທີ 1 ແມ່ນ ທ່ານ ຄໍາພັນ ສິມມາລາວົງ (20082016), ນັກການທູດອາວຸໂສ ເປັນ ປະທານ, ຄັ້ງທີ 2 (2016-2022) ແມ່ນ ທ່ານ ສົມພັນ ແພງຄໍາມີ ກໍາ ມະການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ (ໃນເວລານັ້ນ) ເປັນປະທານ ແລະ ຄັ້ງທີ 3 (2022- ປັດຈຸບັນ) ແມ່ນ ທ່ານ ສົມມາດ ພົນເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນ ປະທານ ແລະ ປະກອບມີຮອງປະ ທານ, ເລຂາທິການ ແລະ ກໍາມະການ ລວມທັງໝົດ 9 ທ່ານ, ແຕ່ລະທ່ານ ບໍ່ໄດ້ປະຈໍາການ, ສ່ວນຫ້ອງການ ແລະ ກອງເລຂາ ທີ່ເຮັດວຽກແມ່ນ ກົມການທູດປະຊາຊົນ ຂອງຄະນະ ພົວພັນຕ່າງປະເທດສູນກາງພັກ ເປັນໃຈກາງປະສານງານ ແລະ ເຮັດວຽກປະຈຳ. ຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ມີພາລະບົດບາດປະກອບ ສ່ວນສະໜັບສະໜູນເພື່ອສ້າງ ເງື່ອນໄຂ, ສະພາບແວດລ້ອມທີ່ເອື້ອ ອຳນວຍໃຫ້ແກ່ສັນຕິພາບ, ມິດຕະ ພາບ ແລະ ການພັດທະນາເພື່ອພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ເພື່ອຜົນປະ ໂຫຍດແຫ່ງສັນຕິພາບ, ສະຖຽນລະ ພາບ ແລະ ການຮ່ວມມືເພື່ອການ ພັດທະນາ ຂອງພາກພື້ນ ແລະ ຂອງ ໂລກ, ເຄື່ອນໄຫວພາຍໃຕ້ແນວ ທາງຂອງພັກ, ນະໂຍບາຍ ຂອງລັດ ໃນແຕ່ລະໄລຍະ ເປັນຕົ້ນ ແນວທາງ ການຕ່າງປະເທດ ສັນຕິພາບ, ເອກະ ລາດ, ມິດຕະພາບ, ການຮ່ວມມື ເພື່ອການພັດທະນາ ແລະ ຂະຫຍາຍ ການພົວພັນຮ່ວມມືຫລາຍທິດ, ຫລາຍຝ່າຍ, ຫລາຍຮູບແບບ, ຫລາຍ ລະດັບ ບົນພື້ນຖານເຄົາລົບເອກະ ລາດ, ອໍານາດອະທິປະໄຕ ເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ເຄື່ອນໄຫວປະກອບສ່ວນ ສ້າງສະພາບແວດລ້ອມ ເອື້ອອໍາ ນວຍໃຫ້ແກ່ການສ້າງສັນຕິພາບ, ມິດຕະພາບ ແລະ ການພັດທະນາທັງ ພາຍໃນ ກໍ່ຄືພາກພື້ນ ແລະ ໃນໂລກ. ຜົນສຳເລັດອັນພົ້ນເດັ່ນໃນໄລ ຍະຜ່ານມາ ຂອງຄະນະສັນຕິພາບ ແລະ ສາມັກຄີ ຂອງລາວ ແມ່ນການ ປະກອບສ່ວນເຄື່ອນໄຫວສ້າງສະ ພາບແວດລ້ອມ ເອື້ອອໍານວຍໃຫ້ ແກ່ການສ້າງສັນຕິພາບ ແລະ ການ ພັດ ທະນາທັງພາຍໃນ ແລະ ຕ່າງ ປະເທດ ເຮັດໃຫ້ສາກົນຮັບຮູ້ບົດ ບາດຂອງຄະນະສັນຕິພາບ ແລະ ສາມັກຄີຂອງລາວ ກໍຄືບົດບາດ ຂອງ ສປປ ລາວ. ສະນັ້ນ, ໃນປີ 2008, ຄະນະກຳມະການຄ້ອງສັນ ຕິພາບໂລກ ອິນໂດເນເຊຍ ໄດ້ມອບ ລາງວັນອັນຊົງກຽດຄື “ຄ້ອງສັນ ຕິພາບໂລກ (world Peace Gong)” ໃຫ້ແກ່ ສປປ ລາວ ເຊິ່ງ ເປັນປະເທດທໍາອິດໃນບັນດາປະ ເທດອາຊຽນ ແລະ ເປັນປະເທດທີ 4 ໃນໂລກ (ຖັດຈາກ ສປ ຈີນ, ອິນເດຍ, ໂມຊໍາບິກ) ທີ່ໄດ້ຮັບລາງ ວັນອັນຊົງກຽດດັ່ງກ່າວຈາກຄະ ນະກໍາມະການສັນຕິພາບໂລກອິນ ໂດເນເຊຍ. ປັດຈຸບັນຄ້ອງດັ່ງກ່າວ ປະດິດສະຖານໄວ້ຢູ່ສວນປະຕູໄຊ. ນອກນັ້ນ, ຜົນງານການເຄື່ອນ ໄຫວອັນພົ້ນເດັ່ນ ໄດ້ຈັດກິດຈະກຳ ລະດົມປັດໄຈ ເພື່ອຊ່ວຍເຫລືອຜູ້ ປະສົບໄພທຳມະຊາດທັງຢູ່ພາຍໃນ ແລະ ຕ່າງປະເທດ ເຊັ່ນ: ຈັດຄອນ ເສີດລະດົມທຶນ ເພື່ອຊ່ວຍເຫລືອປະ ຊາຊົນທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມ ຢູ່ 3 ແຂວງພາກໃຕ້ ຂອງ ລາວປີ 2009 ໄດ້ 300 ກວ່າລ້ານ ກີບ, ຈັດຄອນເສີດລະດົມປັດໄຈ ຊ່ວຍເຫລືອ ປະຊາຊົນປະເທດໄຮຕິ ປະສົບແຜ່ນ ດິນໄຫວ ປີ 2010 ມູນຄ່າ 15.000 ໂດລາສະຫະລັດ ແລະ ຈັດຄອນເສີດລະດົມປັດໄຈ ຊ່ວຍເຫລືອປະຊາຊົນຍີ່ປຸ່ນ ປະສົບ ໄພສຶນາມິ ໃນເດືອນມີນາ ປີ 2011 ໄດ້ 500 ກວ່າລ້ານກີບ, ເປັນເຈົ້າ ພາບຈັດກອງປະຊຸມຂົງເຂດ ອາຊີ ປາຊີຟິກ ແລະ ກອງປະຊຸມຄະນະເລ ຂາຂອງ ສະພາສັນຕິພາບໂລກ ໃນປີ 2019. ພ້ອມນີ້, ຍັງໄດ້ຂົນຂວາຍ ທຶນຮອນນໍາຄູ່ຮ່ວມມືມາສ້າງສາ ພັດທະນາ ສປປ ລາວ, ນັບແຕ່ປີ 2013-2022 ໄດ້ລະດົມຂົນຂວາຍ ທຶນຈາກອົງການສັນຕິພາບເພື່ອນ ມິດ ມາສ້າງສາພັດທະນາຢູ່ ສປປ ລາວ ເປັນຕົ້ນ ສ້າງພື້ນຖານໂຄງ ລ່າງດ້ານການສຶກສາ ເຊິ່ງໄດ້ສ້າງ ໂຮງຮຽນປະຖົມ ແລະ ມັດທະຍົມ ໄດ້ທັງໝົດ 17 ຫລັງ ແລະ ອຸປະກອນ ການຮຽນການສອນ ລວມມູນຄ່າ 3 ລ້ານກວ່າໂດລາສະຫະລັດ ແລະ 15 ລ້ານກວ່າຢວນ. ພ້ອມນັ້ນ, ຍັງ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ເພື່ອຕ້ານການຊ່ວງເສັງການປະ ກອບອາວຸດ, ຕ້ານການໃຊ້ກຳລັງ ທະຫານ ແລະ ສະໜັບສະໜູນຖະ ແຫລງການຕ່າງໆ ຂອງສະພາສັນ ຕິພາບໂລກ, ອົງການຈັດຕັ້ງສັນຕິ ພາບພາກພື້ນຕ່າງໆ. ສຳລັບທິດທາງແຜນການ ເຄື່ອນໄຫວໃນຕໍ່ໜ້າຄະນະສັນຕິ ພາບ ແລະ ສາມັກຄີ ຂອງລາວຈະ ສືບຕໍ່ປະຕິບັດຕາມພາລະບົດບາດ ໃນການໂຄສະນາ, ເຜີຍແຜ່ກ່ຽວກັບ ສັນຕິພາບ ແລະ ການພັດທະນາ ແລະ ຜົນຮ້າຍຂອງສົງຄາມ, ສືບຕໍ່ ປະກອບສ່ວນສ້າງສະພາບແວດ ລ້ອມອັນເອື້ອອໍານວຍ ໃນການສ້າງ ສັນຕິພາບໃນພາກພື້ນ ແລະ ໃນ ໂລກຕາມເງື່ອນໄຂ ແລະ ຄວາມສາ ມາດຕົວຈິງຂອງຕົນ, ສືບຕໍ່ພົວພັນ ຮ່ວມມືຢ່າງໃກ້ຊິດກັບສະພາສັນ ຕິພາບໂລກ, ອົງການສັນຕິພາບ ເພື່ອນ ມິດຍຸດທະສາດ, ອົງການສັນ ຕິພາບພາກພື້ນປະກອບສ່ວນເຂົ້າ ໃນການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພຶ້ນ ແລະ ສາກົນ, ສືບຕໍ່ເຂົ້າຮ່ວມກອງປະຊຸມ ສາກົນຕ່າງໆ ແລະ ສະໜັບສະໜູນ ວຽກງານສັນຕິພາບ ເພື່ອເສີມຂະ ຫຍາຍບົດບາດຂອງອົງການສັນຕິ ພາບ ຂອງລາວໃຫ້ເດັ່ນຂຶ້ນຕື່ມໃນ ເວທີສາກົນ ແລະ ສືບຕໍ່ລະດົມຂົນ ເລືອດ ແມ່ນໄດ້ຮັບການສະໜັບສະ ໜູນ ແລະ ເຂົ້າຮ່ວມຈາກທຸກພາກ ສ່ວນໃນສັງຄົມຢ່າງກວ້າງຂວາງ ນັບ ແຕ່ສູນກາງລົງຮອດທ້ອງ ຖິ່ນ, ໃນປີ 2022 ສະຖາບັນເລືອດ ແຫ່ງຊາດ ແລະ ສູນເລືອດແຂວງ ໃນຂອບເຂດທົ່ວປະເທດ ໄດ້ຮ່ວມ ກັບການຈັດຕັ້ງຂັ້ນຕ່າງໆທີ່ກ່ຽວ ຂ້ອງປຸກລະດົມ ແລະ ຈັດກິດຈະກຳ ຮັບ ບໍລິຈາກເລືອດ ໄດ້ຫລາຍກວ່າ 1.993 ຄັ້ງ, ມີຜູ້ເຂົ້າຮ່ວມຂະບວນ ປຸກລະດົມການບໍລິຈາກເລືອດ 190.318 ເທື່ອຄົນ ແລະ ໄດ້ຮັບ ເລືອດຕົວຈິງ 67.017 ເທື່ອຄົນ/ ຖົງ ຫລື ເທົ່າກັບ 99% ຂອງແຜນການ (ແຜນການແມ່ນ 68.000 ຖົງ), ເຊິ່ງເປີເຊັນຜູ້ບໍລິຈາກເລືອດແບບ ສະໝັກໃຈບໍ່ຮຽກຮ້ອງສິ່ງຕອບ ແທນກວມເອົາ 71% ຂອງການ ບໍລິ ຈາກເລືອດທັງໝົດ, ອີກ 29% ແມ່ນການບໍລິຈາກເລືອດແບບພີ່ ນ້ອງ, ສາມາດຕອບສະໜອງເລືອດ ແລະ ສ່ວນປະກອບຂອງເລືອດໄດ້ 78.523 ຖົງ, ຄົນເຈັບຫລາຍກວ່າ 45.000 ຄົນ ໄດ້ຮັບການໃສ່ເລືອດ ແລະ ຫລາຍຊີວິດໄດ້ຮັບການຊ່ວຍ ເຫລືອ. ສຳລັບສະຖາບັນເລືອດແຫ່ງ ຊາດ ໃນປີ 2022 ມີຜູ້ຕິດຕໍ່ພົວພັນ ທັງໝົດ 934 ຄັ້ງ, ອອກຮັບບໍລິຈາກ ໄດ້ 475 ຄັ້ງ, ມີຜູ້ເຂົ້າຮ່ວມ 18.051 ເທື່ອຄົນ, ມີຜູ້ບໍລິຈາກທັງໝົດ 15.510 ຄົນ, ບໍລິຈາກໃນສູນໄດ້ 16.033 ລວມທັງໝົດ 31.543 ເທື່ອຄົນ (ແຜນການ26.310ຖົງ, ລື່ນແຜນການ 5.233 ຖົງ). ສໍາລັບ ໃນໄລຍະ 6 ເດືອນຕົ້ນ ປີ 2023, ທົ່ວປະເທດ ສາມາດຮັບ ບໍລິຈາກເລືອດ ໄດ້ທັງໝົດ 34.614 ຖົງ, ເທົ່າກັບ 47% ຂອງແຜນການ ປີ, ໃນຂະນະທີ່ໝົດປີ 2023 ນີ້, ສະພາແຫ່ງຊາດ ມີມະຕິຕົກລົງຮັບ ຮອງເອົາແຜນການຄາດໝາຍສູ້ ຊົນໃນການປຸກລະດົມຮັບບໍລິຈາກ ເລືອດໃນທົ່ວປະເທດ ໃຫ້ບັນລຸ 73.000 ຖົງ. ໃນນີ້, ສູນກາງຕ້ອງ ໃຫ້ ບັນລຸ 30.520 ຖົງ ແລະ ທ້ອງ ຖິ່ນໃຫ້ບັນລຸ 42.480 ຖົງ ໂດຍໄດ້ ແບ່ງຕົວເລກໃຫ້ແຕ່ລະແຂວງນໍາ ໄປຈັດຕັ້ງປະຕິບັດ. ການສຳມະນາຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຜັດປ່ຽນກັນປະກອບຄຳ ຄິດຄຳເຫັນ ແລະ ຊອກຫາວິທີທາງ ຕ່າງໆ ເພື່ອຈະປຸກລະດົມໃຫ້ສັງຄົມ ຫັນມາບໍລິຈາກເລືອດແບບສະໝັກ ໃຈ ແລະ ຫັນມາສົນໃຈຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ນັບມື້ຫລາຍຂຶ້ນ ໂດຍສະເພາະ ເຊີນຊວນໃຫ້ຜູ້ທີ່ບໍ່ ເຄີຍບໍລິຈາກເລືອດ ແລະ ຜູ້ທີ່ເຄີຍບໍ ລິຈາກເລືອດມາແລ້ວ ຈົ່ງກັບຄືນມາ ບໍລິຈາກເລືອດຢ່າງສະໝໍ່າສະເໝີ ຕະຫລອດປີ ເພື່ອໃຫ້ມີເລືອດແຮ ໄວ້ຢ່າງພຽງພໍ. ຂ່າວ: ກິດຕາ ຂວາຍທຶນ ມາສ້າງສາພັດທະນາ ສປປ ລາວ ໃຫ້ນັບມື້ກວ້າງຂວາງ ແລະ ຫລາຍຂຶ້ນກວ່າເກົ່າ. ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==