ອິນໂດເນເຊຍ ກຽມສືບຕໍ່ຜະລິດໄບໂອດີເຊລ ບີ 50
Email
Print
83
KPL - Asean 2024
ປະທານາທິບໍດີ ປຣາໂບໂວ ຊູບຽນໂຕ ຂອງອິນໂດເນເຊຍ ເປີດເຜີຍ ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ໃນວັນທີ 30 ມີນາວ່າ: ອິນໂດເນເຊຍ ຈະສືບຕໍ່ໂຄງການ ໄບໂອດີເຊລ ບີ 50 ທີ່ ຜະລິດຈາກ ນໍ້າມັນປາມ ໃນປີ 2026.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ປະທານາທິບໍດີ ປຣາໂບໂວ ຊູບຽນໂຕ ຂອງອິນໂດເນເຊຍ ເປີດເຜີຍ ໃນລະຫວ່າງ ການເດີນທາງ ໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ໃນວັນທີ 30 ມີນາວ່າ: ອິນໂດເນເຊຍ ຈະສືບຕໍ່ໂຄງການ ໄບໂອດີເຊລ ບີ 50 ທີ່ ຜະລິດຈາກ ນໍ້າມັນປາມ ໃນປີ 2026.
ໂດຍ ທ່ານ ປຣາໂບໂວ ຊູບຽນໂຕ ກ່າວໃນເວທີ ທຸລະກິດ ກ່ອນການປຶກສາຫາລື ກັບ ນາຍົກລັດຖະມົນຕີ ຊານາເອະ ທາຄາອິຈິ ຂອງຍີ່ປຸ່ນ ວ່າ ອິນໂດເນເຊຍ ພວມກ້າວໄປສູ່ ພະລັງງານ ຊີວະພາບ ຢ່າງຮອບດ້ານ. ຄາດວ່າ ໃນປີນີ້ ຈະຜະລິດ ນໍ້າມັນ ກະຊວນ ຈາກນໍ້າມັນປາມ, ເຊິ່ງປັດຈຸບັນ ພວມເພີ່ມອັດຕາສ່ວນ ຈາກ 40% ເປັນ 50%.
ກ່ອນໜ້ານີ້ ອິນໂດເນເຊຍ ໄດ້ຍົກເລີກ ແຜນເປີດຕົວ ບີ50 ໃນປີ 2026 ຊຶ່ງເປັນ ສ່ວນຜະສົມ ລະຫວ່າງ ໄບໂອດີເຊລ ທີ່ ຜະລິດຈາກ ນໍ້າມັນປາມ 50% ກັບ ນໍ້າມັນ ກະຊວນ ທົ່ວໄປ 50% ເນື່ອງຈາກ ມີບັນຫາ ທາງດ້ານເຕັກນິກ ແລະ ງົບປະມານ ໂດຍເລືອກໃຊ້ ອັດຕາສ່ວນ ບີ40 ແທນ./
