ສະພາແຫ່ງຊາດ ກຳປູເຈຍ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍຕ້ານການຫລອກລວງ ທາງໂທລະຄົມ

01/04/2026 17:10
Email Print 83
KPL - Asean 2024 ສະພາແຫ່ງຊາດກຳປູເຈຍ ໄດ້ຈັດ ກອງປະຊຸມ ຄົບຄະນະ ໂດຍໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍ ວ່າດ້ວຍ ການຕ້ານການຫລອກລວງ ທາງໂທລະຄົມ ໂດຍມີ ສະມາຊິກສະພາ ລວມທັງໝົດ 112 ທ່ານເຂົ້າຮ່ວມ.

ຂປລ.ຕາມແຫລ່ງຂ່າວ ວິທະຍຸໂທລະພາບ ສູນກາງຈີນ (CMG): ​ວັນ​ທີ 30 ມີ​ນາ​ນີ້, ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ ໄດ້​ຈັດ ​ກອງ​ປະ​ຊຸມ ​ຄົບ​ຄະ​ນະ ໂດຍໄດ້​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​​ເອົາຮ່າງ​ກົດ​ໝາຍ ​ວ່າ​ດ້ວຍ​ ການ​ຕ້ານ​ການຫລອກ​ລວງ​ ທາງ​ໂທ​ລະ​ຄົມ ​ໂດຍມີ​ ສະ​ມ​າ​ຊິກ​ສະ​ພາ ​ລວມທັງ​ໝົດ 112 ທ່ານ​ເຂົ້າ​ຮ່ວມ. ຮ່າງ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ​ ໄດ້​ຮັບ​ການ​ເຫັນ​ດີ​ ໃນ​ການ​ລົງ​ຄະ​ແນນ​ສຽງ.

ກ່ອນ​ໜ້າ​ນີ້, ທ່ານ​ຮຸນ​ມາ​ເນດ ນາ​ຍົກ​ ລັດ​ຖະ​ມົນ​ຕີ ​ກຳ​ປູ​ເຈຍ​ ກ່າວ​ວ່າ: ​ລັດ​ຖະ​ບານ​ ກຳ​ປູ​ເຈຍ ​ຈະ​ໃຊ້​ມາດ​ຕະ​ການ​ທີ່​ເຂັ້ມ​ງວດ​ທີ່​ສຸດ ​ເພື່ອ​ປາບ​ປາມ​ ອາ​ຊະ​ຍາ​ກຳ ​ການຫລອກ​ລວງ​ ທາງ​ໂທ​ລະ​ຄົມ, ຕັດ​ຂາດ​ກັບ​ ການ​ເຄື່ອນ​ໄຫວຫລອກ​ລວງ ​ທາງ​ໂທ​ລະ​ຄົມ ​ຢ່າງ​ເຖິງ​ຖອງ.

ນອກຈາກນັ້ນ, ທ່ານ ​ຮຸນ​ມາ​ເນດ ຍັງ​ກ່າວ​ຕື່ມ​ວ່າ: ​ຜູ້​ໃດ​ກໍ​ຕາມ ​ທີ່ ​ເອົາ​ຊັບ​ສິນ ​ຂອງ​ຕົນ ໃຫ້​ແກ່   ​ກຸ່ມ​ຜິດ​ກົດ​ໝາຍ​ເຊົ່າ ເພື່ອ​ດຳ​ເນີນ​ ການ​ເຄື່ອນ​ໄຫວ ຫລອກ​ລວງ​ ທາງ​ໂທ​ລະ​ຄົມ, ການ​ຮັບ​ ສະ​ໝັກ​ຄົນ ​ເຂົ້າ​ຮ່ວມ ​ດຳ​ເນີນ ​ການ​ເຄື່ອນ​ໄຫວ ຫລອກ​ລວງ​ ທາງ​ໂທ​ລະ​ຄົມ ຫລື ບຸກ​ຄົນ​ທີ່ເຮັດ​ວຽກ​ ທີ່​ກ່ຽວ​ຂ້ອງ​ ຢູ່​ໃນ​ກຸ່ມຫລອກ​ລວງ​ ທາງ​ໂທ​ລະ​ຄົມ, ຕ່າງ​​ຕ້ອງ​ໄດ້​ຮັບ​ຜິດ​ຊອບ ຕາມ​ກົດ​ໝາຍ./

 

KPL