ຍີ່ປຸ່ນ ເກີນດຸນບັນຊີໝູນວຽນ 3,93 ພັນຕື້ເຢນ

08/04/2026 15:09
Email Print 83
KPL - Asean 2024 ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍວ່າ: ຍອດເກີນດຸນບັນຊີ ໝູນວຽນ ໃນເດືອນ ກຸມພາ ລວມມີ 3,93 ພັນຕື້ເຢນ (2,48 ໝື່ນລ້ານໂດລາ ສະຫະລັດ) ເຖິງແມ່ນວ່າ ການນໍາເຂົ້າ ສິນຄ້າ ເພີ່ມຂຶ້ນ ກ່ອນວັນພັກກຸດຈີນ ຂອງ ຈີນ.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງ ການເງິນ ຍີ່ປຸ່ນ ເປີດເຜີຍວ່າ: ຍອດເກີນດຸນບັນຊີ ໝູນວຽນ ໃນເດືອນ ກຸມພາ ລວມມີ 3,93 ພັນຕື້ເຢນ (2,48 ໝື່ນລ້ານໂດລາ ສະຫະລັດ) ເຖິງແມ່ນວ່າ ການນໍາເຂົ້າ ສິນຄ້າ ເພີ່ມຂຶ້ນ ກ່ອນວັນພັກກຸດຈີນ ຂອງ ຈີນ. ໃນຂະນະທີ່ ສົງຄາມໃນອີຣານ ອາດຈະສົ່ງຜົນກະທົບ ຕໍ່ການນໍາເຂົ້າ ໃນເດືອນຖັດໄປ.

ໃນເບື້ອງຕົ້ນ ດຸນບັນຊີ ລວມເຖິງ ລາຍໄດ້ ຈາກເງິນ ປັນຜົນ ແລະ ດອກເບ້ຍ ທີ່ມາຈາກ ການລົງທຶນໃນຕ່າງ ປະເທດ ລວມມີ 4,24 ພັນຕື້ເຢນ ເພີ່ມຂຶ້ນ 11,6%,  ສ່ວນດຸນການຄ້າ ມີຍອດເກີນດຸນ 2,676 ແສນລ້ານເຢນ , ຫລຸດລົງ 67,0%,​ ເມື່ອທຽບໃສ່ປີ ຜ່ານມາ.ໃນຂະນະທີ່ ຍອດການສົ່ງອອກ ບັນລຸ ລະດັບ 9,37 ພັນຕື້ເຢນ . ເພີ່ມຂຶ້ນ 2,8%, ສ່ວນຍອດ ນໍາເຂົ້າ ຈຳນວນ 9,10 ພັນຕື້ເຢນ, ເພີ່ມຂຶ້ນ 9,7% ແລະ ອື່ນໆ. /

KPL