ເອີຣົບ ຊ່ວຍເຫລືອກູບາ ດ້ວຍມູນຄ່າ 2,32 ລ້ານໂດລາ

04/04/2026 11:52
Email Print 83
KPL - Asean 2024 ຄະນະກຳມະການ ເອີຣົບ (ອີຊີ) ແຈ້ງໃຫ້ຮູ້ວ່າ: ໄດ້ປ່ອຍບ້ວງເງິນໜູນຊ່ວຍ ທີ່ມີ ມູນຄ່າ 2 ລ້ານເອີໂຣ (2,32 ລ້ານໂດລາສະຫະລັດ) ໃຫ້ແກ່ ກູບາ ເພີ່ມຕື່ມອີກ.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ວັນ​ທີ 01 ເມ​ສາ, ຄະ​ນະ​ກຳ​ມະ​ການ ເອີ​ຣົບ (ອີ​ຊີ) ແຈ້ງ​ໃຫ້​ຮູ້ວ່າ: ໄດ້​ປ່ອຍ​ບ້ວງ​ເງິນໜູນ​ຊ່ວຍ​ ທີ່​ມີ​ ມູນ​ຄ່າ 2 ລ້ານ​ເອີ​ໂຣ (2,32 ລ້ານໂດລາສະຫະລັດ) ໃຫ້​ແກ່ ກູ​ບາ ເພີ່ມຕື່ມ​ອີກ. ​ຕາມ​ຖະ​ແຫລງ​ການ​ ຂອງ ອີ​ຊີ ລະບຸວ່າ: ບ້ວ​ງ​ເງິນ ດັ່ງ​ກ່າວ​ ຈະ​ປະ​ກອບ​ສ່ວນເຂົ້າໃນ ການ​ໜູນ​ຊ່ວຍ​ ວຽກ​ງານ​ພະ​ລາ​ທິ​ການ​ ໃຫ້​ແກ່ ​ຄູ່​ຮ່ວມ​ມື​ ມະ​ນຸດ​ສະ​ທຳ ຂອງ​ ສະ​ຫະ​ພາບ ເອີ​ຣົບ (ອີ​ຢູ) ໃນການ ສະ​ໜອງ​ ບ້ວງ​ເງິນ​ ອຸ​ປະ​ຖຳ ໂດຍ​ດ່ວນ​ ແລະ ​ຜູ້​ທີ່ມີ​ຄວາມ​ສ່ຽງ​ສູງ​, ຍ້ອນ​ວິ​ກິດ​ການ​ ດ້ານ​ພະ​ລັງ​ງານ​ ໃນ​ປະ​ຈຸ​ບັນ ແລະ ບັນ​ດາ​ ຄວາມ​ຫຍຸ້ງ​ຍາກ​ ກ່ຽວ​ຂ້ອງ​ເຖິງ​ ການ​ຈັດ​ແບ່ງ ​ທັນ​ຍາ​ຫານ ແລະ ນ້ຳ​ດຶ່ມ​ ຢູ່ ກູບາ.  ບ້ວງເງິນ​ນີ້ ແມ່ນ​ເພີ່ມ​ເຕີມ​ ໃຫ້​ບ້ວງ​ເງິນ ຊ່ວຍເຫລືອ​ 4 ລ້ານເອີ​ໂຣ ທີ່​ໄດ້ອະ​ນຸ​ມັດ​ຜ່ານ ​ກ່ອນໜ້ານັ້ນ​ໃນ​ປີນີ້ ເຊິ່ງ​ເຄີຍ​ສະ​ຫງວນ​ ໃຫ້​ພາກ​ພື້ນ ກາ​ຣີ​ເບ./

 

KPL