ຄວາມຂັດແຍ່ງຕາເວັນອອກກາງ ສົ່ງຜົນໃຫ້ເສດຖະກິດໂລກ ເຕີບໂຕຊ້າລົງ-ອັດຕາເງິນເຟີ້ເພີ່ມຂຶ້ນ
ຂປລ. ວິທະຍຸໂທລະພາບ ສູນກາງ ຈີນ (CMG): ເມື່ອບໍ່ດົນມານີ້, ທ່ານນາງ ຄຣິສຕາລິນາ ຈໍຈີວາ ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາ ສາກົນ ຫລື IMF ຢືນຢັນວ່າ: ສົງຄາມ ຢູ່ພາກພື້ນ ຕາເວັນອອກກາງ ຈະເຮັດໃຫ້ສະພາບໄພເງິນເຟີ້ ໜັກໜ່ວງຂຶ້ນຕື່ມ ແລະ ຈັງຫວະ ການເຕີບໂຕ ຂອງ ເສດຖະກິດໂລກ ຊັກຊ້າລົງ.
ຖ້າຫາກ ບໍ່ມີສົງຄາມໃນຄັ້ງນີ້, ການຄາດຄະເນ ຕໍ່ການເຕີບໂຕ ຂອງ ເສດຖະກິດ ອາດຈະປັບຕົວສູງຂຶ້ນ. ແຕ່ທຸກສັນຍານ ໃນປັດຈຸບັນ ລ້ວນແຕ່ ສະແດງໃຫ້ເຫັນວ່າ ລາຄາ ສິນຄ້າ ເພີ່ມສູງຂຶ້ນ ແລະ ການເຕີບໂຕ ຂອງ ເສດຖະກິດ ຊັກຊ້າລົງ. ຖ້າຫາກ ສົງຄາມ ໃນຄັ້ງນີ້ ສືບຕໍ່ແກ່ຍາວ ເປັນເວລາ ດົນນານ, ຈະສົ່ງຜົນກະທົບ ຢ່າງໜັກໜ່ວງ ກວ່າເກົ່າ ຕໍ່ອັດຕາໄພເງິນເຟີ້ ແລະ ການເຕີບໂຕ ຂອງ ເສດຖະກິດໂລກ.
ນອກຈາກນັ້ນ, ທ່ານນາງ ຈໍຈີວາ ຍັງກ່າວຕື່ມວ່າ: ກອງທຶນ ເງິນຕາ ສາກົນ ໄດ້ຮັບຄຳຮ້ອງຂໍ ການຊ່ວຍເຫລືອ ດ້ານການເງິນ ຈາກຫລາຍປະເທດ ແລະ ກອງທຶນນີ້ ສາມາດ ເພີ່ມໂຄງການ ກູ້ຢືມ ຈຳນວນໜຶ່ງ ທີ່ມີຢູ່ ໃນປັດຈຸບັນ ເພື່ອຕອບສະໜອງ ຄວາມຕ້ອງການ ຂອງປະເທດເຫລົ່ານີ້./
