ທະນາຄານ ສ.ເກົາຫລີ ສືບຕໍ່ຮັກສາ ອັດຕາດອກເບ້ຍ 2,5%

25/10/2025 12:18
Email Print 83
KPL - Asean 2024 ກອງປະຊຸມ ທະນາຄານກາງ ສ.ເກົາຫລີ (BOK) ໄດ້ມີມະຕິ ສືບຕໍ່ຮັກສາ ອັດຕາດອກເບ້ຍ ນະໂຍບາຍ ລະດັບ 2,5% ຕິດຕໍ່ກັນຄັ້ງທີ 3 ເພື່ອໃຫ້ສອດຄ່ອງກັບ ການຄາດການ ຂອງຕະຫລາດ.

ຂປລ. ສຳນັກຂ່າວ ອິນໂຟເຄວສ, ວັນທີ 23 ຕຸລາ, ກອງປະຊຸມ ທະນາຄານກາງ ສ.ເກົາຫລີ (BOK) ໄດ້ມີມະຕິ ສືບຕໍ່ຮັກສາ ອັດຕາດອກເບ້ຍ ນະໂຍບາຍ ລະດັບ 2,5% ຕິດຕໍ່ກັນຄັ້ງທີ 3 ເພື່ອໃຫ້ສອດຄ່ອງກັບ ການຄາດການ ຂອງຕະຫລາດ.

ຖະແຫລງການ ຂອງ Bok ລະບຸ ວ່າ: ການຕັດສິນໃຈ ຮັກສາອັດຕາດອກເບ້ຍ ຢູ່ໃນກອງປະຊຸມ ຫລ້າສຸດ ເພື່ອຈະຮັກສາ ສະຖຽນລະພາບ ທາງດ້ານການເງິນ ໃນໄລຍະທີ່ ລາຄາອະສັງຫາ ລິມະຊັບ ໃນ ສ.ເກົາຫລີ ເພີ່ມສູງຂຶ້ນຢ່າງຮຸນແຮງ ແລະ ສະກຸນເງິນວອນ ຫລຸດມູນຄ່າລົງ ຢ່າງໜັກ. ຢ່າງໃດກໍ່ຕາມ Bok ກ່າວວ່າ ຄະນະ ກຳມະການ ດັ່ງກ່າວ ຍັງຫລຸດຜ່ອນ ນະໂຍບາຍ ການເງິນ ດ້ວຍການປັບຫລຸດ ອັດຕາດອກເບ້ຍ ໃນຕໍ່ໜ້າ ເພື່ອປ້ອງກັນ ບໍ່ໃຫ້ ເສດຖະກິດ ຫລຸດລົງ ແລະ ເພື່ອຮັບມືກັບ ຄວາມສ່ຽງເສດ ຖະກິດ ທີ່ຈະໄດ້ຮັບ ຜົນກະທົບ ຈາກ ມາດຕະການພາສີ ຂອງ ສ.ອາເມລິກາ. /.

KPL