ກຸ່ມຈີ 7 ຈັດກອງປະຊຸມ ລັດຖະມົນຕີການເງິນ-ພະລັງງານ

01/04/2026 17:10
Email Print 83
KPL - Asean 2024 ກຸ່ມປະເທດ ອຸດສາຫະກຳ ຊັ້ນນໍາ ທັງ 7 ຫລື ຈີ 7 ຈັດກອງປະຊຸມ ອອນລາຍ (ວັນທີ 30 ມີນາ) ໂດຍມີ ລັດຖະມົນຕີ ກະຊວງການເງິນ, ລັດຖະມົນຕີ ວ່າການກະຊວງ ພະລັງງານ ແລະ ຜູ້ວ່າ ການທະນາຄານກາງ ເຂົ້າຮ່ວມ ເພື່ອປຶກສາຫາລື ກ່ຽວກັບ ມາດຕະການ ຮັບມືກັບ ລາຄາ ນໍ້າມັນດີບ

ຂປລ. ສຳນັກຂ່າວ ກຽວໂດ ລາຍງານວ່າ:​ ກຸ່ມປະເທດ ອຸດສາຫະກຳ ຊັ້ນນໍາ ທັງ 7 ຫລື ຈີ 7 ຈັດກອງປະຊຸມ ອອນລາຍ (ວັນທີ 30 ມີນາ) ໂດຍມີ ລັດຖະມົນຕີ ກະຊວງການເງິນ, ລັດຖະມົນຕີ ວ່າການກະຊວງ ພະລັງງານ ແລະ ຜູ້ວ່າ ການທະນາຄານກາງ ເຂົ້າຮ່ວມ ເພື່ອປຶກສາຫາລື ກ່ຽວກັບ ມາດຕະການ ຮັບມືກັບ ລາຄາ ນໍ້າມັນດີບ ທີ່ເພີ່ມສູງຂຶ້ນເນື່ອງມາຈາກ ສົງຄາມ ລະຫວ່າງ ຝ່າຍ ອີຣານ ກັບ ຝ່າຍສ.ອາເມລິກາ ແລະ ອິດສະຣາແອນ.

ເພື່ອການຮ່ວມມືກັນ ລະບາຍ ນໍ້າມັນ ສຳຮອງ ທາງຍຸດທະສາດ ເພີ່ມເຕີມ ຊຶ່ງພວມຢູ່ ໃນລະຫວ່າງ ການພິຈາລະນາ ຂອງ ວົງການ ພະລັງງານ ລະຫວ່າງ ປະເທດ (IEA) ເຊິ່ງເປັນໜຶ່ງໃນຫົວຂໍ້ ທີ່ ຄາດວ່າ ຈະຢູ່ໃນ ວາລະ ກອງປະຊຸມ ທາງອອນລາຍ ຂອງ ກຸ່ມ ຈີ 7 ໃນຄັ້ງນີ້.

ໃນຂະນະທີ່ ຄວາມຂັດແຍ່ງ ໃນເຂດຕາເວັນອອກກາງ ທີ່ເລີ່ມຂຶ້ນ ຈາກການ ທີ່ ສ.ອາເມລິກາ ແລະ ອິດສະຣາແອນ ເປີດສາກ ໂຈມຕີ ທາງອາກາດ ກັບ ອີຣານ ເມື່ອທ້າຍ ເດືອນກຸມພາ ທີ່ຜ່ານມາ ໄດ້ເຮັດໃຫ້ກອງກຳລັງ ອີຣານ ປິດຊ່ອງແຄບຮໍມຸດ, ຊຶ່ງເປັນ ເສັ້ນທາງ ແລ່ນກຳປັ່ນ ສຳຄັນ ສຳລັບ ການຂົນສົ່ງ ນໍ້າມັນ ທົ່ວໂລກ, ສົ່ງຜົນໃຫ້ ເກີດການສະໜອງນໍ້າມັນ ຢຸດຈຶ້ງ ແລະ ເຮັດໃຫ້ ລາຄາ ນໍ້າມັນດີບ ເພີ່ມສູງຂຶ້ນ./

KPL