gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 02/08/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** mh kpxu oU mo[ 9tlt|v'ly og-n j v cdj gxQ k\kp .sh wfh 339 8N du [ * ຂ້າພະເຈົ້າຄອບຄົວຜາລີຂັນ, ຄອບຄົວ ວໍລະຈິດ, ຄອບຄົວ ວິຍະ ເກດ, ຄອບຄົວ ນັນທະພອນ, ຄອບ ຄົວ ອິນທະມາລີ, ຄອບຄົວ ລັດທິດາ ຂໍແຈ້ງຂ່າວເສົ້າສະຫລົດໃຈ c9h '0j k;,= ]totde ມາຍັງຍາດ ພີ່ນ້ອງ, ເພື່ອນມິດສະຫາຍ ທີ່ຢູ່ໃກ້ ແລະ ຢູ່ໄກ ຊາບທົ່ວເຖິງ ກັນວ່າ ແມ່ເຖົ້າ ແສດ ຜາລີຂັນ ຜູ້ເປັນແມ່, ເປັນແມ່ເຖົ້າ, ເປັນປ້າ, ເປັນ ອາ ຂອງພວກຂ້າພະເຈົ້າ ໄດ້ເຖິງແກ່ມໍລະນະກຳໄປແລ້ວ ໃນວັນພະຫັດ ວັນທີ 27/07/2023 ເວລາ 20:45 ນາທີ, ລວມ ອາຍຸໄດ້ 93 ປີດ້ວຍໂລກຊາລາ. ປັດຈຸບັນສົບຂອງເພິ່ນໄດ້ບຳເພັນ ກຸສົນຢູ່ທີ່ເຮືອນຂອງເພິ່ນເອງທີ່ບ້ານໜອງສ້າງທໍ່ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. - ວັນຊາປະນະກິດສົບ ຈະໄດ້ຈັດຂຶ້ນ ໃນວັນອາທິດວັນທີ 30/07/2023 ເວລາ13:00 ໂມງ ທີ່ວັດເທບນິມິດ (ທາດຝຸ່ນ) - ມື້ຫ້າງຫາກະກຽມ ແມ່ນວັນອັງຄານ ວັນທີ01/08/2023 ເປັນມື້ ຕັ້ງກອງບຸນ ແລະ ສູດປະລິດຕະມຸງຄຸນ - ວັນພຸດ ວັນທີ 02/08/2023 ເປັນມື້ຕັກບາດ,ຖວາຍສັງຄະທານ ພະສົງ 9 ອົງ ດັ່ງນັ້ນ, ຄອບຄົວ ຂອງພວກຂ້າພະເຈົ້າ ຈຶ່ງໄດ້ແຈ້ງ ເພື່ອຊາບ ທົ່ວເຖິງກັນ ຂໍຂອບໃຈ ຂປລ. ໃນທ້າຍອາທິດຜ່ານມາ ນີ້, ທະນາຄານນະໂຍບາຍ (ທນບ) ໄດ້ຈັດກອງປະຊຸມສະຫລຸບການ ເຄື່ອນໄຫວວຽກງານ 6 ເດືອນຕົ້ນ ປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023, ຜ່ານບົດລາຍ ງານການຈັດຕັ້ງປະຕິບັດວຽກງານ ການສະໜອງສິນເຊື່ອການແກ້ໄຂ ໜີ້ ແລະ ທິດທາງ-ແຜນການໃນຕໍ່ ໜ້າ; ຜ່ານຮ່າງນິຕິກຳວຽກງານ ສິນເຊື່ອ ເປັນຕົ້ນ: ນະໂຍບາຍສິນ ເຊື່ອ, ຄູ່ມືການໃຫ້ສິນເຊື່ອລາຍກຸ່ມ, ບຸກຄົນ-ນິຕິບຸກຄົນ; ບົດລາຍງານ ວຽກງານການບັນຊີ ແລະ ການໃຫ້ບໍ ລິການໃນຕໍ່ໜ້າຂອງ ທນບ ແລະ ບັນ ຫາອື່ນໆ ທີ່ຕິດພັນ. ໃຫ້ກຽດເປັນ ປະທານຂອງທ່ານ ວິສອນ ໄຊສົງ ຄາມ ຜູ້ອຳນວຍການທະນາຄານນະ ໂຍບາຍ, ມີຄະນະອຳນວຍການ, ຄະ ນະພະແນກ, ຄະນະສາຂາ ແລະ ຂະ ແໜງການກ່ຽວຂ້ອງ ເຂົ້າຮ່ວມ. ໃນ 6 ເດືອນຕົ້ນປີ 2023 ທນບ ໄດ້ປ່ອຍສິນເຊື່ອທັງໝົດ 186,10 ຕື້ກີບ ກວມເອົາ 17 ແຂວງ 1 ນະ ຄອນຫລວງ, 70 ເມືອງ,246 ບ້ານ, 297 ກຸ່ມ, 1.080 ຄອບຄົວ, 125 ລາຍບຸກຄົນ ເຊິ່ງໄດ້ປ່ອຍໃນ ເມືອງເປົ້າໝາຍ 120,70 ຕື້ກີບ ເທົ່າກັບ 64%, ຈຸດສຸມລັດຖະບານ- ທ້ອງຖິ່ນ 27,23 ຕື້ກີບ ເທົ່າກັບ 14,6%, ບ້ານ 3 ສ້າງ 38,17 ຕື້ ກີບເທົ່າກັບ 20%. ໃນໄລຍະດຽວ ກັນ, ໄດ້ມີການປ່ອຍສິນເຊື່ອເຂົ້າ ໃນເປົ້າໝາຍປູກຝັງ 83,61 ຕື້ກີບ ກວມ 45%, ເປົ້າໝາຍລ້ຽງສັດ 93,60 ຕື້ກີບ ກວມ 50%, ເປົ້າ ໝາຍຫັດຖະກຳ 2,80 ຕື້ກີບ ກວມ 1,50%, ເປົ້າໝາຍອຸດສາຫະກໍາປຸງແຕ່ງ 1,09 ຕື້ກີບ ກວມ 0,59%, ເປົ້າໝາຍບໍລິການ 5 ຕື້ກີບ ກວມ 2,69%. ພ້ອມນີ້, ຍັງຈະສືບຕໍ່ປ່ອຍ ສິນເຊື່ອຕາມແຜນການ 6 ເດືອນ ລາວ ຈະຟື້ນຟູ... ຊາດ (2022-2034) ໂດຍ ເນັ້ນໃສ່ ການສ້າງທ່າແຮງຄວາມເປັນໄປໄດ້ ຕໍ່ການຟື້ນຟູປະຊາກອນເສືອໂຄ່ງ ໃນປະເທດລາວ, ລວມທັງໃນເຂດ ປ່າສະຫງວນແຫ່ງຊາດນໍ້າປຸຍ. ໃນ ຂະນະທີ່ປະຊາກອນເສືອໃນເຂດ ອາຊີຕາເວັນອອກສ່ຽງໃຕ້ ກໍາລັງ ຜະເຊີນກັບໄພຂົ່ມຂູ່ທີ່ອາດນໍາໄປສູ່ ການສູນພັນ. ທ່ານ ສົມຫວັງ ພິມມະວົງ ຮອງ ຫົວໜ້າກົມປ່າໄມ້ ກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າ: ແຜນການດໍາ ເນີນງານເສືອໂຄ່ງແຫ່ງຊາດ ສະບັບ ໃໝ່ນີ້ແນໃສ່ສ້າງ ແລະ ເພີ່ມທະວີ ຄວາມເປັນເຈົ້າການຂອງ ສປປ ລາວ ຕໍ່ວຽກງານອະນຸລັກຊີວະນາໆພັນ ແລະ ການປະກອບສ່ວນທີ່ເຂັ້ມແຂງ ຂອງຜູ້ມີສ່ວນຮ່ວມຂັ້ນທ້ອງຖິ່ນ ໂດຍສະເພາະ ໃນເຂດທີ່ມີຄວາມ ເປັນໄປໄດ້ສູງຕໍ່ການຟື້ນຟູປະຊາ ກອນເສືອໂຄ່ງ ເຊັ່ນ: ປ່າສະຫງວນ ແຫ່ງ ຊາດນໍ້າປຸຍ ແລະ ອຸທິຍານແຫ່ງ ຊາດນໍ້າແອດ-ພູເລີຍ. ເຖິງວ່າຈະມີ ສິ່ງທ້າທາຍປານໃດກໍຕາມແຕ່ລັດ ຖະບານລາວ ຈະສືບຕໍ່ສຸມໃສ່ການ ປ້ອງກັນໄພຂົ່ມຂູ່ຫລັກທີ່ເປັນສາ ເຫດເຮັດໃຫ້ເສືອໂຄ່ງ ຢູ່ໃນ ສປປ ກະຊວງການເງິນ... ກວດກາພາຍໃນ, ແຕ່ງຕັ້ງທ່ານ ນາງ ວົງສະຫວັນ ພອນແກ້ວປະເສີດ ຮອງຫົວໜ້າພະແນກບໍລິການຄັງ ເງິນເປັນຮອງຫົວໜ້າພະແນກກວດ ກາພາຍໃນ; ພະແນກບັນຊີສັງ ລວມ: ແຕ່ງຕັ້ງທ່ານ ວຽງສອນ ເພັດສີນວນ ຫົວໜ້າພະແນກຄຸ້ມ ຄອງຂໍ້ມູນຂ່າວສານ ເປັນຫົວໜ້າພະ ແນກບັນຊີສັງລວມ, ແຕ່ງຕັ້ງທ່ານ ນາງ ແສງເພັດ ອິນຄຳຟອງ ຮອງ ຫົວໜ້າພະແນກບໍລິການຄັງເງິນ ເປັນຮອງຫົວໜ້າພະແນກບັນຊີສັງ ລວມ; ພະແນກບໍລິການຄັງເງິນ: ແຕ່ງຕັ້ງ ທ່ານ ວັນເພັງ ກ້ານ ຫົວ ໜ້າພະແນກກວດກາລາຍຈ່າຍງົບ ປະມານເປັນຫົວໜ້າພະແນກບໍລິ ການຄັງເງິນ, ແຕ່ງຕັ້ງທ່ານ ນາງ ແສງມະນີ ສິດທິວໍລະດາ ຮອງຫົວ ໜ້າພະແນກຄຸ້ມຄອງແຫລ່ງເງິນ ເປັນຮອງຫົວໜ້າພະແນກບໍລິການ ຄັງເງິນ; ແຕ່ງຕັ້ງທ່ານ ພອນປະເສີດ ສິມມາລາວົງ ຮອງຫົວໜ້າພະ ແນກກວດກາລາຍຈ່າຍງົບປະມານ ເປັນຮອງຫົວໜ້າພະແນກບໍລິການ ຄັງເງິນ; ພະແນກກວດກາລາຍ ຈ່າຍງົບປະມານ: ແຕ່ງຕັ້ງ ທ່ານ ມີໄຊ ພຸດທະວົງ ຫົວໜ້າພະແນກກວດ ກາພາຍໃນ ເປັນຫົວໜ້າພະແນກ ກວດກາລາຍຈ່າຍງົບປະມານ; ແຕ່ງຕັ້ງທ່ານ ນິຄົມ ພົມມະຈັນ ຮອງຫົວໜ້າພະແນກກວດກາພາຍ ໃນ ເປັນຮອງຫົວໜ້າພະແນກກວດ ກາລາຍຈ່າຍງົບປະມານ; ພະແນກ ຄຸ້ມຄອງແຫລ່ງເງິນ: ແຕ່ງຕັ້ງທ່ານ ພູຈັນ ແກ້ວປະເສີດ ຫົວໜ້າພະແນກ ຝຶກອົບຮົມ ແລະ ພັດທະນາກອນ ເປັນຫົວໜ້າພະແນກຄຸ້ມຄອງແຫລ່ງ ເງິນ; ແຕ່ງຕັ້ງທ່ານ ໄຊສະໝອນ ທິບວິໄຊ ຮອງຫົວໜ້າພະແນກບັນ ຊີສັງລວມ ເປັນຮອງຫົວໜ້າພະແນກ ຄຸ້ມຄອງແຫລ່ງເງິນ; ພະແນກພະ ແນກຝຶກອົບຮົມ ແລະ ພັດທະນາ ກອນ: ແຕ່ງຕັ້ງ ທ່ານ ນາງ ຄໍາໝາຍ ບຸນທະວີ ຫົວໜ້າພະແນກຄຸ້ມຄອງ ແຫລ່ງເງິນ ເປັນຫົວໜ້າພະແນກ ພະແນກຝຶກອົບຮົມ ແລະ ພັດທະນາ ກອນຂອງຄັງເງິນແຫ່ງຊາດກະ ຊວງການເງິນ. ພ້ອມກັນນີ້, ຍັງໄດ້ ຜ່ານຂໍ້ຕົກລົງ ແຕ່ງຕັ້ງ ທ່ານ ໄຊກຸສົນ ວົງໄຊຍາ ຮອງຫົວໜ້າພະແນກຄຸ້ມ ຄອງຂໍ້ມູນຂ່າວສານ ເປັນຜູ້ຮັກສາ ການຊົ່ວຄາວຫົວໜ້າພະແນກຄຸ້ມ ຄອງຂໍ້ມູນຂ່າວສານ ຂອງຄັງເງິນ ແຫ່ງຊາດ. ສ່ວນທ່ານອື່ນໆທີ່ບໍ່ມີໃນ ລາຍຊື່ຍົກຍ້າຍ ແລະ ແຕ່ງຕັ້ງຄັ້ງ ນີ້ແມ່ນໄດ້ຖືກບັນຈຸປະການຢູ່ບ່ອນ ເກົ່າ. ໂອກາດນີ້, ທ່ານ ນາງ ວັນພອນ ທ້າຍປີ 2023 ໃຫ້ໄດ້ 339,71 ຕື້ກີບ ເຊິ່ງມີໄລຍະສັ້ນ 16,42 ຕື້ ກີບ, ໄລຍະກາງ 93,24 ຕື້ກີບ,ໄລ ຍະຍາວ 230,05 ຕື້ກີບ; ສືບຕໍ່ຊຸກ ຍູ້, ຕິດຕາມການນຳໃຊ້ເງິນກູ້ ເພື່ອ ສ້າງໃຫ້ໄດ້ໂຄງການພົ້ນເດັ່ນ ແລະ ຄອບຄົວຕົວແບບໃນການນຳໃຊ້ ເງິນກູ້ຂອງ ທນບ; ສືບຕໍ່ສະໜອງ ສິນເຊື່ອຜ່ານ ອກສກ ໃຫ້ມີທ່າອ່ຽງ ເພີ່ມຂຶ້ນ; ກະກຽມຂຶ້ນແຜນສິນເຊື່ອ ປະຈຳປີ 2023 ເພີ່ມຕື່ມ. ສືບຕໍ່ແກ້ໄຂໃນການຂຶ້ນແຜນ ສິນເຊື່ອ ໃຫ້ຊັດເຈນຕ້ອງອີງໃສ່ທ່າ ແຮງ, ຄວາມອາດສາມາດຂອງ ຄອບຄົວເປັນພຶື້ນຖານ ເພື່ອກຳນົດ ໂຄງການຜະລິດທີ່ເປັນເປົ້າໝາຍ ແລະ ວົງເງິນໃຫ້ກູ້ໃນແຕ່ລະຄອບ ຄົວ; ສືບຕໍ່ສະຫລຸບຜົນການຈັດຕັ້ງ ກວດກາຍອດສິນເຊື່ອ ໃນທົ່ວລະບົບ ທັງໝົດໃຫ້ສຳເລັດໂດຍໄວ; ຄົ້ນ ຄວ້າປັບປຸງກົນໄກການຄຸ້ມຄອງບໍລິ ຫານສິນເຊື່ອໃຫ້ມີຄວາມເຂັ້ມແຂງ ກວ່າເກົ່າ; ສືບຕໍ່ພົວພັນ, ປະສານສົມ ທົບອຳນາດການປົກຄອງທ້ອງຖິ່ນ, ຄະນະກຳມະການຄຸ້ມຄອງສິນເຊື່ອ ຂັ້ນຕ່າງໆໃຫ້ເລິກເຊິ່ງ ເພື່ອຊ່ວຍໃນ ການໂຄສະນາໃຫ້ປະຊາຊົນເຂົ້າໃຈ ໜ້າທີ່, ພາລະບົດບາດຂອງ ທນບ. ຂ່າວ: ດວງສັດຈະ ສະຫະພັນແມ່ຍິງ ປີ (20/7/1955-20/7/2023) ເປັນຕົ້ນຈັດງານຂາຍອາຫານ ແລະ ເຄື່ອງດື່ມ ທີ່ກະຊວງການຕ່າງ ປະເທດ ໂດຍມີ ທ່ານ ນາງ ອາລຸນີ ກົມມະສິດ ປະທານກິດຕິມະສັກສະ ຫະພັນແມ່ຍິງກະຊວງການຕ່າງປະ ເທດ, ພັນລະຍາທ່ານຮອງນາຍົົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ພົມມະສອນ ໄດ້ມີຄຳເຫັນວ່າ: ການປະກາດການຈັດຕັ້ງໃນຄັ້ງນີ້, ແມ່ນການສັບຊ້ອນໝູນວຽນພະນັກ ງານ-ລັດຖະກອນ ເຂົ້າໃນການຈັດ ຕັ້ງປະຕິບັດວຽກງານຕ່າງໆ ເພື່ອປັບ ປຸງວຽກງານແຕ່ລະຂະແໜງການ ໃຫ້ໄດ້ຮັບປະສິດທິຜົນ,ໃຫ້ມີການ ປ່ຽນແປງໃໝ່ທີ່ຖືກຕ້ອງຕາມທິດ ຊີ້ ນໍາ. ທັງນີ້, ກໍເພື່ອເປັນການສືບຕໍ່ ຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບ ມອບໝາຍໃຫ້ໄດ້ຮັບຜົນສໍາເລັດ ເປັນກ້າວໆ. ຂ່າວ-ພາບ: ກະຊວງການເງິນ ການຕ່າງປະເທດ, ມີບັນດາພັນລະ ຍາຄະນະນຳກະຊວງ, ພະນັກງານ ບຳນານເພດຍິງ, ບັນດາເອື້ອຍນ້ອງ ແມ່ຍິງ ແລະ ອ້າຍນ້ອງຊາຍພາຍ ໃນກະຊວງ ແລະ ຕາງໜ້າແມ່ຍິງ ກະຊວງອ້ອມຂ້າງເຂົ້າຮ່ວມ. ງານຂາຍອາຫານ ແລະ ເຄື່ອງ ດື່ມຄັ້ງນີ້, ເປັນການປະກອບສ່ວນ ຂອງບັນດາໜ່ວຍແມ່ຍິງໃນກະ ຊວງການຕ່າງປະເທດ ເຊິ່ງມີປະ ເພດອາຫານ, ເຄື່ອງດື່ມ ແລະ ເຄື່ອງ ຫັດຖະກຳ ຈຳນວນໜຶ່ງ ເພື່ອຫາ ລາຍໄດ້ສົມທົບທຶນເຂົ້າໃນໜ່ວຍ ແມ່ຍິງຂອງຕົນ. ພ້ອມນີ້, ໃນພິທີ ຍັງ ໄດ້ມີການມອບຂອງຂວັນໃຫ້ແກ່ ພະນັກງານບຳນານເພດຍິງ ເພື່ອ ສະແດງຄວາຮູ້ບຸນຄຸນຕໍ່ຜົນງານທີ່ ພວກເພິ່ນໄດ້ສ້າງໄວ້ໃນໄລຍະທີ່ ຜ່ານມາ. ໃນໂອກາດດຽວກັນ, ຄະນະບໍລິ ຫານງານສະຫະພັນແມ່ຍິງກະ ຊວງການຕ່າງປະເທດຍັງໄດ້ນຳ ພາເອື້ອຍນ້ອງແມ່ຍິງເຄື່ອນໄຫວ ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບສູນໃຫ້ຄຳປຶກສາ ແລະ ປົກປ້ອງ ແມ່ຍິງ ໃນວັນທີ 21 ກໍລະກົດ ຜ່ານ ມານຳໂດຍ ທ່ານ ນາງ ຂັນມາລາ ພັນດານຸວົງ ຮອງປະທານສະຫະ ພັນແມ່ຍິງກະຊວງການຕ່າງປະ ເທດ. ໃນໂອກາດດັ່ງກ່າວ, ໄດ້ມີ ການປຶກສາຫາລື ແລະ ແລກປ່ຽນ ບົດຮຽນກ່ຽວກັບກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸດ ແລະ ການແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບພາລະບົດບາດ ແລະ ການ ຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍ ຂອງສູນໃຫ້ຄຳປຶກສາດັ່ງກ່າວ. ສູນໃຫ້ຄຳປຶກສາປົກປ້ອງແມ່ ຍິງ ແລະ ເດັກນ້ອຍ ນອກຈາກເຮັດ ໜ້າທີ່ໃນການຊ່ວຍເຫລືອແມ່ຍິງ ແລະ ເດັກນ້ອຍຜູ້ທີ່ຖືກເຄາະຮ້າຍ ແລ້ວ, ທາງສູນຍັງໄດ້ເອົາໃຈໃສ່ໃນ ການເຜີຍແຜ່ຄວາມຮູ້ກ່ຽວກັບສິດ ຂອງແມ່ຍິງຕໍ່ກຽດສັກສີ ແລະ ການ ປົກປ້ອງຈາກຮູບແບບຄວາມຮຸນ ແຮງ ແລະ ການຈຳແນກທຸກຮູບ ແບບໃຫ້ແກ່ແມ່ຍິງພາກສ່ວນຕ່າງໆ ໄດ້ເຂົ້າໃຈ. ນອກຈາກນັ້ນ, ຍັງໄດ້ໄປຢ້ຽມ ຢາມ ແລະ ອວຍພອນພະນັກງານ ອາວຸໂສບໍານານເພດຍິງຂອງກະ ຊວງການຕ່າງປະເທດຈຳນວນ ໜຶ່ງ, ເພື່ອສະແດງຄວາມເປັນຫ່ວງ ເປັນໄຍ ເພື່ອສ້າງຄວາມຮັກແພງ ແລະ ທັງເປັນກຳລັງໃຈໃຫ້ແກ່ພະ ນັກງານບຳນານຕື່ມອີກ . ລາວ ຫລຸດລົງ, ສ້າງຄວາມເຂັ້ມແຂງ ຕໍ່ກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍສັດປ່າ ແລະ ດໍາລັດວ່າ ດ້ວຍສົນທິສັນຍາການຄ້າຂາຍສັດ ປ່າ ແລະ ພືດປ່າ ທີ່ໃກ້ຈະສູນພັນລະ ຫວ່າງຊາດ (CITES), ພ້ອມທັງ ສຸມໃສ່ແຜນໄລຍະ 10 ປີນີ້ ເພື່ອເປັນ ເສັ້ນທາງຕໍ່ການຟື້ນຟູປະຊາກອນ ເສືອໂຄ່ງຕາມຖິ່ນອາໄສທາງທໍາມະ ຊາດ ໃນລາວເຮົາອີກຄັ້ງ. ອົງການ WWF-Laos ໄດ້ໃຫ້ ການສະໜັບສະໜູນ ແລະ ເຮັດ ວຽກຮ່ວມກັບລັດຖະບານລາວ ໃນ ວຽກງານອະນຸລັກທໍາມະຊາດມາ ຫລາຍກວ່າສອງທົດສະວັດ ເຊິ່ງ ສ່ວນໃຫຍ່ ແມ່ນກວມເອົາເຂດປ່າ ສະຫງວນ ແຫ່ງຊາດນໍ້າປຸຍ ທີ່ເຄີຍ ເປັນແຫລ່ງທີ່ຢູ່ອາໄສທາງທໍາມະ ຊາດຂອງເສືອໂຄ່ງມາກ່ອນໂດຍມີ ເນື້ອທີ່ກວມເອົາ 1.900 ກິໂລຕາ ແມັດ ໄປທາງທິດຕາເວັນຕົກຂອງ ປະເທດ. ທ່ານ ອັກຈູສັນ ຣາຊພົນ ຫົວ ໜ້າແຜນງານສັດປ່າ ແລະ ຝ່າຍວິ ທະຍາສາດການອະນຸລັກ, ອົງການ WWF-Laos ໄດ້ກ່າວວ່າ: ຄວາມ ກະຕືລືລົ້ນ ທີ່ຈະຟື້ນຟູປະຊາກອນ ເສືອໂຄ່ງຕາມຖິ່ນອາໄສທາງທໍາ ມະຊາດ ໃນລາວ ມີຄວາມສໍາຄັນເກີນ ກວ່າການປົກປ້ອງສັດປ່າສາຍພັນ ນີ້ ພຽງຊະນິດດຽວ. ທັງນີ້, ກໍເພາະວ່າ ການທີ່ມີເສືອໂຄ່ງຢູ່ບ່ອນໃດສະແດງ ໃຫ້ເຫັນຄວາມອຸດົມສົມບູນ, ການ ເຕີບໃຫຍ່ຂະຫຍາຍຕົວຂອງລະບົບ ນິເວດທີ່ເປັນສິ່ງຄໍ້າຈູນ ແລະ ສະໜັບ ສະໜູນຄວາມຫລາກຫລາຍທາງ ດ້ານຊີວະນາໆພັນ. ພວກເຮົາບໍ່ສາ ມາດທີ່ຈະປ່ອຍໂອກາດໃຫ້ຫລຸດມື ໃນການນໍາເສືອໂຄ່ງ ເຊິ່ງເປັນສັດ ໃນຕໍານານຂອງອາຊີ ຄືນສູ່ພື້ນທີ່ ທີ່ ຍັງມີຄວາມອຸດົມສົມບູນ ໂດຍສະ ເພາະ ປ່າສະຫງວນແຫ່ງຊາດ ນໍ້າປຸຍ ເຊິ່ງເປັນໜຶ່ງໃນເຂດບຸລິມະສິດທີ່ ອົງການ WWF-Laos ໄດ້ສະໜັບ ສະໜູນວຽກງານອະນຸລັກຕະຫລອດ ໄລຍະ 14 ປີທີ່ຜ່ານມາ. ປ່າສະຫງວນແຫ່ງຊາດນໍ້າປຸຍ ເປັນພື້ນທີ່ຍຸດທະສາດທີ່ມີທີ່ຕັ້ງລຽບ ໄປຕາມທາງທິດຕາເວັນຕົກ ຂອງ ປະເທດ ເຊິ່ງມີການບຸກລຸກຈາກການ ໃສ່ແຮ້ວ ຫລື ກັບດັກຈັບສັດໃຫຍ່ ໜ້ອຍກວ່າ ຖ້າທຽບໃສ່ພື້ນທີ່ເຂດຕາ ເວັນອອກ ແລະ ນັ້ນອາດເປັນການ ເປີດທາງໃຫ້ບັນດາປະຊາກອນເສືອ ໂຄ່ງ ຈາກທາງເພື່ອນບ້ານ ຂະຫຍາຍ ເຂດອາໄສມາຍັງເຂດດັ່ງກ່າວອີກ. ພ້ອມນີ້, ປ່າສະຫງວນແຫ່ງຊາດ ນໍ້າປຸຍ ຍັງເປັນເຂດແດນເຊື່ອມຕໍ່, ປະຊາກອນເສືອໂຄ່ງທີ່ມີການຂະ ຫຍາຍພັນ ໃນເຂດປະ ເທດໄທ ອາດ ແຜ່ຂະຫຍາຍມາສູ່ຂົງເຂດດັ່ງກ່າວ ເຊິ່ງຈະເຮັດໃຫ້ເກີດມີການເພີ່ມຂຶ້ນ ຂອງຄວາມຫລາກຫລາຍທາງດ້ານ ທໍາມະຊາດ, ລວມເຖິງການເຊື່ອມ ໂຍງ ລະຫວ່າງພາກພື້ນອ້ອມຂ້າງ. ນອກຈາກນັ້ນ, ປ່າສະຫງວນ ແຫ່ງຊາດນໍ້າປຸຍ ກໍາລັງຢູ່ລະຫວ່າງ ການພິຈາລະນາຕໍ່ການຍົກລະດັບ ໄປເປັນອຸທິຍານມໍລະດົກຂອງອາ ຊຽນເຊິ່ງສິ່ງດັ່ງກ່າວ, ເນັ້ນຢໍ້າໃຫ້ ເຫັນ ເຖິງຄວາມສໍາຄັນ ຂອງປ່າສະ ຫງວນໃນວຽກງານອະນຸລັກເສືອ ໂຄ່ງໃນລະດັບພາກພື້ນ. ຂ່າວ: ທະນູທອງ
RkJQdWJsaXNoZXIy MTc3MTYxMQ==