ສສ ຫວຽດນາມ ເລັ່ງພັດທະນາຊັບພະຍາກອນມະນຸດໃນຂະແໜງອຸດສາຫະກຳ

21/10/2024 10:44
Email Print 83
KPL - Asean 2024 ສສ ຫວຽດນາມ ເລັ່ງພັດທະນາ ແຫລ່ງຊັບພະຍາ ກອນມະນຸດ ໃນຂະແໜງ ອຸດສາ ຫະກຳ ໂດຍສະເພາະ ໃນຂົງເຂດ ອອກແບບ ແລະ ຜະລິດ ຮາດແວ Microchip, ສ້າງວິສາຫະກິດ ໃນຂົງເຂດ Microchip ເອເລັກ ໂຕຣນິກ, ປະຕິບັດ ຄາດໝາຍຮອດປີ 2050 ສສ ຫວຽດ ນາມ ຈະມີຖັນແຖວ ຊັບພະຍາກອນມະນຸດ ຢ່າງເຂັ້ມແຂງ ເຂົ້າຮ່ວມ ລະບົບ ມູນຄ່າ ຂະ ແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ທົ່ວໂລກ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ສສ ຫວຽດນາມ ເລັ່ງພັດທະນາ ແຫລ່ງຊັບພະຍາ ກອນມະນຸດ ໃນຂະແໜງ ອຸດສາ ຫະກຳ ໂດຍສະເພາະ ໃນຂົງເຂດ ອອກແບບ ແລະ ຜະລິດ ຮາດແວ Microchip, ສ້າງວິສາຫະກິດ ໃນຂົງເຂດ Microchip ເອເລັກ ໂຕຣນິກ, ປະຕິບັດ ຄາດໝາຍຮອດປີ 2050 ສສ ຫວຽດນາມ ຈະມີຖັນແຖວ ຊັບພະຍາກອນມະນຸດ ຢ່າງເຂັ້ມແຂງ ເຂົ້າຮ່ວມ ລະບົບ ມູນຄ່າ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ທົ່ວໂລກ. ເນື່ອງຈາກ ຍຸດທະສາດ ພັດທະນາ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳ ຮອດປີ 2030 ໄດ້ກຳນົດ ເຕັກໂນໂລຊີ ຜະລິດ ຊິບ ບັນຊາ, ຊີ້ນສ່ວນ ເຄິ່ງຊັກນຳ ໄຟຟ້າ ແມ່ນໜຶ່ງ ໃນບັນດາ ເຕັກໂນ ໂລຊີຫລັກ ໂດຍໄດ້ກຳນົດ ທິດພັດທະນາ ໃນທົດສະຫວັດ ຈະມາເຖິງ, ດ້ວຍເປົ້າໝາຍສ້າງ ຂອບຂະໝາດ ຂະແໜເຄິ່ງຊັກນຳ ໄຟຟ້າ ບັນລຸ 20-30 ຕື້ໂດລາ ສະຫະລັດ ໃນປີ 2030, ເປັນເຈົ້າຂອງເຕັກໂນໂລຊີ ຈາກຕ່າງປະເທດ ເຂົ້າມາ ສສ ຫວຽດນາມ. ເພື່ອຫັນ ເປົ້າໝາຍນີ້ ໃຫ້ປະກົດ ຜົນເປັນຈິງ, ສສ ຫວຽດນາມ ຕ້ອງການ ນັກວິສະວະກອນ ຢ່າງໜ້ອຍສຸດ 50.000 ຄົນໃນປີ 2030, ສູງທົບ 10 ເທົ່າ ເມື່ອທຽບໃສ່ ຕົວເລກປະຈຸບັນ. ສະນັ້ນ ການພັດທະນາ ແຫລ່ງຊັບພະຍາ ກອນມະນຸດ ໃຫ້ແກ່ ຂະແໜງ ອຸດສາຫະກຳ ເຄິ່ງ ຊັກນຳໄຟຟ້າ ພວມແມ່ນ ບຸລິມະສິດ ແຖວໜ້າ. ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳ ໄຟຟ້າ ພວມມີບົດບາດ ນັບມື້ ນັບສູງ ສຳລັບ ພື້ນຖານ ເສດຖະກິດທົ່ວໂລກ ດ້ວຍຂອບຂະໜາດ ຕະຫລາດທົ່ວໂລກບັນລຸກວ່າ 520 ຕື້ ໂດລາສະພຫະລັດ ໃນປີ 2023 ແລະ ຍັງຄົງ ສືບຕໍ່ ເຕີບໂຕວ່ອງໄວ. ຍ້ອນການກຳນົດ ທີ່ຕັ້ງ ຕະຫລາດ ພາຍຫລັງ ພະຍາດ ລະບາດໂຄວິດ 19 ແລະ ການແກ້ງແຍ່ງ ລະ ຫວ່າງ ບັນດາ ປະເທດໃຫຍ່, ສສ ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນປະເທດ ມີຫລາຍ ກາລະໂອກາດ ແລະ ບັນດາ ປັດໄຈ ຈຳເປັນ ເພື່ອພັດທະນາ ລະບົບ ນິເວດ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ, ມີຄວາມບົ່ມຊ້ອນ ຍົກສູງທີ່ຕັ້ງ ໃນລະບົບ ສະ ໜອງ ເຄິ່ງຊັກນຳ ໄຟຟ້າ. ໃນເດືອນກັນຍາ ຜ່ານມາ ລັດຖະບານ ໄດ້ເຊັນອະນຸມັດ ໂຄງການພັດທະນາແຫລ່ງ ຊັບພະຍາກອນ ມະນຸດ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຮອດປີ 2030, ການກຳນົດທິດ ຮອດປີ 2050”. ທ່ານ ດ່າວຈ້ອງໂດ້, ກະຊວງ ແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະ ບານ ໄດ້ມີການກຳນົດທິດ ຈະສ້າງ 3 ສູນຢູ່ 3 ພາກ ເພື່ອສຸມໃສ່ ໃຫ້ແກ່ ບັນດາ ມະຫາວິທະຍາໄລຢູ່ບັນດາເຂດຮ່ຳຮຽນ ເຕັກໂນໂລຊີໃໝ່. ທີສອງ ໃນໄລຍະຕົ້ນ ຈະມີໂຮງຮຽນ 45 ແຫ່ງ ໄດ້ຄັດເລືອກ ບໍ່ພຽງແຕ່ ບຳລຸງສ້າງ ແຫລ່ງຊັບພະຍາກອນມະນຸດ ຕອບສະໜອງ ຄວາມຕ້ອງການ ພາຍໃນປະເທດເທົ່ານັ້ນ ຫາກຍັງມີ ລະດັບ ຄວາມຮູ້ ເທົ່າທຽມກັບ ພາກພື້ນ ແລະ ສາກົນ ອີກດ້ວຍ”. ມາຮອດ ປະຈຸບັນ ສສ ຫວຽດນາມ ມີປະມານ 50 ວິສາຫະກິດ ເຮັດວຽກງານ ກ່ຽວກັບ ການບໍລິການ ອອກແບບ Microchip, ໃນນັ້ນ ສ່ວນໃຫຍ່ແມ່ນ ວິສາຫະກິດ FDI  ໃນຂະແໜງ Microchip ເຄິ່ງຊັກນຳໄຟຟ້າ ຈາກບັນດາປະເທດ, ເຂດ  ແຄ້ວນ ພັດທະນາຄື: ອາເມລິກາ, ສ. ເກົາຫລີ, ຍີ່ປຸ່ນ, ໄຕ້ຫວັນ (ຈີນ), ໂຮນລັງ ດ້ວຍກຳລັງ ແຮງງານ ແມ່ນນັກວິສະຫະກອນ ຄາດວ່າເກືອບ 5.000 ຄົນ, ມີຫລາຍບໍລິສັດ ຢູ່ພາຍໃນປະເທດ ກໍ່ເລີ່ມເຂົ້າຮ່ວມ ຕະ ຫລາດຄື: Viettel, FPT, VNChip ແລະ ຄາດວ່າ ປີນີ້ ອຸດສາຫະກຳ ເຄິ່ງຊັກ ນຳໄຟຟ້າ ຫວຽດນາມ ຈະລື່ນກາຍມູນຄ່າ 6,16 ຕື້ ໂດລາ ສະຫະລັດ. ເຖິງຢ່າງໃດກໍຕາມ, ເພື່ອເຂົ້າຮ່ວມຢ່າງເລິກເຊິ່ງກວ່າ ເຂົ້າທັງໝົດ ຂັ້ນຕອນ ຂອງຂະແໜງ ອຸດສາຫະກຳ ເຄິ່ງຊັກນຳ ໄຟຟ້າ, ຄຽງຄູ່ກັບ ການໜູນຊ່ວຍ ຈາກລັດຖະບານ, ບັນດາ ວິສາຫະກິດ ຫວຽດນາມ ພວມເລັ່ງສ້າງ ແຫລ່ງຊັບ ພະຍາກອນມະນຸດ ໃນດ້ານດັ່ງກ່າວ. ທ່ານ ເຈີນຈູງຕິງ, ຜູ້ອຳນວຍການມະຫາວິທະຍາໄລ ເກີນເທີ ໄດ້ກ່ທາວຢືນຢັນ ຄວາມພ້ອມ ທີ່ຈະເຊື້ອເຊີນ ວິສາຫະກິດ ມາໂຮງຮຽນ ເພື່ອພ້ອມກັນ ບຳລຸງສ້າງ ບັນດາ ຊຸດຮຽນ ຊື່ງວິສາຫະກິດ ມີຄວາມປາດຖະໜາ, ຕ້ອງການ ທັງໄດ້ຮຽນ ຫລັກສູດ ຂອງໂຮງຮຽນ ແລະ ຂອງວິສາຫະກິດ, ເມື່ອຮຽນຈົບແລ້ວ ກໍ່ສາມາດຕອບສະໜອງ ຄວາມຕ້ອງການ ຂອງວຽກງານ ໃນທັນທີ ໄດ້.ສຳລັບ ສູນນະວັດຕະກຳ ແຫ່ງຊາດ (NIC), ຂຶ້ນກັບ ກະຊວງ ແຜນການ ແລະ ການລົງທຶນ ກໍ່ໄດ້ຈັດຕັ້ງ ບັນດາຊຸດບຳລຸງສ້າງ ເປັນປະຈຳ, ສະເລ່ຍ ແຕ່ລະປີ ບຳລຸງສ້າງ ປະມານ 500–600 ນັກວິສາວະກອນ ຂະແໜງ Microchip, ເຄິ່ງຊັກນຳໄຟຟ້າ, ສະ ໜອງທຶນ ການສຶກສາ ໃຫ້ແກ່ ນັກສຶກສາ, ນັກວິສະວະກອນທີ່ເກັ່ງກ້າ. ທ່ານ ຈິ້ງຄັກເຮ່ວ, ຜູ້ອຳນວຍການໃຫຍ່ ບໍລິສັດ Qorvo ຫວຽດ ນາມ ຢືນຢັນວ່າ: ຫລັກສູດບຳລຸງສ້າງ ແມ່ນໃກ້ຊິດຕິດແທດກັບ ຄວາມຕ້ອງການຕົວຈິງ ຂອງວິສາຫະກິດ.ຈາກນັ້ນ ບັນດາ ນັກ ວິສາ ວະກອນ ພາຍຫລັງ ການບຳລຸງສ້າງ ຈະສາມາດເຂົ້າຮ່ວມ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຢູ່ພາຍໃນປະເທດເພື່ອໃຫ້ ມີຖັນ ແຖວ ຊັບພະຍາກອນ ມະນຸດ ມີຄຸນນະພາບສູງ ຕອບສະ ໜອງຄວາມຕ້ອງການ ຂອງບັນດາ ກຸ່ມບໍລິສັດເຕັກໂນໂລຊີ ແຖວໜ້າໂລກ ກໍ່ຄື ສ້າງ ຂະແໜງ ອຸດສາຫະກຳ ເຄິ່ງຊັກນຳໄຟຟ້າ ຢູ່ພາຍໃນປະເທດ, ສສ ຫວຽດນາມ ຍາມໃດກໍ່ຖືການຮ່ວມມືກັບ ສາກົນ ເປັນ ສຳຄັນ. ທ່ານ ປອ ເຈີນເທເຊີນ, ຜູ້ອຳນວຍການ ໂຮງຮຽນເຕັກໂນໂລຊີ ຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ-ສ.ເກົາຫລີ ຖືວ່າ: ການຮ່ວມມື ສາກົນ ໃນການ ບຳລຸງສ້າງ ແມ່ນມີຄວາມສຳຄັນຍິ່ງ. ຜ່ານການຮ່ວມມື ສາກົນ ຈຶ່ງເຂົ້າເຖິງເຕັກໂນໂລຊີ, ໄດ້ພົບປະກັບ ຜູ້ຊ່ຽວຊານ ແຖວໜ້າ ໂລກໃນຂົງເຂດນີ້. ນອກຈາກ ນະໂຍບາຍ ຂອງລັດຖະບານ, ອຳນາດ ການປົກຄອງ ທ້ອງຖິ່ນ, ຍັງໜູນຊ່ວຍ ຄ່າຮຽນ, ສ້າງເງື່ອນໄຂ ສະດວກກວ່າ ໃຫ້ແກ່ ນັກຮຽນ ໃນຂະແໜງນີ້ຕາມບັນດາ ຜູ້ຊ່ຽວຊານ ໄດ້ໃຫ້ຂໍ້ສັງເກດວ່າ: ສສ ຫວຽດນາມ ມີທ່າໄດ້ປຽບໃຫຍ່ ກ່ຽວກັບ ແຫລ່ງຊັບພະຍາກອນມະນຸດ, ດ້ວຍພອນສະຫວັນ ໃນບັນດາ ຂະແໜງຄື: ເຕັກນິກ, ເຕັກໂນໂລຊີ ແລະ ວິທະຍາສາດ (STEAM). ນີ້ແມ່ນປັດໄຈ ພື້ນຖານ ໃນການຜະລິດ ແລະ ອອກແບບຊິບ ເຄິ່ງຊັກນຳ ໄຟຟ້າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL